SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ຜົນກະທົບຂອງນະໂຍບາຍຍ້າຍຖິ່ນຖານໃໝ່ 01.10.2026

ຣັດຖະບານກາງກ່າວວ່າ ການປະຕິຮູບກົດຫມາຍການຍ້າຍຖິ່ນຖານ ທີ່ລໍຖ້າມາດົນຂອງພັກ Labor ແມ່ນຖືກອອກແບບ ເພື່ອຫຼຸດຈໍານວນຜູ້ຍ້າຍຖິ່ນຖານສຸດທິ, ບັນເທົາຄວາມກົດດັນຕໍ່ທີ່ຢູ່ອາສັຍ ແລະປິດສິ່ງທີ່ພວກເຂົາເອີ້ນວ່າ ເປັນປ່ອງຮົ່ວໃນລະບົບວີຊ່າ..... ແຕ່ມັນຈະເປັນຢ່າງໃດສໍາລັບກະສິກອນ, ນັກສຶກສາຕ່າງຊາດ ແລະ ແຮງງານຂ້າມຊາດ?

ສລຸບຂ່າວປະຈຳອາທິດ 01 ຕຸລາ 2026 01.10.2026

ສລຸບຂ່າວ ປະຈຳອາທິດ ວັນທີ 1 ຕຸລາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ຜູ້ໂດຍສານເລົ່າເຖິງຄວາມຢ້ານກົວ ແລະຄວາມວຸ່ນວາຍຫຼັງການປະທະວິວາດກັນໃນເຮືອບິນໄປອິສຣາເອລ ... ** ທະຫານອາເມຣິກາທັງຫມົດຖືກຖອນອອກຈາກ Iraq ... ແລະໃນ ຂ່າວກິລາ... ** Nathan Cleary ໄດ້ຮັບລາງວັນຫຼຽນ Dally M ຂອງ NRL...

ວ່າດ້ວຍ ເວລາໃນລະດູຮ້ອນ (Daylight Saving Time) 01.10.2026

ເຖິງເວລານັ້ນຂອງປີອີກແລ້ວ ທີ່ຢ່າງນ້ອຍບາງຄົນໃນອອສເຕຣເລັຍ ເຫັນໂມງຂອງພວກເຂົາປ່ຽນ. ແຕ່ເວລາໃນລະດູຮ້ອນ (Daylight Saving Time) ແມ່ນຫຍັງ ແລະເປັນຫຍັງເຮົາຈຶ່ງເຮັດແບບນັ້ນ? ການມີແສງທັມມະຊາດ ໄດ້ຖືກພິສູດແລ້ວວ່າ ມີປໂຍດຫຼາຍຕໍ່ສຸຂະພາບສ່ວນບຸກຄົນ ແລະສັງຄົມ, ແຕ່ຫຼາຍຄົນຮູ້ສຶກວ່າ ການປັບໂຕປະຈໍາປີນີ້.... ບໍ່ຈໍາເປັນ.

ການຈັບກຸມຊາວອອສເຕຣເລັຍ ຂໍ້ຫາກໍ່ການຮ້າຍ 01.10.2026

ຕໍາຫຼວດຫວຽດນາມໄດ້ຈັບກຸມຜູ້ຕ້ອງຫາ 3 ຄົນ ລວມທັງຊາວອອສເຕຣເລັຍ ໂດຍກ່າວຫາທຸກຄົນວ່າ ເປັນຜູ້ກໍ່ການຮ້າຍ. ກຸ່ມສິດທິມະນຸດ ແລະຄອບຄົວໃກ້ຊິດຂອງນັກເຄື່ອນໄຫວຊາວອອສເຕຣເລັຍ , Hiep Tran, ກ່າວວ່າລາວຖືກລັກພາໂຕ. ພວກເຂົາເອີ້ນມັນວ່າ ເປັນການປາບປາມຂ້າມຊາດ.

