What a stupid question Podcast
ຈັ່ງຊີ້ກໍຍັງຖາມ What a stupid question
ຕອບທຸກຄຳຖາມທີ່ທ່ານສົງໄສ.The original Lao Podcast that satisfies your curiosity.
Auteur
What a stupid question Podcast
Catégorie
Site du podcast
Dernier épisode
20 mai 2024
Où écouter ?
Les podcasts dans l'appli Replaio Radio Bientôt disponibleLes podcasts arrivent très bientôt dans l'appli. Installe-la dès maintenant et découvre en avant-première une toute nouvelle façon de vivre les podcasts
Épisodes
EP25: ເປັນຫຍັງເວລາເດີນທາງໄປບ່ອນບໍ່ເຄີຍໄປແລ້ວຈຶ່ງຮູ້ສຶກວ່າດົນຈຶ່ງຮອດ? 20.05.2024 20:29
ທ່ານຮູ້ບໍ່ວ່າການລຶ້ງທາງບໍ່ໄດ້ເຮັດໃຫ້ການເດີນທາງໄວຂຶ້ນ ແລະ ທ່ານຈະຮູ້ສຶກແນວໃດຖ້າມີຄົນບອກວ່າທ່ານເດີນທາງຮອດຈຸດຫມາຍຊ້າ ຍ້ອນມີຕົ້ນໄມ້ຖາມທາງ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ podcast ຂອງເຮົາຕອນນີ້ໄດ້ເລີຍ
EP24: ເປັນຫຍັງເວລາເຫັນຄົນກິນສົ້ມແລ້ວຈຶ່ງນ້ຳລາຍແຕກ? 29.04.2024 26:42
ທ່ານຮູ້ບໍວ່າຄົນທີ່ມີໂລກສ່ວນຕົວສູງຈະຜະລິດນ້ຳລາຍຕອນກິນສົ້ມຫລາຍກວ່າຄົນມັກເຂົ້າສັງຄົມ ແລະ ທ່ານຢາກຮູ້ບໍວ່າການທົດລອງກັບໝາບອກຫຍັງບາງຢ່າງໄດ້ກ່ຽວກັບຄົນຕິດການພະນັນ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.
EP23: ເປັນຫຍັງບາງຕົນຈຶ່ງນອນຫຼັບຕາບໍ່ແຈບ? 22.04.2024 27:14
ທ່ານຮູ້ບໍວ່າບໍ່ວ່າມີສັດບາງຊະນິດທີ່ນອນຫຼັບຕາບໍ່ແຈບຄືຄົນ ແລະ ທ່ານເຄີຍຮູ້ບໍວ່າມີຄວາມເຊື່ອທີ່ວ່າຄົນນອນກັດແຂ້ວແມ່ນຄົນອົມທຸກ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.
EP 1s: ຮຽນສື່ສານການຕະຫຼາດໄປເຮັດຫຍັງ? 05.04.2024 32:35
ທ່ານຢາກຮູ້ບໍວ່າມີປັດໄຈຫຍັງແນ່ທີ່ຈະເຮັດໃຫ້ທຸລະກິດຂອງທ່ານເຖິງລູກຄ້າໄດ້ຫຼາຍຂຶ້ນ. ຮຽນອັນນີ້ໄປຮັດຫຍັງໃນມື້ນີ້ ເຮົາໄດ້ມີໂອກາດໂອ້ລົມກັບ ອ້າຍລູ່ ສຸພານິດ ວົງແສງທອງ, ນັກສື່ສານການຕະຫຼາດອັນດັບຕົ້ນໆຂອງປະເທດລາວ. ບົດຮຽນເຮົາຈະເປັນແນວໃດນັ້ນ ເຮົາມາຕິດຕາມຮັບຟັງກັນເລີຍ.
EP21: ເປັນຫຍັງເວລາຍຸງກັດແລ້ວຈຶ່ງຄັນ? 01.04.2024 24:04
ທ່ານຮູ້ບໍ່ວ່າ ຍຸງມັກຈະກັດຜູ້ຍິງຫຼາຍກວ່າຜູ້ຊາຍ ແລະ ທ່ານຄວນຈະເຮັດແນວໃດຖ້າຖືກຍຸງກັດ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.
