VOA

ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ

News LO ↓ Odcinki: 50

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ ​ເປັນ​ເວລາ 30 ນາທີ. ພວກ​ເຮົາ​ສະ​ເໜີຂ່າວ ຂໍ້​ມູນ ​ແລະ​ລາຍ​ງານ​ທີ່​ໜ້າ​ສົນ​ໃຈ ກ່ຽວກັບເຫດການທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ​ລາວ ສະຫະລັດ​ອ​າ​ເມ​ຣິ​ກາ ​ເອ​ເຊຍ​ແລະ​ຂົງເຂດ​ອື່ນໆ​ຂອງ​ໂລກ ຕະຫລອດ​ທັງ​ບົດຮຽນ​ພາສາ​ອັງກິດ ​ແລະ​ລາຍການ​ເພງ​ຕາມ​ຄຳ​ຂໍ​ຂອງ​ທ່ານ​ຜູ້​ຟັງ.

Koniecznie odwiedź stronę podcastu i wesprzyj twórcę: lao.voanews.com

Autor

VOA

Kategoria

News

Strona podcastu

lao.voanews.com

Ostatni odcinek

31 mar 2025

Gdzie słuchać?

Podcasty w aplikacji Replaio Radio Już wkrótce

Podcasty trafią do aplikacji już wkrótce. Zainstaluj teraz i jako pierwszy zobacz nowe podejście do podcastów

Pobierz z Google Play Zainstaluj za darmo Android prawie 10 mln pobrań · ocena 4,8 iOS niedługo

Odcinki

ລາຍການກະຈາຍສຽງຂອງວີໂອເອລາວ: ຢູເຄຣນ ເປັນເຈົ້າພາບຕ້ອນຮັບບັນດາຜູ້ນໍາຢູໂຣບ - ກຸມພາ 24, 2025 24.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ຢູເຄຣນ ເປັນເຈົ້າພາບຕ້ອນຮັບບັນດາຜູ້ນໍາຢູໂຣບ , ສະຫະລັດ ຮຽກຮ້ອງໃຫ້ປະເທດຕ່າງໆ ບໍ່ເຫັນດີກັບການດໍາເນີນງານຂອງ ຢູໂຣບ, ຍີ່ປຸ່ນ ແລະ ຟີລິບປິນ ຕົກລົງທີ່ຈະຮັດແໜ້ນສາຍພົວພັນດ້ານການປ້ອງກັນປະເທດຢ່າງເລິກເຊິ່ງ.

ລາຍການກະຈາຍສຽງຂອງວີໂອເອລາວ: ນະໂຍບາຍຄົນເຂົ້າເມືອງຂອງທ່ານ ທຣຳ ຂະຫຍາຍອອກໄປສູ່ການເນລະເທດ ແລະ ການກັກຂັງ. - ກຸມພາ 23, 2025 23.02.2025

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: ນະໂຍບາຍຄົນເຂົ້າເມືອງຂອງທ່ານ ທຣຳ, ຜູ້ນໍາຢູໂຣບຈັດການເຈລະຈາລະດັບວິກິດການ ສ່ວນ ສຫລ ສົ່ງສັນຍານການເລີ້ມຕົ້ນໃໝ່ ກັບພັນທະມິດຂ້າມມະຫາສະມຸດແອັດແລນຕິກ, ແລະ ລັດຖະບານລາວ ວາງແຜນການເພີ້ມອັດຕາການປົກຫຸ້ມປ່າໄມ້ໃຫ້ໄດ້ຮອດ 70 ເປີເຊັນພາຍໃນປີ 2030.

ລາຍການກະຈາຍສຽງຂອງວີໂອເອ ລາວ: ສາຍການບິນພານິດທັງຫຼາຍໄດ້ຖືກເຕືອນ ຂະນະທີ່ກອງທັບເຮືອຈີນ ຊ້ອມລົບຍິງປືນຢູ່ນອກຊາຍຝັ່ງອອສເຕຣເລຍ - ກຸມພາ 21, 2025 21.02.2025

