SBS

SBS Lao - SBS ພາ​ສາ​ລາວ

News LO ↓ 779 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ຜົນກະທົບຂອງການຕິດພະນັນ 02.10.2025

ການຄົ້ນຄວ້າໃຫມ່ ເນັ້ນເຖິງຄວາມກ່ຽວຂ້ອງ ລະຫວ່າງບັນຫາການພະນັນ ກັບຄວາມຮຸນແຮງໃນຄອບຄົວ, ການຂ້າຕົວຕາຍ ແລະຄວາມຫຍຸ້ງຍາກທາງດ້ານການເງິນ, ໂດຍຊາວອອສເຕຣເລັຍ ຫຼາຍກວ່າ 3 ລ້ານຄົນ ໄດ້ຮັບຜົນກະທົບ ຊຶ່ງແມ່ນຈຳນວນຫລາຍຂຶ້ນ ທີ່ກໍາລັງໄດ້ຮັບອັນຕະຣາຍ ຈາກການຫລິ້ນພະນັນ.

ໂຄງການຂອງກອງທະຫານອາເມຣິກາ 02.10.2025

Donald Trump ກ່າວຕໍ່ນາຍທະຫານຫລາຍຮ້ອຍຄົນ ເຖິງການສົ່ງກອງທະຫານ ໄປເມືອງທີ່ນໍາໂດຍພັກ Democrats ທີ່ລາວອ້າງວ່າ ໄດ້ສູນເສັຍການຄວບຄຸມອາດຊະຍາກັມ ແລະການຍ້າຍຖິ່ນຖານ. ໃນຂນະດຽວກັນ Pete Hegseth ໄດ້ເຕືອນເຈົ້າຫນ້າທີ່ຊັ້ນຜູ້ໃຫຍ່ ເຖິງພັຍຄຸກຄາມຕ່າງໆ "ຄວາມຕື່ນໂຕ-Wokeness", ຄວາມແຕກຕ່າງ ແລະຄວາມອ້ວນ.

ການລະເມີດຄວາມເປັນສ່ວນຕົວຂອງລູກຄ້າ 02.10.2025

ທຸກໆມື້, ລູກຄ້າຫລາຍຮ້ອຍຄົນທົ່ວອອສເຕຣເລັຍ ເຂົ້າໄປໃນ Kmart, ຊຶ່ງເປັນທີ່ຮູ້ຈັກກັນດີ ໃນດ້ານຜລິດຕະພັນໃນບ້ານເຮືອນ ທີ່ລາຄາບໍ່ແພງ. ແຕ່ບາງຄົນ ອາດຖືກບັນທຶກໃບຫນ້າຂອງເຂົາເຈົ້າ ຢ່າງບໍ່ຮູ້ໂຕ, ອີງຕາມການຄົ້ນພົບ ຂອງອົງການຄວບຄຸມຄວາມເປັນສ່ວນຕົວ ແຫ່ງຊາດ (The National Privacy Regulator).

ການປະທ້ວງຂອງຝ່າຍຂວາຈັດ. 25.09.2025

ຜູ້ຊ່ຽວຊານກ່າວວ່າ ມີແຮງຊຸກຍູ້ຫລາຍຢ່າງ ທີ່ຂັບເຄື່ອນການປະທ້ວງຄັ້ງໃຫຍ່ ຂອງຝ່າຍຂວາຈັດ ໃນອອສເຕຣເລັຍ ແລະປະເທດອັງກິດ, ແລະກ່າວວ່າມັນ "ບໍ່ເປັນເລື່ອງພິເສດຫຍັງ". ເຂົາເຈົ້າຍັງເວົ້າອີກວ່າ ອົງການສື່ສານມວນຊົນ ຕ້ອງປະຕິບັດຕໍ່ບັນຫານີ້ ດ້ວຍຄວາມລະມັດລະວັງເມື່ອລາຍງານ.

