SBS

SBS Lao - SBS ພາ​ສາ​ລາວ

News LO ↓ 779 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ຜົນກະທົບຂອງໄຟໄໝ້ປ່າໃນ Canada. 23.07.2026

ໄຟປ່າຫລາຍຮ້ອຍຈຸດໃນ Canada ໄດ້ກໍ່ໃຫ້ເກີດລະດັບຄຸນນະພາບອາກາດ ທີ່ອັນຕະຣາຍທົ່ວປະເທດ ແລະສ່ວນໃຫຍ່ ຂອງສະຫະຣັດອາເມຣິກາ. ຄຸນນະພາບອາກາດ ໄດ້ຫລຸດລົງສູ່ລະດັບອັນຕະຣາຍ ໃນພາກຕ່າງໆຂອງອາເມຣິກາເຫນືອ, ໃນຂນະທີ່ເຈົ້າຫນ້າທີ່ ແລະຜູ້ຊ່ຽວຊານດ້ານສຸຂະພາບ ຊຸກຍູ້ຜູ້ອາສັຍ ໃຫ້ຫລີກເວັ້ນຈາກການອອກນອກເຮືອນ.

ຜູ້ສັງເກດການ ການປະມົງໃນເຂດເກາະປາຊີຟິກ. 23.07.2026

ອີງຕາມເຈົ້າຫນ້າທີ່ການປະມົງໃນປາຊີຟິກ, ການລະເມີດທີ່ຍາກທີ່ສຸດປະການຫນຶ່ງ ເມື່ອເວົ້າເຖິງ ການປະມົງຫລາຍເກີນໄປ (Overfishing) ແມ່ນຄວາມສາມາດ ທີ່ຈະກວດສອບການຈັບປາ-ແລະຮັບຮອງການປະຕິບັດ ຕາມໃບອະນຸຍາດການປະມົງ. ໃນຄວາມພະຍາຍາມ ທີ່ຈະຕໍ່ສູ້ກັບເລື່ອງນີ້-ຜູ້ສັງເກດການ ການປະມົງປະຈຳການ ຢູ່ໃນເຮືອປະມົງການຄ້າຫລາຍລໍາເພື່ອເຝົ້າເບິ່ງ-ແຕ່ມັນຍັງຖືກຖືວ່າ ເປັນວຽກງານທີ່ອັນຕະຣາຍທີ່ສຸດໃນໂລກ.

ການກວດເລືອດທີ່ອາດຊ່ວຍລະບຸ ຄວາມສ່ຽງຕໍ່ Alzheimer 23.07.2026

ອີງຕາມອົງການອະນາມັຍໂລກ (the World Health Organisation), ຫລາຍກວ່າ 57 ລ້ານຄົນ ອາສັຍຢູ່ກັບພາວະຄວາມຈໍາເສື່ອມທົ່ວໂລກ ແລະເກືອບ 10 ລ້ານຄົນ ໄດ້ຖືກວິນິດສັຍວ່າ ເປັນໂຣກນີ້ທຸກປີ. ການກວດເລືອດໃຫມ່ ອາດສາມາດບອກລ່ວງຫນ້າ ເຖິງການເລີ່ມຕົ້ນອາການຂອງ Alzheimer ໄດ້ລ່ວງຫນ້າຫລາຍປີ. ການທົດສອບ ຊຶ່ງທ່ານຫມໍກ່າວວ່າ ອາດເປັນໂຕປ່ຽນເກມ, ໂດຍຊອກຫາສິ່ງທີ່ທ່ານຫມໍເອີ້ນວ່າ p-tau217 ແລະສາມາດເຕືອນເຂົາເຈົ້າ ເຖິງໂຣກນີ້ ຫ້າເຖິງສິບປີ ກ່ອນຄົນທີ...

