SBS

SBS Lao - SBS ພາ​ສາ​ລາວ

News LO ↓ 779 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ການດູແລເລື້ອງອາບນ້ຳຂອງຜູ້ສູງອາຍຸ. 30.04.2026

ຕອນນີ້ຣັດຖະບານ ໄດ້ຍົກເລີກນະໂຍບາຍເລື່ອງເງິນຊ່ອຍເຫຼືອ ສໍາລັບການອາບນ້ຳ ຫລັງຈາກມີການຮ້ອງຮຽນຈາກຜູ້ອາສັຍ (ໃນສະຖານທີ່ດູແລຜູ້ສູງອາຍຸ), ຄອບຄົວ ແລະຜູ້ສນັບສນູນ. ຣັດຖະບານກໍຈະເອົາເງຶນຊ່ອຍເຫຼືອດ້ານນີ້ກັບມາຄືນ ແຕ່ ຈະຕັດການຊ່ວຍເຫຼືອສໍາລັບປະກັນສຸຂະພາບສ່ວນຕົວ ສໍາລັບຜູ້ສູງອາຍຸອອສເຕຣເລັຍ.

ສະຖານະການເຈຣະຈາສັນຕິພາບໃນ Iran. 30.04.2026

ມີອຸບປະສັກຫຼາຍຢ່າງໃນການເຈຣະຈາສັນຕິພາບໃນ Iran. ບໍ່ວ່າຈະເປັນປັນຫາຊ່ອງແຄບ Hormuz, ປັນຫາ Nuclear, ສົງຄາມລະຫວ່າງ Israel ແລະ Lebanon ຫຼື ການປິດກັ້ນທ່າເຮືອ ຂອງ Iran ໂດຍອາເມຣິກາ.

ການຣົນນະຣົງການສັກວັກຊີນ RSV 23.04.2026

ການລົງທຶນຂອງຣັຖບານກາງ ມູນຄ່າ 445 ລ້ານໂດລານັ້ນ ຫມາຍຄວາມວ່າ ຊາວອອສເຕຣເລັຍ ທີ່ມີອາຍຸ 75 ປີຂຶ້ນໄປ-ແລະຊາວ Aboriginal ແລະ Torres Strait Islander ທີ່ມີອາຍຸ 60 ປີຂຶ້ນໄປ-ຈະສາມາດເຂົ້າເຖິງ ການສັກວັກຊີນຟຣີ ຈາກກາງເດືອນພຶດສະພາ, ຊຶ່ງຈະຊ່ອຍທ້ອນເງິນໄດ້ເຖິງ 300 ໂດລາ ຕໍ່ການສັກວັກຊີນ. ຣັດຖະບານກາງ ໄດ້ປະກາດການສັກວັກຊີນ RSV ຟຣີ ສໍາລັບຜູ້ສູງອາຍຸຊາວອອສເຕຣເລັຍ, ໃນການຊຸກຍູ້ ທີ່ຈະປົກປ້ອງຜູ້ຄົນ ທີ່ມີຄວາມສ່ຽງຫລາຍທີ່ສຸດ ຈາກໄວຣັ...

ການຢຸດຍິງໃນLebanon ເປັນເວລາ 10 ມື້. 23.04.2026

ອິດສະຣາເອລ ໄດ້ຕົກລົງຢຸດຍິງ ເປັນເວລາ 10 ມື້ ກັບຣັດຖະບານLebanon ຫລັງຈາກການເຈຣະຈາໃນ Washington ເມື່ອບໍ່ດົນມານີ້. ເຖິງແມ່ນວ່າ Hezbollah ບໍ່ໄດ້ມີສ່ວນຮ່ວມໂດຍກົງ ໃນການເຈຣະຈາ ແຕ່ເບິ່ງຄືວ່າ ເຕັມໃຈ ທີ່ຈະສນັບສນູນ ການສງົບເສິກຊົ່ວຄາວ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາກ່າວວ່າ ການເຈຣະຈາ ລະດັບຜູ້ນໍາ ຄາດວ່າຈະຕາມມາ ໃນສອງສາມມື້ຂ້າງໜ້າ.

