SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ຢາປິ່ນປົວໂຣກສມອງເສື່ອມ. 04.09.2024 9:10
ອອສເຕຣເລັຍກຳລັງພິຈາຣະນາ ຢາປິ່ນປົວໂຣກສມອງເສື່ອມ ທີ່ຖືກຄົ້ນພົບໃໝ່ ແລະໄດ້ຖືກນຳໃຊ້ແລ້ວໃນຫຼາຍປະເທດ. ຯຕ່ລາຄາຂອງຢານີ້ແພງຫຼາຍ, ແຕ່ນັກວິຊາການກ່າວວ່າ ມັນກໍມີສາເຫດທີ່ລາຄາແພງ.
ຜົນການທົດສອບເທື່ອສຸດທ້າຍ ຂອງ NAPLAN 04.09.2024 6:51
ທຸກໆປີ, ນັກຮຽນທົ່ວອອສເຕຣເລັຍ ຈະສອບເສັງ NAPLAN, ຊຶ່ງວັດແທກ ຄວາມຊໍານານໃນການຮູ້ໜັງສື (Literacy) ແລະການຄິດໄລ່ (Numeracy). ປີນີ້, ນັກຮຽນຫລາຍກວ່າ 1.3 ລ້ານຄົນ ຈາກຫລາຍກວ່າເກົ້າພັນໂຮງຮຽນ (9431) ຂອງປີ ສາມ, ຫ້າ, ເຈັດ ແລະເກົ້າ ໄດ້ເຂົ້າສອບເສັງ. ບັດນີ້ລາຍງານຂອງ NAPLAN ໄດ້ອອກແລ້ວ, ແລະເປີດເຜີຍວ່ານັກຮຽນ ນຶ່ງໃນສາມຄົນ ໄດ້ຄະແນນຕ່ຳກວ່າມາດຕະຖານຂອງປະເທດ.
How to protect your home from Australia’s common pests - ປົກປ້ອງເຮືອນຂອງທ່ານ ຈາກສັດແລະແມງຕ່າງໆ ໃນອອສເຕຣເລັຍ. 04.09.2024 11:04
Cold weather does not mean a pest-free home. Some pests, like termites, remain active all-year round and winter is peak season for mice and rats preferring your house instead of outdoors. Bed bugs and cockroaches are also on the list of invaders to look out for. Infestations have wide-ranging consequences, including hygiene risks and even home devaluation. Learn how to prevent, identify, and deal...
ມີການຮຽກຮ້ອງ ໃຫ້ຫ້າມໂຄສະນາການພະນັນທັງໝົດ. 27.08.2024 6:56
ສະພາຊຸມຊົນຫຼາຍວັດທະນະທັມ (The Multicultura lCommunities Council-MCC) ຂອງ New South Wales ກ່າວວ່າ ຜູ້ຄົນທີ່ແຕກຕ່າງທາງວັດທະນະທັມ ແລະພາສາ ມີຄວາມສ່ຽງເປັນພິເສດ, ແລະບໍ່ມີຫຍັງຫນ້ອຍກວ່າ ການສັ່ງຫ້າມທັງໝົດເທົ່ານັ້ນ ຈຶ່ງເປັນທີ່ຍອມຮັບໄດ້. ແຕທາງ ຣັຖບານຍັງບໍ່ໄດ້ປະຕິບັດຕາມຄຳແນະນຳຂອງຜູ້ແທນຂອງພັກຕົນເອງ.
Embracing the wisdom of traditional Indigenous medicine - ຮັບເອົາພູມປັນຍາ ຂອງການປິ່ນປົວແບບດັ້ງເດີມຂອງຊາວພື້ນເມືອງ 27.08.2024 12:55
Understanding and respecting Indigenous knowledge of medicine may be the key to providing more holistic and culturally sensitive care in today's healthcare setting. - ການເຂົ້າໃຈ ແລະຄວາມເຄົາຣົບ ຄວາມຮູ້ດ້ານການແພດ ຂອງຊາວພື້ນເມືອງ ອາດເປັນຈຸດສໍາຄັນ ໃນການໃຫ້ການດູແລ ແບບຮອບດ້ານ ແລະມີຄວາມເຂົ້າໃຈ ທາງວັດທະນະທັມ ໃນການດູແລສຸຂະພາບ ໃນປະຈຸບັນ.