ສລຸບຂ່າວປະຈຳອາທິດ 240726 23.07.2026

ສລຸບຂ່າວປະຈຳອາທິດ 240726

ສລຸບ ໃນມື້ທີ 36 ຂອງ FIFA World Cup 2026 17.07.2026

?ລຸບຂ່າວປະຈຳວັນຂອງ FIFA World Cup 2026™

ສລຸບຂ່າວປະຈຳອາທິດ 16 ມີຖຸນາ 2026 17.07.2026

ສລຸບຂ່າວທົ່ວໂລກປະຈຳອາທິດ ພ້ອມດ້ວຍຂ່າວອື່ນໆ

ການປະມົງປາ Tuna ປາຊີຟິກຢ່າງຜິດກົດໝາຍ. 16.07.2026

ການປະມົງປາ Tuna ຢ່າງດຽວມີມູນຄ່າ 1.5 ພັນລ້ານໂດລາສະຫະຣັດສຳລັບປະເທດໃນໝູ່ເກາະປາຊິຟິກ. ຄວາມອຸດົມສົມບູນຂອງມັນ ໄດ້ເຮັດໃຫ້ມັນຕົກເປັນເປົ້າຫມາຍຂອງກິດຈະກັມການປະມົງທີ່ຜິດກົດຫມາຍ, ບໍ່ມີການລາຍງານ ຫລືບໍ່ມີການຄວບຄຸມ, ຊຶ່ງສ່ວນໃຫຍ່ແລ້ວ ໂດຍຜູ້ປະກອບການທາງການຄ້າ. ແຕ່ການຈັບປາຫຼາຍເກີນໄປຢ່າງບໍ່ມີການຄວບຄຸມ ພ້ອມທັງການຈັບປາຢ່າງຜິດກົດໝາຍ ເຮັດໃຫ້ມີຄວາມພະຍາຍາມໃນການກຳຈັດໃນເລື້ອງນີ້ ໂດຍ ໄດ້ຮັບການຮ່ວມມື ຈາກຫຼາຍປະເທດຊຶ່ງຮວວມທັງ ອອ...

ຄວາມເຄັ່ງຕຶງລະຫວ່າງອີຣານ ແລະອາເມຣິກາ. 16.07.2026

ມີການແລກປ່ຽນ ການໂຈມຕີກັນອີກ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ເຮັດໃຫ້ຂໍ້ຕົກລົງຢຸດຍິງ ທີ່ມີອາຍຸສາມອາທິດ ຕົກຢູ່ໃນຄວາມເຄັ່ງຄັດອີກເທື່ອໜຶ່ງ. ການໂຈມຕີເທື່ອສຸດທ້າຍ ມີຂຶ້ນໃນທ້າຍພິທີລຳລຶກ ຂອງ Ayatollah Ali Khamenei ຜູ້ນໍາສູງສຸດ ທີ່ຖືກຂ້າຕາຍໃນການໂຈມຕີເທື່ອທໍາອິດ ໂດຍສະຫະຣັດອາເມຣິກາ. ຜູ້ນຳທົ່ວຢູໂຣບກໍຊຸກຍູ້ໃຫ້ມີການຍຸດຕິສົງຄາມ ເພາະມັນໄດ້ສ້າງຄວາມກະທົບໄປທົ່ວໂລກ.

ສລຸບເຕະບານໂລກ 100726 10.07.2026

ປະເທດຝຣັ່ງ ໄດ້ຜ່ານເຂົ້າໄປຮອບຮອງຊນະເລີດ ໃນການແຂ່ງຂັນເຕະບານໂລກ ຫລັງຈາກເອົາຊນະ Morocco 2 ປະຕູຕໍ່ 0. Kylian Mbappé ຍິງໄດ້ 8 ປະຕູເທົ່າກັບ Lionel Messi, ໃນຂນະທີ່ Ousmane Dembélé ຍິງປະຕູທີສອງ ຂອງໄຊຊນະ.

