SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຫວ່າງນຶ່ງນີ້ 26.07.2021

ໂຄວິດ-19 ໜູນປ່ຽນໄປຢູ່ຕະຫຼອດແລະຂ່າວຄາວຂໍ້ມູນກ່ຽວກັບມັນ ແລະເຫດການຂອງມັນກໍຝິນໄປເລື້ອຍໆ. ທ່ານຮູ້ທັນການກັບເຣື່ອງລາວ ໂຄວິດ-19 ໃນອອສເຕຼເລັຍບໍ່? ໃນນີ້ແມານອັບເດດກ່ຽວກັບ ໂຄວິດ-19 ໃນຄາວຫຼ້າສຸດ !

ອັບເດດ ໂຄວິດ-19 ສຳຮັບ 25 ກໍຣະກະດາ 2021 25.07.2021

ນີ້ແມ່ນບົດອ່ານການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍ. ສຳຮັຍບົດຂຽນທີ່ຣະອຽດກ່ວາໃຫ້ເຂົ້າເບິ່ງຫົວຂໍ້ເຣື່ອງດຽວກັນແລ້ວກົດເບິ່ງແລະ ຄົ້ນຫາສິ່ງທີ່ທ່ານຢາກຮູ້. ມັນສຳຄັນທີ່ຈະຮູ້ທັນການກ່ຽວກັບ ໂຄໂຣນາໄວຣັສ.

ອັບເດດກ່ຽວກັບ ໂຄວິດ-19 : ກໍຣະນີເປັນ ໂຄວິດ ໃນນີວຊາວແວນລ໌ທະວີຂຶ້ນ, ເຊົາທ໌ອອສເຕຼເລັຍເດີນໄປຕາມເສັ້ນທາງເພື່ອຍຸຕິລ໋ອກດາວ 24.07.2021

ໃນນີ້ແມ່ນເພື່ອຟັງອັບເດດກ່ຽວກັບ ໂຄວິດ-19 ສຳຮັບຮວດ 24 ກໍຣະກະດາ 2021. ໃນນັ້ນມີຫຼາຍສິ່ງຫຼາຍຢ່າງທີ່ເປັນໂຫຍດ ແຕ່ດີກ່ວານັ້ນໃຫ້ເຂົ້າອ່ານເບິ່ງໃນຫົວຂໍ້ດຽວກັບ ທີ່ແວບໄຊຕ໌ພາກລາຍການພາສາລາວນີ້ທີ່ທ່ານຈະກົດອ່ານແລະຄົ້ນຫາໄດ້ຕື່ມມາກມາຍ.

ອັບເດ ກ່ຽວກັບ ໂຄວິດ-19​ ນີວຊາວແວນລ໌ປະດາດ "ແຜນການສຸກເສີນແຫ່ງຊາດ" 23.07.2021

ບົດອ່ານອັບເດດກ່ຽວກັບໂຄວິດ-19 ສຳຮັບ 23-7-21.

ອັບເດດ ໂຄວິດ-19 ຮວດ 22 ກໍຣະກະດາ 2021 22.07.2021

ອັບເດດແຕ່ລະຄັ້ງລະຮວດກ່ຽວກັບ ໂຄວິດ-19 ໃຫ້ຂໍມູນ ຄວາມແນະນຳ ແລະຫຼາຍສິ່ງຫຼາຍຢ່າງທີສຳຄັນແທ້ແລະທັນການ. ກະຣຸນາຢ່າພາດມັນ !

ສານ ສປປລວ ລົງໂທດສາຫັດໃສ່ຫົກຄົນທີ່ລ່ວງລ້ຳກົດເກນການຕ້ອງຫ້າມ ໂຄວິດ-19 22.07.2021

ຄົນໃນລາວຫົກຄົນຖຶກສານກົດໜາຍ ສປປລາວ ຕັດສິນຈຳຄຸກ ຍາວນານທັງຖຶກປັບໃໜນຳດ້ວຍໃນຄະດີການເຂົ້າເມືອງລາວແລະ ກ່ຽວກັບ ໂຄວິດ-19. ນີ້ກຳລັງເປັນຂ່າວລືກັນນາໆແບບຢູ່ໃນເວລານີ້.