Who really runs Australia, and where you fit in | How Australia Works - ທ່ານຮູ້ບໍ່ວ່າ ໃຜ ແມ່ນຜູ້ປົກຄອງອອສເຕຣເລັຍແທ້? 28.09.2026

Do you know who can help you with a business permit, a rental problem or family support? Through the stories of Fedele, Carol and Abeer, learn how Australia’s three levels of government work. Find out what local, state or territory, and federal governments are responsible for and where to turn for help. - ທ່ານຮູ້ບໍ່ວ່າໃຜສາມາດຊ່ວຍທ່ານໃນເລື່ອງໃບອະນຸຍາດທຸຣະກິດ, ບັນຫາການເຊົ່າ ຫຼື ການສນັບສນູນຄອບຄົວ? ຜ່...

ປັນຫາລະຫວ່າງ Donald Trump ແລະສື່. 24.09.2026

ການຕັດສິນໃຈຂອງ Donald Trump ໃນການຕັດ CNN, MS NOW ແລະ Politico ອອກຈາກທໍານຽບຂາວ ກໍາລັງເຮັດໃຫ້ມີການຕັ້ງຄໍາຖາມໃຫມ່ກ່ຽວກັບເສຣີພາບຂອງສື່ ໃນສະຫະຣັດອາເມຣິກາ. ສື່ທັງສາມກໍາລັງຟ້ອງຣັດຖະບານ, ໃນຂນະທີ່ເຄືອຂ່າຍທີວີຂນາດໃຫຍ່ໄດ້ຮ່ວມມືສນັບສນູນພວກເຂົາ. ຄະດີນີ້ ອາດຈະຊ່ວຍກໍານົດວ່າປະທານາທິບໍດີ ສາມາດຈໍາກັດການເຂົ້າເຖິງ ຂອງສື່ມວນຊົນໄດ້ຫຼາຍພຽງໃດ.

Prostate cancer in Australia: Testing, treatment and support - ມະເຮັງຕ່ອມລູກໝາກ ໃນອອສເຕຣເລັຍ: ການທົດສອບ, ການຮັກສາ ແລະ ການສນັບສນູນ. 24.09.2026

About one in five Australian men will be diagnosed with prostate cancer in their lifetime. Understanding the prostate, your risk and the options for testing can help with early detection and treatment. In this episode of Australia Explained, learn about prostate cancer, PSA testing, treatment and support. - ປະມານຫນຶ່ງໃນຫ້າ ຂອງຜູ້ຊາຍອອສເຕຣເລັຍ ຈະຖືກວິນິດສັຍວ່າ ເປັນມະເຮັງຕ່ອມລູກໝາກ ໃນຊີວິດຂອງພວກເຂົາ...

ປັນຫາທີ່ເລີ້ມປາກົດຂຶ້ນຂອງ Donald Trump 24.09.2026

ໃນຕົ້ນປີທີ່ແລ້ວ, ປະທານາທິບໍດີສະຫະຣັດ Donald Trump ໄດ້ກັບຄືນສູ່ທໍານຽບຂາວ ພ້ອມສັນຍາວ່າລາຄາສິນຄ້າຈະຕໍ່າລົງ, ມີການປິດເຂດແດນປະເທດທີ່ເຂັ້ມງວດຂຶ້ນ, ສົງຄາມຫນ້ອຍລົງ ແລະກັບຄືນສູ່ຣັດຖະບານທີ່ລາວເອີ້ນວ່າມີສາມັນສໍານຶກ. ແຕ່ຕອນນີ້, ຣັດຖະບານຂອງລາວ ກໍາລັງປະເຊີນກັບການຕອບໂຕ້ທາງການຄ້າ, ສົງຄາມທີ່ຍັງບໍ່ສິ້ນສຸດກັບອິຣານ, ຄວາມລົ້ມເຫລວທາງກົດຫມາຍ ກ່ຽວກັບການຍ້າຍຖິ່ນຖານ ແລະການລົງຄະແນນສຽງ, ແລະການຕໍ່ຕ້ານທີ່ເພີ່ມຂຶ້ນ ຈາກພາຍໃນພັກຂ...

