RFA

ທັນເຫດການ ເມືອງລາວ

News LO ↓ 170 epizód

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.

Mindenképp látogasd meg a podcast oldalát, és támogasd a készítőjét: www.rfa.org

Szerző

RFA

Kategória

News

A podcast weboldala

www.rfa.org

Legutóbbi epizód

2026. okt. 2.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 30.01.2025

1.   ແຕ່ ເດືອນມິຖຸນາ 2024 ຫາເດືອນມັງກອນ 2025 ຕໍາຫຼວດໄທ ຈັບຄົນງານລາວທີ່ຜິດກົດໝາຍ 500 ປາຍຄົນ. 2 .  ມີແມ່ຍິງລາວ ຈໍານວນເພີ່ມຂຶ້ນເລື້ອຍໆ ກາຍມາເປັນແມ່ອູ້ມບຸນ ໃຫ້ກັບພໍ່ແມ່ຊາວຈີນ. 3 .   ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ກັງວົນເລື່ອງສານເຄມີ ຈາກຮ້ານເກັບຊື້ໝໍ້ໄຟລົດເກົ່າ ຂອງຄົນຈີນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 30.01.2025

1.  ສະຖານທູດອິນເດຍ ຊ່ອຍເຍົາວະຊົນອິນເດຍ 67 ຄົນ ທີ່ເປັນເຫຍື່ອຄ້າມນຸດ ຢູ່ສູນ Scam ຂອງຈີນ ໃນເຂດເສດຖະກິດພິເສດ ສາມຫລ່ຽມຄໍາ, ແຂວງ ບໍ່ແກ້ວ. 2.  ທາງການລາວ ກຽມຮັບມືກັບໄຟໄໝ້ປ່າໃນປີນີ້ ແຕ່ມີງົບປະມານໜ້ອຍ ໃນການຈັດຫາອຸປະກອນປ້ອງກັນ. 3.  ການແກ້ໄຂຂໍ້ຂັດແຍ່ງ ເລື່ອງທີ່ດິນ ຢູ່ແຂວງອັດຕະປື ຍັງມີຄວາມທ້າທາຍ ແລະຫຍຸ້ງຍາກ ກະທົບຕໍ່ ປະຊາຊົນ ທີ່ດິນທຳການກະເສດ ບໍ່ພຽງພໍ. Hosted on Acast. See acast.com/privacy f...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.01.2025

1. ຫຼາຍອົງການທີ່ ບໍ່ຂື້ນກັບລັດຖານໃນລາວ ແລະບາງອົງການຂອງລັດຖະບານ ໄດ້ຮັບຜົນກະທົບ ຈາກການ ລະງັບເງິນຊ່ວຍເຫຼືອ 90 ມື້ຂອງສະຫະຣັດ. 2. ຍັງມີການລັກລອບ ນໍາເອົາເບຍຈາກຫວຽດນາມ ເຂົ້າມາຂາຍ ພາຍໃນແຂວງສະຫວັນນະເຂດ ແບບຜິດກົດໝາຍ ໂດຍໃຫ້ສິນບົນ ແກ່ເຈົ້າໜ້າທີ່ ຢູ່ດ່ານສາກົນ ສະຫວັນ - ລາວບາວ. 3. ຊາວບ້ານຢູ່ແຂວງເຊກອງ ແລະອັດຕະປື ທີ່ໄດ້ຮັບຜົນກະທົບ ຈາກໂຄງການພະລັງງານ ລົມມອນຊູນ ໄດ້ຮັບຄ່າຊົດເຊີຍພຽງ 50%. Hosted on Acast....

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.01.2025

1 .  ປີ 2024 ທາງການລາວ ຈັບຜູ້ຖືກກ່າວຫາຊາວລາວ, ຈີນ, ຫວຽດນາມ ໄດ້ທັງໝົດ 122 ຄົນ ຍ້ອນ ກໍ່ຄະດີຄ້າມະນຸດ ໃນຮູບແບບການຈ້າງຖືພາ, ແຕ່ງດອງ ແລະຕອບແຊັດ. 2 .  ລົດເມ ນະຄອນຫຼວງວຽງຈັນ-ປາກເຊ ເສຍຫຼັກ ຕໍາຕົ້ນໄມ້, ເສຍຊີວິດຄາທີ່ 1 ຄົນ, ບາດເຈັບ 43 ຄົນ. ໃນນັ້ນ ຊາວຕ່າງປະເທດ 29 ຄົນ. 3 .   ຊາວບ້ານ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນ ຄໍາຕົກຂ້ອນ ຢູ່ເທິງ ຫ້ວຍງື. Hosted...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 24.01.2025