ສປປລາວ ບໍ່ເອົາຜິດກັບແຮງງານລາວທີ່ກັບຈາກໄທຍ໌ໃນຣະຍະ ໂຄວິດ-19 22.07.2021

ປະເທດໄທຍ໌ມີແຮງງານລາວມາກມາຍແທ້ ແຕ່ຍ້ອນວິກິດ ໂຄວິດ-19 ແລະຊາຍແດນລາວປິດ ພວກດັ່ງກ່າວກັບບ້ານບໍ່ໄດ້ ໂດຍສະເພາະພວກ ທີ່ອອກໄປເຮັດວຽກຢູ່ໄທຍ໌ໂດຍບໍ່ມີອະນຸຍາດ. ແຮງງານບໍ່ມີອຸຍາດນັ້ນ ສຳຮັບ ສປປລາວ ແມ່ນຜິດົກດຽໜາຍ. ບັດນີ້ ສປປລາວ ຍິນດີຮັດເອົາແຮງງານທັງສອງນັ້ນນໂດຍໂດຍຈະບໍ່ຜິດໃດໆ ໃນຣະຍະ ໂຄວິດ-19.

ໄທຍ໌ບໍຣິຈ່ກຣົດຄຼີນິກ ໂຄວິດ-19 ເຄື່ອນທີ່ແກ່ແຂວງຄຳມ່ວນ 22.07.2021

ປະເທດໄທຍ໌ກຳລັງປະສົບກັບບັນຫາ ໂຄວິດ-19 ລົ້ນມືຢູ່ແຕ່ໄດ້ ບໍຣິຈາກຄີຼນິກກວດ ໂຄວິດ-19 ເຄື່ອນທີ່ໃຫ້ແກ່ແຂງຄຳມ່ວນ ສປປລາວ ຄັນນຶ່ງ ມູນຄ່າປະມານຫ້າແສຮບາດ. ແຂວງຄຳມ່ວນຢູ່ຕົງກັນກັບຈັງວັດນະຄອນພະນົມ.

ໂດຍບັງເອີນຕຳຣວດ ສປປລາວ ຈັບໄດ້ຢາບ້າມາກມາຍ 22.07.2021

ສປປລາວ ເປັນປະເທດນຶ່ງທີ່ມີບັນຫາມາກມາຍກັບຢາເສບຕິດ ດັ່ງ ຢາບ້າ. ໃນຫວ່າງນຶ່ງນີ້ ທີ່ເມືອງໄຊທານີຂອງນະຄອນວຽງຈັນ ຕຳຣວດລາວ ໂດຍບັງເອີນ ຈັບໄດ້ຣົດຍົກຄັນນ່ຶ່ງກັບຄົນໃນຣົດພ້ອມດ້ວຍຢາບ້າານັບເປັນຫຼາຍໆລ້ານເໜັດ. ໃນເວລານີ້ຍັງມີການສຶກສ່ວນກ່ຽວຢາບ້ານັ້ນຢູ່ຕໍ່ໆໄປຢູ່.

ສປປລາວ ຈະໄດ້ຢາວັກຊີນ ໂຄວິດ-19 ຈາກການບໍຣິຈາກຫຼາຍຕື່ມມາກມາຍ 22.07.2021

ຊົ່ວຣະນະນຶ່ງແລ້ວ ສປປລາວ ໄດຮັບການບໍຣິຈາກຢາວັກຊີນ ໂຄວິດ-19 ຫຼາຍແທ້ໆແລະຍັງຈະໄດ້ອີກມາກມາຍຈາກ ສປຈີນ,ສະຫະຣັດອະເມຣິກາ ແລະຍີ່ປຸ່ນ. ນີ້ເປັນເຊັ່ນນັ້ນກະທັ້ງ ສປປລາວ ມີພົນລະເມືອງປະມານ ຄ7ລ້ານ ປາຍຄົນ ເົ່ທານັ້ນກໍຕາມ.

