SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ບຸນເຂົ້າພັນສາລາວ 2021 ງຽບເຫົງາ 30.07.2021

ບຸນເຂົ້າພັນສາລາວເປັນບຸນອັນນຶ່ງທີ່ສຳຄັນໃນດ້ານສານາແລະສຳຮັບ ສ່ວນໃຫຍ່ຂອງຄົນລາວທົ່ວໄປ. ໃນແຕ່ຣະປີ ໃນແຜ່ນດິນລາວມີບຸນເຂົ້າພັນສາຢ່າງມີຊີວິດຊີວາ ແຕ່ປີນີ້ ບຸນນັ້ນງຽບເຫົງາ. ຍ້ອນຫັຍງ?

ເຂື່ອນນ້ຳອູ 1 ປ່ອຍນ້ຳຖິ້ມ 30.07.2021

ສປປລາວ ມີເຄື່ອນໄຟຟ້ານ້ຳຕົກແຮງສູງມາກມາກທັງກໍມີອັນອື່ນໆ ທີ່ເປັນເຂື່ອນຂັ້ນກາງແລະນ້ອຍນຳ ແລະເຂື່ອນໃນ ສປປລາວ ຫຼາຍອັນ ແຕກພັງມາແລ້ວ ທີ່ຮ້າຍແຮງສຸດແມ່ນຝາເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກຈົນວ່າຈິບຫາຍນາໆສິ່ງນາໆຢ່າງແລະນາໆຊີວິດແລະຈິດໃຈ. ໃນຫວ່າງນຶ່ງນີ້ເຂື່ອນນ້ຳອູ 1 ຕືນຈະປ່ອຍນ້ຳຍ້ອນຟ້າຝົນຕົກນັກໃນ ພາກເໜືອ ສປປລາວ.

ແດນຕາ ຈັບແໜ້ນໃນ ສປປລາວ 30.07.2021

ສປປລາວ ຍັງເປັນແຫ່ງໃນທີ່ຖືໄດ້ວ່າມີຄົນເປັນ ໂຄວິດ-19 ໜ້ອຍຢູ່. ແຕ່ນີ້ມີແນວໂນ້ມທີ່ເປັນຄ້າຍກັບວ່າຄົງບໍ່ເປັນດັ່ງນັ້ນອິກແລ້ວແລະກະ ທັ້ງທີ່ມີຫຼາຍປະເທດເອົາຢາວັກຊີນກັນ ໂຄວິດ-19 ມາໃຫ້ຟຼີໆຫຼາຍແທ້ໆ ກໍຕາມ. ໃນຫວ່າງບໍ່ນານແລ້ວຈຳນວນຄົນເປັນ ໂຄວິດ-19 ໃໜ໋ໃນລາວສຳ ຮັບແຕ່ຣະມື້ມີເຖິງມາກມາຍທີ່ສຸດເຖິງ 254 ຄົນ ແລະຈຳນວນຄົນຕາຍ ກໍມີຫຼາຍຂຶ້ນໄປນຳ.

ຈັ່ງວັດໜອງຄາຍຕຽມໂຕໃສ່ຣົດໄຟຄວາມໄວສູງຈີນ-ລາວ. 30.07.2021

ໃນອີກບໍ່ເທົາໃດໂຄງການຣົດໄຟຄວາມໄວສູງຈີນ-ລາວກໍຈະເປີດຂຶ້ນເປັນທາງການແລ້ວ. ນັ້ນຈະມີພະລັງວັງຊາມາກມາຍຕໍ່ຊີວິດຊີວາແລະເສຖກິດຂອງຈັ່ງວັດໜອງຄາຍ. ດ້ວຍເຫດນີ້ເອງໜອງຄາຍກຳລັງຕຽມເນື້ອຕຽມໂຕໃສ່່ໂຄງການຣົດໄຟນັ້ນຢູ່.

