SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ໂຣກມະເລັງເຕົ້ານົມ ໄລຍະແພ່ລາມ. 21.10.2024

ໃນອອສເຕຣເລັຍ, ມີ 3,200 ຄົນ ທີ່ຕາຍດ້ວຍໂຣກມະເລັງເຕົ້ານົມ ທຸກໆປີ ແລະເຂົາເຈົ້າທຸກຄົນ ຕາຍດ້ວຍໂຣກມະເລັງເຕົ້ານົມ ໄລຍະແພ່ລາມ. ແລະຫຼາຍຄົນ ຈະຮູ້ສຶກວ່າ ບໍ່ມີຕົວຕົນ. ເຫດຜົນຢ່າງຫນຶ່ງ ກໍຍ້ອນວ່າທະບຽນມະເຮັງ ບໍ່ໄດ້ຮວບຮວມຂໍ້ມູນ ກ່ຽວກັບໄລຍະການເປັນໂຣກນີ້ ແລະການກັບຄືນມາອີກຂອງໂຣກ. Metastatic Breast Cancer Action Australia ແມ່ນກຸ່ມທໍາອິດຂອງປະເທດ ທີ່ສນັບ ສນູນຜູ້ຄົນ ທີ່ອາສັຍຢູ່ກັບການວິນິດສັຍ, ຜູ້ທີ່ສ່ວນຫລາຍ ບໍ່ໄດ້ຮັບບໍຣິກ...

ໂຣກກະດູກ ແລະຜູ້ສູງອາຍຸໃນ ອອສເຕຣເລັຍ. 17.10.2024

ຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 50 ປີ ໄດ້ຮັບການເຕືອນກ່ຽວກັບໂຣກ ກະດູກຂາດແຮ່ທາດ (Osteopenia) ແລະໂຣກກະດູກຜຸ (Osteoporosis). ລາຍງານພົບວ່າ ຫລາຍກວ່າ ສອງໃນສາມຄົນ ໃນກຸ່ມອາຍຸນັ້ນ ມີສຸຂະພາບກະດູກບໍ່ດີ. ປີກາຍນີ້, ໃນອອສເຕຣເລັຍ, ກະດູກຫັກໄດ້ເກີດຂຶ້ນທຸກໆ 2.7 ນາທີ, ໝາຍເຖິງ ມີການຫັກ ຫລາຍກວ່າ 193,000 ເທື່ອ. ຄ່າໃຊ້ຈ່າຍທັງຫມົດ ຂອງ Osteopenia ແລະ Osteoporosisແມ່ນປະມານ 4.8 ພັນລ້ານໂດລາ, ແລະຄາດວ່າ ຄ່າໃຊ້ຈ່າຍ ຈະເພີ່ມຂຶ້ນເຖິ...

ການປະຊຸມ ASEAN ປະຈໍາປີທີ່ປະເທດລາວ. 15.10.2024

ລາຍງານການປະຊຸມ ASEAN ປະຈໍາປີທີ່ປະເທດລາວ ໂດຍທີມງານຂ່າວ SBS.

ຄວາມຜິດປົກກະຕິຂອງການກິນ. 15.10.2024

ຄວາມຜິດປົກກະຕິຂອງການກິນ (Eating Disorders) ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ເກີດໂຣກລະບາດ, ໂດຍສື່ສານມວນຊົນ ກໍເປັນປັດຈັຍ ຂອງການເພີ່ມຂຶ້ນ ໃນກຸ່ມຄົນຫນຸ່ມ. ຄວາມຜິດປົກກະຕິຂອງການກິນ ເປັນຄວາມເຈັບປ່ວຍ ທີ່ເຈັບປວດຫລາຍ, ສໍາລັບຜູ້ທີ່ປະສົບກັບມັນ, ແລະສໍາລັບພໍ່ແມ່, ຄອບຄົວ, ຫມູ່ເພື່ອນ ແລະຜົວເມັຍຂອງເຂົາເຈົ້າ.

Thinking of installing solar panels? Here's what you need to know - ກຳລັງຄິດທີ່ຈະຕິດຕັ້ງ ແຜງພະລັງແສງຕາເວັນບໍ່? ນີ້ຄື ສິ່ງທີ່ທ່ານຕ້ອງຮູ້. 15.10.2024

Australia's warm climate offers an abundant supply of solar energy year-round, making solar power an increasingly significant contributor to the nation's electricity supply. Learn what the requirements are for installing solar power systems in your home. - ອາກາດທີ່ອົບອຸ່ນ ຂອງອອສເຕຣເລັຍ ມີພະລັງແສງຕາເວັນ ຢ່າງຫລວງຫລາຍຕລອດປີ, ເຮັດໃຫ້ພະລັງແສງຕາເວັນ ເປັນສ່ວນທີ່ສໍາຄັນຫລາຍຂຶ້ນ ໃນການຈັດຫາໄຟຟ້າ ຂອງປະເທດ. ມາ...

