SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
Mushroom foraging in Australia: Is it safe? - ການເກັບເຫັດ ໃນອອສເຕຣເລັຍນັ້ນ ປອດພັຍບໍ່? 28.05.2024 11:19
In Australia, authorities strongly advise against eating mushrooms that have not been expertly identified or purchased from a supermarket or grocer, as some fungi can be toxic or deadly if consumed. In each State and Territory, rules and regulations vary, and mushroom foraging is not allowed in some areas. - ໃນອອສເຕຣເລັຍ ເຈົ້າຫນ້າທີ່ແນະນໍາຢ່າງຍິ່ງ ກ່ຽວກັບການກິນເຫັດ ທີ່ບໍ່ໄດ້ຖືກລະບຸ ຫຼືຊື້ຈາກຮ້ານຄ້...
ການຊ່ອຍເຫຼືອຄົນພິການສູງອາຍຸ 28.05.2024 8:40
ຄວາມແຕກຕ່າງລະຫວ່າງ ໂຄງການປະກັນພັຍ ຄວາມພິການແຫ່ງຊາດ (NDIS) ແລະເງິນຊ່ອຍເຫຼືອຜູ້ສູງອາຍຸ ແມ່ນວ່າ ຄວາມພິການຕ້ອງຖືກ ພົບກ່ອນອາຍຸ 65 ປີ ແລະ ຈຳນວນເງິນຊ່ອຍເຫຼືອກໍຕ່າງກັນ.ດັ່ງນັ້ນ ຄົນພິການສູງອາຍຸ ຕ້ອງອາສັຍ Home Care Package (ຈາກທຶນຊ່ວຍເຫລືອ ຂອງຣັຖບານກາງ) ຊຶ່ງຜູ້ສນັບສນູນກ່າວວ່າ–ໃນຮູບແບບປະຈຸບັນຂອງມັນ-ມັນບໍ່ພຽງພໍ ກັບຄວາມຕ້ອງການສນັບ ສນູນ ຄວາມພິການ.
ການຊ່ອຍເຫຼືອໃນເລື້ອງການເງິນ 28.05.2024 8:30
ລາຍງານໃຫມ່ຂອງ ASIC (Australian Securities & Investments Commission) ກໍາລັງເນັ້ນຫນັກ ເຖິງການເພີ່ມຂຶ້ນ ຫຼາຍກວ່າ 54 ເປີເຊັນ ໃນການສັງເກດເຫັນ ຄວາມກົດດັນຂອງເງິນກູ້ຢືມ ຢູ່ໃນບ້ານ. ທັງຜູ້ໃຫ້ກູ້ຢືມ ແລະທະນາຄານ ກໍອ້າງວ່າໄດ້ຊ່ອຍຜູ້ມີປັນຫາໃນການຈ່າຍຄືນເງິນກູ້, ຄວາມຈິງເປັນແນວໃດ?
ສຳພາດກ່ຽວກັບການດູແລຜູ້ສູງອາຍຸ 28.05.2024 17:08
ມາຟັງບົດສຳພາດກ່ຽວກັບການຊ່ອຍເຫຼືອຂອງ ຣັຖບານ ອອສເຕຣເລັຍ ທີ່ມີໃຫ້ກັບຜູ້ສູງອາຍຸ. ຜູ້ໃຫ້ຂໍ້ມູນແລະຄຳແນະນຳກໍແມ່ນຄົນລາວ ແລະ ພະຍາຍາມຈະໃຫ້ຂໍ້ມູນເຂົ້າເຖິງຜູ້ສູງອາຍຸ ພ້ອມທັງຜູ້ດູແລ ( Carers / Care givers) ໃນການຊົມໃຊ້ ບໍຣິການຕ່າງໆ ທີ່ຣັຖບານມີໃຫ້.
What were the Australian Wars and why is history not acknowledged? - ສົງຄາມອອສເຕຣເລັຍ ແມ່ນຫຍັງ ແລະເປັນຫຍັງ ປວັດສາດຈຶ່ງບໍ່ຖືກຍອມຮັບ? 21.05.2024 14:42
The Frontier Wars is a term often used to describe the more than 100 years of violent conflicts between colonial settlers and the Indigenous peoples that occurred during the British settlement of Australia. Even though Australia honours its involvement in wars fought overseas, it is yet to acknowledge the struggle that made it the country it is today. - ສົງຄາມຊາຍແດນ (The Frontier Wars) ເປັນຄໍາທີ່ມ...
