SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ການສົ່ງກຳລັງທະຫານ ໄປ Ukraine 05.03.2025

ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຣັຖບານ Labor ຈະພິຈາຣະນາ ການສົ່ງກຳລັງທະຫານ ໄປ Ukraine ຖ້າຫາກມີ ການຂໍການ ສນັບສນູນ ຈາກອອສເຕຣເລັຍ ເຖິງແມ່ນວ່າ ຄວາມສໍາພັນກັບສະຫະຣັດອາເມຣິກາ ຈະເສື່ອມໂຊມລົງກໍຕາມ.

ເຫດການວິກິດຂອງຄວາມຮ້ອນໃນອອສເຕຣເລັຍ. 05.03.2025

ສະພາສະພາບອາກາດ (The Climate Council) ເຕືອນວ່າ ເມືອງໃຫຍ່ທີ່ສຸດຂອງອອສເຕຣເລັຍ ອາດປະເຊີນກັບອຸນຫະພູມ ທີ່ຮ້ອນເຖິງຂັ້ນອັນຕະຣາຍ, ຍົກເວັ້ນແຕ່ຈະລົງມືເຮັດ ເພື່ອໃຫ້ການປ່ຽນແປງສະພາບອາກາດນັ້ນ ຊ້າລົງ.

ກົດໝາຍກ່ຽວກັບ ຜູ້ຂັບຣົດທີ່ໃຊ້ກັນຊາໃນ Victoria. 04.03.2025

ຜູ້ຂັບຣົດທີ່ໃຊ້ກັນຊາ (cannabis) ໃນ Victoria ຈະບໍ່ຖືກສັ່ງປົດ ໃບອະນຸຍາດຂັບຂີ່ ໂດຍອັດຕະໂນມັດອີກຕໍ່ໄປ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະມີຜົນກະທົບໃນຣັດ.ຈາກວັນທີ 1 ເດືອນມິນາ, ຜູ້ຂັບຣົດດັ່ງກ່າວ ຈະມີໂອກາດໂຕ້ຖຽງໃນສານວ່າ ຄວາມສາມາດຂອງເຂົາເຈົ້າ ບໍ່ມີຄວາມບົກພ່ອງ ໃນຂນະທີ່ຂັບຣົດ.

ວິກິດຄວາມອຶດຫິວຂອງນັກຮຽນໃນອອສເຕຣເລັຍ 04.03.2025

ຄວາມຝືດເຄືອງຂອງເສດຖະກິດໃນອອສເຕຣເລັຍ ໄດ້ສົ່ງຜົນກະທົບຕໍ່ ນັກຮຽນ ຜູ້ທີ່ໄປໂຮງຮຽນໂດຍບໍ່ມີອາຫານ ຫຼືຕ້ອງ ອາສັຍການ ສນັບສນຸນຈາກອົງກອນການກຸສົນ.

CRISP -ຈະກາຍເປັນແບບຖາວອນ. 26.02.2025

ຣັຖບານກາງ ໄດ້ປະກາດວ່າ ໂຄງການທົດລອງ Community Refugee Integration and Settlement - ທີ່ຮູ້ຈັກກັນໃນນາມ CRISP ທີ່ຊ່ອຍເຫຼືອຜູ້ອົບພະຍົບໃນການຕັ້ງຖິ່ນຖານໃນ ອອສເຕຣເລັຍ -ຈະກາຍເປັນແບບຖາວອນ.

Important tips for cycling in Australia - ຄໍາແນະນໍາສໍາຄັນ ກ່ຽວກັບການຂີ່ຣົດຖີບ ໃນອອສເຕຣເລັຍ. 26.02.2025

Riding a bicycle is a common and affordable form of transport in Australia, with people cycling for sport, recreation and to commute. Cycling also comes with some rules to keep all road users safe. - ການຂີ່ຣົດຖີບ ເປັນການຂົນສົ່ງທົ່ວໄປ ໃນອອສເຕຣເລັຍ ໂດຍທີ່ຜູ້ຄົນຂີ່ຣົດຖີບ ເພື່ອການອອກກຳລັງກາຍ, ເພື່ອການພັກຜ່ອນ ແລະເພື່ອການເດີນທາງ. ການຂີ່ຣົດຖີບ ຍັງມີກົດບາງຢ່າງ ເພື່ອຮັກສາຜູ້ໃຊ້ຖນົນໃຫ້ປອດພັຍ.