Think before you pack: Australia’s customs and biosecurity rules explained - ຄິດກ່ອນເກັບກະເປົາເດີນທາງ: ອະທິບາຍກົດຄວາມປອດພັຍ ທາງຊີວະພາບຂອງອອສເຕຣເລັຍ. 23.04.2026

Customs is generally the first point of contact for people entering Australia. Our Border Force Officers are there waiting. They ensure that we don’t bring in prohibited goods that could threaten Australia’s unique environment, economy and communities. Before you zip up your suitcase, here’s what you need to know about what can—and can’t—cross the border, and what’s at stake if biosecurity rules a...

ການກວດສອບສື່ສານມວນຊົນ. 23.04.2026

ຄນະກັມມະການຄວາມປອດພັຍ ທາງອິນເຕີເນັດ (the e-Safety Commission) ກໍາລັງກວດສອບ ຖານອິນເຕີເນັດ ທີ່ໃຫຍ່ທີ່ສຸດບາງແຫ່ງ ໃນຄວາມສົງສັຍວ່າ ບໍ່ປະຕິບັດຕາມມາດຕະການ ທໍາອິດຂອງໂລກ, ໂດຍມີເປົ້າຫມາຍ ທີ່ Instagram ແລະ Facebook ຂອງ Meta, ແລະ YouTube, Snapchat ແລະ TikTok ຂອງ Google. ຜູ້ຊ່ຽວຊານ ຂອງອອສເຕຣເລັຍກ່າວວ່າ ຄວາມກົດດັນທົ່ວໂລກ ທີ່ເພີ່ມຂຶ້ນ ຕໍ່ບໍຣິສັດສື່ສານມວນຊົນ ສາມາດພິສູດວ່າເປັນວິທີ ທີ່ມີປະສິດທິພາບຫລາຍທີ່ສຸດ ໃນການປ່...

ສະຖານະການດ້ານນ້ຳມັນໃນ ອອສເຕຣເລັຍ. 16.04.2026

ແຕ່ເຖິງແມ່ນວ່າ ການປະກາດຢຸດຍິງ ໃນຕາເວັນອອກກາງ ເບິ່ງຄືວ່າ ຈະຫລຸດຜ່ອນຄວາມເຈັບປວດ ຂອງຜູ້ຂັບຣົດທີ່ປ້ຳນ້ຳມັນ, ໂດຍທີ່ Iran ໄດ້ຕົກລົງທີ່ຈະອະນຸຍາດ ໃຫ້ກໍາປັ່ນຜ່ານ Strait of Hormuz. ແຕ່ຣັດຖະບານ ກໍາລັງຮຽກຮ້ອງ ໃຫ້ຢູ່ໃນຄວາມສງົບອີກ, ໂດຍກ່າວວ່າ ການຈັດຫານ້ຳມັນ ຍັງຫມັ້ນຄົງຈົນເຖິງເດືອນພຶດສະພາ, ເນື່ອງຈາກພະຍາຍາມ ສົ່ງເສີມການຈັດຫາ ຈາກພັນທະມິດນາໆຊາດ.

ຄວາມປອດພັຍຂອງ ກອງຮັກສາສັນຕິພາບ. 16.04.2026

ກອງກຳລັງຊົ່ວຄາວ ຂອງສະຫະປະຊາຊາດໃນ Lebanon-ຊຶ່ງມີທະຫານຮັກສາສັນຕິພາບປະມານ 10,000 ຄົນຈາກ 46 ປະເທດ, ແລະເຂົາເຈົ້າ ໄດ້ຢູ່ໃນ Lebanon ໃນບາງຮູບແບບ ຕັ້ງແຕ່ປີ 1978 ເພື່ອຮັກສາຄວາມຫມັ້ນຄົງ ຢູ່ຊາຍແດນ ກັບອິດສະຣາເອລ ແລະປົກປ້ອງພົນລະເຮືອນ ໄດ້ຢູ່ພາຍໃຕ້ການຄຸກຄາມດ້ານຄວາມປອດພັຍຈາກກອງທັບອິສຣາເອລ.

