SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ການສນັບສນູນຜູ້ເປັນໂຣກມະເຮັງ. 11.02.2026 10:23
ຈາກການສໍາຫລວດເທື່ອຫຼ້າສຸດ ຂອງສະພາມະເລັງອອສເຕຣເລັຍ (the Cancer Council Australia), ຊຶ່ງແນະນໍາວ່າ ພາລະຫນັກຫນ່ວງທາງການເງິນ ແມ່ນມາຈາກຄ່າການປິ່ນປົວໂດຍກົງ ແລະລາຍຈ່າຍທາງອ້ອມ ໃນທຸກຂັ້ນຕອນ ຂອງການຜ່ານຜ່າໂຣກມະເລັງ. ເກືອບ 99 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ຕ້ອງເສັຍຄ່າໃຊ້ຈ່າຍເອງ, ແມ່ນແຕ່ຕອນທີ່ໄດ້ຮັບການດູແລ ສາທາຣະນະກໍຕາມ.
ການເລືອກຕັ້ງກາງວາຣະ ໃນ ອາເມຣິກາ. 11.02.2026 14:50
ໂດຍທີ່ມີການເລືອກຕັ້ງກາງວາຣະ (Midterm Elections) ທີ່ຈະມີຂຶ້ນໃນປາຍປີນີ້ ໃນສະຫະຣັດອາເມຣິກາ, ພັກ Republican ແລະພັກ Democrat ໃນບາງຣັດ ກໍພະຍາຍາມຫາທາງໄດ້ປຽບ. ແຕ່ມີການເຄື່ອນໄຫວ ໃນການອອກກົດຫມາຍ ທີ່ສາມາດໃຫ້ພັກໄດ້ປຽບຄືກັນ, ຊຶ່ງເປັນກົດຫມາຍທີ່ Democrats ກ່າວວ່າ ຖືກອອກແບບເພື່ອກີດກັນ ຜູ້ອອກສຽງເລືອກຕັ້ງຂອງກຸ່ມນ້ອຍ.
ການຊຸມນຸມປະທ້ວງ ICE ໃນ ອາເມຣິກາ. 11.02.2026 8:10
ຜູ້ນໍາຊາວພື້ນເມືອງ ແລະສະມາຊິກໃນຊຸມຊົນໃນເມືອງ Minneapolis ໄດ້ຈັດພິທີລະນຶກ ເພື່ອເປັນກຽດແກ່ສອງຄົນ ທີ່ຖືກຍິງຕາຍ ໂດຍເຈົ້າຫນ້າທີ່ ICE. ໃນຂນະດຽວກັນກໍມີການໂຕ້ແຍ້ງທາງການເມືອງຢ່າງຮຸນແຮງກ່ຽວກັບ ງົບປະມານຂອງ ICE ແລະ ທັງສອງພັກກໍຕິຕຽນຝ່າຍກົງກັນຂ້າມ ໃນຂນະທີ່ການປາບປາມຍັງຄົງດຳເນີນຕໍ່ໄປ.... ແລະການເຈຣະຈາເລືອງເງິນຊ່ອຍເຫຼືອກໍຍັງອີກບໍ່ເທົ່າໃດມື້ທີ່ຈະບັນລຸ.
ການບັງຄັບແຕ່ງງານໃນ ອອສເຕຣເລັຍ. 11.02.2026 6:25
ການທີ່ຖືກບັງຄັບໃຫ້ແຕ່ງງານ ຈະສ້າງຄວາມເສັຍຫາຍຫຼາຍດ້ານຕໍ່ຊີວິດຜູ້ຄົນ. ຕອນນີ້, ຕຳຫຼວດຣັດຖະບານກາງກຳລັງ ເຮັດວຽກຮ່ວມກັບອົງກອນ ແລະໂຮງຮຽນໃນການປ້ັອງກັນບໍ່ໃຫ້ເຫດການເຊັ່ນນັ້ນເກີດຂຶ້ນອີກ ເຖິງແມ່ນວ່າ ຄວາມຜິດກ່ຽວກັບການບັງຄັບແຕ່ງງານເປັນທີ່ຮູ້ຈັກກັນດີວ່າເປັນເລື່ອງຍາກທີ່ຈະດຳເນີນຄະດີ.
