SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ສິລປິນ ຊາວ First Nations ໃນຊ່ວງ NAIDOC Week 16.07.2024 5:31
ບັນດາສິລປິນ First Nations ຈາກເມືອງ ແລະປະເທດຝັ່ງທະເລອື່ນໆ ກໍາລັງສະແດງຜົນງານຂອງເຂົາເຈົ້າ ແລະນໍາໃຊ້ສິລປະ ແລະວັດທະນາທັມ ຂອງເຂົາເຈົ້າ ເພື່ອເວົ້າເຖິງສິ່ງແວດລ້ອມ ທີ່ ເມືອງ Ceduna ຢູ່ແຄມຝັ່ງອ່າວ Murat ແຄມຝັ່ງທະເລ ທາງທິດຕາເວັນຕົກ ຂອງແຫຼມ Eyre ໃນ South Australia.
ຄວາມປອດພັຍໃນເຮືອນໃນລະດູໜາວ 09.07.2024 5:26
ໃນຊ່ວງລະດູໜາວ, ນອກຈາກຄວາມສ່ຽງຈາກອັກຄີພັຍແລ້ວ ຍັງມີຄວາມສ່ຽງຈາກແກັສ Carbon monoxide ນຳອີກ. ຜູ້ຊ່ຽວຊານໃຫ້ຄຳແນະນຳກ່ຽວກັບຄວາມປອດພັຍຕ່າງໆ.
How to lodge your tax return in Australia - ວິທີຍື່ນການເສັຍພາສີຂອງທ່ານ ໃນອອສເຕຣເລັຍ 09.07.2024 11:41
In Australia, 30 June marks the end of the financial year and the start of tax time. Knowing your obligations and rebates you qualify for, helps avoid financial penalties and mistakes. Learn what to do if you received family support payments, worked from home, are lodging a tax return for the first time, or need free independent advice. - ໃນອອສເຕຣເລັຍ, ວັນທີ 30 ມິຖຸນາ ຫມາຍເຖິງການສິ້ນສຸດຂອງສົກປີການ...
ລາງວັນ NATIONAL NAIDOC Week 2024 09.07.2024 7:34
The NATIONAL NAIDOC Week Awards ເປັນກິດຈະກັມ ປະຈຳປີທີ່ໃຫຍ່ທີ່ສຸດ ໃນປະຕິທິນ ສໍາລັບຊາວ Aboriginal ແລະ Torres Strait Islander, ລາງວັນນີ້ ໄດ້ຍ້ອງຍໍ ຜູ້ບຸກເບີກຊາວພື້ນເມືອງ ທີ່ມີສ່ວນ ໃນການປ່ຽນແປງຊີວິດ ແກ່ຊຸມຊົນຂອງເຂົາເຈົ້າ ແລະໃນປີນີ້ ໄດ້ຖືກຈັດຂຶ້ນທີ່ Adelaide. ສຳລັບປີໜ້າ, ພິທີມອບລາງວັນນີ້ ຈະຈັດຂຶ້ນທີ່ Perth, Western Australia.
ການແຊກແຊງຈາກຕ່າງປະເທດ ໃນອອສເຕຣເລັຍ 09.07.2024 5:54
ແຫລ່ງຂ່າວ ລະດັບສູງຂອງຣັຖບານ ໄດ້ບອກກັບ SBS ເຖິງແຜນການຂອງການແຊກແຊງ ຈາກຕ່າງປະເທດ ທີ່ຈະແນເປົ້າຫມາຍ ໃສ່ພວກນັກເຄື່ອນໄຫວ ພາຍໃນຊຸມຊົນຫຼາຍວັດທະນະທັມ, ແຊກຊຶມເຂົ້າໄປໃນສະຖາບັນ ແລະຮັບເຕັກໂນໂລຊີລັບ. ແຕ່ທັງຣັຖບານ ແລະຝ່າຍຄ້ານກໍມີມາດຕະການໃໝ່ ໃນການປາບປາມພວກສາຍລັບ ຈາກຕ່າງປະເທດ.
ລາຍງານໃຫມ່ ກ່ຽວກັບວິກິດການຂອງໂຣກເບົາຫວານ 02.07.2024 7:13
ລາຍງານສະບັບໃຫມ່ຂອງ Diabetes Australia ໄດ້ເຕືອນກ່ຽວກັບວິກິດການຂອງໂຣກເບົາຫວານ ຂອງຊາດ, ໂດຍຮຽກຮ້ອງໃຫ້ມີການເຂົ້າເຖິງຢາຫຼຸດນໍ້າຫນັກໄດ້ດີຂຶ້ນ ແລະ ເກັບພາສີ ຕໍ່ນ້ຳດື່ມທີ່ມີນ້ຳຕານ ແຕ່ຜູ້ທີ່ຈະເສັຍຜົນປໂຍດກໍຄັດຄ້ານໃນເລື້ອງນີ້.