ນາຍົກ ສປປລາວ ຮຽກຮ້ອງໃຫ້ແຮງງານລາວຈົ່ງກັບບ້ານຢ່າງຖຶກຕ້ອງ 30.07.2021

ໃນໄທຍ໌ມີແຮງງານລາວນັບເປັນຫຼາຍແສນຄັນບໍ່ວ່າເປັນລ້ານ. ພວກດັ່ງກ່າວປະກອບດ້ວຍພວກທີ່ຖຶກຕ້ອງຕາມກົດໜາຍແລະຜິດກົດໜາຽ. ໂຄວິດ-19 ໃນໄທຍ໌ດັນໃຫ້ພວກຂະເຈົ້າຕ້ອງກັບສູ່ບ້ານໃນ ສປປລາວ ໂດຍນາໆ ວິທີການ. ນີ້ພາໃຫ້ທາງການລາວມີບັນຫາໜັກຢູ່ ຈົນນາຍົກປະໂລອອກມາສົ່ງສຽງດັງກ້ອງ ຂໍໃຫ້ທຸກໆຄົນນັ້ນຈົ່ງກັບບ້ານຢ່າງຖຶກຕ້ອງຕາມກົດໜາຍ.

ສປປລາວ ຕໍ່ລ໋ອກດາວອອກຮອດ 3 ສິງຫາ 2021. 30.07.2021

ສປປລາວ ລ໋ອກດາວມາແລ້ວດົນນານເຕີບແຕ່ບັດນີ້ສຳຜັດຕໍ່ລ໋ອກດາວ ຄັ້ງຫຼ້າສຸດອອກເິຖງ ໂ ສິງຫາ 2021. ນີ້ບອກໃຫ້ຮູ້ວ່າສະຖານະການນະພາບ ໂຄວິດ-19 ໃນລາວລາວຍັງບໍ່ປົກ ກະຕິໄດ້ເທື່ອ.

ອັບເດດ ໂຄວິດ-19​ : ມີຄົນເປັນ ໂຄວິດ-19 ຫຼາຍເປັນປະຫວັດການແລະມີການຕ້ອງຫ້າມເຄັ່ງຄັດກ່ວາ 29.07.2021

ນີ້ແມ່ນບົດອ່ານກ່ຽວກັບການປັບໃຫ້ທັນການກ່ຽວັກບ ໂຄວິດ-19 ສຳຮັບ 29 ກໍຣະກະດາ 2021. ສຳຮັບລາຍຣະອຽດໃຫ້ເຂົ້າເບິງເຣື່ອງໃນຫົວຂໍອັນດຽວກັນຂອງໃນນີ້ ເພື່ອຄົ້ນຫາສິ່ງທີ່ຢາກຮູ້ຕື່ມ.

ໂຄໂຣນາໄວຣັສຈະບໍ່ຢຸດຍັ້ງການສຳຫຼວດສັມໂນຄົວ 2021 ໄດ້. 29.07.2021

ການສຳຫຼວດສັມໂນຄົວອອສເຕຼເລັຍສົກປີ 2021 ກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ເມື່ອທີ່ ໂຄວິດ-19 ອາຣະວາດເຂດແດນຕ່າງໆຂອງແຜ່ນດິນອອສເຕຼເລັຍຢູ່ ແຕ່ມັນຈະບໍ່ເຮັດໃຫ້ແຜນການການສຳຫຼວດນັ້ນລ້າຊ້າລົງຫຼືຖຶກຢຸດຢັ້ງໄວ້ໄດ້. ຫ້ອງການສະຕິທິອອສເຕຼເລັຍເວົ້າວ່າຕົນມີຄວາມໜັ້ນໃຈວ່າຕົນມີວິທີການ ອັນຖຶກຕ້ອງໄວ້ແລ້ວເພື່ອຈະກະທຳການສຳຫຼວດສັມໂນຄົວອອສເຕຼເລັຍທີ່ ໃຫຍ່ໂຕທີ່ສຸດກະທັ້ງທີ່ມີ ໂຄວິດ-19 ຣະບາດຢູ່ແລະມີລ໋ອກດາວຕ່າງຢູ່ກໍຕາມ.

ນີວຊາວແວນລ໌ພິຈາຣະນາວ່າການທີ່ ໂຄວິດ-19 ແຜ່ທະວິຂຶ້ນ ເປັນເຫດການ "ສຸກເສີນແຫ່ງຊາດ". 29.07.2021

ເຖິງປັດຈຸບັນນີ້ ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ມາກມາຍທີ່ສຸດ ໂດຍມີລາຍນຶ່ງຕາຍຍ້ອນ. ບັດນີ້ນີວຊາວແວນລ໌ພິຈາຣະນາວ່າວິກິດທີ່ທະວີຂຶ້ນນັ້ນເປັນເຫດການ "ສຸກເສີນແຫ່ງຊາດ" ແລະຮຽກຮ້ອງໃຫ້ເອົາຢາວັກຊີນ ໂຄວິດ-19 ຍີ່ຫໍ້ ຟາຍເຊີ ຫຼາຍຕື່ມ ໃຫ້ຕົນໂດຍຮີບດ່ວນ.