1.  ລາຍຮັບ ຈາກການຂຸດຄົ້ນບໍ່ແຮ່ ຢູ່ລາວ ເມື່ອປີກາຍເພີ່ມຂື້ນ ຢ່າງຫຼວງຫຼາຍ. 2.  ເຈົ້າໜ້າທີ່ຕໍາຫຼວດ ສະກັດກັ້ນ ແລະຊ່ອຍເຫຼືອ ເຫຍື່ອຄ້າມະນຸດ 3 ຄົນ ແລະຈັບນາຍໜ້າ ຄົນລາວ 2 ຄົນ ຢູ່ສະໜາມບິນສາກົນວັດໄຕ. 3.  ພວກຂັບລົດແທັກຊີ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຂື້ນຄ່າໂດຍສານ ໂດຍບໍ່ໄດ້ປະກາດ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.01.2025

1.  ຊາວບ້ານ ຫຼາຍພັນຄົນ ແຫ່ຂຸດຄົ້ນຄຳ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ເພື່ອເອົາໄປຂາຍຫາເງິນລ້ຽງຊີບ. 2.  ການຈູດຂີ້ເຫຍື້ອ ຢູ່ສູນບໍາບັດຂີ້ເຫຍື້ອ ທີ່ເມືອງຊະນະສົມບູນ ແຂວງຈໍາປາສັກ ສົ່ງຜົນກະທົບຕໍ່ຊາວບ້ານ ຮຸນແຮງ. 3.  ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນ ຊາວໜຸ່ມລາວ ທີ່ມົ້ວສຸມ ນ້ຳກະທ້ອມ ຄອລາເຈນ ຢາສູບ ພ້ອມກັນ ສ່ຽງອັນຕະລາຍ ຂັ້ນຮຸນແຮງ ແລະ ເສຍຊີວິດ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.01.2025

1.  ທາງການລາວ ໄດ້ສົ່ງໂຕຊາວຈີນ 41 ຄົນ ທີ່ຖືກຈັບ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ທາງການຈີນ. 2.  ຫຼາຍແຂວງໃນລາວ ຍັງມີການຂຸດຄຳຕົກຂ້ອນ ເຖິງແມ່ນລັດຖະບານລາວ ສັ່ງໂຈະ ການຂຸດຄົ້ນ ແຮ່ຄຳຕົກຂ້ອນ ແລ້ວກໍຕາມ. 3. ຮອງປະທານບໍລິສັດ ຂຸດຄົ້ນແຮ່ທາດ ໃນແຂວງຫົວພັນ ຖືກຈັບ ຢູ່ສະໜາມຕີໄກ່ ບ້ານເດີຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 21.01.2025

1.  ອັດຕາ ປະລະການຮຽນ ຢູ່ແຂວງຊຽງຂວາງ ເພີ່ມຂຶ້ນ ຍ້ອນບັນຫາເສດຖະກິດ ໃນຫຼາຍຄອບຄົວ. 2.  ລັດຖະບານອາເມຣິກາ ຈະໃຫ້ທຶນຊ່ອຍເຫຼືອຜູ້ລອດຊີວິດ ຈາກການຖືກຄ້າມະນຸດ ຢູ່ແຂວງຫຼວງນໍ້າທາ. 3.  ຊາວສວນມັນຕົ້ນ ເມືອງນານ ແຂວງຫຼວງພະບາງ ແຫ່ພາກັນໄປຂາຍມັນຕົ້ນ ໃຫ້ໂຮງງານຈີນ ເຖິງແມ່ນທາງໂຮງງານ ໃຫ້ລາຄາ ພຽງແຕ່ປະມານ 1,050 ກີບ ຕໍ່ກິໂລກຣາມ ກໍຕາມ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 17.01.2025

1 .  ສະຖານະການ ດ້ານສິດທິມະນຸດ ໃນລາວ ລວມທັງ ປະເທດໃນຂົງເຂດ ເອເຊັຽຕາເວັນອອກ ສຽງໃຕ້ ຍັງບໍ່ດີຂຶ້ນ. 2.   ຊາວບ້ານບໍ່ເຊື່ອວ່າ ດິນຍຸບ ຢູ່ເຂດເມືອງທ່າແຂກ ຊິບໍ່ກ່ຽວກັບ ການຂຸດຄົ້ນເກືອກາລີ. 3.   ແມ່ຍິງລາວ ຄົນໜຶ່ງ ທີ່ຢູ່ໃນສູນຊ່ອຍເຫຼືອເຫຍື່ອຄ້າມະນຸດ ໃນປະເທດໄທ ຍັງລໍຖ້າ ການດໍາເນີນການເພື່ອສົ່ງກັບ ຈາກທາງລັດຖະບານລາວ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 16.01.2025

