SBS

SBS Lao - SBS ພາ​ສາ​ລາວ

News LO ↓ 779 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ວິກິດນ້ຳມັນຍ້ອນສົງຄາມໃນຕາເວັນອອກກາງ. 12.03.2026

ໃນອາທິດທີສອງ ຂອງສົງຄາມລະຫວ່າງອິດສະຣາເອລ, ສະຫະຣັດອາເມຣິກາ ແລະ Iran ໂຮງງານນ້ຳມັນ ແລະແກັສໄດ້ຖືກໂຈມຕີໃນທົ່ວພູມີພາກ. ນີ້ເຮັດໃຫ້ ເສດຖະກິດໂລກຕ້ອງວິຕົກກັງວົນ ເນື່ອງຈາກ ມັນໄດ້ສົ່ງຜົນກະທົບ ຕໍ່ການຜລິດ ແລະຂົນສົ່ງນ້ຳມັນ ໃນຕາເວັນອອກກາງ. ChrisBowen, ໄດ້ກ່າວຢ້ຳຄໍາຂໍຮ້ອງຂອງລາວ ຕໍ່ຊາວອອສເຕຣເລັຍວ່າ ຢ່າຕື່ນຕົກໃຈໃນການຊື້ນ້ຳມັນ ແລະກ່າວວ່າ ອອສເຕຣເລັຍມີນ້ຳມັນສຳຮອງ ເປັນເວລາ 32 ມື້.

ວັນຄົບຮອບ 15 ປີຂອງເຫດການທີ່ Fukushima. 12.03.2026

ມັນເປັນເວລາ 15 ປີ ນັບຕັ້ງແຕ່ ພັຍທັມມະຊາດ ທີ່ຮ້າຍແຮງທີ່ສຸດຄັ້ງໜຶ່ງ ໃນປວັດສາດຊຶ່ງເກີດຂຶ້ນໃນ Fukushima ປະເທດຍີ່ປຸ່ນ. ໃນເຫດການແຜ່ນດິນໄຫວ ນັ້ນ ໄດ້ກໍ່ໃຫ້ເກີດ tsunami ແລະໂຮງງານພະລັງງານ ນິວເຄລັຍ ໄດ້ສົ່ງລັງສີອອກສູ່ອາກາດ. ມີຄົນເສັຍຊີວິດຢ່າງຫຼວງຫຼາຍດ ແຕ່ສິ່ງທີ່ເຮັດໃຫ້ຜູ້ຄົນບໍ່ພໍໃຈແມ່ນການປິດບັງຄວາມຈິງຈາກຣັດຖະບານ. ສະນັ້ນ, ບົດຮຽນໃດແດ່ ທີ່ສາມາດຮຽນຮູ້ ຈາກພັຍພິບັດ ແລະອຸປະຕິເຫດນິວເຄລັຍ ໃນບັນຍາກາດ ຂອງຄວາມວຸ້ນວາຍທົ່ວ...

ສະຖານະການຂອງຜູ້ຖືກຂັງໃນໃນຊ່ວງສົງຄາມໃນ ອີຣານ 12.03.2026

ທ່າມກາງສົງຄາມ ທີ່ກຳລັງທະວີຄວາມຮ້າຍແຮງຂຶ້ນໃນ Iran, ມີຄວາມເປັນຫ່ວງ ກ່ຽວກັບນັກໂທດການເມືອງຫລາຍໝື່ນຄົນ ທີ່ຖືກກັກຂັງໃນຄຸກທົ່ວປະເທດ, ບາງຄົນ ກໍປະເຊີນກັບການຖືກປະຫານຊີວິດ. ຫົວຫນ້າຝ່າຍຕຸລາການຂອງ Iran ໄດ້ປະກາດວ່າ ຜູ້ທີ່ຢູ່ໃນປະເທດ Iranທີ່ສນັບສນູນສະຫະຣັດອາເມຣິກາ ແລະອິດສະຣາເອລ ຈະຖືກປະຕິບັດວ່າເປັນ 'ສັດຕູ'.