ຂ່າວປະຈຳອາທິດ 24 ກັນຍາ 2026 24.09.2026

ສລຸບຂ່າວ ປະຈຳອາທິດ ທີ 24 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ຕົວແທນ AI ໄດ້ເຈາະເຂົ້າລະບົບ Medicare... *** ອອສເຕຣເລັຍໄດ້ລົງນາມ ສັນຍາຄວາມປອດພັຍ 10 ປີກັບ Ukraine... ແລະໃນ ຂ່າວກິລາ... *** Wheelaroos ຂອງອອສເຕຣເລັຍ ໄດ້ຕັ້ງຊື່ຕາມການແຂ່ງຂັນ Rugby ໂລກໃນເດືອນຕຸລາ...

ລາຍງານກ່ຽວກັບລະດັບນ້ຳທະເລ ໃນອອສເຕຣເລັຍ 17.09.2026

ລາຍງານໃຫມ່ຈາກສະພາສະພາບອາກາດ ໄດ້ຄາດການວ່າ ການເພີ່ມຂຶ້ນຂອງລະດັບນ້ຳທະເລ ຈະຄຸກຄາມບ້ານເຮືອນອອສເຕຣເລັຍ ຫຼາຍກວ່າ 267,000 ແຫ່ງ ໃນສັດຕະວັດຫນ້າ. ສະພາສະພາບອາກາດ (The Climate Council) ຄາດການວ່າ ເຫດການລະດັບນ້ຳທະເລທີ່ສູງສຸດ ທີ່ຖືກພິຈາຣະນາວ່າ ບໍ່ເກີດຂຶ້ນເລື້ອຍໃນມື້ນີ້ ແຕ່ຈະເກີດເລື້ອຍຂຶ້ນ ແລະມີຄວາມຮຸນແຮງຫຼາຍຂຶ້ນ. ຜົນທີ່ເກີດຂຶ້ນ ຍັງຖືກເພີ່ມຄວາມຊັບຊ້ອນ ໂດຍຮູບແບບອາກາດ El Niño ທີ່ຖືກກະຕຸ້ນໂດຍນ້ຳທີ່ອຸ່ນຂຶ້ນໃນມະຫາສມຸດ...

ໂຣກລະບົບຫາຍໃຈທີ່ມາກັບລະດູໃບໄມ້ປົ່ງ. 17.09.2026

ເມື່ອອອສເຕຣເລັຍກໍາລັງເຂົ້າສູ່ລະດູໃບໄມ້ປົ່ງ, ຜູ້ຊ່ຽວຊານກໍາລັງເຕືອນຜູ້ຄົນບໍ່ໃຫ້ປມາດກັບໂຣກທີ່ມາກັບລະດູ. ໂຣກລະບົບຫາຍໃຈ ຍັງຄົງແພ່ລະບາດໃນປະຊາກອນ, ໂດຍລະດັບລະອອງເກສອນທີ່ສູງຂຶ້ນ ກໍຄາດວ່າຈະກະຕຸ້ນອາການຫອບຫືດ ແລະພູມແພ້ໄດ້ເຊັ່ນກັນ. ລະດູໃບໄມ້ປົ່ງ ຫມາຍຄວາມວ່າ ລະດັບລະອອງດອກໄມ້ສູງຂຶ້ນ, ຊຶ່ງອາດຈະກະຕຸ້ນໃຫ້ເກີດອາການພູມແພ້ (Allergies) ແລະໂຣກຫອບຫືດ (Asthma). Asthma Australia ກໍາລັງຮຽກຮ້ອງ ໃຫ້ເພີ່ມການສຶກສາ ແລະຄວາມຮູ້ກ່ຽ...

