What a stupid question Podcast

ຈັ່ງຊີ້ກໍຍັງຖາມ What a stupid question

Comedy LO ↓ Odcinki: 29

ຕອບທຸກຄຳຖາມທີ່ທ່ານສົງໄສ.The original Lao Podcast that satisfies your curiosity.

Koniecznie odwiedź stronę podcastu i wesprzyj twórcę: podcasters.spotify.com

Autor

What a stupid question Podcast

Kategoria

Comedy

Strona podcastu

podcasters.spotify.com

Ostatni odcinek

20 maj 2024

Gdzie słuchać?

Podcasty w aplikacji Replaio Radio Już wkrótce

Podcasty trafią do aplikacji już wkrótce. Zainstaluj teraz i jako pierwszy zobacz nowe podejście do podcastów

Pobierz z Google Play Zainstaluj za darmo Android 5 mln+ pobrań · ocena 4,8 iOS niedługo

Odcinki

EP25: ເປັນຫຍັງເວລາເດີນທາງໄປບ່ອນບໍ່ເຄີຍໄປແລ້ວຈຶ່ງຮູ້ສຶກວ່າດົນຈຶ່ງຮອດ? 20.05.2024

ທ່ານຮູ້ບໍ່ວ່າການລຶ້ງທາງບໍ່ໄດ້ເຮັດໃຫ້ການເດີນທາງໄວຂຶ້ນ ແລະ ທ່ານຈະຮູ້ສຶກແນວໃດຖ້າມີຄົນບອກວ່າທ່ານເດີນທາງຮອດຈຸດຫມາຍຊ້າ ຍ້ອນມີຕົ້ນໄມ້ຖາມທາງ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ podcast ຂອງເຮົາຕອນນີ້ໄດ້ເລີຍ

EP24: ເປັນຫຍັງເວລາເຫັນຄົນກິນສົ້ມແລ້ວຈຶ່ງນ້ຳລາຍແຕກ? 29.04.2024

ທ່ານຮູ້ບໍວ່າຄົນທີ່ມີໂລກສ່ວນຕົວສູງຈະຜະລິດນ້ຳລາຍຕອນກິນສົ້ມຫລາຍກວ່າຄົນມັກເຂົ້າສັງຄົມ ແລະ ທ່ານຢາກຮູ້ບໍວ່າການທົດລອງກັບໝາບອກຫຍັງບາງຢ່າງໄດ້ກ່ຽວກັບຄົນຕິດການພະນັນ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

EP23: ເປັນຫຍັງບາງຕົນຈຶ່ງນອນຫຼັບຕາບໍ່ແຈບ? 22.04.2024

ທ່ານຮູ້ບໍວ່າບໍ່ວ່າມີສັດບາງຊະນິດທີ່ນອນຫຼັບຕາບໍ່ແຈບຄືຄົນ ແລະ ທ່ານເຄີຍຮູ້ບໍວ່າມີຄວາມເຊື່ອທີ່ວ່າຄົນນອນກັດແຂ້ວແມ່ນຄົນອົມທຸກ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

EP 1s: ຮຽນສື່ສານການຕະຫຼາດໄປເຮັດຫຍັງ? 05.04.2024

ທ່ານຢາກຮູ້ບໍວ່າມີປັດໄຈຫຍັງແນ່ທີ່ຈະເຮັດໃຫ້ທຸລະກິດຂອງທ່ານເຖິງລູກຄ້າໄດ້ຫຼາຍຂຶ້ນ. ຮຽນອັນນີ້ໄປຮັດຫຍັງໃນມື້ນີ້ ເຮົາໄດ້ມີໂອກາດໂອ້ລົມກັບ ອ້າຍລູ່ ສຸພານິດ ວົງແສງທອງ, ນັກສື່ສານການຕະຫຼາດອັນດັບຕົ້ນໆຂອງປະເທດລາວ. ບົດຮຽນເຮົາຈະເປັນແນວໃດນັ້ນ ເຮົາມາຕິດຕາມຮັບຟັງກັນເລີຍ.