​ຫົວ​ຂໍ້​ຂ່າວ​ທີ​່​ສຳ​ຄັນ​ສຳ​ລັບ​ມື້ນີ້​ມີ​ດັ່ງ​ນີ້: ສາຍການບິນພານິດທັງຫຼາຍໄດ້ຖືກເຕືອນ ຂະນະທີ່ກອງທັບເຮືອຈີນ ຊ້ອມລົບຍິງປືນຢູ່ນອກຊາຍຝັ່ງອອສເຕຣເລຍ, IRS ປົດພະນັກງານອອກ 6,000 ຄົນ ທ່າມກາງການຫຼຸດຈໍານວນພະນັກງານຂອງອົງການລັດຖະບານກາງລົງ, ກະຊວງການຕ່າງປະເທດສະຫະລັດ ປັບປຸງຂໍ້ມູນທາງອອນລາຍກ່ຽວກັບ ຈີນ.

ລາຍການກະຈາຍສຽງຂອງວີໂອເອລາວ: ກຸ່ມຮາມາສ ປ່ອຍ 4 ສົບໂຕປະກັນ ລວມທັງສົບທີ່ມີອາຍຸນ້ອຍທີ່ສຸດ - ກຸມພາ 20, 2025 20.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ກຸ່ມຮາມາສ ປ່ອຍ 4 ສົບໂຕປະກັນ, ເຈົ້າໜ້າທີ່ໃນຂົງເຂດໂອເດຊາຂອງ ຢູເຄຣນ ປະຕິບັດງານເພື່ອຟື້ນຟູພະລັງງານຄືນມາ ລຸນຫຼັງການໂຈມຕີຂອງ ຣັດເຊຍ, ແລະ ເກົາຫຼີເໜືອ ປະນາມ ສະຫະລັດ ກ່ຽວກັບຂໍ້ຕົກລົງເຮືອດໍານໍ້ານິວເຄລຍ AUKUS.

ລາຍການກະຈາຍສຽງຂອງວີໂອເອ ລາວ: ທ່ານ ດໍໂນລ ທຣໍາ ໄດ້ລົງນາມໃນດຳລັດ ໃຫ້ສຶກສາການຂະຫຍາຍ IVF ແລະ ຮຽກຮ້ອງໃຫ້ ລັດຖະບານມີຄວາມໂປ່ງໃສຢ່າງສຸດຂີດ - ກຸມພາ 19, 2025 19.02.2025

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ທ່ານ ດໍໂນລ ທຣໍາ ໄດ້ລົງນາມໃນດຳລັດ ໃຫ້ສຶກສາການຂະຫຍາຍ IVF ແລະ ຮຽກຮ້ອງໃຫ້ ລັດຖະບານມີຄວາມໂປ່ງໃສຢ່າງສຸດຂີດ, ການໂຈມຕີຂອງ ຣັດເຊຍ ໃສ່ຂົງເຂດ ໂອເດຊາ ສົ່ງຜົນເຮັດໃຫ້ມີຜູ້ບາດເຈັບ 4 ຄົນ, ຜູ້ພິພາກສາລັດຖະບານກາງຈະບໍ່ກີດກັ້ນທ່ານ ມັສຄ໌ ໃນທັນທີ.

ລາຍການກະຈາຍສຽງຂອງວີໂອເອລາວ: ເຮືອບິນໂດຍສານ ແດລຕ້າ ພິກປີ້ນຢູ່ທາງແລ່ນ ທີ່ເຕັມໄປດ້ວຍຫິມະ ໃນນະຄອນໂຕຣອນໂຕ ແລະຜູ້ໂດຍສານທັງໝົດ 80 ຄົນລອດຊີວິດ - ກຸມພາ 18, 2025 18.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ເຮືອບິນໂດຍສານ ແດລຕ້າ ພິກປີ້ນຢູ່ນະຄອນໂຕຣອນໂຕ, ຜູ້ນໍາຢູໂຣບ ຫາລືກ່ຽວກັບວິກິດການດ້ານຄວາມໝັ້ນຄົງ, ແລະ ເຈົ້າໜ້າທີ່ ສະຫະລັດ ແລະ ຣັດເຊຍ ຫາລືກ່ຽວກັບສົງຄາມ ຢູເຄຣນ ແລະສາຍພົວພັນທະວີພາຄີ.

