SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ອັບເດດ ໂຄວິດ-19 : ທຳເວີກທ໌ ນວີຊາວທ໌ແວນລ໌ ລ໋ອກດາວ ເມື່ອການຕ້ອງຫ້າມໃນຊົນນະບົດວິກຕໍເຣັຍຜ່ອນຜັນລົງ 09.08.2021 4:35
ການປົກຄອງຕ່າງໆແລະຂ່າວສານທີ່ໄວ້ວາງໃຈນຳໄດ້ພະຍາຍາມ ປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຢູ່ສເມີມາ ແຕ່ສ່ວນໃຫຍ່ ແມ່ນເປັນພາສາອັງກິດ. ຕໍ່ໄປນີ້ແມ່ນກ່ຽວກັບອັບເດດກ່ຽວກັບໂຄວິດຂັ້ນຫຼ້າສຸດຂອງ ຫວ່າງນຶ່ງນີ້ເປັນພາສາລາວ.
ອັບເດດ ໂຄວິດ-19 : ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນໂຄວິດຍ້ອນຈຳນວນເປັນໂຄວິດທະວີຂຶ້ນ. 07.08.2021 4:17
ຄິດວ່າສະຖານະການ ໂຄວິດ-19 ໃນອອສເຕຼເລັຍຈະໄຄຂຶ້ນ ມາກມານ ແຕ່ແລ້ວມັນບໍ່ເປັນດັ່ງນັ້ນເພາະມັນຍັງອາຣະວາດ ແລະສັງຫານຫຼາຍຜູ້ຫຼາຍຄົນໄດ້ຢູ່ຕໍ່ໄປ. ໃນນີ້ແມ່ນການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຮວດ 07-8-21.
ວິກຕໍເຣັຍລ໋ອກດາວເປັນຄັ້ງທີເຈັດ 7 ມື້. 06.08.2021 2:07
ຍ້ອນສະຖານະການທີ່ໃນວິກຕໍເຣັຍມີຄົນເປັນ ແດນຕາ ໃໜ່ ທີ່ເປັນ ກໍຣະນີທ່ີ່ຢ້ານກົວນຳ ບັດນີ້ ວິກຕໍເຣັຍຖຶກລ໋ອກດາວໄວ້ແລ້ວເຈັດມື້ ໂດຍມີຂໍ້ຕ້ອງຫ້າມອັນເຄັ່ງຄັດແທ້ໆຫຼາຍຢ່າງ.
ອັບເດດ ໂຄວິ-19 : ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນໂຄວິດຍ້ອນຈຳນວນເປັນໂຄວິດທະວີຂຶ້ນ. 06.08.2021 4:37
ໂຄວິດ-19 ແດນຕາ ຍັງແຜງລິດເດດຢູ່ຕໍ່ໄປ ໂດຍສະເພາະໃນນີວຊາວທ໌ແວນລ໌ ຄວີນສ໌ແລນດ໌ ແລະວິກຕໍເຣັຍ ຈົນວ່າມີລໍ່ອກດາວກັນຢູ່. ໂຄວິດ-19 ມັນບໍ່ທໍ້ຖອຍເທື່ອແລະທາງການຮຽກຮ້ອງໃຫ້ສາທາຣະນະຊົນທັງ ຫຼາຍຈົ່ງພາກັນໄປໃຫ້ຊີດຢາວັກຊີນ ໂຄວິດ-19.
ຂ່າວສຳຮັບຣະຍະ 02-8-21 05.08.2021 11:51
ໃນນີ້ມີຂ່າວຄາວມາກມາຍທີ່ທ່ານຄວນຟັງສຳຮັບຣະຍະ 08-6-21.
ຂ່າວສຳຮັບຣະຍະ 31-7-21 05.08.2021 11:24
ໃນຣະຍະ 31-7-21 ມີຂ່າວຄາວທີ່ທ່ານຄວນຊາບ. ເຊີນກົດຟັງ.
