SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ຜົນກະທົບຂອງສົງຄາມໃນຕາເວັນອອກກາງ 26.03.2026 9:11
ຕອນນີ້ ໂຄງສ້າງພື້ນຖານດ້ານພະລັງງານ ຕົກເປັນເປົ້າໝາຍ ຂອງການຂັດແຍ້ງລະຫວ່າງ Iran, ອິດສະຣາເອລ ແລະສະຫະຣັດອາເມຣິກາ, ພ້ອມດ້ວຍການໂຈມຕີໂຮງງານນ້ຳມັນ ແລະແກັສທົ່ວເຂດອ່າວ, ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ ກ່ຽວກັບສົງຄາມໃນວົງກວ້າງ ແລະຄວາມຕົກຕະລຶງ ທາງເສດຖະກິດທົ່ວໂລກ.
ການນຳໃຊ້ຢາປິ່ນປົວ HIV ຊະນິດໃຫມ່ ໃນອາຟຣິກາ 26.03.2026 8:30
ຢາປິ່ນປົວ HIV ຊະນິດໃຫມ່ ຖືກພັດທະນາໂດຍ Gilead Sciences ໃນ California, ການເລີ້ມນຳໃຊ້ Lenacapavir ໃນປະເທດທີ່ມີຄວາມສ່ຽງສູງ ກໍາລັງຖືກສນັບສນູນ ຜ່ານແຜນສຸກເສີນຂອງ Emergency Plan for AIDS Relief ຫຼື PEPFAR ຂອງປະທານາທິບໍດີສະຫະຣັດອາເມຣິກາ, ໂດຍຮ່ວມມືກັບ the Global Fund. Zimbabwe ເປັນປະເທດທໍາອິດ ທີ່ເປີດໃຊ້ບໍຣິການ. ຜູ້ຊ່ຽວຊານກ່າວວ່າ ຕ້ອງໃຊ້ຢາ ພຽງແຕ່ປີລະສອງເທື່ອເທົ່ານັ້ນ.
ນິທັດສະການຖາວອນແຫ່ງໃຫມ່ຂອງ Pompeii 26.03.2026 6:06
ນິທັດສະການຖາວອນແຫ່ງໃຫມ່ ຢູ່ໃນເມືອງ Pompeii ຂອງໂຣມັນໂບຮານ ໄດ້ສະແດງໃຫ້ເຫັນ ຮູບພາບທີ່ຫນ້າປະທັບໃຈ ໃນຕອນທີ່ພູເຂົາໄຟລະເບີດຄັ້ງໃຫຍ່ ຊຶ່ງທໍາລາຍເມືອງໃນປີ ຄ.ສ. 79. ຊາກສົບຂອງຜູ້ອາສັຍຢູ່ໃນເມືອງ ຫລາຍກວ່າ 20 ຊາກ ຈະຖືກຈັດສະແດງ ໃນນິທັດສະການ, ພ້ອມກັບການຄົ້ນພົບອື່ນໆ ເຊັ່ນພືດ ແລະອາຫານ ທີ່ຖືກຝັງໄວ້ຢູ່ໃຕ້ຂີ້ເຖົ່າ ແລະ Lava ຫຼາຍແມັດ ເປັນເວລາຫລາຍສັດຕະວັດ.
ອາເມຣິກາຖືກປະຕິເສດການຮ່ວມສົງຄາມຕາເວັນອອກກາງ. 20.03.2026 8:00
ປະທານາທິບໍດີສະຫະຣັດອາເມຣິກາ ກໍາລັງເຈຣະຈາ ກັບປະເທດທີ່ເພິ່ງພານ້ຳມັນ ໃນຕາເວັນອອກກາງ, ຫລັງຈາກໄດ້ຮຽກຮ້ອງ ໃຫ້ຫລາຍປະເທດ ສົ່ງກໍາປັ່ນຮົບ ໄປເປີດ Strait of Hormuz ຄືນອີກ. ແຕ່ພັນທະມິດໃນຢູໂຣບ ຮວມທັງ NATO ກໍບໍ່ໄດ້ສະແດງທ່າທີວ່າຈະເຂົ້າຮ່ວມ. ນອກຈາກນັ້ນ, ຈີນຍັງອອກມາກ່າວຕໍ່ຕ້ານສົງຄາມອີກ. ໃນຂນະທີ່ລາຄານ້ຳມັນທົ່ວໂລກ ໄດ້ເພີ່ມຂຶ້ນ 40 ເຖິງ 50 ເປີເຊັນ.