ວິກິດການດ້ານສຸຂະພາບຈິດໃນ NSW. 12.03.2026

ຜູ້ຊ່ຽວຊານເລື່ອງສຸຂະພາບຈິດກ່າວວ່າ ສຸຂະພາບຈິດ ຂອງຣັດ ໄດ້ຮັບຄວາມຄວາມສົນໃຈອີກ ເນື່ອງຈາກການຫຼົບຫນີຂອງຄົນໄຂ້ສອງຄົນ ຈາກໂຮງຫມໍດຽວກັນ, ຜູ້ຊຶ່ງຫລາຍມື້ຕໍ່ມາ ຖືກກ່າວຫາວ່າ ມີສ່ວນກ່ຽວຂ້ອງ ໃນເຫດການທີ່ແຕກຕ່າງກັນ ຊຶ່ງເຮັດໃຫ້ມີຜູ້ເສັຍຊີວິດສາມຄົນ. ມີກ່າກ່າວວ່າເຫດການເຊັ່ນນີ້ເກີດຂຶ້ນຍ້ອນການຂາດງົບປະມານ.

ຄວາມຫວັງການປ່ຽນລະບອບປົກຄອງ ໃນອີຣານ 06.03.2026

ຜູ້ຊ່ຽວຊານເຕືອນວ່າ ການປ່ຽນແປງລະບອບການປົກຄອງ ໃນອີຣານ ຈະບໍ່ແມ່ນເລື່ອງງ່າຍ, ເຖິງແມ່ນວ່າ ຜູ້ນໍາສູງສຸດ Ali Khamenei ໄດ້ຖືກລອບສັງຫານ ໃນການໂຈມຕີ ໃນທ້າຍອາທິດຜ່ານມາ. ສົງຄາມນີ້ມີທ່າທີວ່າຈະແກ່ຍາວຕໍ່ໄປ ໂດຍທັງອາເມຣິກາ ແລະ ອິສຣາເອລ ຂາດການສນັບສນຸນດ້ານການເມືອງ ແລະ ຕ້ອງການຊັບພະຍາກອນຢ່າງຫຼວງລາຍດ ອິງຕາມຜູ້ຊ່ຽວຊານ.

ການຂູ່ວາງລະເບີດຕໍ່ ນາຍົກຣັດຖະມົນຕີ. 06.03.2026

ການຍ້າຍສຸກເສີນ ຂອງນາຍົກຣັດຖະມົນຕີ ຈາກເຮືອນຂອງລາວ ໃນCanberra ເພາະການຂູ່ວາງລະເບີດ ໄດ້ກະຕຸ້ນໃຫ້ມີການເຕືອນ ກ່ຽວກັບຄວາມປອດພັຍໃຫ້ເພີ່ມຂຶ້ນ, ບ່ອນທີ່ ຄວາມບໍ່ເປັນມິດ ທາງອິນເຕີເນັດ ກຳລັງສະແດງອອກຫຼາຍຂຶ້ນເລື້ອຍໆ ວ່າເປັນພັຍຄຸກຄາມທາງຮ່າງກາຍ ທີ່ມີອັນຕະຣາຍສູງ. ຕາມຄວາມຄິດເຫັນ ຂອງຜູ້ບັນຊາການຕຳຫຼວດ ຣັດຖະບານກາງ ໃນທ້າຍປີກາຍນີ້, ໂດຍຕັ້ງຂໍ້ສັງເກດວ່າ ມີແນວໂນ້ມຂອງຄວາມຮຸນແຮງທີ່ເພີ່ມຂຶ້ນ ຕໍ່ເຈົ້າຫນ້າທີ່ຂອງຣັດ.

