SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ສຸຂະພາບລະບົບສືບພັນ ແລະລະບົບທາງເດີນປັດສາວະ ຂອງຜູ້ຊາຍ 30.10.2024 8:25
ການຄົ້ນຄວ້າໂດຍ YouGov ຂອງ Boston Scientific ພົບວ່າຜູ້ຊາຍສ່ວນຫລາຍ ຈະບໍ່ຮູ້ເຖິງຄວາມຮ້າຍແຮງ ຂອງສະພາບການ ທາງສຸຂະພາບທົ່ວໄປ. ບັນຫາ ຮວມເຖິງການເພີ່ມຂຶ້ນ ຂອງຄວາມຖີ່ຂອງການປັດສາວະ (ຖ່າຍເບົາ ຫຼື ຍ່ຽວ), ແລະການສ່ຽງຂອງການອັດຕັນ, ກະເພາະຍ່ຽວອັດຕັນ ແລະອາການທີ່ອັນຕະຣາຍຕໍ່ຊີວິດ. ຖ້າບໍ່ໄດ້ຮັບການປິ່ນປົວ, ຕ່ອມລູກໝາກໃຫຍ່ (Enlarged Prostate Gland) ອາດນໍາໄປສູ່ ການຕິດເຊື້ອຂອງທາງເດີນປັດສາວະ, ໜິ້ວຫມາກໄຂ່ຫລັງ ແລະຫມາກໄຂ່ຫລັງພິກ...
ການປິດລົງຂອງເຄືອຂ່າຍໂທຣະສັບ 3G. 29.10.2024 7:11
ເຄືອຂ່າຍໂທຣະສັບ 3G ໄດ້ປິດລົງໃນວັນທີ 28 ຕຸລາ. ມັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງສຳລັບຜູ້ຄົນໃນພູມີພາກ ແລະຊົນນະບົດ. ອອສເຕຣເລັຍ ບໍ່ໄດ້ເປັນພຽງປະເທດດຽວທີ່ປິດ 3G. ໃນສະຫະຣັດອາເມຣິກາ, ບໍຣິການ 2G ແລະ 3G ສ່ວນຫລາຍໄດ້ຖືກຍົກເລີກ ໃນທ້າຍປີ 2022, ໃນຂນະທີ່ປະເທດຈີນ ໄດ້ປິດ 3G ໃນປີທີ່ຜ່ານມາ. Singapore ກໍໄດ້ເລີ້ມປິດເຄືອຂ່າຍ 3G ໃນປີນີ້ຄືກັນ.
ຄວາມຮັບຮູ້ກ່ຽວກັບອັນຕະຣາຍຈາກການພະນັນ 29.10.2024 6:52
Gamble Aware Week (21-27 ຕຸລາ) ຖືກຈັດຂຶ້ນທົ່ວປະເທດ-ໂດຍມີຈຸດປະສົງ ທີ່ຈະຍົກລະດັບຄວາມຮັບຮູ້ ເຖິງ ອັນຕະຣາຍທີ່ມາຈາກການພະນັນ ທັງທາງກົງແລະທາງອ້ອມ ແລະ ວິທີ ຜູ້ທີ່ຈະເລືອກຫລິ້ນພະນັນ ສາມາດເຮັດໄດ້ຢ່າງປອດພັຍ ຫລາຍຂຶ້ນກວ່າເກົ່າ.
ອັດຕາເງິນເຟີ້ ໃນອອສເຕຣເລັຍ 29.10.2024 8:21
ກອງທຶນການເງິນນາໆຊາດ (The International Monetary Fund) ໄດ້ຄາດການວ່າ ອັດຕາເງິນເຟີ້ ຂອງອອສເຕຣເລັຍ ຈະເພີ່ມຂຶ້ນຈາກ 2.8 ເປີເຊັນເປັນ 3.6 ເປີເຊັນ ໃນທ້າຍປີຕໍ່ໄປ. ເຮັດໃຫ້ປະເທດນີ້ ເປັນປະເທດ ທີ່ມີອັດຕາເງິນເຟີ້ສູງ ເປັນອັນດັບທີສອງ ໃນທ້າຍປີຫນ້າ, ໃນບັນດາອີກ 41 ປະເທດ.
