SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ການປະຕິຮູບ NDIS. 18.06.2026 9:07
ໃນຂນະທີ່ ການເຈຣະຈາກ່ຽວກັບ NDIS ຍັງດໍາເນີນຕໍ່ໄປ, ຜູ້ເຂົ້າຮ່ວມໃນ NDIS ກໍາລັງປະເຊີນກັບ ການລໍຖ້າດ້ວຍຄວາມກັງວົນ, ພ້ອມດ້ວຍແຜນການນີ້ ກຳໜົດໃຫ້ມີການດັດແປງຄັ້ງໃຫຍ່, ຮວມທັງການຕັດງົບປະມານ ຢ່າງຫລວງຫລາຍ. ພັກ Greens ຕ້ອງການເວລາຫລາຍຂຶ້ນ ທີ່ຈະກວດສອບການປ່ຽນແປງໂຄງສ້າງ ແລະການຕັດ NDIS, ສ່ວນ the Coalition ມີຄວາມສົນໃຈ ທີ່ຈະສະແດງຄວາມເປັນຫ່ວງ ກ່ຽວກັບ Negative Gearing, ການຫລຸດພາສີກຳໄລ ຈາກການລົງທຸນ (the Capital Gains Tax Di...
ການຕໍ່ຕ້ານພາສີໃໝ່ຂອງ ອາເມຣິກາ 11.06.2026 7:04
ສະຫະຣັດອາເມຣິກາ ໄດ້ສເນີການເກັບພາສີໃຫມ່ ຕໍ່ຄູ່ຄ້າ 60 ປະເທດ, ຮວມທັງອອສເຕຣເລັຍ, ໂດຍກ່າວຫາວ່າ ເຂົາເຈົ້າລົ້ມເຫຼວ ໃນການກຳໜົດ ແລະໃຊ້ແຮງງານບັງຄັບ ໃນສາຍໂສ້ສິນຄ້າ ຂອງເຂົາເຈົ້າ. ອອສເຕຣເລັຍກ່າວວ່າ ພາສີເຫລົ່ານີ້ຜິດ, ບໍ່ຍຸດຕິທັມ, ບໍ່ມີເຫດຜົນ, ແລະມັນບໍ່ແມ່ນການກະທໍາຂອງປະເທດ ທີ່ເປັນມິດ. ນາຍົກຣັດຖະທົນຕີ, Anthony Albanese, ກ່າວວ່າ ການເກັບພາສີເທື່ອສຸດທ້າຍ ແມ່ນເກີດຈາກ "ຄວາມຂັດແຍ່ງທາງອຸດົມການ".
ການບໍຣິການຈັດຫາວຽກໃໝ່ 11.06.2026 9:40
ພາຍໃຕ້ລະບົບການບໍຣິການຈັດຫາວຽກປະຈຸບັນ, ຊາວອອສເຕຣເລັຍ ຫລາຍກວ່າຫນຶ່ງລ້ານຄົນ ທີ່ຊອກຫາວຽກ ຕ້ອງໄດ້ພົບກັບຜູ້ໃຫ້ບໍຣິການ ຈັດຫາວຽກເອກກະຊົນ ພາຍໃຕ້ໂຄງການ 2 ພັນລ້ານໂດລາຕໍ່ປີ. ແຕ່ລະບົບຖືກວິຈານຢ່າງຫນັກວ່າ ບໍ່ຍຸດຕິທັມ ແລະເປັນການລົງໂທດ, ພ້ອມດ້ວຍການຮ້ອງຮຽນເປັນປະຈໍາ ກ່ຽວກັບການລະງັບສວັດດີການ ທີ່ບໍ່ເປັນທັມ ແລະຜູ້ໃຫ້ບໍຣິການ ທີ່ຂັບເຄື່ອນດ້ວຍຜົນກຳໄລ. ສຳລັບ ຜູ້ຊ່ຽວຊານ ກ່າວວ່າ ໃນລະບົບໃໝ່ນັ້ນ ການປ່ຽນແປງ ບໍ່ໄດ້ມີຫຍັງຫຼາຍກວ່າ...
