SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ການລອບສັງຫານ Trump ເທື່ອທີສອງ. 18.09.2024

ການລອບສັງຫານ Donald Trump ເທື່ອທໍາອິດໄດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania. ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida. ທາງຣັຖບານກ່າວວ່າ ຈະໃຫ້ຊັບພະຍາກອນທຸກຢ່າງແກ່ໜ່ວຍສືບຣາຊການລັບ (the Secret Service) ກ່ຽວກັບເລື້ອງນີ້.

ວັນສັນຊາດ ອອສເຕຣເລັຍ. 18.09.2024

ເຖິງແມ່ນວ່າກົດໝາຍກ່ຽວກັບ ສັນຊາດ ແລະພົນລະເມືອງຂອງ ອອສເຕຣເລັຍ ໄດ້ຖືກປະກາດໃຊ້ ຕັ້ງແຕ່ປີ 1949, ແຕ່ການປ່ຽນແປງ ໄດ້ເປັນໄປຢ່າງຊ້າຫຼາຍ ເພາະແມ່ນໃນປີ 1967 ເທົ່ານັ້ນ ທີ່ເອກະສານ ຫນັງສືຜ່ານແດນ ຂອງອອສເຕຣເລັຍ ຈຶ່ງໄດ້ຖືກເອີ້ນວ່າ ຫນັງສືຜ່ານແດນ ຂອງອອສເຕຣເລັຍ. ໃນແຕ່ລະປີມີ ພົນລະເມືອງ ອອສເຕຣເລັຍ ໃໝ່ລາຍພັນຫຼາຍໝື່ນຄົນ, ແຕ່ກໍຍັງມີອີກຫຼາຍທີ່ລໍຖ້າການໄດ້ຮັບສັນຊາດຢູ່.

ມາດຕະການປ້ອງກັນການຫຼິ້ນພະນັນ 10.09.2024

ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635) ແລະເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ.

ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ 10.09.2024

ມີການຢືນຢັນຈາກການຄົ້ນຄວ້າກ່ຽວກັບການໃຊ໊ໂທຣະສັບມືຖື ແລະມະເລັງ. ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ.

What are the unwritten rules in the Australian workplace? - ກົດລະບຽບທີ່ບໍ່ໄດ້ຂຽນໄວ້ ໃນບ່ອນເຮັດວຽກຂອງອອສເຕຣເລັຍ ແມ່ນຫຍັງ? 10.09.2024

In Australia, workplace codes of conduct differ from company to company, but some standard unwritten rules are generally followed in most businesses and industries. There are also a few unspoken rules in the Australian workplace that can evolve into a set of social norms. Here is how to navigate and familiarise yourself with these unwritten rules when starting a new job. - ໃນອອສເຕຣເລັຍ ກົດລະບຽບການ...

ຜູ້ຍິງອົບພະຍົບ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ 10.09.2024

ລາຍງານໃຫມ່ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຫລາຍກວ່າ 850 ຄົນ ທີ່ສໍາຫລວດ ລາຍງານວ່າ ໄດ້ປະສົບກັບການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ໃນຫ້າປີທີ່ຜ່ານມາ. ການລ່ວງລະເມີດມາໃນຫຼາຍຮູບແບບ. ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).

ການຖືກເລືອກປະຕິບັດຕອນເປັນໂຣກມະເຮັງ 04.09.2024

ມູນນິທິມະເລັງເລືອດຂາວ (The Leukaemia Foundation) ໄດ້ເຜີຍແພ່ຜົນການສໍາຫລວດ ທີ່ພົບວ່າ ເຈັດໃນ 10 ຄົນ ຂອງອອສເຕຣເລັຍ ເປັນຫ່ວງວ່າ ປັດຈັຍຕ່າງໆເຊັ່ນ ບ່ອນທີ່ເຂົາເຈົ້າອາສັຍຢູ່, ອາຍຸ, ເພດ, ແນວໂນ້ມທາງເພດ, ລາຍໄດ້, ຫລືແມ່ນແຕ່ ພາສາທີ່ເວົ້າຢູ່ໃນບ້ານ ກໍສາມາດສົ່ງຜົນ ຕໍ່ການປິ່ນປົວທີ່ເຂົາເຈົ້າໄດ້ຮັບ ຖ້າຫາກຖືກພົບເຫັນວ່າ ເປັນໂຣກມະເລັງ.

