SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ໄທຍ໌ບໍຣິຈ່ກຣົດຄຼີນິກ ໂຄວິດ-19 ເຄື່ອນທີ່ແກ່ແຂວງຄຳມ່ວນ 22.07.2021 8:35
ປະເທດໄທຍ໌ກຳລັງປະສົບກັບບັນຫາ ໂຄວິດ-19 ລົ້ນມືຢູ່ແຕ່ໄດ້ ບໍຣິຈາກຄີຼນິກກວດ ໂຄວິດ-19 ເຄື່ອນທີ່ໃຫ້ແກ່ແຂງຄຳມ່ວນ ສປປລາວ ຄັນນຶ່ງ ມູນຄ່າປະມານຫ້າແສຮບາດ. ແຂວງຄຳມ່ວນຢູ່ຕົງກັນກັບຈັງວັດນະຄອນພະນົມ.
ໂດຍບັງເອີນຕຳຣວດ ສປປລາວ ຈັບໄດ້ຢາບ້າມາກມາຍ 22.07.2021 6:57
ສປປລາວ ເປັນປະເທດນຶ່ງທີ່ມີບັນຫາມາກມາຍກັບຢາເສບຕິດ ດັ່ງ ຢາບ້າ. ໃນຫວ່າງນຶ່ງນີ້ ທີ່ເມືອງໄຊທານີຂອງນະຄອນວຽງຈັນ ຕຳຣວດລາວ ໂດຍບັງເອີນ ຈັບໄດ້ຣົດຍົກຄັນນ່ຶ່ງກັບຄົນໃນຣົດພ້ອມດ້ວຍຢາບ້າານັບເປັນຫຼາຍໆລ້ານເໜັດ. ໃນເວລານີ້ຍັງມີການສຶກສ່ວນກ່ຽວຢາບ້ານັ້ນຢູ່ຕໍ່ໆໄປຢູ່.
ສປປລາວ ຈະໄດ້ຢາວັກຊີນ ໂຄວິດ-19 ຈາກການບໍຣິຈາກຫຼາຍຕື່ມມາກມາຍ 22.07.2021 6:16
ຊົ່ວຣະນະນຶ່ງແລ້ວ ສປປລາວ ໄດຮັບການບໍຣິຈາກຢາວັກຊີນ ໂຄວິດ-19 ຫຼາຍແທ້ໆແລະຍັງຈະໄດ້ອີກມາກມາຍຈາກ ສປຈີນ,ສະຫະຣັດອະເມຣິກາ ແລະຍີ່ປຸ່ນ. ນີ້ເປັນເຊັ່ນນັ້ນກະທັ້ງ ສປປລາວ ມີພົນລະເມືອງປະມານ ຄ7ລ້ານ ປາຍຄົນ ເົ່ທານັ້ນກໍຕາມ.
ອອສເຕຼເລັຍສົ່ງການຊ່ວຍເຫຼືອໄປຍັງ ຟີຊີ ເພື່ອແກ້ໄຂບັນຫາ ໂຄວິດ-19 22.07.2021 5:23
ປະເທດ ຟີຊີ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນກັບອອສເຕຼເລັຍ ມີບັນຫາໜັກກັບການບຸກຣຸກໂດຍ ໂຖຄວິດ-19. ຄົນໃນ ຟີຊີ ທີ່ເປັນພະຍາດດັ່ງກ່າວທະວີຂຶ້ນໃນແຕ່ຣະມື້ຣະວັນຈົນ ວ່າຄົງບໍ່ຮັບມືກັບສະຖານະການໄດ້ອີກແລ້ວ. ອອສເຕຼເລັຍສົ່ງກາຍຊ່ວຍເຫຼືອ, ຍຸກຢາແລະຄະນະແພດໄປຊ່ວຍ ປະເທດ ຟີຊີ ແລ້ວ.
ການຊ່ວຍເຫຼືການເງິນກ່ຽວກັບ ໂຄວິດ-19 ຖຶກຕໍ່ອອກ 22.07.2021 7:52
ໂຄວິດ-19 ອາຣະວາດອອສເຕຼເລັຍທັງຊາດ ສ້າງຄວາມທຸກຍາກ ລ້ຳບາກຍາກແຄນໃສ່ຄົນທັງຫຼາຍແລະເສຖກິດ ບໍ່ວ່ານ້ອຍຫຼືໃຫຍ່ ກໍໄດ້ຮັບຄວາມເສັຍຫາຍຫຼືວາຍວອດຍ້ອນມັນ. ແຕ່ໃນອອສເຕຼເລັຍຣັຖບານຕ່າງໆກໍບໍ່ໄດ້ຫຼົດຣະໃນການສົງເຄາະ ບຸກຄົນສ່ວນໂຕຫຼືບໍຣະສັດຕ່າງໆທັງຫຼາຍ. ບັດນີ້ຣັຖບານນັ້ນຕໍ່ຍາວອອກການຊ່ວຍເຫຼືອການເງິນສຳຮັບ ຄົນທົ່ວໄປແລະທຸຣະກິດຂັ້ນນ້ອຍແລະກາງ.
