SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ການທ່ອງທ່ຽວໄທ ແລະ ກັນຊາ 08.08.2022

ການທ່ອງທ່ຽວໄດ້ນຳເງິນຈາກຕ່າງປະເທດມາສູ່ປະເທດໄທປີລະມະຫາສານ ແຕ່ ຜົນກະທົບຂອງໂຄວິດຕໍ່ໄດ້ທຳລາຍຣາຍໄດ້ນັ້ນ. ຕອນນີ້ການທ່ອງທ່ຽວຂອງປະເທດໄທ ໄດ້ອະນຸຍາດໃຫ້ມີການສູບກັນຊາເພື່ອຈະດຶງດູດນັກທ່ອງທ່ຽວໃຫ້ກັບມາຄືນ.

ປະຕິກິຣິຍາຂອງຈີນ ຕໍ່ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi 04.08.2022

ການຢ້ຽມຢາມໄຕ້ຫວັນຂອງ Nancy Pelosi ໄດ້ສ້າງປະຕິກິຣິຍາ ຕໍ່ຈີນ, ຣັຖບານອື່ນໆທົ່ວໂລກ ແລະ ປະຊາຊົນໄຕ້ຫວັນເອງ. ບໍມີໃຜຄາດການໄດ້ວ່າ Xi Jinping ຈະໃຊ້ມາດຕະການທາງທະຫານຫຼືບໍ່ ເພາະ Xi ເອງກໍມີເລື້ອງພາຍໃນທີ່ຕ້ອງຮັບມືຄືກັນ

ການແລກປ່ຽນຜູ້ຕ້ອງຫາຣະຫວ່າງອາເມຣິກາ ແລະ ຣັສເຊັຍ 03.08.2022

ການແລກປ່ຽນຜູ້ຕ້ອງຫາຣະຫວ່າງປະເທດ ມັນບໍ່ງ່າຍ ໂດຍສະເພາະ ຣະຫວ່າງອາເມຣິກາ ແລະ ຣັສເຊັຍ ຊຶ່ງມີ ປັດໄຈ ອື່ນໆ ເຂົ້າມາກ່ຽວ.

ຄວາມສຳຄັນຂອງການບໍຣິຈາກອະໄວຍະວະ 02.08.2022

Donate Life ກໍາລັງພະຍາຍາມຊຸກຍູ້ ໃຫ້ ຊາວອອສເຕຣເລັຍຈົດທະບຽນເປັນຜູ້ຣິຈາກອະໄວຍະວະຫລາຍຂຶ້ນ. ການແພ່ລາມຂອງ ໂຄວິດ ໄດ້ສົ່ງຜົນກະທົບຕໍ່ການບໍຣິຈາກ ແລະການປ່ຽນອະໄວຍະວະ. ແຕ່ສຳຣັບຜູ້ທີ່ໄດ້ຮັບການປ່ຽນອະໄວຍະວະແລ້ວ ມັນແມ່ນການໄດ້ຄືນຊີບອີກເທື່ອໜຶ່ງ.

ພະຍາດປາກເປື່ອຍລົງເລັບແມ່ນຫຍັງ? 28.07.2022

ເຖິງແມ່ນວ່າພະຍາດ ປາກເປື່ອຍລົງເລັບ (Foot and Mouth Disease) ຈະບໍ່ເປັນອັນຕຣາຍຕໍ່ມະນຸດ ແຕ່ມັນສາມາດທຳລາຍສັດລ້ຽງໃນຟາມ ແລະສົ່ງຜົນກະທົບແກ່ກະສິກອນແລະເສດຖະກິດສົ່ງອອກ. ຣັຖບານກຳລັງກຽມຮັບມືກັບປັນຫານີ້ ແລະ ຄົນທີ່ເດີນທາງກັບຈາກ ອິນໂດນີເຊັຍ ກໍມີສ່ວນຮ່ວມໃນການປ້ອງກັນພະຍາດນີ້ດ້ວຍ.

ຂູ່ວາງຣະເບິດສະຖານທູດຈີນ ທີ່ອັງກິດ. 25.07.2022

ຄົນອອສເຕຣເລັຍຖືກຈັບທີ່ ລອນດອນໃນຂໍ້ຫາວ່າ ຈະວາງຣະເບີດໃສ່ສະຖານທູດຈີນ. ແຕ່ຜູ້ຖືກກ່າວຫາໄດ້ປະຕິເສດຕໍ່ຂໍ້ກ່າວຫານັ້ນ.