ຢາປິ່ນປົວໂຣກສມອງເສື່ອມ. 04.09.2024

ອອສເຕຣເລັຍກຳລັງພິຈາຣະນາ ຢາປິ່ນປົວໂຣກສມອງເສື່ອມ ທີ່ຖືກຄົ້ນພົບໃໝ່ ແລະໄດ້ຖືກນຳໃຊ້ແລ້ວໃນຫຼາຍປະເທດ. ຯຕ່ລາຄາຂອງຢານີ້ແພງຫຼາຍ, ແຕ່ນັກວິຊາການກ່າວວ່າ ມັນກໍມີສາເຫດທີ່ລາຄາແພງ.

ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN 04.09.2024

ທຸກໆປີ, ນັກຮຽນທົ່ວອອສເຕຣເລັຍ ຈະສອບເສັງ NAPLAN, ຊຶ່ງວັດແທກ ຄວາມຊໍານານໃນການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy). ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ. ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.

How to protect your home from Australia’s common pests - ປົກປ້ອງເຮືອນຂອງທ່ານ ຈາກສັດແລະແມງຕ່າງໆ ໃນອອສເຕຣເລັຍ. 04.09.2024

Cold weather does not mean a pest-free home. Some pests, like termites, remain active all-year round and winter is peak season for mice and rats preferring your house instead of outdoors. Bed bugs and cockroaches are also on the list of invaders to look out for. Infestations have wide-ranging consequences, including hygiene risks and even home devaluation. Learn how to prevent, identify, and deal...

ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ. 27.08.2024

ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້. ແຕທາງ ຣັຖບານຍັງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງຜູ້ແທນຂອງພັກຕົນເອງ.

Embracing the wisdom of traditional Indigenous medicine - ຮັບເອົາພູມປັນຍາ ຂອງການປິ່ນປົວແບບດັ້ງເດີມຂອງຊາວພື້ນເມືອງ 27.08.2024

Understanding and respecting Indigenous knowledge of medicine may be the key to providing more holistic and culturally sensitive care in today's healthcare setting. - ການເຂົ້າໃຈ ແລະຄວາມເຄົາຣົບ ຄວາມຮູ້ດ້ານການແພດ ຂອງຊາວພື້ນເມືອງ ອາດເປັນຈຸດສໍາຄັນ ໃນການໃຫ້ການດູແລ ແບບຮອບດ້ານ ແລະມີຄວາມເຂົ້າໃຈ ທາງວັດທະນະທັມ ໃນການດູແລສຸຂະພາບ ໃນປະຈຸບັນ.

ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ. 27.08.2024

ນອກຈາກ ບາງປະເທດໃນ Africa ແລ້ວ, ຍັງ ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ. ອົງການອະນາມັຍໂລກ (World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.

ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO. 27.08.2024

ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ. ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.

ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ. 20.08.2024

ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025. ແຕ່ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າ ສນັບສນູນການຂຶ້ນຄ່າແຮງ ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.

Is your child being bullied at school or online? Key steps you need to take - ລູກຫຼານຂອງທ່ານ ຖືກກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫລືຢູ່ໃນອິນເຕີເນັດບໍ່? ຂັ້ນຕອນສໍາຄັນ ທີ່ທ່ານຕ້ອງເຮັດ. 20.08.2024

Experts say that dealing with bullying behaviours is never easy but always necessary, as the harm caused can impact children for years. To provide up-to-date advice on supporting a child experiencing bullying at school or online, we consult specialists in education, psychology, and cyberbullying response. - ຜູ້ຊ່ຽວຊານກ່າວວ່າ ການຮັບມືກັບພຶດຕິກັມ ການກັ່ນແກ້ງ(Bullying) ບໍ່ໄດ້ເປັນເລື່ອງງ່າຍ ແຕ່ຈໍາເປັນ...

