SBS

SBS Lao - SBS ພາ​ສາ​ລາວ

News LO ↓ 779 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ຄວາມຕ້ອງການຄອບຄອງ Greenland ຂອງ ອາເມຣິກາ. 29.01.2026

ສະຫະຣັດອາເມຣິກາ ກໍາລັງເພີ່ມຄວາມກົດດັນ ທີ່ຈະຄວບຄຸມ Greenland, ແລະປະກາດວ່າ ອາເມຣິກາຈະຍຶດເອົາມັນດ້ວຍ "ບໍ່ທາງໃດ ກໍທາງຫນຶ່ງ", ແລະອ້າງວ່າ ກອງທັບຂອງຣັສເຊັຍ ແລະຈີນ ກໍາລັງປະຕິບັດການຢູ່ບໍລິເວນໃກ້ຄຽງ ແຕ່ຜູ້ຊ່ຽວຊານເຂດ Arctic ກ່າວວ່າ ຄໍາເຕືອນນັ້ນ ແມ່ນເກີນຄວາມຈິງຫຼາຍໂພດ, ເພາະ Denmark ແລະ Greenland ປະຕິເສດການເຂົ້າຍຶດຄອງ ຂອງສະຫະຣັດອາເມຣິກາ ແລະ NATO ກໍຈັບຕາເບິ່ງຢູ່ຢ່າງໃກ້ຊິດ, ທັງເປັນຫ່ວງວ່າ ຂໍ້ພິພາດນັ້ນ ຈະເຮັດໃຫ້ພ...

ວັນຊາດອອສເຕຣເລັຍ (Australia Day) 2026 29.01.2026

ຮວບຮວມເຫດການ ໃນວັນຊາດອອສເຕຣເລັຍ (Australia Day) 2026 ຊຶ່ງນາຍົກຣັດຖະມົນຕີ, Anthony Albanese, ຮຽກຮ້ອງ ໃຫ້ມີຄວາມເປັນຫນຶ່ງດຽວກັນ ພ້ອມທັງການເດີນຂະບວນຕໍ່ຕ້ານຈາກອົງກອນອື່ນໆ.

ຄໍາເຕືອນກ່ຽວກັບຄື້ນຄວາມຮ້ອນທີ່ຍາວນານ ແລະຮ້າຍ 29.01.2026

ລະດູຮ້ອນຂອງອອສເຕຣ ເລັຍກໍາລັງມີສິ່ງທີ່ນັກວິທະຍາສາດເອີ້ນວ່າ "ການປ່ຽນແປງທັງຫມົດ" ດ້ວຍມີການຄາດການວ່າ ປະເທດນີ້ ສາມາດມີຄື້ນຄວາມຮ້ອນ (Heat wave) ທຸກໆຫ້າປີໂດຍສເລັ່ຍ. ໂດຍທີ່ຣັດ ຢູ່ພາກຕາເວັນອອກສຽງໃຕ້ ຂອງປະເທດ ຕຽມພ້ອມສໍາລັບ ສິ່ງທີ່ຄາດວ່າ ຈະເປັນຄື້ນຄວາມຮ້ອນທີ່ຍາວນານ ແລະຮ້າຍແຮງ ຊຶ່ງຈະເລີ່ມໃນຊ່ວງທ້າຍອາທິດນີ້.

ທັກສະແລະຄວາມສາມາດໃນການລອຍນ້ຳໃນອອສເຕຣເລັຍ. 29.01.2026

ແນວໂນ້ມການຈົມນ້ຳຕາຍ ນັບຕັ້ງແຕ່ການລະບາດຂອງ COVID-19, ສະພາຄວາມປອດພັຍທາງນ້ຳ ຂອງອອສເຕຣເລັຍ (the Australian Water Safety Council) ໄດ້ເປີດເຜີຍວິທີຄວາມປອດພັຍທາງນ້ຳ ອອສເຕຣເລັຍ 2030 (Australian Water Safety Strategy 2030) ໃຫມ່, ຊຶ່ງເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມພະຍາຍາມຂອງຊາດ ທີ່ຈະຫລຸດຈໍານວນການຕາຍ ຈາກການຈົມນ້ຳລົງ 50 ເປີເຊັນ ພາຍໃນທ້າຍທົດສະວັດນີ້.

