SBS

SBS Lao - SBS ພາ​ສາ​ລາວ

News LO ↓ 762 epizód

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au

Szerző

SBS

Kategória

News

A podcast weboldala

www.sbs.com.au

Legutóbbi epizód

2026. okt. 1.

Hol hallgathatod?

Podcastok az alkalmazásban Replaio Radio Hamarosan

A podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz

Letöltés a Google Play-ről Telepítsd ingyen Android közel 10 M letöltés · 4,8-as értékelés iOS hamarosan

Epizódok

ຍີ່ປຸ່ນບໍຣິຈາກຢາວັກຊີນ ໂຄວິດ-9 ແກ່ ສປປລາວ 12.08.2021

ສປປລາວ ໄດ້ຮັບຢາວັກຊີນ ໂຄວິດ-19 ຈາກຫຼາຍນາໆຊາດແລະ ໂຄແວກສ໌ຕລອດເງິນຄຳດ້ວຍ ດັ່ງຫຼາຍກ່ວາ 15 ລ້ານດອນຈາກ ອອສເຕຼເລັຍພ້ອມກັບຢ່າ ອສຕຼຊີນີກາດ້ວຍ. ທັງງສອງນີ້ນັ້ນກໍຖຶກບໍຣິຈາກໃຫ້ໂດຍປະເທດຍີ່ປຸ່ນນຳ.

ສປປລາວ ສັກຢາ ຟາຍເຊີ ເຂັມສອງ 12.08.2021

ສປປລາວ ພະຍາຍາມສັກຢາວັກຊີນ ໂຄວິດໃຫ້ກແກ່ພົລເມຶງລາວຢູ່ສເມີມາ ແຕ່ການກະທຳນັ້ນແມ່ນອາໄສການບໍຣິຈາກຕ່າງໆຈາກຕ່າງຜ່ານເທດແລະ ໂຄແວກສ໌. ໃນຫວ່າງນຶ່ງນີ້ ວຽງຈັນສັກຢາວັກຊີນຍີ່ຫໍ້ຟາຍເຊີເຂັມສອງແລ້ວ.

ຄົນໄທຍ໌ທີ່ຖຶກລາວຈັບບໍ່ຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ 12.08.2021

ກ່ອນນີ້ມີຂ່າວຊ່າກັນວ່າຄົນໄທຍ໌ຈຸນຶ່ງຫຼົງປ່າລ່ວງເຂົ້າໄປໃນເຂດແດນ ສປປລາວ ແລ້ວຖຶກຈັບກັກໂຕໄວ້. ນີ້ມີຈິງແຕ່ບໍ່ມີການສັກຢຸກສັກຢາໃດໆໃຫ້ທັງສິ້ນແລະຍັງຖຶກກັກໂຕໄວ້ຢູ່.

ດ້ວຍເຫດໃດແລະຈະເຮັດແນວໃດເພື່ອເຂົ້າຮ່ວມການສຳຫຼວດສັມໂນຄົວອອສເຼຕເລັຍ 2021? 12.08.2021

ການສຳຫຼວດສຳມະໂນຄົວອອສເຕຼເລັຍກະຊິດໃກ້ເຂົ້າມາຢູ່ເລື້ອຍໆ ທີ່ໃນຄືນວັນທີ່ໃນວັນທີ່ 10 ສິງຫາ 2021 ເຮົາຕ້ອງປະກອບໃບ ການສຳຫຼວດນັ້ນ. ດ້ວຍເກດໃດ? ແລະເຮົາຈະປະກອບມັນແບບໃດກັນ?

ຄວາມສ່ຽວກັບກິຈການຊື່ດຽວນີ້ຈ່າຍນຳຫຼັງ 11.08.2021

ກິຈການ "ຊື້ດຽວນີ້ ຈ່ານຈຳຫຼັງ" ຍິ່ງໆຂຶ້ນກັບກາຍເປັນສິ່ງທີ່ຖຶກນະຍົມຊົມຊອບ ສຳຮັບຄົນທີ່ເຄື່ອງຊື້ຂອງຕ່າງໆ ທີ່ຕົກເປັນມູນຄ່າທັງໜົດທີ່ທະວີສູງຂຶ້ນເກີນກ່ວາ ຸ5,600 ລ້ານດອນລາໃນປີ 2018-19. ແຕ່ມີຄວາມເປັນຫ່ວງເປັນຍັຍວ່າກິຈການດັ່ງກ່ວາເຮັດໃຫ້ຜູ້ທີ່ໃຊ້ສອຍມັນຊື້ສິ່ງ ຂອງຕ່າງໆກັບກາຍເປັນຄົນເປັນຄວບຄຸມໜີ້ສິນຂອງພວກຂະເຈົ້າບໍ່ໄດ້ແ້ວລຕົກ ໄປຢູ່ໃນຄວາມຍາກຊາໃນດ້ານການເງິນ.