ປະຕິກິຣິຍາຫຼັງຈາກ ອີຣານຖືກໂຈມຕີ. 06.03.2026

ຊາວອີຣານ-ອອສເຕຣເລັຍ (Iranian-Australians) ກໍາລັງສະແດງຄວາມຮູ້ສຶກທີ່ແຕກຕ່າງກັນ ກ່ຽວກັບການໂຈມຕີ ຂອງສະຫະຣັດອາເມຣິກາ-ອິດສະຣາເອລ ໃນ Iran ແລະການສັງຫານຜູ້ນໍາສູງສຸດ Ayatollah Ali Khamenei. ໃນຂນະທີ່ຫລາຍຄົນຫວັງວ່າ ການຕາຍຂອງລາວ ຈະນໍາໄປສູ່ປະເທດອີຣານ ທີ່ເປັນອິດສຣະ, ບາງຄົນເວົ້າວ່າ ບໍ່ແມ່ນ ກະທຳໂດຍ Netanyahu ແລະ Trump.

ການກວດຈັບແຜ່ນດິນໄຫວ 06.03.2026

ນັກແຜ່ນດິນໄຫວ (Seismologists) ຂອງ New Zealand ໄດ້ວິເຄາະຂໍ້ມູນຢ່າງຕໍ່ເນື່ອງ ຈາກເຄືອຂ່າຍ ຂອງເຄື່ອງກວດຈັບ (Detectors) 700 ຫນ່ວຍ ເພື່ອຊອກຫາສັນຍານເຕືອນ ຂອງແຜ່ນດິນໄຫວ ທີ່ໃກ້ຈະເກີດຂຶ້ນ ຫຼັງຈາກເກີດເຫດແຜ່ນດິນໄຫວຄັງໃຫຍ່ ເດືອນກຸມພາ ປີ 2011. ຜູ້ຊ່ຽວຊານກ່າວວ່າ ການປ້ອງກັນຈະມີປະສິດທິພາບຫຼາຍກວ່າການຟື້ນຟູ ຫຼັງຈາກເກີດເຫດ.

ຄວາມປອດພັຍໃນທາງຖນົນຂອງອອສເຕຣເລັຍ 26.02.2026

ຫລາຍກວ່າ ພັນສາມຮ້ອຍຄົນ ໄດ້ເສັຍຊີວິດໃນຖນົນ ຂອງອອສເຕຣເລັຍ ໃນປີກາຍ, ໃນຕົ້ນປີ 2026 ບໍ່ໄດ້ສະແດງໃຫ້ເຫັນວ່າຈະດີຂຶ້ນ. ຜູ້ນໍາອຸດສະຫະກັມ ແລະຜູ້ສນັບສນູນຜູ້ເຄາະຮ້າຍ ໄດ້ຮຽກຮ້ອງ ໃຫ້ມີການກະທໍາຢ່າງຮີບດ່ວນ, ຈາກການອອກແບບຖນົນທີ່ປອດພັຍ ຈົນເຖິງການປ່ຽນແປງພຶດຕິກັມຂອງຜູ້ຂັບຣົດ ເພາະປະເທດນີ້ ກໍາລັງຫ່າງໄກຈາກເປົ້າຫມາຍ ທີ່ຈະຫລຸດຈໍານວນຜູ້ເສັຍຊີວິດ ລົງເຄິ່ງຫນຶ່ງໃນປີ 2030, ໃນຂນະທີ່ຄອບຄົວຍັງດໍາລົງຊີວິດ ຢູ່ກັບຜົນສະທ້ອນ ຂອງຄວາມເຈັບ...

Your guide to using sunscreen in Australia - ຄໍາແນະນໍາ ໃນການໃຊ້ຢາທາກັນແດດ ໃນອອສເຕຣເລັຍ. 26.02.2026

Australia’s sun can be harsh. And sunscreen is one key measure protecting us against harmful sun exposure. We asked three scientists about sunscreen facts, myths and choosing the right products. - ແສງແດດຂອງອອສເຕຣເລັຍ ອາດຮຸນແຮງຫລາຍ. ແລະຢາທາກັນແດດ ເປັນມາດຕະການສໍາຄັນຢ່າງຫນຶ່ງ ທີ່ປົກປ້ອງເຮົາ ຈາກແສງແດດທີ່ເປັນອັນຕະຣາຍ. ພວກເຮົາ ໄດ້ຖາມນັກວິທະຍາສາດສາມຄົນ ກ່ຽວກັບຄວາມຈິງ ຂອງຢາທາກັນແດດ, ເລື້ອງເລົ່າຕ່າງໆ ແລະກາ...

