RFA

ທັນເຫດການ ເມືອງລາວ

News LO ↓ 170 epizód

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.

Mindenképp látogasd meg a podcast oldalát, és támogasd a készítőjét: www.rfa.org

Szerző

RFA

Kategória

News

A podcast weboldala

www.rfa.org

Legutóbbi epizód

2026. okt. 2.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.03.2025

1. ຄົນງານຈີນ 5 ຄົນ ຖືກຕໍາຫຼວດເອົາໄປ ປກສ ເມືອງ ຫຼັງໄດ້ບຸກລຸກເຂົ້າໄປວັດແທກ ເພື່ອສໍາຫຼວດບໍ່ແຮ່ ໃນເຂດບ້ານປະຊາຊົນ ຢູ່ແຂວງສະຫວັນນະເຂດ. 2. ຕໍາຫຼວດນາຍໜຶ່ງ ຢູ່ແຂວງຫຼວງນໍ້າທາ ຖືກຈັບ ຍ້ອນຮ່ວມມື ກັບແກ້ງລັກລົດຈັກ. 3. ຊາວນະຄອນຫຼວງວຽງຈັນ ຈໍານວນບໍ່ໜ້ອຍ ເດືອດຮ້ອນ ຍ້ອນ ກິ່ນເໝັນຂີ້ເຫຍື້ອ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.03.2025

1. ນະໂຍບາຍຮຽນຟຣີ ຂອງໂຮງຮຽນລັດ ພາກ 2: ພໍ່ແມ່ຜູ້ປົກຄອງ, ໂຮງຮຽນ ແລະບ້ານ ສ້າງບ່ອນພັກໃຫ້ນັກຮຽນ ໃນສະພາບປະຖົມປະຖານ. 2. ພື້ນທີ່ດິນ ຢູ່ໃກ້ກັບກຸ່ມບ້ານບຸ່ນ ສະຫງວນໄວ້ ເປັນສະໜາມຊ້ອມຮົບ. 3. ສະໜາມບິນທົ່ງໄຫຫິນ ແຂວງຊຽງຂວາງ ຈະເປີດໃຫ້ບໍລິການ ໃນເດືອນມິຖຸນາ 2025 ນີ້. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.03.2025

1.  ລາຄາມັນຕົ້ນຢູ່ລາວຍັງຕົກຕໍ່າລົງ ເຮັດໃຫ້ຊາວສວນຍອມແພ້. 2.  ເຈົ້າໜ້າທີ່ ຍັງບໍ່ຊີ້ແຈ້ງສາເຫດດິນຍຸບ ຢູ່ແຂວງຄໍາມ່ວນ. 3.  ປະຊາຊົນ ຢູ່ແຂວງອຸດົມໄຊ ຈໍານວນໜຶ່ງ ປະຕິເສດຄ່າຊົດເຊີຍ ຈາກເຈົ້າຂອງໂຄງການພະລັງງານສີຂຽວ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 04.03.2025

1.  ນະໂຍບາຍຮຽນຟຣີ ໂຮງຮຽນລັດ: ການສຶກສາສາຍສາມັນ ເລີ່ມຕັ້ງແຕ່ຊັ້ນປະຖົມ ເຖິງມັດທະຍົມ ບໍ່ເສຍຄ່າຮຽນ. 2.  ໄຟໄໝ້ສະໜາມຂີ້ເຫຍື້ອ ເຮັດໃຫ້ເກີດຄວັນ, ກິ່ນຂິວໄປທົ່ວ ເຮັດໃຫ້ຊາວບ້ານ ຮູ້ສຶກບໍ່ສະບາຍ ແລະນອນບໍ່ໄດ້. 3.  ໂຈະການອອກໃບອະນຸຍາດ ຊື້-ຂາຍແຮ່ທາດ ແລະຜະລິດຕະພັນແຮ່ທາດ ຍ້ອນ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມຢ່າງໜັກ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.03.2025