ສປຈີນ ປ່ຽນເວລາການປ່ອຍນ້ຳຂອງຈາກເຂື່ອນໄຟຟ້າ ສິງຫົງ. 05.08.2021 4:42
ໃນຫວ່າງກ່ອນນີ້ ສປຈີນ ແຈ້ງບອກປະເທດໄທຍ໌ວ່າຈະປ່ອຍນ້ຳຂອງອອກຈາກ ເຂື່ອນໄຟຟ້ານ້ຳຕົກແຮງສູງ ສິງຫົງ ແຕ່ບັດນີ້ສຳຜັດບອກວ່າການປ່ອຍນ້ຳນັ້ນ ຖຶກເລື່ອນໄປມື້ໃໜ່ເວລາໃໜ່ຍ້ອຍເຫດຜົນໃນດ້ານເຕັກຕິກ ແຕ່ບໍ່ບອກວ່າແມ່ນ ຍ້ອນຫຍັງແທ້ໃຫ້ຮູ້ນຳ.
ມຸກດາຫານ ບໍຣິຈາກອຸປກອນການແພດແກ່ ສວັນນະເຂດ. 05.08.2021 4:16
ຈັ່ງວັດມຸກດາຫານແລະແຂງສວັນນະເຂດ ແຕ່ໃດໆມາ ເປັນແດນແດນ ບ້ານພີ່ເມືອງນ້ອງກັນທັງກໍມີວັທນະທັມປະເພນີເກືອບຈະຄ້າຍກັນທຸກຢ່າງ. ໃນບໍ່ນານແລ້ວມີມຸດກາຫານໄດ້ມອບອຸປກອນການແພດບໍ່ຕ່ຳກ່ວາ 30 ຢ່າງ ແກ່ສວັນນະເຂດເພື່ອນຳໄປໃຊ້ໃນການປິ່ນປົວແລະຕ້ານທານ ໂຄວິດບ19.
ສອງແຂວງພາກໃຕ້ລາວສ້າງຄຼີນິກແລະສູນກັກໂຄວິດເພີ້ມ. 05.08.2021 6:03
ໃນ ສປປລາວ ມີຄົນເປັນ ແດນຕາ ຫຼາຍຂຶ້ນຍ້ອນຄົນລາວທີ່ກັບບ້ານມາ ຈາກປະເທດບ້ານໃກ້ເຮືອນຄຽງ. ນີ້ເປັນພັຍສຳຮັບຄົນໃນລາວ. ບັດນີ້ແຂວງສວັນນະເຂດແລະຈຳປາສັກສ້າງເພີ້ມຄີນິກແລະສູນກັກຄົນທີ່ ກັບສູ່ ສປປລາວ ນັ້ນເພ່ື່ອສະກັດກັ້ນພັຍນັ້ນແລ້ວ..
ບົດອ່ານອັບເດດ ໂຄວິດ-19 ສຳຮັບ 05-8-21. 05.08.2021 4:20
ວິກິດ ໂຄວິດ-19 ແດນຕາ ຍັງຮ້ອນວົນທົ່ວອອສເຕຼເລັຍຢູ່ຕໍ່ໄປ. ນີ້ແມ່ນບົດອ່ານອັບເດດສຳຮັບມື້ວັນທີ 05ຫຼ8-21. ສຳຮັບລາຍຣະອຽດຫາອ່ານໄດ່ໃນຫົວຂໍ້ເຮື່ອງ ອັບເດດ ໂຄວິດ-19: ນີວຊາວທ໌ແວນລ໌ປະກາດລ໋ອກດາວໃສ່ ຮັນເຕີ ວານເລ.