ວັກຊີນປ້ອງກັນໄຂ້ຫວັດໃຫຍ່ subclade K ຫລື Super-K 16.04.2026

ຜູ້ຊ່ຽວຊານເລື່ອງໂຣກຕິດເຊື້ອ ກໍາລັງຊຸກຍູ້ທຸກຄົນ ໃຫ້ໄປສັກວັກຊີນ ປ້ອງກັນໄຂ້ຫວັດໃຫຍ່ ເພື່ອພະຍາຍາມປ້ອງກັນ ບໍ່ໃຫ້ເກີດຊ້ຳ ຄືກັບປີກາຍນີ້ອີກ ຊຶ່ງເຮັດໃຫ້ອອສເຕຣເລັຍ ມີຄົນຕາຍຈາກໄຂ້ຫວັດໃຫຍ່ ເປັນຈໍານວນຫລວງຫລາຍ. ມີຫລາຍກວ່າ 1,700 ຄົນ ໄດ້ເສັຍຊີວິດ ແລະມີການຢືນຢັນ ຫລາຍກວ່າເຄິ່ງລ້ານກໍຣະນີ. ຜູ້ຊ່ຽວຊານ ເຕືອນວ່າ ປີນີ້ອາດຮ້າຍແຮງກວ່ານັ້ນ ເນື່ອງຈາກແພ່ລະບາດຂອງ ໄຂ້ຫວັດໃຫຍ່ K ຫລື Super-K.

ການເຈຣະຈາສັນຕິພາບໃນຕາເວັນອອກກາງ. 16.04.2026

ຄວາມລົ້ມເຫລວ ຂອງການເຈຣະຈາສັນຕິພາບໃນຕາເວັນອອກກາງ ແລະແຜນຂອງ ສະຫະຣັດອາເມຣິກາ ທີ່ຈະປິດກັ້ນຊ່ອງແຄບ Hormuz, ໄດ້ເຮັດໃຫ້ພູມີພາກ ທີ່ມີຄວາມເຄັ່ງຕຶງຢູ່ແລ້ວ ຕ້ອງສັ່ນສະເທືອນ ແລະກໍ່ໃຫ້ເກີດຄວາມຢ້ານກົວວ່າ ຈະມີການສູ້ຮົບຄັ້ງໃໝ່. ສຳລັບຕອນນີ້, ເບິ່ງຄືວ່າ ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ກໍາລັງຍ່າງກ້າວຕໍ່ໄປ, ໂດຍສັນຍາວ່າ ຈະໃຊ້ກອງທັບເຮືອອາເມຣິກາ ໃນການປິດກັັ້ນກຳປັ່ນ ທີ່ຈະຜ່ານ Strait of Hormuz ແລະທ່າເຮືອທັງຫມົ...

ມາດຕະການຮັບມືກັບວິກິດນ້ຳມັນ. 08.04.2026

ຫລັງຈາກຫລາຍອາທິດ ຂອງຄວາມກົດດັນ ຈາກລາຄານ້ຳມັນທີ່ສູງຂຶ້ນ, ຣັດຖະບານ ໄດ້ຕັດພາສີນ້ຳມັນລົງເຄິ່ງຫນຶ່ງ. ມັນເປັນມາດຕະການສາມເດືອນ ທີ່ໃຊ້ງົບປະມານ ຫລາຍພັນລ້ານໂດລາ, ໃນຂນະທີ່ນາຍົກຣັດຖະມົນຕີ ວາງແຜນສີ່ຂັ້ນຕອນ ເພື່ອຕອບ ສນອງຕໍ່ຄວາມຂັດແຍ້ງ.

