SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ທ່າທີຂອງຈີນຕໍ່ຣັຖບານໃໝ່ຂອງອອສເຕຣເລັຍ. 25.05.2022

ການປາກົດໂຕ ແລະການຂຍາຍໂຕຂອງຈີນໃນ ປາຊີຟິກ ຈະມີຜົນກະທົບຫຍັງຕໍ່ນະໂນບາຍຕ່າງປະເທດຂອງ ອອສເຕຣເລັຍ? ຄວາມສຳພັນກັບປັກກິ່ງ ຈະກັບມາຄືກັນກັບປີ 1971 ຫຼືບໍ່?

ໜ້າທີ່ທຳອິດຂອງນາຍົກໃໝ່ ແລະ ສິ່ງທີ່ພັກທີ່ສູນເສັຍເລືອກຕັ້ງຕ້ອງເຮັດ. 24.05.2022

Anthony Albanese ໄດ້ເລີ້ມປະຕິບັດງານໃນຖານະນາຍົກຣັຖມົນຕີໃໝ່ ຂອງ ອອສເຕຣເລັຍ. ສ່ວນພັກຮ່ວມ Coalition ກຳລັງວິເຄາະ ຄວາມພ່າຍແພ້ໃນການເລືອກຕັ້ງປີນີ້. ໃຜຈະເປັນຜູ້ນຳໃໝ່ຂອງພັກ Liberal ແລະ ໃຜຈະເປັນຜູ້ນຳໃໝ່ຂອງພັກ National Party?

ປະຕິກິຣິຍາຂອງຜູ້ນຳທັງສອງພັກຫຼັງຈາກຜົນຂອງການເລືອກຕັ້ງໄດ້ຖືກປະກາດ. 23.05.2022

ກ້າວຕໍ່ໄປຂອງຜູ້ນຳຂອງສອງພັກຫຼັງຈາກຜົນຂອງການເລືອກຕັ້ງ. ຄວາມຝັນຂອງ Anthony Albanese ໄດ້ກາຍເປັນຈິງໃນຂນະທີ່ອະນາຄົດຂອງພັກ Liberal ຈະເປັນແນວໃດ ເມື່ອຣັຖມົນຕີການຄັງເອງຍັງສູນເສັຍການເລືອກຕັ້ງ.

ສຳນວນການເມືອງ ອອສເຕຣເລັຍ ທີ່ຄວນຮູ້ 20.05.2022

ສຳຣັບຫຼາຍຄົນແລ້ວ, ສຳນວນພາສາອັງກິດກໍຍາກທີ່ຈະເຂົ້າໃຈ ແຕ່ວ່າສຳນວນທາງການເມືອງທີ່ເປັນພາສາອັງກິດແລ້ວ ອາດຈະເຂົ້າໃຈຍາກກວ່າປົກກະຕິ, ມາທຳຄວາມເຂົ້າໃຈກັບສຳນວນທີ່ເຮົາອາດຈະໄດ້ຍິນໂດຍສະເພາະໃນລະຫວ່າງການຫາສຽງກ່ອນການເລືອກຕັ້ງໃນປີນີ້.

ການຄາດຄະເນຂອງຄວາມເປັນໄປໄດ້ຂອງການລືອກຕັ້ງ 17.05.2022

ດ້ວຍສາເຫດຫຼາຍຢ່າງ ທັງທາງການເມືອງ, ວິກິດທາງທັມຊາດ ແລະການປ່ຽນແປງຂອງທາງເລືອກໃໝ່ທີ່ຜູ້ລົງຄະແນນສາມາດເລືອກໄດ້, ການເດົາສຸ່ມສຳຫຼວດກໍເລີຍບໍ່ສາມາດທີ່ຈະ ຄາດຄະເນຜົນຂອງການເລືອກຕັ້ງດ້ວຍຄວາມໝັ້ນໃຈໄດ້. ແຕ່ຜູ້ຊ່ຽວຊານຫຼາຍຄົນກໍວ່າ ມັນມີໂອກາດຫຼາຍທີ່ຈະເປັນຣັຖບານທີ່ມີສຽງສ່ວນໜ້ອຍ ຫຼື Hung Parliament.

