SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ສປປລາວ ຈະທຳຣາຍຣະເບີດທີ່ຄ້າງຄາຈາກສົງຄາມ 5,000 ລູກໃນໄວໆນີ້ 24.06.2021 5:41
ຜືນແຜນດິນລາວມີຣະເບີດທີ່ຄ້າງຄາ ບໍ່ທັນແຕດເທື່ອ ມາກມາຈາກຄົງຄາມ ໃນລາວຂອງປາງສະໃໜ່ເສິກແກວເວຽດນາມ, ຝຣັ່ງເສດແລະສະຫະຣັດອະເມ ຣິກາ. ໃນໄວໆນີ້ຣະເບີດນັ້ນປະມານ ຫ້າພັນລູກທີ່ຖຶກເກັບກູ້ໄດ້ຈະຖຶກທຳລາຍຖີ້ມກ
ອອສເຕຼເລັຍຟ້ອງຮ້ອງ ສຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບພາສີເຫຼົ້າໜາກອາງຸ່ນ 24.06.2021 6:38
ອອສເຕຼເລັຍກຳລັງຟ້ອງຮ້ອງເອົາ ສປຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບ ທີ່ ສປຈີນ ເທຖອກພາສີ "ທາຣິບຟ໌" ໃ່ສເຫຼົ້າໜາກອາງຸ່ນຂອງອອສເຕຼເລັຍ ທີ່ເຂົ້າໃນຍັງຈີນແຜ່ນດິໃຫຍ່. ຮັ້ຖບານອອສເຕຼເລັຍເວົ້າວ່າພາສີນັ້ນສ້າງຄວາມເສັຍຫານອັນຮ້າຍແຮງໃສ່ ອຸສຫະກັມເຫຼົາໜາກອາງຸ່ນໃນອອສເຕຼເລັຍແລະອອສເຕຼເລັຍບໍ່ມີທາງເລືອກ ນອກຈາກມີແຕ່ນຳເອົາ ສປຈີນ ຂຶ້ນສານອົງການຄ້າໂລກ.
ບາງປະເທດເປີດປະຕູປະຕ່າງແຕ່ກໍມີປະເທດທີຍາກຊາຢູ່ 24.06.2021 8:09
ບາງປະເທດໃນໂລກນີ້ດັ່ງປະເທດອິນເດັຍແລະຝຣັ່ງເສດເລີ້ມເປີດປະຕູປະຕ່າງ ຂຶ້ນແລ້ວເພື່ອເປັນການກະຕຸກກະຕຸ້ນເສຖກິດຂຶ້ນໃໜ໋ ແຕ່ກໍມີປະເທດອື່ນໆ ດັ່ງຣັດເຊັຍທີ່ລ້າຊ້າໃນການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນໃນຣັດເຊັຍຢູ່ ອັນເປັນການຈ່ອງດຶງໄວ້ຄວາມຄືບເມືອໜ້າ.
ຂ່າວສຳຮັບຣະຍະ 21-6-21 24.06.2021 13:48
ຂ່າວຄາວໃນຣະຍະ 21-6-21 ທີ່ຄວນຮູ້ມີຫັຍງແດ່?
ບັດນີ້ ສປປລາວ ເລີ້ມສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງຊາດ 24.06.2021 6:14
ນັບຕັ້ງແຕ່ທີ່ ສປປລວ ຖຶກບຸກຣຸກໂດຍ ໂຄວິດ-19 ປາກົດວ່າ ບັດນີ້ໃນລາວເລີ້ມ ມີການເລີ້ມສັກດຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງປະເທດທີ່ຢູ່ໃນລາວແລ້ວ. ອີງຕາມຮູບພາຍໃນຊື່ມວນຊົນຕ່າງໆ ພ້ອມດຽວກັນນັ້ນກໍມີຄົນໄປໃຫ້ສັກຢາວັກຊີນ ນັ້ນຈົນມີສໍຣະວົນກັນຂຶ້ນແລະບໍ່ມີການປະຕິບັດຕາມກົດເກນການປ້ອງກັນພະຍາດ ໂຄວິດ-19 ຢ່າງຖອກຕ້ອງໃນບາງແຫ່ງ.