EP21: ເປັນຫຍັງເວລາຍຸງກັດແລ້ວຈຶ່ງຄັນ? 01.04.2024

ທ່ານຮູ້ບໍ່ວ່າ ຍຸງມັກຈະກັດຜູ້ຍິງຫຼາຍກວ່າຜູ້ຊາຍ ແລະ ທ່ານຄວນຈະເຮັດແນວໃດຖ້າຖືກຍຸງກັດ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

Special Series: ຮຽນອັນນີ້ໄປເຮັດຫຍັງ? I ຈັ່ງຊີ້ກໍຍັງຖາມ 29.03.2024

ສະບາຍດີທຸກຄົນ ມື້ນີ້ມີ series ພິເສດຂອງລາຍການຈັ່ງຊີ້ກໍຍັງຖາມມາແນະນຳ. ລອງຟັງເບິ່ງລະບອກເຮົາແນ່ວ່າມັກຢູ່ບໍ? ສຳລັບ EP ໃຫມ່ຂອງລາຍການຫລັກແມ່ນຈະປ່ອຍອອກມາໄວໆນີ້. ຝາກຕິດຕາມເຮົາຕໍ່ໄປແນ່ເດີ.

EP20: ເປັນຫຍັງເວລາເດັກນ້ອຍຈາມແລ້ວຈຶ່ງວ່າໃຫຍ່ສູງ? 22.03.2024

ທ່ານຮູ້ບໍ່ວ່າການຈາມບໍ່ສາມາດມືນຕາໄດ້ ແລະ ທ່ານຄວນຈະເຮັດແນວໃດຖ້າມີຄົນຈາມຕໍ່ໜ້າທ່ານ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

Season 3: ມື້ໃດຈະມີຕອນໃໝ່ອອກມາ? 20.03.2024

ສະບາຍດີທຸກຄົນ, ຍັງມີຄົນຖ້າຟັງຕອນໃໝ່ຢູ່ບໍ?

EP19: ເປັນຫຍັງການຟັງ​ (ພາສາອື່ນ) ຈຶ່ງງ່າຍກວ່າການເວົ້າ? 19.06.2021

ທ່ານຮູ້ບໍວ່າບໍ່ຈຳເປັນຕ້ອງເວົ້າພາສາດຽວກັນກໍສາມາດເຂົ້າໃຈກັນໄດ້. ແລະ ທ່ານຮູ້ບໍວ່າໝູ່ຄູ່ທີ່ເຮົາຫຼິ້ນນຳມີຜົນຕໍ່ການເວົ້າພາສາ (ທີສອງ) ຂອງເຮົາ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.

EP18: ເປັນຫຍັງເຮົາຈຶ່ງໜັກຂີ້ກະດຽມຕົນເອງບໍໄດ້. 06.06.2021

ທ່ານຮູ້ບໍວ່າການໜັກຂີ້ກະດຽມທີ່ເຮົາໃຊ້ຢອກກັນເຄີຍຖືກໃຊ້ເປັນການລົງໂທດມາກ່ອນ. ແລະ ທ່ານຮູ້ບໍວ່າການໜັກຂີ້ກະດຽມມີຜົນປະໂຫຍດຫຍັງແດ່. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ. ປລ. ສຽງຕຶກໆທີ່ທ່ານໄດ້ຍິນຕອນສອງຄົນເຮົາເວົ້າກັນຢູ່ນັ້ນແມ່ນສຽງຝົນຕົກເດີ ເຮົາຕັດອອກບໍ່ເປັນເລີຍປະໄວ້ເປັນບັນຍາກາດການສົນທະນາກາງທຳມະຊາດ :)

EP17: ເປັນຫຍັງຈຶ່ງເຮັດເລກຄູນກ່ອນເລກບວກ? 29.05.2021

ທ່ານຮູ້ບໍ່ວ່າເຮົາບໍ່ຈຳເປັນຕ້ອງຄູນກ່ອນບວກສະເໝີໄປ ແລະ ທ່ານຮູ້ບໍວ່າວົງເລັບມີຄວາມສຳຄັນແນວໃດກັບວົງການຄະນິດສາດ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ Podcast ຂອງເຮົາໄດ້ເລີຍ.

EP16: ເປັນຫຍັງນ້ຳມົນຈຶ່ງສັກສິດ? 21.05.2021

ທ່ານຮູ້ບໍ່ວ່ານ້ຳທີ່ຟັງຄູບາເທດຈະມີຮູບຮ່າງງາມກວ່ານ້ຳທົ່ວໄປ ແລະ ທ່ານຈະເຮັດແນວໃດຖ້າຫາກນ້ຳທີ່ເຮົາໃຊ້ທຸກມື້ນີ້ຫາກມີຄວາມຈຳ. ລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ Podcast ຂອງເຮົາໄດ້ເລີຍ

SS2 INTRO: ມື້ໃດລາຍການເຮົາຈະກັບມາ? 17.05.2021

ສະບາຍດີທຸກຄົນ, ຍັງຈື່ກັນໄດ້ຢູ່ບໍ?