ການປ້ອງກັນການຈົມນ້ຳຕາຍ 26.02.2026

ການຈົມນ້ຳ ເປັນເຫດໃຫ້ຫລາຍໝື່ນຄົນຕາຍຕໍ່ປີ ໃນປະເທດອິນເດັຍ, ແລະໃນອອສເຕຣເລັຍ. ຜູ້ຊ່ຽວຊານກ່າວວ່າ ຊາວອິນເດັຍ ເປັນຫນຶ່ງໃນກຸ່ມທີ່ມີຈໍານວນຫລາຍເກີນໄປ ໃນການຈົມນ້ຳຕາຍ ໃນປະເທດ. ຜ່ານການແລກປ່ຽນຄວາມຄິດເຫັນ ແລະສ້າງຄວາມຮູ້ ທາງວັດທະນະທັມທີ່ເຂັ້ມແຂງຂຶ້ນ, ລະຫວ່າງ ຜູ້ຊ່ຽວຊານ ຂອງອອສເຕຣເລັຍ ແລະອິນເດັຍ ໃນທີ່ປະຊຸມ ໄດ້ຄົ້ນຄວ້າຫາວິທີໃຫມ່ທີ່ຍືນຍົງ ເພື່ອພັດທະນາຄວາມປອດພັຍທາງນ້ຳ.

ການຂ້າລ້າງເຜົ່າພັນໃນ Sudan 26.02.2026

ພາລະກິດຄົ້ນຫາຄວາມຈິງ (Fact-finding Mission) ຂອງສະຫະປະຊາຊາດ ໃນ Sudan ໄດ້ພົບວ່າ ການປິດລ້ອມເປັນເວລາ 18 ເດືອນ ແລະການຍຶດ El-Fasher ໃນເຂດ Darfur ໃນເດືອນຕຸລາທີ່ຜ່ານມາ ເປັນຫລັກຖານ ເຖິງການຂ້າລ້າງເຜົ່າພັນ (Genocide). ຜູ້ຊ່ຽວຊານ ໄດ້ຮຽກຮ້ອງໃຫ້ມີການຕອບຮັບທົ່ວໂລກ ທີ່ເຂັ້ມແຂງກວ່າເກົ່າ, ເພື່ອຢຸດຄວາມຮຸນແຮງ ຈາກການດໍາເນີນຕໍ່ໄປ.

ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ Weekly Wrap 21 Feb 2026 20.02.2026

· ລັດຖະບານກາງຢືນຢັນວ່າ ຈະບໍ່ໃຫ້ການສະຫນັບສະຫນູນ ຄູ່ຜົວເມັຍແລະລູກໆ ຂອງນັກຮົບກຸ່ມ IS ໃຫ້ກັບບ້ານ. · ນັກຫລິ້ນສະກີແປດຄົນ ເສັຍຊີວິດ ຫລັງຈາກຫິມະຖລົ່ມ (Avalanche) ໃນ California. ແລະຂ່າວກິລາ · ນັກກິລາ Snowboard ອາຍຸສິບຫົກປີຂອງ Australia ລົ້ມໃນການແຂ່ງຂັນກິລາລະດູຫນາວ.

ວັນຄົບຮອບ 60 ປີຂອງສະກຸນເງິນໂດລາ. 20.02.2026

ໃນວັນທີ 14 ກຸມພາ ປີ 1966, ຊາວອອສເຕຣເລັຍ ໄດ້ປະຖິ້ມ Pound, Shilling ແລະ Pence ມາໃຊ້ Dollar ແລະ Cent-ຊຶ່ງເປັນການປ່ຽນແປງທີ່ໃຫຍ່ທີ່ສຸດໃນປວັດສາດຂອງປະເທດ. ການເຄື່ອນໄຫວນີ້ ເຮັດໃຫ້ພວກເຮົາສອດຄ່ອງກັບໂລກເທົ່ານັ້ນ, ແຕ່ຍັງຊ່ອຍເຮັດໃຫ້ການຄ້າ ແລະທຸຣະກັມ (Transactions) ປະຈໍາວັນງ່າຍຂຶ້ນ.