ສລຸບຂ່າວປະຈຳອາທິດ 17 ກັນຍາ 2026 17.09.2026

ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: *** ມີຄວາມກັງວົນ ກ່ຽວກັບຂໍ້ສເນີ ການຍ້າຍຖິ່ນຖານຂອງຣັດຖະບານ. *** ສະຫະຣັດອາເມຣິກາ ປັບອັດຕາດອກເບັ້ຍຂຶ້ນ ເປັນຄັ້ງທໍາອິດ ໃນຮອບ 3 ປີ ແລະໃນຂ່າວກິລາ........... *** ທີມ Sydney Swans ກໍາລັງກຽມຕົວ ສໍາລັບຮອບຮອງຊນະເລີດ AFL ກັບທີມ Fremantle.

ນະໂຍບາຍ ເງິນບຳນານຂອງພັກ One Nation. 17.09.2026

ພັກ One Nation ໄດ້ສເນີນະໂຍບາຍ ໃຫ້ເຈົ້າຂອງບ້ານ ແລະຜູ້ເຊົ່າສາມາດຖອນເງິນບຳນານບາງສ່ວນຂອງພວກເຂົາ ເພື່ອຄ່າໃຊ້ຈ່າຍດ່ວນ. ຣັດຖະບານ ໄດ້ດໍາເນີນການຍົກເລີກນະໂຍບາຍນີ້, ໃນຂນະທີ່ ນັກເສດຖະສາດເຕືອນວ່າ ການເພີ່ມເງິນເຂົ້າໃນເສດຖະກິດ ຈະເຮັດໃຫ້ອັດຕາເງິນເຟີສູງຂຶ້ນ, ເຮັດໃຫ້ທະນາຄານກາງ ມີແນວໂນ້ມທີ່ຈະໃຫ້ດອກເບັ້ຍສູງຂຶ້ນ, ເຮັດໃຫ້ການຈ່າຍໜີ້ຄືນ ແລະຄ່າເຊົ່າສູງຂຶ້ນ.

ໂຣກປະສາດການເຄື່ອນໄຫວ (Motor Neurone Disease) 10.09.2026

ການຄົ້ນຄວ້າກ່ຽວກັບ ໂຣກ Motor Neurone Disease ໄດ້ລະບຸກຸ່ມໂຣກທົ່ວອອສເຕຣເລັຍ - ກະຕຸ້ນໃຫ້ຣັດຫນຶ່ງ ດໍາເນີນການຄັ້ງທໍາອິດໃນໂລກ. ການຄົ້ນຄວ້າທີ່ເກີດຂຶ້ນຈາກອອສເຕຣເລັຍ ແລະຕ່າງປະເທດ ເປັນສິ່ງທີ່ໜ້າສົນໃຈ ແລະໜ້າກັງວົນ. ທີມຂອງສາດສະດາຈານ Rowe ພົບວ່າ ຈໍານວນຜູ້ເສັຍຊີວິດຈາກ MND ໃນອອສເຕຣເລັຍ ໄດ້ເພີ່ມຂຶ້ນຫຼາຍກວ່າສາມເທົ່າ ໃນຊ່ວງ 37 ປີທີ່ຜ່ານມາ, ຈາກ 238 ກໍຣະນີໃນປີ 1986 ເປັນ 781 ກໍຣະນີໃນປີ 2023. ນອກນີ້, ມັນຍັງພົບຫຼັກຖານກ່...

ສລຸບຂ່າວປະຈຳອ່ທິດ 100926 10.09.2026

ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ອອສເຕຣເລັຍໄດ້ເປີດສູນຄອບຄົວພິເສດ ໃນ Kathmandu ໃນຂນະທີ່ການຄົ້ນຫາຜູ້ລອດຊີວິດຈາກນ້ຳຖ້ວມ ຍັງຄົງດໍາເນີນຕໍ່ໄປ.. ** ລະຫັດຈັນຍາບັນດິຈິຕອລ (Digital Code of Conduct) ທີ່ພັກແຮງງານສເນີ ກໍາລັງຖືກວິພາກວິຈານຈາກສະຫະຣັດ... ** Matthew Brennan ຄວ້າໄຊຊນະດ່ານທີ 5 ທີ່ Vuelta a Espana...