ຄວາມປອດພັຍດ້ານອາຫານໃນລະດູຮ້ອນ. 25.09.2025

ຫລາຍກວ່າເຄິ່ງຫນຶ່ງ ຂອງຊາວອອສເຕຣເລັຍ ເຫັນວ່າ ຄວາມເຈັບປ່ວຍທີ່ເກີດຈາກອາຫານນັ້ນ ເປັນບັນຫາເລື່ອງຄວາມປອດພັຍຂອງອາຫານ, ແຕ່ຫນ້ອຍກວ່າເຄິ່ງຫນຶ່ງ ຂອງຜູ້ບໍຣິໂພກ ມີການປະຕິບັດ ດ້ານຄວາມປອດພັຍທາງອາຫານຢ່າງສມ່ຳສເມີ ເມື່ອຕຽມອາຫານຢູ່ບ້ານ. ດ້ວຍລະດູຮ້ອນ ທີ່ຮ້ອນອົບເອົ້າໃກ້ເຂົ້າມາ, ຜູ້ສນັບສນູນ ແລະຜູ້ຊ່ຽວຊານ ດ້ານສຸຂະພາບກ່າວວ່າ ຊາວອອສເຕຣເລັຍ ຕ້ອງລະມັດລະວັງຫລາຍກວ່າເກົ່າ ກ່ຽວກັບອາຫານເປັນພິດໃນປີນີ້.

ການຢ້ຽມຢາມອັງກິດຂອງ Donald Trump 25.09.2025

ມີຫຼາຍຄຳຖາມຈາກນັກການທູດຂອງອັງກິດວ່າ ການຢ້ຽມຢາມອັງກິດຂອງ Donald Trump ໃຫ້ປໂຍດຫຍັງແດ່ແກ່ປະເທດ. ແຕ່ສໍາລັບປະທານາທິບໍດີ, ມັນເປັນສອງມື້ ຂອງການຫລິ້ນລະຄອນ ແລະການຍົກຍ້ອງ, ໄດ້ຮັບການປະຕິບັດຄືກະສັດ, ໂດຍກະສັດ. ສຳລັບເຈົ້າໜ້າທີ່ອັງກິດບາງຄົນແລ້ວ, ບາງເທື່ອ ມັນກໍເປັນເລື້ອງດີເມື່ອແຂກ-ບໍ່ວ່າຈະຍິນດີຕ້ອນຮັບຫລາຍປານໃດກໍຕາມ-ອອກຈາກເຮືອນ.

ໃນຄໍາປາສັຍຂອງ Donald Trump ທີ່ UN 25.09.2025

ການເຂົ້າຮ່ວມປະຊຸມໃຫຍ່ ສະຫະປະຊາຊາດ ຂອງ Donald Trump ແມ່ນເລື້ອງທີ່ຄາດເດົາໄດ້ຍາກວ່າມັນຈະເປັນແນວໃດ. Donald Trump ໄດ້ເຮັດໃຫ້ສະຫະປະຊາຊາດຕົກຕະລຶງ, ໂດຍໃຊ້ຄໍາປາສັຍຂອງລາວ ໃນທີ່ປະຊຸມສະມັດຊາໃຫຍ່ ເພື່ອແນະນໍາວ່າ ປະເທດອື່ນໆກຳລັງ "ຕົກນາຮົກ" ເພາະການຍ້າຍຖິ່ນຖານ ແລະປະຕິເສດວິທະຍາສາດ ໂດຍເອີ້ນການປ່ຽນແປງອາກາດວ່າ 'ຫຼອກລວງ-con'.

ລາຍງານການຕິດເຊື້ອທາງເພດສໍາພັນ ໃນອອສເຕຣເລັຍ 18.09.2025

ລາຍງານຈາກສະຖາບັນ Kirby ຂອງມະຫາວິທະຍາລັຍ New South Wales ຊີ້ໃຫ້ເຫັນວ່າ ຊ່ອງວ່າງຂອງການກວດໂຣກ ແລະບັນຫາເລື່ອງການເຂົ້າເຖິງ ກໍາລັງເຮັດໃຫ້ຈໍານວນກໍຣະນີເພີ່ມຫຼາຍຂຶ້ນ. ຜູ້ຊ່ຽວຊານກ່າວວ່າ ໂຣກ Syphilis ແລະ ໂຣກໜອງໃນ (Gonorrhoea) ສາມາດປິ່ນປົວ ແລະປ້ອງກັນໄດ້ງ່າຍ. ແຕ່ໃນ ອອສເຕຣເລັຍ, ອັດຕາການຕິດເຊື້ອ ໄດ້ເພີ່ມຂຶ້ນປະມານສອງເທົ່າ ໃນສິບປີທີ່ຜ່ານມາ.

