SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Be sure to visit the podcast's website and support the creator: www.sbs.com.au
Where to listen?
Podcasts in the app Replaio Radio Coming soonPodcasts are coming to the app soon. Install now and be the first to see a whole new take on podcasts
Episodes
ທາງແກ້ໄຂການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ. 21.08.2025 10:20
ການຈໍາແນກເຊື້ອຊາດທຸກປະເພດ ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ເດືອນຕຸລາ ໃນຕາເວັນອອກກາງ, ແລະແນວທາງບາງຢ່າງ ຂອງຣັຖບານ ກໍາລັງເຮັດໃຫ້ຊຸມຊົນ ເປັນປໍຣະປັກຕໍ່ກັນ. ກັມມາທິການການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ ກ່າວວ່າ ມີທາງແກ້ໄຂ ເລື່ອງຈໍາແນກເຊື້ອຊາດ, ແຕ່ຣັຖບານຕ້ອງລົງມືດຳເນີນການ....ແຕ່ ການແກ້ໄຂ ຕ້ອງມີຢູ່ໃນຊຸມຊົນຄືກັນ.
ອາເມຣິກາຈະ ຍົກເລີກເງິນສໍາລັບການພັດທະນາວັກຊີນ. 21.08.2025 9:07
Robert F. Kennedy Junior, ຣັຖມົນຕີ ກະຊວງສາທາຣະນະສຸກ ຂອງສະຫະຣັດອາເມຣິກາ ໄດ້ປະກາດແຜນການ ຍົກເລີກເງິນຊ່ອຍເຫຼືອ ສໍາລັບການພັດທະນາວັກຊີນ ໃນຂນະທີ່ປະເທດອື່ນໆ ທົ່ວໂລກ, ຮວມທັງປະເທດຈີນ ແລະຢູໂຣບ ແລະເອເຊັຍໂດຍທົ່ວໄປ, ທີ່ບໍ່ໄດ້ປະຖິ້ມ ການລົງທຶນຂອງຕົນ ໃນການຄົ້ນຄວ້າ mRNA.
Is Australian tap water safe to drink? - ນ້ຳກັອກໃນອອສເຕຣເລັຍ ປອດພັຍທີ່ຈະດື່ມ ຫຼືບໍ່? 21.08.2025 11:48
Access to safe drinking water is essential, and Australia’s often harsh environment means that our drinking water supplies are especially precious. With differences in the availability and quality of drinking water across the country, how do we know if it’s safe to drink? In this episode we get water experts to answer this question and more. - ການເຂົ້າເຖິງນ້ຳດື່ມທີ່ປອດພັຍເປັນສິ່ງສໍາຄັນ, ແລະສະພາບ...
ປະຕິກິຣິຍາຕໍ່ພາສີຂອງ ອາເມຣິກາ 14.08.2025 11:09
ສະຫະຣັດອາເມຣິກາ ໄດ້ປະກາດການເກັບພາສີສູງຂຶ້ນ ສໍາລັບ 92 ປະເທດ, ຮວມທັງປະເທດ Canada 35 ເປີເຊັນ, ແລະປະເທດ ອິນເດັຍ 25 ເປີເຊັນ.ການເພີ່ມຂຶ້ນ ແມ່ນແນໃສ່ປະເທດ ທີ່ບໍ່ມີສ່ວນຮ່ວມ ກັບຜົນປໂຍດທາງເສດຖະກິດ ແລະຄວາມໝັ້ນຄົງ ຂອງສະຫະຣັດອາເມຣິກາ. ຫຼາຍປະເທດກໍກຳລັງຫາທາງຮັບມືກັບ ອັດຕາພາສີເຫຼົ່ານີ້ ແລະຫຼາຍປະເທດກໍຮູ້ສຶກວ່າເປັນການເຄື່ອນໄຫວທີ່ບໍ່ມີເຫດຜົນ ແລະອາດຈະສ້າງວິກິດທາງເສດຖະກິດໄດ້.
