SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ຢາໃຫມ່ ສຳລັບໂຣກຄວາມຈໍາເສື່ອມ (Alzheimer). 28.05.2025

ອົງການຄວບຄຸມ ຢາຮັກສາໂຣກ (Therapeutic Drug Administration) ຂອງອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ Donanemab ທີ່ສາມາດໃຫ້ຄວາມຫວັງ ແກ່ຄົນທີ່ເປັນໂຣກຄວາມຈໍາເສື່ອມ (Alzheimer). ປະຈຸບັນນີ້ ມັນບໍ່ໄດ້ຖືກບັນຈຸ ຢູ່ໃນໂຄງການຜົນປໂຍດທາງຢາ(Pharmaceutical Benefits Scheme), ແລະມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.

ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ. 21.05.2025

ມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ. ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.

ບົດບາດຂອງ A-I ໃນການດູແລສຸຂະພາບ. 21.05.2025

A-I ເລີ້ມມີບົດບາດຫຼາຍຂຶ້ນ ໃນການດູແລສຸຂະພາບ... ແຕ່ຜູ້ຊ່ຽວຊານກ່າວວ່າ ຍັງຕ້ອງໃຊ້ເວລາອີກຫຼາຍໃນການຈະໃຫ້ A-I ຖືກນຳໃຊ້ຢ່າງມີປະສິດຖິພາບ ແລະຫຼາຍຄົນກໍເວົ້າວ່າ A-I ຈະບໍ່ສາມາດທົດແທນວຽກງານທີ່ມະນຸດເທົ່ານັ້ນທີ່ຈະສາມາດເຮັດ ໂດນສະເພາະເມື່ອກ່ຽວຂ້ອງກັບ ວັດທະນະທັມ ແລະພາສາ.

ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ. 21.05.2025

ຫຼາຍກວ່າ 37% ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered) ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.

ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ. 21.05.2025

ປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ. ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່ ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.

Boost or burden? The cost of Australia's refugee intake - ແມ່ນການສົ່ງເສີມ ຫລື ເປັນພາລະ? ຄ່າໃຊ້ຈ່າຍສໍາລັບການຮັບອົບພະຍົບຂອງອອສເຕຣເລັຍ. 15.05.2025

Australia has spent $13 billion on offshore processing in over a decade. Human rights experts believe there's a less costly, more compassionate way. - ອອສເຕຣເລັຍ ໄດ້ໃຊ້ເງິນ 13 ພັນລ້ານໂດລາ ສໍາລັບຂະບວນການປະເມີນນອກຝັ່ງ (Offshore processing) ໃນຫລາຍກວ່າສິບປີ. ຜູ້ຊ່ຽວຊານ ເລື່ອງສິດທິມະນຸດ ເຊື່ອວ່າ ມີວິທີ ທີ່ມີຄ່າໃຊ້ຈ່າຍຫນ້ອຍກວ່າ ແລະມີຄວາມເຫັນອົກເຫັນໃຈຫລາຍກວ່າ.

ຜົນຂອງຜູ້ລົງສມັກເລືອກຕັ້ງອິດສຣະປີນີ້. 15.05.2025

ເຖິງແມ່ນວ່າ ຜູ້ລົງສມັກເລືອກຕັ້ງອິດສຣະ ໃນການເລືອກຕັ້ງຣັຖບານກາງຈະໄດ້ຜົນດີເກີນຄວາມຄາດຫວັງ, ແຕ່ ພັກ ກໍຍັງເປັນພັກທີ່ສາມາດຈັດຕັ້ງຣັຖບານໄດ້ ດ້ວຍສຽງສ່ວນໃຫຍ່ໃນສະພາ. ສະນັ້ນ, ຜູ້ແທນອິດສຣະຍັງຈະມີບົດບາດໃນສະພາຫຼາຍປານໃດ?

ໂຄງການ 2025 (Project 2025) ແມ່ນຫຍັງ? 15.05.2025

Project 2025 ເປັນຄູ່ມື ສໍາລັບການປະຕິຮູບຣັຖບານ ຂອງຝ່າຍຂວາທີ່ຮຸນແຮງ. 100 ມື້ ໃນການດຳຣົງຕໍາແຫນ່ງ ປະທານາທິບໍດີ, Donald Trump ໄດ້ລົງຊື່ ໃນຄໍາສັ່ງຜູ້ບໍຣິຫານ 139 ສະບັບ (ຈົນຮອດ ວັນທີ 30 ເດືອນເມສາ), ຊຶ່ງຜູ້ຊ່ຽວຊານກ່າວວ່າ ໄດ້ຮັບການດົນໃຈ ຈາກໂຄງການ 2025 (Project 2025) ນັ້ນ ຢ່າງຊັດເຈນ. ມັນເປັນເອກະສານ ນະໂຍບາຍ ທີ່ພັກ Democrats ໄດ້ອ້າງເຖິງຫຼາຍເທື່ອ ເພື່ອໂຈມຕີ Donald Trump ຕລອດໄລຍະການຫາສຽງເລືອກຕັ້ງ ຂອງສະຫະຣັດອາເມຣ...