The cervical screening test that could save your life - ການກວດປາກມົດລູກ ສາມາດຊ່ວຍຊີວິດຂອງທ່ານໄດ້ 18.09.2025

Cervical cancer is preventable, but only if you catch it early. Cultural and personal barriers have often meant that women avoid cervical cancer testing. But now with the help of a world-leading test, Australia is aiming to eliminate cervical cancer by 2035. The test is a safe and culturally sensitive option for women from all backgrounds. Best of all it could save your life—or that of someone clo...

ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ 18.09.2025

ກົດໝາຍຄວາມປອດພັຍທາງອີເລັກໂຕຣນິກ ຂອງອອສເຕຣເລັຍ ຈະບໍ່ຖືກນໍາໃຊ້ ຈົນກວ່າວັນທີ 10 ທັນວາ, ແຕ່ກັມມາທິການ eSafety ກ່າວວ່າ ເຂົາເຈົ້າຢາກໃຫ້ມັນ ມີການຮຸກຮານຫນ້ອຍທີ່ສຸດ ເທົ່າທີ່ຈະເປັນໄປໄດ້. ກັມມາທິການ eSafety ຍັງຈະພົບກັບບໍຣິສັດສື່ສານມວນຊົນ ໃນ Silicon Valley ໃນອາທິດຫນ້າ ຮວມເຖິງ Apple, Discord, Open AI, Google ແລະ Meta ເພື່ອສົນທະນາ ກ່ຽວກັບການສັ່ງຫ້າມນີ້.

ວັນພົນລະເມືອງອອສເຕຣເລັຍ 18.09.2025

ວັນທີ 17 ເດືອນກັນຍາ ໄດ້ຖືກເລືອກໃຫ້ເປັນມື້ ທີ່ຮັບຮູ້ກົດຫມາຍ ທີ່ກໍ່ໃຫ້ເກີດຄວາມຄິດ ເລື່ອງການເປັນພົນລະເມືອງ ຂອງອອສເຕຣເລັຍ ພາຍໃຕ້ກົດຫມາຍ ເລື່ອງສັນຊາດ ແລະພົນລະເມືອງ (Nationality and Citizenship Act) ໃນປີ 1948. ແນວຄິດນັ້ນ ໄດ້ຖືກນໍາໃຊ້ໃນປີ 2001, ຊຶ່ງເປັນປີຄົບຮອບ 100 ປີຂອງສະຫະພັນ (the Centenary of Federation), ຕາມຄໍາແນະນໍາ ສໍາລັບວັນພິເສດ ເພື່ອສເລີມສລອງ ການເປັນພົນລະເມືອງ ຂອງອອສເຕຣເລັຍ.

ຄວາມໂປ່ງໃສ ຂອງຣັຖບານ. 11.09.2025

ຣັຖບານກາງ ໄດ້ປະກາດຂໍ້ສເນີ ທີ່ຈະປັບປຸງກົດຫມາຍເສຣີພາບຂອງຂໍ້ມູນ, ຫລືກົດຫມາຍ FOI, ນັກວິຈານ ແລະຜູ້ຊ່ຽວຊານໄດ້ເຕືອນບໍ່ໃຫ້ເຮັດເຊັ່ນນັ້ນ ຍ້ອນຫຼາຍເຫດຜົນ. ນັກວິເຄາະກ່າວວ່າ ຄວາມໂປ່ງໃສ ເປັນສິ່ງສໍາຄັນຕໍ່ລະບອບປະຊາທິປະໄຕທີ່ດີພ້ອມທັງສົ່ງເສີມ ກັມມາພິບານ (Good Governance) ແລະຄວາມຮັບຜິດຊອບ .