ສາຍພັນໃຫມ່ຂອງ mpox ຫຼື monkeypox ຫຼືໝາກສຸກລີງ. 27.08.2024 7:06
ນອກຈາກ ບາງປະເທດໃນ Africa ແລ້ວ, ຍັງ ມີລາຍງານຜູ້ປ່ວຍໃຫມ່ ຈາກ mpox ໃນ Pakistan ຫຼັງຈາກມີລາຍງານ ຈາກສະວີເດັນ. ອົງການອະນາມັຍໂລກ (World Health Organisation) ໄດ້ປະກາດການແຜ່ຂຍາຍຢ່າງໄວ ຂອງສາຍພັນ Clade 1b ວ່າເປັນເລື່ອງສຸກເສີນດ້ານສາທາຣະນະສຸກນາໆຊາດ, ຊຶ່ງເປັນລະດັບການແຈ້ງເຕືອນສູງສຸດ.
ອາຫານເດັກ ໃນອອສເຕຣເລັຍ ບໍ່ຜ່ານມາດຕະຖານຂອງ WHO. 27.08.2024 8:45
ບໍຣິສັດອາຫານເດັກຫລາຍແຫ່ງ ຕິດປ້າຍຜລິດຕະພັນຂອງເຂົາເຈົ້າ ທີ່ບໍ່ແມ່ນຄວາມຈິງ, ເຮັດໃຫ້ພໍ່ແມ່ ແລະຜູ້ດູແລເຊື່ອວ່າ ມັນດີຕໍ່ສຸຂະພາບຂອງເດັກ. ການຄົ້ນຄວ້າໃຫມ່ ໂດຍ George Institute for Global Health ໄດ້ເປີດເຜີຍ ຈໍານວນທີ່ໜ້າຕົກໃຈ ໃນການອ້າງ ທີ່ບໍ່ມີການຄວບຄຸມຂອງຜລິດພັນອາຫານເດັກນ້ອຍທົ່ວປະເທດ ທີ່ເຮັດໃຫ້ພໍ່ແມ່ ເຊື່ອວ່າຜລິດພັນ ທີ່ເຕັມໄປດ້ວຍນ້ຳຕານເຫລົ່ານີ້ ດີຕໍ່ສຸຂະພາບ.
ການຂຶ້ນຄ່າແຮງຂອງພະນັກງານດູແລເດັກ. 20.08.2024 10:21
ພະນັກງານດູແລເດັກ ຈະໄດ້ຮັບເງິນເພີ່ມຕື່ມ 103 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ, ຈາກນັ້ນ ຈະເພີ່ມອີກ 155 ໂດລາຕໍ່ອາທິດ ຕັ້ງແຕ່ເດືອນທັນວາ ປີ 2025. ແຕ່ຝ່າຍຄ້ານກ່າວວ່າ ພວກເຂົາເຈົ້າ ສນັບສນູນການຂຶ້ນຄ່າແຮງ ແຕ່ກໍກ່າວຕິຕຽນຣັຖບານ Albanese ສໍາຫລັບອັດຕາເງິນເຟີ້ທີ່ເພີ້ມຂຶ້ນ.