EP13: ເປັນຫຍັງຄົນອາເມຣິກາຈຶ່ງອອກມາປະທ້ວງ? 11.06.2020

ເຈົ້າຮູ້ບໍວ່າແມ່ນຫຍັງທີ່ຄົນອາເມຣິກາຢ້ານກວ່າໂຄວິດ? ແລະ ລະບົບການຢຽດເຊື້ອຊາດແມ່ນຫຍັງ? ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ EP13 ຂອງເຮົາໄດ້ເລີຍ.

EP12: ເປັນຫຍັງຄົນເຮົາຈຶ່ງອິດສາ? 04.06.2020

ເຈົ້າຮູ້ບໍ່ວ່າ ຄວາມອິດສາທໍາອິດທີ່ເກີດຂຶ້ນໃນໂລກ ແມ່ນການອິດສາຄົນທີ່ມີຄູ່ ແລະ ການອິດສາແບບດີເດັ່ນແມ່ນໝາຍຄວາມວ່າແນວໃດ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ EP12 ຂອງເຮົາໄດ້ເລີຍ.

EP11: ແມ່ນໃຜເປັນຜູ້ຄິດຄົ້ນຄຳສັບໃນແຕ່ລະພາສາ? 04.06.2020

ເຈົ້າຮູ້ບໍ່ວ່າ ພາສາເກີດມາຈາກການປ້ອງກັນໂຕເອງຈາກໄພອັນຕະລາຍ ແລະ ເຈົ້າຈະຮູ້ສຶກແນວໃດຖ້າໃນໂລກນີ້ບໍ່ມີພາສາ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ Ep11 ຂອງເຮົາໄດ້ເລີຍ

EP10: ເປັນຫຍັງຈຶ່ງຫ້າມຂຽນບິກແດງ? 22.05.2020

ເຈົ້າຮູ້ບໍ່ວ່າບິກແດງເຮັດໃຫ້ຄວາມສໍາພັນລະຫວ່າງຄູກັບນັກຮຽນອ່ອນແອລົງ ແລະ ເຈົ້າຈະຮູ້ສຶກແນວໃດຖ້າວ່ານາຍຄູໃຊ້ບິກສີຟ້າມາກວດແທນບິກສີແດງ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Ep10 ຂອງເຮົາໄດ້ເລີຍ.

EP9: ເປັນຫຍັງເຮົາຈຶ່ງສະເອິ? 14.05.2020

ເຈົ້າຮູ້(ເຊື່ອ)ບໍ່ວ່າ ນໍ້າເຕົ້າຮູ້ ສາມາດເຮັດໃຫ້ຄົນເຮົາເຊົາສະເອິ ແລະ ເຈົ້າຈະຮູ້ສຶກແນວໃດຖ້າຫາກເຈົ້າຕ້ອງສະເອິເປັນເວລາຫຼາຍສິບປີແບບຕໍ່ເນື່ອງ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ Ep9 ຂອງເຮົາໄດ້ເລີຍ.

Special EP: ເປັນຫຍັງເຮົາຈຶ່ງປ່ຽນຊື່ລາຍການ? 07.05.2020

ເຈົ້າຮູ້ບໍ່ວ່າ "ຈັ່ງຊີ້" ຂຽນຈັ່ງຊີ້ ບໍ່ໄດ້ຂຽນ "ຈັງຊິ". ເລື່ອງລາວຈະເປັນແນວໃດນັ້ນ, ມາຕິດຕາມໃນ EP ພິເສດຂອງເຮົາເລີຍ.

EP8: ເປັນຫຍັງຈຶ່ງກ່ຽວນິ້ວກ້ອຍແທນການສັນຍາ? 07.05.2020

ເຈົ້າຮູ້ບໍ່ວ່າ ການສັນຍາເກາະນິ້ວກ້ອຍທີ່ໜ້າຮັກນັ້ນ ແມ່ນມີທີ່ມາຈາກກຸ່ມມາເຟຍ ແລະ ຈະເປັນແນວໃດຖ້າຫາກເຈົ້າຜິດຄໍາສັນຍາ. ເຊິ່ງເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ EP8 ຂອງພວກເຮົາໄດ້ເລີຍ.