ການລົງຄະແນນສຽງເລືອກຕັ້ງຄັ້ງທຳອິດ. 11.05.2022

ຊາວອອສເຕຣເລັຍຫລາຍກວ່າ 610 ພັນຄົນຈະປ່ອນບັດເລືອກຕັ້ງເທື່ອທຳອິດໃນຊີວິດ ແຕ່ພັກການເມືອງໃຫຍ່ຄ້າຍກັບວ່າ ບໍ່ສາມາດທີ່ຈະເຮັດໃຫ້ຜູ້ປ່ອນບັດເຫຼົ່ານັ້ນພໍໃຈ ຍ້ອນເຫດຜົນຫຼາຍຢ່າງ. ແຕ່ການລົງຄະແນນສຽງກໍແມ່ນການໃຊ້ສິດໃນການ ກຳນົດວ່າ ພັກການເມືອງໃດຈະເປັນຣັຖບານ ຊຶ່ງຈະມີຜົນຕໍ່ທຸກຄົນໃນປະເທດ.

ຂໍ້ມູນຂອງພັກແຮງງານ (Labor Party) 10.05.2022

ນັກວິຈານການເມືອງຫຼາຍຄົນກໍວ່າພັກຂອງ ຝ່າຍ ລັດຖະບານກຳລັງມຸ້ງຫນ້າ ໄປສູ່ການ ສູນເສັຍການເລືອກຕັ້ງ. ແຕ່ຄວາມວຸ້ນວາຍໃນພັກແຮງງານ ແລະ ປັດຈັຍຕ່າງໆທົ່ວໂລກ ອາດມີຜົນກະທົບຕໍ່ໂອກາດທີ່ພັກແຮງງານຈະຊນະການເລືອກຕັ້ງເທື່ອນີ້ຫຼືບໍ່?

ຂໍ້ມູນຂອງພັກ Liberal 10.05.2022

ຖ້າຈະເວົ້າເຖິງອະດີດແລ້ວ, ພັກ Liberal ຂອງ ອອສເຕຣເລັຍ ເປັນພັກການເມືອງທີ່ເກົ່າແກ່ແລະມີປວັດອັນຍິ່ງໃຫຍ່ ຈາກ Sir Robert Gordon Menzies ຈົນເຖິງ John Howard. ແຕ່ໃນການເລືອກຕັ້ງຄັ້ງນີ້, ພັກອາດຈະພົບກັບອຸປສັກ ຈາກພາຍໃນພັກເອງ.

ຂໍ້ມູນຂອງພັກ National Party 09.05.2022

ພັກ National Party ແມ່ນພັກການເມືອງທີ່ເກົ່າແກ່ພັກໜຶ່ງຂອງ ອອສເຕຣເລັຍ ທີ່ມີນະໂຍບາຍທີ່ຈະຮັກສາຜົນປະໂຫຍດຂອງ ພູມິພາກ ແລະຊົນນະບົດຂອງ ປະເທດ. ແຕ່ຄວາມປ່ຽນແປງພາຍໃນພັກ ແລະ ປັນຫາເລື້ອງສະພາບອາກາດ ຈະສົ່ງຜົນກະທົບກັບການເລືອກຕັ້ງປີນີ້ລືບໍ່?

ການລົງຄະແນນສຽງໃນການເລືອກຕັ້ງຂອງທ່ານ 05.05.2022

ຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້. ອົງການ AEC ກ່າວວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນໃນການລົງຄະແນນສຽງ ແລະກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.