1. ປະຊາຊົນລັກປູກຝິ່ນເກືອບ 10 ເຮັກຕ້າ ຢູ່ ແຂວງຫລວງນໍ້າທາ. 2.  ການກໍ່ສ້າງເສັ້ນທາງ ເລກທີ 13 ເໜືອ ຢູ່ຈຸດສາມແຍກສີໄຄ ມີຄວາມຊັກຊ້າຫຼາຍ ເຮັດໃຫ້ເກີດບັນຫາລົດຕິດໜັກ. 3.  ຊາວລາວ ບໍ່ເຊື່ອວ່າ ລັດຖະບານຈະແກ້ໄຂບັນຫາເສດຖະກິດໄດ້. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 16.01.2025

1. ຫ້ອງການ ຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ ແຂວງຫົວພັນ ສັ່ງໃຫ້ບໍລິສັດຫວຽດນາມ ຢຸດຕິ ຂຸດຄົ້ນແຮ່ເຫຼັກ ຊົ່ວຄາວ ຍ້ອນ ປ່ອຍນ້ຳລ້າງແຮ່ ລົງສູ່ສາຍນ້ຳຊ້າງ ແລະສາຍນ້ຳປູນ. 2. ອາກາດໜາວເຢັນແຮງ ສ້າງຄວາມເສຍຫາຍຫຼາຍ ໃຫ້ແກ່ຊາວສວນກາເຟ ຢູ່ເມືອງປາກຊ່ອງ ແຂວງຈໍາປາສັກ. 3. ຍັງມີເດັກຍິງ-ແມ່ຍິງລາວ ປະມານ 18 ຄົນ ລໍຖ້າການຊ່ວຍເຫຼືອ ຢູ່ປະເທດຈີນ ຫຼັງແຕ່ງດອງກັບຜົວຈີນ ແລ້ວຖືກກັກຂັງ ແລະຖືກທໍາຮ້າຍຮ່າງກາຍ. Host...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.01.2025

1. ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈາກເມືອງໂພນໂຮງ ແຂວງວຽງຈັນ 200 ຄົນ. 2. ເຈົ້າໜ້າທີ່ ສາທາລະນະສຸກ ເຕືອນການດື່ມເຫຼົ້າແກ້ໜາວ ສ່ຽງຕໍ່ບັນຫາສຸຂະພາບ ຈົນເຖິງຂັ້ນເສຍຊີວິດ. 3. ຂະບວນການອອກໃບຕາດິນຊັກຊ້າ ເຮັດໃຫ້ດິນຂອງປະຊາຊົນ ຖືກໂຄງການຕ່າງໆ ກວມເອົາຫຼາຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.01.2025

1. ຊາວບ້ານ ໃນເມືອງວຽງໄຊ ແຂວງຫົວພັນ ຮຽກຮ້ອງໃຫ້ພາກສ່ວນທີ່ກ່່ຽວຂ້ອງ ກວດກາ ບໍລິສັດບໍ່ແຮ່ຫວຽດນາມ ທີ່ປ່ອຍນໍ້າເສຍ ລົງແມ່ນໍ້າສອງສາຍ. 2. ກະແສໄຟຟ້າ ທີ່ຖືກສົ່ງອອກຈາກລາວ ໄປຂາຍຕ່າງປະເທດເມື່ອປີກາຍ ມູນຄ່າ 980 ລ້ານໂດລາສະຫະລັດ. 3. ເກີດເຫດໄຟໄໝ້ ຕະຫຼາດຊັ່ງຈ່ຽງ ສູນການຄ້າໃຫຍ່ທີ່ສຸດ ໃນນະຄອນຫຼວງວຽງຈັນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.01.2025

1.   ສໍາພາດພິເສດ ສສ ໄທ ກ່ຽວກັບການຊ່ອຍເຫຼືອຊາວລາວ 19 ຄົນ ເຫຍື່ອການຄ້າມະນຸດ ໃນປະເທດມຽນມາ. 2. ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານຊຽງດາ ກັບ ບໍລິສັດນໍ້າທາ ຍັງບໍ່ຈົບ. 3. ນັບແຕ່ປີ 2022-2024 ລັດຖະບານລາວ ສາມາດກວາດລ້າງ ແກ້ງຄໍເຊັນເຕີ້ ຢູ່ສາມຫຼ່ຽມຄໍາ ໄດ້ 88%. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 10.01.2025