ການປະເມີນ ກ່ຽວກັບປັນຍາປະດິດ 09.07.2026

ຄນະກັມມະການ ວິທະຍາສາດ ຂອງສະຫະປະຊາຊາດ ໄດ້ເປີດເຜີຍການປະເມີນທົ່ວໂລກ ເທື່ອທໍາອິດ ກ່ຽວກັບປັນຍາປະດິດ (Artificial Intelligence). ລາຍງານພົບວ່າ ປັນຍາປະດິດ (Artificial Intelligence) ກໍາລັງກ້າວຫນ້າໄວກວ່າ ທີ່ຣັດຖະບານ ແລະຜູ້ຄວບຄຸມ ຈະສາມາດຕິດຕາມທັນໄດ້. ເທັກໂນໂລຈີ ກໍ່ໃຫ້ເກີດຄວາມສ່ຽງຫລາຍຂຶ້ນ- ຮວມເຖິງພັຍຄຸກຄາມທາງອິນເຕີເນັດ, ການບິດເບືອນຂໍ້ມູນ ແລະອາດສ້າງຄວາມເສັຍຫາຍທີ່ຮ້າຍແຮງ.

ລາຍງາຍກ່ຽວກັບໄຟໄຫມ້ປ່າໃນ ຢູໂຣບ. 09.07.2026

ໄຟໄຫມ້ປ່າຄັ້ງໃຫຍ່ ກໍາລັງທໍາລາຍພາກໃຕ້ຂອງຢູໂຣບ. ໄຟໄດ້ເຜົາຜານ ຫລາຍກວ່າ 42,000 Acres ທົ່ວປະເທດ Portugal, Spain, France ແລະ Greece, ຊຶ່ງເປັນເຂດທີ່ໃຫຍ່ກວ່າສອງເທົ່າຂອງManhattan ໃນສະຫະຣັດອາເມຣິກາ ແມ່ນແຕ່ການແຂ່ງຂັນຣົດຖີບ Tour de France ກໍຍັງໄດ້ຮັບຜົນກະທົບ.

ຜົນກະທົບຂອງ El Niño 09.07.2026

ອີງຕາມແນວໂນ້ມ ຕາມລະດູ ຂອງສະຫະປະຊາຊາດ, El Niño ໄດ້ມາເຖິງທີ່ນີ້ ແລະຈະເພີ່ມຄວາມຮຸນແຮງຂຶ້ນ ລະຫວ່າງເດືອນກໍລະກົດ ແລະເດືອນກັນຍາ. El Niño ນີ້ ກິນເວລາປະມານ 9 ເຖິງ 12 ເດືອນ, ຊຶ່ງຈັດວ່າສູງ ຢູ່ໃນລະດັບທີສາມ ຈາກສີ່ລະດັບ ພາຍໃຕ້ລະບົບການຈໍາແນກປະເພດ ຂອງສະຫະປະຊາຊາດ. ໂດຍທີ່ມີຫລາຍທະວີບ ກໍາລັງຕໍ່ສູ້ກັບເຫດການທີ່ຮຸນແຮງ ແລະ El Niño ກໍາລັງທະວີຄວາມຮຸນແຮງຂຶ້ນຢ່າງວ່ອງໄວ, ຜູ້ຊ່ຽວຊານເຕືອນວ່າ ບໍ່ມີພາກພື້ນໃດ ທີ່ຈະບໍ່ຖືກກະທົບ.

ສລຸບຂ່າວເຕະບານໂລກ ປະຈຳວັນ 06 ມີຖຸນາ 2026 09.07.2026

ຫລັງຈາກ 96 ເກມ, the FIFA World Cup ກໍມາເຖິງຮອບແປດທິມສຸດທ້າຍ ຊຶ່ງປະກອບດ້ວຍ: France, Morocco, Spain, Belgium, Norway, England, Argentina ແລະ Switzerland.

ຂ່າວຫຼ້າສຸດຈາກການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ 02.07.2026

ມື້ທີ 21 ຂອງການແຂ່ງຂັນ ເຕະບານແຊ້ມປ້ຽນໂລກ.