ຂ່າວສຳຮັບຣະຍະ 19-7-21 22.07.2021 14:05
ຂ່າວຄາວທີ່ເຫັນວ່າເປັນທີ່ຄວນຮູ້ສຳຮັບຣະຍະ 19-7-21ມີຫຍັງແດ່?
ອົງການສາທາຣະນະສຸກໂລກເຕືອນວ່າ ແດນຕາ ຕິດແປດກັນໄດ້ໄວທີ່ສຸດ 22.07.2021 7:48
ໃນໂລກນີ້ມີນາໆສາຍພັນ ໂຄວິດ-19. ແນວໃດດຸຮ້າຍທີ່ສຸດ? ສະຫະພາບຢູໂຣບເວົ້າວ່າບໍ່ມີຊ່ອງຫວ່າງແນວໃດທີ່ມີຄວາມໜັນໃຈໄດ້ ກ່ຽວກັບພະຍາດດັ່ງກ່າວ ແຕ່ຄົນເດີນທາງທົ່ວທະວິບຢູໂຣບຍັງເດີນທາງ ໄປມາກັນຢູ່ ອັນເປັນເຫດໃຫ້ ໂຄວິດ-19 ແຜ່ຣະບາດໄດ້ຢູ່. ອົງການສາທາຣະນະສຸກໂລກບອກເຕືອນກ່ຽວກັບວ່າຄົນທີ່ບໍ່ຖຶກສັກຢາ ວັກຊີນ ໂຄວິດ-19 ໃຫ້ເທື່ອເປັນຈຸທີ່ມີຄວາມສ່ຽງມາກມາຍທີ່ຈະເຈັບ ປ່ວຍຢ່າງຮ້າຍແຮງ. ຄຳບອກເຕືອນນີ້ສ້າງຄວາມບໍ່ສອດຄ່ອງກັນຂຶ້ນຣະຫວ່າງຣັຖບານຕ່...
ຂ່າວສຳຮັບຣະຍະ 17-7-21 21.07.2021 12:29
ຂ່າວຄາວສຳຮັບຣະຍະ 17-7-21 ມີຫຍັງແດ່ເປັນທີ່ສົນໃຈ?
ຊຸມຊົນລາວ ນີວຊາວແວນລ໌ຢູ່ກັນແນວໃດກັນ ລ໋ອກດາວ? 21.07.2021 11:28
ຂົງແຄ້ວນ ຊິດນີ ຣັດ ນີວຊາວແວນລ໌ ໃນອອສເຕຼເລັຍຖຶກ ລ໋ອກດາວໄວ້ມາຊົ່ວຣະຍະ ນຶ່ງແລ້ວ ແລະແທນທີນັ້ນຈະຖຶກຍຸຕິົລງພາຍຫຼັງວັນເວລາທີ່ບົ່ງໄວ້ ສຳຜັດຕໍ່ມັນດົນນານ ອອກຕື່ມ ຍ້ອນ ໂຄວິດ-19 ສາຍັພນໃໜ່ ແດນຕາ ຍັງບຸກແຫຼກຢູ່ຢ່າງບໍ່ຫຼົດຣະແລະບໍ່ ໄວ້ໜ້າໃຜ. ຂົງແຄ້ວນຊິດນີມີຄົນລາວດຳລົງຊີວິດຢູ່ຢ່າງມາກມາຍມາແຕ່ວັນທີ 19-3-76. ໃນອອສເຕຼເລັຍຄົງບໍ່ມີໃຜບໍ່ຖຶກແຕະຕ້ອງຍ້ອນ ໂຄວິດ-19 ແລະກົດເກນການ ຕ້ອງຫ້າມຕາງໆ ດັ່ງລ໋ອກດາວຂອງປັດຈຸບັນນີ້ທີ່ຖຶກບັນຍັ...
