SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
Peter Dutton ຍອມຮັບຜິດກ່ຽວກັບນະໂຍບາຍເລືອກຕັ້ງ. 09.04.2025 6:53
ຜູ້ນໍາຝ່າຍຄ້ານ ຂອງຣັຖບານກາງ, Peter Dutton, ໄດ້ປະຖິ້ມແຜນການ ທີ່ຈະບັງຄັບໃຫ້ພະນັກງານຣັຖບານ ຄືນໄປເຮັດວຽກ ໃນຫ້ອງການ. ແລະຍອມຮັບວ່າ ນະໂຍບາຍນັ້ນ ເປັນຄວາມຜິດພາດ.
ໂຄງການຊ່ອຍເຫລືອດ້ານສຸຂະພາບແຂ້ວ ສໍາລັບຜູ້ສູງອາຍຸ. 09.04.2025 5:40
ສະມາຄົມແຂ້ວຂອງອອສເຕຣເລັຍ ກໍາລັງຂໍຮ້ອງໃຫ້ຣັຖບານ ແນະນໍາໂຄງການຊ່ອຍເຫລືອ ສໍາລັບຜູ້ສູງອາຍຸ. ມັນເກີດຂຶ້ນ ໃນຂນະທີ່ຈໍານວນຄົນ ທີ່ມີອາຍຸສູງກວ່າ 65 ປີ ຕ້ອງເຂົ້າໂຮງຫມໍ ເພາະບັນຫາແຂ້ວໄດ້ເພີ່ມຂຶ້ນ.
ບົດບາດຂອງ The Teals ແມ່ນຫຍັງ? 09.04.2025 11:40
The Teals, ທ່ານ ເຄີຍໄດ້ຍິນຄຳນີ້ຫຼືບໍ່? The Teals ບໍ່ແມ່ນພັກການເມືອງ, ແຕ່ເປັນຂະບວນການ ທີ່ສເນີທາງເລືອກອື່ນ ນອກຈາກພັກໃຫຍ່. ສະນັ້ນ ເຂົາເຈົ້າມາຈາກໃສ? ແລະເຂົາເຈົ້າມີນະໂຍບາຍແບບໃດ? ພວກເຂົາມີບົດບາດສຳຄັນສ່ຳໃດໃນການເມືອງ ອອສເຕຣເລັຍ.
The Australian Greens ແມ່ນພັກການເມືອງແບບໃດ? 02.04.2025 7:50
The Australian Greens, ຊຶ່ງປະຈຸບັນນີ້ນໍາໂດຍ Adam Bandt, ເປັນພັກຍ່ອຍ ທີ່ໃຫຍ່ທີ່ສຸດຂອງອອສເຕຣເລັຍ ທີ່ໄດ້ເຕີບໂຕຂຶ້ນ ຈາກກຸ່ມຜູ້ປະທ້ວງ ໄປສູ່ແກນນຳສໍາຄັນ ໃນຣັຖສະພາ ໃນໄລຍະ 50 ປີທີ່ຜ່ານມາ. ໃນການເລືອກຕັ້ງຄັ້ງນີ້, ພວກເຂົາມີນະໂຍບາຍແນວໃດ?
ຣັຖບານສຽງຂ້າງນ້ອຍ (Minority Government) ແມ່ນຫຍັງ? 31.03.2025 10:03
ຣັຖບານສຽງຂ້າງນ້ອຍ (Minority Government) ມີຂໍ້ດີ ຫຼືຂໍ້ເສັຍແນວໃດແດ່? ມາຟັງຄວາມເຫັນຈາກຜູ້ຊ່ຽວຊານ ດ້ານການເມືອງ.
ສິ່ງທີ່ຕ້ອງເຮັດກ່ອນມື້ເລືອກຕັ້ງ. 31.03.2025 7:07
ບັດນີ້ ເມື່ອການເລືອກໄດ້ຖືກປະກາດແລ້ວ, ພົນລະເມືອງອອສເຕຣເລັຍຜູ້ໃຫຍ່ທຸກຄົນ ຕ້ອງລົງທະບຽນໃນອີກເຈັດມື້ຕໍ່ໄປ ຖ້າບໍ່ດັ່ງນັ້ນ ເຂົາເຈົ້າອາດຖືກປັບໃໝ. ໃນ ການອອກສຽງ 101 (Voting 101) ນີ້, SBS ອະທິບາຍວ່າ ຜູ້ໃດມີສິດລົງຄະແນນສຽງ ແລະວິທີທີ່ຈະຈົດທະບຽນ ດ້ວຍຕົວເອງແນວໃດ.
ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ. 28.03.2025 6:08
ການເລືອກຕັ້ງຣັຖບານ ໃນປີ 2025 ໄດ້ຖືກປະກາດແລ້ວ ແລະນັ້ນຫມາຍຄວາມວ່າແນວໃດ? ນັ້ນຫມາຍຄວາມວ່າບັດນີ້ ຣັຖບານຈະເຂົ້າໄປໃນໄລຍະ ທີ່ເອີ້ນວ່າ ຜູ້ດູແລ (Caretaker Mode).ແລະ ນາຍົກຣັຖມົນຕີ ບໍ່ໄດ້ຄວບຄຸມທຸກຢ່າງອີກຕໍ່ໄປ. ຖ້າຫາກມີການຕັດສິນໃຈທີ່ສໍາຄັນ ທີ່ເກີດຂຶ້ນ ເຂົາເຈົ້າຕ້ອງປຶກສາກັບຜູ້ນໍາຝ່າຍຄ້ານ.
ສາເຫດທີ່ໂຣກໝາກສຸກອາດກັບຄືນມາ. 25.03.2025 16:09
ການລະບາດ ຂອງໂຣກໝາກສຸກ ໃນສະຫະຣັດອາເມຣິກາ ໄດ້ເຮັດໃຫ້ມີຜູ້ເສັຍຊີວິດສອງຄົນ, ມີຫຼາຍຮ້ອຍຄົນ ທີ່ຕິດເຊື້ອ ແລະເດັກນ້ອຍຈໍານວນຫຼວງຫຼາຍ ທີ່ຕ້ອງເຂົ້າໂຮງຫມໍ ດ້ວຍພາວະແຊກຊ້ອນ. ວິທີທີ່ດີທີ່ສຸດທີ່ ຈະປ້ອງກັນການລະບາດ ແມ່ນການສັກວັກຊີນ. ແຕ່ມີລາຍງານວ່າ ມີຄວາມສົງສັຍ ກ່ຽວກັບການສັກວັກຊີນປ້ອງກັນ ແລະມີຊຸມຊົນຈໍານວນຫລວງຫລາຍ ທີ່ບໍ່ໄດ້ຮັບການສັກວັກຊີນ.
ການກວດສອບກ່ຽວກັບ Supermarkets 25.03.2025 11:09
ຄນະກັມມະການ ການແຂ່ງຂັນແລະຜູ້ບໍຣິໂພກ ອອສເຕຣເລັຍ (the Australian Competition and Consumer Commission) ແນະນໍາ 20 ຂໍ້ ສໍາລັບຣັຖບານກາງວ່າ ຕ້ອງເຮັດຫລາຍກວ່ານັ້ນ ເພື່ອເພີ່ມຄວາມໂປ່ງໃສ ແລະການແຂ່ງຂັນໃນ Grocery Sector ເມື່ອພົບວ່າ Coles ແລະ Woolworths ເປັນໜຶ່ງໃນ Supermarkets ທີ່ມີກຳໄລ ຫລາຍທີ່ສຸດໃນໂລກ.
ມີຢາຫຼາຍຊະນິດສຳລັບຜູ້ຍິງຈະຖືກຕື່ມໃສ່ PBS 25.03.2025 9:48
ຢາເພື່ອສຸຂະພາບຂອງຜູ້ຍິງ ຫລາຍຊະນິດ ຈະມີລາຄາຖືກລົງ ເມື່ອມັນຖືກຕື່ມໃສ່ ໃນລາຍຊື່ຂອງຢາ ທີ່ໄດ້ຮັບການຊ່ອຍເຫລືອ ຈາກຣັຖບານ, (Pharmaceutical Benefits Schemes-PBS) ເພື່ອໃຫ້ເປັນໄປຕາມມາດຕະການ ດ້ານສຸຂະພາບ ຂອງຜູ້ຍິງ ມູນຄ່າ 50 ພັນລ້ານໂດລາ ທີ່ປະກາດໃນເດືອນກຸມພາ.