ຫຼອດດູດ plastic ກຳລັງຈະກັບຄືນມາ (ໃນອາເມຣິກາ) 26.02.2025

ນັກສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.

ການປັບປຸງລະບົບເບັ້ຍບໍານານ ໃນອອສເຕຣເລັຍ 26.02.2025

ລາຍງານໃຫມ່ ຂອງສະຖາບັນ Grattan ທີ່ຖືກພິມ ໃນວັນທີ 20 ມັງກອນ ໄດ້ສເນີການປ່ຽນແປງຄັ້ງໃຫຍ່ຂອງລະບົບການເງິນບໍານານ ຂອງອອສເຕຣເລັຍ ເພາະຄວາມຊັບຊ້ອນ, ສ້າງຄວາມກົດດັນ ແລະເຮັດໃຫ້ຜູ້ອອກກິນເບັ້ຍບໍານານຫລາຍຄົນ ຢູ່ກິນກັບເງິນ ທີ່ຕ່ຳກວ່າຄວນຈະເປັນ.

ການນຳນ້ຳເສັຍ ມາໃຊ້ຄືນໃຫມ່ຢ່າງປອດພັຍ 21.02.2025

ໂລກກຳລັງພົບກັບວິກິດທາງການມີນ້ຳໃຊ້. ດ້ວຍການເພີ່ມຂຶ້ນຂອງປະຊາກອນ ແລະ ສະພາບພູມອາກາດ, ການມີນ້ຳສະອາດເພື່ອການດື່ມກິນ ແລະໃຊ້ ກໍນັບມີຈະມີປັນຫາ. ຫຼາຍໆປະເທດ ເລີ້ມຫາວິທີ ທີ່ຈະນຳນ້ຳທີ່ໃຊ້ແລ້ວມາເຮັດໃຫ້ບໍຣິສຸດ ແລະສາມາດນຳມາໃຊ້ໃນຄົວເຮືອນໄດ້.

ຢາຮັກສາມະເຮັງໃໝ່ໃນອອສເຕຣເລັຍ 21.02.2025

ນັກວິທຍາສາດ ຊາວ ອອສເຕຣເລັຍໄດ້ຄົ້ນພົບຢາຮັກສາໂຣກມະເຮັງໃໝ່ ຊຶ່ງໃຫ້ຄວາມຫວັງແກ່ຜູ້ທີ່ໃຊ້ຊີວິດກັບໂຣກນີ້. ແຕ່ນີ້ ຢານັ້ນຍັງບໍ່ທັນໄດ້ຖືກບັນຈຸຢູ່ໃນໂຄງການຜົນປໂຍດຂອງຢາ (Pharmaceutical Benefits Scheme) ເທື່ອ.

ຣັຖບານກຳລັງລົງທຶນ ໃນການຈູງໃຈກ່ຽວກັບ Bulk Billing 21.02.2025

ຕອນນີ້ ການໄປພົບນາຍໝໍທີ່ຮັບ Bulk Billing ນັ້ນຍາກເຕັມທີ. ນີ້ແມ່ນມາຈາກການຄົ້ນພົບຂອງລາຍງານໃຫມ່ ຊີ້ໃຫ້ເຫັນວ່າ ມີສັນຍານວ່າ ນາຍໝໍກໍາລັງບໍ່ເຕັມໃຈ ທີ່ຈະຄອບຄຸມຄ່າໃຊ້ຈ່າຍເຫລົ່ານີ້ ລ່ວງຫນ້າ. ແຕ່ ຣັຖມົນຕີ ກະຊວງສາທາຣະນະສຸກ ກ່າວວ່າ ຕົວເລກຂອງການໄປຫານາຍໝໍ ໂດຍການເກັບເງິນທາງ Bulk Billing ແມ່ນເພີ່ມຂຶ້ນ...ຈາກຄວາມຊ່ອຍເຫລືອ ຈາກການລົງທຶນຂອງຣັຖບານ ໃນການຈ່າຍເງິນຈູງໃຈ (Incentive Payments) ສຳລັບຜູ້ມີບັດ Concession ແລະອາຍຸຕ່ຳ...

