RFA
ທັນເຫດການ ເມືອງລາວ
ຟັງຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະຊາຊົນເສັຽທີິ່ດິນ, ຂາດສິດທິມະນຸດ ຂັ້ນພື້ນຖານສາກົນ, ຂັດສົນບ່ອນທໍາມາຫາກິນ, ຊັພຍາກອນທັມມຊາດ ຖືກທຳລາຍ, ການໃຊ້ສານເຄມີ ເກີນຂອບເຂດ, ການສ້າງເຂື່ອນ, ອິດທິພົນຈີນເຂົ້າຄອບງໍາ, ການສໍ້ຣາສບັງຫຼວງ, ການຄ້າມະນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະຈາຍສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.
Mindenképp látogasd meg a podcast oldalát, és támogasd a készítőjét: www.rfa.org
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ການອູ້ມຫາຍຂ້າມຊາດ ຍັງແກ້ບໍ່ຕົກ. 02.10.2026 24:24
Episode 19: ການອູ້ມຫາຍ ຍັງເກີດຂຶ້ນຊໍ້າແລ້ວຊໍ້າອີກ ແລະ ເມື່ອມີບຸກຄົນຖືກອູ້ມຫາຍໂຕ...ເຈົ້າໜ້າທີ່ລາວ ຜູ້ທີ່ຕອບຄໍາ ຢູ່ເວທີສາກົນ ກໍກືນບໍ່ເຂົ້າຄາຍບໍ່ອອກ ຍ້ອນວ່າ ຜູ້ທີ່ເຮັດ ບໍ່ໄດ້ຕອບມາຕອບຄໍາຖາມສາກົນ ແຕ່ ຜູ້ທີ່ຕອບຄໍາຖາມສາກົນ ບໍ່ໄດ້ເປັນຜູ້ກະທໍາ Hosted on Acast. See acast.com/privacy for more information.
ຍ້ອນຫຍັງ ເຈົ້າໜ້າທີ່ບ້ານເມືອງບໍ່ດໍາເນີນການຫຍັງ ກໍລະນີຂໍ້ຂັດແຍ່ງ ຜູ້ປະກາດຕົນວ່າ ເປັນພະອະລິຍະເມດໄຕ 25.09.2026 13:19
Episode 18: ເກີດກະແສເລື່ອງດຣາມ້າ ລະຫວ່າງ ສູນປະຕິບັດທໍາຫຼັກ 38 ກັບ ອົງການພຸດທະສາດສະໜາສໍາພັນລາວ ຫຼື ອພສ ເນື່ອງຈາກວ່າ ຜູ້ກໍ່ຕັ້ງສູນ ປະກາດຕົນ ເປັນພະສີອະລິຍະເມດໄຕ ສ່ວນວ່າ ອພສ ເຫັນວ່າ ເປັນເລື່ອງອຸປະໂຫຼກຂຶ້ນ ແລະ ເຮັດໃຫ້ຄົນງົມງວຍ. Hosted on Acast. See acast.com/privacy for more information.
ເບື້ອງໜ້າ ລະເບື້ອງຫລັງ ການປັ່ນຄ່າເງິນ 18.09.2026 23:22
ແມ່ນໃຜຢູ່ເບື້ອງຫຼັງ ອາດີດເຈົ້າໜ້າທີ່ທະນາຄານແຫ່ງ ສປປ ລາວ 10 ຄົນ ທີ່ຖືກຕັດສິນຈໍາຄຸກ ຂໍ້ຫາສໍ້ລາດບັງຫລວງ ແລະ ປອກເງິນ, ແລ້ວ ທ່ານ ເຊື່ອບໍ່ວ່າ ມີແຕ່ຫົວໜ້າກົມເງິນຕາ ເປັນຫົວໂປ່ຜູ້ດຽວ. Hosted on Acast. See acast.com/privacy for more information.
ສາເຫດຫຼັກ ນັກຮຽນມັດທະຍົມປະລະການຮຽນ 11.09.2026 15:01
Episode 16 - ມີຄົນຕັ້ງຄໍາຖາມວ່າ ຈະຮຽນໄປເພື່ອຫຍັງ ຖ້າຮຽນໄປແລ້ວ ເສຍເງິນ ເສຍເວລາ ແຕ່ຈົບມາແລ້ວ ເງິນເດືອນພັດບໍ່ກຸ້ມກິນ. ນັ້ນຄືເຫດຜົນທີ່ມີນັກສຶກສາ ປະລະການຮຽນ ແຕ່ ໃນເວລາດຽວກັນ ມີກໍເປັນໂອກາດດີສໍາລັບ Hosted on Acast. See acast.com/privacy for more information.