ລາຍການກະຈາຍສຽງຂອງວີໂອເອລາວ: ຫົວໜ້າກອງທຶນດ້ານຄວາມໝັ້ນຄົງຂອງ ຣັດເຊຍ ຈະພົບກັບຄະນະຜູ້ແທນ ສະຫະລັດ ໃນ ຊາອຸດີ ອາຣາເບຍ - ກຸມພາ 17, 2025 17.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ຫົວໜ້າກອງທຶນດ້ານຄວາມໝັ້ນຄົງຂອງ ຣັດເຊຍ ຈະພົບກັບຄະນະຜູ້ແທນ ສຫລ, ອັງກິດສະເໜີທະຫານສັນຕິພາບໃຫ້ຢູເຄຣນກ່ອນການເຈລະຈາ, ແລະ ຈີນ ຮຽກຮ້ອງໃຫ້ ສຫລ ‘ແກ້ໄຂຂໍ້ຜິດພາດ’ ລຸນຫຼັງເວັບໄຊທ໌ກະຊວງການຕ່າງປະເທດ ລຶບການອ້າງອີງເອກະລາດຂອງ ໄຕ້ຫວັນ.

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ ທຣຳ ດຳເນີນການທາງການທູດຫຼາຍດ້ານ ເພື່ອສິ້ນສຸດສົງຄາມ ຢູເຄຣນ - ກຸມພາ 16, 2025 16.02.2025

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ທ່ານ ທຣຳ ດຳເນີນການທາງການທູດຫຼາຍດ້ານ ເພື່ອສິ້ນສຸດສົງຄາມ ຢູເຄຣນ, ບັນດາຜູ້ຜະລິດລົດ EV ປັບປ່ຽນຕໍ່ການສິ້ນສຸດໃຫ້ເຄຣດິດພາສີອາກອນຂອງລັດ ທີ່ອາດເປັນໄປໄດ້, ແລະ ລັດຖະບານລາວ ລົ້ມແຫລວໃນການແກ້ໄຂບັນຫາ ຄວາມທຸກຍາກຂອງປະຊາຊົນ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ໄມຄ໌ ວອລສ໌ ໄດ້ຕອບໂຕ້ ຕໍ່ພວກຜູ້ວິພາກວິຈານ ກ່ຽວກັບແຜນການຍຶດຄອງເຂດກາຊາ - ກຸມພາ 15, 2025 15.02.2025
ລາຍການກະຈາຍສຽງຂອງວີໂອເອ ລາວ: ກຸ່ມຮາມາສຈະເປີດຊື່ໂຕປະກັນອິສຣາແອລ 3 ຄົນ ເພື່ອປ່ອຍໂຕໃນທ້າຍອາທິດນີ້. - ກຸມພາ 14, 2025 14.02.2025

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ກຸ່ມຮາມາສຈະເປີດຊື່ໂຕປະກັນອິສຣາແອລ 3 ຄົນ ເພື່ອປ່ອຍໂຕໃນທ້າຍອາທິດນີ້, ການໂຈມຕີຂອງ ຣັດເຊຍ ສົ່ງຄວາມເສຍຫາຍຕໍ່ໂຮງໄຟຟ້ານິວເຄລຍຊໍໂນບີລຂອງ ຢູເຄຣນ, ລະເບີດແຄມທາງເຮັດໃຫ້ຄົນງານບໍ່ຖ່ານຫີນເສຍຊີວິດ 11 ຄົນ ໃນພາກຕາເວັນຕົກສຽງໃຕ້ຂອງປາກິສຖານ.