ການຍິງຕອບໂຕ້ກັນລະຫວ່າງ ອາເມຣິກາ ແລະ ອິຣານ 10.09.2026

Washington ກ່າວວ່າ ການໂຈມຕີຫຼ້າສຸດ ເປັນການຕອບໂຕ້, Tehranກ່າວວ່າ ການຕອບສນອງຍັງບໍ່ສິ້ນສຸດ, ແລະປະເທດຕ່າງໆທົ່ວອ່າວ ກໍາລັງພະຍາຍາມຢຸດການປະເຊີນໜ້ານີ້ ບໍ່ໃຫ້ຮຸນແຮງຂຶ້ນ. ແຕ່ Qatar ຍັງຄົງພະຍາຍາມນໍາ Washington ແລະ Tehran ກັບມາສູ່ໂຕະເຈຣະຈາ ເຖິງແມ່ນວ່າ ທັງສະຫະຣັດອາເມຣິກາ ແລະອິຣານ ກໍາລັງ ແລກປ່ຽນຄຳຂູ່ ແລະການໂຈມຕີ ທີ່ຮ້າຍແຮງຂຶ້ນເລື້ອຍໆ.... ແລະ ຜົນກະທົບຂອງຄວາມຂັດແຍ້ງ ກໍາລັງຮູ້ສຶກໄດ້ທັງໃກ້ແລະໄກ. ແຕ່ໃນຂນະທີ່ ພາສາທາງ...

ການຂຍາຍໂຕຂອງ ສົງຄາມຣັສເຊັຍ- Ukraine 10.09.2026

ຫຼັງຈາກສົງຄາມຜ່ານໄປຫຼາຍກວ່າ 4 ປີ, ການຕໍ່ສູ້ລະຫວ່າງຣັສເຊັຍແລະ Ukraine ກໍາລັງທະວີຄວາມຮຸນແຮງຂຶ້ນ. ໃນຂນະທີ່ການຕໍ່ສູ້ເພື່ອດິນແດນທາງພື້ນດິນ ຍັງຄົງສເມີກັນເປັນສ່ວນໃຫຍ່, ແຕ່ສົງຄາມໃນທ້ອງຟ້າກໍາລັງຂຍາຍໂຕອອກ, ດ້ວຍໂດຣນແລະຂີປະນາວຸດ ທີ່ໂຈມຕີເລິກເຂົ້າໄປໃນທັງສອງປະເທດ ແລະສ້າງຄວາມກັງວົນວ່າ ຄວາມຂັດແຍ້ງນີ້ ອາດຈະລຸກລາມເລິກເຂົ້າໄປໃນຢູໂຣບ ຊຶ່ງກໍາລັງພິຈາຣະນາການບັງຄັບໃຊ້ມາດຕະການຂວ້ຳບາດທີ່ເຂັ້ມງວດຂຶ້ນ ແລະການຈໍາກັດ ການເດີນທາງ...

ວິກິດຕົວຕົນ (Identity Crisis) ຂອງອຸດສາຫະກັມເພັດ 03.09.2026

ລາຄາເພັດທັມມະຊາດໄດ້ຫຼຸດລົງ ເມື່ອເພັດທີ່ຜລິດໃນຫ້ອງທົດລອງ ກໍາລັງໄດ້ຮັບຄວາມນິຍົມສູງຂຶ້ນ. ທັງດ້ານຮູບຮ່າງ (Physical) ແລະ ແສງສີ (Optical) ທີ່ຄືກັນ, ມັນອາດຈະມີລາຄາປະມານຫນຶ່ງໃນສິບ ແລະຕອນນີ້ສາມາດຜລິດໃນປະຣິມານຫຼາຍໄດ້ແລ້ວ. ການເຕີບໃຫຍ່ຂອງເພັດພວກນີ້ ກໍາລັງທ້າທາຍເລື່ອງການຕລາດ ທີ່ປະສົບຄວາມສໍາເລັດທີ່ສຸດໃນໂລກ. ຍັງມີອີກຫຼາຍປັດຈັຍທີ່ເປັນສາເຫດ: ຈະຣິຍະທັມ (Ethics), ລາຄາຂອງພະລັງງານໃນການຜລິດ ແລະ ຄວາມນິຍົມ.