ການລົງຄະແນນສຽງກ່ອນມື້ເລືອກຕັ້ງ 05.05.2022

ການລົງຄະແນນສຽງກ່ອນມື້ເລືອກຕັ້ງ ຈະມີຜົນກະທົບ ຕໍ່ການຫາສຽງຂອງພັກການເມືອງຢ່າງໃດແດ່? ໝີໃຜແດ່ທີ່ສາມາດໃຊ້ບໍລິການນີ້?

ການເລືອກຕັ້ງແບບ “ບູລິມຸສິດ” (Preferential) ແມ່ນຫຍັງ? 05.05.2022

ການເລືອກຕັ້ງແບບບຸລິມະສິດຂອງ ອອສເຕຣເລັຍນັ້ນ ແຕກຕ່າງກັນກັບລະບົບເລືອກຕັ້ງ ຂອງ ອະເມຣິກາ, ສຫະຣາຊອານາຈັກອັງກິດ ຫຼື ອິນເດັຍ. ຄຳອະທິບາຍຢ່າງສັງເຂບ:

ປີໃໝ່ລາວ 2022 05.05.2022

ງານປີໃໝ່ປີນີ້ກໍໄດ້ຜ່ານໄປ ເຖິງແມ່ນວ່າ ຈະບໍ່ຄຶກຄື້ນ ດັ່ງຄວາມຕ້ອງການ ແຕ່ ການສືບຕໍ່ທາງສາສນາ ປະເພນີ ແລະວັທນະທັມກໍຍັງມີ ຢູ່ບໍ່ຂາດສຳຣັບຄົນລາວທຸກຄົນໃນ ອອສເຕຣເລັຍ. ໆາງຊຸມຊົນລາວຕ່າງກໍພາກັນຫວັງວ່າ ປີໜ້າ ບຸນປີໃໝ່ລາວຈະກັບມາ ເປັນຄືຫຼາຍປີກ່ອນໆ ໂດຍບໍ່ມີ ໂຄວິດ ມາເປັນອຸປສັກອີກ.

ນາງໜໍລາວໃນການຕໍ່ສູ້ ໂຄວິດ-19 ໃນ ແມນລ໌ເບີນ 09.09.2021

ສຳພາດຍານາງ ສຸທິດາ ຄຳມີ ກັນຫາລີຄຳ. ການເປັນໜໍເປັນແພດແລະຜູ້ຊ່ວຍວິຊາອາຊີບດັ່ງກ່າວບໍ່ແມ່ນຂອງງາຍດາຍ ທັງອາດພາໃຫ້ເຈັບຢ່ວຍຕາຍຍ້ອນໄດ້ດ້ວຍ ໂດຍສະເພາະກ່ຽວກັນພະຍາໂຄວິດ- ຢຈທີກຳລັງອາຣະວາດຢ່ງບໍ່ເລືອໜ້າໃຜແລະຊັ້ນວັນນະ. ການສຳພາດນັ້ນຈະນຳພາໃຫ້ເຫັນບາງສະພາບການໃນແມນລ໌ເລີນ.

ການຂົນສົ່ງທາງຣົດ ຂຸນໜິງ-ວຽງຈັນ 09.09.2021

ໂຄງການຣົດຟືນຣົດໄຟລາວ-ຈີນກໍໃກ້ຈະສຳເຮັດແລ້ວ ແຕ່ບັນນີ້ ສອງປະເທດ ນັ້ນກຳລັງຈະພັທນາເສັ້ນທາງການຂົນສົ່ງທາງບົກ ຂຸນໜິງ-ວຽງຈນັນ ຢູ່ ແລະ ກຳລັງເຮັດຫຍັງຢູ່ໃນເວລານີ້?