ຜູ້ເຄີຍມີສ່ວນກ່ຽວຂ້ອງກັບ IS ຖືກສົ່ງໂຕກັບ Syria. 20.02.2026

ຜູ້ຍິງ ແລະເດັກນ້ອຍ ຊາວອອສເຕຣເລັຍ ກຸ່ມສຸດທ້າຍ ທີ່ມີຄວາມກ່ຽວຂ້ອງກັບກຸ່ມ I-S ໄດ້ຖືກສົ່ງກັບຄືນໄປຫາຄ້າຍ Syria ຫລັງຈາກໄດ້ພະຍາຍາມກັບຄືນບ້ານ. ກຸ່ມນີ້ ໄດ້ອອກຈາກ al-Roj ຢູ່ພາກຕາເວັນອອກສ່ຽງເຫນືອ ຂອງປະເທດໃນຄືນນັ້ນ-ແຕ່ບັນຫາເລື່ອງການສື່ສານກັບ Damascus ໄດ້ເຮັດໃຫ້ເຂົາເຈົ້າ ຕ້ອງກັບຄືນໄປທີ່ຄ້າຍ.

ຄວາມສຳພັນທີ່ສຳຄັນລະຫວ່າງ ຂົນໃນງວງຊ້າງ ແລະ ຫຸ່ນຍົນ. 20.02.2026

ນັກຄົ້ນຄວ້າໄດ້ພົບວ່າ ຫນວດຊ້າງຄ້າຍຄືກັບໜວດແມວ ເຊິ່ງແຕກຕ່າງຈາກຂົນທີ່ແຂງກະດ້າງຂອງໜູ. ຫນວດຊ້າງ ມີຖານແຂງ ທີ່ຄ່ອຍໆປ່ຽນໄປເປັນປາຍອ່ອນໆ ເຊິ່ງເຮັດໃຫ້ພວກມັນ ຖູຜ່ານວັດຖຸໄດ້ງ່າຍ ໂດຍບໍ່ເຮັດໃຫ້ຫນວດຫັກ. ພວກມັນ ຍັງສາມາດຊອກຫາ ແລະກິນອາຫານຫຼາຍຮ້ອຍກິໂລ ໃນແຕ່ລະມື້ ໂດຍບໍ່ທໍາລາຍຂົນທີ່ມີຄ່າເຫຼົ່ານີ້, ຊຶ່ງຈະບໍ່ງອກຄືນອີກ ຖ້າມັນຫັກ. ການຄົ້ນພົບນີ້ ອາດນຳໄປສູ່ການສ້າງ ຫຸ່ນຍົນ ທີ່ມີສະມັດຖະພາບທີ່ສູງກວ່າ, ຕາມຄວາມເຫັນຂອງນັກວິດທະຍາສາ...

ຜົນກະທົບຢ່າງຕໍ່ເນື່ອງຈາກ Epstein Files. 20.02.2026

ຫຼັງຈາກການເປີດເຜີຍຂອງ Epstein Files, ມັນໄດ້ສ້າງຄວາມສັ່ນສະເທືອນຢ່າງກວ້າງຂວາງ ບໍ່ພຽງແຕ່ໃນອາເມຣິກາເທົ່ານັ້ນ. ມັນຍັງສ້າງຄວາມສັ່ນສະເທືອນເຖິງປະເທດອັງກິດ -ໍວ່າຈະເປັນທາງການເມືອງ ຫຼືຣາຊວັງ Buckingham Palace. ໃນຂນະດຽວກັນ Ghislaine Maxwell ປະຕິເສດທີ່ຈະຕອບຄຳຖາມຕໍ່ the Congressional Oversight Committee ໂດຍຫວັງວ່າການຕອບຄຳຖາມຂອງນາງ ຈະເປັນກາຍແລກປ່ຽນກັບການໄດ້ຮັບອະພັຍໂທດ.

