SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ການເຂົ້າເຖິງການຂົນສົ່ງສາທາຣະນະ ສໍາລັບຄົນພິການອອສເຕຣເລັຍ 02.04.2024

ມາດຕະຖານການຂົນສົ່ງ ສາທາຣະນະ ຂອງອອສເຕຣເລັຍ ຖືກກໍານົດໃຫ້ໄດ້ຮັບການປັບປຸງ ທີ່ສໍາຄັນຄັ້ງທໍາອິດ ໃນຮອບ 20 ປີ, ເພື່ອປັບປຸງການເຂົ້າເຖິງ ສໍາລັບຄົນພິການ. ພວກສນັບສນຸນກ່າວວ່າ ການປ່ຽນແປງມາຖືກທາງແລ້ວ, ແຕ່ຢາກໃຫ້ມີການຮັບຮອງວ່າ ພວກເຂົາເຈົ້າ ຈະໄດ້ຮັບການຮັບຮອງ ຢ່າງມີປະສິດທິພາບ ແລະປະສິດທິຜົນ.

ປອກແຂນຕິດຕາມ ແລະຜູ້ເຮັດຜິດເຍົາວະຊົນ. 02.04.2024

ປອກແຂນຕິດຕາມເອເລັກໂຕຼນິກ (Electronic monitoring bracelets)ຈະຖືກນໍາໃຊ້ ກັບເຍົາວະຊົນ ທີ່ຖືກຕັ້ງຂໍ້ຫາຮ້າຍແຮງ ໃນຣັດວິກຕໍເຣັຍ ເພື່ອພະຍາຍາມໃຫ້ແນ່ໃຈວ່າ ພວກເຂົາປະຕິບັດຕາມເງື່ອນໄຂການປະກັນຕົວ. ແຕ່ກໍມີຜູ້ບໍ່ເຫັນດີນຳ ດ້ວຍເຫດຜົນຕ່າງໆ.

The importance of understanding cultural diversity among Indigenous peoples - ຄວາມສໍາຄັນ ຂອງການເຂົ້າໃຈຄວາມຫຼາກຫຼາຍ ທາງວັດທະນະທັມ ໃນບັນດາຊົນເຜົ່າພື້ນເມືອງ. 26.03.2024

Understanding the diversity within the First Nations of Australia is crucial when engaging with Aboriginal and Torres Strait Islander peoples and building meaningful relationships. - ຄວາມເຂົ້າໃຈ ຄວາມແຕກຕ່າງພາຍໃນ First Nations ຂອງອອສເຕຣເລັຍແມ່ນສິ່ງສໍາຄັນ ເມື່ອມີສ່ວນຮ່ວມ ກັບຊາວພື້ນເມືອງ ແລະ Torres Strait Islander ແລະການສ້າງ ຄວາມສໍາພັນທີ່ມີຄວາມຫມາຍ.

ຄວາມບາດໝາງລະຫວ່າງ Donald Trump ແລະ Kevin Rudd. 21.03.2024

ອະນາຄົດ ຂອງເອກອັຄຣັຖທູດ ອອສເຕຣເລັຍ ປະຈໍາສະຫະຣັດອາເມຣິກາ ໄດ້ຖືກຕັ້ງຄຳຖາມ-ຫຼັງຈາກທີ່ອະດີດປະທານາທິບໍດີ Trump ໄດ້ກ່າວກ່ຽວກັບທ່ານ Kevin Rudd. ທາງຣັຖບານ ອອສເຕຣເລັຍ ຍັງຢືນຢັນວ່າ ທ່ານ Kevin Rudd ຍັງຈະດຳລົງຕຳແໜ່ງຢູ່ ບໍ່ວ່າໃຜຈະໄດ້ຖືກເລືອກຕັ້ງ ເປັນປະທານາທິບໍດີ ອຳເມຣິກາກໍຕາມ.