ມະເຮັງຜິວໜັງ (Melanoma)ໃນຊ່າວໜຸ່ມ ອອສເຕຣເລັຍ 15.05.2025

ເຖິງແມ່ນວ່າຈະມີການຣົນນະຣົງໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ ເປັນເວລາຫຼາຍສິບປີແລ້ວ, ແຕ່ຊາວໜຸ່ມສມັຍນີ້ຍັງ ບໍ່ມີຄວາມຕື່ນໂຕ ຕໍ່ ອັນຕະຣາຍຂອງ ໂຣກນີ້. ຜູ້ຊ່ຽວຊານກ່າວວ່າ ອິດທິພົນຂອງ ສື່ສານມວນຊົນ ເປັນສາເຫດຫຼັກຂອງປັນຫານີ້.

ເປັນຫຍັງຄ່າປະກັນພັຍ (Premiums) ຈຶ່ງສູງຂຶ້ນທຸກປີ. 15.05.2025

ການທົບທວນປະຈໍາປີ ຂອງ KPMG ກ່ຽວກັບການປະກັນພັຍ ພົບວ່າ ກຳໄລຂອງປະກັນພັຍ ໄດ້ເພີ່ມຂຶ້ນ ໃນປີ 2024 ໃນຂນະທີ່ ຜູ້ບໍຣິໂພກ ໄດ້ເຫັນການເພີ່ມຂຶ້ນຢ່າງຫລວງຫລາຍ ຂອງຄ່າປະກັນ (Premiums). ແຕ່ເມື່ອທັງຄ່າປະກັນພັຍ (Premiums) ແລະຜົນກຳໄລເພີ່ມຂຶ້ນ, ຜູ້ຊ່ຽວຊານບາງຄົນກ່າວວ່າ ບໍຣິສັດປະກັນພັຍ ສາມາດເຮັດໄດ້ຫລາຍກວ່ານັ້ນ ເພື່ອຮັກສາປະກັນພັຍ ໃຫ້ມີລາຄາບໍ່ແພງ ແກ່ຊາວອອສເຕຣເລັຍ.

ຄ່ຳຄືນຂອງມື້ເລືອກຕັ້ງ. 05.05.2025

Peter Dutton ໄດ້ຍອມຮັບຄວາມພ່າຍແພ້ ຂອງພັກຮ່ວມ (the Coalition), ໂດຍທີ່ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ຣັຖບານກາງ ໃນປີ 2025. ຫລາຍຄົນຄາດວ່າ ຈະເປັນການເລືອກທີ່ໃກ້ຄຽງ, ແລະການນັບຄະແນນທີ່ຊັບຊ້ອນ ໃນຄືນການເລືອກຕັ້ງ.

ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ 05.05.2025

ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ. Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ.

ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່. 03.05.2025

ພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'. Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້. ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈາກຣັຖບານຂອງ Laborທີ່ຖືກເລືອກຄືນໃຫມ່?

ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ. 01.05.2025

ພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ. Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ.

ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽງເລືອກຕັ້ງ. 30.04.2025

ໃນການຫາສຽງເລືອກຕັ້ງ, ທັງສອງພັກໃຫຍ່ກໍໃຫ້ຄຳສັນຍາວ່າ ຈະເຮັດຫຼາຍຢ່າງເພື່ອຈະຊນະການເລືອກຕັ້ງ. ແຕ່ໃນຄວາມເປັນຈິງແລ້ວ, ມັນຈະເປັນໄປໄດ້ຫຼືບໍ່?

ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່. 30.04.2025

ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້.

ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ 30.04.2025

ສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ. ລາຍງານໃຫມ່, ຍັງກ່າວອີກວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ"

ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່. 23.04.2025

ຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC. ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton.

ອີກປະເດັນນຶ່ງຂອງການຫາສຽງ. 23.04.2025

ມີລາຍງານວ່າ ຣັສເຊັຍ ໄດ້ຂໍຮ້ອງອິນໂດນີເຊັຍ ໃຫ້ອະນຸຍາດຕັ້ງຖານທັບອາກາດ ສຳລັບຍົນບິນໄກ ໃນແຂວງ Papua ຂອງອິນໂດນີເຊັຍ... ແລະນີ້ກໍກາຍເປັນປະເດັນການເມືອງໃນ ອອສເຕຣເລັຍ ເມື່ອມື້ເລືອກຕັ້ງໄດ້ໃກ້ເຂົ້າມາ.

