SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
This slur was used to abuse Concetta's father. For her, it's a proud identity - ຄໍາເວົ້າຫຍາບນີ້ ຖືກໃຊ້ເພື່ອທໍາຮ້າຍພໍ່ຂອງ Concetta. ສໍາລັບນາງ, ມັນເປັນເອກະລັກ ທີ່ໜ້າພາກພູມໃຈ. 09.07.2025 10:05
The term was used as an insult towards Greek and Italian migrants who arrived after the Second World War. But the generations that follow have reclaimed 'wog', redefining their cultural identity. - ຄໍານີ້ ຖືກໃຊ້ເປັນຄໍາຫມິ່ນປມາດ ຕໍ່ຜູ້ອົບພະຍົບຊາວກຣີກ ແລະອີຕາລີ ທີ່ມາເຖິງ ຫລັງຈາກສົງຄາມໂລກຄັ້ງທີສອງ. ແຕ່ຄົນລຸ້ນຕໍ່ໄປ ໄດ້ຮັບເອົາຄຳວ່າ 'wog' ຄືນມາ, ປ່ຽນແປງເອກະລັກໃໝ່ ທາງວັດທະນະທັມ ຂອງເຂົາເຈົ້າ.
ການຢ້ຽມຢາມອອສເຕຣເລັຍ ຂອງນາຍົກຣັຖມົນຕີ Fiji 03.07.2025 7:08
ໃນຄໍາປາໄສທີ່ສໍາຄັນ ທີ່ National Press Club ໃນ Canberra Sitiveni Rabuka ນາຍົກຣັຖມົນຕີ Fiji ໄດ້ສເນີໃຫ້ອອສເຕຣເລັຍ ລົງນາມໃນສົນທິສັນຍາ ຢ່າງເປັນທາງການ ກັບ Fiji ເພື່ອເປັນວິທີ ທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຄວາມສໍາພັນທາງການທູດ ແລະໄດ້ປະຕິເສດ ການເປັນເຈົ້າພາບ ແກ່ຖານທັບທະຫານຂອງຈີນ ໃນຂນະທີ່ການແຂ່ງຂັນ ດ້ານການເປັນຜູ້ນຳທາງທະຫານ ໃນເຂດປາຊີຟິກ ກຳລັງດຳເນີນຢູ່.
ປະຊຸມສຸດຍອດຂອງ NATO ທີ່ The Hague. 02.07.2025 7:54
ກຸ່ມປະເທດ NATO ໄດ້ຕົກລົງ ທີ່ຈະເພີ່ມງົບປະມານດ້ານທະຫານ ໃນກອງປະຊຸມສຸດຍອດ ທີ່ The Hague ຈາກສອງເປີເຊັນຂອງ GDP ເປັນຫ້າເປີເຊັນ ພາຍໃນປີ 2035. ໃນຂນະທີ່ ອອສເຕຣເລັຍສັນຍາຈະເພີ່ມການຊ່ອຍເຫຼືອທາງທະຫານແກ່ Ukraine.
ມີການຄົ້ນພົບ Dinosaur ສາຍພັນໃຫມ່ 02.07.2025 6:24
Enigmacursor ເປັນ Dinosaur ສາຍພັນໃຫມ່ ທີ່ກິນຫຍ້າຂນາດນ້ອຍ ແລະອາສັຍຢູ່ ເມື່ອປະມານ 150 ລ້ານປີກ່ອນ ຄຽງຂ້າງກັບສັດໃຫຍ່ ເຊັ່ນ Stegosaurus ແລະ Diplodocus, ໄດ້ຖືກເປີດເຜີຍ ຢູ່ທີ່ພິພິດທະພັນ ປວັດສາດທັມມະຊາດ (Natural History Museum) ຂອງ London.
How home and contents insurance works in Australia - ການປະກັນພັຍບ້ານເຮືອນ ແລະຊັບສິນ (Contents) ເຮັດວຽກແນວໃດ ໃນອອສເຕຣເລັຍ 02.07.2025 11:47
Home and contents insurance is a safety net many households expect to rely on during difficult times. But it’s also a financial product that even experts can find challenging to navigate. Whether you own or rent your home, understanding your level of cover, knowing what fine print to look out for, and learning how to manage rising premiums can help you make more informed choices as a consumer. - ປ...