ການບັງຄັບແຕ່ງງານ ແມ່ນຄະດີອາຍາ. 20.08.2024

ການບັງຄັບແຕ່ງງານ ແມ່ນເລື້ອງຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.ການແຕ່ງງານ ທີ່ຖືກຈັດໄວ້ (Arranged marriages), ແຕກຕ່າງຈາກການແຕ່ງງານທີ່ຖືກບັງຄັບ (Forced marriages) ຢ່າງຊັດເຈນ. ການບັງຄັບແຕ່ງງານ ແມ່ນຕອນທີ່ຄົນແຕ່ງງານ ເຮັດໂດຍບໍ່ ຍິນຍອມ ແລະບໍ່ມີອິດສຣະຢ່າງເຕັມທີ່.

ຄວາມສ່ຽງຂອງມະເຮັງຜິວຫນັງຢ່າງອື່ນ ທີ່ບໍ່ແມ່ນ Melanoma 20.08.2024

ແຕ່ເຖິງແມ່ນວ່າ Melanoma ຕາມປົກກະຕິແລ້ວ ເປັນໂຣກມະເຮັງຜິວຫນັງທີ່ຮ້າຍແຮງທີ່ສຸດ ໃນອອສເຕຣເລັຍກໍຕາມ ແຕ່ກໍຍັງມີໂຣກມະເຮັງຜິວຫນັງ ປະເພດຫນຶ່ງທີ່ບໍ່ແມ່ນ Melanoma ທີ່ເຮັດໃຫ້ເກີດຄວາມເປັນຫ່ວງ ຊຶ່ງເຮັດໃຫ້ມີການຕາຍ ສູງຂຶ້ນສອງເທົ່າ ໃນໄລຍະ 20 ປີຜ່ານມາ.

ການທົບທວນ ສັງຄົມຫຼາຍວັດທະນະທັມຂອງອອສເຕຣເລັຍ. 13.08.2024

ເມື່ອຫ້າສິບປີກ່ອນ, ຣັຖມົນຕີ ຂອງຣັຖບານພັກແຮງງານ ທ່ານ Al Grassby ໄດ້ຮຽກຮ້ອງໃຫ້ຊາວອອສເຕຣເລັຍ ໃຫ້ຮັບເອົາເອກກະລັກ ຂອງວັດທະນະທັມ ທີ່ນັບມື້ນັບເຕີບໂຕຂຶ້ນ. ບັດນີ້, ການທົບທວນຢ່າງກວ້າງຂວາງ ໄດ້ກວດສອບສະຖານະ ຂອງສັງຄົມຫຼາຍວັດທະນະທັມ ຂອງອອສເຕຣເລັຍ.

ວ່າດ້ວຍ ໂຣກຕັບອັກເສບ (Hepatitis) 13.08.2024

ໂຣກຕັບອັກເສບ (Hepatitis) ມີຫຼາຍປະເພດ. ບາງປະເພດສາມາດປິ່ນປົວໄດ້ ແຕ່ບາງປະເພດກໍຍັງບໍ່ມີວິທີປິນປົວເທື່ອ. ແຕ່ຜູ້ຊ່ຽວຊານແນະນຳໃຫ້ຜູ້ຄົນທຳການກວດ ເພາະ ໂຣກຕັບອັກເສບ (Hepatitis) ບາງປະເພດຈະບໍ່ມີອາການ. ມີຄຳແນະນຳຫຼາຍຢ່າງໃນວິທີທີ່ຈະຫຼີກເວັ້ນການຕິດໄວຣັສນີ້.