ຊອກວຽກທີ່ເໜາະສົມກັບຄວາມສ່ຽວຊານແລະສາມາດຂອງທ່ານ 11.08.2021

ໜັງສືລາຍງານອັນນຶ່ງບອກໃຫ້ຮູ້ວ່ານຶ່ງຄົນຈາກສີ່ຄົນທີ່ເປັນຄົນມາຢູ່ອອສເຕຼເລັຍ ເຮັດວຽກໃນໜ້າທີ່ການທີ່ຕ່ຳຕ້ອຍກ່ວາຄວາມສຳນິສຳນານແລະສາມາດຂອງພວກ ຂະເຈົ້າ. ນີ້ເຮັດໃຫ້ເສຖກິດອອສເຕຼເສັຍຫາຍຫຼາຍຮ້ອຍລ້ານດອນລາຕໍ່ປີໃນຖານຄ່າແຮງງານ ປະຈຳປີ. ເຮັດແນວໃດຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍຈະຊອກວຽກການງານອັນເໜາະສົມ ສຳຮັບຄວາມສາມາດແລະປະກາດສະນະຍະບັດພວກຂະເຈົ້າໄດ້?

ຂ່າວສຳຮັບຣະຍະ 07-8-21 11.08.2021

ສຳຮັບຣະຍະ 07-8-21 ມີຂ່າວຄາວຫຍັງແດ່ທີ່ຄວນຊາບ?

ອັບເດດ ໂຄວິດ-19 : ທຳເວີກທ໌ ນວີຊາວທ໌ແວນລ໌ ລ໋ອກດາວ ເມື່ອການຕ້ອງຫ້າມໃນຊົນນະບົດວິກຕໍເຣັຍຜ່ອນຜັນລົງ 09.08.2021

ການປົກຄອງຕ່າງໆແລະຂ່າວສານທີ່ໄວ້ວາງໃຈນຳໄດ້ພະຍາຍາມ ປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຢູ່ສເມີມາ ແຕ່ສ່ວນໃຫຍ່ ແມ່ນເປັນພາສາອັງກິດ. ຕໍ່ໄປນີ້ແມ່ນກ່ຽວກັບອັບເດດກ່ຽວກັບໂຄວິດຂັ້ນຫຼ້າສຸດຂອງ ຫວ່າງນຶ່ງນີ້ເປັນພາສາລາວ.

ອັບເດດ ໂຄວິດ-19​ : ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນໂຄວິດຍ້ອນຈຳນວນເປັນໂຄວິດທະວີຂຶ້ນ. 07.08.2021

ຄິດວ່າສະຖານະການ ໂຄວິດ-19 ໃນອອສເຕຼເລັຍຈະໄຄຂຶ້ນ ມາກມານ ແຕ່ແລ້ວມັນບໍ່ເປັນດັ່ງນັ້ນເພາະມັນຍັງອາຣະວາດ ແລະສັງຫານຫຼາຍຜູ້ຫຼາຍຄົນໄດ້ຢູ່ຕໍ່ໄປ. ໃນນີ້ແມ່ນການປັບໃຫ້ທັນການກ່ຽວກັບ ໂຄວິດ-19 ຂອງຮວດ 07-8-21.

ວິກຕໍເຣັຍລ໋ອກດາວເປັນຄັ້ງທີເຈັດ 7 ມື້. 06.08.2021

ຍ້ອນສະຖານະການທີ່ໃນວິກຕໍເຣັຍມີຄົນເປັນ ແດນຕາ ໃໜ່ ທີ່ເປັນ ກໍຣະນີທ່ີ່ຢ້ານກົວນຳ ບັດນີ້ ວິກຕໍເຣັຍຖຶກລ໋ອກດາວໄວ້ແລ້ວເຈັດມື້ ໂດຍມີຂໍ້ຕ້ອງຫ້າມອັນເຄັ່ງຄັດແທ້ໆຫຼາຍຢ່າງ.