ການເກັບເງິນເພີ່ມ (Surcharges) ໃນການໃຊ້ບັດທະນາຄານ. 23.10.2024 6:38
ເຖິງແມ່ນວ່າການໃຊ້ເງິນຂອງທ່ານເອງໃນການຊື້ສິນຄ້າ ໂດຍການໃຊ້ ບັດເຄຣດິດ (Credit Cards) ແລະບັດເດບິດ (Debit Cards) ແມ່ນແຕ່ກາເຟພຽງຈອກດຽວ, ທາງຮ້ານຈະມີ ການເກັບເງິນເພີ່ມ (Surcharges) ໃນການ ຈ່າຍທະນາຄານໃນການດຳເນີນທຸຣະກິດ. ຣັຖບານກຳລັງພິຈາຣະນາວ່າຈະໃຫ້ຍົກເລີກ ເລື້ອງນີ້ ຊຶ່ງຈະຊ່ອຍໃຫ້ ຊາວອອສເຕຣເລັຍ ສາມາດປະຢັດເງິນໄດ້ ເຖິງຫ້າຮ້ອຍລ້ານໂດລາ ຕໍ່ປີ.
ລະດູໄຟໄຫມ້ປ່າໃນອອສເຕຣເລັຍ 21.10.2024 11:07
ເມື່ອເວົ້າເຖິງລະດູໄຟໄຫມ້ປ່າໃນອອສເຕຣເລັຍແລ້ວ ຜູ້ຊ່ຽວຊານບາງຄົນກ່າວວ່າ ປວັດສາດຈະເກີດຊ້ຳອີກ. ສະນັ້ນ, ເຈົ້າຫນ້າທີ່ສຸກເສີນ ກໍາລັງຊຸກຍູ້ຜູ້ຄົນ ໃຫ້ລະມັດລະວັງ ແລະຄອຍລະວັງຄຳເຕືອນສະພາບອາກາດ ແລະພັຍພິບັດໃນທ້ອງຖິ່ນ.
First homebuyer’s guide: Getting a home loan in Australia - ຄູ່ມືຜູ້ຊື້ເຮືອນເທື່ອທໍາອິດ: ການກູ້ຢືມເງິນຊື້ເຮືອນໃນອອສເຕຣເລັຍ. 21.10.2024 12:13
For first-time borrowers, the home loan application process can feel overwhelming. Learn the basics around interest rates, the application process and government support you may be eligible for in Australia. - ສໍາລັບຜູ້ຢືມເທື່ອທໍາອິດ, ຂັ້ນຕອນການສມັກກູ້ຢືມເງິນຊື້ເຮືອນອາດຮູ້ສຶກຫຍຸ້ງຍາກ. ຮຽນຮູ້ພື້ນຖານກ່ຽວກັບອັດຕາດອກເບັ້ຍ, ຂັ້ນຕອນການສມັກ ແລະ ການສນັບສນູນຈາກຣັຖບານ ທີ່ທ່ານອາດມີສິດໄດ້ຮັບໃນ ອອສເຕຣເລັຍ.
ໂຣກມະເລັງເຕົ້ານົມ ໄລຍະແພ່ລາມ. 21.10.2024 5:05
ໃນອອສເຕຣເລັຍ, ມີ 3,200 ຄົນ ທີ່ຕາຍດ້ວຍໂຣກມະເລັງເຕົ້ານົມ ທຸກໆປີ ແລະເຂົາເຈົ້າທຸກຄົນ ຕາຍດ້ວຍໂຣກມະເລັງເຕົ້ານົມ ໄລຍະແພ່ລາມ. ແລະຫຼາຍຄົນ ຈະຮູ້ສຶກວ່າ ບໍ່ມີຕົວຕົນ. ເຫດຜົນຢ່າງຫນຶ່ງ ກໍຍ້ອນວ່າທະບຽນມະເຮັງ ບໍ່ໄດ້ຮວບຮວມຂໍ້ມູນ ກ່ຽວກັບໄລຍະການເປັນໂຣກນີ້ ແລະການກັບຄືນມາອີກຂອງໂຣກ. Metastatic Breast Cancer Action Australia ແມ່ນກຸ່ມທໍາອິດຂອງປະເທດ ທີ່ສນັບ ສນູນຜູ້ຄົນ ທີ່ອາສັຍຢູ່ກັບການວິນິດສັຍ, ຜູ້ທີ່ສ່ວນຫລາຍ ບໍ່ໄດ້ຮັບບໍຣິກ...