ບົດບາດສອງດ້ານຂອງ ໃນການຫຼອກລວງ AI 22.01.2026

ການຄົ້ນຄວ້າໃຫມ່ ຊີ້ໃຫ້ເຫັນວ່າ ຊາວອອສເຕຣເລັຍ ມີຄວາມຫມັ້ນໃຈຫລາຍເກີນໄປ ກ່ຽວກັບການກວດຈັບການຫຼອກລວງ (Scams) ຂອງAI Deepfake, ເຖິງແມ່ນວ່າ ເທັກໂນໂລຈີນັ້ນ ຈະເບິ່ງເຫັນໄດ້ຍາກກໍຕາມ. ຜູ້ຊ່ຽວຊານເຕືອນວ່າ ຜູ້ຫຼອກລວງຈະລັກເອົາຄວາມໄວ້ວາງໃຈ ແລະສັນຊາດຕະຍານ, ແລະຂໍຮ້ອງໃຫ້ຜູ້ຄົນຢຸດຊົ່ວຄາວ, ກວດສອບ ແລະປະຕິເສດຂໍ້ຄວາມທີ່ໜ້າສົງສັຍ. ມີຄຳແນະນຳງ່າຍໆທີ່ທຸກຄົນສາມາດເຮັດໄດ້ໃນການປ້ອງກັນ ການຫຼອກລວງ: ຢຸດ (STOP)….. ກວດສອບ (VERIFY)….. ຢ່...

ລາຍງານໄຟໄໝ້ປ່າທີ່ Victoria 120126 22.01.2026

ອຸນຫະພູມທີ່ເຢັນລົງ ແລະລົມທີ່ເບົາລົງ ກໍາລັງຊ່ອຍຜູ້ດັບເພີງ ໃຫ້ຄວບຄຸມໄຟໃນມື້ທີຫົກ ຂອງເຫດສຸກເສີນໄຟໄຫມ້ປ່າໃນ Victoria ແຕ່ທີມງານ ຍັງຕໍ່ສູ້ກັບໄຟໄຫມ້ປ່າໃຫຍ່ 12 ແຫ່ງ ຊຶ່ງສິບກວ່າບ່ອນ ຍັງຮຸນແຮງຢູ່ ຮວມທັງສອງຈຸດ ທີ່ຢູ່ພາຍໃຕ້ການເຕືອນສຸກເສີນ. ຣັດຖະບານກາງ ແລະ ຣັດ Victoria ໄດ້ປະກາດໃນມື້ວານນີ້ ວ່າຈະໃຫ້ຄວາມຊ່ອຍເຫລືອ 19.5 ລ້ານໂດລາ ຮວມທັງເງິນຊ່ອຍເຫລືອເທື່ອດຽວ, ການຊ່ອຍເຫລືອທີ່ພັກອາສັຍ ແລະອາຫານສັດ ສໍາລັບຊາວກະສິກອນ.

ຈິດວິນຍານຂອງຊາມູໄຣຈະສູນຫາຍແທ້ບໍ່? 22.01.2026

ເປັນເວລາຫລາຍສັດຕະວັດ ທີ່ຊາມູໄຣ ໄດ້ຄວບຄຸມສນາມຮົບ ແລະການເມືອງຂອງຍີ່ປຸ່ນ, ໄດ້ປະມໍຣະດົກ ທີ່ຍັງມີອິດທິພົນ ຕໍ່ວັດທະນະທັມ, ຄ່ານິຍົມ ແລະພາບພົດຂອງປະເທດ ໃນປັດຈຸບັນ. ການນຸ່ງເຄື່ອງປ້ອງກັນ ແລະປະຕິບັດ ຕາມກົດລະບຽບທີ່ເຄັ່ງຄັດ, ຊາມູໄຣຂອງຍີ່ປຸ່ນ ບໍ່ພຽງແຕ່ເປັນນັກຮົບທີ່ເກັ່ງກ້າເທົ່ານັ້ນ; ເຂົາເຈົ້າເປັນຜູ້ສ້າງສັງຄົມ ທີ່ຖືກຫລໍ່ຫລອມໂດຍຄວາມຈົງຮັກພັກດີ, ວິນັຍ ແລະອໍານາດ. ແຕ່ຕອນນີ້, ຈິດວິນຍານຂອງຊາມູໄຣຈະສູນຫາຍແທ້ບໍ່?