ວຽງຈັນຍົກຣະດັບການຕ້ອງຫ້າມກ່ຽວກັບ ໂຄວິດ-19 09.09.2021

ໂຄວິດ-19 ອາຣະວາດເພີ້ມຂຶ້ນເຮັດໃຫ້ຄົນເປັນມັນຫຼາຍຂຶ້ນຢູ່ຕລອດມາຢູ່ ແຕ່ທາງການລາວກໍຕໍ່ຕ້ານມັນໂດຍໆນາວິທີການຢູ່ສເມີມາ. ບັດນີ້ວຽງຈັນຍົກຣະດັບການຕໍ່ຕ້ານນັ້ນຂຶ້ນຕື່ມເພື່ອຈະເອົາສະນະມັນໃຫ້ໄດ້.

ພະຍາດ ໂຄວິ-19 ມີຄວາມສ່ຽງມາກມານຕໍ່ການເປັນໜັນກ່ວາຢາວັກຊີນໂຄວິດ 09.09.2021

ຢາວັກຊີນ ໂຄວິດ-19 ເຮັດໃຫ້ເປັນໜັນບໍ່? ທາງການສາທາຣະນະສຸກອອສເຕຼເລັຍກຳລັງພະຍາຍາມທັບມ້າງຂໍ້ມູນ ອັນບໍ່ຖຶກຕ້ອງຕ່າໆທີ່ເວົ້າວ່າຢາວັກຊີນ ໂຄວິດ-19 ສາມາດແຕະຕ້ອງ ການມີລູກມີເຕົ້າຂອງຄົນເຮົາ ເມື່ອທີ່ຜູ້ຍິງຜູ້ໜຸ່ມນ້ອຍມາກມາຍລັ່ງເລໃຈ ທີ່ຈະໄປໃຫ້ສັກຢາວັກຊີນດັ່ງກ່າວ. ຣັຖມົນຕີສາທາຣະນະສຸກນີວຊາວທ໌ແວນລ໌ບອກເຕືອນວ່າຜົນສະທ້ອນອັນ ຍືນຍາວຈາກ ໂຄວິດ-19 ຄົງຈະພາໃຫ້ມີບັນຫາໃນດ້ານການມີລູກມີເຕົ້າ.

ຈົ່ງເອົາການດູແລໂຕເອງໃສ່ວຽກງານປະຈຳວັນຂອງທ່ານ 09.09.2021

ອີງຕາມສາທາຣະນະສຸກອອສເຕຼເລັຍ ຜູ້ຍິງມີໂອກາດເຖິງ 1.6 ຄັ້ງທີ່ຈະມີ ບັນຫາໃນດ້ານປະສາດແລະຫ່າງກາຍຫຼາຍກ່ວາຜູ້ຊາຍ. ໜີພາໃຫ້ມີຄວາມເປັນຫ່ວງເປັນຍັຍຂຶ້ນຍ້ອນອັນເນື່ອງມາຈາກນາໆເຫດຜົນ.

ຂ່າວສຳຮັບຣະຍະ 06-9-21 09.09.2021

ຂ່າວຄາວທີ່ໜ້າສົນໃຈສຳຮັບຣະຍະ 06-9-21

ສປປລ ສັກຢາວັກຊີນໂຄວິດໃຫ້ພົນລະເມືອງເກີນ 50% ແລ້ວ 09.09.2021

ສປປລາວ ມີໂຄງການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ພົນລເມືອງໃນລາວ ມາຊົ່ວຣະຍະນຶ່ງແລ້ວໂດຍອາໄສຢານັ້ນຈາກການບຣິຈາກໂດຍຕ່າງປະເທດ. ບັດນີ້ປາກົດວ່າ ສປປລາວ ສຳເຣັດວຽກງານດັ່ງກ່າວໄດ້ຫຼາຍກ່ວາ 50% ແລ້ວ.