ລາຍງານກ່ຽວກັບຄ່າໄປພົບໝໍຊ່ຽວຊານ 02.07.2025 9:45
ລາຍງານຈາກສະຖາບັນ Grattan ກ່າວວ່າ ຜູ້ຊ່ຽວຊານບາງຄົນໃນພາກເອກກະຊົນ ເກັບເງິນຈາກຄົນໄຂ້ ສອງເຖິງສາມເທົ່າ ຫລາຍກວ່າອັດຕາທີ່ Medicare ກໍານົດໄວ້ ສໍາລັບການບໍຣິການເຫລົ່ານັ້ນ. ລາຍງານຍັງພົບວ່າ ຄ່າການປິ່ນປົວທີ່ສູງ ໄດ້ເຮັດໃຫ້ຊາວອອສເຕຣເລັຍ ເກືອບສອງລ້ານຄົນ ຊັກຊ້າ ຫລືບໍ່ໄປຕາມນັດຫມາຍ ກັບທ່ານຫມໍຜູ້ຊ່ຽວຊານ.
How does media work in Australia? - ສື່ໃນອອສເຕຣເລັຍ ເຮັດວຽກແນວໃດ? 25.06.2025 17:22
A free, independent and diverse press is a fundamental pillar of democracy. Australia has two taxpayer-funded networks that serve the public interest (ABC and SBS), plus a variety of commercial and community media outlets. Although publicly funded media receives money from the government, it is unlike the state-sponsored outlets found overseas. - ສື່ທີ່ເສຣີ, ເປັນອິດສຣະ ແລະມີຄວາມແຕກຕ່າງກັນ ເປັນເສົາ...
ການໂຈມຕີຢູ່ໂບດ Greek Orthodox ໃນ Syria. 25.06.2025 7:17
ມີຜູ້ລະເບີດຂ້າຕົວຕາຍ ໄດ້ໂຈມຕີໂບດ Greek Orthodox ທີ່ເຕັມໄປດ້ວຍຄົນ ໃນເມືອງ Damascus, ເຮັດໃຫ້ຄົນເສັຍຊີວິດ ຢ່າງຫນ້ອຍ 20 ຄົນແລະໄດ້ຮັບບາດເຈັບ ຫລາຍກວ່າ 50 ຄົນ ໃນລະຫວ່າງພິທີທາງສາສນາ (Mass) ໃນວັນອາທິດ ທີ່ໂບດ Mar Elias ໃນເມືອງ Dweila, ຊຶ່ງເປັນເຂດອາສັຍຢູ່ນອກເມືອງ. ຜູ້ນຳສາສນາ ກ່າວຫາຣັຖບານໃຫມ່ຂອງ Syria ວ່າບໍ່ສາມາດປົກປ້ອງປະຊາຊົນຂອງຕົນ.
ຄວາມຂັດແຍ່ງລະຫວ່າງ Israel ແລະ Iran. 25.06.2025 8:38
ການອົບພະຍົບ ຊາວອອສເຕຣເລັຍ ອອກຈາກຕາເວັນອອກກາງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ Israel ແລະ Iran. ແຕ່ຕອນນີ້ ການອົບພະຍົບຈາກ ຍັງບໍ່ສາມາດເຮັດໄດ້ເທື່ອ. ທັງ Israel ແລະ Iran ກໍກ່າວຫາຊຶ່ງກັນແລະກັນໃນການລະເມີດ ສັນຍາຢຸດຍິງ.
ຄວາມຂັດແຍ່ງລະຫວ່າງ Israel ແລະ Iran (SAT 2106 RNF) 23.06.2025 12:26
ຄວາມເຄັ່ງຕຶງໃນຕາເວັນອອກກາງໄດ້ເພີ່ມຄວາມຮຸນແຮງຂຶ້ນ ເມື່ອ Israel ແລະ Iran ໄດ້ເປີສາກການສູ້ຣົບຕໍ່ກັນ. ຕ່າງຝ່າຍກໍປະນາມການເຮັດໃຫ້ປະຊົນເສັຍຊີວິດ ພ້ອມທັງຄວາມເສັຍຫາຍຂອງໂຄງສ້ງພື້ນຖານ. ສະຫະປະຊາຊາດກ່າວວ່າ ການໂຈມຕີຂອງ Israel ໄດ້ຂ້າຄົນຫລາຍກວ່າ400 ຄົນ ທີ່ຕ້ອງການຄວາມຊ່ອຍເຫລືອ ໃນຫລາຍອາທິດຜ່ານມານີ້.