ການຂຍາຍອາວຸດ Nuclear 14.08.2025 8:28
ອາວຸດນິວເຄລັຍ ເປັນອາວຸດທີ່ມີຄວາມສາມາດທໍາລາຍສູງ ທີ່ບໍ່ເຄີຍມີມາກ່ອນ ໄດ້ກໍ່ໃຫ້ເກີດການແຂ່ງຂັນ ດ້ານອາວຸດປະຣະມະນູ. ດ້ວຍຄວາມເຄັ່ງຕຶງໃນຕາເວັນອອກກາງ ແລະ ການສະສົມອາວຸດນິວເຄລັຍ ຂອງຈີນໃນອັດຕາທີ່ໄວ ໄດ້ເຮັດໃຫ້ເກີດຄວາມວິຕົກໃນພູມີພາກໂດຍສະເພາະ ບົດບາດຂອງຈີນໃນ ອາຊີ ຕາເວັນອອກສ່ຽງໃຕ້.
Australia’s Indigenous education gap and the way forward - ຊ່ອງວ່າງດ້ານການສຶກສາ ຂອງຊາວພື້ນເມືອງອອສເຕຣເລັຍ ແລະຫົນທາງຂ້າງຫນ້າ. 14.08.2025 11:37
Education is a pathway to opportunity, but for too long, Indigenous students in Australia have faced barriers to success. While challenges remain, positive change is happening. In this episode we’ll hear from Indigenous education experts and students about what’s working, why cultural education matters and how Indigenous and Western knowledge can come together to benefit all students. - ການສຶກສາ ເ...
ການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ 14.08.2025 16:09
ອອສເຕຣເລັຍ ໄດ້ຍົກເລີກຂໍ້ຈໍາກັດ ເລື່ອງການນຳເຂົ້າຊີ້ນງົວ ຈາກສະຫະຣັດອາເມຣິກາ ຊຶ່ງເປັນການຕັດສິນໃຈທີ່ ນັກວິຈານກ່າວວ່າ ເປັນການເຮັດ ເພື່ອເອົາໃຈ Donald Trump. ສະມາຄົມຜູ້ຜລິດຊີ້ນງົວກ່າງງ່າ ດ້ວຍການຂາດແຄນຊີ້ນງົວ ໃນສະຫະຣັດອາເມຣິກາ, ຈຶ່ງບໍ່ໜ້າເປັນໄປໄດ້ ທີ່ຕລາດຂອງອອສເຕຣເລັຍ ຈະເຕັມໄປດ້ວຍຊີ້ນງົວ ທີ່ນໍາເຂົ້າຈາກອາເມຣິກາ. ພ້ອມທັງ ນາຍົກຣັຖມົນຕີຢ້ຳວ່າ ອອສເຕຣເລັຍ ຈະບໍ່ຍອມປະນີປະນອມ ເລື່ອງຄວາມປອດພັຍທາງຊີວະພາບ.
ລາຍງານກ່ຽວກັບໂຣກຕັບອັກເສບ (Hepatitis). 07.08.2025 6:23
ເກືອບ 300,000 ຄົນໃນອອສເຕຣເລັຍ ອາສັຍຢູ່ກັບ Hepatitis B ຫລື Hepatitis C-ສ່ວນຫລາຍແລ້ວ ບໍ່ມີສັນຍານເຕືອນ ເຖິງຄວາມເສັຍຫາຍຂອງຕັບ. ສະຖາບັນ the Kirby Institute ກ່າວວ່າ ຄວາມລຸກລາມຢ່າງງຽບໆ ເປັນເຫດຜົນ ທີ່ການທົດສອບເປັນປະຈໍາ ຈຶ່ງມີຄວາມສໍາຄັນ.
ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກ 07.08.2025 8:24
ໂຄງການແຊກແຊງ ເດັກນ້ອຍທີ່ຫູຫນວກໃນຕອນຕົ້ນ ຂອງອອສເຕຣເລັຍ ກໍາລັງຖືກທົດລອງ ຢູ່ຕ່າງປະເທດ ເປັນເທື່ອທໍາອິດ. ການຮ່ວມມືລະຫວ່າງ The Shepherd Centre ທີ່ບໍ່ຫວັງຜົນກຳໄລ ແລະເຈົ້າຫນ້າທີ່ ສາທາຣະນະສຸກ ໃນປະເທດຍີ່ປຸ່ນ ເປັນເວລາສິບປີD ການປິ່ນປົວ ແມ່ນສໍາລັບເດັກນ້ອຍ ທີ່ຄອບຄົວໄດ້ເລືອກໃຫ້ເຂົາເຈົ້າໃສ່ອຸບປະກອນການຟັງ ເຊັ່ນປະສາດຫູທຽມ (ປອມ)- (Cochlear implant).