ຄົນທັມດາຟ້ອງຮ້ອງເອົາສັນຊາດອອສເຕຼເລັຍຄືນສຳເຮັດແລະໄດ້ຄ່າຊົດເຊີຍພ້ອມ. 05.08.2021 7:18
ຊາຍຄົນນຶ່ງໃຊ້ເວລາເຖິງຫ້າປີຟ້ອງຮ້ອງກະຊວງພາຍໃນອອສເຕຼເລັຍ ຂຶ້ນສານກົດໜາຍເພື່ອເອົາສັນຊາດອອສເຕຼເລັຍຂອງຕົນຄືນສຳເຣັດ. ນອກນັ້ນຜູ້ກ່ຽວກໍໍໄດ້ຄ່າຊົດເຊືອຍມາມາຍດ້ວຍແຕ່ກະຊວງດັ່ງບໍ່ຍອມ ກ່າວວ່າ "ຊໍຣີ".
ບາງເຂດຂອງຣັດຄີວນສ໌ແລນດ໌ກ້າວເຂົ້າສູລ໋ອກດາວ 3 ມື້. 05.08.2021 8:16
ພາກໃຕ້ສ່ຽງຕາເວັນອອກຂອງຣັດຄີວນສ໌ແລນດ໌ ລ໋ອກດາວຢ່າງກະທັນຫັນ ສາມສື້ແລ້ວຍ້ອນ ໂຄວິດ-19 ສາຍພັນ ແດນຕາ ອາຣະວາດ. ລ໋ອກດາວນັ້ນກວມເອົາເຈັດຂົງເຂດເທດສະບານ ຍ້ອນມີການກວດ ເຫັນຄົນເປັນ ແດຕາ ໃນທ້ອງຖິ່ນເອງຫົກຄົນ.
ທາງການໄທຍ໌ເຕືອນໃຫ້ຣະວັງນ້ຳຈາກເຂື່ອນສິງຫົງຈີນຈະຖ້ວມ. 05.08.2021 4:38
ໃນແມ່ນ້ຳຂອງໃນເຂດນ້ຳແດນດິນ ສປຈີນ ມີເຂື່ອຕ່າງໆມາກມາຍ. ຈາກເຂື່ອນດັ່ງກ່ວານັ້ນມີການປ່ອຍນ້ຳອອກ ຖິ້ມ ແຕ່ນີ້ສ້າງບັນຫາ ແກ່ປະເທດຕ່າງໆໃນແມ່ນ້ຳຂອງພາກລຸ່ມ. ໃນຫວ່າງນຶ່ງນີ້ທາງການໄທຍ໌ແຈ່ງບອກແປດຈັງວັດແມ່ນ້ຳຂອງໃຫ້ ຣະວັງນ້ຳຈະຖ້ວມຈາກເຂຶ່ອນສິງຫົງຈີນຈະປ່ອຍນ້ຳຖິ້ມ.
ມຸກດາຫານໃຫ້ທີ່ພັກເຊົາຊົ່ວຄາວແກ່ແຮງານລາວທີ່ຄາຢູ່ຊາຍແດນ 05.08.2021 6:00
ຍ້ອນວິດ ໂຄວິ-19 ຮ້າຍແຮງແຮງງານລາວໃນໄທຍ໌ກັບປະເທດ ສປປລາວ ມາກມາຍ. ບາງຈຸຄາຢູ່ໃນຊາຍແດນແຂວງສວັນນະເຂດ-ຈັ່ງວັດມຸກດາຫານຍອນໄປຮອດຊາຍແດນ ນັ້ນນອກເວລາຣາຊການ. ນີ້ພາໃຫ້ມຸກດາຫານສ້າງທີ່ພັກເຊົາຊົ່ວຄາວຊົດຊ່ວຍໃຫ້ພວກຂະເຈົ້າມີທີ່ພັກເຊົາເພື່ອຈະກັບ ບ້ານໃນມື້ຕໍ່ໄປ.