ລະດູທີ່ນົກ Magpie ບິນໄລ່ທຳຮ້າຍຜູ້ຄົນ. 08.10.2024

Magpie ແມ່ນນົກສີດໍາ ແລະຂາວ ທີ່ເຮົາຮູ້ກັນດີວ່າ ແມ່ນນົກພື້ນເມືອງອອສເຕຣເລັຍ. ໂດຍທົ່ວໄປແລ້ວ ເປັນນົກທີ່ຮ້ອງມ່ວນ, ແຕ່ໃນລະດູ ການປະສົມພັນ, ຈະກາຍເປັນຜູ້ປົກປ້ອງຮັງຂອງມັນ ຢ່າງຮ້າຍກາດ, ມັນຈະບິນໄລ່ສັບ ສິ່ງທີ່ມັນເຫັນວ່າເປັນການຂົ່ມຂູ່-ຮວມທັງຄົນ ທີ່ຍ່າງຜ່ານໄປມາ ໂດຍບໍ່ລະວັງໂຕ. ໂດຍທົ່ວໄປແລ້ວ, ມັນມີແຕ່ໂຕຜູ້ ທີ່ເຮັດການໂຈມຕີ ຊຶ່ງກໍແມ່ນໂຕທີ່ປົກປ້ອງລູກຢູ່ໃນຮັງຂອງມັນ.

"Shrinkflation" ແມ່ນຫຍັງ? 08.10.2024

"Shrinkflation" ແມ່ນການປະຕິບັດໂດຍ Supermarkets ທີ່ຫລຸດຂນາດ ຫຼືປະຣິມານຂອງສິນຄ້າລົງ....ແຕ່ລາຄາຍັງຄົງຄືເກົ່າ...ຫລືແມ່ນແຕ່ເພີ່ມຂຶ້ນ.... ເຊິ່ງເປັນການປະຕິບັດທີ່ແພ່ໄປທົ່ວອຸດສະຫະກັມ...ຣັຖບານ ກໍາລັງພະຍາຍາມເພີ່ມຄວາມເຂັ້ມແຂງ ໃຫ້ແກ່ລະບຽບລາຄາຕໍ່ຫນ່ວຍ (Unit Pricing Code) ເຮັດໃຫ້ປ້າຍລາຄາ ແລະບໍຣິມາດເຫັນງ່າຍ, ອ່ານງ່າຍ ແລະປຽບທຽບໄດ້... ພ້ອມທັງມີການລົງໂທດໃຫມ່ ສໍາລັບຕລາດເຫລົ່ານັ້ນ-ໃນການເຮັດສິ່ງທີ່ບໍ່ຖືກຕ້ອງ.

ຄວາມເຈັບປວດຊໍາເຮື້ອຂອງເດັກນ້ອຍອອສເຕຣເລັຍ. 08.10.2024

ຫນຶ່ງໃນຫ້າຄົນ ຂອງເດັກນ້ອຍອອສເຕຣເລັຍ ຕ້ອງທົນທຸກທໍຣະມານຈາກຄວາມເຈັບປວດຊໍາເຮື້ອ ແຕ່ການວິຈັຍໃຫມ່ ສະແດງໃຫ້ເຫັນວ່າ ບັນຫາສ່ວນຫລາຍ ບໍ່ຖືກເອົາໃຈໃສ່, ຊຶ່ງນໍາໄປສູ່ການຊັກຊ້າ ໃນການວິນິສັຍ ແລະການປິ່ນປົວ. ສິ່ງນີ້ ສາມາດກະທົບກະເທືອນ ຕໍ່ການພັດທະນາທາງຮ່າງກາຍ ແລະຈິດໃຈ ຂອງເຂົາເຈົ້າ.

ການປ່ຽນແປງສະພາບອາກາດ ແລະການຜລິດເບັຍ. 08.10.2024

ມີການຄົ້ນຄວ້າຫາ Hops ພັນໃໝ່ທີ່ສາມາດຕ້ານທານການປ່ຽນແປງຂອງສະພາບອາກາດ ແຕ່ຍັງໃຫ້ຣົດຊາດດັ້ງເດີມຂອງເບັຍຢູ່.