ປະເດັນສຳຄັນ ໃນການເລືອກຕັ້ງໃນ Torres Strait. 23.04.2025

ຜູ້ອອກສຽງເລືອກຕັ້ງ ຢູ່ໃນເຂດ Torres Strait ກໍາລັງຕຽມພ້ອມ ທີ່ຈະອອກສຽງ ໃນການເລືອກຕັ້ງ ໃນເດືອນພຶດສະພານີ້. ການປ່ຽນແປງຂອງສະພາບອາກາດ ແລະຄວາມຫມັ້ນຄົງຂອງນ້ຳ ໄດ້ກາຍເປັນປະເດັນສໍາຄັນ ໃນການອອກສຽງຂອງຜູ້ນໍາ.

ຂໍ້ມູນທີ່ຜິດ-ຂໍ້ມູນທີ່ບໍ່ຖືກຕ້ອງ-ໃນການເລືອກຕັ້ງ. 23.04.2025

ລາຍງານໂດຍ the Australian Curriculum, Assessment and Reporting Authority ສະແດງໃຫ້ເຫັນວ່າ ພຽງແຕ່ຫນຶ່ງໃນສີ່ຄົນ ຂອງນັກຮຽນ ປີ 10 ທີ່ຊ່ຽວຊານ ໃນດ້ານໜ້າທີ່ພົນລະເມືອງ, ຊຶ່ງຮວມເຖິງ ແນວຄິດ ເຊັ່ນລະບອບປະຊາທິປະໄຕ, ວິທີການອອກກົດຫມາຍ ແລະບົດບາດຂອງຣັຖບານ. ນັບຕັ້ງແຕ່ ການເລືອກຕັ້ງຂອງຣັຖບານກາງ ໃນປີ 2016, ມີຄວາມເປັນຫ່ວງວ່າ WeChat ນັ້ນເຕັມໄປດ້ວຍ ຂໍ້ມູນທີ່ບິດເບືອນ ກ່ຽວກັບພັກການເມືອງໃຫຍ່, ນະໂຍບາຍ ແລະແມ່ນແຕ່ ວິທີທີ່ຈະອອກສຽ...

How to vote in the federal election  - ວິທີລົງຄະແນນສຽງ ໃນການເລືອກຕັ້ງ ຣັຖບານກາງ. 18.04.2025

On election day the Australian Electoral Commission anticipates one million voters to pass through their voting centres every hour. Voting is compulsory for everyone on the electoral roll, so all Australians should familiarise themselves with the voting process before election day. - ໃນມື້ເລືອກຕັ້ງ, ຄນະກັມມະການ ການເລືອກຕັ້ງ ຂອງອອສເຕຣເລັຍ(The Australian Electoral Commission), ຫລື AEC, ຄາດວ່າຈະມີຜູ້...

ມາທຳຄວາມຮູ້ຈັກກັບພັກ Liberal Party 16.04.2025

ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກ Liberal Party ເຄີຍມີນາຍົກຣັຖມົນຕີທີ່ດຳຣົງຕຳແນງຍາວນານທີ່ສຸດໃນການເມືອງອອສເຕຣເລັຍ. ແຕ່ Liberal Party ແມ່ນໃຜ ແລະມາຈາກໃສ?

ພັກແຫ່ງຊາດອອສເຕຣເລັຍ (The National Party of Australia). 16.04.2025

ມາທຳຄວາມຮູ້ຈັກກັບພັກການເມືອງອີກພັກນຶ່ງຂອງອອສເຕຣເລັຍ ກ່ອນການເລືອກຕັ້ງປີນີ. ພັກແຫ່ງຊາດອອສເຕຣເລັຍ (The National Party of Australia). ຍັງເປັນທີ່ຮູ້ຈັກໃນນາມ the Nationals ຫລື the Nats. ເຂົາເຈົ້າ ເປັນທີ່ຮູ້ຈັກກັນດີ ດ້ານຫມວກໃຫຍ່ ແລະແນໃສ່ພູມີພາກ ຂອງອອສເຕຣເລັຍ. ແຕ່ the Nationals ແມ່ນໃຜ ແລະມາຈາກໃສ?

ຝ່າຍຄ້ານ ອາດເນຣະເທດອາດຊະຍາກອນ ຫາກໄດ້ເປັນຣັຖບານ 09.04.2025

Peter Dutton ຜູ້ນໍາຝ່າຍຄ້ານ ໄດ້ສເນີທາງເລືອກ ທີ່ຈະຈັດການໃຫ້ມີການລົງປະຊາມະຕິ (Referendum) ເພື່ອມີອໍານາດ ທີ່ຈະຂັບໄລ່ຄົນສອງສັນຊາດ ທີ່ມີຄວາມຜິດທາງອາຍາ. ໃນປີ 2022, ສານສູງໄດ້ຕັດສິນວ່າ ຣັຖມົນຕີ ບໍ່ສາມາດຖອນສັນຊາດ ຈາກອາດຊະຍາກອນໄດ້, ໂດຍຖືວ່າ ມັນຂັດຕໍ່ຣັຖທັມມະນູນ ທີ່ນັກການເມືອງ ຈະມີສິດລົງໂທດທາງອາຍາ.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.