ການຂາດທີ່ພັກອາສັຍຂອງຊາວຫນຸ່ມ. 20.03.2024

ການວິຈັຍໃຫມ່ກ່ຽວກັບ ການຂາດທີ່ພັກອາສັຍ ຂອງຊາວໜຸ່ມ ສະແດງໃຫ້ເຫັນວ່າ ຫຼາຍຫມື່ນຄົນ ກໍາລັງສແວງຫາການຊ່ວຍເຫຼືອພຽງຢ່າງດຽວ, ແຕ່ຍັງດີ້ນລົນ ທີ່ຈະຊອກຫາການແກ້ໄຂ ຕໍ່ສະຖານະການຂອງເຂົາເຈົ້າ ໃນໄລຍະຍາວ.

How to prepare a job application: Tips for success - ການກຽມການສມັກວຽກ: ຄຳແນະນຳເພື່ອຄວາມສຳເລັດ. 19.03.2024

When coming across an advertisement for a job that interests you, understanding the subsequent steps is crucial. Preparing the requisite documentation and comprehending the recruiter's expectations will enhance your likelihood of securing that position. - ເມື່ອເຫັນໂຄສະນາ ສໍາລັບວຽກທີ່ທ່ານສົນໃຈ, ການເຂົ້າໃຈຂັ້ນຕອນຕໍ່ໄປ ເປັນສິ່ງສໍາຄັນຫຼາຍ. ການກະກຽມເອກະສານ ທີ່ຈໍາເປັນ ແລະການເຂົ້າໃຈຄວາມຕ້ອງການຂອງນາຍຈ້າງ...

ຜູ້ຂາດທີ່ຢູ່ອາສັຍ ກັບຄວາມຮ້ອນໃນ ອອສເຕຣເລັຍ. 12.03.2024

ຜູ້ຂາດທີ່ຢູ່ອາສັຍ ຈະມີຄວາມສ່ຽງຫຼາຍກວ່າຕໍ່ຄວາມຮ້ອນ. ຕອນນີ້ ໃນອອສເຕຣເລັຍ ມີການສ້າງສູນຄວາມເຢັນ ເພື່ອຊ່ອຍບັນເທົາຄວາມຮ້ອນແກ່ ຜູ້ຂາດທີ່ຢູ່ອາສັຍ ແລະຜູ້ອາສັຍຢູ່ໃນ ເຮືອນພັກສັງຄົມ (Social Housing). ມີຄວາມຫວັງວ່າໂຄງການນີ້ ຈະບໍ່ມີພຽງແຕ່ໃນທົ່ວປະເທດເທົ່ານັ້ນ, ແຕ່ຢູ່ໃນລະດັບສາກົນນຳອີກ.

ການຮັກສາອາການໝົດປະຈຳເດືອນ ໃນອອສເຕຣເລັຍ 12.03.2024

ເອກກະສານຊຸດນຶ່ງ ໂດຍນັກຄົ້ນຄວ້າຊາວອອສເຕຣເລັຍ ແນະນໍາວ່າ ການຈັດຕັ້ງທາງການແພດ ອາດໃຊ້ຢາ ໃນການປິ່ນປົວ ການໝົດປະຈຳເດືອນ ຫລາຍເກີນໄປ. ພວກເຂົາເຈົ້າ ຮຽກຮ້ອງໃຫ້ມີຄວາມເຂົ້າໃຈຢ່າງກວ້າງຂວາງ ເຖິງສະພາບການ ທີ່ຊ່ອຍໃຫ້ແມ່ຍິງ ທີ່ກໍາລັງປະສົບກັບວັຍໝົດປະຈຳເດືອນ ສາມາດນຳທາງໄປສູ່ການປ່ຽນແປງໄດ້.