ຂ່າວສຳຮັບຣະຍະ 26 ກໍຣະກະດາ 2021. 29.07.2021

ຂ່າວຄາວທີ່ເປັນທີ່ສົນໃຈໃນຣະຍະ 26-5-21 ມີອັນໃດແດ່?

ເປັນຫຍັງ ແຟ່ຟຽນດ໌ ຖຶກກະທົບຢ່າງແຮງໂດຍ ໂຄວິດ-19? 29.07.2021

ເທດສະບານ ແຟ່ຟຽນດ໌ ກັບກາຍເປັນທີ່ຖຶກໂຈະໂຈງໃສ່ຍ້ອນວິກິດ ການແຜ່ຣະບາດຄັ້ງຫຼ້າສຸດຂອງ ໂຄວິດ-19 ໃນຂົງແຄ້ວນຊິດນີ. ນັ້ນແມ່ຍ້ອນສາເຫດແນວໃດທີປະປ່ອຍໃຫ້ພະຍາດດັ່ງກ່າວຢຶດໜັ້ນ ຢູ່ຂົງເຂດແຟ່ຟຽນດ໌ໄດ້?

ແຮງງານຮູ້ສຶກຖຶກແຕະຕ້ອງໂດຍໂຄໂຣນາໄວຣັສ 29.07.2021

ການຂົນຂວາຍໃໜ່ອັນນຶ່ງເຫັນວ່າພະນັງງານທັງຫຼາຍຮູ້ສຶກເຖິງຜົນສະທ້ອນ ໃນດ້ານປະສາດຂອງວິກິດ ໂຄວິດ-19 ອັນມີດ້ວຍຄວາມເຄັ່ງຕຶງກ່ຽວກັບ ການກັບຄືນໄປເຣັດວຽກໃນບ່ອນເຮັດວຽກເຮັດການ. ແຕກໍຮູ້ວ່າຫຼາຍຄົນມີຄວາມຫ່ວງໄຍກັບຜົນສະທ້ອນຂອງການກັບໄປເຮັດວຽກ ໃນບ່ອນເຣັດການຈະກະທົບກະແທກຊີວິດໃນບ້ານເຮືອນຂອງພວກຂະເຈົ້າດ້ວຍ.

ຄວາມຮູ້ສຶກຂອງຄີວນສ໌ແດນດ໌ກ່ຽວກັບການໄດ້ເປັນເຈົ້າພາບຈັດ ໂອແລມປິກ 2032. 29.07.2021

ນະຄອນບິສເບນ, ຄີວນສ໌ແລນດ໌,ອອສເຕຼເລັຍໄດ້ເປັນເຈົ້າພາບຈັດ ການແຂ່ງຂັນກິລາໂອແລມປິກປີ 2032 ແລ້ວ. ນັ້ນເປັນຄັ້ງທີສາມທີ່ອອສເຕຼເລັຍໄດ້ຈັດກິຈກັມດັ່ງກ່າວແລະຖຶກກະ ຕວງວ່າມັນຈະເປັນການກະຕຸກກະຕຸ້ນໃຫ້ສູງຂຶ້ນເສຖກິດອອສເຕຼເລັຍ ແລະຄີວນສ໌ແລນດ໌ທີ່ມີຄວາມເສັຍໜັກຈາກວິກິດ ໂຄວິດ-19.

ຂ່າວສຳຮັບຣະຍະ 24 ກໍຣະກະດາ 2021 29.07.2021

ໃນຣະຍະວັນທີ ຟ24 ກໍຣະກະດາ 2021 ມີຂ່າວຄາວຫຍັງແດເປັນທີ່ສົນໃຈ ທີ່ຄວນຊາບ? ຢ່າພາດກໍແລ້ວກັນ.

