RFA

ທັນເຫດການ ເມືອງລາວ

News LO ↓ 170 epizód

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.

Mindenképp látogasd meg a podcast oldalát, és támogasd a készítőjét: www.rfa.org

Szerző

RFA

Kategória

News

A podcast weboldala

www.rfa.org

Legutóbbi epizód

2026. okt. 2.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 24.12.2024

1.  ສະມາຊິກສະພາ ຜູ້ແທນຂອງໄທ ຮຽກຮ້ອງໃຫ້ລັດຖະບານ ຊ່ອຍເຫຼືອຜູ້ເຄາະຮ້າຍ ທາງໄຊເບີ້ ໃນມຽນມາ. 2.  ຊາວເມືອງ ບໍລິຄັນ ກັບຊາວເມືອງປາກຊັນ ໄດ້ຮັບຜົນກະທົບ ຈາກນໍ້າຊັນ ທີ່ປົນເປື້ອນ ຈາກການຂຸດແຮ່ທາດ. 3.  ເກີດເຫດການດິນຍຸບ ຄັ້ງທີ 2 ຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.12.2024

1. ທາງການລາວ ລາຍງານວ່າ ໃນປີນີ້ ຢູ່ລາວມີຜູ້ຕິດເຊື້ອ HIV/AIDS 1,896 ຄົນ. 2. ປັດຈຸບັນ, ນາງ ນໍ້າທິບ ລາວຢູ່ທີ່ ສະຖານຄຸ້ມຄອງສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ, ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ. 3. ຊາວບ້ານນາໄຫແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທໍລະມານຈາກຂີ້ຝຸ່ນທາງດິນແດງມາໄດ້ 10 ປາຍປີແລ້ວ ແຕ່ທາງການຍັງບໍ່ແກ້ໄຂໃຫ້. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.12.2024

1. ໄທເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະຕ້ອງການແຮງງານ ຈາກຕ່າງປະເທດ ອີກຈຳນວນຫຼາຍ ໃນນີ້ ເປັນຄົນງານລາວ ຫຼາຍແສນ ຕຳແໜ່ງ. 2. ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ. 3. ຊາວສວນມັນຕົ້ນ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ຈໍາເປັນຕ້ອງພາກັນ ໄປຂາຍມັນຕົ້ນ ໃນລາຄາຖືກ ຍ້ອນບໍ່ມີທາງເລືອກ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 19.12.2024

1. ປະເທດລາວ ສູນເສຍພື້ນທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ. 2.   ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດ ບໍ່ຄຸ້ມຄ່າ ຍ້ອນ ລົດບັນທຸກແຮ່ທາດ ເຮັດໃຫ້ເປ່ເພຫຼາຍ. 3.   ຄົນງານລາວ ລັກເຮັດວຽກຢູ່ໄທຫຼາຍ ຍ້ອນຖ້າໄປຕາມ MOU ໄດ້ເສຍຄ່າໃຊ້ຈ່າຍຫຼາຍລ້ານກີບ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 18.12.2024

1. ທາງການລາວ ຈະໃຫ້ບໍລິສັດຈີນ ເຂົ້າມາປູກໝາກພຸກ ດ້ວຍລະບົບການຜະລິດ ແບບຄົບວົງຈອນ ຢູ່ແຂວງ ອຸດົມໄຊ. 2. ຊາວບ້ານເວົ້າວ່າ ເຈົ້າໜ້າທີ່ບາງບ້ານ ແຂວງຈໍາປາສັກ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ 50,000 ກີບຕໍ່ເດືອນ. 3. ໃນວາລະຄົບຮອບ 12 ປີ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ແລ້ວຫາຍສາບສູນ ນັ້ນ, ພັນລະຍາ ຂອງທ່ານ ແລະ ໂຕແທນ ອົງການສາກົນ ດ້ານສິດທິມະນຸດ ຍັງສືບຕໍ່ຮ້ອງຂໍ ໃຫ້ລັດຖະບານລາວ ທຳການສືບສວນສອບສວນ ຢ່າງເອົາໃຈໃສ່. Hosted on Acast....