ອັບເດດກ່ຽວກັບ ໂຄວິດ-19 ຮວດ 21-7-21 21.07.2021 6:45
ໃນອອສເຕຼເລັຍ ໂຄວິດ-19 ຍັງດີ້ດ້ານພະຍາມບຸກຣຸກຄົນທັງຫຼາຍຕລອດມາຢູ່. ທຸກຣັດວອນວົນຕາມໆກັນຍ້ອນ ໂຄວິດ-19 ສາຍພັນໃໜ່ ແດນຕາ. ຂໍເຊີນທ່ານຮັບຟັງອັບເດດ ໂຄວິດ-19 ຮວດວັນທີ 21-7-21 ໃນຕໍ່ໄປນີ້.
ລ໋ອກດາວ ຫວ່າງນຶ່ງກ່ອນນີ້ 21.07.2021 3:56
ລ໋ອກດາວວິກຕໍເຣັຍແລະນີວຊາວແວນລ໌ເປັນກິການທີ່ມີຊີວິດຊີວາແລະ ພະຍາຍາມສະກັດກັ້ນແລະປາບປາມ ໂຄວິດ-19 ໃຫ້ທັນການແລະໃຫ້ໄດ້. ແຕ່ທາ່ນຊາບແລ້ວອັນໃດແດ່?
ອັບເດດກ່ຽວກັບ ໂຄວິດ-19 ໃນ ວິກຕໍເລັຍແລະອອສເຕຼເລັຍ 16.07.2021 4:20
ທ່ານຊາບທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍຫຼືບໍ່?ຄັນຊາບ ແມ່ນູູ້ເຖິງປານໃດ? ຂໍ້ມູນແລະກົດເກນກ່ຽວກັບພະຍາດດັ່ງກ່າວແລະຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍມີມາກມານທັງມັນກໍປ່ຽນແປງໄປນຳຢູ່ເລື້ອຍໆດ້ວຍ.
ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 16.07.2021 6:12
ຂໍ້ມູນກ່ຽວກັບ ໂຄວິດ-19 ຜັນປ່ຽນໄປຢູ່ຕລອດແທບເຖິງຂັ້ນຕິດຕາມ ມອງເບິ່ງອາດຈະບໍ່ທັນຍ້ອນ. ກ່ຽວກັບຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍແລະການທີ່ຄົນຖຶກສັກ ຢ່າດັ່ງກ່າວໃຫ້ມີຫຍັງແດ່ ເປັນແນວໃດ ແລະຖຶກບັນແບບໃດກັນ?
ຣັດວິກຕໍເຣັຍ ລ໋ອກດາວ ໃໜ່ 16.07.2021 2:40
ຍ້ອນ ໂຄວິດ-19 ສາຍພັນ ແດນຕາ ທີ່ລາມມາຮອດຣັດວິກຕໍເລັຍ ຈາກຂົງແຄ້ວນຊິດນີຣັດນີວຊາວແວນລ໌ ບັດນີ້ ທັງໜົດຂອງຣັດວິກ ຕໍເລັຍຖຶກ ລ໋ອກດາວ ໄວ້ແລ້ວ ຈົນຮອດວັນທີ 20 ກໍຣະກະດາ 2021.
ຄົນລາວໃນຣັດນີວຊາວແວນລ໌ເປັນແນວໃດກັບ ໂຄວິດ-19? 15.07.2021 16:48
ຣັດນີວຊາວແວນລ໌ຂອງອອສເຕຼເລັຍມີຄົນລາວດຳລົງຊີວິດມາກມາຍ ກ່ວາຣັດອື່ນໃດ ໂດຍສະເພາະແມ່ນຢູ່ໃນຂົງແຄ້ວນຂອງຊິດນີ. ໃນເວລານີ້ຊິດນີກຳລັງຖຶກບຸກໜຸກໂດຍ ໂຄວິດ-19 ສາຍພັນໃໜ່ ແດນຕາ. ນອກນັ້ນບ່ອນທີ່ຊິດນີມີຄົນລາວຫຼາຍ ຄື ເຂດການປົກຂອງຂອງເມືອງ ແຟຟຽນ ທີ່ເປັນເຂດທີ່ທາງການນີວຊາວແວນລ໌ປະກາດວ່າເປັນເຂດ ຮ້ອນວົນອັນຕະຣາຍຫຼາຍຍ້ອນມີ ແດນຕາ ແຜ່ຣະບາດຢ່າງວອງໄວຫຼາຍ. ໃນສະພາບແບບັ້ນ ການສພຳາດທ່ານ ເດດ ສີແສງຣັດ ປະທານ ປະຊສຳພັນຂອງ ສສຊລາວ ບອກໃຫ້ຮູ້ວ່າ...