ສົງຄາມຕາເວັນອອກກາງ 290626 02.07.2026

ໃນຂນະທີ່ຂໍ້ຕົກລົງ ທີ່ບັນລຸໃນບໍ່ເທົ່າໃດອາທິດ ຍັງມີຜົນບັງຄັບໃຊ້ໃນເວລານີ້, ການໂຈມຕີທາງອາກາດ, ການໂຈມຕີດ້ວຍຂີປະນາວຸດ ແລະ Drone ໃນທ້າຍອາທິດ ໄດ້ເຜີຍໃຫ້ເຫັນວ່າ ມັນຍັງອ່ອນແອຢູ່. ເຖິງແມ່ນວ່າ ມະຫາອໍານາດໂລກ ສນັບສນູນການທູດ ເພື່ອສົ່ງເສີມສັນຕິພາບ ທີ່ຍືນຍົງໃນພູມີພາກ, ຜົນຮັບກໍບໍ່ແນ່ນອນຫລາຍຂຶ້ນເລື້ອຍໆ. ແຕ່ຄວາມເສັຍຫາຍດ້ານມະນຸດ ຂອງການຂັດແຍ້ງ ກໍຍັງຮູ້ສຶກຢູ່ ທັງສອງຝ່າຍ.

ຄື້ນຄວາມຮ້ອນ ໃນຢູໂຣບ. 02.07.2026

ອົງການອະນາມັຍໂລກ (The World Health Organisation) ກ່າວວ່າ ມີຜູ້ເສັຍຊີວິດຫລາຍກວ່າ 1 300 ຄົນ ທີ່ອາດກ່ຽວຂ້ອງ ກັບຄື້ນຄວາມຮ້ອນ ໃນລະດູຮ້ອນ ທີ່ບໍ່ເຄີຍເປັນມາກ່ອນໃນຢູໂຣບ. ຜູ້ຊ່ຽວຊານກ່າວວ່າ ດ້ວຍພາວະໂລກຮ້ອນ ເຮັດໃຫ້ຄື້ນຄວາມຮ້ອນ ເກີດຂຶ້ນເລື້ອຍໆ, ຮຸນແຮງ ແລະເປັນອັນຕະລາຍເຖິງແກ່ຊີວິດຫຼາຍຂຶ້ນ, ຢູໂຣບ ຈຶງມີຄວາມສ່ຽງຫລາຍເປັນພິເສດ ເມື່ອກ່າວເຖິງ ອຸນຫະພູມທີ່ເພີ່ມສູງຂຶ້ນ.

ແຜ່ນດິນໄຫວທີ່ຮ້າຍແຮງໃນ Venezuela. 02.07.2026

ແຜ່ນດິນໄຫວຂນາດ 7.2 ແລະ 7.5 ໄດ້ເກີດຂຶ້ນ ໃນພາກເຫນືອຂອງ Venezuela ພາຍໃນຫນຶ່ງນາທີ ໃນຄືນວັນພຸດ ຕາມເວລາທ້ອງຖິ່ນ, ໄດ້ກໍ່ໃຫ້ເກີດແຜ່ນດິນໄຫວ ຫລາຍກວ່າ 130 ເທື່ອ ແລະສ້າງຄວາມເສັຍຫາຍໃນວົງກວ້າງ. ຕັ້ງແຕ່ເຊົ້າວັນສຸກ, ຢ່າງຫນ້ອຍມີ 188 ຄົນໄດ້ຖືກຢືນຢັນວ່າ ເສັຍຊີວິດແລະຫລາຍກວ່າ 1 500 ຄົນໄດ້ຮັບບາດເຈັບ. ປະຊາຄົມນາໆຊາດ ກໍ ໄດ້ ໃຫ້ຄວາມຊ່ອຍເຫຼືດ ແມ່ນແຕ່ປະເທດອີຣານ ທີ່ໄດ້ຮັບຄວາມເສັຍຫາຍຈາກສົງຄາມ ກໍໄດ້ສເນີຄວາມຊ່ວຍເຫລືອຄືກັນ, ໃນຂນະ...

ຄຳປາສັຍຂອງ Pauline Hanson ທີ່ National Press Club. 02.07.2026

ຫລັງຈາກຫລາຍສິບປີ ຢູ່ຂອບນອກຂອງການເມືອງ, Pauline Hanson ໄດ້ມາປາກົດໂຕເປັນເທື່ອທໍາອິດທີ່ National Press Club ແລະໄດ້ປະກາດວ່າ ອອສເຕຣເລັຍຄວນເປັນປະເທດທີ່ມີວັດທະນະທັມດຽວ ພ້ອມທັງ ໄດ້ວິພາກວິຈານ ສະຖານີສື່ສານສາທາຣະນະ ແລະຢືນຢັນນະໂຍບາຍທາງການຂອງ One Nation ທີ່ຈະຍົກເລີກງົບປະມານ ຂອງ SBS ອີກດ້ວຍ.

