SBS

SBS Lao - SBS ພາ​ສາ​ລາວ

News LO ↓ 766 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 8.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍ ໜີຈາກ ຍ້ອນກົດເກນຊາຍແດນອອສເຕຼເລັຍ 17.06.2021

ການທີ່ຣັຖບານອອສເຕຼເລັຍຈະບໍ່ເປີດຊາຍແດນຕໍ່ສາກົນນາໆຊາດ ຈົນກ່ວາຮອດກາງປີ 2022 ເປັນການເຮັດໃຫ້ຄົນຕ່າງປະເທດທີ່ມາ ຢູ່ອອສເຕຼເລັຍຢ່າງຖາວອນລໍຖ້າບໍ່ໄດ້ໃນການຈະໄປຢຽມຢາມຍາດຕິ ພີ່ນ້ອງໃນຕ່າງປພເທດ. ຫຼາຍຄົນໜີໄປຈາກອອສເຕຼເລັຍຢ່າງຖາວອນແລ້ວຫຼືກຳລັງຈະໜີໄປຢູ່. ນີ້ເປັນການສ້າງຄວາມເສັຍຫາຍແກ່ເສຖກິດອອສເຕຼເລັຍທີ່ຕ້ອງການ ແຮງງານທີ່ມີຄວາມສ່ຽວຊານຢູ່ແລ້ວ.

ອົງການສາທາຣະນະສຸກໂລກເວົ້າວ່າການສັກຢາວັກຊີນເປັນທາງອອກຈາກວິກິດ ໂຄໂຣນາໄວຣຣັສ 17.06.2021

ໂຄວິດ-19 ກຳລັງອາຣະວາດໂລກມະນຸດໂດຍນາໆວິທີການຢ່າງແຮງ ໂດຍບໍ່ສມ່ຳສເມີກັນໃນທຸກປະເທດ. ອົງການສາທາຣະນະສຸກໂລກເຫັນວ່າບາງປະເທດຄວບຄຸມພະຍາດດັ່ງ ກ່າວໄວ້ໄດ້ແລະບາງປະເທດມີຢາວັກຊີນກັນ ໂຄວິດ-19 ໂດຍຈຳກັດ. ອົງການສາທາຣະນະສຸກໂລກເຫັນວ່າການມີຢາວັກຊີນນັ້ນຢ່າງສເມີ ພາບກັນຈະເປັນບາດກ້າວໃນຂ້າງໜ້າທີ່ຈະມີປົກກະຕິຄືນໄດ້.

ນາຍົກອອສເຕຼເລັຍໄປປະຊຸມກັບຜູ້ນຳຂັ້ນໂລກ 17.06.2021

ສະກອດ ມໍຣິຊັນ ນາຍົກຣັຖມົນຕີອອສເຼເລັຍໄປປະຊຸມອັນສຳຄັນກັບຜູ້ນຳຂັ້ນໂລກ ນະທີ່ກອງປຸຊມ ຊີ-7 + 3 ໃນປະເທດອັງກິດ. ໃນການໄປແລະກັບທ່ານກໍຈະພົບປະປະຊຸມກັນກັບຜູ້ນຳຂອງປະເທດຕ່າງໆ ເຊັ່ນ ສິງກະໂປ. ການພົບປະປະຊຸມກັນຕ່າງໆນັ້ນລ້ວນແລ້ວແຕ່ເປັນສິ່ງສຳຄັນແທ້ໆ.

ການຮັບເດັກໃນຕ່າງປະເທດມາເປັນລູກ 17.06.2021

ຄົນອອສເຕຼເລັຍຫຼາຍຄົນຢາກເອົາເດັກໃນຕ່າງປະເທດມາເປັນລູກ. ວິທີການອັນນ່ຶງແມ່ນຜ່ານການເອົາມາແຕ່ຕ່າງປະເທດໂດຍເປັນ ທາງການ. ອອສເຕຼເລັຍມີຂໍ້ຕົກລົງເຫັນດີກັນກັບບາງປະເທດເພ່ືອໃຫ້ຄົນກະ ທຳເຊັ່ນນັ້ນໄດ້ ແຕ່ຣະບົບການແມ່ນຍືດຍາວແລະຕ້ອງມີການຕັດ ສິນໃຈອັນໜຽວແໜ້ນ.

ຂ່າວສຳຮັບຣະຍະ 12-6-21 16.06.2021

ຂ່າວຄາວສຳຮັບຣະຍະ 12-6-21 ທີ່ເປັນອັນສົນໃນ ມີຫັຍງແດ່?