ການປະຕິຮູບການພະນັນ ຫຼ້າສຸດ 08.04.2026

Mr Albanese ກ່າວວ່າ ຣັດຖະບານຂອງລາວ ຈະສັ່ງຫ້າມການໂຄສະນາການພະນັນ ທາງອິນເຕີເນັດ, ຍົກເວັ້ນແຕ່ຜູ້ໃຊ້ ຈະຖືກຢືນຢັນວ່າ ມີອາຍຸສູງກວ່າ 18 ປີ ແລະມີຄວາມສາມາດ ທີ່ຈະເລືອກທີ່ຈະຍົກເລີກ (Opt-out). ຣັດຖະບານກາງ ຍັງຈະລົງທຶນຕໍ່ໄປໃນ Betstop, National Self-Exclusion Register ທີ່ອະນຸຍາດໃຫ້ຜູ້ໃຊ້ ກີດກັນຜູ້ຈັດຫາການພະນັນ ທາງອິນເຕີເນັດ ແລະໂທຣະສັບ ທີ່ມີໃບອະນຸຍາດ ຂອງອອສເຕຣເລັຍ. ແຕ່ Sarah Henderson ຜູ້ແທນສະພາສູງພັກພັກ Liberal ກ...

ຈຸດປະສົງຂອງຄວາມຂັດແຍ່ງໃນຕາເວັນອອກກາງ 08.04.2026

ປະທານາທິບໍດີ Donald Trump ຂອງສະຫະຣັດ ອາເມຣິກາ ກ່າວວ່າ ການປ່ຽນແປງລະບອບການປົກຄອງໃນ Iran ໄດ້ບັນລຸຜົນສໍາເຣັດແລ້ວ ເນື່ອງຈາກທະຫານຂອງອາເມຣິກາ ມາເຖິງເຂດນັ້ນຫຼາຍຂຶ້ນ. ແຕ່ນາຍົກຣັດຖະມົນຕີ, Anthony Albanese, ກໍາລັງຮຽກຮ້ອງ ໃຫ້ສິ້ນສຸດຄວາມຂັດແຍ້ງ, ໂດຍເຕືອນເຖິງ ຄວາມເສັຍຫາຍທາງເສດຖະກິດທົ່ວໂລກ ທີ່ເພີ່ມຂຶ້ນ.

ການໂຈມຕີທາງອາກາດໃນ Ukraine 08.04.2026

ດ້ວຍການເຈຣະຈາສັນຕິພາບ ທີ່ຢຸດຊະງັກລົງ, Ukraine ແລະຣັສເຊັຍ ກໍາລັງຍົກລະດັບການໂຈມຕີ ຊຶ່ງກັນແລະກັນ, ໂດຍທີ່ບໍ່ມີຈຸດສິ້ນສຸດ. ອາເມຣິກາກຳລັງເປັນຜູ້ໄກ່ເກັ່ຍລະຫວ່າງສອງປະເທດ, ແຕ່ປະທານາທິບໍດີ Ukraine, Volodymyr Zelenskyy ກ່າວວ່າ ສະຫະຣັດອາເມຣິກາ ກໍາລັງ ສເນີການຮັບປະກັນຄວາມປອດພັຍ ສໍາລັບການຕົກລົງສັນຕິພາບໃນ Ukraine, ຖ້າຫາກ Ukraine ຍອມສລະພື້ນທີ່ ທາງພາກຕາເວັນອອກ ຂອງ Donbas ໃຫ້ແກ່ຣັສເຊັຍ.

ໝາ ໄດ້ມາເປັນເພື່ອນຂອງມະນຸດແຕ່ສມັຍໃດ? 02.04.2026

ຫມາ ໄດ້ເປັນສ່ວນໜຶ່ງຂອງຊີວິດຂອງມະນຸດ ເປັນເວລາຫລາຍພັນປີ.ແຕ່ການຄົ້ນຄວ້າໃຫມ່ ສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ມີມາດົນກວ່າທີ່ເຮົາຄິດ. ການຄົ້ນຄວ້າໃຫມ່ສອງຢ່າງ ທີ່ຖືກພິມໃນວາຣະສານ Nature ໄດ້ວິເຄາະ DNA ຂອງຫມາທີ່ເກົ່າແກ່ທີ່ສຸດ ທີ່ເຄີຍຖືກກູ້ຄືນ, ແລະພົບວ່າ ຫມາໄດ້ອາສັຍຢູ່ຄຽງຂ້າງມະນຸດ ປະມານ 16,000 ປີກ່ອນ-ນັ້ນກໍແມ່ນ ກ່ອນການປູກຝັງ ແລະດົນນານ ກ່ອນຈະມີການສ້າງຕັ້ງເມືອງ.