ອັບເດດ ໂຄວິ-19 : ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນທັງຫຼາຍໄປໃຫ້ສັກຢາວັກຊີນໂຄວິດຍ້ອນຈຳນວນເປັນໂຄວິດທະວີຂຶ້ນ. 06.08.2021

ໂຄວິດ-19 ແດນຕາ ຍັງແຜງລິດເດດຢູ່ຕໍ່ໄປ ໂດຍສະເພາະໃນນີວຊາວທ໌ແວນລ໌ ຄວີນສ໌ແລນດ໌ ແລະວິກຕໍເຣັຍ ຈົນວ່າມີລໍ່ອກດາວກັນຢູ່. ໂຄວິດ-19 ມັນບໍ່ທໍ້ຖອຍເທື່ອແລະທາງການຮຽກຮ້ອງໃຫ້ສາທາຣະນະຊົນທັງ ຫຼາຍຈົ່ງພາກັນໄປໃຫ້ຊີດຢາວັກຊີນ ໂຄວິດ-19.

ຂ່າວສຳຮັບຣະຍະ 02-8-21 05.08.2021

ໃນນີ້ມີຂ່າວຄາວມາກມາຍທີ່ທ່ານຄວນຟັງສຳຮັບຣະຍະ 08-6-21.

ຂ່າວສຳຮັບຣະຍະ 31-7-21 05.08.2021

ໃນຣະຍະ 31-7-21 ມີຂ່າວຄາວທີ່ທ່ານຄວນຊາບ. ເຊີນກົດຟັງ.

ສປຈີນ ປ່ຽນເວລາການປ່ອຍນ້ຳຂອງຈາກເຂື່ອນໄຟຟ້າ ສິງຫົງ. 05.08.2021

ໃນຫວ່າງກ່ອນນີ້ ສປຈີນ ແຈ້ງບອກປະເທດໄທຍ໌ວ່າຈະປ່ອຍນ້ຳຂອງອອກຈາກ ເຂື່ອນໄຟຟ້ານ້ຳຕົກແຮງສູງ ສິງຫົງ ແຕ່ບັດນີ້ສຳຜັດບອກວ່າການປ່ອຍນ້ຳນັ້ນ ຖຶກເລື່ອນໄປມື້ໃໜ່ເວລາໃໜ່ຍ້ອຍເຫດຜົນໃນດ້ານເຕັກຕິກ ແຕ່ບໍ່ບອກວ່າແມ່ນ ຍ້ອນຫຍັງແທ້ໃຫ້ຮູ້ນຳ.

ມຸກດາຫານ ບໍຣິຈາກອຸປກອນການແພດແກ່ ສວັນນະເຂດ. 05.08.2021

ຈັ່ງວັດມຸກດາຫານແລະແຂງສວັນນະເຂດ ແຕ່ໃດໆມາ ເປັນແດນແດນ ບ້ານພີ່ເມືອງນ້ອງກັນທັງກໍມີວັທນະທັມປະເພນີເກືອບຈະຄ້າຍກັນທຸກຢ່າງ. ໃນບໍ່ນານແລ້ວມີມຸດກາຫານໄດ້ມອບອຸປກອນການແພດບໍ່ຕ່ຳກ່ວາ 30 ຢ່າງ ແກ່ສວັນນະເຂດເພື່ອນຳໄປໃຊ້ໃນການປິ່ນປົວແລະຕ້ານທານ ໂຄວິດບ19.

ສອງແຂວງພາກໃຕ້ລາວສ້າງຄຼີນິກແລະສູນກັກໂຄວິດເພີ້ມ. 05.08.2021

ໃນ ສປປລາວ ມີຄົນເປັນ ແດນຕາ ຫຼາຍຂຶ້ນຍ້ອນຄົນລາວທີ່ກັບບ້ານມາ ຈາກປະເທດບ້ານໃກ້ເຮືອນຄຽງ. ນີ້ເປັນພັຍສຳຮັບຄົນໃນລາວ. ບັດນີ້ແຂວງສວັນນະເຂດແລະຈຳປາສັກສ້າງເພີ້ມຄີນິກແລະສູນກັກຄົນທີ່ ກັບສູ່ ສປປລາວ ນັ້ນເພ່ື່ອສະກັດກັ້ນພັຍນັ້ນແລ້ວ..