ການດູແລຜູ້ສູງອາຍຸຢູ່ເຮືອນ. 03.10.2024

ຜູ້ສູງອາຍຸຊາວອອສເຕຣເລັຍ ຫລາຍກວ່າ 68 ພັນຄົນ ທີ່ລົງຊື່ລໍຖ້າ-ຂາດການດູແລທີ່ສໍາຄັນ ໃນເວລາທີ່ເຂົາເຈົ້າ ຕ້ອງການຫລາຍທີ່ສຸດ. ຜູ້ສູງອາຍຸຊາວອອສເຕຣເລັຍ ໄດ້ຮັບຄໍາສັນຍາວ່າ ຈະໄດ້ຮັບການ ສນັບສນູນ ຫລາຍກວ່າເກົ່າຢູ່ໃນເຮືອນ, ຫລັງຈາກຣັຖບານກາງ ໄດ້ປະກາດ ເຖິງການປະຕິຮູບ ການດູແລຜູ້ສູງອາຍຸ ໃນອາທິດຜ່ານມາ.

ການເລືອກປະຕິບັດດ້ານອາຍຸໃນອອສເຕຣເລັຍ 02.10.2024

ການເລືອກປະຕິບັດດ້ານອາຍຸ (Age Discrimination Commissioner) ຍັງມີໃຫ້ເຫັນຢູ່ທົ່ວໄປໃນອອສເຕຣເລັຍ. ມີການຮຽກຮ້ອງ ໃຫ້ຣັຖບານຈັດຕັ້ງ ວັນຮັບຮູ້ເລື່ອງການຈໍາແນກອາຍຸ (Ageism Awareness Day) ຢ່າງເປັນທາງການ ເພາະພາຍໃນ 20 ປີ, ຈໍານວນປະຊາກອນຜູ້ສູງອາຍຸ ຂອງອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີ ຈະມີປະມານ 9ລ້ານຄົນ, ຫຼືປະມານສອງເທົ່າ ຂອງປະຈຸບັນ.

ຄວາມກົດດັນ ເລື່ອງການເຊົ່າເຮືອນ 02.10.2024

ຊາວອອສເຕຣເລັຍຫລາຍຄົນ ທີ່ໄດ້ຮັບເງິນຊ່ອຍເຫລືອຈາກ Centrelink ໃນຕອນນີ້ ກຳລັງປະເຊີນກັບຄວາມກົດດັນ ເລື່ອງການເຊົ່າເຮືອນ ທີ່ຮ້າຍແຮງ ຫຼືບໍ່ສາມາດຈ່າຍຄ່າເຊົ່າໄດ້ ແມ່ນແຕ່ຜູ້ທີ່ເຮັດວຽກເຕັມເວລາ ແລະໄດ້ຄ່າແຮງຂັ້ນຕ່ຳ ກໍຍັງຈະມີປັນຫາແບບດຽວກັນ. ລາຍງານໃຫມ່ ອະທິບາຍວ່າ ບັນຫານີ້ ສ່ວນຫລາຍຖືກຂັບເຄື່ອນໂດຍ ການເພີ່ມຂຶ້ນຂອງຄ່າເຊົ່າເຮືອນ ແລະການຂັບໄລ່ ທີ່ບໍ່ມີເຫດຜົນ (No-Grounds Evictions) ແລະກໍາລັງຮຽກຮ້ອງ ໃຫ້ມີການປະຕິຮູບຢ່າງຮີບດ່...

Understanding shared housing in Australia - ທຳຄວາມເຂົ້າໃຈ ກ່ຽວກັບເຮືອນທີ່ອາສັຍຮ່ວມກັນ ໃນອອສເຕຣເລັຍ 02.10.2024

Shared housing is becoming increasingly popular in Australia, as more people look to reduce rental costs. So, what key factors should you consider when searching for shared accommodation, and how can you avoid potential scams? - ເຮືອນທີ່ອາສັຍຮ່ວມກັນ (Shared housing) ກໍາລັງກາຍເປັນທີ່ນິຍົມຫລາຍຂຶ້ນ ໃນອອສເຕຣເລັຍ ເພາະຫລາຍຄົນ ຢາກປະຢັດຄ່າເຊົ່າ.ດັ່ງນັ້ນປັດຈັຍສໍາຄັນອັນໃດ ທີ່ທ່ານຄວນພິຈາຣະນາ ເມື່ອຊອກຫາບ່ອນເຊ...

