SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ການກັບຄືນອອສເຕຣເລັຍຂອງ“the Bali Nine”. 18.12.2024

ຫຼັງຈາກການໃຊ້ຊີວິດໃນຄຸກທີ່ ອິນໂດເນເຊັຍເປັນເວລາຫຼາຍປີ. ບັດນີ້ ພວກເຂົາໄດ້ກັບຄືນປະເທດ ຈາກການເຈຣະຈາລະຫວ່າງ ນາຍົກຣັຖມົນຕີ ແລະປະທານາທິບໍດີຂອງ ອິນໂດເນເຊັຍ. ແຕ່ສະມາຊິກຂອງກຸ່ມ ສອງຄົນໄດ້ຖືກປະຫານຊີວິດ ໃນປີ 2015 ແລະອີກຄົນໜຶ່ງຕາຍດ້ວຍໂຣກ ມະເຮັງ ໃນປີ 2018.

ພາຍຸໄຊຄະໂລນ Chido ທີ່ເກາະ Mayotte. 18.12.2024

ພາຍຸໄຊຄະໂລນ Chido ທີ່ພັດຖລົ່ມເກາະ Mayotte ຂອງຝຣັ່ງ ແລະໄດ້ສ້າງຄວາມເສັຍຫາຍຢ່າງໜັກ. ນອກຈາກຄວາມເສັຍຫາຍທາງຊັບສິນແລ້ວ, ທາງການຍັງມີຄວາມເປັນຫ່ວງກ່ຽວກັບໂຣກລະບາດ ເຊັ່ນ ໂຣກອະຫິວາ ແລະໄຂ້ປ່າ ທີ່ອາດມາກັບນ້ຳຖ້ວມນຳອີກ. $ນຂນະດຽວກັນ, ທາງຢູໂຮບກໍໃຫ້ຄຳໝັ້ນວ່າ ຈະບໍ່ປະຖິ້ມ Mayotte ແລະຈະໃຫ້ຄວາມສນັບສນູນຢ່າງເຕັມທີ່.

ປວັດການອະພັຍໂທດ ຂອງອາເມຣິກາ. 11.12.2024

ປະທານາທິບໍດີ ຂອງສະຫະຣັດອາເມຣິກາ ມີອໍານາດ ທີ່ຈະໃຫ້ອະພັຍໂທດຜູ້ໃດກໍໄດ້ ພາຍໃຕ້ຣັຖທັມມະນູນ ຂອງສະຫະຣັດອາເມຣິກາ-ແລະສິດທິພິເສດນັ້ນ ໄດ້ກາຍເປັນຫົວຂໍ້ຂ່າວເມື່ອບໍ່ດົນມານີ້ ເມື່ອ Biden ໄດ້ຕັດສິນໃຈ ທີ່ຈະໃຫ້ອະພັຍໂທດ Hunter ຜູ້ເປັນລູກຊາຍ. ຜູ້ຊ່ຽວຊານດ້ານກົດໝາຍກ່າວວ່າ Donald Trump ອາດຈະໃຊ້ຂໍ້ອ້າງນີ້ ໃຫ້ອະພັຍໂທດ

ລາງວັນ Nobel ສາຂາສັນຕິພາບ. 11.12.2024

ກຸ່ມຮາກຫຍ້າ ຂອງຜູ້ລອດຊີວິດ ຈາກການຖິມລະເບີດປະຣະມານູ (Atomic Bombings) ທີ່ Hiroshima ແລະ Nagasaki ໃນປີ 1945 ໄດ້ຮັບລາງວັນ Nobel ສາຂາສັນຕິພາບ. ຜູ້ໄດ້ຮັບ ລາງວັນ Nobel ສາຂາສັນຕິພາບ ໃນປີນີ້ກໍາລັງຮຽກຮ້ອງຜູ້ນໍາຂອງໂລກ ບໍ່ໃຫ້ລືມອະດີດ.