ການສນັບສນູນຜູ້ເປັນໂຣກມະເຮັງ. 11.02.2026

ຈາກການສໍາຫລວດເທື່ອຫຼ້າສຸດ ຂອງສະພາມະເລັງອອສເຕຣເລັຍ (the Cancer Council Australia), ຊຶ່ງແນະນໍາວ່າ ພາລະຫນັກຫນ່ວງທາງການເງິນ ແມ່ນມາຈາກຄ່າການປິ່ນປົວໂດຍກົງ ແລະລາຍຈ່າຍທາງອ້ອມ ໃນທຸກຂັ້ນຕອນ ຂອງການຜ່ານຜ່າໂຣກມະເລັງ. ເກືອບ 99 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ໄດ້ຮັບການວິນິດສັຍ ວ່າເປັນໂຣກມະເລັງ ຕ້ອງເສັຍຄ່າໃຊ້ຈ່າຍເອງ, ແມ່ນແຕ່ຕອນທີ່ໄດ້ຮັບການດູແລ ສາທາຣະນະກໍຕາມ.

ການເລືອກຕັ້ງກາງວາຣະ ໃນ ອາເມຣິກາ. 11.02.2026

ໂດຍທີ່ມີການເລືອກຕັ້ງກາງວາຣະ (Midterm Elections) ທີ່ຈະມີຂຶ້ນໃນປາຍປີນີ້ ໃນສະຫະຣັດອາເມຣິກາ, ພັກ Republican ແລະພັກ Democrat ໃນບາງຣັດ ກໍພະຍາຍາມຫາທາງໄດ້ປຽບ. ແຕ່ມີການເຄື່ອນໄຫວ ໃນການອອກກົດຫມາຍ ທີ່ສາມາດໃຫ້ພັກໄດ້ປຽບຄືກັນ, ຊຶ່ງເປັນກົດຫມາຍທີ່ Democrats ກ່າວວ່າ ຖືກອອກແບບເພື່ອກີດກັນ ຜູ້ອອກສຽງເລືອກຕັ້ງຂອງກຸ່ມນ້ອຍ.

ການຊຸມນຸມປະທ້ວງ ICE ໃນ ອາເມຣິກາ. 11.02.2026

ຜູ້ນໍາຊາວພື້ນເມືອງ ແລະສະມາຊິກໃນຊຸມຊົນໃນເມືອງ Minneapolis ໄດ້ຈັດພິທີລະນຶກ ເພື່ອເປັນກຽດແກ່ສອງຄົນ ທີ່ຖືກຍິງຕາຍ ໂດຍເຈົ້າຫນ້າທີ່ ICE. ໃນຂນະດຽວກັນກໍມີການໂຕ້ແຍ້ງທາງການເມືອງຢ່າງຮຸນແຮງກ່ຽວກັບ ງົບປະມານຂອງ ICE ແລະ ທັງສອງພັກກໍຕິຕຽນຝ່າຍກົງກັນຂ້າມ ໃນຂນະທີ່ການປາບປາມຍັງຄົງດຳເນີນຕໍ່ໄປ.... ແລະການເຈຣະຈາເລືອງເງິນຊ່ອຍເຫຼືອກໍຍັງອີກບໍ່ເທົ່າໃດມື້ທີ່ຈະບັນລຸ.

ການບັງຄັບແຕ່ງງານໃນ ອອສເຕຣເລັຍ. 11.02.2026

ການທີ່ຖືກບັງຄັບໃຫ້ແຕ່ງງານ ຈະສ້າງຄວາມເສັຍຫາຍຫຼາຍດ້ານຕໍ່ຊີວິດຜູ້ຄົນ. ຕອນນີ້, ຕຳຫຼວດຣັດຖະບານກາງກຳລັງ ເຮັດວຽກຮ່ວມກັບອົງກອນ ແລະໂຮງຮຽນໃນການປ້ັອງກັນບໍ່ໃຫ້ເຫດການເຊັ່ນນັ້ນເກີດຂຶ້ນອີກ ເຖິງແມ່ນວ່າ ຄວາມຜິດກ່ຽວກັບການບັງຄັບແຕ່ງງານເປັນທີ່ຮູ້ຈັກກັນດີວ່າເປັນເລື່ອງຍາກທີ່ຈະດຳເນີນຄະດີ.