1. 290 ຄອບຄົວ ທີ່ເສັຍໃຫ້ທາງລົດໄຟ ຍັງບໍ່ໄດ້ຮັບຄ່າຊົດເຊີຍ. 2. ຂໍ້ຂັດແຍ່ງທີ່ດິນ ລະຫວ່າງ ຊາວບ້ານ ເມືອງວຽງໄຊ ແຂວງຫົວພັນ ກັບ ບໍລິສັດ ຂຸດຄົ້ນແຮ່ເຫຼັກ. 3. ຊາວບ້ານ ທີ່ຢູ່ແຄມນໍ້າເນີນ ແຂວງຫົວພັນ ເດືອດຮ້ອນ ຍ້ອນໂຄງການຂຸດຄໍາ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 09.01.2025

1. ຊາວສວນມັນຕົ້ນ ຈຳນວນໜຶ່ງ ຕ້ອງຢຸດປູກມັນຕົ້ນ ຍ້ອນລາຄາມັນຕົ້ນ ຕົກຕ່ຳ. 2. ເຈົ້າແຂວງອັດຕະປື ສັ່ງໂຈະໂຄງການປູກພືດແລະປູກຕົ້ນໄມ້ ທີ່ໄດ້ຮັບສໍາປະທານໄປແລ້ວ 33 ໂຄງການ. 3.   ບັນຫາ ຈາກໂຄງການຂຸດຄົ້ນແຮ່ທາດ ຫຼາຍໂຄງການ ຍັງບໍ່ສາມາດແກ້ໄຂ ຢ່າງເປັນຮູບປະທຳ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 08.01.2025

1. ການບໍ່ຂື້ນເງິນເດືອນ ເຮັດໃຫ້ພະນັກງານ-ລັດຖະກອນລາວ ລາອອກຈາກການ ຫຼາຍຂື້ນນັບມື້. 2. ຜະແນກ ໂຍທາທິການ ແລະ ຂົນສົ່ງ ຫ້າມລົດຈອດ ຮັບ-ສົ່ງ ນັກທ່ອງທ່ຽວ ຢູ່ບໍລິເວນປະຕູໄຊ ເກີນ 3-5. 3. ໃນໄລຍະສະຫຼອງປີໃໝ່ສາກົນນີ້ ຢູ່ລາວມີອຸບັດຕິເຫດຕາມທ້ອງຖະໜົນ 170 ຄັ້ງແລະເສຍຊີວິດ 17 ຄົນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.01.2025

1. ເກີດເຫດຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາແຫ່ງໜຶ່ງ ຢູ່ເຂດຕະຫຼາດດາລາ ແຂວງຫຼວງພະບາງ. 2. ປີ 2024 ທີ່ຜ່ານມາ ຢູ່ປະເທດລາວ ມີຄະດີຢາເສບຕິດ ປະມານ 3,300 ກໍລະນີ. 3. ຊາວຈີນ 3 ຄົນ ພົກອາວຸດປືນ ບຸກເຂົ້າປຸ້ນຮ້ານຄໍາ ຢູ່ເຂດຕະຫຼາດດາລາ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 04.01.2025

1. ຄົນງານລາວ ຫຼາຍກວ່າ 73,000 ຄົນ ເຮັດວຽກຢູ່ປະເທດໄທ ແບບບໍ່ມີໜັງສືອະນຸຍາດ. 2. ສະຫຼຸບຂ່າວ ທີ່ວິທຍຸເອເຊັຽເສຣີ ເປັນແຫຼ່ງຂ່າວທໍາອິດ ທີ່ລາຍງານ ໃນປີ 2024. 3.   ອຸບັດຕິເຫດຕາມທ້ອງຖະໜົນຢູ່ລາວ ເກີດຂື້ນຫຼາຍ ໃນໄລຍະບຸນປີໃໝ່ສາກົນ 2025 ນີ້. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.01.2025

1. ລັດຖະບານລາວ ສັ່ງໃຫ້ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ຢຸດການຂຸດຄົ້ນ ໃກ້ບໍລິເວນເຂດດິນຍຸບຊົ່ວຄາວ. 2. ເຈົ້າຂອງຫ້ອງພັກ ປະເຊີນໜ້າກັບເຈົ້າໜ້າທີ່ກອງຫຼອນບ້ານ ແຕ່ຍັງບໍ່ຮູ້ວ່າ ຢູ່ບ້ານໃດໃນລາວ. 3. ສູນສໍ້ໂກງຊັບທາງໂທລະຄົມ ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຖືກປາບປາມ ເມື່ອປີກາຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 01.01.2025