ໂຣກກະດູກ ແລະຜູ້ສູງອາຍຸໃນ ອອສເຕຣເລັຍ. 17.10.2024 6:17
ຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ ໄດ້ຮັບການເຕືອນກ່ຽວກັບໂຣກ ກະດູກຂາດແຮ່ທາດ (Osteopenia) ແລະໂຣກກະດູກຜຸ (Osteoporosis). ລາຍງານພົບວ່າ ຫລາຍກວ່າ ສອງໃນສາມຄົນ ໃນກຸ່ມອາຍຸນັ້ນ ມີສຸຂະພາບກະດູກບໍ່ດີ. ປີກາຍນີ້, ໃນອອສເຕຣເລັຍ, ກະດູກຫັກໄດ້ເກີດຂຶ້ນທຸກໆ 2.7 ນາທີ, ໝາຍເຖິງ ມີການຫັກ ຫລາຍກວ່າ 193,000 ເທື່ອ. ຄ່າໃຊ້ຈ່າຍທັງຫມົດ ຂອງ Osteopenia ແລະ Osteoporosisແມ່ນປະມານ 4.8 ພັນລ້ານໂດລາ, ແລະຄາດວ່າ ຄ່າໃຊ້ຈ່າຍ ຈະເພີ່ມຂຶ້ນເຖິ...
ການປະຊຸມ ASEAN ປະຈໍາປີທີ່ປະເທດລາວ. 15.10.2024 4:59
ລາຍງານການປະຊຸມ ASEAN ປະຈໍາປີທີ່ປະເທດລາວ ໂດຍທີມງານຂ່າວ SBS.
ຄວາມຜິດປົກກະຕິຂອງການກິນ. 15.10.2024 8:17
ຄວາມຜິດປົກກະຕິຂອງການກິນ (Eating Disorders) ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ, ໂດຍສື່ສານມວນຊົນ ກໍເປັນປັດຈັຍ ຂອງການເພີ່ມຂຶ້ນ ໃນກຸ່ມຄົນຫນຸ່ມ. ຄວາມຜິດປົກກະຕິຂອງການກິນ ເປັນຄວາມເຈັບປ່ວຍ ທີ່ເຈັບປວດຫລາຍ, ສໍາລັບຜູ້ທີ່ປະສົບກັບມັນ, ແລະສໍາລັບພໍ່ແມ່, ຄອບຄົວ, ຫມູ່ເພື່ອນ ແລະຜົວເມັຍຂອງເຂົາເຈົ້າ.
Thinking of installing solar panels? Here's what you need to know - ກຳລັງຄິດທີ່ຈະຕິດຕັ້ງ ແຜງພະລັງແສງຕາເວັນບໍ່? ນີ້ຄື ສິ່ງທີ່ທ່ານຕ້ອງຮູ້. 15.10.2024 8:48
Australia's warm climate offers an abundant supply of solar energy year-round, making solar power an increasingly significant contributor to the nation's electricity supply. Learn what the requirements are for installing solar power systems in your home. - ອາກາດທີ່ອົບອຸ່ນ ຂອງອອສເຕຣເລັຍ ມີພະລັງແສງຕາເວັນ ຢ່າງຫລວງຫລາຍຕລອດປີ, ເຮັດໃຫ້ພະລັງແສງຕາເວັນ ເປັນສ່ວນທີ່ສໍາຄັນຫລາຍຂຶ້ນ ໃນການຈັດຫາໄຟຟ້າ ຂອງປະເທດ. ມາ...