ຂ່າວຫຼ້າສຸດຈາກ FIFA World Cup 2026: Socceroos 26.06.2026

ຂ່າວຫຼ້າສຸດຈາກ FIFA World Cup 2026: Socceroos.

ການລາອອກຈາກຕໍາແຫນ່ງຂອງ Keir Starmer. 25.06.2026

Sir Keir Starmer ນາຍົກຣັດຖະມົນຕີອັງກິດ ໄດ້ປະກາດລາອອກຈາກຕໍາແຫນ່ງ ຜູ້ນໍາຂອງພັກ Labour. ການເຄື່ອນໄຫວດັ່ງກ່າວ ເກີດຂຶ້ນຫຼັງຈາກຄວາມກົດດັນ ທີ່ເພີ່ມຂຶ້ນເປັນເວລາຫລາຍເດືອນ ຈາກພາຍໃນພັກຂອງລາວ, ແລະການສນັບ ສນູນຈາກສາທາຣະນະ ທີ່ຫຼຸດລົງ. ຕອນນີ້ ນະກັມມະການຈັດຕັ້ງ ຂອງ Labour Party ກໍາໜົດເວລາ ສໍາລັບການແຂ່ງຂັນຜູ້ນໍາ ເພື່ອຊອກຫາຜູ້ມາແທນລາວ ຊຶ່ງການສເນີຊື່ ຈະເປີດໃນວັນທີ 9 ເດືອນກໍລະກົດ ແລະປິດເມື່ອສະພາຢຸດພັກຜ່ອນໃນລະດູຮ້ອນ ໃນ...

ການເຈຣະຈາລະຫວ່າງ ອີຣານ ແລະ ອາເມຣິກາ. 25.06.2026

ຜູ້ເຈຣະຈາ ຂອງອີຣານ ແລະ ອາເມຣິກາ ໄດ້ສລຸບການສົນທະນາຮອບທໍາອິດ ໃນ Switzerland, ຊຶ່ງໄດ້ສິ້ນສຸດລົງຢ່າງກະທັນຫັນ ແລະກ່ອນກຳໜົດໃນ Lucerne. ແຫລ່ງຂ່າວທີ່ໃກ້ຊິດ ກັບກຸ່ມເຈຣະຈາຂອງອີຣານ ໄດ້ບອກສໍານັກຂ່າວ Tasnim ຂອງອີຣານວ່າ ຄນະທູດຂອງອີຣານ ໄດ້ຍ່າງອອກຈາກການເຈຣະຈາ ເພື່ອປະທ້ວງ ຕໍ່ຄວາມຄິດເຫັນ ຂອງປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ. ທັງສອງຝ່າຍ ຍັງຕິດຢູ່ກັບເງື່ອນໄຂຕ່າງໆ, ຮວມທັງການຫຼຸດຜ່ອນ ການຂວ້ຳບາດ, ການປົດປ່ອຍຊັ...

Are electric vehicles worth it in Australia?| Fuel in Focus - ການໃຊ້ຣົດໄຟຟ້າກຸ້ມຄ່າຫຼືບໍ່ໃນອອສເຕຣເລັຍ? ວ່າດ້ວຍການໃຊ້ພະລັງງານ. 25.06.2026

Electric vehicles are becoming more common on Australian roads as fuel prices remain unstable and more drivers look for cheaper ways to travel. Here's what you need to know if you are thinking about making the switch. - ຣົດໄຟຟ້າ ກໍາລັງກາຍເປັນເລື້ອງທັມມະດາຫຼາຍຂຶ້ນ ຕາມຖນົນຫົນທາງໃນອອສເຕຣເລັຍ ເພາະລາຄານໍ້າມັນຍັງບໍ່ຫມັ້ນຄົງ ແລະ ຜູ້ຂັບຂີ່ຫຼາຍຄົນ ຊອກຫາວິທີ ທີ່ຖືກກວ່າໃນການເດີນທາງ. ນີ້ຄື ສິ່ງທີ່ທ່ານຕ້ອງຮູ້...