Want to help shape Australia’s future? Here’s how to enrol to vote - ຕ້ອງການຊ່ອຍກຳໜົດ ອະນາຄົດຂອງອອສເຕຣເລັຍຫຼືບໍ່? ນີ້ຄືວິທີ ລົງທະບຽນເພື່ອເລືອກຕັ້ງ. 25.03.2025 7:50
With another federal election due this year, there are steps you will need to take before casting your vote for the first time. Plenty of resources are available to help you enrol to vote and have your say in shaping our nation. - ດ້ວຍການເລືອກຕັ້ງຣັຖບານກາງ ຈະມີຂຶ້ນອີກເທື່ອຫນຶ່ງໃນປີນີ້, ມີຂັ້ນຕອນຫລາຍຢ່າງ ທີ່ທ່ານຕ້ອງເຮັດ ກ່ອນຈະລົງຄະແນນສຽງ ເປັນເທື່ອທໍາອິດ. ມີແຫລ່ງຂໍ້ມູນຢ່າງຫລາຍ ທີ່ຈະຊ່ອຍທ່ານລົງທະບຽນ...
ປັນຫາ Squatters ໃນ Lismore. 19.03.2025 10:10
ຜູ້ຄົນທີ່ອາສັຍຢູ່ໃນບ້ານເຮືອນທີ່ວ່າງເປົ່າ (Squatters) ແລະໄດ້ຮັບຄວາມເສັຍຫາຍຈາກນ້ຳ ໃນເຂດ Northern Rivers ຂອງຣັດ New South Wales ກ່າວວ່າຈະຢູ່ຕໍ່ໄປ ເຖິງແມ່ນວ່າ ນາຍົກຣັຖມົນຕີຂອງຣັດ ໄດ້ເວົ້າວ່າ ຈະທໍາລາຍບ້ານເຮືອນເຫຼົ່ານັ້ນກໍຕາມ.
ຄວາມເປັນຫ່ວງກ່ຽວກັບ ການຕຽມພ້ອມສໍາລັບໂຣກລະບາດ. 19.03.2025 5:16
ໃນມື້ນີ ຂອງປີ 2020, ໄວຣັສ ໄດ້ຖືກປະກາດວ່າ ເປັນໂຣກລະບາດທົ່ວໂລກ ໂດຍອົງການອະນາມັຍໂລກ (World Health Organisation). ຫ້າປີຜ່ານໄປ, Professor Paul Kelly-ອະດີດນາຍແພດຊັ້ນນຳ ຂອງອອສເຕຣເລັຍ-ເຊື່ອວ່າ ການໝົດຄວາມໄວ້ວາງໃຈຂອງສັງຄົມ ຈະເປັນ "ບັນຫາໃຫຍ່" ຖ້າຫາກມີການລະບາດ ຂອງໂຣກອີກເທື່ອຫນຶ່ງ.
ທາງແກ້ໄຂດ້ານພະລັງງານຂອງພັກການເມືອງ. 19.03.2025 10:02
ຄ່າໄຟຟ້າທີ່ສູງຂຶ້ນ ໄດ້ບັງຄັບພັກການເມືອງ ທັງສອງຝ່າຍ ໃຫ້ຮັບເອົາການປ່ຽນແປງພະລັງງານ ຂອງອອສເຕຣເລັຍ, ສເນີທາງແກ້ໄຂສອງຢ່າງທີ່ແຕກຕ່າງກັນ ເພື່ອຫລຸດລາຄາ ແລະບັນລຸ Net Zero. ພັກ Coalition ກໍາລັງສເນີໃຫ້ໃຊ້ພະລັງງານນິວເຄລັຍຮ່ວມກັບພະລັງງານຢ່າງອື່ນ, ຮວມທັງການສ້າງ reactor ສອງແຫ່ງໃນພູມີພາກຂອງ Queensland.