ລາຍການກະຈາຍສຽງຂອງວີໂອເອລາວ: ລັດຖະມົນຕີດ້ານຄວາມໝັ້ນຄົງຂອງອົງການ NATO ຈັດການປະຊຸມຫາລື ກ່ຽວກັບການໃຊ້ຈ່າຍດ້ານການທະຫານ ແລະການຊ່ວຍເຫຼືອ ຢູເຄຣນ - ກຸມພາ 13, 2025 13.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ທິດັ່ງນີ້: ລມຕ ດ້ານຄວາມໝັ້ນຄົງຂອງອົງການ NATO ຈັດການປະຊຸມຫາລື ກ່ຽວກັບການໃຊ້ຈ່າຍດ້ານການທະຫານ ແລະການຊ່ວຍເຫຼືອ ຢູເຄຣນ, ແກັສລະເບີດຢູ່ສູນອາຫານໃນ ໄຕ້ຫວັນ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ, ແລະ ເກົາຫຼີເໜືອ ທໍາການທັບມ້າງສະຖານທີ່ໃກ້ກັບຊາຍແດນ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ສະຫະລັດ ຖອນອອກຈາກອົງການສິດທິມະນຸດຂອງສະຫະປະຊາຊາດເຮັດໃຫ້ເກີດປະຕິກິລິຍາຢ່າງຫຼວງຫຼາຍ - ກຸມພາ 12, 2025 12.02.2025

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ເຈົ້າໜ້າທີ່ກ່າວວ່າ ທຳນຽບຂາວ ປົດຫົວໜ້າກວດກາຂອງ ອົງການການພັດທະນາສາກົນຂອງສະຫະລັດ ຫຼັງຈາກທີ່ໄດ້ເຕືອນເຖິງການກຳກັບດ້ານການເງິນ ລູກສອນໄຟ, ໂດຣນຂອງ ຣັດເຊຍ ໂຈມຕີເຂົ້ານະຄອນຫຼວງກີຢິບ, ສະຫະລັດຖອນອອກຈາກອົງການສິດທິມະນຸດຂອງສະຫະປະຊາຊາດເຮັດໃຫ້ເກີດປະຕິກິລິຍາຢ່າງຫຼວງຫຼາຍ

ລາຍການກະຈາຍສຽງຂອງວີໂອເອລາວ: ທີ່ປຶກສາຂັ້ນສູງຂອງສະຫະລັດ ກຽມໂອ້ລົມກັບ ທ່ານ ເຊເລັນສກີ ຢູ່ດ້ານນອກກອງປະຊຸມ ໃນນະຄອນ ມິວນິກ - ກຸມພາ 11, 2025 11.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ທີ່ປຶກສາຂັ້ນສູງຂອງສະຫະລັດ ກຽມໂອ້ລົມກັບ ທ່ານ ເຊເລັນສກີ, ນາຍພົນຂອງອິນໂດເນເຊຍ ຈະຂຶ້ນເປັນຫົວໜ້າບໍລິສັດຈັດຫາອາຫານຂອງລັດຖະບານ, ແລະ ເຈົ້າໜ້າທີ່ຕໍາຫຼວດກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນຈາກການວາງລະເບີດສະຫຼະຊີບໃນ ອັຟການິສຖານ.

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ ທຣໍາ ກ່າວວ່າ ທ່ານເວົ້າແທ້ກ່ຽວກັບ ການາດາ ຄວນກາຍມາເປັນລັດທີ 51 ຂອງ ສະຫະລັດ - ກຸມພາ 10, 2025 10.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ທ່ານ ທຣໍາ ກ່າວວ່າ ທ່ານເວົ້າແທ້ກ່ຽວກັບ ການາດາ ກາຍຄວນມາເປັນລັດທີ 51 ຂອງ ສະຫະລັດ, ທ່ານ ເຈດີ ແວນສ໌ ແລະ ອີລອນ ມັສຄ໌ ຕັ້ງຄໍາຖາມກ່ຽວກັບ ສິດອຳນາດຂອງສານ, ແລະ ທ່ານ ສີ ຕອບຮັບຄໍາເຊີນຂອງ ມົສກູ.

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ ດໍໂນລ ທຣໍາ ຍັງບໍ່ມີເສັ້ນທາງທີ່ຈະແຈ້ງ ເພື່ອສັນຕິພາບລະຫວ່າງ ຣັດເຊຍ ແລະ ຢູເຄຣນ - ກຸມພາ 09, 2025 09.02.2025

