SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
Finding a bank account that works hard for you - ການຊອກຫາບັນຊີທະນາຄານ ທີ່ເຮັດວຽກຫນັກສໍາລັບທ່ານ. 03.12.2024 11:30
If you have a job, receive government benefits or want to pay your bills easily you’ll need a bank account. You may even need more than one. To join the 20 million customers who hold Australian bank accounts, take some time to find one that best suits your needs. - ຖ້າທ່ານມີວຽກເຮັດ, ຮັບສວັດດີການຈາກຣັຖບານ ຫຼືຢາກຊຳລະຄ່າໃຊ້ຈ່າຍຢ່າງງ່າຍໆ ທ່ານຈະຕ້ອງມີບັນຊີທະນາຄານ. ທ່ານອາດຈໍາເປັນຕ້ອງມີຫຼາຍກວ່າຫນຶ່ງບັນຊີ...
ປະຕິກິຣິຍາຈາກການສັ່ງຫ້າມການໃຊ້ ສື່ສານມວນຊົນ 03.12.2024 6:49
ການສັ່ງຫ້າມການໃຊ້ ສື່ສານມວນຊົນ ຂອງຊາວໜຸ່ມອອສເຕຣເລັຍ ໄດ້ເປັນຂ່າວທົ່ວໂລກ. ຣັຖບານກ່າວວ່າ ບໍຣິສັດ ສື່ສານ ຈະຕ້ອງຮັບຜິດຊອບໃນການກວດກາ ດ້ານອາຍຸ. ບໍ່ດັ່ງນັ້ນ ຈະມີການປັບໃໝ. ຜູ້ຊ່ຽວຊານກ່າວວ່າ ມັນບໍ່ແມ່ນເລື້ອງງ່າຍ. ໃນຂນະທີ່ໃນຕ່າງປະເທດ ຊາວໜຸ່ມ ກໍເລີ້ມມີການ ສົນທະນາກັນກ່ຽວກັບເລື້ອງນີ້.
ອຸດສະຫະກັມໃໝ່ ທີ່ກໍາລັງເຕີບໂຕໃນຈີນ. 03.12.2024 6:58
ຣັຖບານຈີນ ກຳລັງສົ່ງເສີມອຸດສາຫະກັມ ການບິນລະດັບຕ່ຳ (Low-altitude Aviation) ຊຶ່ງໄດ້ມີການເປີດສະແດງທີ່ການສະແດງການບິນທີ່ Airshow China ໃນເມືອງ Zhu hai. ຫຼາຍຄົນກໍວ່າ ດີ ແຕ່ກໍມີບາງຄົນທີ່ກ່າວວ່າ ລາຄາແລະຄ່າໃຊ້ຈ່າຍຈະເປັນໂຕບົ່ງຊີ້ ສັກກະຍະພາບ(Potential) ຂອງ ອຸດສາຫະກັມນີ້.
ຄະດີສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ. 28.11.2024 6:12
ຄະດີທີ່ຮ້າຍແຮງທີ່ສຸດ ສອງຄະດີຕໍ່ Donald Trump ໄດ້ຖືກຍົກຟ້ອງ.ອັຍການກ່າວວ່າ ການຕັດສິນໃຈນັ້ນ ບໍ່ໄດ້ເກີດຂຶ້ນຕາມເຫດຜົນ...ແຕ່ເປັນເພາະ Trump ຈະກັບຄືນໄປ White House ໃນປີໜ້າ. ເຖິງແມ່ນວ່າ ມີໂອກາດນ້ອຍ ທີ່ຄະດີຈະກັບມາອີກ ຫລັງຈາກ Trump ໄດ້ຮັບຕໍາແຫນ່ງ ເປັນເທື່ອທີສອງ, ແຕ່ຜູ້ຊ່ຽວຊານກ່າວວ່າ ມັນບໍ່ໜ້າເປັນໄປໄດ້.