ການຄ້າ ໄທຍ໌-ລາວ-ຈີນ ຟື້ນໂຕດີຂຶ້ນ 15.07.2021 8:12
ທຸຣະກິດການຄ້າຣະຫວ່າງສາມປະເທດບ້ານໃກ້ເຮືອນຄຽງກັນ ໄທຍ໌-ສປປລວ-ຈີນ ມີຄວາມເຄືອງຜຶດຕໍ່ແຕມີໂຄວິດອອກ ມາຈາກ ວູຮານ ໃນ ສປຈີນ. ນັ້ນແມ່ນຍ້ອນກົດເກນການຕ້ອງກ່ຽວກັບການໄປມາຫາສູ່ກັນ ຣະຫວ່າງສາມປະເທດນັ້ນ. ໃນຫວ່າງບໍ່ນານແລ້ວນີ້ກົດເກອກ່ຽວກັບ ໂຄວິດ-19 ທື່ຖຶກບັນ ຍັດໃສ່ຂົງເຂດດັ່ງກ່າວຖຶກມາຍອອກແດ່ ອັນເປັນເຫດຜົນອັນນຶ່ງ ທີ່ການນັ້ນດີແດ່ແລ້ວ.
ຈີນຈະສ້າງທາງດ່ວນ ຫ້ວຍຊາບບໍເຕັນ 15.07.2021 4:56
ຈີນຈະສ້າງທາງດ່ວນຕໍ່ເມືອງບໍ່ແກ້ວຫວຍຊາຍໃສເມືອງໂບເຕັນ ໃນແຂວຫຼວງນ້ຳທາ. ນີ້ຈະເປັນຄູ່ກັນໄປກັບເສັ້ນທາງເກົ່າທີ່ຕໍ່ບໍ່ແກ້ວຫ້ວຍໃສ່ຫຼວງນ້ຳທາ ທີ່ຝຣັງສ້າງໄວ້ໃນອະດິດແລ້ວຖຶກປັບປຸງຂຶ້ນໃໜ່ໃນສະໃໜ 80.
ເຂື່ອນ້ຳເທີນ 1 ເກືອບຈະສ້າງສຳເຮັດແລ້ວ 15.07.2021 4:37
ໂຄງການເຂື່ອນໄຟຟ້ານ້ຳຕົກແຮງສູງນ້ຳເທີນນຶ່ງເກືອບຈະຖຶກ ກໍສ້າງສຳເຣັດແລ້ວ ຄືຍັງພຽງແຕ່ປະມານ 10% ກໍຈະແລ້ວໆ. ກະແສໄຟສ່ວນໃຫຍ່ຈາກເຂື່ອນັ້ນຈະຖຶກສົ່ງໄປໄທຍ໌.
ຈຳນວນຄົນໃນຂົງແຄ້ວນຊິດນີທີ່ເປັນ ໂຄວິ-19 ປູດທະວີຂຶ້ນ 15.07.2021 6:11
ທຸກຮຣັດໃນອອສເຕຼເລັຍມີຄົນເປັນ ໂຄວິດ-19 ແລະ ໂຄວິດ-19 ສາຍພັນໃໜ່ ແດນຕາ ມາຮອດອອສເຕຼເລັຍແລ້ວ. ໃນເວລານີ້ ປາກົດວ່າມັນອາຣະວາດຂົງແຄ້ວນຊິດນີຢູ່ ທີ່ໃນແຕ່ຣະ ມື້ຣະວັນຈຳຈວນຄົນເປັນມັນນັ້ນທະວີຂຶ້ນມາກມາຍແທ້ໆ
ນາຍົກອອສເຕຼເລັຍຮຽກຮ້ອງໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິກ-19 ກ່ອນນເວລາ 15.07.2021 4:00
ການສັກຢາວັກຊີນ ໂຄວິດ-19 ຕາມປົກກະຕິສັກກັນສອງເຂັມ. ຣະຍະເວລາສັກຣະຫວ່າງເຂັມທີນຶ່ງແລະສອງນັ້ນແມ່ນບໍ່ຄືກັນ. ສຳຮັບບາງຢາ ຕ້ອງສັກຫ່າງກັນ 14 ມື້ ແຕ່ບາງແນວແມ່ນ 8 ສັບປະດາ. ແຕ່ ບັດນີ້ ນາຍົກຣັຖມົນຕີແລະທາງການອອສເຕຼເລັຍຮຽກຮຽກ ຮ້ອງໃຫ້ຄົນໄປສັກກ່ອນເວລາສຳຮັບບາງຍີ່ຫໍ້ຢາ. ດ້ວຍເຫດໃດ?