ການຕາຍຜູ້ຮັກສາສັນຕິພາບໃນ Lebanon. 11.06.2026 8:12
Hezbollah ໄດ້ປະຕິເສດຂໍ້ຕົກລົງ ການຢຸດຍິງຄັ້ງໃຫມ່ ລະຫວ່າງອິດສຣາເອລ ແລະ Lebanon. ຜູ້ນໍາຂອງກຸ່ມ ທີ່ສນັບສນູນໂດຍ Iran ກ່າວວ່າ ເງື່ອນໄຂດັ່ງກ່າວ ໄດ້ຖືກຕໍ່ຮອງກັນ ໃນການເຈຣະຈາທີ່ເຂົາເຈົ້າບໍ່ໄດ້ເຂົ້າຮ່ວມ-ແລະມັນກໍເທົ່າກັບ ການຍອມຈຳນົນຂອງ Hezbollah.
ເຫດການແຜ່ນດິນໄຫວໃນ Philippines. 11.06.2026 7:23
ເກີດເຫດການແຜ່ນດິນໄຫວໃນ Philippines ຂນາດ 7.8 ຊຶ່ງກໍ່ໃຫ້ເກີດ Tsunami ສູງຫນຶ່ງແມັດເມື່ອ ວັນຈັນ 8 ມິຖຸນາ. ລາຍງານກ່າວວ່າມີຜູ້ເສັຍຊີວິດຢ່າງຫນ້ອຍ 35 ຄົນ ແລະ 12 ຄົນສູນຫາຍ. ຄຳເຕືອນ Tsunami ກໍມີຂຶ້ນບໍ່ດົນ ຫລັງຈາກການສັ່ນສະເທືອນເທື່ອທໍາອິດ-ຄຳເຕືອນ ໄດ້ຖືກສົ່ງອອກໄປທົ່ວເຂດປາຊີຟິກ, ຈົນເຖິງປະເທດຍີ່ປຸ່ນ ແລະໄຕ້ຫວັນ.
ຄື້ນຄວາມຮ້ອນກ່ອນລະດູ ໃນຢູໂຣບ. 03.06.2026 7:27
ຢູໂຣບຕາເວັນຕົກສ່ວນໃຫຍ່ ກຳລັງປະເຊີນກັບຄື້ນຄວາມຮ້ອນ ກ່ອນລະດູ, ຊຶ່ງນໍາໄປສູ່ການເຕືອນ ເລື່ອງສຸຂະພາບທົ່ວທະວີບ. ຜູ້ຊ່ຽວຊານດ້ານສະພາບອາກາດກ່າວວ່າ ລະດູໃບໄມ້ປົ່ງ ທີ່ຮ້ອນອົບເອົ້າເຫລົ່ານີ້ ຈະກາຍເປັນເລື່ອງທັມມະດາຫລາຍຂຶ້ນ ໃນຫລາຍປີຂ້າງຫນ້າ, ຊຶ່ງເປັນຄວາມທ້າທາຍອັນໃຫຍ່ຫລວງ ສໍາລັບຣັດຖະບານ. ແຕ່ Stephen Dixon ຈາກຫນ່ວຍງານບໍຣິການສະພາບອາກາດ ຂອງປະເທດອັງກິດ, ທີ່ຮູ້ຈັກກັນໃນນາມ the Met Office, ກ່າວວ່າ ມັນໄວເກີນໄປ ທີ່ຈະບອກວ່າ...
ການອົດອາຫານປະທ້ວງຕໍ່ ICE. 03.06.2026 9:23
ຜູ້ຄົນຫລາຍຮ້ອຍຄົນ ໃນສູນກັກກັນຜູ້ອົບພະຍົບ ໃນຣັດ New Jersey ຂອງສະຫະຣັດອາເມຣິກາ ກໍາລັງອົດອາຫານປະທ້ວງ, ສະພາບທີ່ເຮິະຮ້າຍ ພາຍໃນອາຄານ Delaney Hall ແລະເຈົ້າໜ້າທີ່ ປະຕິບັດຕໍຜູ້ຖືກຄຸມຂັງ. ແຕ່ Department of Homeland Security ກ່າວວ່າ ບໍ່ມີສະພາບທີ່ບໍ່ດີ ຫລືການລະເມີດໃດໆ ຢູ່ທີ່ສະຖານທີ່ນັ້ນ.