ຜູ້ນໍາຄົນໃໝ່ຂອງພັກ Nationals. 20.03.2026 8:44
ຫລັງຈາກການລາອອກຈາກຕໍາແຫນ່ງຂອງ David Littleproud, Matt Canavan ສະມາຊິກສະພາສູງ ຈາກ Queensland ໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງພັກ Nationals ຄົນໃໝ່ ໂດຍມີ Darren Chester ເປັນຜູ້ຮອງ. Mr Littleproud ກ່າວວ່າ ລາວເຊື່ອວ່າ ມັນເຖິງເວລາແລ້ວ ທີ່ຈະປ່ຽນໄປຫາຜູ້ນໍາຄົນໃຫມ່, ແຕ່ຍັງຢືນຢັນວ່າ ລາວຈະຢູ່ຕໍ່ໄປ ໃນຕໍາແຫນ່ງຜູ້ແທນ ຂອງເຂດເລື້ອກຕັ້ງ Maranoa.
ໂຄງການຕໍ່ຕ້ານຄວາມກຽດຊັງອິສລາມ. 20.03.2026 7:05
ຂໍ້ມູນຂອງກະຊວງພາຍໃນຂອງອັງກິດ ສະແດງໃຫ້ເຫັນວ່າ 45 ເປີເຊັນ ຂອງອາດຊະຍາກັມ ຈາກຄວາມກຽດຊັງ ທາງສາສນາທັງໝົດ ໃນປະເທດອັງກິດ ແມ່ນເຈາະຈົງໃສ່ຊາວມູສລິມ-ຫລາຍກວ່າ ກຸ່ມສາສນາອື່ນໆ. ອັດຕາການເພີ່ມຂຶ້ນແມ່ນ 19 ເປີເຊັນ-ໃນໄລຍະ 12 ເດືອນຈົນເຖິງເດືອນມິນາ ປີ 2025. ແຕ່ມີສອງພໍ່ລູກທີ່ໄດ້ເລີ້ມການຣົນນະຣົງ ຕໍ່ຕ້ານຄວາມກຽດຊັງອິສລາມ ດ້ວຍ cupcakes.
How public and community housing works in Australia - ທີ່ຢູ່ອາສັຍ ສາທາຣະນະ ແລະຊຸມຊົນ ທໍາງານແນວໃດ ໃນອອສເຕຣເລັຍ. 20.03.2026 13:15
In Australia, government-subsidised rental housing is available for eligible households. Assessment is based on need under criteria that vary depending on your state or territory. Here’s what to expect when applying for different types of housing assistance, some common myths around social housing and where to reach out for help. - ໃນປະເທດອອສເຕຣເລັຍ. ມີເຮືອນເຊົ່າ ທີ່ຣັດຖະບານຊ່ວຍເຫຼືອ ສໍາລັບຄອບຄົວທ...
ໂຄງການເຮືອນເຊົ່າລາຄາຖືກຂອງ Austria. 18.03.2026 4:46
ໃນຂນະທີ່ຄ່າເຊົ່າເຮືອນ ໃນອອສເຕຣເລັຍໄດ້ສູງຂຶ້ນເລືອຍໆ, ແຕ່ມີເມືອງໜຶ່ງໃນຢູໂຣບ ທີ່ມີຮູບແບບຂອງທີ່ຢູ່ອາສັຍ ທາງສັງຄົມ(Social Housing) ທີ່ມີອາຍຸນັບສັດຕະວັດ, ຊຶ່ງເປັນທີ່ຢູ່ອາສັຍຂອງ 50ເປີເຊັນ ຂອງພົນລະເມືອງ ແຕ່ການເຂົ້າເຖິງທີ່ຢູ່ອາສັຍໃນຮູບແບບນັ້ນບໍ່ແມ່ນເລື້ອງງ່າຍສຳລັບ ຜູ້ທີ່ບໍ່ມີສິດ ເຊັ່ນຜູ້ອົບພະຍົບ ແລະຜູ້ລີ້ພັຍ-ຜູ້ສນັບສນູນກ່າວວ່າ, ບາງຄົນກໍຍັງຕົກອອກຈາກລະບົບ ແລະຕ້ອງອາສັຍລະບົບເອກກະຊົນຊຶ່ງມີລາຄາແພງກວ່າຫຼາຍເທົ່າ.