ລະດູທີ່ນົກ Magpie ບິນໄລ່ທຳຮ້າຍຜູ້ຄົນ. 08.10.2024 7:03
Magpie ແມ່ນນົກສີດໍາ ແລະຂາວ ທີ່ເຮົາຮູ້ກັນດີວ່າ ແມ່ນນົກພື້ນເມືອງອອສເຕຣເລັຍ. ໂດຍທົ່ວໄປແລ້ວ ເປັນນົກທີ່ຮ້ອງມ່ວນ, ແຕ່ໃນລະດູ ການປະສົມພັນ, ຈະກາຍເປັນຜູ້ປົກປ້ອງຮັງຂອງມັນ ຢ່າງຮ້າຍກາດ, ມັນຈະບິນໄລ່ສັບ ສິ່ງທີ່ມັນເຫັນວ່າເປັນການຂົ່ມຂູ່-ຮວມທັງຄົນ ທີ່ຍ່າງຜ່ານໄປມາ ໂດຍບໍ່ລະວັງໂຕ. ໂດຍທົ່ວໄປແລ້ວ, ມັນມີແຕ່ໂຕຜູ້ ທີ່ເຮັດການໂຈມຕີ ຊຶ່ງກໍແມ່ນໂຕທີ່ປົກປ້ອງລູກຢູ່ໃນຮັງຂອງມັນ.
"Shrinkflation" ແມ່ນຫຍັງ? 08.10.2024 5:51
"Shrinkflation" ແມ່ນການປະຕິບັດໂດຍ Supermarkets ທີ່ຫລຸດຂນາດ ຫຼືປະຣິມານຂອງສິນຄ້າລົງ....ແຕ່ລາຄາຍັງຄົງຄືເກົ່າ...ຫລືແມ່ນແຕ່ເພີ່ມຂຶ້ນ.... ເຊິ່ງເປັນການປະຕິບັດທີ່ແພ່ໄປທົ່ວອຸດສະຫະກັມ...ຣັຖບານ ກໍາລັງພະຍາຍາມເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບຽບລາຄາຕໍ່ຫນ່ວຍ (Unit Pricing Code) ເຮັດໃຫ້ປ້າຍລາຄາ ແລະບໍຣິມາດເຫັນງ່າຍ, ອ່ານງ່າຍ ແລະປຽບທຽບໄດ້... ພ້ອມທັງມີການລົງໂທດໃຫມ່ ສໍາລັບຕລາດເຫລົ່ານັ້ນ-ໃນການເຮັດສິ່ງທີ່ບໍ່ຖືກຕ້ອງ.
ຄວາມເຈັບປວດຊໍາເຮື້ອຂອງເດັກນ້ອຍອອສເຕຣເລັຍ. 08.10.2024 6:01
ຫນຶ່ງໃນຫ້າຄົນ ຂອງເດັກນ້ອຍອອສເຕຣເລັຍ ຕ້ອງທົນທຸກທໍຣະມານຈາກຄວາມເຈັບປວດຊໍາເຮື້ອ ແຕ່ການວິຈັຍໃຫມ່ ສະແດງໃຫ້ເຫັນວ່າ ບັນຫາສ່ວນຫລາຍ ບໍ່ຖືກເອົາໃຈໃສ່, ຊຶ່ງນໍາໄປສູ່ການຊັກຊ້າ ໃນການວິນິສັຍ ແລະການປິ່ນປົວ. ສິ່ງນີ້ ສາມາດກະທົບກະເທືອນ ຕໍ່ການພັດທະນາທາງຮ່າງກາຍ ແລະຈິດໃຈ ຂອງເຂົາເຈົ້າ.
ການປ່ຽນແປງສະພາບອາກາດ ແລະການຜລິດເບັຍ. 08.10.2024 8:06
ມີການຄົ້ນຄວ້າຫາ Hops ພັນໃໝ່ທີ່ສາມາດຕ້ານທານການປ່ຽນແປງຂອງສະພາບອາກາດ ແຕ່ຍັງໃຫ້ຣົດຊາດດັ້ງເດີມຂອງເບັຍຢູ່.
ການດູແລຜູ້ສູງອາຍຸຢູ່ເຮືອນ. 03.10.2024 10:41
ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍກວ່າ 68 ພັນຄົນ ທີ່ລົງຊື່ລໍຖ້າ-ຂາດການດູແລທີ່ສໍາຄັນ ໃນເວລາທີ່ເຂົາເຈົ້າ ຕ້ອງການຫລາຍທີ່ສຸດ. ຜູ້ສູງອາຍຸຊາວອອສເຕຣເລັຍ ໄດ້ຮັບຄໍາສັນຍາວ່າ ຈະໄດ້ຮັບການ ສນັບສນູນ ຫລາຍກວ່າເກົ່າຢູ່ໃນເຮືອນ, ຫລັງຈາກຣັຖບານກາງ ໄດ້ປະກາດ ເຖິງການປະຕິຮູບ ການດູແລຜູ້ສູງອາຍຸ ໃນອາທິດຜ່ານມາ.