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: ແຜນການສໍາລັບ ຣັດເຊຍ ແລະ ຢູເຄຣນ ຂອງ ທ່ານ ທຣໍາ, ຄວາມເປັນໄປໄດ້ຂອງໂຣກລະບາດໄຂ້ຫວັດນົກ ເຮັດໃຫ້ນັກວິທະຍາສາດມີຄວາມກັງວົນ, ແລະ ເຂດສາມຫລ່ຽມຄຳລະຫວ່າງ ມຽນມາ-ລາວ-ໄທ ໄດ້ກາຍ ເປັນສູນກາງຂອງແກັ່ງອາຊະຍາກຳທາງອິນເຕີເນັດ ແລະ ການຄ້າມະນຸດຂ້າມຊາດ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ບໍລິສັດຂະໜາດນ້ອຍຂອງຈີນ ໄດ້ສົ່ງຄື້ນຄວາມຕົກໃຈໄປທົ່ວໂລກ ພວກເຂົາໄດ້ສ້າງລະບົບປັນຍາປະດິດລາຄາຖືກ - ກຸມພາ 08, 2025 08.02.2025

ທ່ານຜູ້ຟັງຂ້າພະເຈົ້າ ສອນຮ່ວງ ຜູ້ປະກາດລາຍການກະຈາຍສຽງໃນຄໍ່າຄືນນີ້. ຊຶ່ງທ່ານ ຈະໄດ້ຮັບຟັງລາຍງານກ່ຽວກັບ ທ່ານ ດໍໂນລ ທຣໍາ ໂຈະພາສີໃໝ່ ຕໍ່ການສົ່ງອອກຂອງ ແມັກຊິໂກ, ການາດາ ທ່າມກາງໄພຂົ່ມຂູ່ຂອງສົງຄາມການຄ້າ ແລະລາຍງານເມືອງລາວໃນປັດຈຸບັນ ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງສືບຕໍ່ຫລຸດລົງຢ່າງຕໍ່ເນື່ອງ

ລາຍການກະຈາຍສຽງຂອງວີໂອເອ ລາວ: ອິສຣາແອລ ສັ່ງກອງທັບບົກໃຫ້ວາງແຜນເພື່ອປ່ອຍໃຫ້ຊາວ ປາແລັສໄຕນ໌ ໜີອອກຈາກເຂດກາຊາ. - ກຸມພາ 07, 2025 07.02.2025

ຫົວຂໍ້ຂ່າວທີ່ສຳຄັນສຳລັບມື້ນີ້ມີດັ່ງນີ້: ອິສຣາແອລ ສັ່ງກອງທັບບົກໃຫ້ວາງແຜນເພື່ອປ່ອຍໃຫ້ຊາວ ປາແລັສໄຕນ໌ ໜີອອກຈາກເຂດກາຊາ, ປະທານາທິບໍດີ ຢູເຄຣນ ລະນຶກເຖິງວັນຄົບຮອບ 6 ເດືອນຂອງປະຕິບັດການ ເຄີສຄ໌ ຂອງ ຢູເຄຣນ, ລັດຖະບານທ່ານ ທຣຳ ວາງແຜນຈະຕັດຈຳນວນພະນັກງານຂອງອົງການ USAID ທັງໝົດ.

ລາຍການກະຈາຍສຽງຂອງວີໂອເອລາວ: ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ສັ່ງໃຫ້ກອງທັບບົກ ກະກຽມເພື່ອໃຫ້ຊາວ ປາແລັສໄຕນ໌ ໜີອອກຈາກເຂດ ກາຊາ - ກຸມພາ 06, 2025 06.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສຳຄັນສຳລັບມື້ນີ້ ມີດັ່ງນີ້: ລັດຖະມົນຕີປ້ອງກັນປະເທດ ອິສຣາແອລ ສັ່ງໃຫ້ກອງທັບບົກກະກຽມ ເພື່ອໃຫ້ຊາວປາແລັສໄຕນ໌ອອກຈາກກາຊາ, ຈີນ ແລະ ປາກິສຖານ ສັນຍາຈະຂະຫຍາຍການຮ່ວມມືດ້ານພື້ນຖານໂຄງລ່າງ, ແລະ ຖ້ຽວບິນຂົນສົ່ງຄົນອິນເດຍທີ່ຜິດກົດໝາຍຈາກ ສຫລ ເດີນທາງຮອດລັດ ປັນຈາບ ແລ້ວ.