ວິກິດນ້ຳມັນຍ້ອນສົງຄາມໃນຕາເວັນອອກກາງ. 12.03.2026 10:47
ໃນອາທິດທີສອງ ຂອງສົງຄາມລະຫວ່າງອິດສະຣາເອລ, ສະຫະຣັດອາເມຣິກາ ແລະ Iran ໂຮງງານນ້ຳມັນ ແລະແກັສໄດ້ຖືກໂຈມຕີໃນທົ່ວພູມີພາກ. ນີ້ເຮັດໃຫ້ ເສດຖະກິດໂລກຕ້ອງວິຕົກກັງວົນ ເນື່ອງຈາກ ມັນໄດ້ສົ່ງຜົນກະທົບ ຕໍ່ການຜລິດ ແລະຂົນສົ່ງນ້ຳມັນ ໃນຕາເວັນອອກກາງ. ChrisBowen, ໄດ້ກ່າວຢ້ຳຄໍາຂໍຮ້ອງຂອງລາວ ຕໍ່ຊາວອອສເຕຣເລັຍວ່າ ຢ່າຕື່ນຕົກໃຈໃນການຊື້ນ້ຳມັນ ແລະກ່າວວ່າ ອອສເຕຣເລັຍມີນ້ຳມັນສຳຮອງ ເປັນເວລາ 32 ມື້.
ວັນຄົບຮອບ 15 ປີຂອງເຫດການທີ່ Fukushima. 12.03.2026 16:26
ມັນເປັນເວລາ 15 ປີ ນັບຕັ້ງແຕ່ ພັຍທັມມະຊາດ ທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງ ໃນປວັດສາດຊຶ່ງເກີດຂຶ້ນໃນ Fukushima ປະເທດຍີ່ປຸ່ນ. ໃນເຫດການແຜ່ນດິນໄຫວ ນັ້ນ ໄດ້ກໍ່ໃຫ້ເກີດ tsunami ແລະໂຮງງານພະລັງງານ ນິວເຄລັຍ ໄດ້ສົ່ງລັງສີອອກສູ່ອາກາດ. ມີຄົນເສັຍຊີວິດຢ່າງຫຼວງຫຼາຍດ ແຕ່ສິ່ງທີ່ເຮັດໃຫ້ຜູ້ຄົນບໍ່ພໍໃຈແມ່ນການປິດບັງຄວາມຈິງຈາກຣັດຖະບານ. ສະນັ້ນ, ບົດຮຽນໃດແດ່ ທີ່ສາມາດຮຽນຮູ້ ຈາກພັຍພິບັດ ແລະອຸປະຕິເຫດນິວເຄລັຍ ໃນບັນຍາກາດ ຂອງຄວາມວຸ້ນວາຍທົ່ວ...
ສະຖານະການຂອງຜູ້ຖືກຂັງໃນໃນຊ່ວງສົງຄາມໃນ ອີຣານ 12.03.2026 5:25
ທ່າມກາງສົງຄາມ ທີ່ກຳລັງທະວີຄວາມຮ້າຍແຮງຂຶ້ນໃນ Iran, ມີຄວາມເປັນຫ່ວງ ກ່ຽວກັບນັກໂທດການເມືອງຫລາຍໝື່ນຄົນ ທີ່ຖືກກັກຂັງໃນຄຸກທົ່ວປະເທດ, ບາງຄົນ ກໍປະເຊີນກັບການຖືກປະຫານຊີວິດ. ຫົວຫນ້າຝ່າຍຕຸລາການຂອງ Iran ໄດ້ປະກາດວ່າ ຜູ້ທີ່ຢູ່ໃນປະເທດ Iranທີ່ສນັບສນູນສະຫະຣັດອາເມຣິກາ ແລະອິດສະຣາເອລ ຈະຖືກປະຕິບັດວ່າເປັນ 'ສັດຕູ'.
ວິກິດການດ້ານສຸຂະພາບຈິດໃນ NSW. 12.03.2026 8:30
ຜູ້ຊ່ຽວຊານເລື່ອງສຸຂະພາບຈິດກ່າວວ່າ ສຸຂະພາບຈິດ ຂອງຣັດ ໄດ້ຮັບຄວາມຄວາມສົນໃຈອີກ ເນື່ອງຈາກການຫຼົບຫນີຂອງຄົນໄຂ້ສອງຄົນ ຈາກໂຮງຫມໍດຽວກັນ, ຜູ້ຊຶ່ງຫລາຍມື້ຕໍ່ມາ ຖືກກ່າວຫາວ່າ ມີສ່ວນກ່ຽວຂ້ອງ ໃນເຫດການທີ່ແຕກຕ່າງກັນ ຊຶ່ງເຮັດໃຫ້ມີຜູ້ເສັຍຊີວິດສາມຄົນ. ມີກ່າກ່າວວ່າເຫດການເຊັ່ນນີ້ເກີດຂຶ້ນຍ້ອນການຂາດງົບປະມານ.