ວ່າດ້ວຍກົດຫມາຍປືນ ຂອງອອສເຕຣເລັຍ. 11.09.2025

ເຖິງແມ່ນວ່າ ການຄາດຕະກັມ ທີ່ກ່ຽວຂ້ອງກັບອາວຸດປືນ ໄດ້ເລີ່ມຫລຸດລົງໃນຕົ້ນປີ 1980, ໄດ້ຫລຸດລົງເລື້ອຍໆ ໃນອັດຕາດຽວກັນ ຫລັງຈາກເຫດການ Port Arthur, ແລະຍັງຢູ່ໃນລະດັບຕ່ຳ ແລະຊົງໂຕໃນທຸກວັນນີ້ ແຕ່ຜູ້ຊ່ຽວຊານກ່າວວ່າ ການມີອາວຸດປືນຢູ່ໃນຊຸມຊົນຫຼາຍຂຶ້ນນັ້ນ, ອາດເຮັດໃຫ້ຄວາມປອດພັຍຫຼຸດລົງ ໂດຍສເພາະໃນເມືອງໃຫຍ່ ແລະຄວາມກ້າວໜ້າດ້ານເທັກໂນໂລຈີສນການຜລິດປືນເຖື່ອນ.

ການລາອອກ ຂອງນາຍົກຣັຖມົນຕີຍີ່ປຸ່ນ. 11.09.2025

ປະເທດຍີ່ປຸ່ນ ຕົກຢູ່ໃນຄວາມບໍ່ແນ່ນອນ ຈາກການລາອອກຈາກຕໍາແຫນ່ງ ຂອງນາຍົກຣັຖມົນຕີ Shigeru Ishiba ແຕ່ລາວຈະຍັງຢູ່ໃນຕຳ ແໜ່ງຮັກສາການຈົນກວ່າ ຈະມີການເລືອກຜູ້ທີ່ຈະມາຮັບໜ້າທີ່ແທນ ຊຶ່ງຄາດວ່າຈະແມ່ນໃດເດືອນ ຕຸລາ. ປະຕິກິຣິຍາ ທົ່ວໄປໃນຍີ່ປຸ່ນແມ່ນວ່າ: ມີຄວາມສະບາຍໃຈ, ແຕ່ກໍຍັງເປັນຫ່ວງນໍາອີກ.

What is forced marriage and what support is available in Australia? - ການບັງຄັບແຕ່ງດອງ (Forced Marriage) ແມ່ນຫຍັງ ແລະມີການ ສນັບສນູນຫຍັງແດ່ໃນອອສເຕຣເລັຍ? 11.09.2025

A forced marriage occurs when one or both individuals do not consent freely, often due to threats, coercion, deception, or if they are under 16 or those with mental incapacities. No matter how long you've been living here, it's vital to know: You have the right to choose who you marry.  In this episode, we'll explore the difference between arranged and forced marriage and where you can turn for he...

ແຮ່ທາດຫາຍາກ (Rare Earth Minerals) ແມ່ນຫຍັງ? 04.09.2025

ແຮ່ທາດຫາຍາກ (Rare Earth) ເປັນກຸ່ມຂອງທາດໂລຫະ 17 ຊະນິດ ທີ່ຂັບເຄື່ອນ ເທັກໂນໂລຈີສມັຍໃຫມ່. ແລະມັນກໍສໍາຄັນຫລາຍ ສໍາລັບການປ່ຽນແປງພະລັງງານສີຂຽວ. ພະລັງງານແສງອາທິດ ແລະລົມ ແລະຣົດໄຟຟ້າ ທັງຫມົດລ້ວນອາສັຍທາດຫາຍາກ (Rare Earth Elements). ຕອນນີ້ ປະເທດຈີນ ຄວບຄຸມສາຍໂສ້ຕລາດ ສ່ວນໃຫຍ່ຂອງແຮ່ຫາຍາກ, ຊຶ່ງຄຶດເປັນປະມານ 70 ເປີເຊັນ ຂອງການຂຸດຄົ້ນ ແລະ 90 ເປີເຊັນ ຂອງການຜລິດ ແຕ່ ອອສເຕຣເລັຍກຳລັງຈະມີບົດບາດໃນເລື້ອງນີ້.

A beginner’s guide to owning a pet in Australia - ຄູ່ມືສໍາລັບຜູ້ເລີ່ມຕົ້ນ ໃນການເປັນເຈົ້າຂອງສັດລ້ຽງ ໃນອອສເຕຣເລັຍ 04.09.2025

Bringing a pet into your home can fill it with joy and companionship – but it also comes with important responsibilities. In Australia, new pet owners need to be aware of legal requirements, along with essential tips for training and caring for their animals. - ການນໍາເອົາສັດລ້ຽງ ເຂົ້າມາໃນບ້ານຂອງທ່ານ ສາມາດເຮັດໃຫ້ມັນ ເຕັມໄປດ້ວຍຄວາມສຸກ ແລະຄວາມເປັນເພື່ອນ-ແຕ່ມັນ ຍັງມີຫນ້າທີ່ຮັບຜິດຊອບທີ່ສໍາຄັນນໍາອີກ. ໃນ...