Is your child being bullied at school or online? Key steps you need to take - ລູກຫຼານຂອງທ່ານ ຖືກກັ່ນແກ້ງ (Bullying) ຢູ່ໂຮງຮຽນ ຫລືຢູ່ໃນອິນເຕີເນັດບໍ່? ຂັ້ນຕອນສໍາຄັນ ທີ່ທ່ານຕ້ອງເຮັດ. 20.08.2024 12:16
Experts say that dealing with bullying behaviours is never easy but always necessary, as the harm caused can impact children for years. To provide up-to-date advice on supporting a child experiencing bullying at school or online, we consult specialists in education, psychology, and cyberbullying response. - ຜູ້ຊ່ຽວຊານກ່າວວ່າ ການຮັບມືກັບພຶດຕິກັມ ການກັ່ນແກ້ງ(Bullying) ບໍ່ໄດ້ເປັນເລື່ອງງ່າຍ ແຕ່ຈໍາເປັນ...
ການບັງຄັບແຕ່ງງານ ແມ່ນຄະດີອາຍາ. 20.08.2024 7:20
ການບັງຄັບແຕ່ງງານ ແມ່ນເລື້ອງຜິດກົດໝາຍໃນອອສເຕຣເລັຍ ມາເປັນເວລາຫຼາຍກວ່າສິບປີແລ້ວ ແຕ່ບໍ່ມີໃຜຖືກລົງໂທດ....ຈົນເຖິງປີນີ້.ການແຕ່ງງານ ທີ່ຖືກຈັດໄວ້ (Arranged marriages), ແຕກຕ່າງຈາກການແຕ່ງງານທີ່ຖືກບັງຄັບ (Forced marriages) ຢ່າງຊັດເຈນ. ການບັງຄັບແຕ່ງງານ ແມ່ນຕອນທີ່ຄົນແຕ່ງງານ ເຮັດໂດຍບໍ່ ຍິນຍອມ ແລະບໍ່ມີອິດສຣະຢ່າງເຕັມທີ່.
ຄວາມສ່ຽງຂອງມະເຮັງຜິວຫນັງຢ່າງອື່ນ ທີ່ບໍ່ແມ່ນ Melanoma 20.08.2024 5:13
ແຕ່ເຖິງແມ່ນວ່າ Melanoma ຕາມປົກກະຕິແລ້ວ ເປັນໂຣກມະເຮັງຜິວຫນັງທີ່ຮ້າຍແຮງທີ່ສຸດ ໃນອອສເຕຣເລັຍກໍຕາມ ແຕ່ກໍຍັງມີໂຣກມະເຮັງຜິວຫນັງ ປະເພດຫນຶ່ງທີ່ບໍ່ແມ່ນ Melanoma ທີ່ເຮັດໃຫ້ເກີດຄວາມເປັນຫ່ວງ ຊຶ່ງເຮັດໃຫ້ມີການຕາຍ ສູງຂຶ້ນສອງເທົ່າ ໃນໄລຍະ 20 ປີຜ່ານມາ.
ການທົບທວນ ສັງຄົມຫຼາຍວັດທະນະທັມຂອງອອສເຕຣເລັຍ. 13.08.2024 5:15
ເມື່ອຫ້າສິບປີກ່ອນ, ຣັຖມົນຕີ ຂອງຣັຖບານພັກແຮງງານ ທ່ານ Al Grassby ໄດ້ຮຽກຮ້ອງໃຫ້ຊາວອອສເຕຣເລັຍ ໃຫ້ຮັບເອົາເອກກະລັກ ຂອງວັດທະນະທັມ ທີ່ນັບມື້ນັບເຕີບໂຕຂຶ້ນ. ບັດນີ້, ການທົບທວນຢ່າງກວ້າງຂວາງ ໄດ້ກວດສອບສະຖານະ ຂອງສັງຄົມຫຼາຍວັດທະນະທັມ ຂອງອອສເຕຣເລັຍ.
ວ່າດ້ວຍ ໂຣກຕັບອັກເສບ (Hepatitis) 13.08.2024 10:18
ໂຣກຕັບອັກເສບ (Hepatitis) ມີຫຼາຍປະເພດ. ບາງປະເພດສາມາດປິ່ນປົວໄດ້ ແຕ່ບາງປະເພດກໍຍັງບໍ່ມີວິທີປິນປົວເທື່ອ. ແຕ່ຜູ້ຊ່ຽວຊານແນະນຳໃຫ້ຜູ້ຄົນທຳການກວດ ເພາະ ໂຣກຕັບອັກເສບ (Hepatitis) ບາງປະເພດຈະບໍ່ມີອາການ. ມີຄຳແນະນຳຫຼາຍຢ່າງໃນວິທີທີ່ຈະຫຼີກເວັ້ນການຕິດໄວຣັສນີ້.