ທາງເລືອກຂອງງົບປະມານຂອງຝ່າຍຄ້ານ. 03.06.2026 11:13
ໃນຄໍາຕອບ ເລື່ອງງົບປະມານຂອງລາວ, Tim Wilson ໄດ້ກ່າວຫາ ພັກLabor ວ່າ ໂຈມຕີຄວາມທະເຍີທະຍານ, ແລະໄດ້ແຈກແຈງ ວິສັຍທັດ(Vision) ຂອງພັກ Liberal. ແຕ່ ອະດີດນາຍົກຣັດຖະມົນຕີ, Paul Keating, ໄດ້ສນັບສນູນການປ່ຽນແປງ ທີ່ສເນີໂດຍພັກ Labor. ສ່ວນ The Coalition ກໍາລັງສເນີໃຫ້ຕັດການຍ້າຍຖິ່ນຖານລົງຢ່າງຫລາຍ ໂດຍຜູກຈຳນວນຜູ້ຄົນ ທີ່ເຂົ້າມາໃນປະເທດ ນັ້ນຂຶ້ນຢູ່ກັບການສ້າງທີ່ຢູ່ອາສັຍໃຫມ່.
ການສແວງບຸນ Hajj ຂອງຊາວມຸສລິມ 03.06.2026 7:51
Hajj ເປັນການການສແວງບຸນປະຈໍາປີ ທີ່ຊາວມູສລິມຫລາຍລ້ານຄົນ ທີ່ເຮັດດ້ວຍເຈດຕະນາ ທີ່ຈະປະກອບພິທີກັມທາງສາສນາ ດັ່ງທີ່ສາດສະດາ Mohammad ຂອງ Islam ໄດ້ສອນແກ່ຜູ້ຕິດຕາມຂອງລາວເມື່ອ 14 ສັດຕະວັດກ່ອນ. ແຕ່ Hajj ປີນີ້ມີຂຶ້້ນທ່າມກາງການຂັດແຍ້ງ ຫລະຫວ່າງ Iran, ອິດສະຣາເອລ ແລະ ສະຫະຣັດອາເມຣິກາ, ພ້ອມດ້ວຍການຢຸດຍິງ ທີ່ບໍ່ແນ່ນອນ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບຄວາມຫມັ້ນຄົງ ໃນພູມີພາກໃນວົງກວ້າງ ພ້ອມທັງູຄ່າຄອງຊີບທີ່ສູງຂຶ້ນຍ້ອນຜົນຂອ...
ຄວາມຮ້າຍແຮງຂອງການລະບາດຂອງ Ebola 28.05.2026 6:34
ອົງການອະນາມັຍໂລກກ່າວວ່າ ການລະບາດຂອງອີໂບລາ (Ebola) ທີ່ແພ່ລະບາດ ໄປທົ່ວພາກຕາເວັນອອກຂອງ Congo ໄປຫາປະເທດ Uganda ທີ່ໃກ້ຄຽງ ອາດຮ້າຍແຮງກວ່າ ທີ່ລາຍງານຢ່າງເປັນທາງການ. ແຕ່ປະຊາຊົນກໍຍັງພະຍາຍາມດໍາເນີນຊີວິດປະຈໍາວັນຕໍ່ໄປ ທ່າມກາງຄວາມຢ້ານກົວທີ່ເພີ່ມຂຶ້ນ ວ່າການລະບາດ ກໍາລັງແພ່ລາມອອກໄປ ເກີນກວ່າທີ່ຈະຄວບຄຸມໄດ້.