ຄວາມສາມາດໃນການຈ່າຍຄ່າເຊົ່າໃນ ອອສເຕຣເລັຍ. 12.03.2024

ອອສເຕຣເລັຍ ກໍາລັງປະເຊີນກັບວິກິດການ ຄວາມສາມາດໃນການຈ່າຍຄ່າເຊົ່າ ທີ່ຮ້າຍແຮງທີ່ສຸດໃນຮອບ 17 ປີ, ດ້ວຍລາຄາເຊົ່າທີ່ສູງຂຶ້ນ ເກີນກວ່າການເຕີບໂຕຂອງລາຍໄດ້ ຊຶ່ງສົ່ງຜົນກະທົບຕໍ່ຄົນນັບລ້ານ.

What are Ramadan and Eid and how are they celebrated in Australia? - Ramadan ແລະ Eid ແມ່ນຫຍັງ ແລະມີການ ສເລີມສລອງແນວໃດໃນອອສເຕຣເລັຍ? 11.03.2024

As Muslims in Australia and around the world observe Ramadan, a month-long period of devotion and fasting, in this episode, we explore the religious significance of this holy month.  - ເນື່ອງຈາກຊາວມຸສລິມ ໃນອອສເຕຣເລັຍ ແລະທົ່ວໂລກ ປະຕິບັດຣາມາດານ, ຊຶ່ງເປັນເວລາຫນຶ່ງເດືອນ ຂອງການອຸທິດຕົນ ແລະຖືສິນອົດເຂົ້າ, ໃນຕອນນີ້ຂອງ Australia Explained, ພວກເຮົາຄົ້ນຫາຄວາມສໍາຄັນທາງສາສນາຂອງເດືອນສັກສິດນີ້.

ເວລາຢູ່ຫນ້າຈໍ (Screentime) ອາດລົບກວນ ການພັດທະນາພາສາ ໃນເດັກ 06.03.2024

ພວກນັກຄົ້ນຄວ້າ ໄດ້ເຕືອນພໍ່ແມ່ ໃຫ້ຮູ້ເຖິງສິ່ງທີ່ເອີ້ນວ່າ 'technoference'-ເມື່ອເວລາຢູ່ກັບຫນ້າຈໍ ຈໍາກັດຄວາມສາມາດ ຂອງເດັກນ້ອຍ ໃນການເວົ້າລົມ, ພົວພັນ ແລະພັດທະນາທັກສະໃຫມ່ ອີງຕາມການສຶກສາທໍາອິດ ຂອງອອສເຕຣເລັຍ ທີ່ພົບວ່າ ເດັກອາຍຸສາມປີໂດຍທົ່ວໄປ ສາມາດໃຊ້ເວລາສາມຊົ່ວໂມງ ຕໍ່ຫນ້າຈໍໃນແຕ່ລະມື້ອາດລົບກວນ ການພັດທະນາພາສາ ໃນເດັກວັຍຫັດຍ່າງ.

ບັນຫາການສໍ້ໂກງດ້ານອາຫານໃນອອສເຕຣເລັຍ. 06.03.2024

ບັນຫາການສໍ້ໂກງດ້ານອາຫານໄດ້ສ້າງຄວາມເສັຍຫາຍໃຫ້ຜູ້ຜລິດໃນທົ່ວໂລກ ປະມານ 40 ຫາ 50 ພັນລ້ານໂດລາຕໍ່ປີ, ແລະ 2 ຫາ 3 ພັນລ້ານໂດລາ ໃນອອສເຕຣເລັຍພຽງບ່ອນດຽວ, ໂດຍບໍ່ໄດ້ນັບການສໍ້ໂກງຢ່າງຫລວງຫລາຍທີ່ບໍ່ຖືກຄົ້ນພົບ ເຖິງແມ່ນວ່າເມື່ອທຽບໃສ່ມາດຕະຖານທົ່ວໂລກ, ອອສເຕຣເລັຍແມ່ນຫນຶ່ງໃນປະເທດທີ່ດີທີ່ສຸດ ສໍາລັບຄວາມປອດພັຍດ້ານອາຫານ.