ຂໍ້ຕົກລົງສັນຕິພາບ ໃນຕາເວັນອອກກາງ. 18.06.2026

ສະຫະປະຊາຊາດ ຍິນດີກັບຂໍ້ຕົກລົງສັນຕິພາບ ລະຫວ່າງສະຫະຣັດອາເມຣິກາ ແລະອີຣານ, ໂດຍຮັບຮູ້ວ່າ ຂໍ້ຕົກລົງນັ້ນ ເປັນຂັ້ນຕອນສໍາຄັນໃນການແກ້ໄຂຄວາມຂັດແຍ້ງຢ່າງສັນຕິ. ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ຢືນຢັນຂໍ້ຕົກລົງ ໃນສື່ມວນຊົນ, ໂດຍອະນຸຍາດໃຫ້ເປີດ Strait of Hormuz ໂດຍບໍ່ຄິດຄ່າຜ່ານທາງ ແລະຍົກເລີກການປິດກັ້ນທາງເຮືອ ຂອງອາເມຣິກາທັນທີ. ສະຫະຣັດອາເມຣິກາ ແລະອີຣານ ມີກໍາໜົດທີ່ຈະລົງນາມ ຂໍ້ຕົກລົງສັນຕິພາບ ໃນປະເທດ Swit...

ການສລຸບເຫດການຕ່າງໆ ຂອງ FIFA World Cup 2026 EP 3 18.06.2026

SBS News 'World Cup Daily, ທີ່ມີຫຼາຍກວ່າ 90 Podcast, ທີ່ພວກເຮົານໍາສເນີເລື່ອງລາວ ທັງໃນແລະນອກສນາມ, ແລະຂ້າພະເຈົ້າ ສັກ ພູມີຣັຕນ໌ ເປັນພິທີກອນຂອງທ່ານ. ຈາກເຫດການທີ່ລືມບໍ່ໄດ້, ຜູ້ຫຼິ້ນຄົນສໍາຄັນ ແລະໜ້າໃຫມ່, ພ້ອມທັງການໂຕ້ຖຽງໃນການແຂ່ງຂັນ, ເຮົາຈະນໍາເອົາປະເດັນຄໍາເວົ້າທີ່ຍິ່ງໃຫຍ່ທີ່ສຸດ ໃນແຕ່ລະມື້ ຂອງ FIFA World Cup 2026 ມາສເນີຕໍ່ທ່ານ.

ການບໍຣິຈາກເລືອດໃນ ອອສເຕຣເລັຍ. 18.06.2026

ໃນວັນຜູ້ບໍຣິຈາກເລືອດສາກົນ ໃນວັນອາທິດ ທີ 4 ມີຖຸນາ, Lifeblood ກໍາລັງຊຸກຍູ້ຊາວອອສເຕຣເລັຍ ໃຫ້ບໍຣິຈາກເລືອດຫລາຍຂຶ້ນ, ໂດຍເຕືອນວ່າ ຄວາມຕ້ອງການແມ່ນບໍ່ປ່ຽນແປງ ແລະບໍ່ສາມາດສນອງໄດ້ ຖ້າປາດສະຈາກ ຜູ້ບໍຣິຈາກເປັນປະຈໍາ. ແຕ່ເມື່ອຈໍານວນພົນລະເມືອງຂອງອອສເຕຣເລັຍ ມີຄວາມແຕກຕ່າງຫລາຍຂຶ້ນ, ຜູ້ຊ່ຽວຊານກ່າວວ່າ ເລືອດຂອງປະເທດນີ້ ຕ້ອງສະທ້ອນເຖິງການປ່ຽນແປງນັ້ນ, ໂດຍທີ່ຄົນໄຂ້ບາງຄົນ ຕ້ອງການເລືອດທີ່ສອດຄ່ອງ ກັບພູມຫຼັງຂອງເຂົາເຈົ້າຫຼາຍຂຶ້ນ....

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.