Special EP: ເປັນຫຍັງເຮົາຈຶ່ງປ່ຽນຊື່ລາຍການ? 06.05.2020

ເຈົ້າຮູ້ບໍ່ວ່າ "ຈັ່ງຊີ້" ຂຽນຈັ່ງຊີ້ ບໍ່ໄດ້ຂຽນ "ຈັງຊິ". ເລື່ອງລາວຈະເປັນແນວໃດນັ້ນ, ມາຕິດຕາມໃນ EP ພິເສດຂອງເຮົາເລີຍ.

EP7: ໃຈບໍ່ເຖິງຫ້າມຟັງ! 30.04.2020

ສຳລັບ EP ນີ້, ມີຂໍ້ມູນທີ່ບໍ່ເໝາະສົມກັບທຸກຄົນ. ສະນັ້ນ, ຄົນທີ່ໃຈບໍເຖິງແມ່ນຫ້າມຟັງເດັດຂາດ.

EP6: ເປັນຫຍັງເວລາຂຽນຄຳຖາມຈຶ່ງໃຊ້ໝາຍຖາມ? 20.04.2020

ເຈົ້າຮູ້ບໍວ່າ ຄວາມຂີ້ຄ້ານ ແລະ ມັກງ່າຍ ເຮັດໃຫ້ພວກເຮົາມີ ສັນຍາລັກ/ເຄື່ອງໝາຍ ທີ່ໃຊ້ໃນການຂຽນ ແລະ ເຈົ້າຮູ້ບໍວ່າຖ້າຝົນບໍ່ຕົກເຮົາອາດຈະບໍ່ມີສັນຍາລັກລູກສອນໃນມື້ນີ້. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງໃນ Podcast EP6 ຂອງພວກເຮົາໄດ້ເລີຍ.

EP5: ເປັນຫຍັງຄົນຈຶ່ງລຶ້ງມືຂວາຫຼາຍກວ່າມືຊ້າຍ? 09.04.2020

ເຈົ້າຮູ້ບໍ່ວ່າ ແມ່ມົດ ແລະ ຜີສາດ ມີສ່ວນເຮັດໃຫ້ຄົນເຮົານໍາໃຊ້ມືຂວາ ຫຼາຍກວ່າມືຊ້າຍ ແລະ ເຈົ້າເຄີຍສົງໄສບໍວ່າໂຕສັດ ຈະຖະໜັດເບື້ອງໃດຫຼາຍກວ່າ ເຊິ່ງວ່າເລື່ອງລາວຈະເປັນແນວໃດນັ້ນ ເຊີນຮັບຟັງ Podcast EP5 ຂອງເຮົາໄດ້ເລີຍ.

EP4: ເປັນຫຍັງຄົນລາວສ່ວນຫຼາຍຈຶ່ງໂຍງຄວາມຝັນເປັນຕົວເລກ 30.03.2020

ເຈົ້າຮູ້ບໍ່ວ່າ ແມວດຳ ແລະ ຄົນຖືພາ ສາມາດຊ່ວຍເຮັດໃຫ້ຄົນຖືກເລກໄດ້. ແລະ ເຈົ້າຮູ້ບໍ່ວ່າຄົນແປກໜ້າທີ່ເຈົ້າເຫັນໃນຝັນນັ້ນພວກເຂົາແມ່ນໃຜ. ເລື່ອງລາວຈະເປັນແນວໃດ ເຊີນຕິດຕາມໄດ້ໃນ EP4 ຂອງພວກເຮົາໄດ້ເລີຍ.  ປລ. ໃຜຢາກຖືກເລກຢ່າລືມຟັງ

Słuchaj podcastu ຈັ່ງຊີ້ກໍຍັງຖາມ What a stupid question w Replaio

Radio i podcasty w jednej aplikacji - za darmo, bez zakładania konta. Zainstaluj już dziś i nie przegap premiery

Pobierz z Google Play

Replaio nie jest wydawcą podcastów; nazwy audycji, okładki i audio należą do ich autorów i są rozpowszechniane przez publiczne kanały RSS