ຄຳເຕືອນກ່ຽວກັບການຊື້ສິນຄ້າທາງ ອອນລາຍ 27.11.2024 9:05
ຜູ້ຊ່ຽວຊານ ເລື່ອງການຂາຍທາງອອນລາຍ (Online sales) ໄດ້ເຕືອນຜູ້ບໍຣິໂພກ ໃຫ້ລະວັງຕໍ່ການສໍ້ໂກງ ໃນຂນະທີ່ພວກເຂົາໄປຊື້ເຄື່ອງ ທາງອິນເຕີເນັດ ໂດຍສະເພາະໃນຊ່ວງເທດສະການຫຼຸດລາຄາ ຂອງ Black Friday ແລະ Christmas. ດ້ວຍການສໍ້ໂກງທີ່ຊັບຊ້ອນ ແລະຍາກຕໍ່ການແຍກແຍະຫຼາຍຂຶ້ນ ຜູ້ຊ່ຽວຊານ ຈຶ່ງໃຫ້ຄໍາແນະນໍາທີ່ເປັນປໂຍດ ກ່ຽວກັບສິ່ງທີ່ຕ້ອງລະວັງ ແລະວິທີກຽມຕົວ.
ການຕາຍຜູ້ທີສອງຂອງຊາວອອສເຕຣເລັຍໃນລາວ 26.11.2024 6:44
ພໍ່ຂອງຜູ້ຍິງທີ່ຕາຍໃນປະເທດລາວ ດ້ວຍຄວາມສົງສັຍວ່າຖືກສານພິດໃນເຫຼົ້າ ທີ່ວັງວຽງ ໄດ້ຊຸກຍູ້ໃຫ້ຣັຖບານລາວສອບສວນໃຫ້ເຖິງທີ່ສຸດ ເພື່ຶວ່າມັນຈະບໍ່ເກີດຂຶ້ນອີກໃນອະນາຄົດ. ແມ່ນແຕ່ນາຍົກຣັຖມົນຕີ Victoria ກໍໄດ້ກ່າວກ່ຽວກັບເຫດການທີ່ໂສກເສົ້າຄືກັນ. ຣັຖບານລາວ ໄດ້ກ່າວເຖິງເຫດການທີ່ເກີດຂຶ້ນໃນວັນເສົາ, ໂດຍທີ່ຕໍາຫລວດທ້ອງຖິ່ນກ່າວວ່າ ຫລາຍຄົນໄດ້ຖືກຄຸມໂຕ, ແຕ່ຍັງບໍ່ມີການຕັ້ງຂໍ້ກ່າວຫາ.
ຄົນອອສເຕຣເລັຍ ຖືກພິດເຫຼົ້າຮ້າຍແຮງໃນລາວ 21.11.2024 8:08
ນັກທ່ອງທ່ຽວຊາວອອສເຕຣເລັຍ ສອງຄົນ ຈາກ Melbourne ມີອາການບໍ່ສະບາຍຢ່າງໜັກ ຫລັງຈາກໄດ້ດື່ມ ສິ່ງທີ່ເຊື່ອວ່າ ເປັນເຫຼົ້າປະສົມ (Cocktail) ທີ່ເປັນພິດໃນປະເທດລາວ. ທັງສອງຕ້ອງໃຊ້ເຄື່ອງຊ່ວຍຊີວິດ ຢູ່ຄົນລະໂຮງຫມໍທີ່ປະເທດໄທ. ຂ່າວຫຼ້າສຸດ, ໜຶ່ງໃນສອງຄົນນັ້ນ ໄດ້ເສັຍຊີວິດແລ້ວໃນວັນພະຫັດ 20 ພິຈິກ ໃນໂຮງໝໍ ທີ່ປະເທດໄທ.