ການເພີ່ມຂຶ້ນ ຂອງລາຄາໄຟຟ້າ 13.08.2024 6:31
ການເພີ່ມຂຶ້ນຂອງລາຄາໄຟຟ້າໃນອອສເຕຣເລັຍ ຊຶ່ງ South Australia ໄດ້ເພີ່ມຂຶ້ນ 78 ເປີເຊັນ, New South Wales ສູງຂຶ້ນ 86ເປີເຊັນ, ໃນຂນະທີ່ Tasmania ແລະ Victoria ທັງສອງ ໄດ້ເພີ່ມຂຶ້ນ- 97ແລະ 99 ເປີເຊັນຕາມລໍາດັບ. ມີແຕ່ລາຄາຂອງ Queensland ເທົ່ານັ້ນ ທີ່ໄດ້ຫລຸດລົງ- 21 ເປີເຊັນ -ແມ່ນຄວາມຜິດປົກກະຕິ ທີ່ເກີດຈາກສະພາບອາກາດທີ່ອົບອຸ່ນ ແລະໄຟຟ້າດັບຫນ້ອຍລົງ ໃນເຄື່ອງສ້າງພະລັງງານ.
Understanding Australia’s legal system: laws, courts and accessing legal assistance - ທຳຄວາມເຂົ້າໃຈລະບົບກົດຫມາຍຂອງອອສເຕຣເລັຍ: ກົດຫມາຍ, ສານ ແລະ ການຊ່ວຍເຫຼືອທາງກົດຫມາຍ 13.08.2024 12:30
Are you familiar with Australia’s legal system? As a federation of six states and two territories, Australia has laws that apply nationally, as well as laws specific to each jurisdiction. Additionally, there are parallel structures of federal and state courts. Learn the basics of how the legal system works, from understanding Australian laws to accessing legal assistance. - ທ່ານຄຸ້ນເຄີຍກັບລະບົບກົດ...
ສັບປະດາຂອງການບໍຣິຈາກອາໄວຍະວະ. 06.08.2024 6:01
ໃນປັດຈຸບັນ ມີຊາວອອສເຕຣເລັຍປະມານ 1,800 ຄົນທີ່ກຳລັງລໍຖ້າ ການປ່ຽນອະໄວຍະວະ, ແລະອີກ 14,000 ຄົນກຳລັງຟອກໄຂ່ຫຼັງ ໃນການຮັກສາພາວະຫມາກໄຂ່ຫລັງລົ້ມເຫລວ. ຂໍ້ມູນຈາກ Donate Life ສະແດງໃຫ້ເຫັນວ່າ 4 ໃນ 5 ຄົນຂອງຊາວອອສເຕຣເລັຍ ສນັບສນູນການບໍຣິຈາກ, ແຕ່ມີພຽງແຕ່ ຫນຶ່ງໃນສາມ ເທົ່ານັ້ນ ທີ່ຈົດທະບຽນເປັນຜູ້ບໍຣິຈາກ.
Vaping: prevalence, risks, and helping your teenager quit - Vaping: ການແຜ່ລາມ, ຄວາມສ່ຽງ, ແລະການຊ່ວຍໃຫ້ລູກໄວລຸ້ນຂອງທ່ານເລີກສູບ 06.08.2024 12:22
Major regulatory changes in 2024 have brought about restricted access to vaping products in Australia. The crackdown on what is dubbed a “major public health issue” could lead to an increased number of teens seeking support to overcome the nicotine addiction, experts think. Learn about the health risks and ways to help young people in their quitting journey. - ການປ່ຽນແປງກົດລະບຽບທີ່ສໍາຄັນ ໃນປີ 2024...