ອອສເຕຼເລັຍສົ່ງການຊ່ວຍເຫຼືອໄປຍັງ ຟີຊີ ເພື່ອແກ້ໄຂບັນຫາ ໂຄວິດ-19 22.07.2021

ປະເທດ ຟີຊີ ທີ່ເປັນປະເທດບ້ານໃກ້ເຮືອນຄຽງກັນກັບອອສເຕຼເລັຍ ມີບັນຫາໜັກກັບການບຸກຣຸກໂດຍ ໂຖຄວິດ-19. ຄົນໃນ ຟີຊີ ທີ່ເປັນພະຍາດດັ່ງກ່າວທະວີຂຶ້ນໃນແຕ່ຣະມື້ຣະວັນຈົນ ວ່າຄົງບໍ່ຮັບມືກັບສະຖານະການໄດ້ອີກແລ້ວ. ອອສເຕຼເລັຍສົ່ງກາຍຊ່ວຍເຫຼືອ, ຍຸກຢາແລະຄະນະແພດໄປຊ່ວຍ ປະເທດ ຟີຊີ ແລ້ວ.

ການຊ່ວຍເຫຼືການເງິນກ່ຽວກັບ ໂຄວິດ-19 ຖຶກຕໍ່ອອກ 22.07.2021

ໂຄວິດ-19 ອາຣະວາດອອສເຕຼເລັຍທັງຊາດ ສ້າງຄວາມທຸກຍາກ ລ້ຳບາກຍາກແຄນໃສ່ຄົນທັງຫຼາຍແລະເສຖກິດ ບໍ່ວ່ານ້ອຍຫຼືໃຫຍ່ ກໍໄດ້ຮັບຄວາມເສັຍຫາຍຫຼືວາຍວອດຍ້ອນມັນ. ແຕ່ໃນອອສເຕຼເລັຍຣັຖບານຕ່າງໆກໍບໍ່ໄດ້ຫຼົດຣະໃນການສົງເຄາະ ບຸກຄົນສ່ວນໂຕຫຼືບໍຣະສັດຕ່າງໆທັງຫຼາຍ. ບັດນີ້ຣັຖບານນັ້ນຕໍ່ຍາວອອກການຊ່ວຍເຫຼືອການເງິນສຳຮັບ ຄົນທົ່ວໄປແລະທຸຣະກິດຂັ້ນນ້ອຍແລະກາງ.

ຂ່າວສຳຮັບຣະຍະ 19-7-21 22.07.2021

ຂ່າວຄາວທີ່ເຫັນວ່າເປັນທີ່ຄວນຮູ້ສຳຮັບຣະຍະ 19-7-21ມີຫຍັງແດ່?

ອົງການສາທາຣະນະສຸກໂລກເຕືອນວ່າ ແດນຕາ ຕິດແປດກັນໄດ້ໄວທີ່ສຸດ 22.07.2021

ໃນໂລກນີ້ມີນາໆສາຍພັນ ໂຄວິດ-19. ແນວໃດດຸຮ້າຍທີ່ສຸດ? ສະຫະພາບຢູໂຣບເວົ້າວ່າບໍ່ມີຊ່ອງຫວ່າງແນວໃດທີ່ມີຄວາມໜັນໃຈໄດ້ ກ່ຽວກັບພະຍາດດັ່ງກ່າວ ແຕ່ຄົນເດີນທາງທົ່ວທະວິບຢູໂຣບຍັງເດີນທາງ ໄປມາກັນຢູ່ ອັນເປັນເຫດໃຫ້ ໂຄວິດ-19 ແຜ່ຣະບາດໄດ້ຢູ່. ອົງການສາທາຣະນະສຸກໂລກບອກເຕືອນກ່ຽວກັບວ່າຄົນທີ່ບໍ່ຖຶກສັກຢາ ວັກຊີນ ໂຄວິດ-19 ໃຫ້ເທື່ອເປັນຈຸທີ່ມີຄວາມສ່ຽງມາກມາຍທີ່ຈະເຈັບ ປ່ວຍຢ່າງຮ້າຍແຮງ. ຄຳບອກເຕືອນນີ້ສ້າງຄວາມບໍ່ສອດຄ່ອງກັນຂຶ້ນຣະຫວ່າງຣັຖບານຕ່...

ຂ່າວສຳຮັບຣະຍະ 17-7-21 21.07.2021

ຂ່າວຄາວສຳຮັບຣະຍະ 17-7-21 ມີຫຍັງແດ່ເປັນທີ່ສົນໃຈ?