ອະນາຄົດຂອງການໃຊ້ເງິນສົດໃນການຊື້ຂາຍ 20.11.2024 10:11
ເຖິງແມານວ່າການຊຳລະ ເງິນແບບ Digital ບໍ່ວ່າຈະເປັນການຈ່າຍເງິນດ້ວຍໂທຣະສັບມືຖື ຫລືບັດ Credit ຈະເປັນເລື້ອງປົກກະຕິ. ແຕ່ສຳລັບຊາວອອສເຕຣເລັຍໃນພູມີພາກ ແລະຜູ້ສູງອາຍຸດ ການຊຳລະດ້ວຍເງິນສົດຍັງຄົງປະຕິບັດຢູ່ຢ່າງກວ້າງຂວາງ. ຣັຖບານກຳລັງຫາວິທີທີ່ຈະເຮັດໃຫ້ເງິນສົດໝູນວຽນໃນລະບົບການຄ້າຂາຍ ໂດຍການອອກຂໍ້ບັງຄັບໃຫ້ຮ້ານຄ້າສິນຄ້າຈຳເປັນ ໃຫ້ຮັບເງິນສົດ.
ວັກຊີນປ້ອງກັນໂຣກທາງເດີນຫາຍໃຈຟຣີ 20.11.2024 6:53
RSV ຍັງເປັນສາເຫດສໍາຄັນ ຂອງການເຂົ້າໂຮງຫມໍ ສໍາລັບເດັກນ້ອຍ ໃນອອສເຕຣເລັຍ. ມັນເປັນໄວຣັສທົ່ວໄປ ທີ່ຕາມປົກກະຕິແລ້ວ ມີອາການບໍ່ຮຸນແຮງ,ອາການຈະຄ້າຍຄືກັນກັບ ໄຂ້ຫວັດ ແລະ COVID-19, ແລະເດັກນ້ອຍສ່ວນຫລາຍ ຈະຕິດເຊື້ອ RSV ກ່ອນເຂົາຈະມີອາຍຸຮອດສອງປີ.ຕອນນີ້ ຣັຖບານ ວາງແຜນທີ່ຈະລົງທຶນ ຫຼາຍກວ່າ 174 ລ້ານໂດລາ ໃນໄລຍະສີ່ປີເພື່ອຊ່ວຍຕໍ່ສູ້ ກັບໄວຣັສ. ວັກຊີນຟຣີ ຈະມີໃຫ້ແກ່ເດັກນ້ອຍ ແລະຜູ້ຍິງທີ່ຖືພາ ໃນໄລຍະສາມເດືອນສຸດທ້າຍ ຂອງການຖືພາ ຈາກປ...
What happens when you are summoned for Jury Duty? - ຈະເກີດຫຍັງຂຶ້ນ ເມື່ອທ່ານຖືກເອີ້ນໃຫ້ເຮັດຫນ້າທີ່ຄນະລູກຂຸນ (Jury)? 20.11.2024 12:30
Every Australian citizen who is on the electoral roll can be called up for jury service. But what is involved if you get called to be a juror? And what is the role of a jury? - ພົນລະເມືອງຂອງອອສເຕຣເລັຍທຸກຄົນທີ່ຢູ່ໃນລາຍຊື່ຂອງການເລືອກຕັ້ງສາມາດຖືກເອີ້ນໃຫ້ໄປຮັບໜ້າທີ່ໃນຄນະລູກຂຸນ (Jury). ແຕ່ຈະກ່ຽວຂ້ອງກັບຫຍັງແນ່ຖ້າຫາກທ່ານຖືກເອີ້ນໃຫ້ເປັນລູກຂຸນ (Juror) ?ແລະບົດບາດຂອງຄນະລູກຂຸນ (Jury) ແມ່ນຫຍັງ?
ການຫຼອກລວງເລື່ອງຍ້າຍຖິ່ນຖານ 20.11.2024 13:39
ມີຄົນຂໍລີ້ພັຍຫຼາຍຄົນທີ່ຖືກ ບໍຣິສັດທີ່ປຶກສາ ເລື່ອງການຍ້າຍຖິ່ນຖານຫຼອກຕົ້ມ. ມັນບໍ່ພຽງແຕ່ການເສັຍເງິນເທົ່ານັ້ນ ແຕ່ມັນມີຜົນກະທົບຕໍ່ ຄວາມສຳພັນພາຍໃນຄອບຄົວນຳອີກ. ຜູ້ຊ່ຽວຊານກ່າວວ່າ ເນື່ອງຈາກຄວາມຊັບຊ້ອນ ຂອງລະບົບການຍ້າຍຖິ່ນຖານຂອງອອສເຕຣເລັຍຈຶ່ງເຮັດໃຫ້ມີຜູ້ສວຍໂອກາດ ແລະເຕືອນຜູ້ທີ່ຊອກຫາບໍຣິການຍ້າຍຖິ່ນຖານ ໃຫ້ລະວັງຕໍ່ສັນຍານເຕືອນ.