ການຕ້ອງຫ້າມກ່ຽວກັບ ໂຄວິດ-19 ແມນລ໌ເບີນ ຍັງບໍ່ໜົດແທ້ໆເທື່ອ 11.06.2021

ການຕ້ອງຫ້າມ ລ໋ອກດາວ ແມນລ໌ເບິນ ແລະຂົງແຄ້ວນໜົດແລ້ວແຕ່ ມີການຕ້ອງຫ້າມຊະນິໃໜ່ມາແທນ. ບັດນີ້ກົດເກນການລ໋ອກດາວນັ້ນຖຶກຍົກເລີກແລ້ວແຕ່ການນາບຂູ່ຈາກ ໂຄວິດ-19 ຍັງມີຢູ່ແທ້ໆຢູ່. ນີ້ພາໃຫ້ມີການຕ້ອງຫ້າມບາງຢ່າງຖຶກນຳມາບັນ. ທ່ານຮູ້ອັນໃດແດ່?

ຄົນງານລາວປະສົບການກັບໜູຣະບາດໃນອອສເຕຼເລັຍ 10.06.2021

ສຳພາດທ່ານ ສີສຸພັນ ຜູ້ນຳແຮງງານກະເສດ. ອອສເຕຼເລັຍເຄີຍມີໜູຣະບາດໃນທົ່ງກະເສດຢູ່ເລື້ອຍໆ ໂດຍສະເພາະໃນຍາມ ເກັບກ່ຽວເຂົ້າຕ່າງໆນາໆ. ໃນເວລານີ້ໜູກຳລັງເກີດແມ່ແຜ່ລູກຣະບາດຂຶ້ນໃນທົ່ງປູກເຂົ້າຕ່າງໆໃນຣັດ ນີວຊາວແວນ ອອສເຕຼເລັຍ. ນີ້ກໍກຳລັງກະຈູ້ກະຈາບລາມໄປຫຼາຍແຫ່ງຢູ່. ໃນນີ້ ການສຳພາດທ່ານ ສີສຸພັນ ຈະນຳພາທ່ານໄປຮູ້ເຫັນວ່າຫັຍງແມ່ນຫັຍງ.

ການຄ້າໄທຍ໌ກັບປະເທດຊາຍແດນພູນສຸກ 10.06.2021

ປະເທດໄທຍ໌ເປັນປະເທດທີ່ສຳຄັນແຫ່ງນຶງໃນພາກພື້ນອາຊາຕາເວັນອອກສ່ຽງໃຕ້ ແລະມີການຄ້າີດກ່ວາຫຼາຍໆປະເທດຂອງທ່ອງຖ່ິນ. ໃນປີນີ້ປາກົດວ່າການຄ້າໄທຍ໌ກັບສີ່ປະເທດບ້ານໃກ້ເຮືອນຄຽງແມ່ນດີຫຼາຍກ່ວາ ຫ້າແນລ້ານ.

ສປປລວ ຈະນຳອອກສິນຄ້າກະເສດ 1500ລ້ານ ດອນ ໄປ ສປຈີນ 10.06.2021

ສປປລາວ ເປັນປະເທດທີມີພົນລະເມືອງບໍ່ຫຼາຍ ແລະຕິດກັບ ສປຈີນ ທີມີພົນລະ ເມືອງບໍ່ຫຼຸດ 1400ລ້ານ ຄົນ ທີ່ມີປາກມີທ້ອງທີ່ຕ້ອງການອອາຫານການກິນມາກ ມາຍຫຼາຍແທ້ໆ. ບັດນີ້ ສປປລາວ ຈະສົງສິ້ນຄ້າກະເສດໃນລາວໄປຍັງພາກນຶ່ງຂອງ ສປຈີນ ເຖິງ ມູນຄ່າ 1500ລ້ານ ດອນ.

ສປປລາວ ໄດ້ຢາວັກຊີນ ໂຄວິດ-19 ຟຼີໆອີກແລ້ວ 10.06.2021

ສປປລາວ ມີພົນລະເມືອງປະມານເຈັດລ້ານຄົນແລະດ້ອຍການພັທນາ. ເຖິງຈະເປັນແນວນັ້ນກໍຕາມ ໂຄວິດ-19 ມັນບໍ່ໄວ້ໜ້າແຕ່ຢ່າງໃດ. ມັນບຸກຣຸກໄປທົວເກືອບທຸກຫົນແຫ່ງແລ້ວຈົນວ່າເປັນມັນແລ້ວເກືອນ ສອງພັນຄົນ. ສາກົນນາໆຊາດກໍພາກັນຊ່ວຍເຫຼືອລາວກ່ຽວກັນ ໂຄວິດ-19 ໂດຍວິການຕ່າງໆ ເຊັ່ນໃຫ້ເງິນຄຳ ຢຸກຢາຕ່າງໆ. ໃນຫ່ວາງນຶ່ງນີ້ ສປປລາວກໍໄດ້ຮັບຢາວັກຊີນ ໂຄວິດ-19 ອີກປະມານ ນຶ່ງແສນເຂັມ.

ຈຳນວນຄົນເປັນ ໂຄວິດ-19 ໃນໄທຍ໌ 10.06.2021

ໃນເລານີ້ພົນລະເມືອງໄທຍ໌ມີເກືອຍເຖິງ 50 ລ້ານຄົນ ແລະກຳລັງຖຶກອາຣະວາດ ໂດຍ ໂຄວິດ919 ຢູ່. ປະເທດໄທຍ໌ສະກັດກັ້ນພະຍາດດັ່ງກ່ວາໄດ້ດີແລະປິ່ນປົວຄົນທີເປັນມັນໄດ້ມາກ ມາຍດ້ວຍ. ກ່ຽວກັບເຣື່ອງນີ້ຕ້ອງມອງເບິ່ງສະຖານະພາບ ໂຄວິດ-19 ໃນໄທຍ໌.