ການຂຸດຄົນແຮ່ຫາຍາກ ທີ່ນັບມື້ ນັບສົ່ງຜົນກະທົບຕໍ່ປະຊາຊົນ ແຕ່ວ່າ ໂຄງການກໍຍັງສືບຕໍ່ 04.09.2026 17:24
Episode 15: ມີຄົນອຸປະມາກັນວ່າ ທີ່ດິນປຽບດັ່ງເນື້ອໜັງເຈົ້າຟ້າງຸ່ມ ບໍ່ແຮ່ປຽບດັ່ງ ກະດູກເຈົ້າຟ້າງຸ່ມ, ແຕ່ ປັດຈຸບັນ ກໍບໍ່ຕ່າງຫຍັງກັບ ການຂຸດປາດເອົາເນືອໜັງ ແລະ ຂຸດເອົາກະດູກເຈົ້າຟ້າງຸ່ມໄຟຂາຍນັ້ນເອງ. ການຂຸດຄົນແຮ່ຫາຍາກ ທີ່ນັບມື້ ນັບສົ່ງຜົນກະທົບຕໍ່ປະຊາຊົນ ແຕ່ວ່າ ໂຄງການກໍຍັງສືບຕໍ່ Hosted on Acast. See acast.com/privacy for more information.
ປະຊາຊົນແບກຫາບໜີ້ສິນເຄື່ອງຄ່າໄຟຟ້າ ໃຫ້ລັດຖະບານ 28.08.2026 20:46
Episode 14: ປະຊາຊົນຈ່າຍຄ່າໄຟແພງຂຶ້ນທຸກມື້, ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຕ່າງປະເທດປະມານ 4 ຕື້ ໂດລາ ໃນຂະນະທີ່ສໍານັກງານຫ້ອງການຂອງລັດ ກໍຕິດໜີຄ່າໄຟແລະບໍ່ສາມາດຈ່າຍໜີ້ໄດ້, ແຕ່ ປະຊາຊົນ ເປັນຜູ້ແບກຫາບພາບລະຄ່າໃຊ້. Hosted on Acast. See acast.com/privacy for more information.
ແນວທາງການເມືອງໃນລາວຈະເປັນແນວໃດ. 21.08.2026 10:33
Episode 13: ຈັບຕາ-ຊອມເບິ່ງ ແນວທາງການເມືອງໃນລາວ ຈະເປັນແນວໃດ ຫຼັງຈາກ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ເສຍຊີວິດໄປ ໃຜຈະຢູ່ ໃຜຈະໄປ. Hosted on Acast. See acast.com/privacy for more information.
ລັດຖະບານ ຈະໃຫ້ຊາວບ້ານມີສ່ວນຮ່ວມໃນການກວດສອບໂຄງການບໍ່ແຮ່ໄດ້ແທ້ ຫຼື ບໍ່. 14.08.2026 18:46
Episode 12: ລັດຖະບານວ່າ ຈະແປຮູບແຮ່ທາດກ່ອນສົ່ງອອກ ຄ້າຍໆ ຄືກັບຄໍາສັ່ງການປຸງແຕ່ງໄມ້ກ່ອນສົ່ງອອກ ແຕ່ ບັດຈຸບັນນີ້ ມີການແປຮູບໄມ້ກ່ອນສົ່ງອອກແລ້ວຫຼືຍັງ Hosted on Acast. See acast.com/privacy for more information.
ເປັນຫຍັງສວນສາທາລະນະແຄມຂອງນະຄອນປາກເຊຈຶ່ງເປັນຂອງເອກະຊົນ 07.08.2026 16:41
Episode 11: ເບື້ອງໜ້າ ເບື້ອງຫລັງ ກັບຂໍ້ສົງໄສວ່າ ເປັນຫຍັງສວນສາທາລະນະແຄມຂອງນະຄອນປາກເຊ ມອບໃຫ້ເອກະຊົນເຂົ້າໄປສໍາປະທານ ຫຼັງຈາກທີ່ມີເລື່ອງດຼ່າມ້າ ກັນລະຫວ່າງ ອິນຟູລາວ ແລະ ພະນັກງານຄົນຫວຽດນາມ. Hosted on Acast. See acast.com/privacy for more information.