ທະນາຄານແຫ່ງຊາດ ຈະຖືກທົບທວນຄືນ ເປັນຄັ້ງທໍາອິດ ໃນຮອບສີ່ທົດສະວັດ. 22.07.2022

ເພື່ອຈະໃຫ້ທະນາຄານແຫ່ງຊາດ ເປັນທະນາຄານ ທີ່ດີທີ່ສຸດ ໃນໂລກ, ຣັຖມົນຕີ ກະຊວງການຄັງ ຈຶ່ງປະກາດໃຫ້ມີການທົບທວນກ່ຽວກັບ ຄວາມຮັບຜິດຊອບ, ວັທນະທັມ, ການແຕ່ງຕັ້ງຄນະກັມການແລະເປົ້າຫມາຍເງິນເຟີ້ຂອງທະນາຄານ. ທ່ານ Angus Taylor ໂຄສົກກະຊວງການຄັງ ຂອງຝ່າຍຄ້ານ ກໍຍິນດີຕໍ່ການເຄື່ອນໄຫວດັ່ງກ່າວເຊັ່ນກັນ.

ຜົນກະທົບຂອງການພະນັນໃນ ອອສເຕຣເລັຍ. 21.07.2022

ສະຖິຕິແຫ່ງຊາດສະແດງໃຫ້ເຫັນວ່າຊາວ ອອສເຕຣເລັຍ ໃຊ້ເງິນປະມານ 24 ພັນລ້ານຕໍ່ປີໃນການເຫຼັ້ນການພະນັນ. ເຖິງວ່ານັກຫລິ້ນພະນັນ ຈະມີຄວາມຮັບຜິດຊອບປານໃດກໍຕາມ ຄົນຜູ້ນັ້ນກໍສາມາດທີ່ຈະຕົກເປັນທາດຂອງການພະນັນໄດ້ ແລະ ຜົນກະທົບກໍຈະມີຂອບເຂດທີ່ກວ້າງ: ຈາກສ່ວນຕົວ, ຊຸມຊົນ ໄປຈົນເຖິງ ວັທນະທັມອີກດ້ວຍ.

ພັກແຮງງານແລະການຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດ 20.07.2022

ພັກແຮງງານ ຈະສາມາດຜ່ານຮ່າງກົດໝາຍວ່າດ້ວຍພູມອາກາດຫຼືບໍ່ ເຖິງແມ່ນວ່າຈະມີສຽງສ່ວນໃຫຍ່ໃນສະພາຕ່ຳ ແຕ່ວ່າໃນສະພາສູງແລ້ວ ພັກແຮງງານຕ້ອງການການສນັບສນູນຈາກ ພັກ ກຣີນສ໌ ແລະອີກໜຶ່ງສຽງ. ທັງຝ່າຍສນັບສນູນ ແລະ ຝ່າຍຄ້ານກໍມີທັສນະຄະຕິທີ່ແຕກຕ່າງ.

Telehealth ແມ່ນຫຍັງ? ຜົນກະທົບ ແລະ ຄວາມສັບສົນ 19.07.2022

ສຳຣັບຜູ້ປ່ວຍທີ່ຢູ່ໃນຊົນນະບົດແລ້ວ ການຈະໄປຫານາຍໝໍນັ້ນແມ່ນເຣື້ອງຍາກ ດັ່ງນັ້ນ ການປຶກສາທາງໂທຣະສັບຈຶ່ງເປັນທາງດຽວທີ່ຈະຊ່ອຍໄດ້. ແຕ່ການບໍຣິການຂອງອິນເຕີເນັດທີ່ບໍ່ສມ່ຳສເມີ ອາດສົ່ງຜົນກະທົບຕໍ່ການຕິດຕໍ່ໄດ້. ນອກຈາກນັ້ນ ການປ່ຽນແປງໃນການຄືນເງິນຫຼື Rebates ຍັງໄດ້ສ້າງຄວາມສັບສົນແກ່ນາຍໝໍອີກດ້ວຍ.

ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ 14.07.2022

ການປະຊຸມສຸດຍອດ ຂອງ ໝູ່ເກາະປາຊີຟິກ ໄດ້ພົບອຸປສັກເມື່່ອ ຄີຣີບັສໄດ້ຖອນໂຕຈາກການປະຊຸມ ຊຶ່ງຈະເຮັດໃຫ້ ຈີນມີບົດບາດລາຍຂຶ້ນໃນພູມິພາກ. ຈີນໄດ້ຍື່ນຂໍ້ຮຽກຮ້ອງໃຫ້ ອອສເຕຣເລັຍປະຕິບັດ...ແຕ່ນາຍົກຢືນຢັນວ່າ ຈະເຮັດເພື່ອຜົນປໂຍດຂອງປະເທດເທົ່ານັ້ນ.

ການໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ 12.07.2022

ເຄນຢາ (Kenya) ສາມາດໃຊ້ພະລັງງານແສງຕາເວັນໃນການຮັກສາອຸນຫະພູມຂອງ ຢາວັກຊີນ ໂຄວິດ 19 ເຊິ່ງສາມາດໃຊ້ໃນ ຄລີນິກເຄື່ອນທີ່ ແລະສາມາດເຂົ້າເຖິງຊຸມຊົນຫ່າງໄກໄດ້. ຄວາມສໍາເຣັດຂອງໂຄງການນີ້ ສາມາດຊ່ວຍປ່ຽນແປງ ແລະ ປັບປຸງການດູແລສຸຂະພາບທົ່ວໄປໃນທົ່ວປະເທດແລະອາດຈະເປັນໃນພູມິພາກທັງຫມົດ.

ໂຄວິດ 19 ຣະບາດໃນເຮືອນພັກຄົນຊຣາ 11.07.2022

ເຮືອນພັກຄົນຊຣາ St. Basil’s ໃນ Melbourne ຖືກກ່າວຫາຈາກຫນ່ວຍງານກວດກາຄວາມປອດພັຍຢູ່ບ່ອນເຮັດວຽກຂອງຣັດ ຍ້ອນທັງພະນັກງານ ແລະຜູ້ອາສັຍທີ່ມີອາຍຸຕ້ອງເສັຍຊີວິດ. ນີ້ແມ່ນປັນຫາທີ່ຊັບຊ້ຶອນ ແລະສາເຫດນັ້ນມາແຕ່ໃສ?

ສຳພາດ ປະທານ ສສຊລ ໃນວັນ ອົພຍົບສາກົນ 06.07.2022

ວັນ ອົພຍົບສາກົນ ແມ່ນວັນສຳຄັນວັນນຶ່ງສຳຣັບຄົນລາວໃນ ອອສເຕຣເລັຍ. ມັນເປັນມື້ທີ່ຄົນລາວອົພຍົບໄດ້ ຣະເລິກເຖິງ ສາເຫດທີ່ຕ້ອງມາເປັນ “ອົພຍົບ” ແລະການທີ່ຈະຕ້ອງຕໍ່ສູ້ດີ້ນຮົນທີ່ຈະປັບໂຕເຂົ້າກັບ ສະຖານະການຕ່າງໆ ໃນປະເທດນີ້ ແລະ ກໍແມ່ນອີກເຫດຜົນນຶ່ງທີ່ຄົນລາວຄວນພູມໃຈທີ່ ເຮົາໄດ້ເປັນສ່ວນນຶ່ງຂອງ ປະຊາຊົນຂອງປະເທດນີ້ ທີ່ມີສ່ວນໃນດ້ານເສຖກິດ, ການເມືອງ, ການພັທນາຕ່າງໆ ແລະເປັນຊຸມຊົນທີ່ເຄົາຣົບກົດໝາຍຂອງປະເທດ. .

ສະຖານະການໃນ ຢູເຄຣນ ກ່ອນເຂົ້າ ນາໂຕ. 04.07.2022

ສະຖານະການໃນ ຢູເຄຣນ ກ່ອນການຖືກໃຫ້ມີສະຖານະພາບ ເປັນຜູ້ສມັກເປັນ ສມາຊິກ ນາໂຕ. Lithuania ໄດ້ຫ້າມຣົດໄຟຂົນສິນຄ້າຜ່ານປະເທດຂອງຕົນ ເຊິ່ງໄດ້ສົ່ງຜົນກະທົບຕໍ່ຊາວເມືອງ Kaliningrad ຂອງຣັສເຊັຍ. ທະນາຄານໂລກໄດ້ປະກາດເງິນຊ່ອຍເຫຼືອຈຳນວນ 30 ພັນລ້ານໂດລາເພື່ອຈະຫຼີກລ່ຽງການຂາດແຄນອາຫານໃນທົ່ວໂລກ.