ຊຸມຊົນລາວ ນີວຊາວແວນລ໌ຢູ່ກັນແນວໃດກັນ ລ໋ອກດາວ? 21.07.2021

ຂົງແຄ້ວນ ຊິດນີ ຣັດ ນີວຊາວແວນລ໌ ໃນອອສເຕຼເລັຍຖຶກ ລ໋ອກດາວໄວ້ມາຊົ່ວຣະຍະ ນຶ່ງແລ້ວ ແລະແທນທີນັ້ນຈະຖຶກຍຸຕິົລງພາຍຫຼັງວັນເວລາທີ່ບົ່ງໄວ້ ສຳຜັດຕໍ່ມັນດົນນານ ອອກຕື່ມ ຍ້ອນ ໂຄວິດ-19 ສາຍັພນໃໜ່ ແດນຕາ ຍັງບຸກແຫຼກຢູ່ຢ່າງບໍ່ຫຼົດຣະແລະບໍ່ ໄວ້ໜ້າໃຜ. ຂົງແຄ້ວນຊິດນີມີຄົນລາວດຳລົງຊີວິດຢູ່ຢ່າງມາກມາຍມາແຕ່ວັນທີ 19-3-76. ໃນອອສເຕຼເລັຍຄົງບໍ່ມີໃຜບໍ່ຖຶກແຕະຕ້ອງຍ້ອນ ໂຄວິດ-19 ແລະກົດເກນການ ຕ້ອງຫ້າມຕາງໆ ດັ່ງລ໋ອກດາວຂອງປັດຈຸບັນນີ້ທີ່ຖຶກບັນຍັ...

ອັບເດດກ່ຽວກັບ ໂຄວິດ-19 ຮວດ 21-7-21 21.07.2021

ໃນອອສເຕຼເລັຍ ໂຄວິດ-19 ຍັງດີ້ດ້ານພະຍາມບຸກຣຸກຄົນທັງຫຼາຍຕລອດມາຢູ່. ທຸກຣັດວອນວົນຕາມໆກັນຍ້ອນ ໂຄວິດ-19 ສາຍພັນໃໜ່ ແດນຕາ. ຂໍເຊີນທ່ານຮັບຟັງອັບເດດ ໂຄວິດ-19 ຮວດວັນທີ 21-7-21 ໃນຕໍ່ໄປນີ້.

ລ໋ອກດາວ ຫວ່າງນຶ່ງກ່ອນນີ້ 21.07.2021

ລ໋ອກດາວວິກຕໍເຣັຍແລະນີວຊາວແວນລ໌ເປັນກິການທີ່ມີຊີວິດຊີວາແລະ ພະຍາຍາມສະກັດກັ້ນແລະປາບປາມ ໂຄວິດ-19 ໃຫ້ທັນການແລະໃຫ້ໄດ້. ແຕ່ທາ່ນຊາບແລ້ວອັນໃດແດ່?

ອັບເດດກ່ຽວກັບ ໂຄວິດ-19 ໃນ ວິກຕໍເລັຍແລະອອສເຕຼເລັຍ 16.07.2021

ທ່ານຊາບທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍຫຼືບໍ່?ຄັນຊາບ ແມ່ນູູ້ເຖິງປານໃດ? ຂໍ້ມູນແລະກົດເກນກ່ຽວກັບພະຍາດດັ່ງກ່າວແລະຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍມີມາກມານທັງມັນກໍປ່ຽນແປງໄປນຳຢູ່ເລື້ອຍໆດ້ວຍ.

ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 16.07.2021

ຂໍ້ມູນກ່ຽວກັບ ໂຄວິດ-19 ຜັນປ່ຽນໄປຢູ່ຕລອດແທບເຖິງຂັ້ນຕິດຕາມ ມອງເບິ່ງອາດຈະບໍ່ທັນຍ້ອນ. ກ່ຽວກັບຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍແລະການທີ່ຄົນຖຶກສັກ ຢ່າດັ່ງກ່າວໃຫ້ມີຫຍັງແດ່ ເປັນແນວໃດ ແລະຖຶກບັນແບບໃດກັນ?

ຣັດວິກຕໍເຣັຍ ລ໋ອກດາວ ໃໜ່ 16.07.2021

ຍ້ອນ ໂຄວິດ-19 ສາຍພັນ ແດນຕາ ທີ່ລາມມາຮອດຣັດວິກຕໍເລັຍ ຈາກຂົງແຄ້ວນຊິດນີຣັດນີວຊາວແວນລ໌ ບັດນີ້ ທັງໜົດຂອງຣັດວິກ ຕໍເລັຍຖຶກ ລ໋ອກດາວ ໄວ້ແລ້ວ ຈົນຮອດວັນທີ 20 ກໍຣະກະດາ 2021.