Kamala Harris ແມ່ນໃຜ? 06.08.2024 10:37
Kamala Harris ແມ່ນໃຜແທ້? ລາວແມ່ນຜູ້ຍິງຊາວອັຟຣິກັນ/ອາເມຣິກັນ ແລະເອເຊັຍ ຄົນທໍາອິດ ທີ່ດຳຣົງຕຳແໜ່ງຮອງປະທານາທິບໍດີ ແລະຕອນນີ້ກຳລັງຈະລົງແຂ່ງຂັນຕຳແໜ່ງ ກັບ Donald Trump. ໄຊຊນະກໍຄື: ຕຳແໜ່ງປະທານາທິບໍດີອາເມຣິກາ. ຂ່າວ SBS ຈະມາເບິ່ງວ່າ Kamala Harris ນັ້ນແມ່ນໃຜແທ້ ແລະໂອກາດຂອງນາງ ໃນການເລືອກຕັ້ງເດືອນພະຈິກ ເປັນແນວໃດ.
ໂຄງການ 2025 (Project 2025) ແມ່ນຫຍັງ? 06.08.2024 8:21
ການເລືອກຕັ້ງປະທານາທິບໍດິ ອາເມຣິກາກໍໃກ້ເຂົ້າມາແລ້ວ. ໂຄງການ 2025 (Project 2025) ແມ່ນຫຍັງ? ໃຜເປັນຜູ້ຂຽນມັນ? ມັນມີຫຍັງກ່ຽວຂ້ອງກັບການເລືອກຕັ້ງຄັ້ງນີ້? ຖ້າຫາກມັນຖືກນຳໃຊ້, ມັນຈະມີຜົນກະທົບແນວໃດຕໍ່ອາເມຣິກາ ຫຼື ຕໍ່ໂລກ?
ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ 24.07.2024 8:34
ການສໍາຫຼວດ ສະແດງໃຫ້ເຫັນວ່າ ເຄື່ອງດື່ມທີ່ບໍ່ມີທາດເຫລົ້າ ອາດພາໃຫ້ຄົນຫນຸ່ມ ດື່ມເຫລົ້າໃນພາຍຫຼັງ. ນອກນັ້ນ ຍັງມີລາຍງານວ່າ ຫຼາຍກວ່າ ຫນຶ່ງສ່ວນສາມ ຂອງຊາວຫນຸ່ມ ໄດ້ດື່ມເຄື່ອງດື່ມ ທີ່ບໍ່ມີທາດເຫຼົ້າ, ໂດຍສ່ວນໃຫຍ່ ຍອມຮັບວ່າ ມັນເບິ່ງຄືວ່າ ຫນ້າສົນໃຈ.
ການລ່ວງລະເມີດຜູ້ສູງອາຍຸ ໃນອອສເຕຣເລັຍ 24.07.2024 8:59
ສິບຫົກເປີເຊັນ, ຫລືຫນຶ່ງໃນຫົກຄົນ ຂອງຊາວອອສເຕຣເລັຍ, ມີອາຍຸ 65 ປີຂຶ້ນໄປ-ແລະຫລາຍກວ່າເຄິ່ງຫນຶ່ງ ຂອງກຸ່ມນັ້ນ ແມ່ນຜູ້ຍິງ. ແຕ່ມີຫຼັກຖານທີ່ຫນ້າວິຕົກໃຈຫລາຍເພີ່ມຂຶ້ນວ່າ ຜູ້ສູງອາຍຸຫຼາຍຄົນ ກໍາລັງຖືກລ່ວງລະເມີດ. ການລ່ວງລະເມີດຜູ້ສູງອາຍຸ ອາດກ່ຽວຂ້ອງກັບການທໍາຮ້າຍທາງຮ່າງກາຍ, ທາງຈິດໃຈ, ທາງເພດ ແລະທາງອາຣົມພ້ອມທັງການລ່ວງລະເມີດທາງການເງິນ ແລະການລະເລີຍ.