1.  ໄຟຟ້າລາວ ຮັບວ່າ ອຸປະກອນໄຟຟ້າ ທີ່ບໍ່ໄດ້ບໍາລຸງຮັກສາ ຢູ່ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດໄຟໄໝ້, ຊັບສິນຂອງປະຊາຊົນ ເສຍຫາຍຢູ່ຫຼາຍບ່ອນ. 2.  ລັດຖະບານລາວ ຈະປັບຂຶ້ນລາຄາໄຟຟ້າໃໝ່ ເລີ່ມແຕ່ເດືອນມີນາ 2025 ເປັນຕົ້ນໄປ. 3.  ແຂວງອັດຕະປື ລົງວິໄນພະນັກງານ ພັກ-ລັດ 23 ຄົນ ຖານສໍ້ລາດບັງຫຼວງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.02.2025

1.  ແມ່ຍິງລາວ 4 ຄົນ ຖືກຈັບ ຢູ່ໄທ ໃນຂໍ້ຫາ ບໍ່ມີໃບອະນຸຍາດ ເຮັດວຽກ. 2.  ສື່ມວນຊົນລາວ ຢູ່ໃນອັນດັບ 153 ໃນ 180 ປະເທດ ທົ່ວໂລກ. 3.  ລາວ ແລະ ຈີນ ເລີ່ມກໍ່ສ້າງ ໂຄງການສາຍສົ່ງໄຟຟ້າ 500 ກິໂລໂວ່ນ ຢູ່ແຂວງອຸດົມໄຊ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.02.2025

1. ທາງການລາວ ອອກຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງບັນຊີເງິນຝາກ ເງິນຕາຕ່າງປະເທດ ໂດຍກໍານົດຄ່າທໍານຽມໃນການໂອນເງິນ. 2. ທາງການ ຫ້າມບໍ່ໃຫ້ລົດຕູ້ ແລ່ນຮັບ-ສົ່ງ ຜູ້ໂດຍສານ ໃນເຂດເມືອງມໍລະດົກໂລກ. 3. ເປັນເລື່ອງຖົກຖຽງກັນ ທີ່ທາງການ ໃຫ້ບໍລິສັດເອກກະຊົນ ສໍາປະທານສ້າງຫໍພັກນັກສຶກສາ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 26.02.2025

1. ຊາວບ້ານຫຼາຍບ້ານ ຢູ່ເມືອງຫມື່ນ ແຂວງວຽງຈັນ ຍັງໄດ້ຮັບຜົນກະທົບ ຈາກການຂຸດຄຳຕົກຂ້ອນ ເຮັດໃຫ້ສາຍນ້ຳຮອນ ມີສະພາບເປື້ອນຂຸ່ນ ໃຊ້ນ້ຳບໍ່ໄດ້. 2. ທາງການລາວ ຕິດຕາມພວກສໍ້ໂກງຊັບ ທາງໂທລະຄົມຢ່າງໃກ້ຊິດ ບໍ່ໃຫ້ກັບມາລາວ ຫຼັງຈາກສູນກາງຂອງພວກເຂົາຢູ່ມຽນມາ ຖືກລົບກວນ. 3. ເຫດການໄຟໄໝ້ ແລະລະເບີດ ຢູ່ຮ້ານຂາຍອາໄຫຼ່ລົດຂອງຊາວຈີນ ກະທົບເຮືອນປະຊາຊົນ 142 ຫຼັງຄາເຮືອນ, ມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານຢວນ. Hosted on Acast. Se...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 25.02.2025