ວ່າດ້ວຍໂຣກມະເລັງເລືອດ (Blood cancer) ໃນເດັກ. 05.02.2026

ມູນນິທິ ມະເຮັງເລືອດຂາວ (The Leukemia Foundation) ເຕືອນວ່າ ເດັກນ້ອຍຫຼາຍກວ່າ 400ຄົນຕໍ່ປີ ອາດປະເຊີນກັບ ການກວດມະເຮັງເລືອດ (Blood cancer) ພາຍໃນສິບປີຂ້າງໜ້າ. ມູນນິທິ ກໍາລັງພະຍາຍາມຫາເງິນຈໍານວນ 12 ລ້ານໂດລາ ສໍາລັບການຄົ້ນຄວ້າ ແລະບໍຣິການຊ່ອຍເຫລືອ ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໂຣກມະເລັງເລືອດ (Blood cancer) ຜ່ານໂຄງການ World's Greatest Shave, ດ້ວຍການຊຸກຍູ້ຜູ້ຄົນໃຫ້ແຖ, ຕັດ ຫລືຍ້ອມສີຜົມ ຂອງເຂົາເຈົ້າ ສໍາລັບ the World...

Public transport in Australia: breaking down the basics - ການຂົນສົ່ງສາທາຣະນະ ໃນອອສເຕຣເລັຍ: ວິທີທໍາງານ ແລະສິ່ງທີ່ຄວນປະຕິບັດ. 05.02.2026

Like in most countries, public transport in Australia is the cheapest way to get around. It includes trams, buses, trains and ferry services. And each state or territory has its own transport network. However, navigating Australia’s public transport system with ease requires knowing the basics around how it works and what to expect. - ເຊັ່ນດຽວກັບຫຼາຍປະເທດ, ການຂົນສົ່ງສາທາຣະນະ ໃນອອສເຕຣເລັຍ ເປັນວິທີທ...

ໄວຣັສ Nipah ແມ່ນຫຍັງ? 05.02.2026

ໄວຣັສ Nipah ແມ່ນເຊື້ອໄວຣັສທີ່ຫາຍາກ ຊຶ່ງແພ່ຂຍາຍ ຈາກສັດທີ່ຕິດເຊື້ອ, ຊຶ່ງສ່ວນໃຫຍ່ແມ່ນເຈັຍຫມາກໄມ້, ໄປສູ່ມະນຸດ, ແລະສາມາດເຮັດໃຫ້ເປັນໄຂ້ ແລະສມອງອັກເສບ. ອົງການອະນາໄມໂລກ (WHO) ກ່າວວ່າ ອັດຕາການຕາຍ ລະຫວ່າງ 40ເຖິງ 75 ເປີເຊັນ. ໃນຕອນນີ້ ບໍ່ມີວັກຊີນ ຫລືການປິ່ນປົວ ທີ່ໄດ້ຮັບອະນຸຍາດ ໃຫ້ໃຊ້ສໍາລັບ Nipah, ແຕ່ມີວັກຊີນທົດລອງຈໍານວນຫນຶ່ງ ທີ່ຖືກພັດທະນາໂດຍ ນັກວິທະຍາສາດຂອງ Oxford University ທີ່ມີສ່ວນຮ່ວມ ໃນການພັດທະນາວັກຊີນ C...

How to cope during a heatwave in Australia - ວິທີຮັບມື ໃນຊ່ວງຄື້ນຄວາມຮ້ອນ (Heatwave) ໃນອອສເຕຣເລັຍ. 05.02.2026

Summer in Australia can be very hot, and as our climate continues to warm, heatwaves are expected to become more frequent and more intense. In this episode of Australia Explained, we cover what a heatwave is, why they pose such a significant risk to human health, who is at most risk, and how to best prepare to cope with a heatwave. - ລະດູຮ້ອນໃນອອສເຕຣເລັຍ ອາດຮ້ອນຫລາຍ, ແລະເມື່ອອາກາດຍັງຮ້ອນຢູ່ຕໍ່ໄປ,...

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.