ວ່າດ້ວຍ ເລື້ອງຍົກຍ້າຍຖິ່ນຖານ ໃນອອສເຕຣເລັຍ 21.05.2024 8:53
ຣັຖບານກາງ ກຳລັງພິຈາຣະນາ ກົດຫມາຍ ທີ່ຈະກຳໜົດການ ຈົດທະບຽນເຂົ້າຮຽນ ຂອງນັກສຶກສາຕ່າງຊາດ. ນີ້ແມ່ນສາເຫດມາຈາກວິກິດການຂາດທີ່ຢູ່ອາສັຍ. ແຕ່ ຫຼາຍຝ່າຍກໍກ່າວວ່າ ນັ້ນບໍ່ແມ່ນສາເຫດທີ່ແທ້ຈິງ.
ສູນຊ່ອຍເຫຼືອຜູ້ຍິງກ່ຽວກັບຄວາມຮຸນແຮງໃນຄອບຄົວ 21.05.2024 7:21
ຜູ້ຍິງທີ່ມາຈາກພູມຫຼັງ ວັດທະນະທັມ ແລະພາສາທີ່ແຕກຕ່າງ ຈະພົບກັບອຸບປະສັກເພີ່ມຂຶ້ນ ເມື່ອຕ້ອງການຄວາມຊ່ອຍເຫຼືອ ກ່ຽວກັບ ຄວາມຮຸນແຮງໃນຄອບຄົວ.
ລາຍງານ ງົບປະມານ 2024. 21.05.2024 8:36
ງົບປະມານ ປີ 2024 ໄດ້ຖືກສເນີຕໍ່ ຣັຖສະພາແລ້ວ. Allan Lee ລາຍງານ ວ່າມີຫຍັງແດ່ ຢູ່ໃນງົບປະມານນັ້ນ.
ການກາຍພັນຂອງໄຂ້ຫວັດນົກ. 14.05.2024 7:02
ໃນຂນະ ທີ່ຍັງບໍ່ທັນມີການກວດພົບໄຂ້ຫວັດນົກ ຢູ່ໃນອອສເຕຣເລັຍ, ຜູ້ຊ່ຽວຊານເຕືອນວ່າ ການມາເຖິງຂອງມັນ ແມ່ນຫຼີກລ່ຽງບໍ່ໄດ້ ແລະພວກເຮົາຕ້ອງກຽມພ້ອມ ແລະນັກວິທະຍາສາດທົ່ວໂລກ ກໍາລັງແຂ່ງກັນ ເພື່ອຈະບົ່ງວ່າ ໄຂ້ຫວັດສັດປີກ H5N1 ທີ່ເຮັດໃຫ້ເກີດພະຍາດໄດ້ສູງ ຫຼື ໄຂ້ຫວັດນົກ ກໍາລັງວິວັດທະນາການແນວໃດ-ແລະມັນມີຄວາມສ່ຽງແນວໃດ ຕໍ່ມະນຸດ.
AstraZeneca ກຳລັງຖອນອອກ ທົ່ວໂລກ. 14.05.2024 5:53
ຢາວັກຊີນ AstraZeneca ໄດ້ຖືກຍົກເລີກ ໂດຍ Therapeutic Goods Authorityຂອງອອສເຕຣເລັຍ ໃນເດືອນເມສາ 2023 ຫຼັງຈາກ ໄດ້ພົບຜົນຂ້າງຄຽງທີ່ບໍ່ດີ. ຊຸດສຸດທ້າຍຂອງ AstraZeneca ໃນອອສເຕຣເລັຍ ໄດ້ໝົດອາຍຸໃນວັນທີ 21 ມີນາ 2023. AstraZeneca ໄດ້ຮັບເຄຣດິດສໍາລັບ Vaxzevria (ຊື່ທາງການຄ້າຂອງ AstraZeneca) ທີ່ຊ່ວຍຊີວິດຫຼາຍກວ່າ 6.5 ລ້ານຄົນ ຂອງການນໍາໃຊ້ ໃນປີທໍາອິດ.
ການເນຣະເທດ ຜູ້ເຂົ້າເມືອງຜິດກົດໝາຍ 14.05.2024 7:23
ການສອບຖາມ ຂອງສະພາສູງ (Senate Inquiry) ໄດ້ແນະນໍາ ໃຫ້ຣັຖບານ ອອກກົດຫມາຍ ວ່າດ້ວຍການເນຣະເທດ ທີ່ເປັນເລື້ອງຖົກຖຽງຊຶ່ງຈະເຮັດໃຫ້ການເນຣະເທດ ຜູ້ທີ່ຢູ່ໃນສະຖານທີ່ຄຸມຂັງຄົນເຂົ້າເມືອງໄດ້ງ່າຍຂຶ້ນ. ກົດຫມາຍສະບັບນີ້ ຍັງຈະອະນຸຍາດ ໃຫ້ຣັຖບານກໍານົດຫ້າມແບບຄອບຄຸມ ຕໍ່ປະຊາຊົນ ຈາກຊາດທີ່ຣັຖບານປະຕິເສດ ທີ່ຈະຮັບເອົາການສົ່ງກັບຄືນ ຂອງພົນລະເມືອງ ທີ່ຖືກເນຣະເທດ.