ພົບການຄ້າອະໄວຍະວະມະນຸດຢູ່ລາວ 31.07.2026 15:01
Episode 10: ເປີດໂປງຂະບວນການຄ້າຂາຍ ປູກຖ່າຍອະໄວຍະວະມະນຸດ ຂ້າມຊາດ ຢູ່ລາວ ໂດຍ ແພດຊາວຈີນ. ໄດ້ມີການຂຸດຄົ້ນລາຍງານ ເຖິງຄວາມຕ້ອງການອະໄວຍະວະເພີ່ມຂຶ້ນ ແຕ່ວ່າ ຢູ່ຈີນ ແລະ ໄຕ້ຫວັນ ກົດໝາຍເຄັ່ງຄັດ ສະນັ້ນ ຂະບວນການດັ່ງກ່າວ ຈຶ່ງຫັນມາໃຊ້ປະເທດລາວແທນ ຍ້ອນວ່າ ການປັບຄັບໃຊ້ກົດໝາຍອ່ອນແອ. Hosted on Acast. See acast.com/privacy for more information.
ລັດຖະບານ ບໍ່ສາມາດປະກາດພົ້ນທຸກປີ 2026 24.07.2026 18:08
Episode 9: ລັດຖະບານ ບໍ່ສາມາດປະກາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ ໃນປີ 2026 ເຫດຜົນຫຼັກຄືຫຍັງ ແລະ ໄດ້ເລື່ອນອອກໄປ ປີ 2030. ນັບແຕ່ປີ 2020 ເປັນຕົ້ນມາ ລັດຖະບານລາວ ໄດ້ເລື່ອນການປະກາດພົ້ນທຸກໄປແລ້ວ 3 ຄັ້ງ ຍ້ອນວ່າ ບໍ່ສາມາດລຶບລ້າງຄວາມທຸກຍາກໄດ້ໝົດ. Hosted on Acast. See acast.com/privacy for more information.
ເບື້ອງໜ້າ ເບື້ອງຫຼັງ ທີ່ໄປ ທີ່ມາ ການປາບ ສໍ້ລາດບັງຫຼວງ ໃນລາວ. ເປັນຫຍັງ ທ່ານ ທອງລຸນ ສີສຸລິດ ຈຶ່ງເນັ້ນດໍາເນີນການປາບປາມ ສໍ້ລາດບັງຫຼວງ ໃນຊ້ວງນີ້. 17.07.2026 19:29
Episode 8: ເບື້ອງໜ້າ ເບື້ອງຫຼັງ ທີ່ໄປ ທີ່ມາ ການປາບ ສໍ້ລາດບັງຫຼວງ ໃນລາວ. ເປັນຫຍັງ ທ່ານ ທອງລຸນ ສີສຸລິດ ຈຶ່ງເນັ້ນດໍາເນີນການປາບປາມ ສໍ້ລາດບັງຫຼວງ ໃນຊ້ວງນີ້. Hosted on Acast. See acast.com/privacy for more information.
ຄົນລາວ ຫຼື ປະເທດລາວ ຈະໄດ້ຫຍັງ ເສຍຫຍັງ ຈາກທາງລົດໄຟລາວ-ຫວຽດ ມູນຄ່າ 6.6 ຕື້ ໂດລາ. ໂຄການດັ່ງກ່າວ ມູນຄ່າຫຼາຍກວ່າ ໂຄງການທາງລົດໄຟລາວຈີນ 6 ຕື້ໂດລາ. 10.07.2026 20:56
Episode 7: ຄົນລາວ ຫຼື ປະເທດລາວ ຈະໄດ້ຫຍັງ ເສຍຫຍັງ ຈາກທາງລົດໄຟລາວ-ຫວຽດ ມູນຄ່າ 6.6 ຕື້ ໂດລາ. ໂຄການດັ່ງກ່າວ ມູນຄ່າຫຼາຍກວ່າ ໂຄງການທາງລົດໄຟລາວຈີນ 6 ຕື້ໂດລາ. Hosted on Acast. See acast.com/privacy for more information.