ລາຍການກະຈາຍສຽງຂອງວີໂອເອລາວ: ສະຫະລັດ ເລີ້ມໃຊ້ມາດຕະການພາສີ ສໍາລັບສິນຄ້ານໍາເຂົ້າຈາກ ຈີນ - ກຸມພາ 04, 2025 04.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ສຫລ ເລີ້ມໃຊ້ມາດຕະການພາສີ ສໍາລັບສິນຄ້ານໍາເຂົ້າຈາກ ຈີນ, ຢູເຄຣນ ກ່າວວ່າ ໂດຣນໂຈມຕີຂອງ ຣັດເຊຍ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາຄານຫຼາຍຫຼັງ, ແລະ ສຫລ ແລະ ຟີລິບປິນ ລາດຕະເວນທາງອາກາດຮ່ວມກັນ ເໜືອຂົງເຂດທະເລຈີນໃຕ້ ເຮັດໃຫ້ ຈີນ ບໍ່ພໍໃຈ.

ລາຍການກະຈາຍສຽງຂອງວີໂອເອລາວ: ທ່ານ ທຣໍາ ກ່າວວ່າ ສະຫະລັດ ອາດຮູ້ສຶກ ‘ເຈັບ’ ໃນສົງຄາມການຄ້າກັບ ເມັກຊິໂກ, ການາດາ ແລະ ຈີນ - ກຸມພາ 03, 2025 03.02.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ທີດັ່ງນີ້: ທ່ານ ທຣໍາ ກ່າວວ່າ ສະຫະລັດ ອາດຮູ້ສຶກ ‘ເຈັບ’ ໃນສົງຄາມການຄ້າ, ລາຄານໍ້າມັນດິບເພີ້ມສູ ຂື້ນ ລຸນຫຼັງການຂຶ້ນພາສີຂອງ ສະຫະລັດ, ແລະ ທ່ານ ມັສກ໌ ກ່າວວ່າ ກໍາລັງປິດອົງການ USAID ທີ່ຢູ່ ‘ເໜືອການແກ້ໄຂ.’

ລາຍການກະຈາຍສຽງຂອງວີໂອເອລາວ: ລັດຖະບານ ທ່ານ ທຣໍາ ຍຸຕິການຊ່ວຍເຫຼືອເພື່ອການພັດທະນາລະຫວ່າງປະເທດ ໄວ້ຊົ່ວຄາວ - ກຸມພາ 02, 2025 02.02.2025

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: ລັດຖະບານ ທ່ານ ທຣໍາ ຍຸຕິການຊ່ວຍເຫຼືອເພື່ອການພັດທະນາລະຫວ່າງປະເທດ ໄວ້ຊົ່ວຄາວ, ລົດບັນທຸກຫຸ້ມເກາະຂົນສົ່ງເຈົ້າໜ້າທີ່ M113 ຂອງ ສະຫະລັດ, ແລະ ບໍລິສັດເທັກໂນໂລຈີຂອງເຄັນຢາ ປ່ຽນຂີ້ເຫຍື້ອຢາງພລາສຕິກເປັນພາບສາມມິຕິ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ນັກທ່ອງທ່ຽວຕ່າງປະເທດ ໃນເມືອງວັງວຽງ ລະວັງໂຕຫຼາຍຂຶ້ນ ຫຼັງຈາກມີເຫດການຄົນເສຍຊີວິດຈາກເຫຼົ້າພິດ. - ກຸມພາ 01, 2025 01.02.2025

ວີໂອເອພາກພາສາລາວ ກະຈາຍສຽງທຸກໆວັນ, ບົດລາຍງານສໍາລັບແລງມື້ນີ້ ມີດັ່ງນີ້: ນັກທ່ອງທ່ຽວຕ່າງປະເທດ ໃນເມືອງວັງວຽງ ລະວັງໂຕຫຼາຍຂຶ້ນ ຫຼັງຈາກມີເຫດການຄົນເສຍຊີວິດຈາກເຫຼົ້າພິດ, ການໂຕ້ແຍ້ງກັນທີ່ຮ້ອນແຮງຂຶ້ນ ໃນນິວຢອກ ຊີຕີ້ ກ່ຽວກັບຂໍ້ຮຽກຮ້ອງ ໃຫ້ຫ້າມໃສ່ໜ້າກາກໃນສາທາລະນະ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ອຸບັດຕິເຫດໃນນະຄອນຫຼວງວໍຊິງຕັນ ໄດ້ທໍາລາຍສະຖິຕິດ້ານຄວາມປອດໄພຂອງການບິນສະຫະລັດ ທີ່ມີມາຍາວນານ. - ມັງກອນ 31, 2025 31.01.2025

ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ມີດັ່ງນີ້: ສືບຕໍ່ພາລະກິດກອບກູ້ ແລະດໍາເນີນການສືບສວນ ເຫດການອຸບັດຕິເຫດຂອງເຮືອບິນ ໃນນະຄອນຫຼວງວໍຊິງຕັນ, ນັກສະເກັດໄວໜຸ່ມ, ກຸ່ມນັກລ່າສັດ ແລະບັນດານັກສຶກສາ ແມ່ນລວມຢູ່ໃນບັນດາຜູ້ເຄາະຮ້າຍຂອງອຸບັດຕິເຫດທາງອາກາດ.

ລາຍການກະຈາຍສຽງຂອງວີໂອເອລາວ: ເຮືອບິນໂດຍສານ ແລະເຮລີຄັອບເຕີ້ຂອງກອງທັບສະຫະລັດຕໍາກັນ ໃກ້ກັບສະໜາມບິນໃນນະຄອນຫຼວງວໍຊິງຕັນ - ມັງກອນ 30, 2025 30.01.2025

ວີ​ໂອ​ເອພາກ​ພາສາ​ລາວ​ ກະຈາຍສຽງ​ທຸກໆ​ວັນ, ເຮືອບິນໂດຍສານ ແລະເຮລີຄັອບເຕີ້ຂອງກອງທັບສະຫະລັດຕໍາກັນ, CEO ຂອງ Microsoft ແລະ Meta ປົກປ້ອງການໃຊ້ຈ່າຍຂະໜາດໃຫຍ່ໃນດ້ານ AI ລຸນຫຼັງ DeepSeek ສ້າງຄວາມຕົກໃຈດ້ານເທັກໂນໂລຈີໄປທົ່ວໂລກ, ແລະ ເທັກໂນໂລຈີດ້ານປັນຍາປະດິດ AI ຊ່ວຍໃຫ້ ແຮັກເກີ້ ຈີນ ແລະ ອີຣ່ານ ມີປະສິດທິພາບຫຼາຍຂຶ້ນ.

ລາຍການກະຈາຍສຽງຂອງວີໂອເອ ລາວ: ຈີນທົດສອບຄວາມໝັ້ນໝາຍຂອງອາເມຣິກາ ຕໍ່ທະເລຈີນໃຕ້ ໂດຍກົດດັນ ຟີລິບປິນ - ມັງກອນ 29, 2025 29.01.2025

ຫົວຂໍ້ຂ່າວສໍາຄັນສໍາລັບແລງມື້ນີ້ ທີດັ່ງນີ້: ຈີນທົດສອບຄວາມໝັ້ນໝາຍຂອງອາເມຣິກາ ຕໍ່ທະເລຈີນໃຕ້ ໂດຍກົດດັນ ຟີລິບປິນ, ຣັດເຊຍ ລາຍງານວ່າ ທໍາລາຍໂດຣນ 104 ລໍາ ໃນຂະນະທີ່ ຢູເຄຣນ ແນເປົ້າໝາຍໃສ່ຊາຍແດນທີ່ຢູ່ຫ່າງໄກ, ແລະ ອົງການຂ່າວຂອງລັດຖະບານລາຍງານວ່າ ທ່ານ ກິມ ຈົງ ອຶນ ຮຽກຮ້ອງໃຫ້ເສີມກອງກຳລັງນິວເຄລຍ.

Słuchaj podcastu ລາຍການກະຈາຍສຽງຂອງວີໂອເອ ລາວ - ສຽງອາເມຣິກາ ວີໂອເອ w Replaio

Radio i podcasty w jednej aplikacji - za darmo, bez zakładania konta. Zainstaluj już dziś i nie przegap premiery

Pobierz z Google Play

Replaio nie jest wydawcą podcastów; nazwy audycji, okładki i audio należą do ich autorów i są rozpowszechniane przez publiczne kanały RSS