ການຫາສຽງໄດ້ເລີ້ມແລ້ວໂດຍທັງສອງພັກ. 21.01.2025

ເຖິງແມ່ນວ່າ ຍັງບໍ່ມີວັນຢ່າງເປັນທາງການ, ທັງນາຍົກຣັຖມົນຕີ ແລະຜູ້ນໍາຝ່າຍຄ້ານ ກໍເລີ້ມທຳການຫາສຽງ, ໄປຢ້ຽມຢາມເຂດເລືອກຕັ້ງ ແລະປະກາດເລື່ອງງົບປະມານ. ວັນເລືອກຕັ້ງທີ່ໄວທີ່ສຸດ ພາຍໃຕ້ກົດຫມາຍການເລືອກຕັ້ງ ແມ່ນເດືອນມິນາ ແລະຈະຕ້ອງແມ່ນກ່ອນວັນທີ 17 ເດືອນພຶດສະພາ.

ໂຄງການສນັບສນູນໃໝ່ສຳລັບຜູ້ເປັນ Autism. 20.01.2025

ຣັຖບານກາງ ໄດ້ເປີດເຜີຍ ຍຸດທະສາດ Autism ແຫ່ງຊາດ (National Autism Strategy) ເປັນເທື່ອທໍາອິດ ຂອງອອສເຕຣເລັຍ-ຊຶ່ງມີມູນຄ່າ 42ລ້ານໂດລາ ເພື່ອປັບປຸງການມີສ່ວນຮ່ວມ, ການເຂົ້າເຖິງ ແລະຜົນຮັບ ສໍາລັບຊາວອອສເຕຣເລັຍ ທີ່ເປັນ Autism.

ການຣົນນະຣົງ ຢ່າງບໍ່ເປັນທາງການໄດ້ເລີ້ມຂຶ້ນແລ້ວ 20.01.2025

ຜູ້ນໍາພັກຝ່າຍຄ້ານ Peter Dutton ໄດ້ເປີດການຣົນນະຣົງ ຢ່າງບໍ່ເປັນທາງການ ຂອງພັກ Liberal ຢູ່ພາກຕາເວັນອອກ ຂອງເມືອງ Melbourne ໃນວັນເສົາ (12 ເດືອນມັງກອນ) ໂດຍໄດ້ປະກາດວ່າພັກ Liberal "ກັບຄືນມາແລ້ວ" ແລະ ໄດ້ສເນີຕົນເອງວ່າແມ່ນນາຍົກຣັຖມົນຕີໃນວາຣະໜ້າ. Mr Dutton ກ່າວວ່າ ຄ່າຄອງຊີບ, ພະລັງງານນິວເຄລັຍ ແລະການຍ້າຍຖິ່ນຖານ ຈະເປັນຫົວຂໍ້ສໍາຄັນທີ່ສຸດ ຂອງພັກ ຖ້າຫາກພັກ Liberal ຊນະການເລືອກຕັ້ງ ແຕ່ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍ...