ຣັຖບານອອສເຕຼເລັຍຖຶກໄຈ້ກ່ຽວກັບຄວາມແຈ້ງຂາວຂອງເບັ້ຍ ຈອບຄີບເປີ 09.09.2021

ຣັຖບານອອສເຕຼເລັຍກຳລັງດັນກັບຄວາມກົດດັນໃຫ້ນຳເອົາເບັ້ຍ ຈອບຄີບເປີ ຄືນຈາກບໍຣິສັດທີ່ມີກຳໄລ. ນີ້ເປັນດັ່ງນັ້ນເມື່ອມີການເປີດເຜີຽວ່າທຸຣະກິດຫຼາຍພັນຍບໍຣິສັດໄດ້ກຳໄລທະວີຂຶ້ນ ເຖິງສອງສາມເທົ່າເມ່ື່ອໄດ້ເງິນ ຈອບຄິບເປີ.

ນາຍົກຄີວນສ໌ແລນດ໌ຢາກໄດ້ຂໍ້ມູນອັນທັນການກ່ຽວກັບໂຄວິດແລະເດັກໆ 09.09.2021

ນາຍົກຣັຖມົນຕີຣັດຄີວນສ໌ແລນດ໌ກຳລັງປະເຊີນກັບການສິພາກວິຈານ ສຳຮັບທີ່ໄດ້ຮ້ອງຂໍເອົາຜົນການຄົ້ນຄ້ວາອັນທັນການກ່ໜວກັບຜົນສະທ້ອນ ຂອງ ໂຄວິດ-19 ທີ່ມີຕໍ່ເັດກໆທີ່ອ່ອນກ່ວາ 12 ປີ. ນາຍົກນັ້ນຕ້ອງການແບບແຜນອັນທັນການຂອງສະຖາບັນ "ໂດເຮີກຕີ ອິນສ໌ຕີຕູດ" ທີ່ຍານາງຈະສາມາດໃຊ້ກັບຖັນແຖວຂອງຍານາງແລະຄົນໃນ ຄີວນສ໌ແລນດ໌ເພື່ອການຕັດສິນໃຈກ່ຽວກັບເປີດຣັດຄີວນສ໌ແລນດ໌ຄືນໃໜ່. ຄວາມຕ້ອງການຂອງນາຍົກນັ້ນເຮັດໃຫ້ຄະນະຣັຖບານອອສເຕຼເລັຍໃຈຮ້າຍຂຶ້ນຍ້ອນ.

ຊີວິດປະຈຳວັນໃນ ອັຟການິສຕ໌ຖານ ກັບກາຍເປັນສິ່ງຍາກຊາຂຶ້ນ 09.09.2021

ຄົນ ອັຟການິສຕ໌ຖານ ມີຄວາມຍາກຊາທີ່ຈະຢືດຢື້ເຖິງເງິນຂອງພວກຂະເຈົ້າໄດ້ ແລະສິ່ງຂອງອາຫານທີ່ຈຳເປັນເມື່ອສະຫະຣັດອະເມຣິກາປະກາດວ່າຕົນສຳເຣັດໃນ ການຖອນໂຕອອກໄປຈາກ ອັຟການິສຕ໌ຖານ ແລ້ວ. ຄວາມຍາກຊາດັ່ງກ່າວມີຂຶ້ນເມື່ອທີ່ສະຫະປະຊາຊາດບອກເຕືອນວ່າເດັກໆໃນ ອັຟ ການິສຕ໌ຖານ ທີ່ມີອາຍຸອ່ອນກ່ວາຕົກຢູ່ໃນສະພາບການຂາກເຂີນອາຫານອັນສົມ ບຸນຢ່າງສາຫັດ.

ຂ່າວສຳຮັບຣະຍະ 04-9-21 09.09.2021

ຂ່າວຄາວສຳຮັບ 04-9-21 ທີ່ເປັນອັນສົນໃຈມີຫຍັງແດ່?

ອັບເດດ ໂຄວິດ-19 ສຳຮັບ 06-9-21 06.09.2021

ເຫັນປາກົດວ່າສະຖານະພາບໂຄວິດໃນຫຼາຍແຫ່ງອອສເຕຼເລັຍໄຄຂຶ້ນແດ່ຫຼືບໍ່?

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.