What are my rights if stopped by police in Australia? - ສິດທິຂອງຂ້ອຍແມ່ນຫຍັງ ຖ້າຖືກຕໍາຫຼວດສັ່ງໃຫ້ຢຸດ ໃນອອສເຕຣເລັຍ? 03.09.2026

Police officers have a range of operational powers they can exercise under legislation, including to ask questions, give ‘move on’ directions and conduct searches. Here’s what you need to know about your basic rights and obligations in a police interaction. - ເຈົ້າໜ້າທີ່ຕໍາຫຼວດ ມີອໍານາດໃນການດໍາເນີນງານຫຼາຍຢ່າງ ທີ່ສາມາດໃຊ້ໄດ້ຕາມກົດຫມາຍ, ຮວມເຖິງການຖາມຄໍາຖາມ, ໃຫ້ຄໍາສັ່ງ 'ໄປຕໍ່ (Move on) ' ແລະດໍາເນີນກາ...

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 03.09.2026

ສລຸບຂ່າວປະຈຳອາທິດ 03 ກັນຍາ 2026 ຫົວຂໍ້ຂ່າວ ປະຈຳອາທິດມີດັ່ງຕໍ່ໄປນີ້: ** ມີຄວາມກັງວົນຢ່າງຫນັກ ສໍາລັບຜູ້ສູນຫາຍຫຼາຍສິບຄົນ ໃນເຂດ ຖ້ວມ ເນປານ-ທິເບດ... ** ຕາມລາຍງານຂອງສະຫະປະຊາຊາດ ຊຶ່ງຄາດການວ່າ ອຸນຫະພູມໂລກຈະສູງກວ່າ 1.8 ອົງສາໃນອີກບໍ່ເທົ່າໃດປີຂ້າງໜ້າ... ແລະໃນຂ່າວກິລາ......... ຕໍານານບານເຕະ Lionel Messi ອໍາລາການແຂ່ງຂັນລະດັບສາກົນ...

ລາຍງານຈາກ ເນປານ ວັນທີ 1 ກັນຍາ 2026 03.09.2026

ຄວາມພະຍາຍາມ ໃນການກູ້ພັຍ ແລະການຟື້ນຟູ ຍັງຄົງດໍາເນີນຕໍ່ໄປໃນ Nepal, ເຊິ່ງມີຄູຄົນຫນຶ່ງ ໄດ້ຮັບການສັນລະເສີນ ສໍາລັບການຕັດສິນໃຈຢ່າງວ່ອງໄວ ທີ່ຊ່ວຍຊີວິດນັກຮຽນຫຼາຍຮ້ອຍຄົນ. ເມື່ອຈໍານວນຜູ້ເສັຍຊີວິດ ແລະລາຍຊື່ຄົນທີ່ສູນຫາຍ ໃນພື້ນທີ່ນ້ຳຖ້ວມເພີ່ມຂຶ້ນ, ການຄົ້ນຫາຜູ້ລອດຊີວິດ ຍິ່ງທະວີມີຄວາມໝົດຫວັງຫຼາຍຂຶ້ນ. ຣັດຖະບານອອສເຕຣເລັຍ ໃຫ້ການສນັບສນູນດ້ານມະນຸດສະທັມ ມູນຄ່າ 8 ລ້ານໂດລາໃຫ້ Nepal, ຮວມທັງອຸປະກອນທີ່ສົ່ງໂດຍ ADF. ສະຫະປະຊາຊ...