ການປະທ້ວງຕໍ່ຕ້ານ ການຄວບຄຸມການຍ້າຍຖິ່ນຖານ. 17.06.2025 10:44
Donald Trump ກ່າວວ່າ ຜູ້ກໍ່ຄວາມບໍ່ສງົບ ທີ່ໄດ້ຮັບການສນັບສນູນ ຈາກຕ່າງປະເທດ ກໍາລັງກໍ່ໃຫ້ເກີດຄວາມວຸ້ນວາຍ ແລະສັນຍາວ່າ ຈະຟື້ນຟູຄວາມສງົບ ໂດຍໃຊ້ກຳລັງຖ້າຈໍາເປັນ. ແຕ່ຜູ້ຄັດຄ້ານເວົ້າວ່າ ຄ່າໃຊ້ຈ່າຍນັ້ນຄວນເອົາມາໃຊ້ໃນການຕຽມພ້ອມສຳລັບ World Cup ຈະດີກວ່າ.
ການທົບທວນສົນທິສັນຍາ AUKUS 17.06.2025 9:23
ອາເມຣິກາ ກຳລັງທົບທວນຂໍ້ຕົກລົງ ທາງທະຫານ AUKUS, ຊຶ່ງອາດສົ່ງຜົນກະທົບ ຕໍ່ການເຂົ້າເຖິງເຮືອມຸດນ້ຳນິວເຄລັຍ ຂອງອອສເຕຣເລັຍ. ຜູ້ຊ່ຽວຊານຫຼາຍຄົນກໍກ່າວວ່າ ອອສເຕຣເລັຍຄວນ ປ່ຽນແນວຄິດກ່ຽວກັບສັນຍານີ້ຄືກັນ.
ໂສກນາດຕະກັມຍົນຕົກ ຂອງ Air India. 17.06.2025 7:54
ມີຫລາຍກວ່າ 240 ຄົນໄດ້ເສັຍຊີວິດ, ຫລັງຈາກຍົນ Air India Dreamliner ລະຫວ່າງເດີນທາງໄປ London ປະສົບອຸບັດເຫດ ບໍ່ດົນ ຫລັງຈາກບິນຂຶ້ນຈາກ Ahmedabad-ຊຶ່ງກາຍເປັນພັຍພິບັດ ທາງອາກາດ ທີ່ຮ້າຍແຮງທີ່ສຸດ ໃນຮອບສິບປີຜ່ານມາ. ແຕ່ຈຳນວນຜູ້ເສັຍຊີວິດກໍຈະເພີ່ມຂຶ້ນເພາະຍົນໄດ້ຕົກລົງໃສ່ຫໍພັກ ຂອງວິທະຍາລັຍການແພດ.
ຄຳສັ່ງສານກ່ຽວກັບການໃຊ້ທະຫານຂອງ Trump 17.06.2025 7:35
ຜູ້ພິພາກສາ ຣັຖບານກາງ ຂອງສະຫະຣັດອາເມຣິກາ ໄດ້ອອກຄໍາສັ່ງຫ້າມຊົ່ວຄາວ ທີ່ສັ່ງໃຫ້ປະທານາທິບໍດີ Donald Trump ຄືນການຄວບຄຸມ ກອງກຳລັງປ້ອງກັນຊາດ (National Guard) ໃຫ້ແກ່ຣັດ California. ຄໍາສັ່ງນັ້ນກ່າວວ່າ ການໃຊ້ກອງກຳລັງ ເປັນສິ່ງຜິດກົດຫມາຍ, ລະເມີດກົດທີສິບ ຂອງຣັຖທັມມະນູນ ແລະເກີນອໍານາດຕາມກົດຫມາຍ ຂອງTrump.
ວັນສລອງຄົບຮອບ 50 ປີຂອງ SBS. 11.06.2025 7:35
ໃນວັນທີ 9 ເດືອນມິຖຸນາ ປີ 1975 'Radio Ethnic Australia' ໄດ້ເປີດໂຕ-ຊຶ່ງເປັນການທົດລອງທີ່ກ້າຫານ ໂດຍ Al Grassby, ຜູ້ເປັນກັມມາທິການຣັຖບານ ຄົນທໍາອິດ ດ້ານຄວາມສໍາພັນ ຂອງຊຸມຊົນ(Community Relations) ໃນຂນະນັ້ນ.
ການຕໍ່ຕ້ານການກວດຄົນເຂົ້າເມືອງ ໃນອາເມຣິກາ. 11.06.2025 6:26
Donald Trump ໄດ້ອະນຸມັດ ການສົ່ງກອງກຳລັງປ້ອງກັນຊາດ (National Guard) 2,000 ຄົນ ໃນຂນະທີ່ການປະທ້ວງ ຕໍ່ຕ້ານການບຸກກວດຄົນເຂົ້າເມືອງ ໃນ Los Angeles ຍັງດຳເນີນຕໍ່ໄປ. ມີຜູ້ປະທ້ວງທີ່ເວົ້າວ່າ ເຂົາເຈົ້າໄດ້ຖືກຍິງດ້ວຍລູກປືນຢາງ, ພ້ອມດ້ວຍພາບທີ່ສະແດງໃຫ້ເຫັນວ່າ ມີການໃຊ້ແກັສນ້ຳຕາ ແລະໄຟຢູ່ຕາມຖນົນ.