ຄົນລາວໃນຣັດນີວຊາວແວນລ໌ເປັນແນວໃດກັບ ໂຄວິດ-19? 15.07.2021

ຣັດນີວຊາວແວນລ໌ຂອງອອສເຕຼເລັຍມີຄົນລາວດຳລົງຊີວິດມາກມາຍ ກ່ວາຣັດອື່ນໃດ ໂດຍສະເພາະແມ່ນຢູ່ໃນຂົງແຄ້ວນຂອງຊິດນີ. ໃນເວລານີ້ຊິດນີກຳລັງຖຶກບຸກໜຸກໂດຍ ໂຄວິດ-19 ສາຍພັນໃໜ່ ແດນຕາ. ນອກນັ້ນບ່ອນທີ່ຊິດນີມີຄົນລາວຫຼາຍ ຄື ເຂດການປົກຂອງຂອງເມືອງ ແຟຟຽນ ທີ່ເປັນເຂດທີ່ທາງການນີວຊາວແວນລ໌ປະກາດວ່າເປັນເຂດ ຮ້ອນວົນອັນຕະຣາຍຫຼາຍຍ້ອນມີ ແດນຕາ ແຜ່ຣະບາດຢ່າງວອງໄວຫຼາຍ. ໃນສະພາບແບບັ້ນ ການສພຳາດທ່ານ ເດດ ສີແສງຣັດ ປະທານ ປະຊສຳພັນຂອງ ສສຊລາວ ບອກໃຫ້ຮູ້ວ່າ...

ການຄ້າ ໄທຍ໌-ລາວ-ຈີນ ຟື້ນໂຕດີຂຶ້ນ 15.07.2021

ທຸຣະກິດການຄ້າຣະຫວ່າງສາມປະເທດບ້ານໃກ້ເຮືອນຄຽງກັນ ໄທຍ໌-ສປປລວ-ຈີນ ມີຄວາມເຄືອງຜຶດຕໍ່ແຕມີໂຄວິດອອກ ມາຈາກ ວູຮານ ໃນ ສປຈີນ. ນັ້ນແມ່ນຍ້ອນກົດເກນການຕ້ອງກ່ຽວກັບການໄປມາຫາສູ່ກັນ ຣະຫວ່າງສາມປະເທດນັ້ນ. ໃນຫວ່າງບໍ່ນານແລ້ວນີ້ກົດເກອກ່ຽວກັບ ໂຄວິດ-19 ທື່ຖຶກບັນ ຍັດໃສ່ຂົງເຂດດັ່ງກ່າວຖຶກມາຍອອກແດ່ ອັນເປັນເຫດຜົນອັນນຶ່ງ ທີ່ການນັ້ນດີແດ່ແລ້ວ.

ຈີນຈະສ້າງທາງດ່ວນ ຫ້ວຍຊາບບໍເຕັນ 15.07.2021

ຈີນຈະສ້າງທາງດ່ວນຕໍ່ເມືອງບໍ່ແກ້ວຫວຍຊາຍໃສເມືອງໂບເຕັນ ໃນແຂວຫຼວງນ້ຳທາ. ນີ້ຈະເປັນຄູ່ກັນໄປກັບເສັ້ນທາງເກົ່າທີ່ຕໍ່ບໍ່ແກ້ວຫ້ວຍໃສ່ຫຼວງນ້ຳທາ ທີ່ຝຣັງສ້າງໄວ້ໃນອະດິດແລ້ວຖຶກປັບປຸງຂຶ້ນໃໜ່ໃນສະໃໜ 80.

ເຂື່ອນ້ຳເທີນ 1 ເກືອບຈະສ້າງສຳເຮັດແລ້ວ 15.07.2021

ໂຄງການເຂື່ອນໄຟຟ້ານ້ຳຕົກແຮງສູງນ້ຳເທີນນຶ່ງເກືອບຈະຖຶກ ກໍສ້າງສຳເຣັດແລ້ວ ຄືຍັງພຽງແຕ່ປະມານ 10% ກໍຈະແລ້ວໆ. ກະແສໄຟສ່ວນໃຫຍ່ຈາກເຂື່ອນັ້ນຈະຖຶກສົ່ງໄປໄທຍ໌.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.