ຕຳຣວດນີວຊາວແວນລ໌ຕ້ອງການການຊ່ວຍເຫຼືອຈາກຊຸມຊົນ ແຟ່ຟຽນ ເພື່ອຢຸດຢັ້ງ ແດນຕາ 28.07.2021

ຂົງເຂດ ແຟ່ຟຽນ ຖຶກລ໋ອກດາວຢາງເຄັ່ງຄັດຍ້ອນວິກິດ ແດນຕາ ແຜ່ຣະບາດ. ແຟ່ຟຽນ ເປັນເຂດແດນນຶ່ງທີ່ມີຄົນເລືອດລາວຢູ່ກິນແລະເຮັດວຽກເຮັດການຫຼື ຜ່າຜ່ານໄປມາ. ໃນການພະຍາຍາມຢຸດຢັ້ງການແຜ່ຣະບາດນັ້ນສະມາຄົມສົ່ງເສີມຊຸມຊົນລາວແລະ ອື່ນໆຈຳນວນນຶ່ງຖຶກຮຽກໄປຮ່ວມປະຊຸມກັບຕຳຣວດນີວຊາວແວນລ໌ເພາະຕຳຣວດ ນັ້ນຕ້ອງການການຊ່ວຍເຫຼືອຈາກຊຸມຊົນນັ້ນ. ຄວາມຊ່ວຍເຫຼືອທີ່ຕ້ອງການນັ້ນມີຫຍັງແແດ? ສຳພາດທ່ານ ບຸນທັມ ວົງໄຍຍາ, ປະທານ ສະມາຄົມ ສສຊລ.

ອັບເດດ ໂຄວິດ-19 : ຂົງແຄ້ວນຊິດນີລ໋ອກດາວຕໍ່ສີ່ສັບປະດາ 28.07.2021

ຊິດນີຍັງຢູ່ໃນວິກິດ ໂຄວິດ-19 ດແນຕາ ຢູ່ຕໍ່ໄປ. ນີ້ພາໃຫ້ຂົງແຄ້ວນຊິດນີຈຳຕ້ອງຖຶກລ໋ອກດາວຕໍ່ອີກຈົນຮອດ 28 ສິງຫາ 2021. ໃນຣັດອື່ນນັ້ນປະກົດວ່າໄຄແດແຕ່ກໍມີບັນຫາກັບໂຄໂຣນາໄວຣັສຢູ່.

ອັບເດດ ໂຄວິດ-19 : ຊິດນີເປີດໃໜ່ ຄຼີນິກຍ່າງເຂົ້າ ເພື່ອສັກຢາວັກຊີນ 27.07.2021

ມີຫຍັງແດ່ເປັນໜ້າຄວນຮູ້ແລະຊາບກ່ຽວກັບ ໂຄວິ-19 ຂອງຫວ່າງນຶ່ງນີ້? ຮູ້ບໍ່ວ່າຊິດນີເປີນຂຶ້ນໃໜ່ແລ້ວ ບ່ອນຍ່າງເຂົ້າໄປສັກຢາວັກຊີນ ໂຄວິດ-19?

ຢາວັກຊີນ ໂຄວິດ-19 ຈອນຊັນ ແອນ ຈອນຊັນ ຮອດ ສປປລ ແລ້ວ. 27.07.2021

ເກືອບຕະຫຼອດມາ ສປປລ ໄດ້ຮັບຢາວັກຊີນ ໂຄວິດ-19 ຈາກຊາໆຊາດ ແລະ ໂຄແວກສ໌ ມາກມາຍມາແລ້ວ ແຕ່ບັດນີ້ ຢາດັ່ງກ່າວຍີ່ຫໍ້ ຈອນຊັນ ແອນ ຈອນຊັນ ກໍໄປຮອດແຜ່ນດິນລາວແລ້ວ. ຢານັ້ນມີຫຼາຍກ່ວານຶ່ງລ້ານໂດສ໌ ທີ່ເປັນການຊ່ວຍເຫຼືອຂອງສະຫະຣັດອະ ເມຣິກາຜ່ານ ໂຄແວກສ໌.

ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຫວ່າງນຶ່ງນີ້ 26.07.2021

ໂຄວິດ-19 ໜູນປ່ຽນໄປຢູ່ຕະຫຼອດແລະຂ່າວຄາວຂໍ້ມູນກ່ຽວກັບມັນ ແລະເຫດການຂອງມັນກໍຝິນໄປເລື້ອຍໆ. ທ່ານຮູ້ທັນການກັບເຣື່ອງລາວ ໂຄວິດ-19 ໃນອອສເຕຼເລັຍບໍ່? ໃນນີ້ແມານອັບເດດກ່ຽວກັບ ໂຄວິດ-19 ໃນຄາວຫຼ້າສຸດ !