Tackling misinformation: How to identify and combat false news - Tackling misinformation: ວິທີລະບຸ ແລະຕໍ່ສູ້ກັບຂ່າວປອມ. 05.03.2024

In an era where information travels at the speed of light, it has become increasingly difficult to distinguish between true and false. Whether deemed false news, misinformation, or disinformation, the consequences are the same - a distortion of reality that can affect people's opinions, beliefs, and even important decisions. - ໃນສມັຍທີ່ຂໍ້ມູນ ເດີນທາງດ້ວຍຄວາມໄວຂອງແສງ, ການແຍກຄວາມຈິງ ຈາກຄວາມຕົວະ ໄດ້ກ...

ບັນຫາໂຣກຄວາມອ້ວນໃນອອສເຕຣເລັຍ. 05.03.2024

ປັດຈຸບັນນີ້ ມີຊາວອອສເຕຣເລັຍ ເພີ່ມອີກ 2.5 ລ້ານຄົນ ທີ່ຖືກຈັດໃຫ້ເປັນຄົນອ້ວນ ເມື່ອທຽບໃສ່ ເມື່ອສິບປີກ່ອນ, ໃນຂນະທີ່ ຣັຖບານພິຈາຣະນາຂໍ້ສເນີ ທີ່ຈະຈໍາກັດ ການໂຄສະນາອາຫານບໍ່ເປັນປໂຍດ (Junk-food) ທີ່ແນເປົ້າຫມາຍໃສ່ເດັກນ້ອຍ.

ການບໍ່ຮູ້ກ່ຽວກັບໂຣກລີ້ນຫົວໃຈ ຂອງຄົນອອສເຕຣເລັຍ. 28.02.2024

ການຄົ້ນຄວ້າເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ຊາວອອສເຕຣເລັຍ ຫຼາຍກວ່າສອງແສນຫ້າໝື່ນຄົນ ໄດ້ຕິດເຊື້ອ ໂຣກລີ້ນຫົວໃຈ (Heart Valve Disease). ແຕ່ການຄົ້ນຄວ້າສະແດງໃຫ້ເຫັນວ່າ ຄົນສ່ວນໃຫຍ່ ບໍ່ຮູ້ກ່ຽວກັບໂຣກນີ້ ຊຶ່ງກໍ່ໃຫ້ເກີດຄວາມເປັນຫ່ວງຫຼາຍຂຶ້ນອີກ. ໂຣກນີ້ ຈະສົ່ງຜົນກະທົບຕໍ່ຜູ້ສູງອາຍຸ ຊຶ່ງຕອນນີ້, ຈຳນວນຜູ້ທີ່ອາຍຸສູງກວ່າ 60 ປີນັ້ນມີຫຼາຍ.

ການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນອອສເຕຣເລັຍ. 27.02.2024

ໃນການສໍາຫຼວດໃໝ່ ໂດຍ GlaxoSmithKline ໄດ້ເປີດເຜີຍການຂາດຄວາມຮູ້ ກ່ຽວກັບໂຣກຕານເຕັ້ນ ຫຼືງູສວັດ (Shingles) ໃນບັນດາຄົນສູງອາຍຸ ຊາວອອສເຕຣເລັຍ ຊຶ່ງຫຼາຍຄົນຄິດວ່າ ໂຣກຕານເຕັ້ນ ຫຼືງູສວັດ (Shingles) ນັ້ນຮ້າຍແຮງ-ແຕ່ກໍຈະບໍ່ເກີດຂຶ້ນກັບພວກເຂົາ.

ການລົງທະບຽນກັບ BetStop ໃນການຍົກເວັ້ນຕົນເອງ ຈາກການພະນັນ, 27.02.2024

ຣັຖບານກາງ ກໍາລັງປະເຊີນຫນ້າ ກັບການຮຽກຮ້ອງຫຼາຍຂຶ້ນ ໃນການຕໍ່ສູ້ ກັບການພະນັນທີ່ສ້າງບັນຫາ.ຕົວເລກໃຫມ່ ກ່ຽວກັບຈໍານວນຊາວອອສເຕຣເລັຍ ທີ່ຍົກເວັ້ນໂຕເອງ(Self-excluding) ອອກຈາກການຫລິ້ນພະນັນ, ໄດ້ເຮັດໃຫ້ມີການເຕືອນກ່ຽວກັບວິກິດການ ດ້ານສາທາຣະນະສຸກແລະດ້ານອື່ນໆ.