ການເລືອກປະຕິບັດດ້ານອາຍຸໃນອອສເຕຣເລັຍ 02.10.2024 7:45
ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner) ຍັງມີໃຫ້ເຫັນຢູ່ທົ່ວໄປໃນອອສເຕຣເລັຍ. ມີການຮຽກຮ້ອງ ໃຫ້ຣັຖບານຈັດຕັ້ງ ວັນຮັບຮູ້ເລື່ອງການຈໍາແນກອາຍຸ (Ageism Awareness Day) ຢ່າງເປັນທາງການ ເພາະພາຍໃນ 20 ປີ, ຈໍານວນປະຊາກອນຜູ້ສູງອາຍຸ ຂອງອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ຈະມີປະມານ 9ລ້ານຄົນ, ຫຼືປະມານສອງເທົ່າ ຂອງປະຈຸບັນ.
ຄວາມກົດດັນ ເລື່ອງການເຊົ່າເຮືອນ 02.10.2024 9:31
ຊາວອອສເຕຣເລັຍຫລາຍຄົນ ທີ່ໄດ້ຮັບເງິນຊ່ອຍເຫລືອຈາກ Centrelink ໃນຕອນນີ້ ກຳລັງປະເຊີນກັບຄວາມກົດດັນ ເລື່ອງການເຊົ່າເຮືອນ ທີ່ຮ້າຍແຮງ ຫຼືບໍ່ສາມາດຈ່າຍຄ່າເຊົ່າໄດ້ ແມ່ນແຕ່ຜູ້ທີ່ເຮັດວຽກເຕັມເວລາ ແລະໄດ້ຄ່າແຮງຂັ້ນຕ່ຳ ກໍຍັງຈະມີປັນຫາແບບດຽວກັນ. ລາຍງານໃຫມ່ ອະທິບາຍວ່າ ບັນຫານີ້ ສ່ວນຫລາຍຖືກຂັບເຄື່ອນໂດຍ ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ແລະການຂັບໄລ່ ທີ່ບໍ່ມີເຫດຜົນ (No-Grounds Evictions) ແລະກໍາລັງຮຽກຮ້ອງ ໃຫ້ມີການປະຕິຮູບຢ່າງຮີບດ່...
Understanding shared housing in Australia - ທຳຄວາມເຂົ້າໃຈ ກ່ຽວກັບເຮືອນທີ່ອາສັຍຮ່ວມກັນ ໃນອອສເຕຣເລັຍ 02.10.2024 9:43
Shared housing is becoming increasingly popular in Australia, as more people look to reduce rental costs. So, what key factors should you consider when searching for shared accommodation, and how can you avoid potential scams? - ເຮືອນທີ່ອາສັຍຮ່ວມກັນ (Shared housing) ກໍາລັງກາຍເປັນທີ່ນິຍົມຫລາຍຂຶ້ນ ໃນອອສເຕຣເລັຍ ເພາະຫລາຍຄົນ ຢາກປະຢັດຄ່າເຊົ່າ.ດັ່ງນັ້ນປັດຈັຍສໍາຄັນອັນໃດ ທີ່ທ່ານຄວນພິຈາຣະນາ ເມື່ອຊອກຫາບ່ອນເຊ...
Why is dental health care expensive in Australia? - ເປັນຫຍັງ ການດູແລສຸຂະພາບແຂ້ວ ຈຶ່ງມີລາຄາແພງ ໃນອອສເຕຣເລັຍ? 24.09.2024 12:36
Understanding how dental care works in Australia can be crucial for maintaining your health and well-being. Learn how to access dental services, the costs involved, and some essential dental health tips to keep you and your family smile bright. - ການທຳຄວາມເຂົ້າໃຈ ການດູແລສຸຂະພາບແຂ້ວ ໃນອອສເຕຣເລັຍ ສໍາຄັນຕໍ່ການຮັກສາສຸຂະພາບ ແລະຄວາມເປັນຢູ່ທີ່ດີຂອງທ່ານ. ຮຽນຮູ້ວິທີ ເຂົ້າເຖິງການບໍຣິການ ສຸຂະພາບແຂ້ວ, ຄ່າໃຊ້ຈ...