ສຳພາດທ່ານ ຈັນທະບູນ ແກ້ວມາລາວົງ ນັກແຕ່ງເພງລາວ. 29.06.2022

ໃນໂອກາດວັນສລອງ ວັນອົພຍົບ, ທ່ານ ຈັນທະບູນ ແກ້ວມາລາວົງ ໄດ້ໃຫ້ສຳພາດ ກັບ ວິທຍຸ SBS ພາກພາສາລາວ ແລະໃຫ້ທັສນະຄະຕິກ່ຽວກັບຄວາມເປັນອົພຍົບ ແລະໄດ້ມາຕັ້ງຖິ່ນຖານທີ່ ອອສເຕຣເລັຍ ພ້ອມທັງ ສະແດງຄວາມຮູ້ບຸນຄຸນຕໍ່ ອອສເຕຣເລັຍ ໂດຍຜ່ານທາງເພງ.

ເຫດການແຜ່ນດິນໄຫວໃນ ອັຟການິສຖານ 23.06.2022

ແຜ່ນດິນໄຫວໃນ ອັຟການິສຖານຊຶ່ງວັດໄດ້ 6.1 ຣິກເຕີ (Richter) ແລະ ໄດ້ສ້າງຄວາມເສັຍຫາຍ ທັງຊັບສິນແລະຊີວິດ. ອົງການຊ່ອຍເຫຼືອຕ່າງໆຮວມທັງ ສະຫະປະຊາຊາດກໍໄດ້ໃຫ້ການຊ່ອຍເຫຼືອເບື້ອງຕົ້ນ ແລະການຊ່ອຍເຫຼືອແບບຕໍ່ເນື່ອງກໍຍັງຄົງຕ້ອງມີຕໍ່ໄປ.

ມະເຮັງໃນເດັກແລະຊາວໜຸ່ມ 23.06.2022

ການກິນອາຫານຫຼືເຄື່ອງດື່່ມທີ່ບໍ່ຖືກສຸກຂະອະນາໄມ ສາມາດເຮັດໃຫ້ເສັຍສຸຂະພາບໄດ້ ທັງເດັກແລະຊາວໜຸ່ມ ອາດໄດ້ຮັບອິດທິພົນຈາກການໂຄສະນາຂອງອາຫານເຫຼົ່ານີ້. ຣັຖບານກຳລັງຫາທາງແກ້ໄຂຢູ່

ສຳພາດທ່ານນາງ Sally Sitou ຜູ້ແທນຣາສດອນຜູ້ຍິງລາວພັກ Labor Party 21.06.2022

ທ່ານນາງ Sally Sitou ເປັນແມ່ຍິງລາວເຊື້ອສາຍຈີນ ຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງ ໃນລະດັບ Federal ໃນເຂດເລືອກຕັ້ງ Reid ໃນປີນີ້.ແມ່ນຫຍັງເປັນສິ່ງບັນດານໃຈ ແລະຊຸກຍູ້ ໃຫ້ໃຫ້ຜູ້ຍິງລາວຄົນນຶ່ງກ້າວສູ່ຫົນທາງການເມືອງໃນ ອອສເຕຣເລັຍ?

ອອສເຕຣເລັຍກຳລັງຈະບັນລຸຂໍ້ຕົກລົງກັບ Moderna ທີ່ຈະຜລິດຢາຕ້ານໂຄວິດ ທີ່ Melbourne. 20.06.2022

ອອສເຕຣເລັຍກຳລັງຈະເປັນປະເທດທຳອິດໃນຊີກໂລກພາກໃຕ້ທີ່ສາມາດຜລິດຢາປ້ອງກັນໂຄວິດ. ມະຫາວິທຍາລັຍ Monash ໄດ້ຮັບການສນັບສນຸນຢ່າງເຕັມທີ່ຈາກຣັຖບານທີ່ຈະເປັນຜູ້ຜລິດຢານັ້ນ.