ການສັ່ງຫ້າມສື່ສານມວນຊົນ ໃນຊ່ວງພັກໂຮງຮຽນ. 22.01.2026

ການສັ່ງຫ້າມສື່ສານມວນຊົນ ເທື່ອທໍາອິດຂອງຣັດຖະບານ ໄດ້ຖືກນໍາໃຊ້ ເປັນເວລາຫລາຍກວ່າຫນຶ່ງເດືອນ, ພ້ອມດ້ວຍວັນພັກຂອງໂຮງຮຽນ ຂອງອອສເຕຣເລັຍ. ແຕ່ໂດຍທີ່ມີສື່ສານມວນຊົນຫນ້ອຍລົງ ຫລືບໍ່ມີເລີຍ, ຄົນຫນຸ່ມຈະໃຊ້ເວລາວ່າງຂອງເຂົາເຈົ້າແນວໃດ?

ຄວາມສ່ຽງຈາກໄຟໄໝ້ໃກ້ໂຕເມືອງ. 15.01.2026

ຜູ້ຄົນເກືອບເຈັດລ້ານຄົນ ທີ່ອາສັຍຢູ່ໃກ້ເມືອງຫລວງ ຂອງອອສເຕຣເລັຍ ກໍຕົກຢູ່ໃນອັນຕະຣາຍຈາກໄຟໄຫມ້ໃນເມືອງ ທີ່ຄ້າຍຄືກັນກັບທີ່ໄດ້ເຫັນ ໃນເມືອງ Los Angeles ເມື່ອປີກາຍນີ້. ນີ້ແມ່ນ ຄໍາເຕືອນ ໂດຍອະດີດຫົວຫນ້າດັບເພີງອອສເຕຣເລັຍ ແລະສະພາສະພາບພູມອາກາດ ມີຂຶ້ນໃນຂນະທີ່ ປະເທດນີ້ກໍາລັງຮ້ອນອົບເອົ້າ ໃນຄື້ນຄວາມຮ້ອນ ທີ່ຮ້າຍແຮງທີ່ສຸດ ໃນຮອບຫຼາຍປີທີ່ຜ່ານມາ.

ແທັກຊີອາກາດໄຟຟ້າ ໃນອະນາຄົດ 15.01.2026

ບໍຣິສັດ ໃນປະເທດອັງກິດ ໄດ້ເປີດໂຕແທັກຊີອາກາດໄຟຟ້າ (Electric Air Taxi) ແບບໃຫມ່, ແລະສັນຍາວ່າ ຈະນໍາການຂົນສົ່ງທາງອາກາດ ໃນເມືອງ ມາສູ່ຄົນທົ່ວໄປ. ມັນເປັນກ້າວໃໝ່ ທີ່ກໍາລັງເຕີບໂຕທົ່ວໂລກ, ຊຶ່ງອົງການຄວບຄຸມການບິນ ອອສເຕຣເລັຍ ກໍາລັງວາງແຜນຢູ່ແລ້ວ. ແຕ່ກໍຍັງມີ ຄວາມທ້າທາຍຫລາຍຢ່າງ ທີ່ຍັງລໍຢູ່ຂ້າງຫນ້າ.

ການຮຽກຮ້ອງໃຫ້ຈັດຕັ້ງຄນະກັມມາທິການ Royal Commission 15.01.2026

ໃນມື້ສົ່ງສະການຄັ້ງສຸດທ້າຍ ສໍາລັບຜູ້ເຄາະຮ້າຍ ຈາກການໂຈມຕີ ຜູ້ກໍ່ການຮ້າຍໃນ Bondi, ຜູ້ນໍາຝ່າຍຄ້ານ Sussan Ley ກໍາລັງເພີ່ມຄວາມກົດດັນ ຕໍ່ຣັດຖະບານ ເພື່ອຈັດຕັ້ງຄນະກັມມາທິການ Commonwealth Royal Commission. ໃນຂນະທີ່ຄວາມເປັນໄປໄດ້ ຂອງຄນະກັມມາທິການ Commonwealth Royal Commission ກໍາລັງໃກ້ເຂົ້າມາຫລາຍຂຶ້ນ, ພັກ Labor ຍັງບໍ່ໄດ້ເປີດເຜີຍ ເງື່ອນໄຂຂອງການອ້າງອີງ ທີ່ຕ້ອງການໃດໆ.

