SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ໂຄງການ 2025 (Project 2025) ແມ່ນຫຍັງ? 06.08.2024

ການເລືອກຕັ້ງປະທານາທິບໍດິ ອາເມຣິກາກໍໃກ້ເຂົ້າມາແລ້ວ. ໂຄງການ 2025 (Project 2025) ແມ່ນຫຍັງ? ໃຜເປັນຜູ້ຂຽນມັນ? ມັນມີຫຍັງກ່ຽວຂ້ອງກັບການເລືອກຕັ້ງຄັ້ງນີ້? ຖ້າຫາກມັນຖືກນຳໃຊ້, ມັນຈະມີຜົນກະທົບແນວໃດຕໍ່ອາເມຣິກາ ຫຼື ຕໍ່ໂລກ?

ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ 24.07.2024

ການສໍາຫຼວດ ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ. ນອກນັ້ນ ຍັງມີລາຍງານວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.

ການລ່ວງລະເມີດຜູ້ສູງອາຍຸ ໃນອອສເຕຣເລັຍ 24.07.2024

ສິບຫົກເປີເຊັນ, ຫລືຫນຶ່ງໃນຫົກຄົນ ຂອງຊາວອອສເຕຣເລັຍ, ມີອາຍຸ 65 ປີຂຶ້ນໄປ-ແລະຫລາຍກວ່າເຄິ່ງຫນຶ່ງ ຂອງກຸ່ມນັ້ນ ແມ່ນຜູ້ຍິງ. ແຕ່ມີຫຼັກຖານທີ່ຫນ້າວິຕົກໃຈຫລາຍເພີ່ມຂຶ້ນວ່າ ຜູ້ສູງອາຍຸຫຼາຍຄົນ ກໍາລັງຖືກລ່ວງລະເມີດ. ການລ່ວງລະເມີດຜູ້ສູງອາຍຸ ອາດກ່ຽວຂ້ອງກັບການທໍາຮ້າຍທາງຮ່າງກາຍ, ທາງຈິດໃຈ, ທາງເພດ ແລະທາງອາຣົມພ້ອມທັງການລ່ວງລະເມີດທາງການເງິນ ແລະການລະເລີຍ.

ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ. 24.07.2024

ເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ແຕ່ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ. ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.

ຫຼ້າສຸດກ່ຽວກັບໄຂ້ຫວັດນົກ 24.07.2024

ໄຂ້ຫວັດນົກ ເຮັດໃຫ້ອອສເຕຣເລັຍ ມີຄວາມວິຕົກ ເນື່ອງຈາກການຂາດແຄນໄຂ່ ແລະການລະບາດ ທີ່ກໍາລັງແຜ່ກະຈາຍ ໄປທົ່ວຟາມໃນອອສເຕຣເລັຍ. ສູນກຽມຄວາມພ້ອມດ້ານໂຣກ ແຫ່ງອອສເຕຣເລັຍ (The Australian Centre for Disease Preparedness-ACDP), ໄດ້ຢູ່ໃນລະດັບແນວໜ້າ ຂອງການທົດສອບ ແລະການຄົ້ນຄວ້າ ກ່ຽວກັບໄຂ້ຫວັດນົກ.

What is road rage and how to deal with it? - ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ? 16.07.2024

Aggressive driving is a continuum of bad driving behaviours which increase crash risk and can escalate to road rage. People who engage in road rage may be liable for traffic offences in Australia, have their car insurance impacted and most importantly put their lives and those of others at risk. Learn about the expectations around safe, responsible driving and what to do when you or a loved one ar...

ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) 16.07.2024

ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.

ສິລປິນ ຊາວ First Nations ໃນຊ່ວງ NAIDOC Week 16.07.2024

ບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.

ຄວາມປອດພັຍໃນເຮືອນໃນລະດູໜາວ 09.07.2024

ໃນຊ່ວງລະດູໜາວ, ນອກຈາກຄວາມສ່ຽງຈາກອັກຄີພັຍແລ້ວ ຍັງມີຄວາມສ່ຽງຈາກແກັສ Carbon monoxide ນຳອີກ. ຜູ້ຊ່ຽວຊານໃຫ້ຄຳແນະນຳກ່ຽວກັບຄວາມປອດພັຍຕ່າງໆ.