ການປ່ຽນແແປງໃນການດູແລ ຜູ້ສູງອາຍຸ 24.09.2024 7:52
ການປ່ຽນແປງໃນການດູແລຜູ້ສູງອາຍຸ ໄດ້ເປັນທີ່ເຫັນພ້ອມຈາກພັກຝ່າຍຄ້ານ ຊຶ່ງກ່າວວ່າ ລາຄາທີ່ສູງກວ່ານັ້ນ ແມ່ນກຸ້ມຄ່າ, ແລະເຊື່ອວ່າ ມັນຈະປັບປຸງພາກສ່ວນນີ້. ການປ່ຽນແປງໂດຍພື້ນຖານກໍຄື ຊາວອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫລາຍຂຶ້ນ ສໍາລັບການດູແລ. ແຕ່ກໍຍັງມີປັນຫາກ່ຽວກັບການຫາພນັກງານທີ່ຈະເຮັດໜ້າທີ່ເຫຼົ່ານີ້ ເຖິງແມ່ນຈະມີການຈັດຫາເງິນຊ່ອຍເຫຼືອເພີ່ມຕື່ມກໍຕາມ.
ການຂົ່ມເຫັງທາງຈິດໃຈ ເດັກນ້ອຍ 24.09.2024 8:29
ການຂົ່ມເຫັງທາງຈິດໃຈເດັກນ້ອຍ ໃນອອສເຕຣເລັຍ ເພີ່ມຂຶ້ນຫລາຍກວ່າທີ່ຜ່ານມາ ແຕ່ມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ຈະລາຍງານກ່ຽວກັບເລື້ອງນີ້. ຜູ້ຊ່ຽວຊານກ່າວວ່າ ຄົນທີ່ເຄີຍປະສົບກັບການຂົ່ມເຫັງທາງຈິດໃຈ ໂດຍສະເພາະ ສ່ວນຫລາຍຈະປະສົບກັບຄວາມຊຶມເສົ້າ, PTSD, ຄວາມວິຕົກກັງວົນ, ທໍາຮ້າຍຕົວເອງ ແລະການໃຊ້ຢາເສບຕິດ ຕລອດຊີວິດ. ນອກນັ້ນ ຜົນກະທົບຂອງ ການຂົ່ມເຫັງທາງຈິດໃຈ ມີຜົນກະທົບ ຄ້າຍຄືກັນກັບ ການເຫັງທາງເພດ.
ວິທີໃໝ່ໃນການລະບຸມະເຮັງຜິວຫນັງ 18.09.2024 6:55
ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ໄດ້ຖືກພັດທະນາ ເພື່ອຮວບຮວມຈຸລັງ ແລະແພຈຸລັງ ໃນການວິນິດສັຍ ໂຣກມະເຮັງ ທີ່ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ ແລະໃຊ້ເວລາບໍ່ເຖິງນຶ່ງນາທີ. ແຕ່ຕອນນີ້ ຍັງຈະຕ້ອງມີການຄົ້ນຄວ້າເພີ່ມຕື່ມອີກ.
Good reasons to observe the pedestrian road rules - ເຫດຜົນທີ່ດີ ທີ່ຈະປະຕິບັດຕາມກົດລະບຽບ ຂອງເສັ້ນທາງຍ່າງ 18.09.2024 10:27
Every day, pedestrians across Australia break the law without knowing it. This can result penalties and occasionally accidents. Stay safe and avoid an unexpected fine by familiarising yourself with some of Australia’s common pedestrian laws. - ທຸກໆມື້, ຄົນຍ່າງຖນົນທົ່ວອອສເຕຣເລັຍ ຝ່າຝືນກົດຫມາຍ ໂດຍບໍ່ຮູ້ໂຕ. ສິ່ງນີ້ ອາດກໍ່ໃຫ້ເກີດການລົງໂທດ ແລະອຸບັດຕິເຫດ ໃນບາງຄັ້ງ. ຈົ່ງຮັກສາຄວາມປອດພັຍ ແລະຫລີກເວັ້ນຈາກການ...
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.