ນະວັດກັມ (Innovation) ໃນການເກັບກູ້ລະເບີດ. 07.08.2025 13:32
ການກໍາຈັດລະເບີດ ເປັນຂັ້ນຕອນທີ່ຕ້ອງມີຄວາມລະມັດລະວັງ; ມີການຄາດຄະເນວ່າ ມີການກໍາຈັດລະເບີດ ປະມານ 117,000 ລູກໃນແຕ່ລະປີ. Mread ຫຼື ໄດ້ພັດທະນາ ອຸປະກອນພົກພາ ເຄື່ອງທຳອິດ ທີ່ໃຊ້ຄື້ນວິທະຍຸຕໍ່າ (Low Frequency Radio Waves) ເພື່ອລະບຸລັກສນະສະເພາະໂມເລກູນ ຂອງວັດຖຸລະເບີດ. Mread ກ່າວວ່າ ເຄື່ອງມືຂອງເຂົາເຈົ້າ ສາມາດເລັ່ງການກໍາຈັດລະເບີດ ໄດ້ຢ່າງຫນ້ອຍ 30 ເປີເຊັນ.
ການຂັດແຍ້ງທາງທະຫານລະຫວ່າງໄທ-ກຳປູເຈັຍ. 07.08.2025 10:40
ການສູ້ຣົບ ໄດ້ເກີດຂຶ້ນຕາມຊາຍແດນຂອງປະເທດໄທ ແລະປະເທດກຳປູເຈັຍ ໃນຂນະທີ່ຄວາມເຄັ່ງຕຶງເກົ່າ ທີ່ກ່ຽວກັບຂໍ້ພິພາດ ເລື່ອງດິນແດນ ໄດ້ກາຍເປັນການຂັດແຍ້ງ ທີ່ບໍ່ຄ່ອຍເກີດຂຶ້ນ... ແຕ່ຮຸນແຮງ. ທັງສອງຝ່າຍ ກໍາລັງກ່າວໂທດກັນແລະກັນ ສໍາລັບການຍົວະຍົງ, ຊຶ່ງເປັນການຂັດແຍ້ງເທື່ອຫຼ້າສຸດ ໃນການໂຕ້ຖຽງ ທີ່ມີມາຫລາຍກວ່າຫນຶ່ງສັດຕະວັດ. ໃນຂນະທີ່ ຜູ້ນໍາຕ່າງປະເທດ ຮຽກຮ້ອງໃຫ້ມີຄວາມສງົບ ລະຫວ່າງເພື່ອນບ້ານ.
ວ່າດ້ວຍ ຄວາມເຈັບປວດຊໍາເຮື້ອ. 31.07.2025 6:20
ຄວາມເຈັບປວດຊໍາເຮື້ອບໍ່ແມ່ນຈະສົ່ງຜົນກະທົບແຕ່ພຽງຮ່າງກາຍເທົ່ານັ້ນ, ແຕ່ມັນສາມາດສົ່ງຜົນກະທົບທາງຈິດໃຈ, ທາງການເງິນ ແລະທາງຄວາມສຳພັນອີກດ້ວຍ. .ານປິ່ນປົວກໍຊັບຊ້ອນ ແລະ ຜູ້ຊ່ຽວຊານກຳລັງຮຽກຮ້ອງໃຫ້ຣັຖບານ ເຮັດຫຼາຍຂຶ້ນເພື່ອຊ່ອຍເຫຼືອ ຜູ້ທີ່ໃຊ້ຊີວິດຢູ່ກັບຄວາມເຈັບປວດນີ້.