ສະຖານະການຫຼ້າສຸດຂອງຊີເຣັຍ. 10.12.2024

ສະພາຄວາມໝັນຄົງ ຂອງສະຫະປະຊາຊາດ ໄດ້ປະຊຸມກັນເພື່ອສົນທະນາ ກ່ຽວກັບສະຖານະການ ທີ່ກໍາລັງປ່ຽນແປງ ໃນປະເທດຊີເຣັຍ. ໃນຂນະທີ່ ເຢັຍຣະມັນ ແລະປະເທດຝຣັ່ງ ກໍໄດ້ສົນທະນາ ກ່ຽວກັບຄວາມເປັນໄປໄດ້ ໃນການຮ່ວມມື ກັບຜູ້ນໍາຄົນໃຫມ່ຂອງຊີເຣັຍ. ກຸ່ມຕໍ່ຕ້ານ ທີ່ໂຄ່ນລົ້ມ al-Assad ໄດ້ປະກາດນິຣະໂທດກັມ ທົ່ວໄປ (General Amnesty) ສໍາລັບທະຫານທຸກຄົນ ທີ່ຖືກເກນເຂົ້າເປັນທະຫານ ພາຍໃຕ້ການປົກຄອງ ຂອງອະດີດຜູ້ນຳ ແລະ Türkiye ກ່າວວ່າ ມັນກໍາລັງເປີດປະຕູຊາຍແດ...

ສ່ວນເກີນ ແລະສິ່ງເສດເຫຼືອຈາກ ຄຣິດສະມັສ. 10.12.2024

ການສໍາຫລວດຄວາມຄິດເຫັນ ໂດຍສະຖາບັນອອສເຕຣເລັຍ (the Australia Institute) ໄດ້ໃຫ້ປະເມີນໂຕເລກ ການໃຊ້ຈ່າຍຂອງຄຣິດສະມັສ ທີ່ໝົດເປືອງ-ແລະແມ່ນຫລາຍກວ່າ 1 ພັນລ້ານໂດລາ.ນັ້ນຄື ຄ່າໃຊ້ຈ່າຍໂດຍປະມານ ຂອງຂອງຂວັນ ທີ່ບໍ່ຕ້ອງການທີ່ ຈະແລກປ່ຽນກັນ ໃນຄຣິດສະມັສນີ້, ຊຶ່ງຫລາຍຢ່າງ ຈະສິ້ນສຸດລົງດ້ວຍການ ເປັນສິ່ງເສດເຫຼືອ ທີ່ຖືກຝັງດິນ ຍ້ອນເຫດຜົນຫຼາຍປະການ.

ຊາວອອສເຕຣເລັຍເປັນຫ່ວງ ກ່ຽວກັບສະພາບອາກາດ 03.12.2024

ຊາວອອສເຕຣເລັຍ ເປັນຫ່ວງ ກ່ຽວກັບອະນາຄົດ ຂອງສະພາບອາກາດ ທີ່ຮຸນແຮງສໍາລັບປະເທດ. ສະພາບການນ້ຳຖ້ວມ ພາຍຸຝົນກໍ ມີຫລາຍຂຶ້ນເລື້ອຍໆ ໄດ້ເຮັດໃຫ້ບໍຣິການຣົດໄຟ ຕົກຢູ່ໃນຄວາມວຸ້ນວາຍ, ຣົດຖືກປະຖິ້ມ ແລະຜູ້ຄົນໄດ້ແລ່ນໄປຫາບ່ອນຫລົບພັຍ ໃນ ຂນະ ທີ່ຫ້າຣັດ ຖືກທໍາລາຍດ້ວຍພາຍຸຝົນ ແລະນ້ຳຖ້ວມ. ແຕ່ຜົນກະທົບຂອງສະພາບອາກາດ -ໍໄດ້ມີແຕ່ໃນອອສເຕຣເລັຍເທົ່ານັ້ນ. ຫຼາຍປະເທດທົ່ວໂລກກໍປະສົບກັບສະພາວະດຽວກັນ.

Finding a bank account that works hard for you - ການຊອກຫາບັນຊີທະນາຄານ ທີ່ເຮັດວຽກຫນັກສໍາລັບທ່ານ. 03.12.2024

If you have a job, receive government benefits or want to pay your bills easily you’ll need a bank account. You may even need more than one. To join the 20 million customers who hold Australian bank accounts, take some time to find one that best suits your needs. - ຖ້າທ່ານມີວຽກເຮັດ, ຮັບສວັດດີການຈາກຣັຖບານ ຫຼືຢາກຊຳລະຄ່າໃຊ້ຈ່າຍຢ່າງງ່າຍໆ ທ່ານຈະຕ້ອງມີບັນຊີທະນາຄານ. ທ່ານອາດຈໍາເປັນຕ້ອງມີຫຼາຍກວ່າຫນຶ່ງບັນຊີ...