ການສັ່ງຫ້າມກ່ຽວກັບສື່ສານມວນຊົນ 12.11.2024 7:52
ຣັຖບານກຳລັງກຽມ ສົ່ງຮ່າງກົດມາຍກ່ຽວກັບການເຂົ້າເຖິງ ສື່ສານມວນຊົນ ຂອງຜູ້ທີ່ມີອາຍຸນ້ອຍກວ່າ 16 ປີ. ຝ່າຍຄ້ານກໍເຫັນດີນຳ ເພາະມັນຈະເປັນການປົກປ້ອງເດັກນ້ອຍອອສເຕຣເລັຍ. ແຕ່ຜູ້ຊ່ຽວຊານກ່າວວ່າ ຖ້າຫາກຕ້ອງການຫຼີຫລ່ຽງຂໍ້ຫ້າມແທ້, ຜູ້ຄົນມີຫຼາຍວິທີທີ່ຈະເຮັດ ຊຶ່ງນາຍົກຣັຖມົນຕີ ຍອມຮັບວ່າ ບໍ່ມີລະບົບທີ່ສົມບູນແບບ. ແຕ່ກ່າວວ່າ ກົດຫມາຍເຫລົ່ານັ້ນ ກໍານົດຂອບເຂດ ສໍາລັບສັງຄົມ ແລະມັນຊ່ອຍໃຫ້ແນ່ໃຈວ່າ ຈະໄດ້ຮັບຜົນຮັບທີ່ຖືກຕ້ອງ.
Understanding vaccination rules for children in Australia - ທຳຄວາມຄວາມເຂົ້າໃຈ ກົດການສັກວັກຊີນພູມຕ້ານທານ ສໍາລັບເດັກນ້ອຍ ຂອງອອສເຕຣເລັຍ 12.11.2024 11:44
Did you know that one in five children is at risk of dying from a disease that is now preventable through vaccination? Australia’s vaccination program helps to prevent severe outcomes from many childhood infections. To access family support payments—and in some states, childcare services—your child must be fully immunised according to the national schedule. - ທ່ານຮູ້ບໍ່ວ່າ ເດັກນ້ອຍຫນຶ່ງໃນຫ້າຄົນ ສ່...
ຜົນສະທ້ອນຈາກການຕັດສິນຂອງສານສູງ 12.11.2024 7:46
ຫຼັງຈາກການຕັດສິນຂອງສານສູງ ໃຫ້ປ່ອຍໂຕອະດີດຜູ້ຕ້ອງຂັງ ກວດຄົນເຂົ້າເມືອງ (Immigration detainees) ຊຶ່ງຫຼາຍຄົນກໍມີຄະດີອາດຊະຍາກັມຕິດໂຕ. ຝ່າຍຄ້ານໄດ້ສະແດງຄວາມເປັນຫ່ວງຕໍ່ຄວາມປອດພັຍຂອງຊຸມຊົນ... ແຕ່ທະນາຍຄວາມຂອງຜູ້ຕ້ອງຂັງ ກ່າວວ່າ ຣັຖບານຕ້ອງດຳເນີນການຍົກເລີກຂໍ້ກຳໜົດຕ່າງທີ່ມີຕໍ່ພວກເຂົາ ທັນທີ.