Understanding the profound connections First Nations have with the land - ທຳຄວາມເຂົ້າໃຈ ກັບການເຊື່ອມໂຍງອັນເລິກເຊິ່ງ ທີ່ຊົນຊາດທໍາອິດມີກັບແຜ່ນດິນ 14.05.2024 12:38
The land holds a profound spiritual significance for Aboriginal and Torres Strait Islander peoples, intricately intertwined with their identity, belonging, and way of life. - ແຜ່ນດິນນີ້ ມີຄວາມສໍາຄັນ ທາງວິນຍານອັນເລິກເຊິ່ງ ສໍາລັບຊາວ Aboriginal ແລະ Torres Strait, ຊຶ່ງກ່ຽວພັນຢ່າງແໜ້ນແຟ້ນ ກັບເອກະລັກ, ຄວາມເປັນເຈົ້າຂອງ, ແລະວິຖີຊີວິດຂອງເຂົາເຈົ້າ.
ຢາຮັກສາມະເຮັງເຕົ້ານົມໃໝ່ ໃນ ອອສເຕຣເລັຍ. 30.04.2024 7:34
ຜູ້ປ່ວຍ ທີ່ມີຄວາມສ່ຽງສູງ ຕໍ່ການກັບຄືນມາເປັນໂຣກມະເຮັງເຕົ້ານົມ ຈະມີການເຂົ້າເຖິງ ການປິ່ນປົວ ທີ່ສາມາດປ້ອງກັນ ການກັບຄືນມາເປັນໂຣກມະເຮັງເຕົ້ານົມໄດ້ ໃນອີກບໍ່ຊ້າ. ນາຍຫມໍດ້ານມະເຮັງ ທີ່ສູນມະເຮັງ Peter MacCallum ກ່າວວ່າ ຢາປົວໂຣກມະເຮັງເຕົ້ານົມນີ້ (Verzenio) ແກ້ໄຂບັນຫານັ້ນໂດຍກົງ.
ການຂວ້ຳບາດ ຣັສເຊັຍ 30.04.2024 8:08
ຣັສເຊັຍ ເປັນປະເທດທີ່ຖືກຂວ້ຳບາດ ຫຼາຍທີ່ສຸດໃນໂລກ ໂດຍມີຫລາຍປະເທດ ຮວມທັງອອສເຕຣເລັຍ ໄດ້ອອກຂໍ້ຈໍາກັດ ຕໍ່ບາງບຸກຄົນ ແລະບາງອົງການ ໃນຄວາມພະຍາຍາມ ທີ່ຈະສະກັດກັ້ນ ສົງຄາມ ຂອງປະທານາທິບໍດີ ຣັສເຊັຍ ທ່ານ Vladimir Putin ໃນ Ukraine. ແຕ່ການທ້າທາຍ ເມື່ອບໍ່ດົນມານີ້ ຕໍ່ລະບົບການຂວ້ຳບາດ ທີ່ເປັນອິດສຣະ ຂອງອອສເຕຣເລັຍ ເຮັດໃຫ້ມີຜູ້ຊ່ຽວຊານ ຮຽກຮ້ອງ ໃຫ້ມີການຂວ້ຳບາດ ທີ່ເຂັ້ມງວດ ແລະບັງຄັບໃຊ້ໄດ້ຫລາຍຂຶ້ນ.
ຄວາມສຳຄັນຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR 30.04.2024 12:54
ການຄົ້ນຄວ້າໃຫມ່ຈາກ Monash University ໄດ້ລະບຸຄວາມສຳພັນລະຫວ່າງການລອດຊີວິດຂອງຜູ້ທີ່ຫົວໃຈກຳລັງຢຸດເຕັ້ນ ແລະ ຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR ໃນເຂດ ຣັຖບານທ້ອງຖິ່ນ ຂອງອອສເຕຣເລັຍ (Australian Local Government Areas) ທີ່ມີອັດຕາ ການຫົວໃຈຢຸດເຕັ້ນ ສູງສຸດ ແລະອັດຕາທີ່ຕ່ຳທີ່ສຸດ ຂອງຜູ້ທີ່ຢືນຢູ່ຮອບຂ້າງທີ່ຮູ້ CPR (Resuscitation Cardiopulmonary).