How to recycle electronic items and batteries in Australia - ວິທີການຫມູນໃຊ້ເຄື່ອງເອເລັກໂຕຣນິກ ແລະແບັດເຕີຣີໃນອອສເຕຣເລັຍ 02.07.2024 10:53
Many common household items such as mobile phones, TVs, computers, chargers, and other electronic devices, including their batteries, contain valuable materials that can be repurposed for new products. Electronic items we no longer use, or need are considered e-waste. Across Australia, there are government-backed programs available that facilitate the safe disposal and recycling of e-waste at no c...
ການປ່ຽນແປງຫຼັງວັນທີ 1 ກໍລະກົດ. 02.07.2024 6:10
ສໍາລັບຊາວອອສເຕຣເລັຍ ທີ່ດີ້ນລົນກັບຄ່າຄອງຊີບ, ຍັງມີຂ່າວທີ່ໜ້າຍິນດີັ ເພາະຫຼັງຈາກວັນທີ 1 ກໍລະກົດ ແມ່ນການເລີ່ມຕົ້ນ ຂອງສົກປີການເງິນໃຫມ່, ແລະມາດຕະການໃຫມ່ຫຼາຍຮູບແບບ ກໍຈະມີຜົນບັງຄັບໃຊ້ ເຊັ່ນ: ຄ່າໃຊ້ຈ່າຍພະລັງງານ, ສະຖານທີ່ສະແດງດົນຕີສົດ-ແລະບ່ອນທີ່ ທ່ານສາມາດຊື້ ກອກຢາໄຟຟ້າ (Vape) ໄດ້.
ຜູ້ສຳເຣັດຣາຊການຄົນໃຫມ່ ຂອງອອສເຕຣເລັຍ 02.07.2024 6:35
Sam Mostyn ເປັນຜູ້ຍິງຄົນທີສອງ ທີ່ດໍາລົງຕໍາແຫນ່ງນີ້ ຊຶ່ງເປັນຕົວແທນຂອງສະຖາບັນກະສັດ ໃນອອສເຕຣເລັຍ. ທ່ານນາງ ໄດ້ເຮັດວຽກຮ່ວມກັບຣັຖບານ ໃນຖານະປະທານວຽກງານ ຄວາມສເມີພາບ ທາງດ້ານເສດຖະກິດ ຂອງແມ່ຍິງ ແລະເປັນທີ່ປຶກສາ ຂອງອະດີດນາຍົກຣັຖມົນຕີ, ທ່ານ Paul Keating. ຕາມປະເພນີແລ້ວ, ພື້ນຖານຂອງ Ms Mostyn ບໍ່ແມ່ນສໍາລັບບົດບາດນີ້.
ກົດໝາຍໃໝ່ກ່ຽວກັບກອກຢາໄຟຟ້າ (Vapes) 26.06.2024 7:18
ໃນກົດໝາຍໃໝ່, ຜູ້ໃຫຍ່ຈະສາມາດຊື້ ກອກຢາໄຟຟ້າ (Vapes) ໄດ້ ຈາກຮ້ານຂາຍຢາ ໂດຍບໍ່ຕ້ອງມີໃບສັ່ງຢາ ຈາກນາຍແພດ, ຫຼັງຈາກພັກແຮງງານ ໄດ້ມີຂໍ້ຕົກລົງ ກັບພັກ Greens ແຕ່ກໍຍັງມີມາດຕະການ ທີ່ຈະບໍ່ໃຫ້ ຜລິດຕະພັນເຫຼົ່ານີ້ ໄປເຖິງມື ເຍົາວະຊົນ.
ໂຄງການທີ່ຢູ່ອາສັຍໃໝ່ ຂອງ NSW ແລະ VIC 25.06.2024 8:54
ນາຍົກຣັຖມົນຕີ New South Wales, ທ່ານ Chris Minns ໄດ້ປະກາດແຜນການ ທີ່ຈະສ້າງເຮືອນໃຫ້ແກ່ພະນັກງານທີ່ຈໍາເປັນ ຂອງຣັຖບານຂອງຣັດ ໃນອັດຕາອຸດຫນູນ, ໃນຂນະທີ່ ທ່ານນາງ Jacinta Allanນາຍົກຣັຖມົນຕີ Victorian ໄດ້ຢືນຢັນວ່າ ເຮືອນໃຫມ່ຫຼາຍລ້ານຫຼັງ ຈະຖືກສ້າງຂຶ້ນ ໃນອີກບໍ່ຫຼາຍທົດສະວັດ.