Why is dental health care expensive in Australia? - ເປັນຫຍັງ ການດູແລສຸຂະພາບແຂ້ວ ຈຶ່ງມີລາຄາແພງ ໃນອອສເຕຣເລັຍ? 24.09.2024

Understanding how dental care works in Australia can be crucial for maintaining your health and well-being. Learn how to access dental services, the costs involved, and some essential dental health tips to keep you and your family smile bright. - ການທຳຄວາມເຂົ້າໃຈ ການດູແລສຸຂະພາບແຂ້ວ ໃນອອສເຕຣເລັຍ ສໍາຄັນຕໍ່ການຮັກສາສຸຂະພາບ ແລະຄວາມເປັນຢູ່ທີ່ດີຂອງທ່ານ. ຮຽນຮູ້ວິທີ ເຂົ້າເຖິງການບໍຣິການ ສຸຂະພາບແຂ້ວ, ຄ່າໃຊ້ຈ...

ການປ່ຽນແແປງໃນການດູແລ ຜູ້ສູງອາຍຸ 24.09.2024

ການປ່ຽນແປງໃນການດູແລຜູ້ສູງອາຍຸ ໄດ້ເປັນທີ່ເຫັນພ້ອມຈາກພັກຝ່າຍຄ້ານ ຊຶ່ງກ່າວວ່າ ລາຄາທີ່ສູງກວ່ານັ້ນ ແມ່ນກຸ້ມຄ່າ, ແລະເຊື່ອວ່າ ມັນຈະປັບປຸງພາກສ່ວນນີ້. ການປ່ຽນແປງໂດຍພື້ນຖານກໍຄື ຊາວອອສເຕຣເລັຍທີ່ຮັ່ງມີກວ່າ ຈະຈ່າຍຫລາຍຂຶ້ນ ສໍາລັບການດູແລ. ແຕ່ກໍຍັງມີປັນຫາກ່ຽວກັບການຫາພນັກງານທີ່ຈະເຮັດໜ້າທີ່ເຫຼົ່ານີ້ ເຖິງແມ່ນຈະມີການຈັດຫາເງິນຊ່ອຍເຫຼືອເພີ່ມຕື່ມກໍຕາມ.

ການຂົ່ມເຫັງທາງຈິດໃຈ ເດັກນ້ອຍ 24.09.2024

ການຂົ່ມເຫັງທາງຈິດໃຈເດັກນ້ອຍ ໃນອອສເຕຣເລັຍ ເພີ່ມຂຶ້ນຫລາຍກວ່າທີ່ຜ່ານມາ ແຕ່ມີພຽງແຕ່ເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍເທົ່ານັ້ນ ທີ່ຈະລາຍງານກ່ຽວກັບເລື້ອງນີ້. ຜູ້ຊ່ຽວຊານກ່າວວ່າ ຄົນທີ່ເຄີຍປະສົບກັບການຂົ່ມເຫັງທາງຈິດໃຈ ໂດຍສະເພາະ ສ່ວນຫລາຍຈະປະສົບກັບຄວາມຊຶມເສົ້າ, PTSD, ຄວາມວິຕົກກັງວົນ, ທໍາຮ້າຍຕົວເອງ ແລະການໃຊ້ຢາເສບຕິດ ຕລອດຊີວິດ. ນອກນັ້ນ ຜົນກະທົບຂອງ ການຂົ່ມເຫັງທາງຈິດໃຈ ມີຜົນກະທົບ ຄ້າຍຄືກັນກັບ ການເຫັງທາງເພດ.

ວິທີໃໝ່ໃນການລະບຸມະເຮັງຜິວຫນັງ 18.09.2024

ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ໄດ້ຖືກພັດທະນາ ເພື່ອຮວບຮວມຈຸລັງ ແລະແພຈຸລັງ ໃນການວິນິດສັຍ ໂຣກມະເຮັງ ທີ່ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ ແລະໃຊ້ເວລາບໍ່ເຖິງນຶ່ງນາທີ. ແຕ່ຕອນນີ້ ຍັງຈະຕ້ອງມີການຄົ້ນຄວ້າເພີ່ມຕື່ມອີກ.

Good reasons to observe the pedestrian road rules - ເຫດຜົນທີ່ດີ ທີ່ຈະປະຕິບັດຕາມກົດລະບຽບ ຂອງເສັ້ນທາງຍ່າງ 18.09.2024

Every day, pedestrians across Australia break the law without knowing it. This can result penalties and occasionally accidents. Stay safe and avoid an unexpected fine by familiarising yourself with some of Australia’s common pedestrian laws. - ທຸກໆມື້, ຄົນຍ່າງຖນົນທົ່ວອອສເຕຣເລັຍ ຝ່າຝືນກົດຫມາຍ ໂດຍບໍ່ຮູ້ໂຕ. ສິ່ງນີ້ ອາດກໍ່ໃຫ້ເກີດການລົງໂທດ ແລະອຸບັດຕິເຫດ ໃນບາງຄັ້ງ. ຈົ່ງຮັກສາຄວາມປອດພັຍ ແລະຫລີກເວັ້ນຈາກການ...