ປະຕິກິຣິຍາຈາກການສັ່ງຫ້າມການໃຊ້ ສື່ສານມວນຊົນ 03.12.2024

ການສັ່ງຫ້າມການໃຊ້ ສື່ສານມວນຊົນ ຂອງຊາວໜຸ່ມອອສເຕຣເລັຍ ໄດ້ເປັນຂ່າວທົ່ວໂລກ. ຣັຖບານກ່າວວ່າ ບໍຣິສັດ ສື່ສານ ຈະຕ້ອງຮັບຜິດຊອບໃນການກວດກາ ດ້ານອາຍຸ. ບໍ່ດັ່ງນັ້ນ ຈະມີການປັບໃໝ. ຜູ້ຊ່ຽວຊານກ່າວວ່າ ມັນບໍ່ແມ່ນເລື້ອງງ່າຍ. ໃນຂນະທີ່ໃນຕ່າງປະເທດ ຊາວໜຸ່ມ ກໍເລີ້ມມີການ ສົນທະນາກັນກ່ຽວກັບເລື້ອງນີ້.

ອຸດສະຫະກັມໃໝ່ ທີ່ກໍາລັງເຕີບໂຕໃນຈີນ. 03.12.2024

ຣັຖບານຈີນ ກຳລັງສົ່ງເສີມອຸດສາຫະກັມ ການບິນລະດັບຕ່ຳ (Low-altitude Aviation) ຊຶ່ງໄດ້ມີການເປີດສະແດງທີ່ການສະແດງການບິນທີ່ Airshow China ໃນເມືອງ Zhu hai. ຫຼາຍຄົນກໍວ່າ ດີ ແຕ່ກໍມີບາງຄົນທີ່ກ່າວວ່າ ລາຄາແລະຄ່າໃຊ້ຈ່າຍຈະເປັນໂຕບົ່ງຊີ້ ສັກກະຍະພາບ(Potential) ຂອງ ອຸດສາຫະກັມນີ້.

ຄະດີສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ. 28.11.2024

ຄະດີທີ່ຮ້າຍແຮງທີ່ສຸດ ສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.ອັຍການກ່າວວ່າ ການຕັດສິນໃຈນັ້ນ ບໍ່ໄດ້ເກີດຂຶ້ນຕາມເຫດຜົນ...ແຕ່ເປັນເພາະ Trump ຈະກັບຄືນໄປ White House ໃນປີໜ້າ. ເຖິງແມ່ນວ່າ ມີໂອກາດນ້ອຍ ທີ່ຄະດີຈະກັບມາອີກ ຫລັງຈາກ Trump ໄດ້ຮັບຕໍາແຫນ່ງ ເປັນເທື່ອທີສອງ, ແຕ່ຜູ້ຊ່ຽວຊານກ່າວວ່າ ມັນບໍ່ໜ້າເປັນໄປໄດ້.

ຄຳເຕືອນກ່ຽວກັບການຊື້ສິນຄ້າທາງ ອອນລາຍ 27.11.2024

ຜູ້ຊ່ຽວຊານ ເລື່ອງການຂາຍທາງອອນລາຍ (Online sales) ໄດ້ເຕືອນຜູ້ບໍຣິໂພກ ໃຫ້ລະວັງຕໍ່ການສໍ້ໂກງ ໃນຂນະທີ່ພວກເຂົາໄປຊື້ເຄື່ອງ ທາງອິນເຕີເນັດ ໂດຍສະເພາະໃນຊ່ວງເທດສະການຫຼຸດລາຄາ ຂອງ Black Friday ແລະ Christmas. ດ້ວຍການສໍ້ໂກງທີ່ຊັບຊ້ອນ ແລະຍາກຕໍ່ການແຍກແຍະຫຼາຍຂຶ້ນ ຜູ້ຊ່ຽວຊານ ຈຶ່ງໃຫ້ຄໍາແນະນໍາທີ່ເປັນປໂຍດ ກ່ຽວກັບສິ່ງທີ່ຕ້ອງລະວັງ ແລະວິທີກຽມຕົວ.