ວ່າດ້ວຍໂຣກມະເລັງເລືອດ (Blood cancer) ໃນເດັກ. 05.02.2026 9:23
ມູນນິທິ ມະເຮັງເລືອດຂາວ (The Leukemia Foundation) ເຕືອນວ່າ ເດັກນ້ອຍຫຼາຍກວ່າ 400ຄົນຕໍ່ປີ ອາດປະເຊີນກັບ ການກວດມະເຮັງເລືອດ (Blood cancer) ພາຍໃນສິບປີຂ້າງໜ້າ. ມູນນິທິ ກໍາລັງພະຍາຍາມຫາເງິນຈໍານວນ 12 ລ້ານໂດລາ ສໍາລັບການຄົ້ນຄວ້າ ແລະບໍຣິການຊ່ອຍເຫລືອ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຣກມະເລັງເລືອດ (Blood cancer) ຜ່ານໂຄງການ World's Greatest Shave, ດ້ວຍການຊຸກຍູ້ຜູ້ຄົນໃຫ້ແຖ, ຕັດ ຫລືຍ້ອມສີຜົມ ຂອງເຂົາເຈົ້າ ສໍາລັບ the World...
Public transport in Australia: breaking down the basics - ການຂົນສົ່ງສາທາຣະນະ ໃນອອສເຕຣເລັຍ: ວິທີທໍາງານ ແລະສິ່ງທີ່ຄວນປະຕິບັດ. 05.02.2026 12:43
Like in most countries, public transport in Australia is the cheapest way to get around. It includes trams, buses, trains and ferry services. And each state or territory has its own transport network. However, navigating Australia’s public transport system with ease requires knowing the basics around how it works and what to expect. - ເຊັ່ນດຽວກັບຫຼາຍປະເທດ, ການຂົນສົ່ງສາທາຣະນະ ໃນອອສເຕຣເລັຍ ເປັນວິທີທ...
ໄວຣັສ Nipah ແມ່ນຫຍັງ? 05.02.2026 9:13
ໄວຣັສ Nipah ແມ່ນເຊື້ອໄວຣັສທີ່ຫາຍາກ ຊຶ່ງແພ່ຂຍາຍ ຈາກສັດທີ່ຕິດເຊື້ອ, ຊຶ່ງສ່ວນໃຫຍ່ແມ່ນເຈັຍຫມາກໄມ້, ໄປສູ່ມະນຸດ, ແລະສາມາດເຮັດໃຫ້ເປັນໄຂ້ ແລະສມອງອັກເສບ. ອົງການອະນາໄມໂລກ (WHO) ກ່າວວ່າ ອັດຕາການຕາຍ ລະຫວ່າງ 40ເຖິງ 75 ເປີເຊັນ. ໃນຕອນນີ້ ບໍ່ມີວັກຊີນ ຫລືການປິ່ນປົວ ທີ່ໄດ້ຮັບອະນຸຍາດ ໃຫ້ໃຊ້ສໍາລັບ Nipah, ແຕ່ມີວັກຊີນທົດລອງຈໍານວນຫນຶ່ງ ທີ່ຖືກພັດທະນາໂດຍ ນັກວິທະຍາສາດຂອງ Oxford University ທີ່ມີສ່ວນຮ່ວມ ໃນການພັດທະນາວັກຊີນ C...
How to cope during a heatwave in Australia - ວິທີຮັບມື ໃນຊ່ວງຄື້ນຄວາມຮ້ອນ (Heatwave) ໃນອອສເຕຣເລັຍ. 05.02.2026 14:07
Summer in Australia can be very hot, and as our climate continues to warm, heatwaves are expected to become more frequent and more intense. In this episode of Australia Explained, we cover what a heatwave is, why they pose such a significant risk to human health, who is at most risk, and how to best prepare to cope with a heatwave. - ລະດູຮ້ອນໃນອອສເຕຣເລັຍ ອາດຮ້ອນຫລາຍ, ແລະເມື່ອອາກາດຍັງຮ້ອນຢູ່ຕໍ່ໄປ,...