ການຂາດແຄນອາຫານຍ້ອນສົງຄາມຕາເວັນອອກກາງ. 02.04.2026

ສົງຄາມໃນຕາເວັນອອກກາງ, ແລະການປິດ Strait of Hormuz ໄດ້ກໍ່ໃຫ້ເກີດ ວິກິດທາງພະລັງງານ ທີ່ສໍາຄັນທີ່ສຸດ ໃນຫລາຍສິບປີຜ່ານມາ. ແຕ່ນ້ຳມັນ ແລະແກັສ ບໍ່ໄດ້ເປັນພຽງຊັບພະຍາກອນ ສໍາຄັນຢ່າງດຽວເທົ່ານັ້ນ ທີ່ໄດ້ຮັບຜົນກະທົບ. ສົງຄາມ ຍັງໄດ້ທໍາລາຍການຂົນສົ່ງຂອງປຸ໋ຍ ຈາກຕາເວັນອອກກາງ, ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຜົນກະທົບ ຕໍ່ການຜລິດອາຫານ ໃນທ້ອງຖິ່ນ ແລະຄວາມຫມັ້ນຄົງດ້ານອາຫານ.

ວິກິດດ້ານພະລັງງານ ຈາກສົງຄາມຕາເວັນອອກກາງ. 26.03.2026

ຫນ່ວຍງານ ພະລັງງານນາໆຊາດ (The International Energy Agency) ເຕືອນວ່າ ຜູ້ນໍາຂອງໂລກ ອາດບໍ່ຮູ້ເຖິງຄວາມເລິກຊຶ້ງ ຂອງວິກິດທາງພະລັງງານ ທີ່ກໍາລັງເກີດຂຶ້ນ, ໃນຂນະທີ່ສົງຄາມ ຂອງສະຫະຣັດອາເມຣິກາ ກັບ Iran ກໍາລັງຮຸນແຮງຂຶ້ນ. ຕລາດມີປະຕິກິຣິຍາໃນທາງບວກ ຕໍ່ການປະກາດ ຂອງປະທານາທິບໍດີສະຫະຣັດອາເມຣິກາ, Donald Trump, ໃນຄືນທີ່ຜ່ານມາ ວ່າ Iran ແລະອາເມຣິກາ ກໍາລັງເຈຣະຈາຂໍ້ຕົກລົງ. ແຕ່ Iran ໄດ້ທໍາລາຍການເບິ່ງໂລກໃນແງ່ດີໃນທັນທີ, ດ້ວຍການ...

ຜົນກະທົບຂອງສົງຄາມໃນຕາເວັນອອກກາງ 26.03.2026

ຕອນນີ້ ໂຄງສ້າງພື້ນຖານດ້ານພະລັງງານ ຕົກເປັນເປົ້າໝາຍ ຂອງການຂັດແຍ້ງລະຫວ່າງ Iran, ອິດສະຣາເອລ ແລະສະຫະຣັດອາເມຣິກາ, ພ້ອມດ້ວຍການໂຈມຕີໂຮງງານນ້ຳມັນ ແລະແກັສທົ່ວເຂດອ່າວ, ຊຶ່ງກໍ່ໃຫ້ເກີດຄວາມຢ້ານກົວ ກ່ຽວກັບສົງຄາມໃນວົງກວ້າງ ແລະຄວາມຕົກຕະລຶງ ທາງເສດຖະກິດທົ່ວໂລກ.