ການຕາຍຜູ້ທີສອງຂອງຊາວອອສເຕຣເລັຍໃນລາວ 26.11.2024

ພໍ່ຂອງຜູ້ຍິງທີ່ຕາຍໃນປະເທດລາວ ດ້ວຍຄວາມສົງສັຍວ່າຖືກສານພິດໃນເຫຼົ້າ ທີ່ວັງວຽງ ໄດ້ຊຸກຍູ້ໃຫ້ຣັຖບານລາວສອບສວນໃຫ້ເຖິງທີ່ສຸດ ເພື່ຶວ່າມັນຈະບໍ່ເກີດຂຶ້ນອີກໃນອະນາຄົດ. ແມ່ນແຕ່ນາຍົກຣັຖມົນຕີ Victoria ກໍໄດ້ກ່າວກ່ຽວກັບເຫດການທີ່ໂສກເສົ້າຄືກັນ. ຣັຖບານລາວ ໄດ້ກ່າວເຖິງເຫດການທີ່ເກີດຂຶ້ນໃນວັນເສົາ, ໂດຍທີ່ຕໍາຫລວດທ້ອງຖິ່ນກ່າວວ່າ ຫລາຍຄົນໄດ້ຖືກຄຸມໂຕ, ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ.

ຄົນອອສເຕຣເລັຍ ຖືກພິດເຫຼົ້າຮ້າຍແຮງໃນລາວ 21.11.2024

ນັກທ່ອງທ່ຽວຊາວອອສເຕຣເລັຍ ສອງຄົນ ຈາກ Melbourne ມີອາການບໍ່ສະບາຍຢ່າງໜັກ ຫລັງຈາກໄດ້ດື່ມ ສິ່ງທີ່ເຊື່ອວ່າ ເປັນເຫຼົ້າປະສົມ (Cocktail) ທີ່ເປັນພິດໃນປະເທດລາວ. ທັງສອງຕ້ອງໃຊ້ເຄື່ອງຊ່ວຍຊີວິດ ຢູ່ຄົນລະໂຮງຫມໍທີ່ປະເທດໄທ. ຂ່າວຫຼ້າສຸດ, ໜຶ່ງໃນສອງຄົນນັ້ນ ໄດ້ເສັຍຊີວິດແລ້ວໃນວັນພະຫັດ 20 ພິຈິກ ໃນໂຮງໝໍ ທີ່ປະເທດໄທ.

ອະນາຄົດຂອງການໃຊ້ເງິນສົດໃນການຊື້ຂາຍ 20.11.2024

ເຖິງແມານວ່າການຊຳລະ ເງິນແບບ Digital ບໍ່ວ່າຈະເປັນການຈ່າຍເງິນດ້ວຍໂທຣະສັບມືຖື ຫລືບັດ Credit ຈະເປັນເລື້ອງປົກກະຕິ. ແຕ່ສຳລັບຊາວອອສເຕຣເລັຍໃນພູມີພາກ ແລະຜູ້ສູງອາຍຸດ ການຊຳລະດ້ວຍເງິນສົດຍັງຄົງປະຕິບັດຢູ່ຢ່າງກວ້າງຂວາງ. ຣັຖບານກຳລັງຫາວິທີທີ່ຈະເຮັດໃຫ້ເງິນສົດໝູນວຽນໃນລະບົບການຄ້າຂາຍ ໂດຍການອອກຂໍ້ບັງຄັບໃຫ້ຮ້ານຄ້າສິນຄ້າຈຳເປັນ ໃຫ້ຮັບເງິນສົດ.

ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ 20.11.2024

RSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ. ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.ຕອນນີ້ ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ. ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປ...

What happens when you are summoned for Jury Duty? - ຈະເກີດຫຍັງຂຶ້ນ ເມື່ອທ່ານຖືກເອີ້ນໃຫ້ເຮັດຫນ້າທີ່ຄນະລູກຂຸນ (Jury)? 20.11.2024

Every Australian citizen who is on the electoral roll can be called up for jury service. But what is involved if you get called to be a juror? And what is the role of a jury? - ພົນລະເມືອງຂອງອອສເຕຣເລັຍທຸກຄົນທີ່ຢູ່ໃນລາຍຊື່ຂອງການເລືອກຕັ້ງສາມາດຖືກເອີ້ນໃຫ້ໄປຮັບໜ້າທີ່ໃນຄນະລູກຂຸນ (Jury). ແຕ່ຈະກ່ຽວຂ້ອງກັບຫຍັງແນ່ຖ້າຫາກທ່ານຖືກເອີ້ນໃຫ້ເປັນລູກຂຸນ (Juror) ?ແລະບົດບາດຂອງຄນະລູກຂຸນ (Jury) ແມ່ນຫຍັງ?