ອັບເດດ ໂຄວິດ-19 ສຳຮັບ 25 ກໍຣະກະດາ 2021 25.07.2021

ນີ້ແມ່ນບົດອ່ານການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍ. ສຳຮັຍບົດຂຽນທີ່ຣະອຽດກ່ວາໃຫ້ເຂົ້າເບິ່ງຫົວຂໍ້ເຣື່ອງດຽວກັນແລ້ວກົດເບິ່ງແລະ ຄົ້ນຫາສິ່ງທີ່ທ່ານຢາກຮູ້. ມັນສຳຄັນທີ່ຈະຮູ້ທັນການກ່ຽວກັບ ໂຄໂຣນາໄວຣັສ.

ອັບເດດກ່ຽວກັບ ໂຄວິດ-19 : ກໍຣະນີເປັນ ໂຄວິດ ໃນນີວຊາວແວນລ໌ທະວີຂຶ້ນ, ເຊົາທ໌ອອສເຕຼເລັຍເດີນໄປຕາມເສັ້ນທາງເພື່ອຍຸຕິລ໋ອກດາວ 24.07.2021

ໃນນີ້ແມ່ນເພື່ອຟັງອັບເດດກ່ຽວກັບ ໂຄວິດ-19 ສຳຮັບຮວດ 24 ກໍຣະກະດາ 2021. ໃນນັ້ນມີຫຼາຍສິ່ງຫຼາຍຢ່າງທີ່ເປັນໂຫຍດ ແຕ່ດີກ່ວານັ້ນໃຫ້ເຂົ້າອ່ານເບິ່ງໃນຫົວຂໍ້ດຽວກັບ ທີ່ແວບໄຊຕ໌ພາກລາຍການພາສາລາວນີ້ທີ່ທ່ານຈະກົດອ່ານແລະຄົ້ນຫາໄດ້ຕື່ມມາກມາຍ.

ອັບເດ ກ່ຽວກັບ ໂຄວິດ-19​ ນີວຊາວແວນລ໌ປະດາດ "ແຜນການສຸກເສີນແຫ່ງຊາດ" 23.07.2021

ບົດອ່ານອັບເດດກ່ຽວກັບໂຄວິດ-19 ສຳຮັບ 23-7-21.

ອັບເດດ ໂຄວິດ-19 ຮວດ 22 ກໍຣະກະດາ 2021 22.07.2021

ອັບເດດແຕ່ລະຄັ້ງລະຮວດກ່ຽວກັບ ໂຄວິດ-19 ໃຫ້ຂໍມູນ ຄວາມແນະນຳ ແລະຫຼາຍສິ່ງຫຼາຍຢ່າງທີສຳຄັນແທ້ແລະທັນການ. ກະຣຸນາຢ່າພາດມັນ !

ສານ ສປປລວ ລົງໂທດສາຫັດໃສ່ຫົກຄົນທີ່ລ່ວງລ້ຳກົດເກນການຕ້ອງຫ້າມ ໂຄວິດ-19 22.07.2021

ຄົນໃນລາວຫົກຄົນຖຶກສານກົດໜາຍ ສປປລາວ ຕັດສິນຈຳຄຸກ ຍາວນານທັງຖຶກປັບໃໜນຳດ້ວຍໃນຄະດີການເຂົ້າເມືອງລາວແລະ ກ່ຽວກັບ ໂຄວິດ-19. ນີ້ກຳລັງເປັນຂ່າວລືກັນນາໆແບບຢູ່ໃນເວລານີ້.

ສປປລາວ ບໍ່ເອົາຜິດກັບແຮງງານລາວທີ່ກັບຈາກໄທຍ໌ໃນຣະຍະ ໂຄວິດ-19 22.07.2021

ປະເທດໄທຍ໌ມີແຮງງານລາວມາກມາຍແທ້ ແຕ່ຍ້ອນວິກິດ ໂຄວິດ-19 ແລະຊາຍແດນລາວປິດ ພວກດັ່ງກ່າວກັບບ້ານບໍ່ໄດ້ ໂດຍສະເພາະພວກ ທີ່ອອກໄປເຮັດວຽກຢູ່ໄທຍ໌ໂດຍບໍ່ມີອະນຸຍາດ. ແຮງງານບໍ່ມີອຸຍາດນັ້ນ ສຳຮັບ ສປປລາວ ແມ່ນຜິດົກດຽໜາຍ. ບັດນີ້ ສປປລາວ ຍິນດີຮັດເອົາແຮງງານທັງສອງນັ້ນນໂດຍໂດຍຈະບໍ່ຜິດໃດໆ ໃນຣະຍະ ໂຄວິດ-19.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.