How to lodge your tax return in Australia - ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ 09.07.2024

In Australia, 30 June marks the end of the financial year and the start of tax time. Knowing your obligations and rebates you qualify for, helps avoid financial penalties and mistakes. Learn what to do if you received family support payments, worked from home, are lodging a tax return for the first time, or need free independent advice. - ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການ...

ລາງວັນ NATIONAL NAIDOC Week 2024 09.07.2024

The NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.

ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ 09.07.2024

ແຫລ່ງຂ່າວ ລະດັບສູງຂອງຣັຖບານ ໄດ້ບອກກັບ SBS ເຖິງແຜນການຂອງການແຊກແຊງ ຈາກຕ່າງປະເທດ ທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ. ແຕ່ທັງຣັຖບານ ແລະຝ່າຍຄ້ານກໍມີມາດຕະການໃໝ່ ໃນການປາບປາມພວກສາຍລັບ ຈາກຕ່າງປະເທດ.

ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ 02.07.2024

ລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.

How to recycle electronic items and batteries in Australia - ວິທີການຫມູນໃຊ້ເຄື່ອງເອເລັກໂຕຣນິກ ແລະແບັດເຕີຣີໃນອອສເຕຣເລັຍ 02.07.2024

Many common household items such as mobile phones, TVs, computers, chargers, and other electronic devices, including their batteries, contain valuable materials that can be repurposed for new products. Electronic items we no longer use, or need are considered e-waste. Across Australia, there are government-backed programs available that facilitate the safe disposal and recycling of e-waste at no c...

ການປ່ຽນແປງຫຼັງວັນທີ 1 ກໍລະກົດ. 02.07.2024

ສໍາລັບຊາວອອສເຕຣເລັຍ ທີ່ດີ້ນລົນກັບຄ່າຄອງຊີບ, ຍັງມີຂ່າວທີ່ໜ້າຍິນດີັ ເພາະຫຼັງຈາກວັນທີ 1 ກໍລະກົດ ແມ່ນການເລີ່ມຕົ້ນ ຂອງສົກປີການເງິນໃຫມ່, ແລະມາດຕະການໃຫມ່ຫຼາຍຮູບແບບ ກໍຈະມີຜົນບັງຄັບໃຊ້ ເຊັ່ນ: ຄ່າໃຊ້ຈ່າຍພະລັງງານ, ສະຖານທີ່ສະແດງດົນຕີສົດ-ແລະບ່ອນທີ່ ທ່ານສາມາດຊື້ ກອກຢາໄຟຟ້າ (Vape) ໄດ້.

ຜູ້ສຳເຣັດຣາຊການຄົນໃຫມ່ ຂອງອອສເຕຣເລັຍ 02.07.2024

Sam Mostyn ເປັນຜູ້ຍິງຄົນທີສອງ ທີ່ດໍາລົງຕໍາແຫນ່ງນີ້ ຊຶ່ງເປັນຕົວແທນຂອງສະຖາບັນກະສັດ ໃນອອສເຕຣເລັຍ. ທ່ານນາງ ໄດ້ເຮັດວຽກຮ່ວມກັບຣັຖບານ ໃນຖານະປະທານວຽກງານ ຄວາມສເມີພາບ ທາງດ້ານເສດຖະກິດ ຂອງແມ່ຍິງ ແລະເປັນທີ່ປຶກສາ ຂອງອະດີດນາຍົກຣັຖມົນຕີ, ທ່ານ Paul Keating. ຕາມປະເພນີແລ້ວ, ພື້ນຖານຂອງ Ms Mostyn ບໍ່ແມ່ນສໍາລັບບົດບາດນີ້.