1.  ໂຮງງານຜະລິດແປ້ງມັນຕົ້ນຂອງຫວຽດນາມ ປ່ອຍນໍ້າເສຍລົງຫ້ວຍນໍ້າທຽບ ແຂວງບໍລິຄໍາໄຊ ເຮັດໃຫ້ປະຊາຊົນໄດ້ຮັບຜົນກະທົບຮຸນແຮງ. 2.  ກວດພົບໝູຕິດເຊື້ອອະຫິວາ ໝູອາຟຣິກາ 78 ໂຕ ຢູ່ບ້ານວັງໄຮ ເມືອງທ່າໂທມ ແຂວງໄຊສົມບູນ ພ້ອມດຳເນີນການທຳລາຍຖິ້ມແລ້ວ. 3.  ປະຊາຊົນລາວ ບໍ່ສົນໃຈນໍາເລື່ອງການປັບປຸງ ລັດຖະທໍາມະນູນ ຍ້ອນເຊື່ອວ່າແກ້ໄຂໄປແລ້ວ ກໍຈະບໍ່ມີຜົນປະໂຫຽດຫຍັງ. Hosted on Acast. See acast.com/privacy for more information...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 24.02.2025

1.  ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ເຕືອນປະຊາຊົນ ໃຫ້ລະວັງ 5 ຮູບການ ຂອງມິດສາຊີບ ທີ່ໃຊ້ຫຼອກລວງ ຜ່ານອອນລາຍ. 2.  ຄົນທ້ອງຖິ່ນ ຢູ່ແຂວງສະຫວັນນະເຂດ ກັງວົນເລື່ອງຄວາມປອດໄພຂອງຄຸກ. 3.  ຊາວບ້ານ ບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຮ້ອງທຸກ ເພາະໄດ້ຮັບຜົນກະທົບ ຈາກໂຮງງານຫລອມໂລຫະ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 22.02.2025

1. ນາຍໜ້າ ໃຊ້ວິທີ ໃຫ້ຄ່າຕອບແທນສູງ ເພື່ອລໍ້ເອົາແມ່ຍິງ-ເຍົາວະຊົນຍິງລາວ ໄປແຕ່ງດອງກັບຄົນຈີນ. 2. ປະຊາຊົນລາວ ເຊື່ອວ່າ ການສໍ້ລາດບັງຫຼວງຢູ່ລາວ ທີ່ມີມາຫຼາຍສິບປີນັ້ນ ຈະບໍ່ໝົດໄປຈັກເທື່ອ. 3. ນາຍົກ ລັດຖະມົນຕີ ລາວ -ໄທ ຫາລືຄວາມຮ່ວມມື ປາບປາມ ແກ້ງຄອລເຊັນເຕີ້. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.02.2025

1 . ໄຕ້ຫວັນ ຈັດໃຫ້ລາວ ເປັນປະເທດປາຍທາງ ທີ່ມີຄວາມສ່ຽງສູງ ຕໍ່ການເປັນແຫຼ່ງຂອງແກ້ງຄອນເຊັນເຕີ ສໍາລັບ ນັກທ່ອງທ່ຽວໃນອາຊຽນ. 2 . ພາຍຫຼັງທີ່ ລັດຖະບານໄທ ຕັດໄຟຟ້າທີ່ສົ່ງໄປມຽນມາ ເຮັດໃຫ້ມີແມ່ຍິງລາວ 3 ຄົນ ໜີເຂົ້າປະເທດໄທ ແລະ ຖືກຈັບ. 3 . ທາງການລາວ ເອົາທະຫານ ມາຝຶກອົບຮົມເປັນຄູ ໂດຍເລີ້ມຢູ່ ແຂວງສະຫວັນນະເຂດ ພາຍຫຼັງ ລາວຂາດແຄນຄູຫຼາຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 19.02.2025

1. 1 ປີ ຜ່ານມາ ທາງການລາວ ສົ່ງເສີມຄົນງານລາວ ໃຫ້ມີວຽກງານເຮັດ ຢູ່ພາຍໃນປະເທດ ໄດ້ 26,000 ປາຍຄົນ ແຕ່ຍັງບໍ່ພຽງພໍ ຕໍ່ຄວາມຕ້ອງການ ທີ່ໃນຈຳນວນ 2,600 ຫົວໜ່ວຍ ຕ້ອງການແຮງງານລາວ ຈຳນວນ 153,315 ຄົນ. 2.  ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກຮ້ານຂາຍເຄື່ອງຂອງຈີນ ລະເບີດ ໃຊ້ເງິນຂອງຕົນເອງ ສ້ອມແປງເຮືອນທີ່ເພພັງ. 3. ໂຄງການ ພັດທະນາ ເຂດເສດຖະກິດໃໝ່ ສີທັນດອນ ຍັງສືບຕໍ່ ຢຸດປະໂຄງການໄວ້ ຊົ່ວຄາວ. Hosted on Acast. See acast.com/pr...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 18.02.2025