ຄວາມໝັ້ນຄົງພາຍໃນ ແລະຂໍ້ຂັດແຍ່ງໃນຕາເວັນອອກກາງ 06.11.2024 6:54
ໃນການປະເມີນຂອງອົງການຂ່າວລັບ ເພື່ອຄວາມໝັ້ນຄົງ ຂອງອອສເຕຣເລັຍ (the Australian Security Intelligence Organisation-ASIO), ຫນຶ່ງສ່ວນສາມ ຂອງເຫດການ ກ່ຽວພັນກັບຄວາມຮຸນແຮງ ທີ່ມີແຮງກະຕຸ້ນທາງສາສນາ. ເຫດການສ່ວນຫລາຍ ຖືກກ່າວຫາວ່າ ຖືກກະຕຸ້ນໂດຍອຸດົມການຊາດນິຍົມ (Nationalist) ແລະອຸດົມການດ້ານເຊື້ອຊາດ (Racist Ideologies) ຫລືອຸດົມການທີ່ປະສົມທັງສອງຢ່າງ. ສິ່ງສໍາຄັນ, ເພາະເລື່ອງນີ້ມັກຈະເຂົ້າໃຈຜິດ, ບໍ່ມີການໂຈມຕີ ຫລືແຜນການໃດ ທ...
ສູນຊ່ອຍເຫລືອຜູ້ຍິງອົບພະຍົບ ຈາກຄວາມຮຸນແຮງໃນຄອບຄົວ. 06.11.2024 9:51
ສູນກາງ ຄວາມກ້າວຫນ້າຂອງສຕຣີ (The Centre of Advancing Women) ໃນ Victoria ໃຫ້ການສນັບສນູນ ຢ່າງຮອບດ້ານ ສໍາລັບຜູ້ຍິງຈາກພື້ນຖານຜູ້ອົບພະຍົບ ທີ່ກໍາລັງປະສົບກັບຄວາມຮຸນແຮງ ໃນຄອບຄົວ. ນອກຈາກການຊ່ອຍເຫຼືອແລ້ວ, ທາງສູນຍັງມີ ຫຼັກສູດຕ່າງໆ ທີ່ຈະຊ່ອຍໃຫ້ ຜູ້ຂໍຄວາມຊ່ອຍເຫຼືອ ໄດ້ມີໂອກາດໃນການເຮັດວຽກເພື່ອ ພວກເຂົາຈະສາມາດ ຮັບຜິດຊອບຕໍ່ຊີວິດຂອງເຂົາເອງ.
ອະນາຄົດຂອງຫ້ອງສມຸດ. 06.11.2024 12:05
ຫ້ອງສມຸດຍຸກ Digital ບໍ່ຄືກັບຫ້ອງສມຸດສມັຍເກົ່າ. ດຽວນີ້ ປຶ້ມເປັນຫົວທີ່ສຳຜັດໄດ້ຈະມີໜ້ອຍລົງ ໃນຂນະທີ່ eBooks ແລະ Audiobooks ຈະໄດ້ຮັບຄວາມນິຍົມຫຼາຍກວ່າ... ແຕ່ພໍ່ແມ່ຫຼາຍຄົນຍັງເວົ້າວ່າ ການຈະສອນໃຫ້ເດັກນ້ອຍອ່ານນັ້ນ, ການໃຊ້ປຶມເປັນຫົວທີ່ຈັບຕ້ອງໄດ້ ຈະມີ ປະສິດທິຜົນຫຼາຍກວ່າ.
ວິທີໃໝ່ໃນການປິ່ນປົວບາດແຜຈາກໄຟໄຫມ້. 31.10.2024 4:41
ນັກຄົ້ນຄວ້າຢູ່ໂຮງຫມໍ Alfred Hospital ໃນ Melbourne ກ່າວວ່າ ໂດຍການເອົາຕົວຢ່າງນ້ອຍໆ ຂອງຜິວຫນັງທີ່ບໍ່ໄດ້ຮັບຄວາມເສັຍຫາຍ ແລະຈຸລັງ (Cells) ເຫລົ່ານັ້ນມາປູກໃນຫ້ອງຟັກ (Incubator), ແລ້ວຈຸລັງເຫລົ່ານັ້ນ ຈະຖືກເອົາໄປໃສ່ໃນແຜ່ນ Hydrogel ແລະຕໍ່ໃສ່ຜິວຫນັງ. ແຕ່ມັນຍັງຂາດ Melanocytes ດັ່ງນັ້ນຈຶ່ງບໍ່ມີເມັດສີ (Pigmentation) ໃນເວລານີ້ ແລະຍັງບໍ່ມີຕ່ອມເຫື່ອ ແລະຮູຂົນນໍາອີກ. ທີ່ສຳຄັນແມ່ນຕ້ອງມີການຄົ້ນຄວ້າຕື່ມອີກ.