TikTok ກຳລັງຈະຖືກສັ່ງໃຫ້ຂາຍກິດຈະການຫຼືປິດລົງ. 20.01.2025

ສະພານິຕິບັນຍັດ ຂອງສະຫະຣັດອາເມຣິກາ ກຳລັງຈະ ສັງ TikTok ໃຫ້ຂາຍກິດຈະການຫຼືປິດລົງ ເພື່ອຄວາມເປັນອິດສຣະຢ່າງເຕັມທີ່, ແລະຈະບໍ່ເປັນເຄື່ອງມື ຂອງຣັຖບານຈີນ. ແຕ່ກໍມີ ຄື້ນຂອງການປະທ້ວງ ແລະຄວາມກະຕືລືລົ້ນ ທີ່ຈະໃຊ້ App ອື່ນຂອງຈີນ. ເຖິງແມ່ນວ່າ ການປິດລົງຂອງ TikTok ຈະບໍ່ກະທົບຜູ້ໃຊ້ໃນ ອອສເຕຣເລັຍ ແຕ່ຜູ້ຊ່ຽວຊານກ່າວ່າ ມັນຈະກະທົບໂດຍທາງອ້ອມ.

ໂຄງການຂຍາຍອຳນາດຂອງ Trump. 14.01.2025

ເຖິງແມ່ນວ່າຍັງບໍ່ທັນໄດ້ເຂົ້າຮັບຕຳແໜ່ງເປັນທາງການເທື່ອ ແຕ່ Trump ກໍມີໂຄງການທີ່ຈະຮວມເອົາ ທັງດິນແດນ ແລະການຄວບຄຸມຕ່າງໆ ໃນຕ່າງປະເທດ. ນັ້ນກໍ່ໃຫ້ເກີດປະຕິກິຣິຍາຕໍ່ຕ້ານຢ່າງແຮງ.

ການຮັບຮອງຕຳແໜ່ງ ຂອງ Donald Trump 14.01.2025

ສະພາສູງ ຂອງອາເມຣິກາ ໄດ້ຮັບຮອງໄຊຊນະ ການເລືອກຕັ້ງປະທານາທິບໍດີ ປີ 2024 ວ່າ Donald Trump ມີວາຣະຈະເລີ່ມຕົ້ນໃນຕຳ ແໜ່ງນີ້ ໃນວັນທີ 20 ເດືອນມັງກອນ ປີ 2025. ຜ້ຊ່ຽວຊານ ແລະຜູ້ສັງເກດການດ້ານການເມືອງອາເມຣິກາ ກ່າວວ່າ ເຫດການນີ້ ຈະແບ່ງແຍກ ອາເມຣິກາ ແລະມັນອາດເກີດຂຶ້ນໄດ້ອີກ ໃນອະນາຄົດ ຍ້ອນວ່າ ຣັຖທັມມະນູນ ມີຊ່ອງວ່າງໃນຄວາມສາມາດ ໃນການກວດສອບ ແລະຄວາມຖ່ວງດຸນອໍານາດ ໃນລະບົບ ເພື່ອໃຫ້ຜູ້ປົກຄອງຮັບຜິດຊອບ.

ຊາວ Queensland ໄດ້ຖືກຊຸກຍູ້ໃຫ້ສັກວັກຊີນ ໄຂ້ຫວັດໃຫຍ່. 14.01.2025

ຊາວ Queensland ກໍາລັງຖືກຊຸກຍູ້ ໃຫ້ໄປຮັບການສັກ Vaccine ປ້ອງກັນໄຂ້ຫວັດໃຫຍ່ ແລະວ່າ ມັນຈະສືບຕໍ່ສເນີ Vaccine ຟຣີ ໃນການຄາດການວ່າ ລະດູໄຂ້ຫວັດໃຫຍ່ ທີ່ອັນຕະຣາຍກຳລັງຈະມາຮອດ. ການເຮັດດັ່ງນັ້ນກໍເພາະວ່າ ມັນເປັນຄວາມເໝາະສົມທາງເສດຖະກິດ ທີ່ວ່າຖ້າຫາກເຂົາເຈົ້າລົງທຶນໃນການດູແລສຸຂະພາບຂັ້ນຕົ້ນ ແລະການປ້ອງກັນສຸຂະພາບ, ແລ້ວເຂົາເຈົ້າຈະບໍ່ຈໍາເປັນ ຕ້ອງເສັຍເງິນຫລາຍ ໃນການຮັກສາໂຣກ ໃນອີກດ້ານຫນຶ່ງ.