ປະຕິກິຣິຍາຂອງອົບພະຍົບຕໍ່ກົດໝາຍໃໝ່ 25.06.2024 6:22
ກົດຫມາຍໃໝ່ ຈະບັງຄັບໃຫ້ຜູ້ທີ່ບໍ່ແມ່ນພົນລະເມືອງ ຫຼາຍຮ້ອຍຄົນ ທີ່ຖືກປະຕິເສດວີຊາ ໃຫ້ອອກຈາກອອສເຕຣເລັຍ ດ້ວຍຄວາມ ສມັກໃຈ-ຫຼືປະເຊີນກັບການຕິດຄຸກ. ບົດບັນຍັດອື່ນ ຈະໃຫ້ອໍານາດແກ່ຣັຖມົນຕີ ກະຊວງກວດຄົນເຂົ້າເມືອງ ໃນການກຳໜົດ ປະເທດທີ່ບໍ່ຍອມຮັບພວກອົບພະຍົບ ທີ່ຖືກເນຣະເທດ ວ່າເປັນ 'ປະເທດທີ່ກ່ຽວຂ້ອງກັບການຍົກເລີກ'.
ເຄືອຂ່າຍໂທຣະສັບມືຖື 3G ກໍາລັງຈະປິດລົງ 25.06.2024 7:22
ເຄືອຂ່າຍໂທຣະສັບມືຖື 3G ຂອງອອສເຕຣເລັຍ ກໍາລັງຈະປິດລົງໃນເດືອນຈະມາເຖິງນີ້ ຊຶ່ງຫມາຍຄວາມວ່າ ຜູ້ຄົນຈະຕ້ອງໃຊ້ເຄືອຂ່າຍ 4Gຫຼື 5G ໃນຂນະທີ່ ຍັງມີຊາວອອສເຕຣເລັຍເຖິງ 530,000 ຄົນ ຍັງໃຊ້ອຸປະກອນທີ່ເຂົ້າກັນບໍ່ໄດ້ ກັບເຄືອຂ່າຍໃຫມ່ຢູ່.
ສຳພາດ ອົບພະຍົບລາວ 18.06.2024 19:02
ສຳພາດ ອົບພະຍົບລາວ ໃນ ອອສເຕຣເລັຍ ເນື່ອງໃນສັບປະດາ ຜູ້ອົບພະຍົບ.
Indigenous art: Connection to Country and a window to the past - ສິນລະປະຊາວພື້ນເມືອງ: ການເຊື່ອມໂຍງກັບປະເທດ ແລະໜ້າຕ່າງສູ່ອະດີດ. 18.06.2024 11:47
Embracing their oral traditions, Aboriginal and Torres Strait Islander peoples have used art as a medium to pass down their cultural stories, spiritual beliefs, and essential knowledge of the land. - ການຮັບເອົາ ຮີດຄອງປະເພນີ ຈາກການບອກເລົ່າ ຂອງເຂົາເຈົ້າ, ຊາວAboriginal ແລະ Torres Strait Islander ໄດ້ໃຊ້ສິລະປະ ເປັນສື່ໃນການຖ່າຍທອດເລື່ອງລາວ ທາງວັດທະນະທັມ, ຄວາມເຊື່ອທາງຈິດວິນຍານ, ແລະຄວາມຮູ້ ທີ່ຈໍາເປັນກ່ຽວກ...
ລະວັງການສໍ້ໂກງໃນຊ່ວງ ລະດູພາສີ. 18.06.2024 10:54
ເມື່ອລະດູການພາສີ ໃກ້ຈະມາເຖິງໃນບໍ່ຊ້າ, ຜູ້ຊ່ຽວຊານກໍາລັງຊຸກຍູ້ ໃຫ້ມີຄວາມລະມັດລະວັງ ເນື່ອງຈາກມີຜູ້ສໍ້ໂກງຈໍານວນຫລວງຫລາຍ ທີ່ໃຊ້ໂອກາດນີ້ແນໃສ່ຊາວອອສເຕຣເລັຍ ສໍາລັບຂໍ້ມູນສ່ວນຕົວ ແລະຂໍ້ມູນທາງການເງິນຂອງເຂົາເຈົ້າ. ການສໍ້ໂກງ ໄດ້ເຮັດ ເປັນເຄືອຂ່າຍອາຊະຍາກັມ ທີ່ມີຄວາມຊັບຊ້ອນຫຼາຍຂຶ້ນ. ແຕ່ກໍມີຄໍາແນະນໍາທີ່ດີທີ່ສຸດ ສໍາລັບຜູ້ບໍຣິໂພກ ແມ່ນ ຢຸດ...ຄິດ...ແລະປ້ອງກັນ.