ບົດບາດຂອງຈີນ ໃນເອເຊັຍຕາເວັນອອກສຽງໃຕ້ 31.07.2025 6:33
ເນື່ອງຈາກການຖອນໂຕຂອງຜູ້ບໍຣິຈາກ ດັ້ງເດີມ, ຈີນກຳລັງມີບົດບາດສຳຄັນໃນການໃຫ້ກູ້ຢືມເງິນເພື່ອການພັດທະນາ. ຜູ້ຊ່ຽວຊານກ່າວວ່າ ການຫຼຸດລົງຂອງການແຂ່ງຂັນຈະເຮັດໃຫ້ຫຼາຍປະເທດຕ້ອງຍອມຮັບເອົາເງິນກູ້ຈາກຈີນດ້ວຍດອກເບັ້ຍສູງ. ແຕ່ມັນເປັນເງິນກູ້ ໃຫ້ແກ່ປະເທດ ທີ່ທຸກຍາກທີ່ສຸດໃນພູມີພາກ, ເຊັ່ນMyanmar, Laos ແລະ Cambodia ທີ່ສ້າງຄວາມກັງວົນ.
ການຣົນນະຣົງ ກ່ຽວກັບໂຣກເຍື່ອຫຸ້ມສມອງອັກເສບ (Meningococcal) 31.07.2025 7:41
ໃນຂນະທີ່ອອສເຕຣເລັຍ ເຂົ້າສູ່ລະດູການສູງສຸດ ສໍາລັບ Meningococcal, ກໍມີໂຄງການແຫ່ງຊາດ ເພື່ອຍົກລະດັບຄວາມຮັບຮູ້ ກ່ຽວກັບໂຣກ ທີ່ມີຜົນກະທົບຕໍ່ຄົນຫນຸ່ມສາວ ແລະເດັກນ້ອຍ ເປັນສ່ວນໃຫຍ່.
ສັບປະດາຂອງ ການບໍຣິຈາກອະໄວຍະວະ 30.07.2025 6:21
ທຸກຄົນກໍຮູ້ວ່າ ການບໍຣິຈາກອະໄວຍະວະສາມາດຊ່ອຍຊີວິດໄດ້. ໃນຂນະທີ່ ສີ່ໃນຫ້າຄົນ ຂອງຊາວອອສເຕຣເລັຍ ກ່າວວ່າ ເຂົາເຈົ້າສນັບສນູນ ການບໍຣິຈາກອະໄວຍະວະ ແລະແພຈຸລັງ, ມີພຽງແຕ່ຫນຶ່ງໃນສາມຄົນເທົ່ານັ້ນ ທີ່ໄດ້ລົງທະບຽນ ບໍຣິຈາກແທ້ໆ. ໜ່ວຍງານ The Organ and Tissue Authority ກ່າວວ່າ ສ່ວນຫນຶ່ງ ຂອງບັນຫາແມ່ນຄວາມເຂົ້າໃຈຜິດ ທີ່ວ່າສາສນາ ຫລືວັດທະນະທັມ ອາດເປັນອຸບປະສັກ.
ມີການພົບໄວຣັສ Mpox ສາຍພັນໃຫມ່ ໃນອອສເຕຣເລັຍ. 24.07.2025 4:56
ກໍຣະນີທີສອງ ຂອງອອສເຕຣເລັຍ ຂອງໄວຣັສ Mpox ຊຶ່ງເປັນສາຍພັນທີ່ຫາຍາກ ໄດ້ຖືກພົບເຫັນ ຢູ່ພາກຕາເວັນອອກສຽງໃຕ້ ຂອງQueensland. Mpox ສາຍພັນ Clade 1 ເຄີຍໄດ້ເຫັນພຽງແຕ່ເທື່ອດຽວ ໃນອອສເຕຣເລັຍເທົ່ານັ້ນ. ແຕ່ຣັຖບານ Queensland ກ່າວວ່າ ສາທາຣະນະຊົນ ບໍ່ຄວນກັງວົນ.
ປໂຍດຂອງການກວດໂຣກເບົາຫວານ. 24.07.2025 10:22
ໜ້ອຍຄົນຈະຮູ້ວ່າໂຣກເບົາຫວານ ເປັນສາເຫດສໍາຄັນ ຂອງການຕາບອດ ໃນຊາວອອສເຕຣເລັຍ ໃນອາຍຸທໍາງານ, ເປັນສາເຫດສໍາຄັນ ຂອງຫມາກໄຂ່ຫລັງເສື່ອມໂຊມ ແລະການຟອກເລືອດ ໃນອອສເຕຣເລັຍ. ມັນເພີ່ມຄວາມສ່ຽງ ຕໍ່ໂຣກຫົວໃຈ ແລະໂຣກເສັ້ນເລືອດໃນສມອງ (Stroke) ເຖິງສີ່ເທົ່າ. ມັນເປັນສາເຫດສໍາຄັນ ຂອງການຕັດຂາ ແລະມັນຍັງມີຜົນກະທົບອັນໃຫຍ່ຫລວງ ຕໍ່ສຸຂະພາບທາງຈິດໃຈຂອງຜູ້ຄົນ. ສນັ້ນການປ້ອງກັນຈະດີກວ່າການປິ່ນປົວສເມີ.