ການເພີ່ມຂຶ້ນຂອງ ປະກັນພັຍທັມມະຊາດ. 11.06.2025 9:09
ນອກຈາກຄວາມຫຍຸ້ງຍາກໃນການທຳຄວາມສະອາດຫຼັງຈາກການເກີດພັຍທັມມະຊາດແລ້ວ, ຍັງມີປັນຫາຫຼາຍຢ່າງທີ່ຕາມມາ ເຊັ່ນ ການສ້ອມແປງ ບ້ານເຮືອນ, ຄ່າໃຊ້ຈ່າຍທັນທີ, ການສູນເສັຍທາງເສດຖະກິດ ແລະ ຄ່າໃຊ້ຈ່າຍດ້ານປະກັນພັຍຕ່າງໆ. ໃນເດືອນມິນາ, ສະມາຄົມ National Insurance Brokers ກ່າວວ່າ ຫນຶ່ງໃນ 25 ຄົວເຮືອນ ຂອງອອສເຕຣເລັຍ ຈະບໍ່ສາມາດປະກັນພັຍໄດ້ ພາຍໃນຫ້າປີ, ເພາະພັຍທັມມະຊາດທີ່ເພີ່ມຂຶ້ນ.
ສະຖານະພາບພູມອາກາດທົ່ວໂລກ. 06.06.2025 8:58
ອົງການອຸຕຸນິຍົມໂລກ (The World Meteorological Organisation) ໄດ້ວາງແຜນການປ່ຽນແປງເຫລົ່ານີ້ ໃນເຂດພາກພື້ນຂອງເຮົາ, ໂດຍເນັ້ນຫນັກ ເຖິງຜົນກະທົບ ທີ່ມັນມີ ບໍ່ພຽງແຕ່ຢູ່ເທິງແຜ່ນດິນເທົ່ານັ້ນ, ແຕ່ໃນມະຫາສມຸດ ໃນເຂດພາກພື້ນຂອງເຮົານໍາອີກ.
ມາທຳຄວາມຮູ້ຈັກກັບ Atrial-Fibrillation 04.06.2025 8:20
Atrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ. Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ. AF ຍັງເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.
ກອງປະຊຸມຄວາມໝັ້ນຄົງທາງທະຫານ. 04.06.2025 9:27
ການສົນທະນາ Shangri-La (Shangri-La Dialogue) ໃນ Singapore, ບ່ອນທີ່ຜູ້ນໍາດ້ານປ້ອງກັນປະເທດ ຈາກອອສເຕຣເລັຍ, ສະຫະຣັດອາເມຣິກາ ແລະຝຣັ່ງ ໄດ້ເນັ້ນຫນັກ ເຖິງຄວາມຈໍາເປັນ ໃນການເປັນພັນທະມິດ ທີ່ເຂັ້ມແຂງຂຶ້ນ, ປັບປຸງລະບົບການຄວບຄຸມອາວຸດໃຫມ່ ແລະການປະສານງານ ໃນການຢັບຢັ້ງ ຄວາມຮຸນແຮງໃນພູມີພາກ ແລະຄວາມເປັນຫ່ວງຫລາຍຂຶ້ນ ກ່ຽວກັບທ່າທີທາງທະຫານ ທີ່ຂຍາຍກວ້າງອອກຂອງຈີນ ແລະຄວາມທະເຍີທະຍານດ້ານ ນິວເຄລັຍຂອງມັນ.
ຂ່າວນ້ຳຖ້ວມໃນ New South Wales. 04.06.2025 8:20
ເນື່ອງຈາກຝົນໄດ້ຕົກແຮງຢ່າງຕໍ່ເນື່ອງ ໃນເຂດແຄມຝັ່ງທະເລ ພາກເຫນືອຕອນກາງ ແລະເຂດ Hunter ໄດ້ສົ່ງຜົນກະທົບຫລາຍທີ່ສຸດ ຈາກນ້ຳຖ້ວມ ໃນບໍ່ດົນມານີ້, ໂດຍທີ່ມີຫລາຍສິບພັນຄົນ ຖືກໂດດດ່ຽວ ແລະຫລາຍຮ້ອຍຄົນ ຕ້ອງໄດ້ຮັບການຊ່ວຍເຫຼືອ. ນ້ຳຖ້ວມທີ່ຮ້າຍແຮງ ນັ້ນໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງໜ້ອຍນຶ່ງຄົນ ແລະ SES ໄດ້ເຕືອນໃຫ້ຜູ້ຄົນປະຕິບັດຕາມຄຳແນະນຳ ເພື່ອຄວາມປອດພັຍ.