ຄວາມຕ້ອງການຄອບຄອງ Greenland ຂອງ ອາເມຣິກາ. 29.01.2026 10:15
ສະຫະຣັດອາເມຣິກາ ກໍາລັງເພີ່ມຄວາມກົດດັນ ທີ່ຈະຄວບຄຸມ Greenland, ແລະປະກາດວ່າ ອາເມຣິກາຈະຍຶດເອົາມັນດ້ວຍ "ບໍ່ທາງໃດ ກໍທາງຫນຶ່ງ", ແລະອ້າງວ່າ ກອງທັບຂອງຣັສເຊັຍ ແລະຈີນ ກໍາລັງປະຕິບັດການຢູ່ບໍລິເວນໃກ້ຄຽງ ແຕ່ຜູ້ຊ່ຽວຊານເຂດ Arctic ກ່າວວ່າ ຄໍາເຕືອນນັ້ນ ແມ່ນເກີນຄວາມຈິງຫຼາຍໂພດ, ເພາະ Denmark ແລະ Greenland ປະຕິເສດການເຂົ້າຍຶດຄອງ ຂອງສະຫະຣັດອາເມຣິກາ ແລະ NATO ກໍຈັບຕາເບິ່ງຢູ່ຢ່າງໃກ້ຊິດ, ທັງເປັນຫ່ວງວ່າ ຂໍ້ພິພາດນັ້ນ ຈະເຮັດໃຫ້ພ...
ວັນຊາດອອສເຕຣເລັຍ (Australia Day) 2026 29.01.2026 7:09
ຮວບຮວມເຫດການ ໃນວັນຊາດອອສເຕຣເລັຍ (Australia Day) 2026 ຊຶ່ງນາຍົກຣັດຖະມົນຕີ, Anthony Albanese, ຮຽກຮ້ອງ ໃຫ້ມີຄວາມເປັນຫນຶ່ງດຽວກັນ ພ້ອມທັງການເດີນຂະບວນຕໍ່ຕ້ານຈາກອົງກອນອື່ນໆ.
ຄໍາເຕືອນກ່ຽວກັບຄື້ນຄວາມຮ້ອນທີ່ຍາວນານ ແລະຮ້າຍ 29.01.2026 10:15
ລະດູຮ້ອນຂອງອອສເຕຣ ເລັຍກໍາລັງມີສິ່ງທີ່ນັກວິທະຍາສາດເອີ້ນວ່າ "ການປ່ຽນແປງທັງຫມົດ" ດ້ວຍມີການຄາດການວ່າ ປະເທດນີ້ ສາມາດມີຄື້ນຄວາມຮ້ອນ (Heat wave) ທຸກໆຫ້າປີໂດຍສເລັ່ຍ. ໂດຍທີ່ຣັດ ຢູ່ພາກຕາເວັນອອກສຽງໃຕ້ ຂອງປະເທດ ຕຽມພ້ອມສໍາລັບ ສິ່ງທີ່ຄາດວ່າ ຈະເປັນຄື້ນຄວາມຮ້ອນທີ່ຍາວນານ ແລະຮ້າຍແຮງ ຊຶ່ງຈະເລີ່ມໃນຊ່ວງທ້າຍອາທິດນີ້.
ທັກສະແລະຄວາມສາມາດໃນການລອຍນ້ຳໃນອອສເຕຣເລັຍ. 29.01.2026 10:20
ແນວໂນ້ມການຈົມນ້ຳຕາຍ ນັບຕັ້ງແຕ່ການລະບາດຂອງ COVID-19, ສະພາຄວາມປອດພັຍທາງນ້ຳ ຂອງອອສເຕຣເລັຍ (the Australian Water Safety Council) ໄດ້ເປີດເຜີຍວິທີຄວາມປອດພັຍທາງນ້ຳ ອອສເຕຣເລັຍ 2030 (Australian Water Safety Strategy 2030) ໃຫມ່, ຊຶ່ງເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມພະຍາຍາມຂອງຊາດ ທີ່ຈະຫລຸດຈໍານວນການຕາຍ ຈາກການຈົມນ້ຳລົງ 50 ເປີເຊັນ ພາຍໃນທ້າຍທົດສະວັດນີ້.