ການລະບາດຂອງ Ebola ໃນ Africa. 28.05.2026 8:39
ອົງການອະນາມັຍໂລກ (The World Health Organisation) ໄດ້ປະກາດວ່າ ມີການລະບາດຄັ້ງໃໝ່ຂອງ Ebola ໃນປະເທດ Congo ແລະ Uganda ເປັນເລື່ອງສຸກເສີນ ດ້ານສາທາຣະນະສຸກ ທີ່ນາໆຊາດມີຄວາມວິຕົກກັງວົນ ເພາະນອກຈາກ3ຣກນີ້ແລ້ວ ກໍຍັງມີປັນຫາເລື້ອງຄວາມບໍ່ສງົບພານໃນນຳອີກ. ແຕ່ກຸ່ມແນວຮ່ວມກະບົດ AFC-M23 Congo River alliance ກ່າວວ່າ ທຸກສິ່ງທຸກຢ່າງຢູ່ພາຍໃຕ້ການຄວບຄຸມ.
ການປະຊຸມລະຫວ່າງ Trump ແລະ Xi 28.05.2026 8:26
ການຢ້ຽມຢາມຂອງ Trump ຄັ້ງນີ້ເປີດເຜີຍ ເຖິງການດຳເນີນການຢ່າງລະມັດລະວັງ ແລະລະອຽດອ່ອນ ທີ່ທັງສອງມະຫາອໍານາດຕ້ອງປະເຊີນ, ໂດຍທີ່ Taiwan, ຄວາມເຄັ່ງຕຶງທາງການຄ້າ ແລະທາງທະຫານ ຍັງມີທ່າທີ່ວ່າ ຈະທໍາລາຍຄວາມສໍາພັນ ລະຫວ່າງ Washington ແລະ Beijing. ເຖິງແມ່ນຈະມີຂັດແຍ່ງ, ທັງ Washington ແລະ Beijing ໄດ້ໃຊ້ເວລາຂອງການຢ້ຽມຢາມ ເພື່ອສະແດງໃຫ້ເຫັນວ່າ ຄວາມສໍາພັນນັ້ນ ຍັງສາມາດຈັດການໄດ້ ແລະການແຂ່ງຂັນ ລະຫວ່າງອາເມຣິກາ ແລະຈີນ ບໍ່ຈໍາເປັນ...
Tips to manage financial stress | Fuel in Focus - Tips to manage financial stress | Fuel in Focus 28.05.2026 7:12
Australia's petrol and diesel prices remain under pressure. The RBA’s decision to hike the cash rate this month is adding to the financial strain facing many households. We look at some free and independent support services that are available to help people manage financial stress. - ລາຄານ້ຳມັນ ແລະນ້ຳມັນ Diesel ຂອງອອສເຕຣເລັຍຍັງຢູ່ໃນຄວາມກົດດັນ. ການຕັດສິນໃຈຂອງ RBA ທີ່ຈະຍົກລະດັບອັດຕາເງິນໃນເດືອນນີ້ ກໍ...
ການຢ້ຽມຢາມປະເທດຈີນຂອງ Donald Trump 20.05.2026 7:19
ໃນ ການຢ້ຽມຢາມປະເທດຈີນຂອງ Donald Trumpຄັ້ງນີ້, ນອກຈາກ ພາສີການຄ້າ ແລະສົງຄາມໃນຕາເວັນອອກກາງ ເປັນຫົວຂໍ້ສໍາຄັນແລ້ວ, ຍັງດຶງດູດຄວາມສົນໃຈຢ່າງຫລາຍ ໃນປະເທດຈີນ ໂດຍສະເພາະ ກ່ຽວກັບການຜລິດ ແລະການຄ້າກັບ ອາເມຣິກາ. ນັກວິຈັຍຝ່າຍ China Studies ຢູ່ທີ່ມະຫາວິທະຍາລັຍ Australian National University, ກ່າວວ່າ ປະເທດຈີນ ຢາກເວົ້າກ່ຽວກັບສົງຄາມຄືກັນ, ແຕ່ອາດໄປໄກກວ່າ ຄວາມຂັດແຍ້ງ.