ການປະຊຸມ AUKUS ທີ່ Pentagon. 15.01.2026

AUKUS ຖືກກໍ່ຕັ້ງຂຶ້ນ ໃນປີ 2021 ເພື່ອເຮັດໃຫ້ຄວາມຮ່ວມມື ອັນເລິກເຊິ່ງ ໃນດ້ານຄວາມປອດພັຍ ແລະການປ້ອງກັນປະເທດ, ໂດຍເນັ້ນໜັກ ໃສ່ການຊ່ວຍເຫລືອອອສເຕຣເລັຍ ໃຫ້ມີເຮືອມຸດນ້ຳ ທີ່ມີພະລັງງານນິວເຄລັຍ ແລະພັດທະນາເທັກໂນໂລຈີ ທາງທະຫານທີ່ກ້າວຫນ້າ. ການປະຊຸມໃນວັນພຸດ ລະຫວ່າງຣັດຖະມົນຕີສາມຄົນ ໄດ້ສະແດງໃຫ້ເຫັນການປ່ຽນແປງທີ່ອັນສຳຄັນ ໄປສູ່ການສົ່ງມອບ ສໍາລັບການພັດທະນາເຮືອມຸດນ້ຳ. ສົນທິສັນຍາ AUKUS ມີມູນຄ່າ 368 ພັນລ້ານໂດລາ.

ການເມືອງອອສເຕຣເລັຍ ໃນປີ 2025 ພາກ 2 08.01.2026

ສລຸບເຫດການທາງການເມືອງຂອງ ອອສເຕຣເລັຍໃນປີ 2025 ພາກ 2

ການເມືອງອອສເຕຣເລັຍ ໃນປີ 2025 ພາກ 1 08.01.2026

ສລຸບເຫດການທາງການເມືອງຂອງ ອອສເຕຣເລັຍໃນປີ 2025 ພາກ 1

ທົບທວນເຫດການສຳຄັນທົ່ວໂລກປີ 2025 EP 2 07.01.2026

ປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.

ທົບທວນເຫດການສຳຄັນທົ່ວໂລກປີ 2025 ຕອນ 1 07.01.2026

ປີ 2025 ເປັນປີທີ່ຍິ່ງໃຫຍ່ ດ້ານການເມືອງພູມີພາກ, ພັຍທັມມະຊາດ ແລະການປ່ຽນແປງ ຂອງຜູ້ນຳທາງອໍານາດ ແລະອິດທິພົນໃນເວທີໂລກ. Sam Dover ທົບທວນ ເຖິງຊ່ວງເວລາທີ່ສໍາຄັນ.

ປະຕິກິຣິຍາຈາກທົ່ວໂລກກ່ຽວກັບ ການຊຸ່ມຍິງທີ່ Bondi 18.12.2025

ຜູ້ນຳຈາກທົ່ວໂລກໄດ້ສະແດງຄວາມໄວ້ອາລັຍຕໍ່ຜູ້ເສັຍຊີວິດ ແລະບາດເຈັບຈາກການຊຸ່ມຍິງທີ່ Bondi ໃນເທສການ Hannukah ຊຶ່ງແມ່ນເທດສະການ ແຫ່ງແສງສວ່າງປະຈໍາປີ ຂອງສາສນາ Judaism ເຊິ່ງມີໄຊຊນະ ເຫນືອຄວາມມືດ ແລະຄວາມຊົ່ວຮ້າຍ. ທ່າມກາງຄື້ນຂອງການຕໍ່ຕ້ານຊາວຢິວໄດ້ຮຸນແຮງຂຶ້ນເລື້ອຍໆ.