Special Series: ຮຽນອັນນີ້ໄປເຮັດຫຍັງ? I ຈັ່ງຊີ້ກໍຍັງຖາມ 29.03.2024 7:19
ສະບາຍດີທຸກຄົນ ມື້ນີ້ມີ series ພິເສດຂອງລາຍການຈັ່ງຊີ້ກໍຍັງຖາມມາແນະນຳ. ລອງຟັງເບິ່ງລະບອກເຮົາແນ່ວ່າມັກຢູ່ບໍ? ສຳລັບ EP ໃຫມ່ຂອງລາຍການຫລັກແມ່ນຈະປ່ອຍອອກມາໄວໆນີ້. ຝາກຕິດຕາມເຮົາຕໍ່ໄປແນ່ເດີ.
EP20: ເປັນຫຍັງເວລາເດັກນ້ອຍຈາມແລ້ວຈຶ່ງວ່າໃຫຍ່ສູງ? 22.03.2024 21:18
ທ່ານຮູ້ບໍ່ວ່າການຈາມບໍ່ສາມາດມືນຕາໄດ້ ແລະ ທ່ານຄວນຈະເຮັດແນວໃດຖ້າມີຄົນຈາມຕໍ່ໜ້າທ່ານ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.
Season 3: ມື້ໃດຈະມີຕອນໃໝ່ອອກມາ? 20.03.2024 4:57
ສະບາຍດີທຸກຄົນ, ຍັງມີຄົນຖ້າຟັງຕອນໃໝ່ຢູ່ບໍ?
EP19: ເປັນຫຍັງການຟັງ (ພາສາອື່ນ) ຈຶ່ງງ່າຍກວ່າການເວົ້າ? 19.06.2021 20:17
ທ່ານຮູ້ບໍວ່າບໍ່ຈຳເປັນຕ້ອງເວົ້າພາສາດຽວກັນກໍສາມາດເຂົ້າໃຈກັນໄດ້. ແລະ ທ່ານຮູ້ບໍວ່າໝູ່ຄູ່ທີ່ເຮົາຫຼິ້ນນຳມີຜົນຕໍ່ການເວົ້າພາສາ (ທີສອງ) ຂອງເຮົາ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ.
EP18: ເປັນຫຍັງເຮົາຈຶ່ງໜັກຂີ້ກະດຽມຕົນເອງບໍໄດ້. 06.06.2021 20:33
ທ່ານຮູ້ບໍວ່າການໜັກຂີ້ກະດຽມທີ່ເຮົາໃຊ້ຢອກກັນເຄີຍຖືກໃຊ້ເປັນການລົງໂທດມາກ່ອນ. ແລະ ທ່ານຮູ້ບໍວ່າການໜັກຂີ້ກະດຽມມີຜົນປະໂຫຍດຫຍັງແດ່. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Podcast ຂອງເຮົາໄດ້ເລີຍ. ປລ. ສຽງຕຶກໆທີ່ທ່ານໄດ້ຍິນຕອນສອງຄົນເຮົາເວົ້າກັນຢູ່ນັ້ນແມ່ນສຽງຝົນຕົກເດີ ເຮົາຕັດອອກບໍ່ເປັນເລີຍປະໄວ້ເປັນບັນຍາກາດການສົນທະນາກາງທຳມະຊາດ :)
EP17: ເປັນຫຍັງຈຶ່ງເຮັດເລກຄູນກ່ອນເລກບວກ? 29.05.2021 25:08
ທ່ານຮູ້ບໍ່ວ່າເຮົາບໍ່ຈຳເປັນຕ້ອງຄູນກ່ອນບວກສະເໝີໄປ ແລະ ທ່ານຮູ້ບໍວ່າວົງເລັບມີຄວາມສຳຄັນແນວໃດກັບວົງການຄະນິດສາດ. ເລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ Podcast ຂອງເຮົາໄດ້ເລີຍ.
EP16: ເປັນຫຍັງນ້ຳມົນຈຶ່ງສັກສິດ? 21.05.2021 27:34
ທ່ານຮູ້ບໍ່ວ່ານ້ຳທີ່ຟັງຄູບາເທດຈະມີຮູບຮ່າງງາມກວ່ານ້ຳທົ່ວໄປ ແລະ ທ່ານຈະເຮັດແນວໃດຖ້າຫາກນ້ຳທີ່ເຮົາໃຊ້ທຸກມື້ນີ້ຫາກມີຄວາມຈຳ. ລື່ອງລາວຈະເປັນແນວໃດນັ້ນ ເຊີນຕິດຕາມ ຮັບຟັງ Podcast ຂອງເຮົາໄດ້ເລີຍ
SS2 INTRO: ມື້ໃດລາຍການເຮົາຈະກັບມາ? 17.05.2021 4:59
ສະບາຍດີທຸກຄົນ, ຍັງຈື່ກັນໄດ້ຢູ່ບໍ?