ພາກເໜືອ ສປປລາວ ຖືກພະຍຸ ໂຄງູມາ ຮ້າຍແຮງ 24.06.2021 5:34
ເກືອທຸກແຫ່ງໃນພາກເໜືອ ສປປລາວ ຖຶກກະແທກຢ່າງແຮງໂດຍພະຍຸ ໂກງຸມາ. ນອກນັ້ນມັນກໍເຮັດໃຫ້ມີນ້ຳຖວມມາກມາຍດ້ວຍ ເຊັ່ນ ຕລອດເຖິງຂົງເຂດເມືອງ ວັງວຽແຂວງວຽງຈັນແລະພາກເໜືອຂອງປະເທດໄທຍ໌ນຳດ້ວຍ.
ວ່າບ້ານຖຶກເຜົາກ້ຽງໂດຍກອງທັບພະມ້າ 24.06.2021 6:13
ໃນປະເທດພະມ້າ ບ້ານທັງບ້ານຖຶກຈູດເຜົາຈົນກ້ຽງແລະຊາວບ້ານສາມຄົນ ຖຶກຂ້າຕາຍແລະບ້ານເຮືອນຫຼາຍຮອຍຫຼັງຖຶກທະຣາຍຖິ້ມ. ນັ້ນຄືສິ່ງທີ່ເກີດມາຈາກຄວາມຮຸຮແຮງຕ່າງໃນປະເທດພະມ້າ. ເມືອງ ກິນມາ ເປັນ່ີທຢູ່ກິນຂອງຄົນປະມານນຶ່ງພັນຄົນ ແລະຖຶກ ລາຍງານມາວ່າຖຶກໂຈະໂຈງໃສ່ໂດຍກຳລັງທະຫານພະມ້າທີ່ຕາມ ຊອກຫາກຳລັງປະກອບອາວຸດໃນທ້ອງຖິ່ນ.
ເປັນຄ້າຍກັບວ່າຣັຖານອອສເຕຼເລັຍບໍ່ສອດຄ່ອງກັນກ່ຽວກັບການບໍ່ປັ່ນຄວັນ ຄາກບອນ ຈັກດີ້ 24.06.2021 5:44
ສະກອດ ມໍຣິຊັນ, ນາຍົກຣັຖມົນຕີອອສເຕຼເລັຍກັບຄືນມາຈາກການໄປຮ່ວມ ກອງປະຊຸມ ຊີ-7 ແລະ ທຸຣະກິດໃນຕ່າງປະເທດແລ້ວ ່ີທໃນກອງປະຊຸມ ຊີ-7 ນັ້ນ ເຣື່ອງການປ່ຽນແປງຂອງອາກາດເປັນຫົວຂໍ້ຣະດັຍສູງອັນນຶ່ງ. ແຕ່ບາດທ່ານກັບບ້ານແລ້ວທ່ານຕົກຢູ່ໃນສະພາບອັນເຮີະຮ້າຍກ່ວາກ່ຽວກັບ ການແປງຂອງອາກາດກ່ອນເມື່ອທີ່ທ່ານໄປປະຊຸມນັ້ນ.
ຮັຖບານທັງຫຼາຍດັນໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ 24.06.2021 7:34
ຍ້ອນທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ຣະບາດຂຶ້ນໃນໂລກນີ້ ຣັຖບານຂອງ ໂລກນີ້ກຳລັງດັນໃຫ້ຄົນໄປໃຫ້ສັກຢາວັກຊີ ໂຄວິດ-19 ໃຫ້ໄດ້ຫຼາຍເທົາ່ທີ່ຈະຫຼາຍໄດ້. ມະນຸດໃນໂລກນີ້ເຖິງປະມານເກືອບ 2,500 ລ້ານຄົນຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໄປແລ້ວໃນຫວາງກ່ອນນີ້ບໍເທົ່າໃດ.
ທາງການໄຕ່ຕາມເບິ່ງການຣະບາດຂອງ ໂຄວິດ-19 ໃນຊິດນີ 24.06.2021 8:32
ທາງການຕ່າງໆຂອງຣັດນີວຊາວແວນ ຢ່າງໜັກນໜ່ວງ ກຳລັງເຮັດວຽກຢ່າງຂະຫຍັນ ເພື່ອຄວບຄຸມພະຍາດ ໂຄວິ-19 ທີ່ຣະບາດຂຶ້ນໃນຫວ່າງນຶ່ງນີ້ ພາຍຫຼັງທີ່ຄົນຂັບຣົດຄົນ ນຶ່ງທີ່ຂົນສົ່ງຄະນະຄົນຂອງການບິນສາກົນຖຶກກວດເຫັນເປັນ ໂຄວິດ-19. ເຫດການດັ່ງກ່າວກຳລັງເປັນບັນຫາທີ່ທະວີຂຶ້ນ.