ການຈັດຫາຄວາມສະດວກແກ່ຄົນພິການ. 11.03.2025 8:21
ໂຄງການ ທີ່ຈະຊ່ອຍເຫລືອຜູ້ລົງຄະແນນ ທີ່ພິການ ໄດ້ຮັບຄວາມສົນໃຈໃນຫລາຍອາທິດຜ່ານມານີ້, ເຊັ່ນສະຖານທີ່ເລືອກຕັ້ງ ທີ່ມີປະສາດຄວາມຮູ້ສຶກຕ່ຳ (Low-sensory) ທີ່ກໍາລັງຖືກທົດລອງຢູ່ Western Australia ສໍາລັບການເລືອກຂອງຣັດໃນປີ 2025.
How can government payments support you? - ເງິນຊ່ອຍເຫຼືອຂອງຣັຖບານ ຈະສນັບສນູນທ່ານແນວໃດ 11.03.2025 12:20
The Australian government has a social security system that provides a range of income support to those who are eligible . In fact, most people will receive a government payment at some stage in their lives. Strict rules determine who can receive these payments and how much they are paid. In this episode of Australia Explained we break down some of the most common government payments you may be en...
ການຊັກຊ້າຂອງການອະນຸມັດ ວີຊາຜູ້ອາສັຍຢູ່ຖາວອນ. 11.03.2025 7:32
ຫລາຍຄົນທີ່ລໍຖ້າ ການອາສັຍຢູ່ຢ່າງຖາວອນ ດ້ວຍວີຊາຍ່ອຍບາງກຸ່ມ ກ່າວວ່າ ການຊັກຊ້າ ໃນການອະນຸມັດ ໃຫ້ອາສັຍຢູ່ຢ່າງຖາວອນ ໂດຍDepartment of Home Affairs ໄດ້ເຮັດໃຫ້ເຂົາເຈົ້າ ຕົກຢູ່ໃນຄວາມບໍ່ແນ່ນອນ, ແລະບໍ່ສາມາດວາງແຜນຊີວິດໄດ້. ເຂົາເຈົ້າຮູ້ສຶກວ່າ ການມີສ່ວນຮ່ວມຂອງເຂົາເຈົ້າ ແກ່ອອສເຕຣເລັຍ-ແລະການມີສ່ວນຮ່ວມທີ່ເຂົາເຈົ້າໄດ້ເຮັດ ໃນໄລຍະໂຣກລະບາດ-ໄດ້ຮັບການຕອບແທນຢ່າງບໍ່ພຽງພໍ.
ຄວາມລັງເລໃຈຂອງຜູ້ຍິງທີ່ຈະໂທຫາ 000 11.03.2025 6:58
ການສໍາຫລວດໃຫມ່ພົບວ່າ ປະມານຫນຶ່ງສ່ວນສາມ ຂອງຜູ້ຄົນ ຈະບໍ່ໂທຫາ Triple O ຖ້າຫາກເຂົາເຈົ້າ ມີສັນຍານຂອງອາການໂຣກຫົວໃຈ.ແຕ່ຜູ້ຊ່ຽວຊານກ່າວວ່າ ທຸກນາທີມີຄວາມສໍາຄັນຫລາຍ ເມື່ອບາງຄົນມີອາການຫົວໃຈວາຍ-ແລະຜູ້ຄົນ ບໍ່ຄວນຢ້ານທີ່ຈະຂໍຄວາມຊ່ອຍເຫລືອ.
ການສົ່ງກຳລັງທະຫານ ໄປ Ukraine 05.03.2025 5:40
ນາຍົກຣັຖມົນຕີ Anthony Albanese ກ່າວວ່າ ຣັຖບານ Labor ຈະພິຈາຣະນາ ການສົ່ງກຳລັງທະຫານ ໄປ Ukraine ຖ້າຫາກມີ ການຂໍການ ສນັບສນູນ ຈາກອອສເຕຣເລັຍ ເຖິງແມ່ນວ່າ ຄວາມສໍາພັນກັບສະຫະຣັດອາເມຣິກາ ຈະເສື່ອມໂຊມລົງກໍຕາມ.
ເຫດການວິກິດຂອງຄວາມຮ້ອນໃນອອສເຕຣເລັຍ. 05.03.2025 8:32
ສະພາສະພາບອາກາດ (The Climate Council) ເຕືອນວ່າ ເມືອງໃຫຍ່ທີ່ສຸດຂອງອອສເຕຣເລັຍ ອາດປະເຊີນກັບອຸນຫະພູມ ທີ່ຮ້ອນເຖິງຂັ້ນອັນຕະຣາຍ, ຍົກເວັ້ນແຕ່ຈະລົງມືເຮັດ ເພື່ອໃຫ້ການປ່ຽນແປງສະພາບອາກາດນັ້ນ ຊ້າລົງ.