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 17.12.2024

1. ຈ່າຍເງິນເກີນແຜນໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ. 2. ນະຄອນຫຼວງວຽງຈັນ ຈ່າຍເງິນເກີນແຜນ ໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ. 3. ອົງການ USAID ສະແດງໃຫ້ເຫັນ ປະຊາຊົນໃນພາກໃຕ້ຂອງລາວ ຍັງສືບຕໍ່ ໄດ້ຮັບກະທົບຈາກຝົນເຫຼືອງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.12.2024

1. ຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍລິສັດ ຂຸດຄົ້ນແຮ່ທາດ. 2. ນະຄອນຫຼວງວຽງຈັນ ອອກຄໍາສັ່ງຫ້າມຂື້ນລາຄາສິນຄ້າ ໃນໄລຍະບຸນປີໃໝ່ສາກົນ ທີ່ຈະມາເຖິງນີ້. 3. ການຖືພາກ່ອນໄວອັນຄວນ ຂອງເດັກນ້ອຍແມ່ຍິງລາວ ເຮັດໃຫ້ມີຄວາມສ່ຽງຕໍ່ສຸຂະພາບ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 12.12.2024

1. ຊາວບ້ານເປັນກັງວົນຫຼາຍຂຶ້ນ ພາຍຫຼັງພົບດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ເຂດສໍາປະທານຂຸດຄົ້ນເກືອກາລີ ຂອງຈີນ ໃນແຂວງຄໍາມ່ວນ. 2. ດິນຂອງປະຊາຊົນຢູ່ແຂວງຄໍາມ່ວນ ຖືກບໍລິສັດບໍ່ແຮ່ຫວຽດນາມ ຍຶດເອົາໄປ 4.ອັດຕາ ແລກປ່ຽນເງິນຕາ. 3. ປິດກອງປະຊຸມສະພາແຫ່ງຊາດ ຢ່າງເປັນທາງການ ທ່າມກາງ ຫຼາຍບັນຫາທີ່ຄົງຄ້າງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.12.2024

1. ຊາວລາວ ແລະ ເຈົ້າໜ້າທີ່ລາວ ຫຼາຍຄົນ ຄັດຄ້ານ ທີ່ມີການປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ ທ່ານ ຈ້າວ ເຫວີຍ. 2. ຄວາມຄືບໜ້າ ຂອງແມ່ຍິງລາວ ທີ່ຄ້າງຢູ່ໃນ ສູນສະແກມເມີ້ ຂອງຈີນ ໃນປະເທດມຽນມາ. 3. ເມືອງຫາດຊາຍຟອງ ໂຄສະນາ ຜົນຮ້າຍຂອງການຄ້າມະນຸດ ພາຍຫລັງ ມີແມ່ຍິງລາວ ຖືກນາຍໜ້າຕົວະໃຫ້ໄປເປັນເມັຍຈີນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.12.2024

1. ແຂວງອັດຕະປື ສັ່ງໃຫ້ຊາວບ້ານໜອງມ່ວງ ຢູ່ເມືອງສະໜາມໄຊ ເກັບກູ້ມັນຕົ້ນ ແລະຍ້າຍອອກຈາກເຂດຈີນສໍາປະທານ ພາຍໃນ 2 ເດືອນ. 2. ເວັບໄຊທ໌ຂອງລັດຖະບານອັງກິດ ອອກແຈ້ງການເຕືອນ ການໄປທ່ອງທ່ຽວຢູ່ເມືອງວັງວຽງ ໃຫ້ລະວັງການດື່ມເຫຼົ້າຍີ່ຫໍ້ Tiger Vodka ແລະ Tiger Whisky. 3. ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ຢູ່ກາງນະຄອນຫຼວງວຽງຈັນ ໄດ້ 12 ປີແລ້ວ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 10.12.2024

1. ລາຄາມັນຕົ້ນຕົກຕໍ່າ, ຊາວກະສິກອນລາວ ທີ່ປູກມັນຕົ້ນ ຮຽກຮ້ອງໃຫ້ທາງການ ຊ່ອຍເຫຼືອ. 2. ຊາຍຈີນ ຜູ້ບຸກເຂົ້າຮ້ານຄໍາ ຢູ່ນະຄອນຫຼວງພະບາງ ທໍາຮ້າຍເຈົ້າຂອງຮ້ານ ທີ່ສູ້ຄືນ. 3. ຊາວບ້ານຈໍານວນໜຶ່ງ ຢ້ານວ່າ ທີ່ດິນຂອງເຂົາເຈົ້າ ຈະຖືກຍຶດໄປ ຍ້ອນວ່າ ຂະບວນການອອກໃບຕາດິນ ຊັກຊ້າ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.12.2024

1. ການປັກຫຼັກໝາຍຊາຍແດນ ລະຫວ່າງລາວ ແລະກໍາປູເຈຍ ມາເຖິງປັດຈຸບັນ ກໍຍັງບໍ່ທັນສໍາເລັດ. 2. ຂ່າວຄວາມຄືບໜ້າ ຂອງແມ່ຍິງລາວ ທີ່ຕິດຢູ່ສູນ ສະແກມເມີ້ຂອງຈີນ ໃນປະເທດ ມຽນມາ. 3. ເມືອງວັງວຽງ ສັ່ງຫ້າມຂາຍເຫຼົ້າ ໂວນກາ ໄທເກີ ແລະ ໄທເກີວິສະກີ ທຸກແຫ່ງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.12.2024