1. ຫຼາຍບໍລິສັດໃນລາວ ຍັງບໍ່ທັນປັບປຸງເງິນອຸດໜູນຄ່າຄອງຊີບ ໃຫ້ຄົນງານລາວ. 2. ບໍລິສັດທາງລົດໄຟລາວ-ຈີນ ຈໍາກັດ ອອກແຈ້ງເຕືອນຊາວບ້ານ ຫ້າມຈູດປ່າ ກໍ່ກອງໄຟ ບໍລິເວນແລວທາງລົດໄຟ. 3. ປະຊາຊົນລາວ ສະຫຼອງບຸນປີໃໝ່ສາກົນ ໃນຂະນະທີ່ຄ່າຄອງຊີບສູງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 31.12.2024

1. ທະນາຄານແຫ່ງ ສປປ ແຂວງຫຼວງພະບາງ ແຈ້ງເຕືອນ ໃຫ້ໃຊ້ ພາຍຫັລງກວດພົບ ເງິນຢວນປອມຂອງຈີນຢູ່ ຕລາດ ກາງຄືນ. 2. ຄົນງານລາວ ທີ່ເຮັດວຽກຢູ່ໄທ ເດີນທາງກັບລາວ ເພື່ອໄປສະເຫຼີມສະຫຼອງ ບຸນປີໃໝ່ສາກົນ. 3. ນັກລົງທຶນຈີນ ຈະສຳປະທານພື້ນທີ່ ເຮັດການກະເສດໜ້ານ້ຳ ຂອງສາຍນ້ຳງື່ມ ຈຳນວນ 150 ເຮັກຕາ ຢູ່ບ້ານນ້ຳພາວ ເມືອງວັງວຽງ ແຂວງວຽງຈັນ ເປັນເວລາ 30 ປີ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.12.2024

1. ທ່ານ ທັກສິນ ຊິນນະວັດ ອະດີດນາຍົກໄທ ສະເໜີການຊ່ອຍເຫຼືອ ເພື່ອປາບປາມແກ້ງຄໍເຊັນເຕີ້ ຢູ່ມຽນມາ. 2. ຄູບາຫວຽດນາມ Thích Minh Tuệ ທີ່ຍ່າງມາລາວ ປັດຈຸບັນ ຢູ່ເມືອງໂພນທອງ ແຂວງຈໍາປາສັກ. 3. ແຂວງສະຫວັນນະເຂດ ກວດພົບການສໍ້ລາດບັງຫຼວງ ຫຼາຍກໍລະນີ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.12.2024

1. ຕໍາຫຼວດ ຈັບຄົນຈີນ ທີ່ໃຊ້ເງິນຢວນປອມຊື້ເຄື່ອງຂອງ ຢູ່ນະຄອນຫຼວງພະບາງ ໄດ້ແລ້ວ. 2. ເຈົ້າໜ້າທີ່ຕໍາຫຼວດ ແລະອາສາສະໝັກກູ້ໄພ ຕຽມຄວາມພ້ອມຮັບມື ກັບການສະຫຼອງ ບຸນປີໃໝ່ສາກົນ. 3. ຊາວລາວ ແລະໄທ ກັງວົນນໍາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ທີ່ຈະເກີດຂື້ນ ຖ້າສ້າງເຂື່ອນຊະນະຄາມ ກັ້ນນໍ້າຂອງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 25.12.2024

1. ການຈັດງານ ສະເຫຼີມສະຫຼອງ ວັນຄຣິສມາດ ຢູ່ປະເທດລາວ ຍັງຖືກຈຳກັດ ແລະຕ້ອງໄດ້ຮັບ ອະນຸຍາດ ຈາກທາງການ. 2.   ຊາວບ້ານເຊື່ອວ່າ ບໍລິສັດຂຸດຄົ້ນບໍ່ແຮ່ ກໍາລັງສ້າງມົນລະພິດ ໃນລໍານໍ້າຊອງ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ. 3.   ນະຄອນຫຼວງພະບາງ ເລີ່ມປັບໃໝລົດ ແລະ ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍ ແຕ່ຫຼາຍພາກສ່ວນເຫັນວ່າ ປະຕິບັດຕົວຈິງໄດ້ຍາກ. Hosted on Acast. See acast.com/privacy for more information.

Hallgasd a(z) ທັນເຫດການ ເມືອງລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.