ບົດບາດສອງດ້ານຂອງ ໃນການຫຼອກລວງ AI 22.01.2026 14:14
ການຄົ້ນຄວ້າໃຫມ່ ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ມີຄວາມຫມັ້ນໃຈຫລາຍເກີນໄປ ກ່ຽວກັບການກວດຈັບການຫຼອກລວງ (Scams) ຂອງAI Deepfake, ເຖິງແມ່ນວ່າ ເທັກໂນໂລຈີນັ້ນ ຈະເບິ່ງເຫັນໄດ້ຍາກກໍຕາມ. ຜູ້ຊ່ຽວຊານເຕືອນວ່າ ຜູ້ຫຼອກລວງຈະລັກເອົາຄວາມໄວ້ວາງໃຈ ແລະສັນຊາດຕະຍານ, ແລະຂໍຮ້ອງໃຫ້ຜູ້ຄົນຢຸດຊົ່ວຄາວ, ກວດສອບ ແລະປະຕິເສດຂໍ້ຄວາມທີ່ໜ້າສົງສັຍ. ມີຄຳແນະນຳງ່າຍໆທີ່ທຸກຄົນສາມາດເຮັດໄດ້ໃນການປ້ອງກັນ ການຫຼອກລວງ: ຢຸດ (STOP)….. ກວດສອບ (VERIFY)….. ຢ່...
ລາຍງານໄຟໄໝ້ປ່າທີ່ Victoria 120126 22.01.2026 9:48
ອຸນຫະພູມທີ່ເຢັນລົງ ແລະລົມທີ່ເບົາລົງ ກໍາລັງຊ່ອຍຜູ້ດັບເພີງ ໃຫ້ຄວບຄຸມໄຟໃນມື້ທີຫົກ ຂອງເຫດສຸກເສີນໄຟໄຫມ້ປ່າໃນ Victoria ແຕ່ທີມງານ ຍັງຕໍ່ສູ້ກັບໄຟໄຫມ້ປ່າໃຫຍ່ 12 ແຫ່ງ ຊຶ່ງສິບກວ່າບ່ອນ ຍັງຮຸນແຮງຢູ່ ຮວມທັງສອງຈຸດ ທີ່ຢູ່ພາຍໃຕ້ການເຕືອນສຸກເສີນ. ຣັດຖະບານກາງ ແລະ ຣັດ Victoria ໄດ້ປະກາດໃນມື້ວານນີ້ ວ່າຈະໃຫ້ຄວາມຊ່ອຍເຫລືອ 19.5 ລ້ານໂດລາ ຮວມທັງເງິນຊ່ອຍເຫລືອເທື່ອດຽວ, ການຊ່ອຍເຫລືອທີ່ພັກອາສັຍ ແລະອາຫານສັດ ສໍາລັບຊາວກະສິກອນ.
ຈິດວິນຍານຂອງຊາມູໄຣຈະສູນຫາຍແທ້ບໍ່? 22.01.2026 5:42
ເປັນເວລາຫລາຍສັດຕະວັດ ທີ່ຊາມູໄຣ ໄດ້ຄວບຄຸມສນາມຮົບ ແລະການເມືອງຂອງຍີ່ປຸ່ນ, ໄດ້ປະມໍຣະດົກ ທີ່ຍັງມີອິດທິພົນ ຕໍ່ວັດທະນະທັມ, ຄ່ານິຍົມ ແລະພາບພົດຂອງປະເທດ ໃນປັດຈຸບັນ. ການນຸ່ງເຄື່ອງປ້ອງກັນ ແລະປະຕິບັດ ຕາມກົດລະບຽບທີ່ເຄັ່ງຄັດ, ຊາມູໄຣຂອງຍີ່ປຸ່ນ ບໍ່ພຽງແຕ່ເປັນນັກຮົບທີ່ເກັ່ງກ້າເທົ່ານັ້ນ; ເຂົາເຈົ້າເປັນຜູ້ສ້າງສັງຄົມ ທີ່ຖືກຫລໍ່ຫລອມໂດຍຄວາມຈົງຮັກພັກດີ, ວິນັຍ ແລະອໍານາດ. ແຕ່ຕອນນີ້, ຈິດວິນຍານຂອງຊາມູໄຣຈະສູນຫາຍແທ້ບໍ່?