ກົດໝາຍໃໝ່ກ່ຽວກັບກອກຢາໄຟຟ້າ (Vapes) 26.06.2024

ໃນກົດໝາຍໃໝ່, ຜູ້ໃຫຍ່ຈະສາມາດຊື້ ກອກຢາໄຟຟ້າ (Vapes) ໄດ້ ຈາກຮ້ານຂາຍຢາ ໂດຍບໍ່ຕ້ອງມີໃບສັ່ງຢາ ຈາກນາຍແພດ, ຫຼັງຈາກພັກແຮງງານ ໄດ້ມີຂໍ້ຕົກລົງ ກັບພັກ Greens ແຕ່ກໍຍັງມີມາດຕະການ ທີ່ຈະບໍ່ໃຫ້ ຜລິດຕະພັນເຫຼົ່ານີ້ ໄປເຖິງມື ເຍົາວະຊົນ.

ໂຄງການທີ່ຢູ່ອາສັຍໃໝ່ ຂອງ NSW ແລະ VIC 25.06.2024

ນາຍົກຣັຖມົນຕີ New South Wales, ທ່ານ Chris Minns ໄດ້ປະກາດແຜນການ ທີ່ຈະສ້າງເຮືອນໃຫ້ແກ່ພະນັກງານທີ່ຈໍາເປັນ ຂອງຣັຖບານຂອງຣັດ ໃນອັດຕາອຸດຫນູນ, ໃນຂນະທີ່ ທ່ານນາງ Jacinta Allanນາຍົກຣັຖມົນຕີ Victorian ໄດ້ຢືນຢັນວ່າ ເຮືອນໃຫມ່ຫຼາຍລ້ານຫຼັງ ຈະຖືກສ້າງຂຶ້ນ ໃນອີກບໍ່ຫຼາຍທົດສະວັດ.

ປະຕິກິຣິຍາຂອງອົບພະຍົບຕໍ່ກົດໝາຍໃໝ່ 25.06.2024

ກົດຫມາຍໃໝ່ ຈະບັງຄັບໃຫ້ຜູ້ທີ່ບໍ່ແມ່ນພົນລະເມືອງ ຫຼາຍຮ້ອຍຄົນ ທີ່ຖືກປະຕິເສດວີຊາ ໃຫ້ອອກຈາກອອສເຕຣເລັຍ ດ້ວຍຄວາມ ສມັກໃຈ-ຫຼືປະເຊີນກັບການຕິດຄຸກ. ບົດບັນຍັດອື່ນ ຈະໃຫ້ອໍານາດແກ່ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໃນການກຳໜົດ ປະເທດທີ່ບໍ່ຍອມຮັບພວກອົບພະຍົບ ທີ່ຖືກເນຣະເທດ ວ່າເປັນ 'ປະເທດທີ່ກ່ຽວຂ້ອງກັບການຍົກເລີກ'.

ເຄືອຂ່າຍໂທຣະສັບມືຖື 3G ກໍາລັງຈະປິດລົງ 25.06.2024

ເຄືອຂ່າຍໂທຣະສັບມືຖື 3G ຂອງອອສເຕຣເລັຍ ກໍາລັງຈະປິດລົງໃນເດືອນຈະມາເຖິງນີ້ ຊຶ່ງຫມາຍຄວາມວ່າ ຜູ້ຄົນຈະຕ້ອງໃຊ້ເຄືອຂ່າຍ 4Gຫຼື 5G ໃນຂນະທີ່ ຍັງມີຊາວອອສເຕຣເລັຍເຖິງ 530,000 ຄົນ ຍັງໃຊ້ອຸປະກອນທີ່ເຂົ້າກັນບໍ່ໄດ້ ກັບເຄືອຂ່າຍໃຫມ່ຢູ່.

ສຳພາດ ອົບພະຍົບລາວ 18.06.2024

ສຳພາດ ອົບພະຍົບລາວ ໃນ ອອສເຕຣເລັຍ ເນື່ອງໃນສັບປະດາ ຜູ້ອົບພະຍົບ.