ກົດໝາຍກ່ຽວກັບ ຜູ້ຂັບຣົດທີ່ໃຊ້ກັນຊາໃນ Victoria. 04.03.2025 8:07
ຜູ້ຂັບຣົດທີ່ໃຊ້ກັນຊາ (cannabis) ໃນ Victoria ຈະບໍ່ຖືກສັ່ງປົດ ໃບອະນຸຍາດຂັບຂີ່ ໂດຍອັດຕະໂນມັດອີກຕໍ່ໄປ ພາຍໃຕ້ກົດຫມາຍໃຫມ່ ທີ່ຈະມີຜົນກະທົບໃນຣັດ.ຈາກວັນທີ 1 ເດືອນມິນາ, ຜູ້ຂັບຣົດດັ່ງກ່າວ ຈະມີໂອກາດໂຕ້ຖຽງໃນສານວ່າ ຄວາມສາມາດຂອງເຂົາເຈົ້າ ບໍ່ມີຄວາມບົກພ່ອງ ໃນຂນະທີ່ຂັບຣົດ.
ວິກິດຄວາມອຶດຫິວຂອງນັກຮຽນໃນອອສເຕຣເລັຍ 04.03.2025 6:31
ຄວາມຝືດເຄືອງຂອງເສດຖະກິດໃນອອສເຕຣເລັຍ ໄດ້ສົ່ງຜົນກະທົບຕໍ່ ນັກຮຽນ ຜູ້ທີ່ໄປໂຮງຮຽນໂດຍບໍ່ມີອາຫານ ຫຼືຕ້ອງ ອາສັຍການ ສນັບສນຸນຈາກອົງກອນການກຸສົນ.
CRISP -ຈະກາຍເປັນແບບຖາວອນ. 26.02.2025 5:56
ຣັຖບານກາງ ໄດ້ປະກາດວ່າ ໂຄງການທົດລອງ Community Refugee Integration and Settlement - ທີ່ຮູ້ຈັກກັນໃນນາມ CRISP ທີ່ຊ່ອຍເຫຼືອຜູ້ອົບພະຍົບໃນການຕັ້ງຖິ່ນຖານໃນ ອອສເຕຣເລັຍ -ຈະກາຍເປັນແບບຖາວອນ.
Important tips for cycling in Australia - ຄໍາແນະນໍາສໍາຄັນ ກ່ຽວກັບການຂີ່ຣົດຖີບ ໃນອອສເຕຣເລັຍ. 26.02.2025 12:31
Riding a bicycle is a common and affordable form of transport in Australia, with people cycling for sport, recreation and to commute. Cycling also comes with some rules to keep all road users safe. - ການຂີ່ຣົດຖີບ ເປັນການຂົນສົ່ງທົ່ວໄປ ໃນອອສເຕຣເລັຍ ໂດຍທີ່ຜູ້ຄົນຂີ່ຣົດຖີບ ເພື່ອການອອກກຳລັງກາຍ, ເພື່ອການພັກຜ່ອນ ແລະເພື່ອການເດີນທາງ. ການຂີ່ຣົດຖີບ ຍັງມີກົດບາງຢ່າງ ເພື່ອຮັກສາຜູ້ໃຊ້ຖນົນໃຫ້ປອດພັຍ.
ຫຼອດດູດ plastic ກຳລັງຈະກັບຄືນມາ (ໃນອາເມຣິກາ) 26.02.2025 7:03
ນັກສິ່ງແວດລ້ອມ ແລະຜູ້ຊ່ຽວຊານ ໄດ້ເນັ້ນຫນັກ ເຖິງຜົນກະທົບ ຂອງມົນລະພິດຂອງ plastic ວ່າບໍ່ພຽງແຕ່ຕໍ່ສັດເທົ່ານັ້ນ, ແຕ່ຍັງຮວມເຖິງ ສຸຂະພາບຂອງມະນຸດນໍາອີກ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.