1. ຊາວລາວ ບໍ່ເຊື່ອໝັ້ນວ່າ ລັດຖະບານລາວ ຈະແກ້ໄຂບັນຫາ ການສໍ້ລາດບັງຫຼວງໄດ້. 2. ລັດຖະບານລາວ ເຝົ້າລະວັງອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ, ອົງການພາກປະຊາສັງຄົມ ທີ່ໄດ້ສົນທະນາ ກັບຜູ້ລາຍງານພິເສດ ສະຫະປະຊາຊາດ. 3. ເກີດເຫດດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ແຂວງຄໍາມ່ວນ ທີ່ນອນຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ.   Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 05.12.2024

1. ປະຊາຊົນ 371 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງລົດໄຟລາວ-ຈີນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ. 2. ເງິນເດືອນຂອງຄູສອນ ຢູ່ລາວ ຕໍ່າສຸດໃນອາຊ້ຽນ ແລະ ບາງຄົນ ລາອອກຈາກວຽກ. 3. ຊາວນະຄອນຫຼວງວຽງຈັນ ເລີ່ມພົບເຫັນໝອກຄວັນ ແລະຝຸ່ນລະອອງ PM2.5 ໃນປະລິມານຫຼາຍຂື້ນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.12.2024

1. ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຢ່າງມະຫາສານ ຄືເຖິງປະມານ 4.3 ຕື້ໂດລາສະຫະຣັດ. 2.  ລັດຖະບານລາວ ອະໄພຍະໂທດ ໃຫ້ແກ່ນັກໂທດ 2,716 ຄົນ ເນື່ອງໃນວັນຊາດປີນີ້ ແຕ່ບໍ່ມີການອະໄພຍະໂທດ ໃຫ້ນັກໂທດການເມືອງ. 3.  ໂຮງໝໍລັດຫຼາຍແຫ່ງ ຍັງຂາດແຄນຢາປິ່ນປົວ ຄົນເຈັບປ່ວຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.12.2024

1. ນັກທຸລະກິດຈີນ ຂົນອຸປະກອນເຮັດປ້າຍໂຄສະນາ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ແບບບໍ່ຖືກລະບຽບກົດໝາຍ. 2. ພະນັກງານເຮືອນພັກ ນານາ ແບັກແພັກເກີ ຖືກຈັບຕື່ມອີກ 3 ຄົນ ຍ້ອນເຫດການເຫຼົ້າປົນທາດເມທານອນ ທີ່ເປັນຜິດ. 3. ຜູ້ລາຍງານພິເສດ ຂອງ UN ຮຽກຮ້ອງໃຫ້ ສປປ. ລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ ຂອງປະຊາຊົນບັນດາເຜົ່າ.  Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.11.2024

1. ແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີຂອງຈີນ ໃນປະເທດພະມ້າ ຍັງລໍຖ້າການຊ່ວຍເຫຼືອ.   2. ຊາວບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ເດືອດຮ້ອນ ຍ້ອນການຂຸດແຮ່ທາດ ແລະ ແຮ່ຄໍາຕົກຂ້ອນ. 3. ຄົນນໍາທ່ຽວຈີນຜິດກົດໝາຍ ພາຄົນຈີນ ທ່ຽວຢູ່ນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ.   Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.11.2024

1. ການກວດກາ ຄຸນນະພາບຂອງເຄື່ອງດື່ມທາດເຫຼົ້າ ຕາມຮ້ານຕ່າງໆ ຢູ່ເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ທັນໄດ້ປະຕິບັດຈິງຈັງ ແລະທົ່ວເຖິງເທື່ອ. 2. ປະຊາຊົນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງຕັດໄມ້ ຖາງປ່າ ເພື່ອຫາລ້ຽງຊີບຢູ່. 3. ຊາວບ້ານ ເຂດເມືອງກາສີ ຍັງເຫັນສາຍນ້ຳປັງ ກາຍເປັນສີແດງຂຸ່ນ ຈົນຊາວບ້ານບໍ່ກ້າໃຊ້ນ້ຳ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 26.11.2024