ລາຍງານ ການຫຼອກລວງ ໃນປີ 2025. 04.09.2025

ລາຍງານໃຫມ່ ຂອງຄນະກັມມະການ ການແຂ່ງຂັນ ແລະຜູ້ບໍຣິໂພກຂອງອອສເຕຣເລັຍ (the Australian Competition and Consumer Commission-ACCC) ພົບວ່າ ຊາວອອສເຕຣເລັຍ ຈໍານວນຫນ້ອຍລົງ ທີ່ລາຍງານ ການຫຼອກລວງ ໃນປີ 2025 ແຕ່ມີການສູນເສັຍເງິນຫຼາຍຂຶ້ນ. ຜູ້ຊ່ຽວຊານຍັງກ່າວວ່າ ຜູ້ບໍຣິໂພກເອງກໍຕ້ອງມີຄວາມລະມັດລະວັງຄືກັນ.

ການຊຸມນຸມຕໍ່ຕ້ານການຍ້າຍຖິ່ນຖານ 04.09.2025

ການປະທ້ວງທົ່ວປະເທດ, ຊຶ່ງຜູ້ຈັດງານເອີ້ນວ່າ the March for Australia, ໄດ້ຂຍາຍໄປທົ່ວປະເທດ ໃນວັນອາທິດ (31 ສິງຫາ) ໂດຍມີຜູ້ເຂົ້າຮ່ວມຫລາຍພັນຄົນ ທີ່ຊຸມນຸມກັນຢູ່ໃນເມືອງຫລວງ ແລະສູນກາງພູມີພາກ, ຖືທຸງຂອງອອສເຕຣເລັຍ ແລະຮຽກຮ້ອງ ໃຫ້ຍຸດຕິສິ່ງທີ່ເຂົາເຈົ້າເອີ້ນວ່າ "ການຍ້າຍຖິ່ນຖານຢ່າງໃຫຍ່ຫລວງ (Mass migration)" ເຂົ້າສູ່ອອສເຕຣເລັຍ.

ຄຳເຕືອນໃນຄວາມປອດພັຍທາງນ້ຳ. 28.08.2025

ເຈົ້າຫນ້າທີ່ ກໍາລັງໃຊ້ງານສະແດງເຮືອ Sydney ໃນອາທິດນີ້ ເພື່ອສະແດງໃຫ້ເຫັນ ເຖິງອັນຕະຣາຍ ຂອງການຂີ່ເຮືອ ແລະການຕຶກປາໃນໂງ່ນຫີນ. Marine Rescue New South Wales ກ່າວວ່າ ການຕຽມພ້ອມພຽງເລັກນ້ອຍ ກໍສາມາດຊ່ອຍໃຫ້ທ່ານປອດພັຍໄດ້ ໂດຍສະເພາະ ການກວດເບິ່ງສະພາບອາກາດ, ການມີອຸບປະກອນຄວາມປອດພັຍ ທີ່ຕຽມພ້ອມ ແລະພ້ອມໃຊ້ງານ, ແລະການຮູ້ວິທີໃຊ້ມັນ.

ໂຣກພູມແພ້ (Allergy) ໃນອອສເຕຣເລັຍ. 28.08.2025

ໂຣກພູມແພ້ (Allergy) ໃນອອສເຕຣເລັຍ.ໄດ້ເພີ່ມຂຶ້ນເປັນສອງເທົ່າ ໃນເກືອບ 20 ປີ. ຜູ້ຊ່ຽວຊານກ່າວວ່າ ມັນມີຫຼາຍປັດຈັຍໃນການເພີ່ມຂຶ້ນນີ້ ແລະ ຮຽກຮ້ອງໃຫ້ມີການລົງທຶນຫຼາຍຂຶ້ນເພື່ອຊ່ວຍປ້ອງກັນໂຣກພູມແພ້, ຊ່ວຍພັດທະນາຄວາມປອດພັຍ ຂອງຄົນທີ່ມີໂຣກພູມແພ້, ເພື່ອເລັ່ງການຄົ້ນຄວ້າ ແລະໃຫ້ການດູແລທີ່ດີກວ່າ.