ຂ່າວສຳຣະຍະ 19-6-21 24.06.2021 12:13
ຂ່າວຄາວທີ່ສົຈໃນສຳຮັບຣະຍະ 17-6-21ມີຫຍັງແດ່?
ການຕ້ອງຫ້າມໃໜ່ກ່ຽວກັບ ໂຄວິດ-19 ໃນຣັດວິກຕໍເຣັຍຕັ້ງແຕ່ 18-6-21 18.06.2021 4:38
ຣັດວິກຕໍເຣັຍອອກກົດເກນໃໜ່ກ່ຽວກັບ ໂຄວິດ-19 ອອກມາແລ້ວສຳຮັບແຕ່ ວັນສຸກທີ 18-6-21 ເປັນຕົ້ນໄປຈົນກ່ວາມີການປ່ຽນແປງ. ໃນນັ້ນມີຫັຍງແດ່?
ປະຫັວດ ທອງວອນ ຂັນນະຣາ ນັກຮ້ອງລາວຄົນດັງ 17.06.2021 6:31
ສຳພາດ : ການເປັນນັກຮ້ອງສຽງດີສຽງເດັ່ນ ບໍ່ແມ່ນຂອງງາຍໆ ແຕ່ແທ້ໆແລ້ວ ອາດຕ້ອງມີພອນສວັນຊ້ຳ. ໃນວົງສັງຄົມລາວນອກມີນັກຮ້ອງຫຼາຍຄົນທີ່ໂດ່ງດັງ. ນຶ່ງໃນນັ້ນມີຍານາງ ທອງວອນ ຂັນນະຣາ ທີ່ເປັນດາຮາຄົນດັງທີ່ຮ້ອງ ທັງເພງລາວແລະລຳໄດ້ດີແລະມ່ວນເປັນພີເສດ.
ນ້ຳບາກ ປ່ຽນເປັນສີຂຽວ 17.06.2021 3:43
ໃນປາງສະໃໜເສີກສົງຄາມໃນລາວ ມັນເປັນແມານ້ຳຍຸທສາດອັນນຶ່ງກໍວ່າໄດ້. ສິ່ງແນ່ນນອນແມ່ນມັນທີ່ທຳມາຫາກິນຂອງົຄນໃນຂົງເຂດມາແຕ່ໃດໆ, ແຕ່ບັດນີ້ມັນປາກົດການເປັນນ້ຳສີຂຽວ. ດ້ວຍເຫດໃດກັນແທ້?
ງົວ-ຄວາຍເປັນພະຍາດ ລຳປີ ສະກິນ ຮ້າຍແຮງຂຶ້ນໃນ ສປປລາວ 17.06.2021 8:12
ພະຍາດລຳປີສະກິນເກີດມາຈາກແມພະຍາດ ໄວຣັສ ທີສັດເປັນກັນແລະຄົນກໍເປັນໄດ້. ພະຍາດນີ້ເປັນອາການທີ່ຍັງບໍ່ຖຶກປິ່ນປົວໄດ້ນອກຈາກມີແຕ່ສັກຢາວັກດຊີນກັນໄວ້. ບັດນີ້ງົວຄວາມນໃນ ສປປລາວ ເປັນພະຍາດດັ່ງກ່ວາຫຼາຍຂຶ້ນແລະໃນຫຼາຍຫົນແຫ່ງແລ້ວ.