ປັນຫາສຸຂະພາບຂອງຜູ້ຍິງ (ບາງຄົນ). 04.06.2025 7:20
ການມີເລືອດອອກຫຼາຍ ຕອນມີປະຈຳເດືອນ ມີຜົນກະທົບ ຕໍ່ຫນຶ່ງສ່ວນສີ່ ຂອງຜູ້ຍິງ ແຕ່ສ່ວນຫຼາຍ ຈະບໍ່ຖືກກ່າວເຖິງ ໃນການສົນທະນາ ກ່ຽວກັບສຸຂະພາບຂອງຜູ້ຍິງ ແຕ່ກໍມີຄວາມເປັນຫ່ວງ ກ່ຽວກັບການຂາດການເວົ້າເຖິງ ໂດຍສະເພາະກ່ຽວກັບເລື້ອງນີ້. ມີການຮຽກຮ້ອງ ໃຫ້ມີການປ່ຽນແປງຄໍາສັບ ເພື່ອທ້າທາຍ ຂໍ້ຫ້າມເຫຼົ່ານີ້ ໂດຍສະເພາະການໃຊ້ພາສາທາງການແພດ.
ມະເຮັງຕ່ອມ ລູກໝາກ (Prostate Cancer) ຂອງຊາວອົບພະຍົບ. 28.05.2025 8:14
ໂຣກມະເຮັງຕ່ອມລູກໝາກ (Prostate Cancer) ເປັນໂຣກມະເຮັງ ທີ່ພົບເຫັນຫຼາຍທີ່ສຸດ ສໍາລັບຜູ້ຊາຍອອສເຕຣເລັຍ, ແລະຖ້າຫາກ ຖືກພົບເຫັນໃນຕອນຕົ້ນ, ມັນກໍງ່າຍທີ່ຈະປິ່ນປົວ. ແຕ່ຜູ້ຊາຍ ທີ່ມາຈາກວັດທະນະທັມ ແລະພາສາທີ່ແຕກຕ່າງກັນ ສ່ວນຫລາຍ ຈະຖືກກວດພົບວ່າ ເປັນໂຣກມະເຮັງໃນຕ່ອມລູກໝາກ (Prostate Cancer) ທີ່ມີຄວາມສ່ຽງສູງ ຫລືໃນໄລຍະລຸກລາມ ຫລາຍກວ່າຊາວອອສເຕຣເລັຍຄົນອື່ນໆ.
ການແຕກກັນຂອງ ພັນທະມິດ (The Coalition). 28.05.2025 9:35
The Coalition, ຊຶ່ງປະກອບດ້ວຍພັກ Liberal ແລະພັກ National, ໄດ້ຍຸບໂຕເອງລົງ-ເປັນຜົນມາຈາກ ການເສັຍໄຊຢ່າງຫນັກ ໃນການເລືອກຕັ້ງໃນວັນທີ 3 ເດືອນພຶດສະພາ. ເຖິງແມ່ນວ່າ ມັນເປັນການຮ່ວມມື ທີ່ຍາວນານກວ່າແປດສິບປີ-ແຕ່ບັດນີ້ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ. ແຕ່ໃນສ່ວນເລິກໆແລ້ວ, ທັງສອງພັກນີ້ ມີຄວາມແຕກຕ່າງກັນຫຼາຍຢ່າງ.
ວ່າດ້ວຍ ໂຣກລຳໄສ້ອັກເສບ (Inflammatory Bowel Disease). 28.05.2025 8:56
ເມື່ອກ່າວເຖິງໂຣກລຳໄສ້ອັກເສບ ຫລື Inflammatory Bowel Disease (IBD), ອອສເຕຣເລັຍ ເປັນຜູ້ນໍາລະດັບໂລກ-ໂດຍຈໍານວນຄົນ ທີ່ໃຊ້ຊີວິດກັບອາການນີ້ ເພີ່ມຂຶ້ນຢ່າງໄວ. ແຕ່ເຖິງແມ່ນວ່າ ສາເຫດທີ່ແທ້ຈິງຂອງໂຣກນີ້ ຍັງບໍ່ເປັນທີ່ຮູ້ຈັກ, ແຕ່ເຮົາກໍມີຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວິທີ ທີ່ເຮົາສາມາດດໍາລົງຊີວິດກັບ IBD, ແລະອາດປ້ອງກັນມັນໄດ້.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.