ສປຈີນ-ສປປລາວ ຮ່ວມມືກັນຫຼຸດຜ່ອນການປັ່ນຄວັນ ແກສ໌ຊີໂອທູ ແທ້ບໍ່? 05.08.2021 5:42
zໂລກມະນຸດພະຍາມຫຼຸດຜ່ອນກັນປັ່ນຄວັນ ຊີໂອທູ ລົງມາກມາຍເພື່ອ ປົວແປງອາການຮ້ອນຂຶ້ນເມື່ອໜ້າຢູ່. ສປຈີນ-ສປປລາວ ີມໂຄງການອັນນຶ່ງບໍຣິຈາກຣົດໄຟຟ້າແກ່ທາງການ ລາວເພື່ອນຳໃຊເພື່ອເປັນການຫຼຸດຜ່ານແກສນັ້ນ.
ຄະນະຣັຖບານອອສເຕຼເລັຍຕົກລົງກັນເອົາເປົ້າການສັກຢາວັກຊີນ ໂຄວິດ-19 ແຫ່ງຊາດແລ້ວ. 05.08.2021 7:45
ຄະນະຣັຖບານອອສເຕຼເລັຍຕົງລົງກັນໃນດ້ານແນວຄິດຮັບເອົາເປົ້າຂອງການ ສັກຢາວັກຊີນ ໂຄວິດ-19 ສຳຮັບປະເທດຊາດບ້ານເມືອງອອສເຕຼເລັຍແລ້ວ ເມື່ອທີ່ຣັດນີວຊາວທ໌ແວນລ໌ທີ່ຖຶກລ໋ອກດາວຢູ່ຍັງມີຄົນເປັນໂຄວິດຫຼາຍຂຶ້ນຕື່ມຢູ່.
ນັກທ່ອງທ່ຽວເພື່ອຢາວັກຊີນໄປສະຫະຣັດເພື່ອໃຫ້ຖຶກສັກຢາວັກຊີນໂຄວິດໃຫ້. 05.08.2021 7:54
ການມີຢາວັກຊີນ ໂຄວິດ-19 ແລະການສັກຢາດ່ັງກ່າວໃຫ້ປວງຊົນໃນແຕ່ລະ ປະເທດໃນໂລກນີ້ບໍ່ສເມີພາບກັນແລະແຕກຕ່າງກັນມາກມາຍ. ໃນເວລານີ້ຫຼາຍແຫ່ງຫົນຂອງໂລກນີ້ຂາດເຂີນຢາວັກຊີນນັ້ນຢູ່ແລະມີການລ້າຊ້າ ໃນການສັກມັນໃຫ້ແກ່ສາທາຣະນະຊົນ ເຊັ່ນໃນຫຼາຍປະເທດໃນທະວີບອາຟຼິກາ ແລະອາຊີຕລອດເຖິງອາຊີຕາເວັນອອກສ່ຽງໃຕ້ດ້ວຍ. ຫຼາຍຄົນບິນໄປສະຫະຣັດອະເມຣິເພ່ື່ອຈະຖຶກສັກຢ່ວັກຊີນ ໂຄວິດ-19 ດັ່ງໃຈ ປາຖາໃຫ້.
ຜູ້ນຳຕ່າງໆຂັ້ນໂລກຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນກັນ ໂຄວິດ-19. 04.08.2021 11:02
ເມື່ອໂລກທັງໂລກກຳລັງຟ້າວຫຼີກລຽງ ໂຄວິດ-19 ຮອບສາມຍ້ອນສາຍພັນ ແດນຕາ ຢູ່ ມັນກໍມີນາໆສາເຫດທີ່ຊ່ອງດຶງການສັກຢານັ້ນໄວ້ໂດຍນາໆວິທີການ. ບັດນີ້ຜູ້ນຳຕ່າງໆຂັ້ນໂລກກຳລັງຮຽກຮ້ອງໃຫ້ສາທາຣະນະຊົນຈົ່ງໄປໃຫ້ສັກຢາວັກ ຊີນ ໂຄວິດບ19 ເພາະມອງໄກແລ້ວຄົງເຫັນວ່າວັກຊີນກັນໂຄວິດຄືທາງອອກໃຫ້ ພົ້ນຈາກວິກິດ ໂຄວິດ-19.