ຢູໂຣບ ຈະຮ່ວມປະຊຸມສັນຕິພາບຂອງ Ukraine. 28.08.2025

ປະເທດອັງກິດ, Italy, Finland ແລະ France ຈະເຂົ້າຮ່ວມການປະຊຸມ ລະຫວ່າງປະທານາທິບໍດີ ຂອງUkraine, Volodymyr Zelenskyy ແລະປະທານາທິບໍດີ Donald Trump ຂອງສະຫະຣັດອາເມຣິກາ ທີ່ White House ເພື່ອສນັບສນູນ ປະທານາທິບໍດີ Ukraine, ຜູ້ທີ່ຖືກກົດດັນ ຈາກສະຫະຣັດອາເມຣິກາ ໃຫ້ຮັບເອົາຂໍ້ຕົກລົງສັນຕິພາບ ຢ່າງຮີບດ່ວນ.

ອັນຕະຣາຍ ຂອງໄຟໄຫມ້ໝໍ້ໄຟ (Battery). 28.08.2025

ຜູ້ຊ່ຽວຊານ ກຳລັງເຕືອນເຖິງອັນຕະຣາຍ ຂອງໄຟໄຫມ້ ໝໍ້ໄຟ (Battery). ພວກເຂົາເວົ້າວ່າ ມີໄຟໄຫມ້ໝໍ້ໄຟ (Battery) ຫລາຍກວ່າ 500ເທື່ອທົ່ວໂລກ ແລະມີການເພີ່ມຫລາຍຂຶ້ນ ໃນເຫດການໄຟໄຫມ້ ທີ່ກ່ຽວຂ້ອງກັບຖ່ານ Lithium-ion, ຮວມທັງຖ່ານ Lithium-ion ຂນາດນ້ອຍ.

ການຮັບຮູ້ຣັດ Palestine ຂອງອອສເຕຣເລັຍ. 21.08.2025

ອອສເຕຣເລັຍ ຈະຮັບຮູ້ຣັດ Palestine (Palestinian State) ໃນກອງປະຊຸມໃຫຍ່ ສະຫະປະຊາຊາດ ໃນເດືອນກັນຍາ ພ້ອມກັນກັບ France, Canada ແລະປະເທດອັງກິດ.... ແຕ່ຝ່າຍຄ້ານຣັຖບານກາງ ກໍຍັງກັງວົນ ກ່ຽວກັບການເຄື່ອນໄຫວ ທີ່ເຮັດໃຫ້ອອສເຕຣເລັຍ ຕ້ອງຂັດແຍ້ງກັບສະຫະຣັດອາເມຣິກາ ຊຶ່ງບໍ່ເຫັນດີນຳກັບການເຄື່ອນໄຫວນີ້.

ທາງແກ້ໄຂການຈໍາແນກເຊື້ອຊາດ ໃນອອສເຕຣເລັຍ. 21.08.2025

ການຈໍາແນກເຊື້ອຊາດທຸກປະເພດ ໄດ້ເພີ່ມຂຶ້ນ ນັບຕັ້ງແຕ່ການໂຈມຕີໃນວັນທີ 7 ເດືອນຕຸລາ ໃນຕາເວັນອອກກາງ, ແລະແນວທາງບາງຢ່າງ ຂອງຣັຖບານ ກໍາລັງເຮັດໃຫ້ຊຸມຊົນ ເປັນປໍຣະປັກຕໍ່ກັນ. ກັມມາທິການການຈໍາແນກເຊື້ອຊາດ (Race Discrimination Commissioner) ຂອງອອສເຕຣເລັຍ ກ່າວວ່າ ມີທາງແກ້ໄຂ ເລື່ອງຈໍາແນກເຊື້ອຊາດ, ແຕ່ຣັຖບານຕ້ອງລົງມືດຳເນີນການ....ແຕ່ ການແກ້ໄຂ ຕ້ອງມີຢູ່ໃນຊຸມຊົນຄືກັນ.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.