EP13: ເປັນຫຍັງຄົນອາເມຣິກາຈຶ່ງອອກມາປະທ້ວງ? 11.06.2020 25:32
ເຈົ້າຮູ້ບໍວ່າແມ່ນຫຍັງທີ່ຄົນອາເມຣິກາຢ້ານກວ່າໂຄວິດ? ແລະ ລະບົບການຢຽດເຊື້ອຊາດແມ່ນຫຍັງ? ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ EP13 ຂອງເຮົາໄດ້ເລີຍ.
EP12: ເປັນຫຍັງຄົນເຮົາຈຶ່ງອິດສາ? 04.06.2020 24:50
ເຈົ້າຮູ້ບໍ່ວ່າ ຄວາມອິດສາທໍາອິດທີ່ເກີດຂຶ້ນໃນໂລກ ແມ່ນການອິດສາຄົນທີ່ມີຄູ່ ແລະ ການອິດສາແບບດີເດັ່ນແມ່ນໝາຍຄວາມວ່າແນວໃດ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ EP12 ຂອງເຮົາໄດ້ເລີຍ.
EP11: ແມ່ນໃຜເປັນຜູ້ຄິດຄົ້ນຄຳສັບໃນແຕ່ລະພາສາ? 04.06.2020 20:09
ເຈົ້າຮູ້ບໍ່ວ່າ ພາສາເກີດມາຈາກການປ້ອງກັນໂຕເອງຈາກໄພອັນຕະລາຍ ແລະ ເຈົ້າຈະຮູ້ສຶກແນວໃດຖ້າໃນໂລກນີ້ບໍ່ມີພາສາ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ Ep11 ຂອງເຮົາໄດ້ເລີຍ
EP10: ເປັນຫຍັງຈຶ່ງຫ້າມຂຽນບິກແດງ? 22.05.2020 24:31
ເຈົ້າຮູ້ບໍ່ວ່າບິກແດງເຮັດໃຫ້ຄວາມສໍາພັນລະຫວ່າງຄູກັບນັກຮຽນອ່ອນແອລົງ ແລະ ເຈົ້າຈະຮູ້ສຶກແນວໃດຖ້າວ່ານາຍຄູໃຊ້ບິກສີຟ້າມາກວດແທນບິກສີແດງ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ Ep10 ຂອງເຮົາໄດ້ເລີຍ.
EP9: ເປັນຫຍັງເຮົາຈຶ່ງສະເອິ? 14.05.2020 24:06
ເຈົ້າຮູ້(ເຊື່ອ)ບໍ່ວ່າ ນໍ້າເຕົ້າຮູ້ ສາມາດເຮັດໃຫ້ຄົນເຮົາເຊົາສະເອິ ແລະ ເຈົ້າຈະຮູ້ສຶກແນວໃດຖ້າຫາກເຈົ້າຕ້ອງສະເອິເປັນເວລາຫຼາຍສິບປີແບບຕໍ່ເນື່ອງ. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມໃນ Ep9 ຂອງເຮົາໄດ້ເລີຍ.
Special EP: ເປັນຫຍັງເຮົາຈຶ່ງປ່ຽນຊື່ລາຍການ? 07.05.2020 6:17
ເຈົ້າຮູ້ບໍ່ວ່າ "ຈັ່ງຊີ້" ຂຽນຈັ່ງຊີ້ ບໍ່ໄດ້ຂຽນ "ຈັງຊິ". ເລື່ອງລາວຈະເປັນແນວໃດນັ້ນ, ມາຕິດຕາມໃນ EP ພິເສດຂອງເຮົາເລີຍ.