ສຸຂະພາບລະບົບສືບພັນ ແລະລະບົບທາງເດີນປັດສາວະ ຂອງຜູ້ຊາຍ 30.10.2024 8:25
ການຄົ້ນຄວ້າໂດຍ YouGov ຂອງ Boston Scientific ພົບວ່າຜູ້ຊາຍສ່ວນຫລາຍ ຈະບໍ່ຮູ້ເຖິງຄວາມຮ້າຍແຮງ ຂອງສະພາບການ ທາງສຸຂະພາບທົ່ວໄປ. ບັນຫາ ຮວມເຖິງການເພີ່ມຂຶ້ນ ຂອງຄວາມຖີ່ຂອງການປັດສາວະ (ຖ່າຍເບົາ ຫຼື ຍ່ຽວ), ແລະການສ່ຽງຂອງການອັດຕັນ, ກະເພາະຍ່ຽວອັດຕັນ ແລະອາການທີ່ອັນຕະຣາຍຕໍ່ຊີວິດ. ຖ້າບໍ່ໄດ້ຮັບການປິ່ນປົວ, ຕ່ອມລູກໝາກໃຫຍ່ (Enlarged Prostate Gland) ອາດນໍາໄປສູ່ ການຕິດເຊື້ອຂອງທາງເດີນປັດສາວະ, ໜິ້ວຫມາກໄຂ່ຫລັງ ແລະຫມາກໄຂ່ຫລັງພິກ...
ການປິດລົງຂອງເຄືອຂ່າຍໂທຣະສັບ 3G. 29.10.2024 7:11
ເຄືອຂ່າຍໂທຣະສັບ 3G ໄດ້ປິດລົງໃນວັນທີ 28 ຕຸລາ. ມັນໄດ້ກໍ່ໃຫ້ເກີດຄວາມເປັນຫ່ວງສຳລັບຜູ້ຄົນໃນພູມີພາກ ແລະຊົນນະບົດ. ອອສເຕຣເລັຍ ບໍ່ໄດ້ເປັນພຽງປະເທດດຽວທີ່ປິດ 3G. ໃນສະຫະຣັດອາເມຣິກາ, ບໍຣິການ 2G ແລະ 3G ສ່ວນຫລາຍໄດ້ຖືກຍົກເລີກ ໃນທ້າຍປີ 2022, ໃນຂນະທີ່ປະເທດຈີນ ໄດ້ປິດ 3G ໃນປີທີ່ຜ່ານມາ. Singapore ກໍໄດ້ເລີ້ມປິດເຄືອຂ່າຍ 3G ໃນປີນີ້ຄືກັນ.
ຄວາມຮັບຮູ້ກ່ຽວກັບອັນຕະຣາຍຈາກການພະນັນ 29.10.2024 6:52
Gamble Aware Week (21-27 ຕຸລາ) ຖືກຈັດຂຶ້ນທົ່ວປະເທດ-ໂດຍມີຈຸດປະສົງ ທີ່ຈະຍົກລະດັບຄວາມຮັບຮູ້ ເຖິງ ອັນຕະຣາຍທີ່ມາຈາກການພະນັນ ທັງທາງກົງແລະທາງອ້ອມ ແລະ ວິທີ ຜູ້ທີ່ຈະເລືອກຫລິ້ນພະນັນ ສາມາດເຮັດໄດ້ຢ່າງປອດພັຍ ຫລາຍຂຶ້ນກວ່າເກົ່າ.