ໂຄວິດ-19 ຣາປິດ ແອນຕີແຊນ ເຕສຕ໌ ແມ່ນຫຍັງ : ອອສເຕຼເລັຍຄວນນຳມັນມາໃຊ້ບໍ່? 04.08.2021 5:01
ຂົງແຄ້ວນຊິດນີຍັງຖຶກລ໋ອກດາວຢູ່ຕໍ່ໄປຍ້ອນການບູດຣຸກຂອງ ໂຄວິດ-19 ຍັງບໍ່ຍອມທໍ້ຖ້ອຍ. ໃນການຕໍ່ສູ້ ໂຄວິດ-19 ບັດນີ້ມີສິ່ນຶ່ງທີ່ຮຽກວ່າ ຣາປິດ ແອນຕີແຊນ ເຕສຕ໌. ມັນແມ່ນຫຍັງແລະຄວນນຳມັນມາໃຊ້ໃນອອສເຕຼເລັຍຫຼືບໍ່?
ຊຸມຊົນລາວຊົດຊ່ວຍຣັດ ນີວຊາວທ໌ແວນລ໌ ສັກຢາປ້ອງກັນ ໂຄວິດ-19 04.08.2021 13:07
ໂຄວິດ-19 ຍັງດຸໜັ່ນໃນການບຸກຣຸກຣັດນີວຊາວທ໌ແວນລ໌ຢູ່ແລະ ຣັຖບານຣັດນີວຊາວໆ໌ແວນລ໌ກໍບໍ່ຫຼົດລະໃນການພະຍາຍາມສັກຢາ ວັກຊີນປ້ອງກັນພະຍາດດັ່ງກ່ຽວໃຫ້ແກສາທາຣະນະຊົນ. ເຂດເທດສະບານ ແຟຟຽນດ໌ ເປັນແຫ່ງນຶງຂອງຂົງແຄ້ວນ ຊິດນີທີຖຶກລ໋ອກດາວຢ່າງແຮງຍ້ອນມີຄົນເປັນ ໂຄວິດ-19 ຫຼາຍ. ໃນເທດສະບານນັ້ນແລະເຂດໃກ້ຄຽງມີຄົນເລືອດລາວຢູ່ກິນ ມາກມາຍແລະມີສູນກາງວັທນະທຳລາວດ້ວຍ. ໃນຫວ່າງນຶ່ງນີ້ ໂດຍການຊ່ວຍເຫຼືອຂອງສະມາຄົມ ສສຊລ ສູນກາງວັທນະທຳຂອງສະມາຄົມສົ່ງເສີມຊ...
ປັບໃຫ້ທັນການ ໂຄວິດ-19: ທາງການນີວຊາວທ໌ແວນລ໌ແລະ ຄີວນສ໌ແລນດ໌ຮຽກຮ້ອງໃຫ້ຢູ່ເຮືອນ. 03.08.2021 4:14
ໂຄວິດ-19 ໃນອອສເຕຼເລັຍ ມັນຍັງດື້ດ້ານບຸກເມືອໜ້າຢູ່. ບັດນີ້ມີຄາດຄະເນວ່າຈະສັກຢາວັກຊີນ ໂຄວິດ-19 ໄດ້ຫຼາຍຂຶ້ນ ໃນນີວຊາວທ໌ແວນລ໌. ຄີວນສ໌ແລນດ໌ມີຄົນເປັນພະຍາດດັ່ງກ່າວຫຼາຍຂຶ້ນຕື່ມເປັນ 47 ຄົນແລ້ວບັດນີ້. ໂຄວິດ-19 ໃນຣັດວິກຕໍເຣັຍມັນກໍສາມາດດັກເຮັດໃຫ້ອີກສີ່ຄົນ ເປັນມັນດ້ວຍ. ປາກົດວ່າສະຖະນະການຍັງບໍ່ໃຫ້ຄວາມປອດພັຍໄດ້ເທ່ືອ.
ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ 02.08.2021 8:16
ປານໃດ ໂຄວິດ-19 ຈະໜີ? ມັນຍັງອາຣະວາດອອສເຕຼເລັຍຢູູ່. ສິ່ງທ່ານຈະໄດ້ຍິນຕໍ່ໄປນີ້ ແມ່ນການອ່ານບົດຂຽນ "ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ນຳກອງທັບມາປະຈຳການ, ຄີວນສ໌ແລນດ໌ຕໍ່ອອກລ໋ອກດາວຂອງຕົນ" ທີ່ທ່ານກົດເບີ່ງ ກົດເອົາລາຍຣະອຽດໄດ້.
ອັບເດດ ໂຄວິດ-19:ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ໃໜ່ຫຼາຍສຸດ 01.08.2021 4:31
ມື້ເກົ່າປ່ຽນໄປ ມື້ໃໜ່ມາແທນ ແຕ່ ໂຄວິດ-19 ຍັງດື້ດ້ານດັນທະວິຂຶ້ນຢູ່. ບັດນີ້ຣັດຄີວນສ໌ແລນດ໌ມີຄົນເປັນ ແດນຕາ ຫຼາຍຂຶ້ນທີ່ສຸດຂອງການທະ ວີຂຶ້ນໃນຣັດດັ່ງກ່າວ. ວິກຕໍເຣັຍກໍເປັນອີກ 18 ລາຍ. ດີແດ່ແມ່ນມີຄົນມາກມາຍຂຶ້ນທີ່ຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີ ນຶ່ງໃຫ້ແລ້ວ.
ອັບເດດ ໂຄວິດ-19: ສອງສ່ວນສາມຂອງກໍຣະນີເປັນ ໂຄວິດ-19 ໃນນີວຊາວແວນລ໌ມີອາຍຸອ່ອນກ່ວາ 40. 31.07.2021 3:28
ໂຄວິດ-19 ຍັງບໍ່ທໍ້ຖອຍໃນການບຸກໜຸກອອສເຕຼເລັຍໂດຍສະເພາະຣັດນີວຊາວແວນລ໌ ແລະທາງການສາທະຣະນະສຸກກໍພະຍາມຮັບມືແລະຕໍ່ສູ້ກວາດລ້າງມັນສຸດຢຽດຢູ່. ອັບເດດຕໍ່ໄປນີ້ເປັນສິ່ງສຳຄັນທີ່ຈະຮູ້ແລະຕິດຕາມ.
ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ 30.07.2021 3:47
ບັນຫາກ່ຽວກັບ ໂຄວິດ-19 ຍັງມີຢູ່ໃນອອສເຕຼເລັຍທັງກໍມີການຕ້ອງຫ້າມຕ່າງໆນຳ. ອັບເດດກ່ຽວກັບ ໂຄວິດ-19 ເປັນຂໍ້ມູນແລະຂ່າວຄາວທີ່ສຳຄັນແລະຄວນຮູ້ຄວນຊາບ ໃຫ້ທັນເວລານາທີ. ໃນບົດອ່ານນີ້ແມ່ນອັບເດດ ໂຄວິດ-19 ຮວດ 30-7-21. ສ່ວນລາຍຣະອຽດທີ່ຄົນຄົ້ນຫາຂໍ້ມູນຕ່າງໆໄດ້ແມ່ນຕ້ອງທ່ານເອົາໃນຫົວຂໍ້ "ອັບເດດ ໂຄວິດ-19: ນາຍົກນີວຊາວແວນລ໌ຮຽກຮ້ອງໃຫ້ກຳໜົດການພົວພັນກັນ".
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.