Indigenous art: Connection to Country and a window to the past - ສິນລະປະຊາວພື້ນເມືອງ: ການເຊື່ອມໂຍງກັບປະເທດ ແລະໜ້າຕ່າງສູ່ອະດີດ. 18.06.2024

Embracing their oral traditions, Aboriginal and Torres Strait Islander peoples have used art as a medium to pass down their cultural stories, spiritual beliefs, and essential knowledge of the land. - ການຮັບເອົາ ຮີດຄອງປະເພນີ ຈາກການບອກເລົ່າ ຂອງເຂົາເຈົ້າ, ຊາວAboriginal ແລະ Torres Strait Islander ໄດ້ໃຊ້ສິລະປະ ເປັນສື່ໃນການຖ່າຍທອດເລື່ອງລາວ ທາງວັດທະນະທັມ, ຄວາມເຊື່ອທາງຈິດວິນຍານ, ແລະຄວາມຮູ້ ທີ່ຈໍາເປັນກ່ຽວກ...

ລະວັງການສໍ້ໂກງໃນຊ່ວງ ລະດູພາສີ. 18.06.2024

ເມື່ອລະດູການພາສີ ໃກ້ຈະມາເຖິງໃນບໍ່ຊ້າ, ຜູ້ຊ່ຽວຊານກໍາລັງຊຸກຍູ້ ໃຫ້ມີຄວາມລະມັດລະວັງ ເນື່ອງຈາກມີຜູ້ສໍ້ໂກງຈໍານວນຫລວງຫລາຍ ທີ່ໃຊ້ໂອກາດນີ້ແນໃສ່ຊາວອອສເຕຣເລັຍ ສໍາລັບຂໍ້ມູນສ່ວນຕົວ ແລະຂໍ້ມູນທາງການເງິນຂອງເຂົາເຈົ້າ. ການສໍ້ໂກງ ໄດ້ເຮັດ ເປັນເຄືອຂ່າຍອາຊະຍາກັມ ທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ. ແຕ່ກໍມີຄໍາແນະນໍາທີ່ດີທີ່ສຸດ ສໍາລັບຜູ້ບໍຣິໂພກ ແມ່ນ ຢຸດ...ຄິດ...ແລະປ້ອງກັນ.

ຄົ້ນພົບເຊື້ອໄຂ້ຫວັດນົກ ສາຍພັນໃຫມ່ (H5N2) 18.06.2024

ຕອນນີ້ ອົງການອະນາໄມໂລກກ່າວວ່າ ພວກເຂົາເຈົ້າ ໄດ້ຢືນຢັນ ໂດຍຜ່ານການທົດສອບໃນຫ້ອງທົດລອງ ເຖິງການຄົ້ນພົບພະຍາດໄຂ້ຫວັດນົກ ສາຍພັນໃຫມ່ ທີ່ເອີ້ນວ່າ H5N2 ທີ່ບໍ່ເຄີຍພົບເຫັນ ຢູ່ໃນມະນຸດຈັກເທື່ອ ແລະນັກວິທະຍາສາດ ແລະໜ່ວຍງານດ້ານສຸຂະພາບ ກຳລັງຕື່ນໂຕກ່ຽວກັບສັນຍານວ່າ ໄຂ້ຫວັດນົກ ກໍາລັງປັບຕົວ ໃຫ້ແພ່ລະບາດໄດ້ງ່າຍຂຶ້ນ ໃນມະນຸດ.

ວັນລຳນຶກ Tiananmen. 11.06.2024

ເຖິງແມ່ນວ່າ ການສັງຫານໝູ່ ທີ່ Tiananmen Square ໄດ້ຜ່ານມາ 35 ປີແລ້ວກໍຕາມ, ມັນຍັງມີບັນດາຜູ້ສນັບສນູນ ປະຊາທິປະໄຕ ທີ່ພະຍາຍາມ ຮັກສາຄວາມຊົງຈຳຂອງໂສກນາດຕະກັມນີ້ໄວ້ ເຖິງແມ່ນວ່າຈະບໍ່ສາມາດເຮັດໄດ້ ໃນປະເທດຈີນກໍຕາມ.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.