ເກີດແຜ່ນດິນໄຫວໃນປະເທດ Colombia. 13.08.2026

ແຜ່ນດິນໄຫວຂນາດ 7.4 ໃນປະເທດ Colombia ໄດ້ເຮັດໃຫ້ ມີຢ່າງ ໜ້ອຍ 111 ຄົນເສັຍຊີວິດ, ແລະອາຄານ 1,600 ຫຼັງ ໄດ້ຮັບຄວາມເສັຍຫາຍ ຫຼືພັງທະລາຍ ໃນຫຼາຍເມືອງທົ່ວພາກຕະເວັນຕົກຂອງປະເທດ Colombia, ລວມທັງ Pereira, Quibdo, Cali ແລະ Manizales. ແຜ່ນດິນໄຫວນີ້ ຮູ້ສຶກໄດ້ຢ່າງແຮງໃນນະຄອນຫຼວງ ແລະໄປຮອດປະເທດເພື່ອນບ້ານ Ecuador ແລະ Panama ທີ່ມີລາຍງານຄວາມເສັຍຫາຍພຽງເລັກນ້ອຍ. ຫຼາຍປະເທດກຳລັງກຽມພ້ອມທີ່ຈະສົ່ງທີມມາຊ່ອຍເຫຼືອ ແມ່ນແຕ່ Venezuela...

ບົດບາດຂອງອອສເຕຣເລັຍ ຕໍ່ໄຟໄໝ້ປ່າໃນ ຢູໂຣບ. 13.08.2026

ໄຟໄຫມ້ ກໍາລັງແພ່ລາມໄປທົ່ວຢູໂຣບ ແລະອາເມຣິກາເຫນືອ ແລະສົ່ງຜົນກະທົບທີ່ຮ້າຍແຮງ. ໃນຂນະທີ່ Greece ຍັງຄົງເປັນພື້ນທີ່ໄຟໄຫມ້ ທີ່ເຄື່ອນທີ່ໄວທີ່ສຸດໃນຢູໂຣບ, ປະເທດ France ໄດ້ຄວບຄຸມໄຟປ່າທີ່ໃຫຍ່ທີ່ສຸດ ໃນຮອບຫຼາຍສິບປີ, ແລະໃນຣັດ Washington, ໄຟໄດ້ທໍາລາຍບ້ານເຮືອນ ແລະທຸຣະກິດຫຼາຍຮ້ອຍແຫ່ງ. ອອສເຕຣເລັຍ ກໍາລັງໃຫ້ຢືມທີມງານ ແລະອຸປະກອນສະເພາະ ເພື່ອຊ່ວຍໃນການພະຍາຍາມນີ້, ໂດຍສົ່ງເຮລິໂຄບເຕີ Chinook, ເຮືອບິນລາດຕະເວນ ແລະບຸກຄະລາກອນຊ່ຽວ...

ສລຸບຂ່າວປະຈຳອາທິດ 130826 13.08.2026

ສລຸບຂ່າວປະຈຳອາທິດ 060826

ການປະຊຸມສຸດຍອດພູມິພາກ ASEAN 13.08.2026

ການປະຊຸມສຸດຍອດພູມິພາກ ASEAN ກໍາລັງຈະສິ້ນສຸດລົງທີ່ Manila,ຊຶ່ງອອສເຕຣເລັຍ ໄດ້ຍົກປະເດັນກ່ຽວກັບການປະຕິບັດການທາງທະຫານຂອງຈີນ ໃນພູມິພາກນີ້. ຄວາມເຄັ່ງຕຶງໃນທະເລຈີນໃຕ້ ແລະການທົດສອບຂີປະນາວຸດໃນ Pacific ໄດ້ຖືກປະນາມຈາກອອສເຕຣເລັຍ ຊຶ່ງກ່າວວ່າ ຄວາມໝັ້ນຄົງໃນພູມິພາກ ຂຶ້ນຢູ່ກັບຄວາມສົມດຸນ ຂອງອໍານາດ.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.