ບົດອ່ານອັບເດດ ໂຄວິດ-19 ສຳຮັບ 05-8-21. 05.08.2021

ວິກິດ ໂຄວິດ-19 ແດນຕາ ຍັງຮ້ອນວົນທົ່ວອອສເຕຼເລັຍຢູ່ຕໍ່ໄປ. ນີ້ແມ່ນບົດອ່ານອັບເດດສຳຮັບມື້ວັນທີ 05ຫຼ8-21. ສຳຮັບລາຍຣະອຽດຫາອ່ານໄດ່ໃນຫົວຂໍ້ເຮື່ອງ ອັບເດດ ໂຄວິດ-19: ນີວຊາວທ໌ແວນລ໌ປະກາດລ໋ອກດາວໃສ່ ຮັນເຕີ ວານເລ.

ຄົນທັມດາຟ້ອງຮ້ອງເອົາສັນຊາດອອສເຕຼເລັຍຄືນສຳເຮັດແລະໄດ້ຄ່າຊົດເຊີຍພ້ອມ. 05.08.2021

ຊາຍຄົນນຶ່ງໃຊ້ເວລາເຖິງຫ້າປີຟ້ອງຮ້ອງກະຊວງພາຍໃນອອສເຕຼເລັຍ ຂຶ້ນສານກົດໜາຍເພື່ອເອົາສັນຊາດອອສເຕຼເລັຍຂອງຕົນຄືນສຳເຣັດ. ນອກນັ້ນຜູ້ກ່ຽວກໍໍໄດ້ຄ່າຊົດເຊືອຍມາມາຍດ້ວຍແຕ່ກະຊວງດັ່ງບໍ່ຍອມ ກ່າວວ່າ "ຊໍຣີ".

ບາງເຂດຂອງຣັດຄີວນສ໌ແລນດ໌ກ້າວເຂົ້າສູລ໋ອກດາວ 3 ມື້. 05.08.2021

ພາກໃຕ້ສ່ຽງຕາເວັນອອກຂອງຣັດຄີວນສ໌ແລນດ໌ ລ໋ອກດາວຢ່າງກະທັນຫັນ ສາມສື້ແລ້ວຍ້ອນ ໂຄວິດ-19 ສາຍພັນ ແດນຕາ ອາຣະວາດ. ລ໋ອກດາວນັ້ນກວມເອົາເຈັດຂົງເຂດເທດສະບານ ຍ້ອນມີການກວດ ເຫັນຄົນເປັນ ແດຕາ ໃນທ້ອງຖິ່ນເອງຫົກຄົນ.

ທາງການໄທຍ໌ເຕືອນໃຫ້ຣະວັງນ້ຳຈາກເຂື່ອນສິງຫົງຈີນຈະຖ້ວມ. 05.08.2021

ໃນແມ່ນ້ຳຂອງໃນເຂດນ້ຳແດນດິນ ສປຈີນ ມີເຂື່ອຕ່າງໆມາກມາຍ. ຈາກເຂື່ອນດັ່ງກ່ວານັ້ນມີການປ່ອຍນ້ຳອອກ ຖິ້ມ ແຕ່ນີ້ສ້າງບັນຫາ ແກ່ປະເທດຕ່າງໆໃນແມ່ນ້ຳຂອງພາກລຸ່ມ. ໃນຫວ່າງນຶ່ງນີ້ທາງການໄທຍ໌ແຈ່ງບອກແປດຈັງວັດແມ່ນ້ຳຂອງໃຫ້ ຣະວັງນ້ຳຈະຖ້ວມຈາກເຂຶ່ອນສິງຫົງຈີນຈະປ່ອຍນ້ຳຖິ້ມ.

ມຸກດາຫານໃຫ້ທີ່ພັກເຊົາຊົ່ວຄາວແກ່ແຮງານລາວທີ່ຄາຢູ່ຊາຍແດນ 05.08.2021

ຍ້ອນວິດ ໂຄວິ-19 ຮ້າຍແຮງແຮງງານລາວໃນໄທຍ໌ກັບປະເທດ ສປປລາວ ມາກມາຍ. ບາງຈຸຄາຢູ່ໃນຊາຍແດນແຂວງສວັນນະເຂດ-ຈັ່ງວັດມຸກດາຫານຍອນໄປຮອດຊາຍແດນ ນັ້ນນອກເວລາຣາຊການ. ນີ້ພາໃຫ້ມຸກດາຫານສ້າງທີ່ພັກເຊົາຊົ່ວຄາວຊົດຊ່ວຍໃຫ້ພວກຂະເຈົ້າມີທີ່ພັກເຊົາເພື່ອຈະກັບ ບ້ານໃນມື້ຕໍ່ໄປ.