ຄຳໜັ້ນສັນຢາບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກ 10.06.2021

ປະເທດອອສເ6ູເລັຍເປັນປະເທດນຶ່ງຈາກປະເທດຈຳນວນນຶ່ງທີ່ໃຫ້ຄຳໜັ້ນສັນຍາ ໃຫ້ເງິນແກ່ໂຄງການ "ໂຄແວກ" ່ ທີ່ມີຈຸດປະສົງບໍຣິການຢາວັກຊີນ ໂຄວິດ-19 ແກ່ປະເທດທີ່ທຸກຍາກລ້ຳບາກຍາກແຄນ. ຣັຖບານອອສເຕັຍເລັຍໃຫ້ສັນຍາວ່າຈະໃຫ້ເງິນນັ້ນເຖິງຫ້າສິບບລ້ານດອນລາແກ່ ໂຄແວກ. ກ່ອນນີ້ອອເຕຼເລັຍກໍໃຫ້ແກ່ ໂຄແວກ ໄປແລ້ວແປດສິບລ້ານດອນ. ນອກນັ້ນອອສເຕັຼຍກໍໃຫ້ເງິນເຖິງຫຼາຍກ່ວາສິບຫ້າລ້ານແກ ສປປລາວ ເພືອຝຶກຫັດພະນັກງານສັກຢາວັກຊິນນັ້ນແລະເພື່ອໄປຊື້ຢາວັກຊີນ ໂຄວິດ-...

ຂະແໜງການດູແລຄົນແກ່ສະຣາຖຶກໄຈ້ດູເບິ່ງ 10.06.2021

ຣັກວິກຕໍເຣັຍຈະເລັ່ງລັດການສັກຢາວັກຊິນ ໂຄວິດ-19 ສຳຮັບ ພະນັກງານການດູແລຄົນສະຣາແລະພິການ ຢ່າງຮີບດ່ວນຫ້າມື້. ໂຄວິດ-17 ອາຣະວາດສະຖານທີ່ການດູແລຄົນແກສະຣາອີກ ໃໜ່ໃນວ່ານຶ່ງນີ້. ນີ້ພາໃຫ້ມີການໄຈ້ດູເບິ່ງວຽກງານຂອງຣັຖບານອອສເຕຼເລັຍກ່ຽວ ກັບພະຍາດດັ່ງກ່າວແລະກິຈການການດູແລຄົນສະຣາແລະພິການ ດ້ວຍ.

ເບັ້ຍພັຍພິບັດ ລ໋ອກດາວ ສຳຮັບຄົນວິກຕໍເຣັຍ 10.06.2021

ຣັກວິກຕໍເຣັຍຖຶກ ໂຄວິດ-19 ບຸກຣຸກມາເປັນຮວດໆເຖິງສີ່ຄັ້ງແລ້ວ ແລະ ລ໋ອກດາວ ແຕ່ຣະຄັ້ງເສັຍຮ້າຍຮອບດ້ານຮອບແນວ ທີ່ໃນນີ້ ມີດວຍຄົນມີບັນຫາຕ່າງໆກັບເງິນຄຳ. ຍ້ອນແນວນີ້ຣັຖບານອອສເຕຼເລັຍໃຫ້ເບັ້ຍລ້ຽງບາງຢາງແກ່ຄົນ ໃນຣັດດັ່ງກ່າວຢູ່.

ຜູ້ຍິງບໍ່ມີເງິນບຳນານສ່ວນໂຕເທົ່າກັບຂອງຜູ້ຊາຍ 10.06.2021

ອີງຕາມ "ອິນດັສທຼີ ສຸບເປີ" ຜູ້ຍິງໃນອອສເຕຼເລັຍໄປບຳນານໂດຍມີເງິນ ພຽງແຕ່ສອງສ່ວນສາມຂອງເິງນບຳນານຂອງຜູ້ຊາຍ. ບັດນີ້ມີການຮຽກຮ້ອງຕ້ອງການໃຫ້ມີການເສັຍຄ່າກອງເງິນສຳບຳນານເມື່ອ ຜູ້ຍິງຜັກການເພື່ອລ້ຽງດູລູກ. ວ່ານີ້ແມ່ນເພື່ອເຮັດໃຫ້ເງິນບຳນານສ່ວນໂຕຂອງຜູ້ຍິງແລະຜູ້ຊາຍເທົ່າທຽມກັນ.

ຂາວສຳຮັບຣະຍະ 05-6-21 10.06.2021

ຂ່າວຄາວທີ່ເປັນສິ່ງຄວນຮູ້ໃນຣະຍະ 05-9-21.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.