ຄຳສັ່ງຫ້າມເດັກອາຍຸຕ່ຳກວ່າ 16 ປີໃນການໃຊ້ສື່ສານມວນຊົນ 18.12.2025

ຕັ້ງແຕ່ວັນພຸດໜ້າ (20 ທັນວາ), ອອສເຕຣເລັຍຈະກາຍເປັນປະເທດທໍາອິດໃນໂລກ ທີ່ຈະສັ່ງຫ້າມເດັກນ້ອຍ ອາຍຸຕ່ຳກວ່າ 16 ປີ ບໍ່ໃຫ້ມີບັນຊີສື່ສານມວນຊົນ, ບັງຄັບໃຫ້ບໍຣິສັດໃຫຍ່ ປະຕິບັດຕາມກົດຫມາຍ ຫລືຕ້ອງປະເຊີນກັບການຖືກປັບໃໝ ສູງເຖິງ 50 ລ້ານໂດລາ. ຣັດຖະບານຂອງ ກ່າວວ່າ ການເຄື່ອນໄຫວນັ້ນ ຈະປົກປ້ອງຄົນຫນຸ່ມຈາກ Algorithm ທີ່ເປັນອັນຕະຣາຍ ແລະຜົນກະທົບທາງລົບຕໍ່ສຸຂະພາບຈິດ. ພໍ່ແມ່ຫລາຍຄົນ ສນັບສນູນການປ່ຽນແປງ, ໃນຂນະທີ່ນັກວິຈານ ເຕືອນວ່າ ຄົນໄ...

ການໃຊ້ AI ໃນການຄົ້ນຄວ້າກ່ຽວກັບມະເລັງສມອງ. 18.12.2025

ມູນນິທິຄົ້ນຄວ້າໂຣກມະເລັງອອສເຕຣເລັຍ (The Australian Cancer Research Foundation) ໄດ້ມອບເງິນສນັບສນູນ 2.5 ລ້ານໂດລາ ໃຫ້ແກ່ສະຖາບັນການຄົ້ນຄວ້າ ເລື່ອງການແພດຂອງ Walter and Eliza Hall ໃນເມືອງ Melbourne. ມັນຈະໃຫ້ເງິນສນັບສນູນ ແກ່ຫ້ອງທົດລອງ ສໍາລັບການຄົ້ນຄວ້າເລື່ອງການປິ່ນປົວໂຣກມະເລັງໃນສມອງ ເຊັ່ນ DIPG ໃນເດັກນ້ອຍ ແລະGlioblastoma-ຊຶ່ງເປັນໂຣກມະເລັງໃນສມອງທີ່ຮ້າຍແຮງອີກຊະນິດຫນຶ່ງ ໃນຜູ້ໃຫຍ່.

How to plan for your child’s financial future in Australia - ວາງແຜນອະນາຄົດດ້ານການເງິນຂອງລູກທ່ານ ໃນອອສເຕຣເລັຍ ແນວໃດ? 18.12.2025

Financial planning can feel stressful for any parent. When it comes to saving for your child’s future, knowing your options helps make informed decisions. And teaching your kid healthy money habits can be part of the process. - ການວາງແຜນທາງດ້ານການເງິນສາມາດຮູ້ສຶກເຄັ່ງຕຶງສໍາລັບພໍ່ແມ່ທຸກຄົນ. ເມື່ອເວົ້າເຖິງການທ້ອນເງິນ ເພື່ອອະນາຄົດຂອງລູກ ການຮູ້ທາງເລືອກຂອງເຈົ້າ ຈະຊ່ວຍໃນການຕັດສິນໃຈຢ່າງຮອບຄອບ. ແລະການສອນລູ...

ການປະທະຄັ້ງໃໝ່ລະຫວ່າງໄທ ແລະ ກຳປູເຈັຍ. 11.12.2025

ການສູ້ຮົບ ລະຫວ່າງໄທ ແລະ ກຳປູເຈັຍ ແມ່ນຮ້າຍແຮງທີ່ສຸດ ນັບຕັ້ງແຕ່ການຍິງຕອບໂຕ້ ດ້ວຍຈະຫລວດ ແລະປືນໃຫຍ່ ເປັນເວລາຫ້າມື້ ໃນເດືອນກໍລະກົດ. ແຕ່ລະຝ່າຍ ກໍາລັງກ່າວໂທດອີກຝ່າຍຫນຶ່ງ ໃນການເລີ່ມຕົ້ນການປະທະຄັ້ງຫຼ້າສຸດ ແລະຍັງບໍ່ແນ່ໃຈວ່າ ການຢຸດຍິງທີ່ປະທານາທິບໍດີ Donald Trump ເປັນຕົວກາງໃນເດືອນກໍລະກົດ ຈະສາມາດຊ່ອຍໄດ້ແນວໃດ ແລະທັງສອງຝ່າຍກໍກ່າວວ່າ ເຂົາເຈົ້າຈະບໍ່ຖອຍຫນີ ຈາກການປົກປ້ອງອະທິປະໄຕຂອງຕົນ.