ຄົ້ນພົບເຊື້ອໄຂ້ຫວັດນົກ ສາຍພັນໃຫມ່ (H5N2) 18.06.2024 9:17
ຕອນນີ້ ອົງການອະນາໄມໂລກກ່າວວ່າ ພວກເຂົາເຈົ້າ ໄດ້ຢືນຢັນ ໂດຍຜ່ານການທົດສອບໃນຫ້ອງທົດລອງ ເຖິງການຄົ້ນພົບພະຍາດໄຂ້ຫວັດນົກ ສາຍພັນໃຫມ່ ທີ່ເອີ້ນວ່າ H5N2 ທີ່ບໍ່ເຄີຍພົບເຫັນ ຢູ່ໃນມະນຸດຈັກເທື່ອ ແລະນັກວິທະຍາສາດ ແລະໜ່ວຍງານດ້ານສຸຂະພາບ ກຳລັງຕື່ນໂຕກ່ຽວກັບສັນຍານວ່າ ໄຂ້ຫວັດນົກ ກໍາລັງປັບຕົວ ໃຫ້ແພ່ລະບາດໄດ້ງ່າຍຂຶ້ນ ໃນມະນຸດ.
ວັນລຳນຶກ Tiananmen. 11.06.2024 8:26
ເຖິງແມ່ນວ່າ ການສັງຫານໝູ່ ທີ່ Tiananmen Square ໄດ້ຜ່ານມາ 35 ປີແລ້ວກໍຕາມ, ມັນຍັງມີບັນດາຜູ້ສນັບສນູນ ປະຊາທິປະໄຕ ທີ່ພະຍາຍາມ ຮັກສາຄວາມຊົງຈຳຂອງໂສກນາດຕະກັມນີ້ໄວ້ ເຖິງແມ່ນວ່າຈະບໍ່ສາມາດເຮັດໄດ້ ໃນປະເທດຈີນກໍຕາມ.
Facing religious discrimination at work? These are your options - ເມື່ອປະເຊີນກັບການເລືອກປະຕິບັດ ທາງສາສນາ ຢູ່ບ່ອນເຮັດວຽກ, ນີ້ແມ່ນທາງເລືອກຂອງທ່ານ. 11.06.2024 11:05
Australia is a party to the International Covenant on Civil and Political Rights, which provides extensive protections to religious freedom. However, specific legislated protections vary across jurisdictions. If you have experienced religious discrimination at work, it is important to know your options, whether you are considering submitting a complaint or pursuing the matter in court. - ອອສເຕຣເລັ...
ທາງເລືອກໃຫມ່ໃນການປິ່ນປົວ ມະເຮັງຜິວໜັງ 11.06.2024 5:48
ມີການພັດທະນາ ທີ່ໃຫ້ຄວາມຫວັງ ໃນການຕໍ່ສູ້ ກັບມະເຮັງຜິວໜັງ (Melanoma) ດ້ວຍທາງເລືອກການປິ່ນປົວໃຫມ່ ທີ່ມອບຄວາມຫວັງໃຫ້ກັບຜູ້ປ່ວຍ. ມັນແມ່ນ ການໃຫ້ຢາພູມຕ້ານທານສອງຢ່າງ ເປັນເວລາຫົກອາທິດ ກ່ອນທີ່ມະເຮັງຈະຖືກກໍາຈັດອອກໄປ - ກົງກັນຂ້າມກັບວິທີການປິ່ນປົວໃນປະຈຸບັນ ທີ່ໃຫ້ການປິ່ນປົວດ້ວຍພູມຕ້ານທານ ຫຼັງຈາກ ການກໍາຈັດອອກໄປຂອງມະເຮັງ ຊຶ່ງສາມາດເຮັດໃຫ້ ອັດຕາການຢູ່ລອດໄດ້ຢ່າງຫຼາຍ.