ຄວາມຫວັງການປ່ຽນລະບອບປົກຄອງ ໃນອີຣານ 06.03.2026 7:35
ຜູ້ຊ່ຽວຊານເຕືອນວ່າ ການປ່ຽນແປງລະບອບການປົກຄອງ ໃນອີຣານ ຈະບໍ່ແມ່ນເລື່ອງງ່າຍ, ເຖິງແມ່ນວ່າ ຜູ້ນໍາສູງສຸດ Ali Khamenei ໄດ້ຖືກລອບສັງຫານ ໃນການໂຈມຕີ ໃນທ້າຍອາທິດຜ່ານມາ. ສົງຄາມນີ້ມີທ່າທີວ່າຈະແກ່ຍາວຕໍ່ໄປ ໂດຍທັງອາເມຣິກາ ແລະ ອິສຣາເອລ ຂາດການສນັບສນຸນດ້ານການເມືອງ ແລະ ຕ້ອງການຊັບພະຍາກອນຢ່າງຫຼວງລາຍດ ອິງຕາມຜູ້ຊ່ຽວຊານ.
ການຂູ່ວາງລະເບີດຕໍ່ ນາຍົກຣັດຖະມົນຕີ. 06.03.2026 8:14
ການຍ້າຍສຸກເສີນ ຂອງນາຍົກຣັດຖະມົນຕີ ຈາກເຮືອນຂອງລາວ ໃນCanberra ເພາະການຂູ່ວາງລະເບີດ ໄດ້ກະຕຸ້ນໃຫ້ມີການເຕືອນ ກ່ຽວກັບຄວາມປອດພັຍໃຫ້ເພີ່ມຂຶ້ນ, ບ່ອນທີ່ ຄວາມບໍ່ເປັນມິດ ທາງອິນເຕີເນັດ ກຳລັງສະແດງອອກຫຼາຍຂຶ້ນເລື້ອຍໆ ວ່າເປັນພັຍຄຸກຄາມທາງຮ່າງກາຍ ທີ່ມີອັນຕະຣາຍສູງ. ຕາມຄວາມຄິດເຫັນ ຂອງຜູ້ບັນຊາການຕຳຫຼວດ ຣັດຖະບານກາງ ໃນທ້າຍປີກາຍນີ້, ໂດຍຕັ້ງຂໍ້ສັງເກດວ່າ ມີແນວໂນ້ມຂອງຄວາມຮຸນແຮງທີ່ເພີ່ມຂຶ້ນ ຕໍ່ເຈົ້າຫນ້າທີ່ຂອງຣັດ.
ປະຕິກິຣິຍາຫຼັງຈາກ ອີຣານຖືກໂຈມຕີ. 06.03.2026 10:49
ຊາວອີຣານ-ອອສເຕຣເລັຍ (Iranian-Australians) ກໍາລັງສະແດງຄວາມຮູ້ສຶກທີ່ແຕກຕ່າງກັນ ກ່ຽວກັບການໂຈມຕີ ຂອງສະຫະຣັດອາເມຣິກາ-ອິດສະຣາເອລ ໃນ Iran ແລະການສັງຫານຜູ້ນໍາສູງສຸດ Ayatollah Ali Khamenei. ໃນຂນະທີ່ຫລາຍຄົນຫວັງວ່າ ການຕາຍຂອງລາວ ຈະນໍາໄປສູ່ປະເທດອີຣານ ທີ່ເປັນອິດສຣະ, ບາງຄົນເວົ້າວ່າ ບໍ່ແມ່ນ ກະທຳໂດຍ Netanyahu ແລະ Trump.