ການສັ່ງຫ້າມສື່ສານມວນຊົນ ໃນຊ່ວງພັກໂຮງຮຽນ. 22.01.2026 11:14
ການສັ່ງຫ້າມສື່ສານມວນຊົນ ເທື່ອທໍາອິດຂອງຣັດຖະບານ ໄດ້ຖືກນໍາໃຊ້ ເປັນເວລາຫລາຍກວ່າຫນຶ່ງເດືອນ, ພ້ອມດ້ວຍວັນພັກຂອງໂຮງຮຽນ ຂອງອອສເຕຣເລັຍ. ແຕ່ໂດຍທີ່ມີສື່ສານມວນຊົນຫນ້ອຍລົງ ຫລືບໍ່ມີເລີຍ, ຄົນຫນຸ່ມຈະໃຊ້ເວລາວ່າງຂອງເຂົາເຈົ້າແນວໃດ?
ຄວາມສ່ຽງຈາກໄຟໄໝ້ໃກ້ໂຕເມືອງ. 15.01.2026 7:34
ຜູ້ຄົນເກືອບເຈັດລ້ານຄົນ ທີ່ອາສັຍຢູ່ໃກ້ເມືອງຫລວງ ຂອງອອສເຕຣເລັຍ ກໍຕົກຢູ່ໃນອັນຕະຣາຍຈາກໄຟໄຫມ້ໃນເມືອງ ທີ່ຄ້າຍຄືກັນກັບທີ່ໄດ້ເຫັນ ໃນເມືອງ Los Angeles ເມື່ອປີກາຍນີ້. ນີ້ແມ່ນ ຄໍາເຕືອນ ໂດຍອະດີດຫົວຫນ້າດັບເພີງອອສເຕຣເລັຍ ແລະສະພາສະພາບພູມອາກາດ ມີຂຶ້ນໃນຂນະທີ່ ປະເທດນີ້ກໍາລັງຮ້ອນອົບເອົ້າ ໃນຄື້ນຄວາມຮ້ອນ ທີ່ຮ້າຍແຮງທີ່ສຸດ ໃນຮອບຫຼາຍປີທີ່ຜ່ານມາ.
ແທັກຊີອາກາດໄຟຟ້າ ໃນອະນາຄົດ 15.01.2026 7:07
ບໍຣິສັດ ໃນປະເທດອັງກິດ ໄດ້ເປີດໂຕແທັກຊີອາກາດໄຟຟ້າ (Electric Air Taxi) ແບບໃຫມ່, ແລະສັນຍາວ່າ ຈະນໍາການຂົນສົ່ງທາງອາກາດ ໃນເມືອງ ມາສູ່ຄົນທົ່ວໄປ. ມັນເປັນກ້າວໃໝ່ ທີ່ກໍາລັງເຕີບໂຕທົ່ວໂລກ, ຊຶ່ງອົງການຄວບຄຸມການບິນ ອອສເຕຣເລັຍ ກໍາລັງວາງແຜນຢູ່ແລ້ວ. ແຕ່ກໍຍັງມີ ຄວາມທ້າທາຍຫລາຍຢ່າງ ທີ່ຍັງລໍຢູ່ຂ້າງຫນ້າ.