ປ້າຍເຕືອນໂຣກມະເຮັງຢູ່ໃນເຫລົ້າ. 14.01.2025

ເຫລົ້າເປັນສາເຫດອັນດັບສາມ ຂອງໂຣກມະເຮັງ ທີ່ສາມາດປ້ອງກັນໄດ້, ຮອງຈາກຢາສູບ ແລະໂຣກຄວາມອ້ວນ. ທ່ານຫມໍຊັ້ນແນວໜ້າ ຂອງສະຫະຣັດອາເມຣິກາ ກໍາລັງຮຽກຮ້ອງ ໃຫ້ມີການເຕືອນ ເລື່ອງໂຣກມະເຮັງ ຢູ່ໃນເຄື່ອງດື່ມເຫລົ້າ ຂອງປະເທດ ແລະອອສເຕຣເລັຍກຳລັງຖົກຖຽງວ່າ ມາດຕະການນີ້ ຄວນນຳເອົາມສໃຊ້ ສຳລັບຜູ້ບໍຣິໂພກອອສເຕຣເລັຍຫຼືບໍ່?

ຄົບຮອບ 50 ປີຂອງລົມພະຍຸ ເຂດຮ້ອນ (Tropical Cyclone) Tracy. 07.01.2025

ໃນວັນ ຄຣິສມັສ ປີ 1974, ພາຍຸເຂດຮ້ອນ Tracy ໄດ້ທຳລາຍເມືອງ Darwin ແລະໄດ້ສ້າງຄວາມເສັຍຫາຍແກ່ຊັບສິນ ແລະຊີວິດຂອງປະຊາຊົນ. ປີນີ້ ກໍແມ່ນມື້ຄົບຮອບ 50 ປີຂອງພັຍພິບັດນັ້ນ ຊຶ່ງຍັງຢູ່ໃນຄວາມຊົງຈຳ ຂອງຜູ້ທີ່ປະສົບກັບມັນ.

ອອສເຕຣເລັຍຈະເປີດສະຖານທູດອີກ ທີ່ Ukraine 07.01.2025

ຫຼັງຈາກທີ່ຖືກປິດເນື່ອງຈາກການບຸກຣຸກ ຂອງ ຣັສເຊັຍ, ອອສເຕຣເລັຍຈະເປີດສະຖານທູດອີກເທື່ອນຶງໃນ Ukraine ຕົ້ນປີໜ້າ. ໃນຂນະທີ່ ປະເທດຕາເວັນຕົກອື່ນໆ ໄດ້ເປີດສະຖານທູດຂອງຕົນເອງຄືນເປັນເວລານານແລ້ວກໍຕາມ. ຣັຖມົນຕີການຕ່າງປະເທດ, Penny Wong ກ່າວວ່າ ອອສເຕຣເລັຍເຮັດເຊັ່ນນັ້ນກໍດ້ວຍເຫດຜົນດ້ານຄວາມປອດພັຍ ບໍ່ແມ່ນຍ້ອນການຕອບຮັບໂຕ້ ຕໍ່ຄໍາສັນຍາຂອງຝ່າຍຄ້ານ ທີ່ຈະເປີດສະຖານທູດອີກ ຖ້າຫາກຊນະການເລືອກຕັ້ງ.