ການຫຼອກລວງເລື່ອງຍ້າຍຖິ່ນຖານ 20.11.2024

ມີຄົນຂໍລີ້ພັຍຫຼາຍຄົນທີ່ຖືກ ບໍຣິສັດທີ່ປຶກສາ ເລື່ອງການຍ້າຍຖິ່ນຖານຫຼອກຕົ້ມ. ມັນບໍ່ພຽງແຕ່ການເສັຍເງິນເທົ່ານັ້ນ ແຕ່ມັນມີຜົນກະທົບຕໍ່ ຄວາມສຳພັນພາຍໃນຄອບຄົວນຳອີກ. ຜູ້ຊ່ຽວຊານກ່າວວ່າ ເນື່ອງຈາກຄວາມຊັບຊ້ອນ ຂອງລະບົບການຍ້າຍຖິ່ນຖານຂອງອອສເຕຣເລັຍຈຶ່ງເຮັດໃຫ້ມີຜູ້ສວຍໂອກາດ ແລະເຕືອນຜູ້ທີ່ຊອກຫາບໍຣິການຍ້າຍຖິ່ນຖານ ໃຫ້ລະວັງຕໍ່ສັນຍານເຕືອນ.

ການສັ່ງຫ້າມກ່ຽວກັບສື່ສານມວນຊົນ 12.11.2024

ຣັຖບານກຳລັງກຽມ ສົ່ງຮ່າງກົດມາຍກ່ຽວກັບການເຂົ້າເຖິງ ສື່ສານມວນຊົນ ຂອງຜູ້ທີ່ມີອາຍຸນ້ອຍກວ່າ 16 ປີ. ຝ່າຍຄ້ານກໍເຫັນດີນຳ ເພາະມັນຈະເປັນການປົກປ້ອງເດັກນ້ອຍອອສເຕຣເລັຍ. ແຕ່ຜູ້ຊ່ຽວຊານກ່າວວ່າ ຖ້າຫາກຕ້ອງການຫຼີຫລ່ຽງຂໍ້ຫ້າມແທ້, ຜູ້ຄົນມີຫຼາຍວິທີທີ່ຈະເຮັດ ຊຶ່ງນາຍົກຣັຖມົນຕີ ຍອມຮັບວ່າ ບໍ່ມີລະບົບທີ່ສົມບູນແບບ. ແຕ່ກ່າວວ່າ ກົດຫມາຍເຫລົ່ານັ້ນ ກໍານົດຂອບເຂດ ສໍາລັບສັງຄົມ ແລະມັນຊ່ອຍໃຫ້ແນ່ໃຈວ່າ ຈະໄດ້ຮັບຜົນຮັບທີ່ຖືກຕ້ອງ.

Understanding vaccination rules for children in Australia - ທຳຄວາມຄວາມເຂົ້າໃຈ ກົດການສັກວັກຊີນພູມຕ້ານທານ ສໍາລັບເດັກນ້ອຍ ຂອງອອສເຕຣເລັຍ 12.11.2024

Did you know that one in five children is at risk of dying from a disease that is now preventable through vaccination? Australia’s vaccination program helps to prevent severe outcomes from many childhood infections. To access family support payments—and in some states, childcare services—your child must be fully immunised according to the national schedule. - ທ່ານຮູ້ບໍ່ວ່າ ເດັກນ້ອຍຫນຶ່ງໃນຫ້າຄົນ ສ່...

ຜົນສະທ້ອນຈາກການຕັດສິນຂອງສານສູງ 12.11.2024

ຫຼັງຈາກການຕັດສິນຂອງສານສູງ ໃຫ້ປ່ອຍໂຕອະດີດຜູ້ຕ້ອງຂັງ ກວດຄົນເຂົ້າເມືອງ (Immigration detainees) ຊຶ່ງຫຼາຍຄົນກໍມີຄະດີອາດຊະຍາກັມຕິດໂຕ. ຝ່າຍຄ້ານໄດ້ສະແດງຄວາມເປັນຫ່ວງຕໍ່ຄວາມປອດພັຍຂອງຊຸມຊົນ... ແຕ່ທະນາຍຄວາມຂອງຜູ້ຕ້ອງຂັງ ກ່າວວ່າ ຣັຖບານຕ້ອງດຳເນີນການຍົກເລີກຂໍ້ກຳໜົດຕ່າງທີ່ມີຕໍ່ພວກເຂົາ ທັນທີ.