ເຂົ້າໜຽວໝາກມ່ວງ ເປັນຂອງລາວ ຫຼື ຂອງໄທ ກັນແທ້? 03.07.2026 10:14
Episode 6: ເຂົ້າໜຽວໝາກມ່ວງ ເປັນຂອງລາວ ຫຼື ຂອງໄທ ກັນແທ້? Hosted on Acast. See acast.com/privacy for more information.
ສໍາພາດ ດຣ. ບຸນທອນ ຈັນທະລະວົງ ວີເຊີ, ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ (ຕອນທີ 2) 26.06.2026 12:15
Episode 5: ສໍາພາດ ດຣ. ບຸນທອນ ຈັນທະລະວົງ ວີເຊີ, ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນ ລາວ (ຕອນທີ 2) Hosted on Acast. See acast.com/privacy for more information.
ເຈາະລຶກ! ດຣ. ບຸນທອນ ໄຂຂໍ້ຂ້ອງໃຈ: ເຄື່ອນໄຫວການເມືອງ, ເລື່ອງທຶນການສຶກສາ ແລະ ການວິພາກວິຈານລັດຖະບານ 19.06.2026 12:06
Episode 4: ການສໍາພາດ ດຣ ຈັນທະລາວົງ ວີເຊີ ນັກເຄື່ອນໄຫວດ້ານການເມືອງໃນລາວ ຫຼື ປະທານພັນທະມິີດປະຊາທິປະໄຕໃນລາວ ມານໍາສະເໜີ ທ່ານ. ໂດຍສະເພາະ ປະເດັນບັນ ເປັນຫຍັງ ດຣ ບຸນທອນ ໄດ້ທຶນໄປຮຽນຕໍ່ຕ່າງປະເທດ ແຕ່ ມາວິພາກ ວິຈານ ລັດຖະບານ. Hosted on Acast. See acast.com/privacy for more information.
ວິດກິດສິ່ງແວດລ້ອມ, ໄມ້ເຖື່ອນຕຸ້ມລານ ແລະ ຈີນ ຫວຽດ ລັກຂຸດຄໍາເຂດຫວງຫ້າມ 12.06.2026 6:23
Episode 3: ວິດກິດສິ່ງແວດລ້ອມ, ໄມ້ເຖື່ອນຕຸ້ມລານ ແລະ ຈີນ ຫວຽດ ລັກຂຸດຄໍາເຂດຫວງຫ້າມ Hosted on Acast. See acast.com/privacy for more information.
ມົນລະພິດເຜົາຖ່ານຈີນ, ວາທະກໍາເອົາເຈຍໃນຖໍ້າ ແລະ ຊາວສາລະວັນເສຍດິນໃຫ້ຈີນ 05.06.2026 8:20
Episode 2: ມົນລະພິດເຜົາຖ່ານຈີນ, ວາທະກໍາເອົາເຈຍໃນຖໍ້າ ແລະ ຊາວສາລະວັນເສຍດິນໃຫ້ຈີນ Hosted on Acast. See acast.com/privacy for more information.
ຊ່ວຍ 5 ຄົນຕິດຖໍ້າ, ສື່ໃຫຍ່ຕີຂ່າວຄົນຕິດຖໍ້າ ແລະ ຢຶດເຄື້ອງຂຸດຄໍາ. 29.05.2026 9:18
Episode 1: ຊ່ວຍ 5 ຄົນຕິດຖໍ້າ, ສື່ໃຫຍ່ຕີຂ່າວຄົນຕິດຖໍ້າ ແລະ ຢຶດເຄື້ອງຂຸດຄໍາ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 17.03.2025 16:33
1. ຄະນະບໍລິຫານງານສູນກາງ ພັກປະຊາຊົນປະຕິວັດລາວ ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍການລວມກະຊວງເຂົ້າກັນ. 2. ນາຍົກລັດຖະມົນຕີ ອອກແຈ້ງການ ໃຫ້ຍຸດຕິ ການອອກໃບອະນຸຍາດ ຂຸດຄົ້ນແຮ່ຄໍາຕົກຂ້ອນ ໃນທົ່ວປະເທດ. 3. ກອງປະຊຸມສະໄໜວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ໄຂຂຶ້ນ ຖ້າມກາງຫຼາຍບັນຫາຫຍຸ້ງຍາກ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.03.2025 16:22