ການປະຊຸມສຸດຍອດດ້ານການທະຫານ. 11.06.2024 10:12
ການກະທໍາຂອງກອງທັບຈີນ ຖືກວິພາກວິຈານໂດຍບັນດາເຈົ້າຫນ້າທີ່ ຈາກສະຫະຣັດ, ອອສເຕຣເລັຍ ແລະຟີລິບປິນສ໌-ໃນຂນະທີ່ນາຍພົນລະດັບສູງຂອງຈີນ ໄດ້ກ່າວຫາວ່າ ສະຫະຣັດພະຍາຍາມ ສ້າງສິ່ງທີ່ທ່ານເອີ້ນວ່າ "NATO ສະບັບ ເອເຊັຍ-ປາຊີຟິກ" ພ້ອມທັງ ຄວາມເຄັ່ງຕຶງທີ່ເພີ້ມຂຶ້ນ ໃນທະເລຈີນໃຕ້ ໄດ້ເປັນຫົວຂໍ້ໃຫຍ່ ຂອງກອງປະຊຸມຄວາມຫມັ້ນຄົງ ປະຈໍາປີທີ່ສິງກະໂປ.
Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ 03.06.2024 12:00
ອະດີດປະທານາທິບໍດີ Donald Trump ໄດ້ຖືກພົບວ່າ ມີຄວາມຜິດໃນ 34 ຂໍ້ຫາ ໃນການປອມແປງ ບັນທຶກທຸຣະກິດ ເພື່ອປິດບັງການຈ່າຍເງິນ ກ່ອນການເລືອກຕັ້ງປີ 2016 ໃຫ້ແກ່ດາຣາ ໜັງໂປ້ (Porn star) Stormy Daniels ຫຼັງຈາກທີ່ຄນະລູກຂຸນ (Jury) ໃນ New York ພົບວ່າທ່ານມີຄວາມຜິດໃນທຸກຂໍ້ຫາ ໃນການພິຈາຣະນາຄະດີ ເງິນອັດປາກ.
Australia’s coffee culture explained - ອະທິບາຍ ກ່ຽວກັບວັດທະນະທັມກາເຟ ຂອງອອສເຕຣເລັຍ. 03.06.2024 9:48
Australians are coffee-obsessed, so much so that Melbourne is often referred to as the coffee capital of the world. Getting your coffee order right is serious business, so let’s get you ordering coffee like a connoisseur. - ຊາວອອສເຕຣເລັຍ ເປັນຄົນມັກກາເຟຫຼາຍ ຈົນວ່າ Melbourne ມັກຈະຖືກກ່າວເຖິງວ່າ ເປັນເມືອງກາເຟຂອງໂລກ. ການສັ່ງກາເຟຂອງທ່ານໃຫ້ຖືກຕ້ອງ ແມ່ນເລື້ອງທີ່ຈິງຈັງ. ດັ່ງນັ້ນ, ໃຫ້ທ່ານສັ່ງກາເຟ ຄືກັບຜູ້ຊ...
ມາທຳຄວາມເຂົ້າໃຈກັບ ມະເຮັງໃນເມັດເລືອດ. 03.06.2024 13:25
ມະເຮັງໃນເມັດເລືອດ ມີຫຼາຍຊະນິດ. ແຕ່ລະຊະນິດກໍເປັນອັນຕະຣາຍຕໍ່ຊີວິດ. ນັກຄົ້ນຄວ່າກຳລັງທຳງານຢ່າງເຂັ້ມແຂງໃນການຫາທາງປິ່ນປົວ. ແຕ່ວິທີທີ່ດີທີ່ສຸດ ແມ່ນຈະຕ້ອງ ພົບໂຣກນີ້ ໃນຕອນຕົ້ນ ເພື່ອໂອກາດໃນການລອດຊີວິດຈະສູງຂຶ້ນ.
ຜົນກະທົບຈາກການຍຸດຕິການສົ່ງອອກ ແກະມີຊີວິດ. 03.06.2024 6:38
ຊາວກະສິກອນຜູ້ລ້ຽງແກະ ຢູ່ຣັດ Western Australia ໄດ້ຮັບຄວາມຜົນກະທົບ ຢ່າງໜັກ ຕໍ່ຊີວິດການເປັນຢູ່ຂອງພວກເຂົາ ຈາກການສິ້ນສຸດ ທີ່ໃກ້ຈະມາເຖິງ ຂອງອຸດສາຫະກັມ ການສົ່ງອອກແກະມີຊີວິດ ໄປທີ່ຕາເວັນອອກກາງ. ຊາວກະສິກອນເຕືອນວ່າ ການຍຸດຕິການສົ່ງອອກ ທີ່ມີຊີວິດ ບໍ່ແມ່ນພຽງແຕ່ຄວາມກະທົບ ທາງດ້ານເສດຖະກິດເທົ່ານັ້ນ ແຕ່ເປັນຜົນກະທົບທາງດ້ານສັງຄົມເຊັ່ນກັນ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.