ວັນໂລກ (Earth Day) 2024 25.04.2024 6:00
ໂລກ ກັບ ພລາສະຕິກ (Planet versus the Plastics) ແມ່ນການຮຽກຮ້ອງໃນການຕໍ່ສູ້ຂອງວັນໂລກ (Earth Day) 2024, ຊຶ່ງຮຽກຮ້ອງໃຫ້ມີການຫຼຸດການໃຊ້ພລາສຕິກລົງ 60 ເປີເຊັນ ພາຍໃນປີ 2040. ໂຄງການສິ່ງແວດລ້ອມຂອງອົງການສະຫະປະຊາຊາດພົບວ່າມະນຸດ ຜລິດສິ່ງເສດເຫຼືອພລາສຕິກ 400 ລ້ານໂຕນໃນແຕ່ລະປີ.
ສຳພາດກ່ຽວກັບປີໃໝ່ 24.04.2024 4:24
ເນື່ອງໃນໂອກາດງານປີໃໝ່, ວິທຍຸ SBS ພາກພາສາລາວ ໄດ້ໂອ້ລົມແບບກັນເອງກັບຜູ້ອາວຸໂສ ກ່ຍວກັບຄວາມຮູ້ສຶກຂອງປີໃໝ່ລາວໃນ ອອສເຕຣເລັຍ.
ການຮ່ວມມືກັບຍີ່ປຸ່ນ ຂອງ AUKUS. 24.04.2024 10:43
ການຮ່ວມມື ດ້ານຄວາມໝັ້ນຄົງສາມຝ່າຍຊຶ່ງເອີ້ນວ່າ AUKUS. ລະຫວ່າງອອສເຕຣເລັຍ, ອັງກິດ ແລະສະຫະຣັດ ກຳລັງພິຈາຣະນາກ່ຽວກັບການຮ່ວມມືກັບຍີ່ປຸ່ນ ໃນໂຄງການເຕັກໂນໂລຈີປ້ອງກັນປະເທດ. ແຕ່ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ ການມີສ່ວນຮ່ວມໃດໆ ຂອງຍີ່ປຸ່ນກັບ AUKUS ແມ່ນຖືກຄັດຄ້ານ ຢ່າງຮຸນແຮງຈາກຈີນ.
Navigating the implicit right to protest in Australia - ການໃຊ້ສິດ ໃນການປະທ້ວງໃນອອສເຕຣເລັຍ. 24.04.2024 11:22
Every week, impassioned Australians take to the streets, raising their voices in protest on important issues. Protesting is not an offence, but protesters sometimes test the limits of the law with extreme and antisocial behaviour. The chance of running into trouble depends on where you’re protesting and how you behave. - ທຸກໆອາທິດ, ຊາວອອສເຕຣເລັຍ ທີ່ມີຄວາມບໍ່ພໍໃຈ ພາກັນອອກໄປຕາມຖນົນຫົນທາງ ພ້ອມທັງສົ່ງ...
ກໍຣະນີໂຣກໝາກສຸກໃນ ອອສເຕຣເລັຍ 09.04.2024 6:46
ໂຣກໝາກສຸກ ແມ່ນໂຣກທີ່ຕິດຕໍ່ໄດ້ໄວທີ່ສຸດ. ເຖິງແມ່ນວ່າ ກໍຣະນີຂອງ ຈະເກືອບບໍ່ມີໃນ ອອສເຕຣເລັຍ, ແຕ່ໂຣກນີ້ກໍສາມາດຖືກນຳເຂົ້າມາຈາກຕ່າງປະເທດ. ແຕ່ການສັກວັກຊີນປ້ອງກັນແມ່ນວິທີທີ່ດີທີ່ສຸດໃນການ ກຳຈັດໂຣກນີ້.
Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່? 09.04.2024 4:34
ອາການເມື່ອຍທາງສາຍຕາ ຈາກການຢູ່ຫນ້າຈໍ ເປັນເວລານານ ກຳລັງເປັນບັນຫາ ທີ່ເພີ່ມຂຶ້ນ. ອາການເຫຼົ່ານັ້ນ ອາດລວມເຖິງ ການເມື່ອຍຕາ, ແສບຕາ, ຫຼື້ເຄືອງຕາ. ແສງສີຟ້າ (Blue Light) ໄດ້ຖືກຫາວ່າເປັນຕົ້ນເຫດ ຂອງການເພີ່ມຂຶ້ນຂອງກໍຣະນີ ການປວດແສບສາຍຕາ. Blue-blocker ໃນແວ່ນຕາຈະສາມາດແກ້ປັນຫາເລື້ອງປວດເມື່ອຍຕາບໍ່?