Trump ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງ Gulf countries 20.05.2026 7:32
Donald Trump ກ່າວວ່າ ລາວໄດ້ເລື່ອນການໂຈມຕີ Iran ຕາມຄຳຂໍຮ້ອງຈາກປະເທດໃນອ່າວ (Gulf countries) ແຕ່ກໍຍັງ ກ່າວວ່າ ກອງທັບອາເມຣິກາ ຍັງຕຽມພ້ອມທີ່ຈະເດີນໜ້າໂຈມຕີ Iran ຕໍ່ໄປຢ່າງເຕັມທີ່ ຖ້າຫາກບໍ່ບັນລຸຂໍ້ຕົກລົງ. ສ່ວນຝ່າຍ Iran ກ່າວວ່າ ການເວົ້າລົມກັບWashington ແລະຄວາມພະຍາຍາມ ທີ່ຈະບັນລຸຂໍ້ຕົກລົງນັ້ນ ບໍ່ໄດ້ຫມາຍຄວາມວ່າ Iran ຢູ່ໃນຕໍາແຫນ່ງທີ່ອ່ອນແອ. ໃນຂນະດຽວກັນTehran ໄດ້ໃຊ້ການຄວບຄຸມການຄ້າທາງນ້ຳ ທີ່ສໍາຄັນໄປສູ່ອ່າວ, ຊຶ່ງ...
ງົບປະມານແຫ່ງຊາດປີ 2026 15.05.2026 10:13
ງົບປະມານປີນີ້ຖືກເອີ້ນວ່າ 'ເສັ້ນທາງທີ່ຍາກລໍາບາກ ຂອງການປະຕິຮູບ'. ງົບປະມານນີ້ ເປັນການຈໍາກັດການໃຊ້ຈ່າຍ, ຫລັງຈາກຄຳເຕືອນ ຈາກນັກເສດຖະກິດ ແລະຜູ້ອຳນວຍການ ຂອງທະນາຄານກາງ (Reserve Bank) Michele Bullock ວ່າ ການໃຊ້ຈ່າຍເງິນ ຈະເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ ແລະສ່ຽງຕໍ່ການເພີ່ມຂຶ້ນ ຂອງອັດຕາດອກເບັ້ຍອີກ. ຣັດຖະມົນຕີກະຊວງການຄັງກ່າວວ່າ ທາງເລືອກໃນງົບປະມານປີນີ້ ມີຄວາມຈໍາເປັນ.
ການເລືອກຕັ້ງສ້ອມ (By-election)ໃນເຂດ Farrer. 15.05.2026 6:40
David Farley ຜູ້ລົງສມັກຂອງ One Nation ໄດ້ຮັບໄຊຊນະໃນການເລືອກຕັ້ງສ້ອມ (By-election) ໃນເຂດ Farrer ຊຶ່ງຜູ້ຊ່ຽວຊານກ່າວວ່າ ພັກທີ່ປະຊາຊົນນິຍົມ ເປັນພະລັງທີ່ແຂງແຮງ, ໂດຍສະເພາະໃນເຂດພູມີພາກ. Pauline Hanson ຜູ້ນໍາຂອງ One Nation ໄດ້ບອກ Channel 9 ວ່າການເລືອກຕັ້ງຄັ້ງນີ້ ຈະເປັນຈຸດປ່ຽນສໍາລັບອອສເຕຣເລັຍ, ເພາະນີ້ຈະເປັນບ່ອນນັ່ງທຳອິດຂອງ One Nation ທີ່ໄດ້ຮັບໄຊຊະນະ ໃນສະພາຕ່ຳ.