1.  ທາງການລາວ ກວດສອບສາຍອິນເຕີເນັດ ຢູ່ຂົວມິດຕະພາບລາວ-ໄທແຫ່ງທີ 1 ຫຼັງລັດຖະບານໄທ ຕັດໄຟ ຕັດອິນເຕີເນັດ ໃຫ້ສູນສໍ້ໂກງຊັບ ທາງໂທລະຄົມ ຢູ່ມຽນມາ. 2.  ທາງການແຂວງອຸດົມໄຊ ກຳລັງສືບຫາ ຕຳແໜ່ງທີ່ມາ ຂອງທາດລະເບີດ ແລະໝາກຟ່າ ທີ່ພົບຢູ່ຮ້ານ ຂາຍອະໄຫຼ່ລົດ ຂອງຊາວຈີນ ທີ່ເກີດເຫດໄຟໄຫມ້ ແລະລະເບີດຮຸນແຮງ. 3.  ຕໍາຫຼວດລາວ ກໍາລັງສືບສວນ ສອບສວນຫາມືປືນໄທ ທີ່ຍິງຄົນລາວເສຍຊີວິດ ຢູ່ໜ້າຮ້ານບັນເທີງ ເທັກທ່ຽນກົ່ງ ທີ່ນະຄອນຫຼວງວຽງ...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.02.2025

1. ການຊົດເຊີຍໃຫ້ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກໂຄງການເຂື່ອນຫຼວງພຣະບາງ ຍັງຫຼ້າຊ້າ. 2. ລາວ ເປັນປະເທດ ອັນດັບນຶ່ງ ທີ່ປະຊາກອນດື່ມເຫຼົ້າ ຫຼາຍທີ່ສຸດ ໃນເອເຊຽຕາເວັນອອກສ່ຽງໃຕ້. 3. ມີການໂຄສະນາ ຮັບຈ້າງໂອນເງິນ ຜ່ານບັນຊີມ້າຈໍານວນຫຼາຍ ຜ່ານສື່ສັງຄົມອອນລາຍ ແບບບໍ່ຢ້ານຕໍ່ກົດໝາຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 13.02.2025

1. ທາງການລາວຮູ້ ວ່າຊາວລາວຜູ້ເຄາະຮ້າຍ 6 ຄົນ ໄດ້ຖືກຊ່ວຍອອກຈາກສູນສະແກມເມີ ຢູ່ມຽນມາ ແລະຈະຊ່ວຍ ໃຫ້ໄດ້ກັບບ້ານ. 2. ການແຕ່ງດອງແບບແອບແຝງ ເປັນຊ່ອງວ່າງໃຫ້ຄົນກາງ ພາແມ່ຍິງລາວໄປຈີນ. 3. ທາງດ່ວນ ແຕ່ ແຂວງອຸດົມໄຊ ຫາ ບໍ່ເຕັນ ຈະສົ່ງຜົນກະທົບໃສ່ປະຊາຊົນ 89 ຄອບຄົວ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 13.02.2025