ຖ້ຳເສັ້ນທາງຣົດໄຟລາວ-ຈີນອັນສຸດທ້າຍຖຶກສ້າງສຳເຣັດແລ້ວ 17.06.2021 6:10
ເສັ້ນທາງຣົດໄຟຄວາມໄວສູງຈີນຫ-ລາວຢືດຍາວແລະຕົກເປັນຣາຄາອັນມະຫາສານ ທີ່ ສປປລາວ ມີໜີ້ມີສິນກັບ ສປຈີນ ມາກມາຍແທ້ໆຍ້ອນ. ບັດນີ້ໂອມໂມງອັນສຸດທ້າຍຂອງເສັ້ນທາງນັ້ນທີ່ຍືດຍາວປະມານເກົ້າກິໂລແມດປາຍ ຖຶກສ້າງສຳເຣັດໃນ ສປຈີນ ແລ້ວ ແຕ່ໂຄງການຣົດໄຟຄວາມໄວສູງຈີນ-ລາວນັ້ນຈະ ຖຶກເປີດຂຶ້ນໂດຍເປັນທາງການແລະສົມບຸນແບບທັນເວລາທີ່ບົ່ງໄວ້ບໍ່?
ປອດພັຍບໍ່ທີ່ຈະສົ່ງຢາບ້າມາຍັງອອສເຕຼເລັຍໂດຍທາງ ອີແອມແອດສ໌? 17.06.2021 4:49
ຢາ ອາຍສ໌ ເປັນຢາບ້າຊະນິດນຶ່ງທີ່ຄົນເສບມັນແລະກັບກາຍເປັນຄົນທີ່ຕິດມັນ. ຢາດັ່ງກ່າວເປັນຂອງທີ່ຫາໄດ້ຍາກ. ມັນຖຶກລັກລອບເອົາເຂົ້າມາຍັງອອສເຕຼເລັຍໂດຍນາໆວິທີການ. ແຕ່ການສົ່ງມັນມາຜ່ານ ອີແອມແອດສ໌ ມັນປອດພັຍບໍ່?
ຄົນອອສເຕຼເລັຍສູນເສັຍຫຼາຍລ້ານດອນລາແກ່ການຕົວະຕົ້ມໃນປີ 2020. 17.06.2021 6:05
ໜັງສືລາຍງານຂັ້ນແຫ່ງຊາດບອກໃຫ້ຮູ້ເຫັນວ່າຄົນອອສເຕຼເລັຍສູນເສັຍເງິນຄຳມາກມາຍ ເປັນປະຫວັດການໃນປີ 2020 ໃຫ້ແກ່ການຕົວະຕົ້ມຕ່າງໆ. ນັ້ນຕົກເປັນ 850 ລ້ານ ດອນ. ສ່ວນໃຫຍ່ແລ້ວແມ່ນການຕົວະຕົ້ມກ່ຽວກັບການໜູນເງິນໜູນຄຳແລະການຕົວະຕົ້ມໃນ ດ້ານຄວາມຮັກອັນລຶກຊຶ້ງ.
ຄົນ ຕໍແຣສ ສະເຕຼດຕ໌ ມີອາລົມຮ້າຍກັບການສັກຢາວັກຊີນ ໂຄວິດ-19 17.06.2021 7:37
ຄົນອອສເຕຼລຽນ່ີທຢູ່ກິນໃນຊາຍແດນທີ່ຕິດກັບປະເທດປາປົວນີວກີນີ ໃຈຮ້າຍແລະເຫຼືອອົກເຫຼືອໃຈພາຍຫຼັງນາຍົກຣຖັມົນຕີ ສະກອດຕ໌ ມໍຣິຊັນ ໃຫ້ຄຳໜັນສັນຍາຈະສັກຢາວັກຊີນ ໂຄວິດ-19 ແກ່ຂົງເຂດ ຕໍເຣັດສ໌ ສະເທດຕ໌ ຢ່າງຮີບດ່ວນແຕ່ນີ້ຍັງບໍ່ຖຶກກະທຳຂຶ້ນເທື່ອສຳຮັບເຂັມທີ່ສອງ. ຊາຍແດນອອສເຕຼເລັຍທີ່ຕິດກັບປະເທດ ປາປົວນີວກີນີ ມີັນຄົນເປັນພະຍາດ ໂຄວິດ-19 ຫຼາຍ.