ລາຍງານກ່ຽວກັບອາການຖອນຢາ ຕ້ານອາການຊຶມເສົ້າ. 24.07.2025 8:13
ຢາຕ້ານອາການຊຶມເສົ້າ ເປັນຢາທີ່ໃຊ້ກັນຢ່າງກ້ວາງຂວາງທົ່ວໂລກ ແລະໃນອອສເຕຣເລັຍ. ປະມານຫນຶ່ງໃນເຈັດຄົນ ຂອງຊາວອອສເຕຣເລັຍ ກໍາລັງໃຊ້ຢາຕ້ານອາການຊຶມເສົ້າ (3.9ລ້ານຄົນ). ການທົບທວນ ທີ່ຖືກພິມໃນວາຣະສານ JAMA Psychiatry ຮວມການສຶກສາ 38 ເລື້ອງ ທີ່ມີໄລຍະສັງເກດຫລາຍກວ່າສອງອາທິດ, ຊຶ່ງເປັນໄລຍະເວລາທີ່ສໍາຄັນ ຊຶ່ງຄາດວ່າ ອາການຖອນຢາຈະເກີດຂືຶ້ນ.
Donald Trump ປະກາດການເກັບພາສີນຳເຂົ້າ 24.07.2025 13:02
ໃນວັນທີ 2 ເດືອນເມສາ ປີນີ້, ປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ໄດ້ກໍ່ໃຫ້ເກີດຄວາມຢ້ານກົວ ໃນບັນດາຜູ້ນໍາທົ່ວໂລກ, ໂດຍປະກາດການເກັບພາສີນຳເຂົ້າທັງຫມົດ ໄປທີ່ສະຫະຣັດອາເມຣິກາ. ຫລັງຈາກໄດ້ປ່ຽນແປງຕລາດການເງິນ ແລະກໍ່ໃຫ້ເກີດສົງຄາມການຄ້າທົ່ວໂລກ.
ຄຳພິພາກສາ ຕໍ່ການຕົກ ຂອງຖ້ຽວບິນ MH17 17.07.2025 9:51
ສານສິດທິມະນຸດຢູໂຣບ ໄດ້ມີຄຳພິພາກສາ ຄັ້ງປວັດສາດ ວ່າຣັສເຊັຍ ມີສ່ວນຮັບຜິດຊອບ ຕໍ່ການຕົກ ຂອງຖ້ຽວບິນ MH17 ຂອງ Malaysia Airlines ໃນປີ 2014. ຄຳພິພາກສາ ແມ່ນຕອບສນອງ ຕໍ່ສີ່ຄະດີຂອງ Ukraine ແລະ Netherlands ທີ່ຟ້ອງຣັສເຊັຍ ນັບຕັ້ງແຕ່ການເລີ່ມຕົ້ນ ຂອງການຂັດແຍ້ງໃນປີ 2014. ຄນະຜູ້ພິພາກສາ 17 ຄົນ ພົບວ່າ ນັບແຕ່ປີ 2014, ຣັສເຊັຍ ໄດ້ລະເມີດອະນຸສັນຍາສິດທິມະນຸດຢູໂຣບ ຢ່າງຊັດແຈ້ງ ແລະຢ່າງບໍ່ເຄີຍມີມາກ່ອນ.