ຄວາມກັງວົນຂອງໄວລຸ້ນ ກ່ຽວກັບອະນາຄົດ 05.12.2025

ໃນການສໍາຫລວດທັດສະນະຂອງຊາວຫນຸ່ມ ຂອງ Mission Australia ສະແດງໃຫ້ເຫັນວ່າ 64 ສ່ວນຮ້ອຍ ຂອງຜູ້ຕອບແບບສອບຖາມ ບອກວ່າ ຄ່າຄອງຊີບ ເປັນບັນຫາທີ່ຮີບດ່ວນທີ່ສຸດ. ນອກຈາກຄ່າຄອງຊີບແລ້ວ, ມັນພົບວ່າ ສຸຂະພາບທາງຈິດ ເປັນບັນຫາອັນດັບທີສອງ, ໂດຍທີ່ 29 ເປີເຊັນ ຂອງຜູ້ຕອບແບບສອບຖາມ ວ່າເປັນຫນຶ່ງໃນສາມ ຄວາມເປັນຫ່ວງທີ່ສຸດຂອງເຂົາເຈົ້າ, ຕິດຕາມດ້ວຍການປ່ຽນແປງຂອງສະພາບອາກາດ ຊຶ່ງຢູ່ທີ່ 27 ເປີເຊັນ ແລະທີ່ຢູ່ອາສັຍແລະການຂາດທີ່ຢູ່ອາສັຍ ທີ່ 25 ເປີເ...

ການຮຸກຮານ Venezuela ຂອງອາເມຣິກາ. 05.12.2025

ສະຫະຣັດ ໄດ້ສົ່ງທະຫານຫລາຍພັນຄົນ ແລະກໍາປັ່ນສູ້ຮົບຫລາຍສິບລໍາ ໄປທີ່ Venezuela ແລະໄດ້ປິດກັ້ນ ທັງນ່ານນ້ຳແລະນ່ານຟ້າ ອີກດ້ວຍ. ຂໍ້ອ້າງຂອງອາເມຣິກາແມ່ນວ່າ ປະທານາທິບໍດີ Maduro ເປັນຜູ້ຄ້າຢາເສບຕິດ, ໃນຂນະທີ່ທາງ Venezuela ກ່າວວ່າ Trump ເຮັດເຊັ່ນນັ້ນເພື່ອຜົນປໂຍດສ່ວນໂຕ.

ການກຽມຮັບມືກັບລະດູໄຟປ່າ. 05.12.2025

ອົງກອນ ແລະເຈົ້າໜ້າທີ່ຂອງຣັດຕ່າງໆ ກຳລັງຊຸກຍູ້ໃຫ້ຊາວອອສເຕຣເລັຍ ຕຽມໂຕສຳລັບລະດູຮ້ອນທີ່ຈະມາເຖິງ ໂດຍສະເພາະ ການຕຽມໂຕ ສຳລັບໄຟປ່າ ຊຶ່ງຄາດວ່າຈະຮ້າຍແຮງເປັນພິເສດ.

ເຈຣະຈາສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine 05.12.2025

Donald Trump ຂອງສະຫະຣັດອາເມຣິກາ ອ້າງວ່າຂໍ້ຕົກລົງສັນຕິພາບ ລະຫວ່າງຣັສເຊັຍ ແລະ Ukraine ໃກ້ເຂົ້າມາແລ້ວ, ໃນຂນະທີ່ Volodymyr Zelenskyy ໄດ້ຕົກລົງ ໃນຫລັກການ ກັບໂຄງຮ່າງສັນຕິພາບໃຫມ່ ທີ່ສເນີໂດຍສະຫະຣັດອາເມຣິກາ. ປະທານາທິບໍດີ Ukraine ຍັງລະມັດລະວັງ ທີ່ຈະຖືກບັງຄັບໃຫ້ຮັບເອົາຂໍ້ຕົກລົງ ຕາມເງື່ອນໄຂຂອງຣັສເຊັຍ, ໃນຂນະທີ່ຊາວUkraine ເບິ່ງຄືວ່າ ບໍ່ເຕັມໃຈທີ່ຈະເຮັດຕາມຂໍ້ຮຽກຮ້ອງຂອງຣັສເຊັຍ ແລະມີຄວາມເປັນຫ່ວງ ສໍາລັບການໃຫ້ຣັສເຊັຍ...

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.