Are you eligible for the Higher Education Loan Program? - ທ່ານມີສິດຢືມເງິນເພື່ອການສຶກສາບໍ່? 27.02.2024

Around three million Australians have a government loan through HELP, the Higher Education Loan Program. You too may be eligible to defer your tertiary tuition fees until you secure a job. - ຊາວອອສເຕຣເລັຍ ປະມານສາມລ້ານຄົນ ໄດ້ກູ້ຢືມຈາກຣັຖບານໂດຍຜ່ານ HELP (Higher Education Loan Program), ໂຄງການກູ້ຢືມເພື່ອການສຶກສາລະດັບອຸດົມສຶກສາ. ເຊັ່ນດຽວກັນ, ທ່ານອາດຈະມີສິດເລື່ອນຄ່າຮຽນ ລະດັບອຸດົມສຶກສາຂອງທ່ານ ຈົນກວ່າທ່າ...

ຕໍາຫລວດກຳລັງປາບປາມການ “ຂົນຖ່າຍເງິນ (Money Mules)” 21.02.2024

ຕໍາຫລວດຣັຖບານກາງ ແລະສະຖາບັນການເງິນ ຂອງອອສເຕຣເລັຍກ່າວວ່າ ມີກຸ່ມອາຊະຍາກັມ ຈຳນວນຫລາຍຂຶ້ນ ກຳລັງແນເປົ້າຫມາຍໃຫ້ນັກສຶກສາໃຫ້ກາຍເປັນ 'ຜູ້ຂົນຖ່າຍເງິນ (Money Mules)' ຊຶ່ງແມ່ນຄວາມຜິດຮ້າຍແຮງ ຖານຟອກເງິນ ຢ່າງຮ້າຍແຮງ ແລະມີລົງໂທດລະຫວ່າງ 12 ເດືອນ ເຖິງຕິດຄຸກຕລອດຊີວິດ.

ນັກຮຽນອອສເຕຣເລັຍກັບປັນຫາໃນການອ່ານໜັງສື. 21.02.2024

ລາຍງານຂອງສະຖາບັນ Grattan ໄດ້ເປີດເຜີຍວ່າ ນັກຮຽນອອສເຕຣເລັຍ ມີປັນຫາໃນການອ່ານໜັງສື ແລະຮຽກຮ້ອງໃຫ້ໂຮງຮຽນ ຮັບເອົາຄໍາແນະນໍາ ທີ່ເຂົາເຈົ້າກ່າວວ່າ ສາມາດຊ່ວຍໃນເລື້ອງການຮຽນບໍ່ດີຂອງນັກຮຽນ. ລາຍງານຍັງເຕືອນວ່າ ນັກຮຽນທີ່ມີປັນຫາໃນການອ່ານໜັງສື ມັກຈະຮຽນບໍ່ທັນໝູ່...ແລະອາດຈະສ້າງຄວາມເສັຍຫາຍໃຫ້ອອສເຕຣເລັຍຫຼາຍພັນລ້ານໂດລາ ໃນໄລຍະຍາວ.

ການຮັກສາຊາຍແດນ ຂອງ ອອສເຕຣເລັຍ. 20.02.2024

ການມາເຖິງໂດຍທາງເຮືອ ຂອງຜູ້ຊາຍປະມານ 40 ຄົນ, ທີ່ສົງໄສວ່າເປັນຜູ້ຂໍລີ້ພັຍ ໃນທີ່ຫ່າງໄກ ຂອງ Western Australia ໃນອາທິດນີ້, ໄດ້ເຮັດໃຫ້ມີການແລກປ່ຽນຄໍາເວົ້າທີ່ຮຸນແຮງ ລະຫວ່າງຣັຖບານກາງ ແລະຝ່າຍຄ້ານ.