1. ຊາວນະຄອນຫຼວງວຽງຈັນ ປະສົບບັນຫາ ນໍ້າປະປາບໍ່ພຽງພໍ ຕໍ່ຄວາມຕ້ອງການ. 2. ຄົນຂັບລົດບັນທຸກຈໍານວນນຶ່ງ ທີ່ໃຊ້ເສັ້ນທາງ 16 E ຢູ່ແຂວງຈໍາປາສັກ ຍ້ອນບໍລິສັດເອກກະຊົນ ເກັບຄ່າຜ່ານທາງຫຼາຍ. 3. ຢາບ້າ ແລະຢາໄອສ ຈໍານວນມະຫາສານ ຈາກມຽນມາ ເລັດລອດເຂົ້າມາລາວ ເພື່ອເປັນທາງຜ່ານ ໄປປະເທດໄທ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 13.03.2025 17:33
1. ແຂວງຫົວພັນ ໄດ້ຮັບຄໍາແນະນໍາ ໃນການແກ້ໄຂ ບັນຫາຄົນງານ. 2. ຄົນຂັບລົດ ຂອງແອັບພິເຄຊັ້ນ InDrive ລວນລາມຜູ້ໂດຍສານ. 3. “ວັນສາກົນຕ້ານການສ້າງເຂື່ອນ” ຜູ້ນໍາລາວຄາດວ່າ ລາວຈະກາຍເປັນໝໍ້ໄຟ ຂອງເອເຊັຽຕາເວັນອອກສ່ຽງໃຕ້ ໃນປີ 2030. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 13.03.2025 17:24
1. ການກວດພົບ ໄມໂຄຣປລາສຕິກ ຢູ່ ສາຍນ້ຳຄານ ຈຳນວນຫຼາຍ ແຕ່ທາງການຍັງບໍ່ທັນມີແຜນ ແກ້ໄຂຈິງຈັງ ຍ້ອນ ຍັງບໍ່ມີງົບປະມານສະເພາະ. 2. ບໍລີສັດລັດວິສາຫະກິດ ພາວເວີ ໄຊນາ ຂອງຈີນ ຟ້ອງລັດວິສາຫະກິດໄຟຟ້າລາວ ທີ່ເປັນໜີ້ 555 ລ້ານໂດລາ. 3. ຊາວລາວ ພະຍາຍາມຂົນຢາແກ້ໄອປອມ 1,500 ຂວດ ຂ້າມດ່ານສາກົນຂົວມິດຕະພາບແຫ່ງທີ 2 ແລະ ຫລົບໜີການຈັບກຸມ ໄປໄດ້. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.03.2025 16:19
1. ຄົນລາວ 6 ຄົນ ທີ່ຖືກຊ່ວຍເຫຼືອ ອອກຈາກສູນສະແກມເມີຢູ່ມຽນມາ ຜ່ານໄທນັ້ນ ໄດ້ຖືກສົ່ງກັບລາວແລ້ວ. 2. ບໍລິສັດ ຂອງນັກລົງທຶນຈີນ ແລະ ຫວຽດນາມ ໃນແຂວງຫົວພັນ ສ່ວນຫລາຍແມ່ນນໍາເຂົ້າແຮງງານ ຂອງປະເທດຕົນເອງ ເຂົ້າມາເຮັດວຽກ ກາຍກວ່າ ຈໍານວນທີ່ກົດໝາຍແຮງງານກໍານົດ. 3. ກະທ້ອມ ຖືກນໍາໃຊ້ກັນຢ່າງແພ່ຫຼາຍ ໃນໝູ່ຊາວໜຸ່ມລາວ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 10.03.2025 16:49
1. ນັກລົງທຶນຈີນ ສໍາປະທານສູນຂໍ້ມູນຂ່າວສານ ການທ່ອງທ່ຽວ ແຂວງຫຼວງພຣະບາງ ເພື່ອເປີດຮ້ານອາຫານຈີນ. 2. ບໍລິສັດຈີນ ໄດ້ຮັບສໍາປະທານຂຸດຄົ້ນ ແລະປຸງແຕ່ງຫີນອ່ອນມາໂບ້ ໃນກໍານົດ 5 ປີ ຢູ່ແຂວງຄໍາມ່ວນ. 3. ການຖິ້ມຂີ້ເຫຍື້ອຊະຊາຍ ກາຍເປັນບັນຫາໃຫຍ່ ໃນລາວ. Hosted on Acast. See acast.com/privacy for more information.
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.