ການຮຽກຮ້ອງໃຫ້ຈັດຕັ້ງຄນະກັມມາທິການ Royal Commission 15.01.2026 5:30
ໃນມື້ສົ່ງສະການຄັ້ງສຸດທ້າຍ ສໍາລັບຜູ້ເຄາະຮ້າຍ ຈາກການໂຈມຕີ ຜູ້ກໍ່ການຮ້າຍໃນ Bondi, ຜູ້ນໍາຝ່າຍຄ້ານ Sussan Ley ກໍາລັງເພີ່ມຄວາມກົດດັນ ຕໍ່ຣັດຖະບານ ເພື່ອຈັດຕັ້ງຄນະກັມມາທິການ Commonwealth Royal Commission. ໃນຂນະທີ່ຄວາມເປັນໄປໄດ້ ຂອງຄນະກັມມາທິການ Commonwealth Royal Commission ກໍາລັງໃກ້ເຂົ້າມາຫລາຍຂຶ້ນ, ພັກ Labor ຍັງບໍ່ໄດ້ເປີດເຜີຍ ເງື່ອນໄຂຂອງການອ້າງອີງ ທີ່ຕ້ອງການໃດໆ.
ການປະຊຸມ AUKUS ທີ່ Pentagon. 15.01.2026 7:20
AUKUS ຖືກກໍ່ຕັ້ງຂຶ້ນ ໃນປີ 2021 ເພື່ອເຮັດໃຫ້ຄວາມຮ່ວມມື ອັນເລິກເຊິ່ງ ໃນດ້ານຄວາມປອດພັຍ ແລະການປ້ອງກັນປະເທດ, ໂດຍເນັ້ນໜັກ ໃສ່ການຊ່ວຍເຫລືອອອສເຕຣເລັຍ ໃຫ້ມີເຮືອມຸດນ້ຳ ທີ່ມີພະລັງງານນິວເຄລັຍ ແລະພັດທະນາເທັກໂນໂລຈີ ທາງທະຫານທີ່ກ້າວຫນ້າ. ການປະຊຸມໃນວັນພຸດ ລະຫວ່າງຣັດຖະມົນຕີສາມຄົນ ໄດ້ສະແດງໃຫ້ເຫັນການປ່ຽນແປງທີ່ອັນສຳຄັນ ໄປສູ່ການສົ່ງມອບ ສໍາລັບການພັດທະນາເຮືອມຸດນ້ຳ. ສົນທິສັນຍາ AUKUS ມີມູນຄ່າ 368 ພັນລ້ານໂດລາ.
ການເມືອງອອສເຕຣເລັຍ ໃນປີ 2025 ພາກ 2 08.01.2026 11:15
ສລຸບເຫດການທາງການເມືອງຂອງ ອອສເຕຣເລັຍໃນປີ 2025 ພາກ 2
ການເມືອງອອສເຕຣເລັຍ ໃນປີ 2025 ພາກ 1 08.01.2026 14:39
ສລຸບເຫດການທາງການເມືອງຂອງ ອອສເຕຣເລັຍໃນປີ 2025 ພາກ 1
ທົບທວນເຫດການສຳຄັນທົ່ວໂລກປີ 2025 EP 2 07.01.2026 10:37
ປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.
ທົບທວນເຫດການສຳຄັນທົ່ວໂລກປີ 2025 ຕອນ 1 07.01.2026 9:10
ປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.
ປະຕິກິຣິຍາຈາກທົ່ວໂລກກ່ຽວກັບ ການຊຸ່ມຍິງທີ່ Bondi 18.12.2025 10:30
ຜູ້ນຳຈາກທົ່ວໂລກໄດ້ສະແດງຄວາມໄວ້ອາລັຍຕໍ່ຜູ້ເສັຍຊີວິດ ແລະບາດເຈັບຈາກການຊຸ່ມຍິງທີ່ Bondi ໃນເທສການ Hannukah ຊຶ່ງແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາ Judaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ. ທ່າມກາງຄື້ນຂອງການຕໍ່ຕ້ານຊາວຢິວໄດ້ຮຸນແຮງຂຶ້ນເລື້ອຍໆ.
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.