EP8: ເປັນຫຍັງຈຶ່ງກ່ຽວນິ້ວກ້ອຍແທນການສັນຍາ? 07.05.2020 17:29
ເຈົ້າຮູ້ບໍ່ວ່າ ການສັນຍາເກາະນິ້ວກ້ອຍທີ່ໜ້າຮັກນັ້ນ ແມ່ນມີທີ່ມາຈາກກຸ່ມມາເຟຍ ແລະ ຈະເປັນແນວໃດຖ້າຫາກເຈົ້າຜິດຄໍາສັນຍາ. ເຊິ່ງເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງ EP8 ຂອງພວກເຮົາໄດ້ເລີຍ.
Special EP: ເປັນຫຍັງເຮົາຈຶ່ງປ່ຽນຊື່ລາຍການ? 06.05.2020 6:19
ເຈົ້າຮູ້ບໍ່ວ່າ "ຈັ່ງຊີ້" ຂຽນຈັ່ງຊີ້ ບໍ່ໄດ້ຂຽນ "ຈັງຊິ". ເລື່ອງລາວຈະເປັນແນວໃດນັ້ນ, ມາຕິດຕາມໃນ EP ພິເສດຂອງເຮົາເລີຍ.
EP7: ໃຈບໍ່ເຖິງຫ້າມຟັງ! 30.04.2020 22:13
ສຳລັບ EP ນີ້, ມີຂໍ້ມູນທີ່ບໍ່ເໝາະສົມກັບທຸກຄົນ. ສະນັ້ນ, ຄົນທີ່ໃຈບໍເຖິງແມ່ນຫ້າມຟັງເດັດຂາດ.
EP6: ເປັນຫຍັງເວລາຂຽນຄຳຖາມຈຶ່ງໃຊ້ໝາຍຖາມ? 20.04.2020 23:09
ເຈົ້າຮູ້ບໍວ່າ ຄວາມຂີ້ຄ້ານ ແລະ ມັກງ່າຍ ເຮັດໃຫ້ພວກເຮົາມີ ສັນຍາລັກ/ເຄື່ອງໝາຍ ທີ່ໃຊ້ໃນການຂຽນ ແລະ ເຈົ້າຮູ້ບໍວ່າຖ້າຝົນບໍ່ຕົກເຮົາອາດຈະບໍ່ມີສັນຍາລັກລູກສອນໃນມື້ນີ້. ເລື່ອງລາວຈະເປັນແນວໃດນັ້ນເຊີນຕິດຕາມຮັບຟັງໃນ Podcast EP6 ຂອງພວກເຮົາໄດ້ເລີຍ.
EP5: ເປັນຫຍັງຄົນຈຶ່ງລຶ້ງມືຂວາຫຼາຍກວ່າມືຊ້າຍ? 09.04.2020 20:49
ເຈົ້າຮູ້ບໍ່ວ່າ ແມ່ມົດ ແລະ ຜີສາດ ມີສ່ວນເຮັດໃຫ້ຄົນເຮົານໍາໃຊ້ມືຂວາ ຫຼາຍກວ່າມືຊ້າຍ ແລະ ເຈົ້າເຄີຍສົງໄສບໍວ່າໂຕສັດ ຈະຖະໜັດເບື້ອງໃດຫຼາຍກວ່າ ເຊິ່ງວ່າເລື່ອງລາວຈະເປັນແນວໃດນັ້ນ ເຊີນຮັບຟັງ Podcast EP5 ຂອງເຮົາໄດ້ເລີຍ.
EP4: ເປັນຫຍັງຄົນລາວສ່ວນຫຼາຍຈຶ່ງໂຍງຄວາມຝັນເປັນຕົວເລກ 30.03.2020 20:39
ເຈົ້າຮູ້ບໍ່ວ່າ ແມວດຳ ແລະ ຄົນຖືພາ ສາມາດຊ່ວຍເຮັດໃຫ້ຄົນຖືກເລກໄດ້. ແລະ ເຈົ້າຮູ້ບໍ່ວ່າຄົນແປກໜ້າທີ່ເຈົ້າເຫັນໃນຝັນນັ້ນພວກເຂົາແມ່ນໃຜ. ເລື່ອງລາວຈະເປັນແນວໃດ ເຊີນຕິດຕາມໄດ້ໃນ EP4 ຂອງພວກເຮົາໄດ້ເລີຍ. ປລ. ໃຜຢາກຖືກເລກຢ່າລືມຟັງ
Replaio n'est pas éditeur de podcasts ; les noms des émissions, les visuels et l'audio appartiennent à leurs auteurs et sont diffusés via des flux RSS publics