ຄວາມສາມາດໃນການຊື້ເຮືອນຂອງ ຄົນ ອອສເຕຣລຽນ. 07.06.2022

ການມີເຮືອນເປັນຂອງຕົນເອງ ແມ່ນຢູ່ໃນຈິດໃຈຂອງຄົນເຮົາທຸກຄົນ ແຕ່ການເປັນເຈົ້າຂອງເຣືອນຫຼັງທຳອິດ ບໍ່ແມ່ນເລື້ອງງ່າຍສຳຣັບຄົນອອສເຕຣລຽນ. ປັນຫາເລື້ອງການເປັນເຈົ້າຂອງເຣືອນຫຼັງທຳອິດ ໄດ້ຖືກແນະນຳຕ່າງໆໂດຍຣັຖສະພາກໍຖືກຍົກມາ ຖົກຖຽງຂອງ ນັກຣັຖສາດ ຊຶ່ງແນະນຳໃຫ້ຍົກເລີກພາສີເຮືອນ ແລະປ່ຽນແທນດ້ວຍພາສີທີ່ດິນ. ແຕ່ຊາວອອສເຕຣລຽນກໍເບິ່ງໄປທີ່ນາຍົກຣັຖມົນຕີໃນການແກ້ໄຂປັນຫາຂອງຊາດໃນເລີ້ອງນີ້.

ຄວາມແຕກຕ່າງທາງສມອງ ແລະຜົນຂອງການນຳໃຊ້ 07.06.2022

ຄວາມແຕກຕ່າງທາງສມອງ ແຕກຕ່າງກັນໄປໃນແຕ່ລະຄົນ. ບໍຣິສັດໃຫຍ່ໆເລີ້ມຈ້າງງານຄົນທີ່ມີຄວາມແຕກຕ່າງທາງສມອງຫລາຍຂຶ້ນ ເພາະຄົນພວກນີ້ ມີປະສິດທິພາບໃນການເຮັດວຽກສູງກວ່າຄົນທຳມະດາ ເຖິງວ່າ ພວກເຂົາຈະມີຄວາມທ້າທາຍຫລາຍກວ່າ ແຕ່ຖ້າຫາກວ່າພວກເຂົາມີພາວະແວດລ້ອມທີ່ເອື້ອອຳນວຍ ພວກເຂົາຈະເປັນຊັບພະຍາກອນທີ່ສຳຄັນຂອງບໍລິສັດເຫຼົ່ານັ້ນ.

Me-Mel ກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ 31.05.2022

Me-Mel ຫຼື Goat Islandກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ. ເກາະນີ້ຖືກປະຮ້າງມາຫຼາຍສິບປີ ແລະ ຮັຖບານ New South Wales ກໍໄດ້ອະນຸມັດງົບປະມານ 43 ລ້ານໂດລາເພື່ອຈະປັບປຸງສ້ອມແຊມ ເພາະວ່າມັນເປັນສະຖານທີ່ ທີ່ມີຄວາມສຳຄັນທາງປວັດສາດ ຕໍ່ຊາວ Aboriginal ແລະປວັດສາດຂອງ ອອສເຕຣເລັຍ.

ການຢ້ຽມຢາມຂອງຄນະ ຈາກ ສປປ ລາວ ທີ່ ສຳນັກງານ SBS ທີ່ ຊິດນີ 30.05.2022

ເຈົ້າໜ້າທີ່ຂອງ SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ ຕໍ່ຄນະຢ້ຽມຢາມຈາກ ສປປ ລາວ.

ວິກິດການໃນ ຢູເຄຣນຍັງດຳເນີນຕໍ່ໄປ ຫຼັງຈາກການບຸກຣຸກ 3 ເດືອນຈາກ ຣັສເຊັຍ. 26.05.2022

ການຕໍ່ສູ້ຍັງດຳເນີນຕໍ່ໄປໃນ ຢູເຄຣນ ໃນຂນະທີ່ຢ່າຍ NATO ແລະ ຢູໂຣບກໍຫາທາງທີ່ຈະລົງໂທດ ຣັສເຊັຍ ທາງດ້ານການເງິນ. ສ່ວນຢູເຄຣນ ເອງກໍ ໄດ້ເປີດທາງຣົດໄຟໃຕ້ດິນທີ່ Kharkiv ຊຶ່ງເປັນເມືອງທີສອງ ຊຶ່ງກຳລັງຖືກເບິ່ງວ່າ ແມ່ນການສະແດງເຖິງໄຊຊນະ ທາງທະຫານ.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.