ນັກກີລາໂອແລມປິກຄົນນຶ່ງຂອງອອສເຕຼເລັຍສເລີມສລອງວັນຄົບຮອບອາຍຸ 100 ປີຂອງທ່ານ 15.07.2021 6:00
ທ່ານ ແຟຼງກ໌ ປຼີໂຮດາ ເປັນນັກກິລາໂອແລມປິກທີ່ອາວຸໂສທີ່ສຸດ ຂອງປະເທດອອສເຕຼເລັຍ. ທ່ານສເລີມສລອງວັນເກີດຄົບຮອບຮ້ອຍປີຂອງທ່ານໃນວັນທີ 8 ກໍຣະກະດາ 2021 ແລ້ວນີ້. ທ່ານສເລີມສລອງວັນເກີດນັ້ນກັບຍາດຕິພີ່ນ້ອງຜູ້ໃກ້ສິດຂອງ ທ່ານຢູ່ນະທີເຮືອນຂອງທ່ານທີເມືອງ ແທຼດໂບ ທີ່ເປັນບ່ອນຫຼິນ ສະກີ່ແຫ່ງນຶ່ງຂອງອອສເຕຼເລັຍ.
ການຂີ້ຂະໂມຍຄ່າແຮງງານທະວິຂຶ້ນ 15.07.2021 8:55
ການຖ່າຍທອດການຜິດຖຽງກັນຢ່າງແຮງຢູ່ໃນຮ້ານນ້ຳຊາໃນກຸງອາດີເລດ ກ່ຽວກັບທີ່ວ່າມີການຂີ້ລັກຂີ້ຂະໂມຍຄ່າແຮງງານ ເຮັດໃຫ້ມີການຮຽກຮ້ອງ ຕ້ອງການໃຫ້ປົກປ້ອງຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນຈາກ ການຂີ້ລັກຄ່າແຮງງານ. ນັກຮຽນນັກສຶກສາຈາກ ສປຈີນ ຫຼາຍຄົນຢາກໃຫ້ມີການປ່ຽນແປງກ່ຽວ ກັບຮີດຂອງການຈ້າງແຮງງານ.
ຂ່າວສຳຮັບຣະຍະ 12-7-21 15.07.2021 11:40
ຂ່າວຄາວທີ່ເປັນທີ່ສົນໃຈສຳຮັບຣະຍະ 12-7-21.
ສູນກາງການຂົນສົ່ງໃໜ່ໃນໄທຍ໌ 15.07.2021 4:51
ໃນສິ້ນສ່ວນນຶ່ງຂອງໂຄງການການພັທນາການຂົນສົ່ງໃນພາກເໜືອ ສ່ຽງຕາເວັກອອກຂອງປະເທດໄທຍ໌ທີ່ຕິດກັບ ສປປລາວ ໄທຍ໌ຈະສ້າງ ສູນກາງກູດັງໃຫຍ່ອັນນຶ່ງຂຶ້ນເພື່ອການຄ້າໄປ ສປປລວ ວຽດນາມ ແລະ ສປຈີນ. ນີ້ຈະຖຶກສ້າງຂຶ້ນຢູ່ໃສ?
ໄທຍ໌ປະຊຸມກັນກັບບັນດາປະເທດທ້ອງຖິ່ນເພື່ອຢຸດຢັ້ງຢາເສບຕິດ 15.07.2021 5:09
ປະເທດໄທຍ໌ເປັນປະເທດນຶ່ງທີກະທຳທຸຣະກິດກັບ ສປປລາວ ຫຼາຍແລະຜ່ານແຜ່ນດິນລາວ ແຕ ໂຄວິດ-19 ໃຫ້ການກະທຳນັ້ນມີບັນຫາຕ່າງໆທີຕລອດມາຖຶກແກ້ໄຂໄດ້. ໃນຫວ່າງນຶ່ງກ່ອນນີ້ປະເທດໄຍ໌ຢາກໃຫ້ ສປປລາວ ເປີດປະຕູການຄ້ານໃນຊາຍ ແດນລ່ວ-ໄທຍ໌ຫຼານຂຶ້ນຕື່ມແລະໄດ້ປຶກສາຫາລືເຮື່ອງນີ້ກັບທາງການລາວແລ້ວ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.