ການເຈຣະຈາສັນຕິພາບໃນຕາເວັນອອກກາງ 15.05.2026 7:48
ປະທານາທິບໍດີ Donald Trump ໄດ້ໃຫ້ຄວາມຫວັງອີກ ວ່າສະຫະຣັດອາເມຣິກາ ແລະ Iran ກໍາລັງເຂົ້າໃກ້ການຕົກລົງເທື່ອທໍາອິດ ທີ່ຈະຍຸດຕິສົງຄາມ ໃນຕາເວັນອອກກາງ ພ້ອມທັງກ່າວວ່າ ຖ້າຫາກເຂົາເຈົ້າບໍ່ເຫັນພ້ອມ-ການຖິ້ມລະເບີດ ກໍຈະເລີ່ມຕົ້ນໃຫມ່. ແຕ່ Jessica Genauer ຈາກສະຖາບັນ ນະໂຍບາຍສາທາຣະນະ ກ່າວວ່າ ສອງປະເທດຍັງຢູ່ໃນທາງຕັນ.
Hantavirus ແມ່ນຫຍັງ? 15.05.2026 7:06
Hantavirus ເປັນເຊື້ອໄວຣັສຊະນິດຫນຶ່ງ ທີ່ມີໜູເປັນໂຕແພ່ເຊື້ອເປັນສ່ວນໃຫຍ່ ແຕ່ກໍສາມາດຖ່າຍທອດໄປສູ່ມະນຸດໄດ້. ຕອນນີ້ມີການພົບເຈັດກໍຣະນີຂອງ Hantavirus ທີ່ຮ້າຍແຮງ ໃນການລະບາດທີ່ໜ້າສົງສັຍ ຢູ່ໃນເຮືອທ່ອງທ່ຽວ ຢູ່ນອກຝັ່ງອາຟຣິກາຕາເວັນຕົກ. ແລະໃນອອສເຕຣເລັຍ, ບໍ່ມີການລາຍງານ ເຖິງກໍຣະນີຕິດເຊື້ອຂອງມະນຸດ.
ອາເມຣິກາ ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz. 08.05.2026 8:47
ປະທານາທິບໍດີ Donald Trump ໄດ້ເປີດເຜີຍລາຍລະອຽດເລັກນ້ອຍ ກ່ຽວກັບແຜນ ທີ່ລາວເອີ້ນວ່າ Project Freedom, ໂດຍກ່າວວ່າ ມັນເປັນການເຄື່ອນໄຫວ ດ້ານມະນຸດສະທັມ ໂດຍໄດ້ປະກາດແຜນການ ທີ່ຈະນໍາທາງເຮືອທີ່ຄ້າງຢູ່ໃນ Strait of Hormuz. ໃນຂນະດຽວກັນ, Iran ໄດ້ສົ່ງຂໍ້ ສເນີ 14 ຂໍ້ຕໍ່ສະຫະຣັດອາເມຣິກາ ເພື່ອຮຽກຮ້ອງ ໃຫ້ຍຸດຕິການສູ້ຮົບຢ່າງຖາວອນ ແລະຖອນກອງກຳລັງ ຂອງສະຫະຣັດອາເມຣິກາ ອອກຈາກພູມິພາກທັງໝົດ.
ການຖອນໂຕອອກຈາກ OPEC ຂອງ UAE 08.05.2026 8:14
United Arab Emirates ໄດ້ປະກາດວ່າ ມັນຈະອອກຈາກອົງການຂອງປະເທດສົ່ງອອກນ້ຳມັນ (the Organization of the Petroleum Exporting Countries) ຫຼື OPEC-ຕັ້ງແຕ່ເດືອນພຶດສະພາ. ນັກວິເຄາະກ່າວວ່າ ການຕັດສິນໃຈນັ້ນ ສະທ້ອນເຖິງຄວາມແຕກແຍກທີ່ເພີ່ມຂຶ້ນກັບ Saudi Arabia, ແລະຄວາມສໍາພັນທີ່ເຂັ້ມແຂງ ກັບສະຫະຣັດອາເມຣິກາ.