ການນຳໃຊ້ຢາປິ່ນປົວ HIV ຊະນິດໃຫມ່ ໃນອາຟຣິກາ 26.03.2026

ຢາປິ່ນປົວ HIV ຊະນິດໃຫມ່ ຖືກພັດທະນາໂດຍ Gilead Sciences ໃນ California, ການເລີ້ມນຳໃຊ້ Lenacapavir ໃນປະເທດທີ່ມີຄວາມສ່ຽງສູງ ກໍາລັງຖືກສນັບສນູນ ຜ່ານແຜນສຸກເສີນຂອງ Emergency Plan for AIDS Relief ຫຼື PEPFAR ຂອງປະທານາທິບໍດີສະຫະຣັດອາເມຣິກາ, ໂດຍຮ່ວມມືກັບ the Global Fund. Zimbabwe ເປັນປະເທດທໍາອິດ ທີ່ເປີດໃຊ້ບໍຣິການ. ຜູ້ຊ່ຽວຊານກ່າວວ່າ ຕ້ອງໃຊ້ຢາ ພຽງແຕ່ປີລະສອງເທື່ອເທົ່ານັ້ນ.

ນິທັດສະການຖາວອນແຫ່ງໃຫມ່ຂອງ Pompeii 26.03.2026

ນິທັດສະການຖາວອນແຫ່ງໃຫມ່ ຢູ່ໃນເມືອງ Pompeii ຂອງໂຣມັນໂບຮານ ໄດ້ສະແດງໃຫ້ເຫັນ ຮູບພາບທີ່ຫນ້າປະທັບໃຈ ໃນຕອນທີ່ພູເຂົາໄຟລະເບີດຄັ້ງໃຫຍ່ ຊຶ່ງທໍາລາຍເມືອງໃນປີ ຄ.ສ. 79. ຊາກສົບຂອງຜູ້ອາສັຍຢູ່ໃນເມືອງ ຫລາຍກວ່າ 20 ຊາກ ຈະຖືກຈັດສະແດງ ໃນນິທັດສະການ, ພ້ອມກັບການຄົ້ນພົບອື່ນໆ ເຊັ່ນພືດ ແລະອາຫານ ທີ່ຖືກຝັງໄວ້ຢູ່ໃຕ້ຂີ້ເຖົ່າ ແລະ Lava ຫຼາຍແມັດ ເປັນເວລາຫລາຍສັດຕະວັດ.

ອາເມຣິກາຖືກປະຕິເສດການຮ່ວມສົງຄາມຕາເວັນອອກກາງ. 20.03.2026

ປະທານາທິບໍດີສະຫະຣັດອາເມຣິກາ ກໍາລັງເຈຣະຈາ ກັບປະເທດທີ່ເພິ່ງພານ້ຳມັນ ໃນຕາເວັນອອກກາງ, ຫລັງຈາກໄດ້ຮຽກຮ້ອງ ໃຫ້ຫລາຍປະເທດ ສົ່ງກໍາປັ່ນຮົບ ໄປເປີດ Strait of Hormuz ຄືນອີກ. ແຕ່ພັນທະມິດໃນຢູໂຣບ ຮວມທັງ NATO ກໍບໍ່ໄດ້ສະແດງທ່າທີວ່າຈະເຂົ້າຮ່ວມ. ນອກຈາກນັ້ນ, ຈີນຍັງອອກມາກ່າວຕໍ່ຕ້ານສົງຄາມອີກ. ໃນຂນະທີ່ລາຄານ້ຳມັນທົ່ວໂລກ ໄດ້ເພີ່ມຂຶ້ນ 40 ເຖິງ 50 ເປີເຊັນ.