ການເພີ່ມຂຶ້ນ ຂອງລາຄາໄຟຟ້າ 13.08.2024

ການເພີ່ມຂຶ້ນຂອງລາຄາໄຟຟ້າໃນອອສເຕຣເລັຍ ຊຶ່ງ South Australia ໄດ້ເພີ່ມຂຶ້ນ 78 ເປີເຊັນ, New South Wales ສູງຂຶ້ນ 86ເປີເຊັນ, ໃນຂນະທີ່ Tasmania ແລະ Victoria ທັງສອງ ໄດ້ເພີ່ມຂຶ້ນ- 97ແລະ 99 ເປີເຊັນຕາມລໍາດັບ. ມີແຕ່ລາຄາຂອງ Queensland ເທົ່ານັ້ນ ທີ່ໄດ້ຫລຸດລົງ- 21 ເປີເຊັນ -ແມ່ນຄວາມຜິດປົກກະຕິ ທີ່ເກີດຈາກສະພາບອາກາດທີ່ອົບອຸ່ນ ແລະໄຟຟ້າດັບຫນ້ອຍລົງ ໃນເຄື່ອງສ້າງພະລັງງານ.

Understanding Australia’s legal system: laws, courts and accessing legal assistance - ທຳຄວາມເຂົ້າໃຈລະບົບກົດຫມາຍຂອງອອສເຕຣເລັຍ: ກົດຫມາຍ, ສານ ແລະ ການຊ່ວຍເຫຼືອທາງກົດຫມາຍ 13.08.2024

Are you familiar with Australia’s legal system? As a federation of six states and two territories, Australia has laws that apply nationally, as well as laws specific to each jurisdiction. Additionally, there are parallel structures of federal and state courts. Learn the basics of how the legal system works, from understanding Australian laws to accessing legal assistance. - ທ່ານຄຸ້ນເຄີຍກັບລະບົບກົດ...

ສັບປະດາຂອງການບໍຣິຈາກອາໄວຍະວະ. 06.08.2024

ໃນປັດຈຸບັນ ມີຊາວອອສເຕຣເລັຍປະມານ 1,800 ຄົນທີ່ກຳລັງລໍຖ້າ ການປ່ຽນອະໄວຍະວະ, ແລະອີກ 14,000 ຄົນກຳລັງຟອກໄຂ່ຫຼັງ ໃນການຮັກສາພາວະຫມາກໄຂ່ຫລັງລົ້ມເຫລວ. ຂໍ້ມູນຈາກ Donate Life ສະແດງໃຫ້ເຫັນວ່າ 4 ໃນ 5 ຄົນຂອງຊາວອອສເຕຣເລັຍ ສນັບສນູນການບໍຣິຈາກ, ແຕ່ມີພຽງແຕ່ ຫນຶ່ງໃນສາມ ເທົ່ານັ້ນ ທີ່ຈົດທະບຽນເປັນຜູ້ບໍຣິຈາກ.

Vaping: prevalence, risks, and helping your teenager quit - Vaping: ການແຜ່ລາມ, ຄວາມສ່ຽງ, ແລະການຊ່ວຍໃຫ້ລູກໄວລຸ້ນຂອງທ່ານເລີກສູບ 06.08.2024

Major regulatory changes in 2024 have brought about restricted access to vaping products in Australia. The crackdown on what is dubbed a “major public health issue” could lead to an increased number of teens seeking support to overcome the nicotine addiction, experts think. Learn about the health risks and ways to help young people in their quitting journey. - ການປ່ຽນແປງກົດລະບຽບທີ່ສໍາຄັນ ໃນປີ 2024...

Kamala Harris ແມ່ນໃຜ? 06.08.2024

Kamala Harris ແມ່ນໃຜແທ້? ລາວແມ່ນຜູ້ຍິງຊາວອັຟຣິກັນ/ອາເມຣິກັນ ແລະເອເຊັຍ ຄົນທໍາອິດ ທີ່ດຳຣົງຕຳແໜ່ງຮອງປະທານາທິບໍດີ ແລະຕອນນີ້ກຳລັງຈະລົງແຂ່ງຂັນຕຳແໜ່ງ ກັບ Donald Trump. ໄຊຊນະກໍຄື: ຕຳແໜ່ງປະທານາທິບໍດີອາເມຣິກາ. ຂ່າວ SBS ຈະມາເບິ່ງວ່າ Kamala Harris ນັ້ນແມ່ນໃຜແທ້ ແລະໂອກາດຂອງນາງ ໃນການເລືອກຕັ້ງເດືອນພະຈິກ ເປັນແນວໃດ.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.