ວັກຊີນໄຂ້ຫວັດ ທີ່ໃຊ້ຈຸລັງ ໄດ້ຖືກນຳໃຊ້ແລ້ວ. 09.04.2024 5:33
ໃນຂນະທີ່ ລະດູໄຂ້ຫວັດໃນປີນີ້ ກໍາລັງມາຮອດ, ຢາວັກຊີນໄຂ້ຫວັດໃຫຍ່ໃໝ່ ທີ່ໃຊ້ຈຸລັງ (Cell-based) ໄດ້ຖືກນຳໃຊ້ ສໍາລັບລະບົບສຸຂະພາບ ທີ່ໄດ້ຮັບທຶນ ຈາກສາທາຣະນະ ຂອງອອສເຕຣເລັຍ ຫລັງຈາກໄດ້ ຢູ່ໃນຕລາດເອກກະຊົນ ຕັ້ງແຕ່ປີ 2021. ພວກນັກຊ່ຽວຊານກ່າວວ່າ ສູດໃຫມ່ນີ້ ໄດ້ຖືກອອກແບບ ເພື່ອໃຫ້ກົງກັບສາຍພັນໄຂ້ຫວັດໃຫຍ່ ທີ່ແຜ່ລາມໄປທົ່ວໂລກ ຫຼາຍຂຶ້ນ.
Understanding bankruptcy and its consequences in Australia - ເຂົ້າໃຈການລົ້ມລະລາຍ ແລະ ຜົນກະທົບຂອງມັນໃນອອສເຕຣເລັຍ. 09.04.2024 11:52
Bankruptcy can be complicated for many people, as it can bring about feelings of financial shame and stigma. However, it may be the only way to alleviate financial distress in some cases. If you struggle to manage your debts, filing for bankruptcy could be an option. - ການລົ້ມລະລາຍ ອາດມີຄວາມຊັບຊ້ອນ ສໍາລັບຫຼາຍຄົນ ເພາະມັນສາມາດນໍາມາ ເຊິ່ງຄວາມຮູ້ສຶກຂອງຄວາມອັບອາຍ ແລະຄວາມເສື່ອມເສັຍ ທາງດ້ານການເງິນ. ເຖິງຢ...
ປັນຫາອາຫານເສີມ ໃນປະເທດຍີ່ປຸ່ນ 02.04.2024 7:14
ອາຫານເສີມເພື່ອສຸຂະພາບ ທີ່ຜລິດໃນປະເທດຍີ່ປຸ່ນ ທີ່ມີສ່ວນປະກອບຂອງເຂົ້າທີ່ມີເຊື້ອແປ້ງແດງ (Red Yeast) ແມ່ນມີສ່ວນ ກ່ຽວກັບການເສັຍຊີວິດ ແລະການເຂົ້າໂຮງຫມໍ. ມັນໄດ້ເຮັດ ໃຫ້ມີການເອີ້ນຄືນຜລິດຕະພັນ ໃນປະເທດຍີ່ປຸ່ນ ແລະຕ່າງປະເທດ.
ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນອອສເຕຣເລັຍ. 02.04.2024 9:08
Opioids ແມ່ນຢາແກ້ປວດປະເພດນຶ່ງ ຊຶ່ງຜລິດມາຈາກ ຫຼືຄ້າຍຄື ສານທໍາມະຊາດທີ່ພົບໃນຕົ້ນຝິ່ນ (Opium poppy). Opioids ທີ່ຖືກສັ່ງໂດຍນາຍໝໍ ເພື່ອຮັກສາອາການປວດປານກາງ ເຖິງຂັ້ນຮຸນແຮງ. ແຕ່ກໍຍັງອາດມີຄວາມສ່ຽງ ແລະຜົນຂ້າງຄຽງທີ່ຮ້າຍແຮງ. Opioids ປະເພດທົ່ວໄປແມ່ນ oxycodone (OxyContin), hydrocodone (Vicodin), morphine, ແລະ methadone. ໃນອອສເຕຣເລັຍ, ການໃຊ້ Opioids ຕາມໃບສັ່ງແພດ (Prescription) ໃນທາງທີ່ຜິດ ໄດ້ເປັນບັນຫາມາດົນແລ້ວ. ໃ...
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.