ຄົນອາຟການທີ່ມີຄວາມຢ້ານກົວຕຽມໂຕບິນມາຍຢູ່ອອສເຕຼເລັຍ 17.06.2021 6:36
ຄົນອາຟການຈຳນວນນຶ່ງທີ່ເຮັດວຽກໃຫ້ແກ່ທະຫານອອສເຕຼເລັຍ ຖຶກບອກໃຫ້ຕຽມເນື້ອຕຽມໂຕເພື່ອສຸກເສີນມາຢູ່ອອສເຕຼເລັຍ. ມີການເຂົ້າໃຈວ່າພວກເຫຼົານີ້ຈະມີຄວາມສ່ຽງພັຍມາກມາຍເມື່ອ ອອສເຕຼເລັຍຫາກຖອນໂຕອອກໄປຈາກອາຟການິສຖານແລ້ວ.
ຄົນຕັດສັນຊາດສະບານໂຕໜ້າຕໍ່ໜ້າເອົາສັນຊາດອອສເຕຼລຽນ 17.06.2021 5:01
ພາຍທີອອສເຕຼເລັຍປິດຊາຍແດນແລະທີ່ອອສເຕຼເລັຍມີເສຖກິດອັນບໍ່ແນ່ນອນ ບັດນີ້ມີການສະບານໂຕເອົາສັນຊາດອອສເຕຼເລັຍຄືນໃໜ່ແລ້ວ. ພິທີການສະບານໂຕນັ້ນກຳລັງຖຶກເລັ່ງລັດຂຶ້ນທົ່ວອອສເຕຼເລັຍຢູ່.
ຂ່າວສຳຮັບຣະຍະ 14-6-21 17.06.2021 12:25
ໃນຣະຍະ 14-6-21 ມີຂ່າວຄາວຫັຍງແດ່ທີ່ເປັນສິ່ງທີ່ຄວນຊາບ?
ກອງປະຊຸມພິເສດ ອາຊຽນ-ສປຈີນ ຂອງຫ່ວາງນຶ່ງນີ້ 17.06.2021 6:45
ອາຊຽນ-ສປຈີນ ມາຄວາມສຳພັນກັນມານານແນ້ວແລະໃນຫ່ວາງບໍ່ດົນນານ ແລ້ວນີ້ປະຊຸມິພເສດກັນຂຶ້ນ. ນັ້ນແມ່ນເພື່ອຫັຍງ?
ມັນປອດພັຍບໍ່ທີ່ຈະສົ່ງຢາບ້າໄປຍັງອອສເຕຼເລັຍໂດຍທາງ ອີແອມແສດສ໌? 17.06.2021 4:49
ຢາບ້າຖຶກນຳເຂົ້າປະເທດໂດຍມາວິທີການ. ປະເທດອອສເຕຼເລັບມີການຕໍ່ຕ້ານຢາເສດຕິດຢ່າງເຄັງຄັດແລະໄດຜົນດີ. ວິທີການອັນນຶ່ງທີ່ນຳຢາເສດຕິດມາຍັງອອສເຕຼເລັຍແມ່ນສົ່ງມັນມາທາງ ໄປສະນີແນວໃດແນວນຶ່ງ ດັ່າງຜ່ານ ອີແອມແສດສ໌ ແຕ່ມັນຈະຕລອດປອດ ພັຍບໍ່?
ການສັກຢາວັກຊີນ ຟາຍເຊີ ໃນ ສປປລາວ 17.06.2021 7:52
ສປປລາວ ຖຶກບຸກຣຸກໂດຍ ໂຄວິດ-19 ມາຊົ່ວຣະຍະນຶ່ງແລ້ວ ທີ່ໃນວັນທີ 17-6-21 ມີຄົນເປັນ ໂຄວິດ-19 ເຖິງປະມານ 2033 ຄົນແລ້ວທີ່ກໍທະວີຂຶ້ນຕລອດມາຢູ່. ສປປລາວ ໄດ້ຮັບການຊ່ວຍເຫຼືອກ່ຽວັກຍ ໂຄວິດ-19 ຈາກຕ່າງປະເທດມາກມາຍ ເຊັ່ນ ຈາກສະຫະປະຊາຊາດ (ໂຄແວກສ໌) ອອສເຕຼເລັຍ ສະຫະຣັດອະເມຣິກາ ແລະອື່ນໆ. ໃນຂະນະນີ້ ສປປລາວກຳັງຈາັກຢາວັກຊີນ ໂຄວິດ-19 ໂດຍໃຊ້ຢາ ຟາຍເຊີ ຈຳນວນນຶ່ງຢູ່.
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.