1.  ຊ່າງພາບອິດສະລະ ທີ່ຖ່າຍຮູບຢູ່ສະຖານທີ່ທ່ອງທ່ຽວ ໃນນະຄອນຫຼວງພະບາງ ຕ້ອງໄດ້ມີໃບອະນຸຍາດ ດຳເນີນການ ແລະ ເສຍຄ່າທຳນຽມໃຫ້ທາງການ. 2.  ຄະດີອາດຊະຍາກໍາຢູ່ລາວ ປີ 2024 ມີເຖິງ 8,000 ປາຍເລື່ອງ ໃນຂະນະທີ່ປະຊາຊົນເວົ້າວ່າ ເຈົ້າໜ້າທີ່ເຮັດວຽກຊັກຊ້າ. 3.  ດັດຊະນີ ການຮັບຮູ້ ການສໍ້ລາດບັງຫຼວງຂອງລາວ ດີຂຶ້ນຈາກອັນດັບ 136 ໃນປີ 2023 ມາຢູ່ອັນດັບ 114 ໃນປີ 2024, ແຕ່ຄວາມເຂັ້ມງວດຂອງການນໍາ ແຕ່ລະທ້ອງຖິ່ນ ກໍຍັງຂາດການ...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.02.2025

1. ການທ່ອງທ່ຽວລາວ ຢູ່ແຂວງຫຼວງພຣະບາງ ກໍາລັງດີ້ນຮົນ ຍ້ອນບໍລິສັດທ່ອງທ່ຽວຈີນ ເຂົ້າມາຈັບຈອງເອົານັກທ່ອງທ່ຽວຈີນ. 2. ຊາວບ້ານ ຢູ່ນະຄອນຫລວງວຽງຈັນ ຍັງສ້າງສິ່ງປຸກສ້າງ ເທີບເງີບ ກວມເອົາ ເຂດສະຫງວນ ເສັ້ນທາງ ເຮັດໃຫ້ທາງການ ໄດ້ແຈ້ງເຕືອນອີກ ເພື່ອໃຫ້ຮື້ ຖອນ. 3. ການລົງທຶນຢູ່ແຂວງອຸດົມໄຊ ຫຼາຍກວ່າ 75% ແມ່ນຂອງນັກທຸລະກິດຈີນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 10.02.2025

1. ແມ່ຍິງລາວ ຜູ້ຕົກເປັນເຫຍື່ອ ເປີດເຜີຍຂະບວນການ, ລາຍລະອຽດ ກ່ຽວກັບການແຕ່ງດອງ ກັບຜູ້ຊາຍຈີນ. 2. ລັດວິສາຫະກິດໄຟຟ້າລາວ ຊີ້ແຈ້ງວ່າ ລາວສະໜອງໄຟຟ້າ ໃຫ້ກຸ່ມຄອນເຊັນເຕີ ຢູ່ມຽນມາ ຫຼືບໍ່? 3. ຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນຄໍາຕົກຂ້ອນ ຖືກຂົ່ມຂູ່. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.02.2025

1. ບາງບໍລິສັດ ຂຸດຄົ້ນຖ່ານຫີນ ຂອງຈີນ ຢູ່ພາກໃຕ້ຂອງລາວ ຫຼຸດຄົນງານລົງຫຼາຍ. 2. ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບຕໍ່ກິໂລ. 3. ດິນ ທີ່ທາງການລາວ ມອບໃຫ້ນັກລົງທຶນສໍາປະທານ 1 ລ້ານປາຍເຮັກຕາ, ແຕ່ໄດ້ຮັບການພັດທະນາ ບໍ່ເຖິງຮອດເຄິ່ງນຶ່ງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.02.2025

1.  ທາງການ ເມືອງວັງວຽງ ຍັງບໍ່ທັນເປີດເຜີຍຄວາມຄືບຫນ້າ ການສືບສວນ-ສອບສວນ ກໍລະນີ ນັກທ່ອງທ່ຽວ ເສຍຊີວິດ ຍ້ອນເຄື່ອງດື່ມທາດເຫລົ້າ. 2.  ເຈົ້າໜ້າທີ່ທາງການລາວ ທໍາລາຍສວນຝິ່ນຂອງຊາວບ້ານ ທີ່ລັກປູກຢູ່ແຂວງບໍ່ແກ້ວ ແລະແຂວງຫົວພັນ. 3. ທາງການລາວ ຍັງຂາຍໄຟຟ້າໃຫ້ພະມ້າຕາມປົກກະຕິ ແລະ ຍັງບໍ່ມີການຂໍຊື້ໄຟຟ້າເພິ່ມຈາກພະມ້າ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.02.2025