ການກວດຈັບແຜ່ນດິນໄຫວ 06.03.2026 7:17
ນັກແຜ່ນດິນໄຫວ (Seismologists) ຂອງ New Zealand ໄດ້ວິເຄາະຂໍ້ມູນຢ່າງຕໍ່ເນື່ອງ ຈາກເຄືອຂ່າຍ ຂອງເຄື່ອງກວດຈັບ (Detectors) 700 ຫນ່ວຍ ເພື່ອຊອກຫາສັນຍານເຕືອນ ຂອງແຜ່ນດິນໄຫວ ທີ່ໃກ້ຈະເກີດຂຶ້ນ ຫຼັງຈາກເກີດເຫດແຜ່ນດິນໄຫວຄັງໃຫຍ່ ເດືອນກຸມພາ ປີ 2011. ຜູ້ຊ່ຽວຊານກ່າວວ່າ ການປ້ອງກັນຈະມີປະສິດທິພາບຫຼາຍກວ່າການຟື້ນຟູ ຫຼັງຈາກເກີດເຫດ.
ຄວາມປອດພັຍໃນທາງຖນົນຂອງອອສເຕຣເລັຍ 26.02.2026 10:43
ຫລາຍກວ່າ ພັນສາມຮ້ອຍຄົນ ໄດ້ເສັຍຊີວິດໃນຖນົນ ຂອງອອສເຕຣເລັຍ ໃນປີກາຍ, ໃນຕົ້ນປີ 2026 ບໍ່ໄດ້ສະແດງໃຫ້ເຫັນວ່າຈະດີຂຶ້ນ. ຜູ້ນໍາອຸດສະຫະກັມ ແລະຜູ້ສນັບສນູນຜູ້ເຄາະຮ້າຍ ໄດ້ຮຽກຮ້ອງ ໃຫ້ມີການກະທໍາຢ່າງຮີບດ່ວນ, ຈາກການອອກແບບຖນົນທີ່ປອດພັຍ ຈົນເຖິງການປ່ຽນແປງພຶດຕິກັມຂອງຜູ້ຂັບຣົດ ເພາະປະເທດນີ້ ກໍາລັງຫ່າງໄກຈາກເປົ້າຫມາຍ ທີ່ຈະຫລຸດຈໍານວນຜູ້ເສັຍຊີວິດ ລົງເຄິ່ງຫນຶ່ງໃນປີ 2030, ໃນຂນະທີ່ຄອບຄົວຍັງດໍາລົງຊີວິດ ຢູ່ກັບຜົນສະທ້ອນ ຂອງຄວາມເຈັບ...
Your guide to using sunscreen in Australia - ຄໍາແນະນໍາ ໃນການໃຊ້ຢາທາກັນແດດ ໃນອອສເຕຣເລັຍ. 26.02.2026 12:37
Australia’s sun can be harsh. And sunscreen is one key measure protecting us against harmful sun exposure. We asked three scientists about sunscreen facts, myths and choosing the right products. - ແສງແດດຂອງອອສເຕຣເລັຍ ອາດຮຸນແຮງຫລາຍ. ແລະຢາທາກັນແດດ ເປັນມາດຕະການສໍາຄັນຢ່າງຫນຶ່ງ ທີ່ປົກປ້ອງເຮົາ ຈາກແສງແດດທີ່ເປັນອັນຕະຣາຍ. ພວກເຮົາ ໄດ້ຖາມນັກວິທະຍາສາດສາມຄົນ ກ່ຽວກັບຄວາມຈິງ ຂອງຢາທາກັນແດດ, ເລື້ອງເລົ່າຕ່າງໆ ແລະກາ...
ການປ້ອງກັນການຈົມນ້ຳຕາຍ 26.02.2026 11:42
ການຈົມນ້ຳ ເປັນເຫດໃຫ້ຫລາຍໝື່ນຄົນຕາຍຕໍ່ປີ ໃນປະເທດອິນເດັຍ, ແລະໃນອອສເຕຣເລັຍ. ຜູ້ຊ່ຽວຊານກ່າວວ່າ ຊາວອິນເດັຍ ເປັນຫນຶ່ງໃນກຸ່ມທີ່ມີຈໍານວນຫລາຍເກີນໄປ ໃນການຈົມນ້ຳຕາຍ ໃນປະເທດ. ຜ່ານການແລກປ່ຽນຄວາມຄິດເຫັນ ແລະສ້າງຄວາມຮູ້ ທາງວັດທະນະທັມທີ່ເຂັ້ມແຂງຂຶ້ນ, ລະຫວ່າງ ຜູ້ຊ່ຽວຊານ ຂອງອອສເຕຣເລັຍ ແລະອິນເດັຍ ໃນທີ່ປະຊຸມ ໄດ້ຄົ້ນຄວ້າຫາວິທີໃຫມ່ທີ່ຍືນຍົງ ເພື່ອພັດທະນາຄວາມປອດພັຍທາງນ້ຳ.