ຄວາມໝັ້ນຄົງພາຍໃນ ແລະຂໍ້ຂັດແຍ່ງໃນຕາເວັນອອກກາງ 06.11.2024

ໃນການປະເມີນຂອງອົງການຂ່າວລັບ ເພື່ອຄວາມໝັ້ນຄົງ ຂອງອອສເຕຣເລັຍ (the Australian Security Intelligence Organisation-ASIO), ຫນຶ່ງສ່ວນສາມ ຂອງເຫດການ ກ່ຽວພັນກັບຄວາມຮຸນແຮງ ທີ່ມີແຮງກະຕຸ້ນທາງສາສນາ. ເຫດການສ່ວນຫລາຍ ຖືກກ່າວຫາວ່າ ຖືກກະຕຸ້ນໂດຍອຸດົມການຊາດນິຍົມ (Nationalist) ແລະອຸດົມການດ້ານເຊື້ອຊາດ (Racist Ideologies) ຫລືອຸດົມການທີ່ປະສົມທັງສອງຢ່າງ. ສິ່ງສໍາຄັນ, ເພາະເລື່ອງນີ້ມັກຈະເຂົ້າໃຈຜິດ, ບໍ່ມີການໂຈມຕີ ຫລືແຜນການໃດ ທ...

ສູນຊ່ອຍເຫລືອຜູ້ຍິງອົບພະຍົບ ຈາກຄວາມຮຸນແຮງໃນຄອບຄົວ. 06.11.2024

ສູນກາງ ຄວາມກ້າວຫນ້າຂອງສຕຣີ (The Centre of Advancing Women) ໃນ Victoria ໃຫ້ການສນັບສນູນ ຢ່າງຮອບດ້ານ ສໍາລັບຜູ້ຍິງຈາກພື້ນຖານຜູ້ອົບພະຍົບ ທີ່ກໍາລັງປະສົບກັບຄວາມຮຸນແຮງ ໃນຄອບຄົວ. ນອກຈາກການຊ່ອຍເຫຼືອແລ້ວ, ທາງສູນຍັງມີ ຫຼັກສູດຕ່າງໆ ທີ່ຈະຊ່ອຍໃຫ້ ຜູ້ຂໍຄວາມຊ່ອຍເຫຼືອ ໄດ້ມີໂອກາດໃນການເຮັດວຽກເພື່ອ ພວກເຂົາຈະສາມາດ ຮັບຜິດຊອບຕໍ່ຊີວິດຂອງເຂົາເອງ.

ອະນາຄົດຂອງຫ້ອງສມຸດ. 06.11.2024

ຫ້ອງສມຸດຍຸກ Digital ບໍ່ຄືກັບຫ້ອງສມຸດສມັຍເກົ່າ. ດຽວນີ້ ປຶ້ມເປັນຫົວທີ່ສຳຜັດໄດ້ຈະມີໜ້ອຍລົງ ໃນຂນະທີ່ eBooks ແລະ Audiobooks ຈະໄດ້ຮັບຄວາມນິຍົມຫຼາຍກວ່າ... ແຕ່ພໍ່ແມ່ຫຼາຍຄົນຍັງເວົ້າວ່າ ການຈະສອນໃຫ້ເດັກນ້ອຍອ່ານນັ້ນ, ການໃຊ້ປຶມເປັນຫົວທີ່ຈັບຕ້ອງໄດ້ ຈະມີ ປະສິດທິຜົນຫຼາຍກວ່າ.

ວິທີໃໝ່ໃນການປິ່ນປົວບາດແຜຈາກໄຟໄຫມ້. 31.10.2024

ນັກຄົ້ນຄວ້າຢູ່ໂຮງຫມໍ Alfred Hospital ໃນ Melbourne ກ່າວວ່າ ໂດຍການເອົາຕົວຢ່າງນ້ອຍໆ ຂອງຜິວຫນັງທີ່ບໍ່ໄດ້ຮັບຄວາມເສັຍຫາຍ ແລະຈຸລັງ (Cells) ເຫລົ່ານັ້ນມາປູກໃນຫ້ອງຟັກ (Incubator), ແລ້ວຈຸລັງເຫລົ່ານັ້ນ ຈະຖືກເອົາໄປໃສ່ໃນແຜ່ນ Hydrogel ແລະຕໍ່ໃສ່ຜິວຫນັງ. ແຕ່ມັນຍັງຂາດ Melanocytes ດັ່ງນັ້ນຈຶ່ງບໍ່ມີເມັດສີ (Pigmentation) ໃນເວລານີ້ ແລະຍັງບໍ່ມີຕ່ອມເຫື່ອ ແລະຮູຂົນນໍາອີກ. ທີ່ສຳຄັນແມ່ນຕ້ອງມີການຄົ້ນຄວ້າຕື່ມອີກ.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.