ການສັ່ງຫ້າມການໃຊ້ສື່ສານມວນຊົນຂອງໄວລຸ້ນ 17.07.2025 8:18
ເມື່ອການສັ່ງຫ້າມ ການໃຊ້ສື່ສານມວນຊົນ ຂອງໄວລຸ້ນ ຈະມີຜົນບັງຄັບໃຊ້ໃນທ້າຍປີນີ້, ອອສເຕຣເລັຍ ຈະເປັນປະເທດທໍາອິດ ທີ່ພະຍາຍາມບັງຄັບໃຊ້ ອາຍຸຂັ້ນຕ່ຳທີ່ສຸດ ສໍາລັບສື່ສານມວນຊົນ. ໃນຂນະທີ່ຫຼາຍປະເທດກໍກຳລັງພິຈາຣເນາຈະນຳໃຊ້ກົດໝາຍທີ່ຄ້າຍຄືກັນນີ້.
ສັບປະດາ NAIDOC 17.07.2025 8:34
ສັບປະດາ NAIDOC ປີນີ້ ເປັນວັນຄົບຮອບ 50 ປີຂອງການໃຫ້ກຽດ ແກ່ສຽງ ແລະວັດທະນະທັມ ຂອງ First Nations ແລະ Michael Long ນັກເຄື່ອນໄຫວຜູ້້ບຸກເບີກ ແລະນັກກິລາ AFL ໄດ້ຖືກເລືອກ ໃຫ້ເປັນຜູ້ຊນະລາງວັນ Lifetime Achievement ຂອງ NAIDOC ໃນປີນີ້. Poster ກໍແມ່ນ ພາບສະທ້ອນທີ່ງົດງາມ ຂອງຫົວຂໍ້ຂອງສັບປະດາ NAIDOC ໃນປີນີ້: 'The Next Generation: Strength, Vision & Legacy'.
How is alcohol regulated and consumed in Australia? - ເຄື່ອງດື່ມປະເພດເຫຼົ້າ ມີການຄວບຄຸມ ແລະບໍຣິໂພກແນວໃດ ໃນອອສເຕຣເລັຍ? 17.07.2025 13:15
In Australia, alcohol is often portrayed as part of social life—especially at BBQs, sporting events, and public holidays. Customs like BYO, where you bring your own drinks to gatherings, and 'shouting' rounds at the pub are part of the culture. However, because of the health risks associated with alcohol, there are regulations in place. It’s also important to understand the laws around the legal d...
ການສືບຕໍາແຫນ່ງຂອງ Dalai Lama 09.07.2025 10:46
Dalai Lama ອົງປັດຈຸບັນ ອາຍຸກໍໃກ້ຈະຮອດ 90 ປີແລ້ວ. ຕອນນີ້ ມີການວາງແຜນທີ່ຈະຊອກຫາຜູ້ສືບຕໍ່ຕຳແໜ່ງ ຊຶງມີຄວາມສຳຄັນ ທັງທາງດ້ານການເມືອງ, ສາສນາ ແລະ ທັງເປັນສັນຍາລັກຂອງການຕໍ່ຕ້ານຈີນນຳອີກ....ແຕ່ Beijing ຢືນຢັນວ່າ ການກັບຊາດມາເກີດໃຫມ່ ທາງສາສນາ ຕ້ອງເປັນໄປຕາມກົດຫມາຍຂອງຈີນ. ຜູ້ຊ່ຽວຊານມີຄວາມເປັນຫ່ວງກ່ຽວກັນການທີ່ອາດຈະມີ Dalai Lama ສອງອົງ.
ອອສເຕຣເລັຍ ຈະບໍ່ເພີ່ມງົບປະມານ ດ້ານທະຫານ. 09.07.2025 8:23
ເຖິງແມ່ນວ່າ ກຸ່ມປະເທດ NATO ໄດ້ຕົກລົງ ຕາມຄໍາຂໍຮ້ອງ ຂອງສະຫະຣັດອາເມຣິກາ ທີ່ຈະເພີ່ມການໃຊ້ຈ່າຍ ເລື່ອງການທະຫານ. ແຕ່ອອສເຕຣເລັຍ ຢືນຢູ່ຢ່າງຫມັ້ນຄົງ ທີ່ຈະບໍ່ຍົກລະດັບການໃຊ້ຈ່າຍດ້ານທະຫານ ໃນລະດັບ ທີ່ຣັຖບານສະຫະຣັດອາເມຣິກາຮຽກຮ້ອງ, ແຕ່ອອສເຕຣເລັຍຈະໃຫ້ຄວາມຊ່ອຍເຫຼືອແກ່ Ukraine ໃນດ້ານອື່ນ.
Similar podcasts
Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.