ການລອບສັງຫານ Trump ເທື່ອທີສອງ. 18.09.2024

ການລອບສັງຫານ Donald Trump ເທື່ອທໍາອິດໄດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania. ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida. ທາງຣັຖບານກ່າວວ່າ ຈະໃຫ້ຊັບພະຍາກອນທຸກຢ່າງແກ່ໜ່ວຍສືບຣາຊການລັບ (the Secret Service) ກ່ຽວກັບເລື້ອງນີ້.

ວັນສັນຊາດ ອອສເຕຣເລັຍ. 18.09.2024

ເຖິງແມ່ນວ່າກົດໝາຍກ່ຽວກັບ ສັນຊາດ ແລະພົນລະເມືອງຂອງ ອອສເຕຣເລັຍ ໄດ້ຖືກປະກາດໃຊ້ ຕັ້ງແຕ່ປີ 1949, ແຕ່ການປ່ຽນແປງ ໄດ້ເປັນໄປຢ່າງຊ້າຫຼາຍ ເພາະແມ່ນໃນປີ 1967 ເທົ່ານັ້ນ ທີ່ເອກະສານ ຫນັງສືຜ່ານແດນ ຂອງອອສເຕຣເລັຍ ຈຶ່ງໄດ້ຖືກເອີ້ນວ່າ ຫນັງສືຜ່ານແດນ ຂອງອອສເຕຣເລັຍ. ໃນແຕ່ລະປີມີ ພົນລະເມືອງ ອອສເຕຣເລັຍ ໃໝ່ລາຍພັນຫຼາຍໝື່ນຄົນ, ແຕ່ກໍຍັງມີອີກຫຼາຍທີ່ລໍຖ້າການໄດ້ຮັບສັນຊາດຢູ່.

ມາດຕະການປ້ອງກັນການຫຼິ້ນພະນັນ 10.09.2024

ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635) ແລະເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ.

ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ 10.09.2024

ມີການຢືນຢັນຈາກການຄົ້ນຄວ້າກ່ຽວກັບການໃຊ໊ໂທຣະສັບມືຖື ແລະມະເລັງ. ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ.

What are the unwritten rules in the Australian workplace? - ກົດລະບຽບທີ່ບໍ່ໄດ້ຂຽນໄວ້ ໃນບ່ອນເຮັດວຽກຂອງອອສເຕຣເລັຍ ແມ່ນຫຍັງ? 10.09.2024

In Australia, workplace codes of conduct differ from company to company, but some standard unwritten rules are generally followed in most businesses and industries. There are also a few unspoken rules in the Australian workplace that can evolve into a set of social norms. Here is how to navigate and familiarise yourself with these unwritten rules when starting a new job. - ໃນອອສເຕຣເລັຍ ກົດລະບຽບການ...

ຜູ້ຍິງອົບພະຍົບ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ 10.09.2024

ລາຍງານໃຫມ່ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຫລາຍກວ່າ 850 ຄົນ ທີ່ສໍາຫລວດ ລາຍງານວ່າ ໄດ້ປະສົບກັບການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ໃນຫ້າປີທີ່ຜ່ານມາ. ການລ່ວງລະເມີດມາໃນຫຼາຍຮູບແບບ. ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).

ການຖືກເລືອກປະຕິບັດຕອນເປັນໂຣກມະເຮັງ 04.09.2024

ມູນນິທິມະເລັງເລືອດຂາວ (The Leukaemia Foundation) ໄດ້ເຜີຍແພ່ຜົນການສໍາຫລວດ ທີ່ພົບວ່າ ເຈັດໃນ 10 ຄົນ ຂອງອອສເຕຣເລັຍ ເປັນຫ່ວງວ່າ ປັດຈັຍຕ່າງໆເຊັ່ນ ບ່ອນທີ່ເຂົາເຈົ້າອາສັຍຢູ່, ອາຍຸ, ເພດ, ແນວໂນ້ມທາງເພດ, ລາຍໄດ້, ຫລືແມ່ນແຕ່ ພາສາທີ່ເວົ້າຢູ່ໃນບ້ານ ກໍສາມາດສົ່ງຜົນ ຕໍ່ການປິ່ນປົວທີ່ເຂົາເຈົ້າໄດ້ຮັບ ຖ້າຫາກຖືກພົບເຫັນວ່າ ເປັນໂຣກມະເລັງ.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.