1.  ຄົນຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຖືກຂ້າຊິງຊັບ ເຮັດໃຫ້ທັງຄົນຂັບລົດ ແລະປະຊາຊົນຢ້ານກົວ, ລະວັງຂື້ນຕື່ມ. 2.  ແມ່ຍິງລາວ ຢາກຫຼຸດພົ້ນຈາກຄວາມທຸກຍາກ ຈຶ່ງຕັດສິນໃຈ ເຂົ້າສູ່ຂະບວນການ ສິດ ເດັກຫຼອດແກ້ວ ສຳລັບຖືພາໃຫ້ຄົນຈີນ ເພື່ອແລກກັບຄ່າຈ້າງທີ່ສູງ. 3.  ນະຄອນຫຼວງວຽງຈັນສັ່ງໃຫ້ເຝົ້າລະວັງ ການລະບາດຂອງພະຍາດທາງລະບົບຫາຍໃຈ ຊະນິດໄຂ້ຫວັດໃຫຍ່ ແລະປອດອັກເສບ. Hosted on Acast. See acast.com/privac...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 05.02.2025

1. ທ່່ານໝໍ ແນະນໍາໃຫ້ຊາວລາວ ປ້ອງກັນໂຕເອງໃຫ້ປອດໄພ ຈາກຝຸ່ນ PM 2.5 ຫຼັງຈາກ ຝຸ່ນດັ່ງກ່າວ ມີລະດັບ ສົ່ງຜົນກະທົບຕໍ່ສຸຂະພາບ ໃນໄລຍະນີ້. 2. ໂຮງງານໂຟມຂອງຈີນ ຢູ່ນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອຂະໜາດໃຫຍ່, ເກີດແປວໄຟຂື້ນສູງ, ຄວັນປົກຄຸມໄປທົ່ວ. 3. ລັດວິສາຫະກິດໄຟຟ້າລາວ ແລະທາງການລາວ ຫາລື ປັບໂຄງສ້າງລາຄາໄຟຟ້າໃໝ່. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.02.2025

1. ຊາວບ້ານສະພັງຄະນົງ ນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນມີການຕັນທາງທຽວ ເພື່ອສ້າງສະຖານີສ້ອມແປງ ລົດໄຟລາວ-ຈີນ. 2. ຊາວບ້ານ ຢູ່ແຂວງຫົວພັນ ຮຽກຮ້ອງທາງການລາວ ລົງກວດກາ ໂຄງການຂຸດຄົ້ນແຮ່ທາດ ຫຼັງຈາກ ມີຂໍ້ ຂັດແຍ່ງທີ່ດິນ ມາດົນນານ. 3. ແຂວງວຽງຈັນ ມອບເງິນຊົດເຊີຍ ໃຫ້ປະຊາຊົນ ທີ່ເສຍດິນ ໃຫ້ໂຄງການສ້າງແຫຼ່ງທ່ອງທ່ຽວ ຢູ່ອ່າງນ້ຳງຶ່ມ ຄົບແລ້ວ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 31.01.2025

1. ສວນກ້ວຍຈີນ ຈົກດິນຕັນຫ້ວຍນ້ຳເທົາ ກະທົບຕໍ່ຊີວິດ ການເປັນຢູ່ຂອງຊາວບ້ານ ແລະ ຮຽກຮ້ອງໃຫ້ ທາງການລາວ ຊ່ວຍແກ້ໄຂບັນຫາ. 2. ລາວ ອາດຈະບໍ່ສາມາດ ຫຼຸດພົ້ນອອກຈາກ ການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2026. 3.   ຄົນງານລາວ ຢູ່ໄທ ທີ່ມີ MOU ຕ້ອງກັບຄືນປະເທດລາວ ພາຍໃນ ວັນທີ 13 ກຸມພາ.  Hosted on Acast. See acast.com/privacy for more information.

Hallgasd a(z) ທັນເຫດການ ເມືອງລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.