ວັນຄົບຮອບ 40 ປີ ຂອງພັຍພິບັດທີ່ Chernobyl 08.05.2026 4:56
ໃນວັນຄົບຮອບ 40 ປີ ຂອງພັຍພິບັດນິວເຄລັຍ Chernobyl, ປະທານາທິບໍດີ Ukraine, Volodymyr Zelenskyy ແລະປະທານາທິບໍດີ ຂອງ Moldova, Maia Sandu, ໄດ້ພົບກັນທີ່ Kyiv. ຜູ້ນຳທັງສອງໄດ້ກ່າວປະນາມພຶດຕິກັມຂອງຣັສເຊັຍກ່ຽວກັບສົງຄາມທີ່ກຳລັງດຳເນີນຢູ່ໃນ Ukraine.
ການລະເມີດຄວາມປອດພັຍ ໃນງານຂອງ White House 08.05.2026 7:11
ມີການລ່ວງລະເມີດຄວາມປອດພັຍຄັ້ງໃຫຍ່ ໃນງານລ້ຽງອາຫານຄ່ຳ ຂອງຜູ້ສື່ຂ່າວຂອງ White House, ໂດຍທີ່ຜູ້ຕ້ອງສົງສັຍ ຈະປາກົດໂຕໃນສານ. ການສືບສວນກໍຍັງດຳເນີນຕໍ່ໄປ ໃນຂນະທີ່ Trump ໄດ້ສວຍໂອກາດໃຊ້ ເຫດການນັ້ນ ເປັນຜົນປໂຍດທາງການເມືອງຂອງລາວຢ່າງໄວ ພ້ອມທັງກ່າວວ່າ ເຫດການນັ້ນ ສະແດງໃຫ້ເຫັນເຖິງຄວາມຈໍາເປັນ ທີ່ຈະສ້າງຫ້ອງເຕັ້ນລໍາ ທີ່ເປັນເລື້ອງໂຕ້ຖຽງກັນຂອງລາວ ຢູ່ທີ່ White House.
ຄວາມລົ້ມເຫຼວໃນການເຈຣະຈາ ສັນຕິພາບໃນຕາເວັນອອກກາງ 30.04.2026 9:22
ການເຈຣະຈາ ລະຫວ່າງສະຫະຣັດອາເມຣິກາ ແລະ Iran ລົ້ມເຫລວ ຫລັງຈາກປະທານາທິບໍດີ Donald Trump ໄດ້ປະກາດໃນວັນອາທິດ ວ່າຈະຍົກເລີກການເດີນທາງ ຂອງອັກຄະທູດໄປ Pakistan. Iran ຍັງໄດ້ປະຕິເສດ ການເຈຣະຈາໂດຍກົງ ກັບສະຫະຣັດອາເມຣິກາ, ດ້ວຍຄວາມສົງສັຍ ໃນຄໍາຫມັ້ນສັນຍາຂອງເຂົາເຈົ້າ ໃນການແກ້ໄຂທາງການທູດ, ໃນຂນະທີ່ ເຂົາເຈົ້າຮຽກຮ້ອງ ໃຫ້ຢຸດການໂຈມຕີ ຂອງອິດສະຣາເອລໃນ Lebanon.
ການເຈຣະຈາກ່ຽວກັບ LEBANON. 30.04.2026 7:46
ການເຈຣະຈາສັນຕິພາບໃນ ເລບານອນ ກຳລັງດຳເນີນຕໍ່ໄປ ໃນຂນະທີ່ Hezbollah ໄດ້ເນັ້ນຫນັກ ເຖິງການຄັດຄ້ານຂອງຕົນ ຕໍ່ການເຈຣະຈາແບບຫນ້າຕໍ່ຫນ້າ ເມື່ອບໍ່ດົນມານີ້, ໂດຍຮຽກຮ້ອງ ໃຫ້ເລບານອນ ຖອນຕົວອອກຈາກການຕິດຕໍ່ໂດຍກົງ ກັບອິດສະຣາເອລ ໃນທຸກຮູບແບບ. ໃນຂນະດຽວກັນ, Trump ກ່າວວ່າ ການເຈຣະຈາລະດັບຜູ້ນໍາ ຈະມີຫລາຍຂຶ້ນໃນອາທິດຕໍ່ໄປ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.