ຜູ້ນໍາຄົນໃໝ່ຂອງພັກ Nationals. 20.03.2026

ຫລັງຈາກການລາອອກຈາກຕໍາແຫນ່ງຂອງ David Littleproud, Matt Canavan ສະມາຊິກສະພາສູງ ຈາກ Queensland ໄດ້ຖືກເລືອກໃຫ້ເປັນຜູ້ນໍາຂອງພັກ Nationals ຄົນໃໝ່ ໂດຍມີ Darren Chester ເປັນຜູ້ຮອງ. Mr Littleproud ກ່າວວ່າ ລາວເຊື່ອວ່າ ມັນເຖິງເວລາແລ້ວ ທີ່ຈະປ່ຽນໄປຫາຜູ້ນໍາຄົນໃຫມ່, ແຕ່ຍັງຢືນຢັນວ່າ ລາວຈະຢູ່ຕໍ່ໄປ ໃນຕໍາແຫນ່ງຜູ້ແທນ ຂອງເຂດເລື້ອກຕັ້ງ Maranoa.

ໂຄງການຕໍ່ຕ້ານຄວາມກຽດຊັງອິສລາມ. 20.03.2026

ຂໍ້ມູນຂອງກະຊວງພາຍໃນຂອງອັງກິດ ສະແດງໃຫ້ເຫັນວ່າ 45 ເປີເຊັນ ຂອງອາດຊະຍາກັມ ຈາກຄວາມກຽດຊັງ ທາງສາສນາທັງໝົດ ໃນປະເທດອັງກິດ ແມ່ນເຈາະຈົງໃສ່ຊາວມູສລິມ-ຫລາຍກວ່າ ກຸ່ມສາສນາອື່ນໆ. ອັດຕາການເພີ່ມຂຶ້ນແມ່ນ 19 ເປີເຊັນ-ໃນໄລຍະ 12 ເດືອນຈົນເຖິງເດືອນມິນາ ປີ 2025. ແຕ່ມີສອງພໍ່ລູກທີ່ໄດ້ເລີ້ມການຣົນນະຣົງ ຕໍ່ຕ້ານຄວາມກຽດຊັງອິສລາມ ດ້ວຍ cupcakes.

How public and community housing works in Australia - ທີ່ຢູ່ອາສັຍ ສາທາຣະນະ ແລະຊຸມຊົນ ທໍາງານແນວໃດ ໃນອອສເຕຣເລັຍ. 20.03.2026

In Australia, government-subsidised rental housing is available for eligible households. Assessment is based on need under criteria that vary depending on your state or territory. Here’s what to expect when applying for different types of housing assistance, some common myths around social housing and where to reach out for help. - ໃນປະເທດອອສເຕຣເລັຍ. ມີເຮືອນເຊົ່າ ທີ່ຣັດຖະບານຊ່ວຍເຫຼືອ ສໍາລັບຄອບຄົວທ...

ໂຄງການເຮືອນເຊົ່າລາຄາຖືກຂອງ Austria. 18.03.2026

ໃນຂນະທີ່ຄ່າເຊົ່າເຮືອນ ໃນອອສເຕຣເລັຍໄດ້ສູງຂຶ້ນເລືອຍໆ, ແຕ່ມີເມືອງໜຶ່ງໃນຢູໂຣບ ທີ່ມີຮູບແບບຂອງທີ່ຢູ່ອາສັຍ ທາງສັງຄົມ(Social Housing) ທີ່ມີອາຍຸນັບສັດຕະວັດ, ຊຶ່ງເປັນທີ່ຢູ່ອາສັຍຂອງ 50ເປີເຊັນ ຂອງພົນລະເມືອງ ແຕ່ການເຂົ້າເຖິງທີ່ຢູ່ອາສັຍໃນຮູບແບບນັ້ນບໍ່ແມ່ນເລື້ອງງ່າຍສຳລັບ ຜູ້ທີ່ບໍ່ມີສິດ ເຊັ່ນຜູ້ອົບພະຍົບ ແລະຜູ້ລີ້ພັຍ-ຜູ້ສນັບສນູນກ່າວວ່າ, ບາງຄົນກໍຍັງຕົກອອກຈາກລະບົບ ແລະຕ້ອງອາສັຍລະບົບເອກກະຊົນຊຶ່ງມີລາຄາແພງກວ່າຫຼາຍເທົ່າ.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.