ພາວະຕິດເຊື້ອ (Sepsis) ໃນອອສເຕຣເລັຍ. 24.07.2024 9:25
ເຖິງແມ່ນວ່າ ມັນອາດເປັນອັນຕະຣາຍເຖິງຕາຍສໍາລັບຫຼາຍຄົນ, ແຕ່ເມື່ອຜູ້ຄົນກ່າວເຖິງພາວະຕິດເຊື້ອ (Sepsis), ພວກເຂົາອາດຮູ້ວ່າພວກເຂົາເຈົ້າກໍາລັງກ່າວເຖິງໂຣກ ທີ່ອາດເປັນອັນຕະຣາຍຕໍ່ຊີວິດ, ແຕ່ໃນການສົນທະນາສ່ວນໃຫຍ່ ກໍບໍ່ຮູ້ຫຼາຍກ່ຽວກັບໂຣກນັ້ນ. ແມ່ນແຕ່ຜູ້ຊ່ຽວຊານດ້ານການແພດ ກໍຍັງໃຊ້ເວລາດົນນານ ໃນການວິນິດສັຍໂຣກນີ້ ໃນຄົນເຈັບຢ່າງຖືກຕ້ອງ.
ຫຼ້າສຸດກ່ຽວກັບໄຂ້ຫວັດນົກ 24.07.2024 8:40
ໄຂ້ຫວັດນົກ ເຮັດໃຫ້ອອສເຕຣເລັຍ ມີຄວາມວິຕົກ ເນື່ອງຈາກການຂາດແຄນໄຂ່ ແລະການລະບາດ ທີ່ກໍາລັງແຜ່ກະຈາຍ ໄປທົ່ວຟາມໃນອອສເຕຣເລັຍ. ສູນກຽມຄວາມພ້ອມດ້ານໂຣກ ແຫ່ງອອສເຕຣເລັຍ (The Australian Centre for Disease Preparedness-ACDP), ໄດ້ຢູ່ໃນລະດັບແນວໜ້າ ຂອງການທົດສອບ ແລະການຄົ້ນຄວ້າ ກ່ຽວກັບໄຂ້ຫວັດນົກ.
What is road rage and how to deal with it? - ຄວາມໂມໂຫທາງຖນົນແມ່ນຫຍັງ ແລະຮັບມືກັບມັນແນວໃດ? 16.07.2024 12:17
Aggressive driving is a continuum of bad driving behaviours which increase crash risk and can escalate to road rage. People who engage in road rage may be liable for traffic offences in Australia, have their car insurance impacted and most importantly put their lives and those of others at risk. Learn about the expectations around safe, responsible driving and what to do when you or a loved one ar...
ການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) 16.07.2024 9:00
ອີງຕາມສະຖິຕິສໍາມະໂນຄົວ ຂອງສຳນັກງານ ສະຖິຕິອອສເຕຣເລັຍປີ 2016, 37 ເປີເຊັນ ຂອງຊາວອອສເຕຣເລັຍ ທີ່ມີອາຍຸຫຼາຍ ນັ້ນເກີດຢູ່ຕ່າງປະເທດ, ຫຼື 1.2 ລ້ານຄົນ, ແລະຫນຶ່ງໃນຫົກຄົນ ທີ່ມີອາຍຸສູງ ຂອງອອສເຕຣເລັຍ ເວົ້າພາສາອື່ນ ນອກຈາກພາສາອັງກິດຢູ່ເຮືອນ.ດ້ວຍການປ່ຽນແປງ ຂອງປະຊາກອນນີ້ ໄດ້ມີຄວາມຈໍາເປັນ ທີ່ຈະຕ້ອງປັບແປງ ການບໍຣິການດູແລ ຜູ້ສູງອາຍຸ ແລະການດູແລ ແບບປາດສະຈາກຄວາມເຈັບປວດ (Palliative care) ຂອງອອສເຕຣເລັຍ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.