ການຂ້າລ້າງເຜົ່າພັນໃນ Sudan 26.02.2026 9:11
ພາລະກິດຄົ້ນຫາຄວາມຈິງ (Fact-finding Mission) ຂອງສະຫະປະຊາຊາດ ໃນ Sudan ໄດ້ພົບວ່າ ການປິດລ້ອມເປັນເວລາ 18 ເດືອນ ແລະການຍຶດ El-Fasher ໃນເຂດ Darfur ໃນເດືອນຕຸລາທີ່ຜ່ານມາ ເປັນຫລັກຖານ ເຖິງການຂ້າລ້າງເຜົ່າພັນ (Genocide). ຜູ້ຊ່ຽວຊານ ໄດ້ຮຽກຮ້ອງໃຫ້ມີການຕອບຮັບທົ່ວໂລກ ທີ່ເຂັ້ມແຂງກວ່າເກົ່າ, ເພື່ອຢຸດຄວາມຮຸນແຮງ ຈາກການດໍາເນີນຕໍ່ໄປ.
ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ Weekly Wrap 21 Feb 2026 20.02.2026 9:55
· ລັດຖະບານກາງຢືນຢັນວ່າ ຈະບໍ່ໃຫ້ການສະຫນັບສະຫນູນ ຄູ່ຜົວເມັຍແລະລູກໆ ຂອງນັກຮົບກຸ່ມ IS ໃຫ້ກັບບ້ານ. · ນັກຫລິ້ນສະກີແປດຄົນ ເສັຍຊີວິດ ຫລັງຈາກຫິມະຖລົ່ມ (Avalanche) ໃນ California. ແລະຂ່າວກິລາ · ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ.
ວັນຄົບຮອບ 60 ປີຂອງສະກຸນເງິນໂດລາ. 20.02.2026 7:53
ໃນວັນທີ 14 ກຸມພາ ປີ 1966, ຊາວອອສເຕຣເລັຍ ໄດ້ປະຖິ້ມ Pound, Shilling ແລະ Pence ມາໃຊ້ Dollar ແລະ Cent-ຊຶ່ງເປັນການປ່ຽນແປງທີ່ໃຫຍ່ທີ່ສຸດໃນປວັດສາດຂອງປະເທດ. ການເຄື່ອນໄຫວນີ້ ເຮັດໃຫ້ພວກເຮົາສອດຄ່ອງກັບໂລກເທົ່ານັ້ນ, ແຕ່ຍັງຊ່ອຍເຮັດໃຫ້ການຄ້າ ແລະທຸຣະກັມ (Transactions) ປະຈໍາວັນງ່າຍຂຶ້ນ.
ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria. 20.02.2026 7:55
ຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ. ກຸ່ມນີ້ ໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.
ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ. 20.02.2026 6:41
ນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ. ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ. ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ. ການຄົ້ນພົບນີ້ ອາດນຳໄປສູ່ການສ້າງ ຫຸ່ນຍົນ ທີ່ມີສະມັດຖະພາບທີ່ສູງກວ່າ, ຕາມຄວາມເຫັນຂອງນັກວິດທະຍາສາ...
ຜົນກະທົບຢ່າງຕໍ່ເນື່ອງຈາກ Epstein Files. 20.02.2026 8:58
ຫຼັງຈາກການເປີດເຜີຍຂອງ Epstein Files, ມັນໄດ້ສ້າງຄວາມສັ່ນສະເທືອນຢ່າງກວ້າງຂວາງ ບໍ່ພຽງແຕ່ໃນອາເມຣິກາເທົ່ານັ້ນ. ມັນຍັງສ້າງຄວາມສັ່ນສະເທືອນເຖິງປະເທດອັງກິດ -ໍວ່າຈະເປັນທາງການເມືອງ ຫຼືຣາຊວັງ Buckingham Palace. ໃນຂນະດຽວກັນ Ghislaine Maxwell ປະຕິເສດທີ່ຈະຕອບຄຳຖາມຕໍ່ the Congressional Oversight Committee ໂດຍຫວັງວ່າການຕອບຄຳຖາມຂອງນາງ ຈະເປັນກາຍແລກປ່ຽນກັບການໄດ້ຮັບອະພັຍໂທດ.
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.