What is the cultural significance of First Nations weaving? - ຄວາມສໍາຄັນທາງວັດທະນະທັມ ຂອງການຕ່ຳຜ້າຫຼືຖັກສານຂອງຊົນຊາດທໍາອິດແມ່ນຫຍັງ? 20.02.2024

Weaving is one of the most complex and sophisticated examples of First Nations technology and culture. It produces objects of beauty, and the process itself has deep cultural significance. Weaving is a way to share knowledge, connect to people and country, invite mindfulness, and much more. - ການຕ່ຳຜ້າຫຼືຖັກສານ ເປັນຫນຶ່ງໃນຕົວຢ່າງທີ່ຊັບຊ້ອນທີ່ສຸດ ຂອງເຕັກໂນໂລຊີ ແລະວັດທະນະທັມ ຂອງ First Nations. ມັນຜລ...

ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ. 01.11.2023

ໂຮກງູສວັດ (Shingles) ສົ່ງຜົນກະທົບ ຕໍ່ຜູ້ຄົນ ເພາະບໍ່ພຽງແຕ່ມັນຈະເຮັດ ໃຫ້ເກີດຄວາມເຈັບປວດຢ່າງສາຫັດ ແລະການບວມ ແລະເຈັບປວດ ໃນບໍຣິເວນເທົ່ານັ້ນ, ແຕ່ມັນອາດເຮັດໃຫ້ ເກີດຄວາມເຈັບປວດ ໃນໄລຍະຍາວນໍາອີກ. ມີຄວາມເຂົ້າໃຈຜິດຫຼາຍຢ່າງກ່ຽວກັບໂຣກນີ້. ຕອນນີ້, ມີ ຢາວັກຊີນປ້ອງກັນງູສວັດ (Shingles) ກຳລັງຈະຖືກນຳມາໃຊ້ ໃນອອສເຕຣເລັຍ.

ຄົບຮອບ 77 ປີທີ່ລະເບີດປະຣະມານູຖືກຖິ້ມໃສ່ປະເທດຍີ່ປຸ່ນ 10.08.2022

ລະເບີດປະຣະມານູ (Atomic bomb) ລູກທໍາອິດຂອງໂລກໄດ້ຖືກຖິ້ມໃສ່ປະເທດຍີ່ປຸ່ນ ແຕ່ອຳນາດທຳລາຍລ້າງຂອງລະເບີດເປັນສິ່ງທີ່ໜ້າຢ້ານກົວ. ທົ່ວໂລກກຳລັງພຍາຍາມຄວບຄຸມການໃຊ້ອາວຸດນິວເຄຼັຍ ແຕ່ຈະມີຜົນຫຍັງບໍ່?

ການຊ້ອມຣົບຢ່າງໃຫຍ່ຂອງຈີນໃກ້ກັບໄຕ້ຫວັນ 09.08.2022

ຈີນໄດ້ມີການຊ້ອມຣົບໃກ້ກັບໄຕ້ຫວັນ. ແຕ່ເມື່ອຖືກທັກທ້ວງຈາກອອສເຕຣເລັຍ, ຈີນກໍຕອບໂຕ້ວ່າ ອອສເຕຣເລັຍບໍ່ຄວນສ້າງປັນຫາຕໍ່ຄວາມພົວພັນຂອງສອງປະເທດ. ແຕ່ທັງຣັຖບານແລະຝ່າຍຄ້ານກໍກ່າວວ່າ ຣັຖມົນຕີຕ່າງປະເທດ ເຮັດຖືກຕ້ອງແລ້ວ ທັງມີການເຕືອນວ່າ ຄວນຈະຕຽມພ້ອມເພາະຈີນມີເຈດຕະນາທີ່ຈະຍຶດຄອງໄຕ້ຫວັນ.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.