ກົດບັດສິດທິຂອງຜູ້ໂດຍສານທາງອາກາດ ຂອງ ອອສເຕຣເລັຍ. 07.01.2025

ກົດໝາຍຄຸ້ມຄອງຜູ້ບໍຣິໂພກກຳລັງຈະຖືກສເນີຕໍ່ຣັຖສະພາໃນການແກ້ປັນຫາຂອງຜູ້ໂດຍສານທາງອາກາດ ທີ່ ບໍ່ໄດ້ຮັບຄວາມເປັນທັມ. ຈະມີບົດລົງໂທດສຳລັບາຍການບິນ ທີ່ລະເມີດກົດໝາຍນີ້ ຊຶ່ງໃນເດືອນສິງຫາ ປີ 2023 Qantas ໄດ້ຕົກລົງ ທີ່ຈະຈ່າຍເງິນ 20 ລ້ານໂດລາ ໃຫ້ລູກຄ້າຫລາຍກວ່າ 86,000ຄົນ (ຂຶ້ນຢູ່ກັບການອະນຸມັດຂອງສານ)-ນອກເຫນືອໄປຈາກ ການລົງໂທດປັບໃໝ $100 ລ້ານ ສໍາລັບການລະເມີດກົດຫມາຍຄຸ້ມຄອງ ຜູ້ບໍຣິໂພກຂອງອອສເຕຣເລັຍ.

ຄົບຮອບຊາວປີຂອງ Tsunami. 07.01.2025

ໃນວັນທີ 26 ເດືອນທັນວາ ປີ 2004, ແຜ່ນດິນໄຫວໃຕ້ທະເລ ຂນາດ 9.1 ຊຶ່ງໄດ້ກໍ່ໃຫ້ເກີດຄື້ນ Tsunami ແລະໄດ້ແຜ່ຂຍາຍໄປທົ່ວມະຫາສມຸດອິນເດັຍ, ດ້ວຍຄວາມໄວ 800 ກິໂລແມັດ ຕໍ່ຊົ່ວໂມງ. ມັນໄດ້ນໍາພັຍທັມມະຊາດ ມາສູ່ 14 ປະເທດ, ໄດ້ກວາດລ້າງຊຸມຊົນ ທັງຫມົດໃນເອເຊັຍຕາເວັນອອກສ່ຽງໃຕ້ ແລະເອເຊັຍໃຕ້ ແລະສົ່ງຜົນກະທົບ ຕໍ່ເຂດແຄມຝັ່ງທະເລ ຈົນເຖິງອາຟຣິກາ ຕາເວັນອອກ. ລວມແລ້ວ ມີຜູ້ເສັຍຊີວິດ ຢ່າງຫນ້ອຍ 225,000 ຄົນ.

ຄຳເຕືອນຂອງ NATO ກ່ຽວກັບສົງຄາມໃນຢູໂຣບ. 18.12.2024

ຜູ້ນຳຄົນໃຫມ່ຂອງ NATO ໄດ້ຮຽກຮ້ອງ ໃຫ້ມີການໃຊ້ຈ່າຍດ້ານການປ້ອງກັນຫລາຍກວ່າເກົ່າ ເພື່ອຕ້ານກັບຣັສເຊັຍ, ໂດຍກ່າວວ່າ ສະມາຊິກພັນທະມິດ ຕ້ອງ 'ປ່ຽນຄວາມຄິດໃນຍາມສົງຄາມ' ພ້ອມທັງອະທິບາຍເຖິງສະຖານະການ ຄວາມໝັ້ນຄົງທົ່ວໂລກ ວ່າເປັນ 'ສິ່ງທີ່ຮ້າຍແຮງທີ່ສຸດໃນຊີວິດຂອງລາວ' ແລະໄດ້ເຕືອນ ເຖິງຄວາມທະເຍີທະຍານ ຂອງປະເທດຈີນ.

Understanding how pharmacies operate in Australia - ທຳຄວາມເຂົ້າໃຈວ່າຮ້ານຂາຍຢາ ດໍາເນີນງານແນວໃດໃນອອສເຕຣເລັຍ 18.12.2024

In Australia pharmacists dispense prescription medications and provide healthcare advice, educating the community on the use of medicines and disease prevention. - ໃນອອສເຕຣເລັຍ ທ່ານຫມໍຢາໃຫ້ຢາຕາມໃບສັ່ງໝໍ, ໃຫ້ຄໍາແນະນໍາດ້ານການດູແລສຸຂະພາບ, ໃຫ້ຄວາມຮູ້ກ່ຽວກັບການໃຊ້ຢາຢ່າງປອດພັຍ ແລະ ການປ້ອງກັນໂຣກ.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.