ອັດຕາເງິນເຟີ້ ໃນອອສເຕຣເລັຍ 29.10.2024 8:21
ກອງທຶນການເງິນນາໆຊາດ (The International Monetary Fund) ໄດ້ຄາດການວ່າ ອັດຕາເງິນເຟີ້ ຂອງອອສເຕຣເລັຍ ຈະເພີ່ມຂຶ້ນຈາກ 2.8 ເປີເຊັນເປັນ 3.6 ເປີເຊັນ ໃນທ້າຍປີຕໍ່ໄປ. ເຮັດໃຫ້ປະເທດນີ້ ເປັນປະເທດ ທີ່ມີອັດຕາເງິນເຟີ້ສູງ ເປັນອັນດັບທີສອງ ໃນທ້າຍປີຫນ້າ, ໃນບັນດາອີກ 41 ປະເທດ.
ການເກັບເງິນເພີ່ມ (Surcharges) ໃນການໃຊ້ບັດທະນາຄານ. 23.10.2024 6:38
ເຖິງແມ່ນວ່າການໃຊ້ເງິນຂອງທ່ານເອງໃນການຊື້ສິນຄ້າ ໂດຍການໃຊ້ ບັດເຄຣດິດ (Credit Cards) ແລະບັດເດບິດ (Debit Cards) ແມ່ນແຕ່ກາເຟພຽງຈອກດຽວ, ທາງຮ້ານຈະມີ ການເກັບເງິນເພີ່ມ (Surcharges) ໃນການ ຈ່າຍທະນາຄານໃນການດຳເນີນທຸຣະກິດ. ຣັຖບານກຳລັງພິຈາຣະນາວ່າຈະໃຫ້ຍົກເລີກ ເລື້ອງນີ້ ຊຶ່ງຈະຊ່ອຍໃຫ້ ຊາວອອສເຕຣເລັຍ ສາມາດປະຢັດເງິນໄດ້ ເຖິງຫ້າຮ້ອຍລ້ານໂດລາ ຕໍ່ປີ.
ລະດູໄຟໄຫມ້ປ່າໃນອອສເຕຣເລັຍ 21.10.2024 11:07
ເມື່ອເວົ້າເຖິງລະດູໄຟໄຫມ້ປ່າໃນອອສເຕຣເລັຍແລ້ວ ຜູ້ຊ່ຽວຊານບາງຄົນກ່າວວ່າ ປວັດສາດຈະເກີດຊ້ຳອີກ. ສະນັ້ນ, ເຈົ້າຫນ້າທີ່ສຸກເສີນ ກໍາລັງຊຸກຍູ້ຜູ້ຄົນ ໃຫ້ລະມັດລະວັງ ແລະຄອຍລະວັງຄຳເຕືອນສະພາບອາກາດ ແລະພັຍພິບັດໃນທ້ອງຖິ່ນ.
First homebuyer’s guide: Getting a home loan in Australia - ຄູ່ມືຜູ້ຊື້ເຮືອນເທື່ອທໍາອິດ: ການກູ້ຢືມເງິນຊື້ເຮືອນໃນອອສເຕຣເລັຍ. 21.10.2024 12:13
For first-time borrowers, the home loan application process can feel overwhelming. Learn the basics around interest rates, the application process and government support you may be eligible for in Australia. - ສໍາລັບຜູ້ຢືມເທື່ອທໍາອິດ, ຂັ້ນຕອນການສມັກກູ້ຢືມເງິນຊື້ເຮືອນອາດຮູ້ສຶກຫຍຸ້ງຍາກ. ຮຽນຮູ້ພື້ນຖານກ່ຽວກັບອັດຕາດອກເບັ້ຍ, ຂັ້ນຕອນການສມັກ ແລະ ການສນັບສນູນຈາກຣັຖບານ ທີ່ທ່ານອາດມີສິດໄດ້ຮັບໃນ ອອສເຕຣເລັຍ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.