1.  ຮ້ານບັນເທີງ ແລະຮ້ານກິນດື່ມ ໃນເມືອງວັງວຽງ ຈໍານວນໜຶ່ງ ໄດ້ຮັບຜົນກະທົບ ຫຼັງຈາກ ພົບເຫັນສິ່ງມຶນເມົາ ປົນເປື້ອນສານເມທານ້ອນ. 2.  ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ. 3.  ນັກຮຽນຊັ້ນປະຖົມ ປະລະການຮຽນ ເນື່ອງຈາກ ໂຮງຮຽນ ບໍ່ມີໂຄງການອາຫານເທື່ອ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.11.2024

1.  ກະຊວງປ້ອງກັນຄວາມສະຫງົບ ເຜີຍຂໍ້ມູນ ກ່ຽວກັບນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ. 2.  ນັກຮຽນ 333,770 ຄົນ ບໍ່ເຂົ້າຮຽນຕໍ່ ໃນສົກຮຽນ ປີ 2023-2024. 3.   ສະມາຊິກສະພາແຫ່ງຊາດ ຮຽກຮ້ອງໃຫ້ລັດຖະບານ ຊ່ວຍຮັກສາ ນະຄອນຫຼວງພະບາງ ໃຫ້ຍັງເປັນເມືອງມໍລະດົກໂລກ.   Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 22.11.2024

1. ມີນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ 5 ຄົນແລ້ວ ຈາກເຫດການດື່ມເຫຼົ້າປະສົມສານ Methanol. 2. ຊາວລາວຕ້ອງການໃຫ້ລັດຖະບານ ໂຈະການອະນຸມັດ ໂຄງການຂຸດຄົ້ນແຮ່ທາດ ຍ້ອນມັນມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ. 3.   ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 21.11.2024

1. ສສຊ ສະແດງຄວາມເປັນຫ່ວງ ຕໍ່ຄວາມເສຍຫາຍຂອງເສັ້ນທາງ ຈາກໂຄງການຂຸດຄົ້ນບໍ່ແຮ່. 2.   ທາງການລາວ ຢູ່ລະຫວ່າງ ສືບສວນ-ສອບສວນ ນັກທ່ອງທ່ຽວທີ່ຖືກທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ. 3.   ຊາວບ້ານ 2 ບ້ານ ໃນແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກໂຄງການປຸງແຕ່ງໝາກເດືອຍ ຂອງນັກລົງທຶນຈີນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.11.2024

1. ລົດບັນທຸກແຮ່ທາດ ຂອງ ຫລາຍບໍລິສັດ ນ້ຳໜັກເກີນ ເຮັດໃຫ້ເສັ້ນທາງ ເລກທີ 10 ເປ່ເພ. 2.   ນັກທ່ອງທ່ຽວຕ່າງປະເທດ ທີ່ດື່ມເຫຼົ້າມີທາດເບື່ອ ຢູ່ເມືອງວັງວຽງ ຈໍານວນນຶ່ງຕ້ອງໄດ້ເຂົ້າໂຮງໝໍ. 3.   ລັດຖະບານລາວ ຈະປັບຂຶ້ນ ເງິນເດືອນລັດຖະກອນ ໃນປີ 2025.  Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 18.11.2024

1.ກອງປະຊຸມສະພາແຫ່ງຊາດລາວຊຸດທີ 9 ໄຂຂື້ນມື້ນີ້ ໂດຍຫວັງຈະແກ້ໄຂບັນຫາເສດຖະກິດ. 2 . ຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ເປັນກັງວົນ ຢ້ານໄດ້ຮັບຜົນກະທົບ ຈາກບໍລິສັດຂຸດຄົ້ນແຮ່ທາດ. 3.ພາຍຫຼັງຈີນໄດ້ສໍາປະທານສວນວັດທະນະທໍາຊຽງຄວນໃນປີ 2017 ແລ້ວ ມີນັກທ່ອງທ່ຽວຈີນມາຫຼາຍຂື້ນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 16.11.2024

1. ຄົນຈີນ ຫຼາຍສິບຄົນ ຖືກຈັບ ຢູ່ສູນການຄ້າ ຊຽງຂວາງເຊັນເຕີ້. 2. ຫຼາຍໂຮງງານ ຢູ່ເຂດເສດຖະກິດພິເສດໃນລາວ ຕ້ອງການຄົນງານຫຼາຍພັນຄົນ. 3.   ການຟື້ນຟູໄພພິບັດນໍ້າຖ້ວມ ໃນ 16 ແຂວງ ຊັກຊ້າ ຍ້ອນຂາດງົບປະມານ. Hosted on Acast. See acast.com/privacy for more information.

Hallgasd a(z) ທັນເຫດການ ເມືອງລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.