ສປຈີນ-ສປປລາວ ຮ່ວມມືກັນຫຼຸດຜ່ອນການປັ່ນຄວັນ ແກສ໌ຊີໂອທູ ແທ້ບໍ່? 05.08.2021

zໂລກມະນຸດພະຍາມຫຼຸດຜ່ອນກັນປັ່ນຄວັນ ຊີໂອທູ ລົງມາກມາຍເພື່ອ ປົວແປງອາການຮ້ອນຂຶ້ນເມື່ອໜ້າຢູ່. ສປຈີນ-ສປປລາວ ີມໂຄງການອັນນຶ່ງບໍຣິຈາກຣົດໄຟຟ້າແກ່ທາງການ ລາວເພື່ອນຳໃຊເພື່ອເປັນການຫຼຸດຜ່ານແກສນັ້ນ.

ຄະນະຣັຖບານອອສເຕຼເລັຍຕົກລົງກັນເອົາເປົ້າການສັກຢາວັກຊີນ ໂຄວິດ-19 ແຫ່ງຊາດແລ້ວ. 05.08.2021

ຄະນະຣັຖບານອອສເຕຼເລັຍຕົງລົງກັນໃນດ້ານແນວຄິດຮັບເອົາເປົ້າຂອງການ ສັກຢາວັກຊີນ ໂຄວິດ-19 ສຳຮັບປະເທດຊາດບ້ານເມືອງອອສເຕຼເລັຍແລ້ວ ເມື່ອທີ່ຣັດນີວຊາວທ໌ແວນລ໌ທີ່ຖຶກລ໋ອກດາວຢູ່ຍັງມີຄົນເປັນໂຄວິດຫຼາຍຂຶ້ນຕື່ມຢູ່.

ນັກທ່ອງທ່ຽວເພື່ອຢາວັກຊີນໄປສະຫະຣັດເພື່ອໃຫ້ຖຶກສັກຢາວັກຊີນໂຄວິດໃຫ້. 05.08.2021

ການມີຢາວັກຊີນ ໂຄວິດ-19 ແລະການສັກຢາດ່ັງກ່າວໃຫ້ປວງຊົນໃນແຕ່ລະ ປະເທດໃນໂລກນີ້ບໍ່ສເມີພາບກັນແລະແຕກຕ່າງກັນມາກມາຍ. ໃນເວລານີ້ຫຼາຍແຫ່ງຫົນຂອງໂລກນີ້ຂາດເຂີນຢາວັກຊີນນັ້ນຢູ່ແລະມີການລ້າຊ້າ ໃນການສັກມັນໃຫ້ແກ່ສາທາຣະນະຊົນ ເຊັ່ນໃນຫຼາຍປະເທດໃນທະວີບອາຟຼິກາ ແລະອາຊີຕລອດເຖິງອາຊີຕາເວັນອອກສ່ຽງໃຕ້ດ້ວຍ. ຫຼາຍຄົນບິນໄປສະຫະຣັດອະເມຣິເພ່ື່ອຈະຖຶກສັກຢ່ວັກຊີນ ໂຄວິດ-19 ດັ່ງໃຈ ປາຖາໃຫ້.

ຜູ້ນຳຕ່າງໆຂັ້ນໂລກຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນກັນ ໂຄວິດ-19. 04.08.2021

ເມື່ອໂລກທັງໂລກກຳລັງຟ້າວຫຼີກລຽງ ໂຄວິດ-19 ຮອບສາມຍ້ອນສາຍພັນ ແດນຕາ ຢູ່ ມັນກໍມີນາໆສາເຫດທີ່ຊ່ອງດຶງການສັກຢານັ້ນໄວ້ໂດຍນາໆວິທີການ. ບັດນີ້ຜູ້ນຳຕ່າງໆຂັ້ນໂລກກຳລັງຮຽກຮ້ອງໃຫ້ສາທາຣະນະຊົນຈົ່ງໄປໃຫ້ສັກຢາວັກ ຊີນ ໂຄວິດບ19 ເພາະມອງໄກແລ້ວຄົງເຫັນວ່າວັກຊີນກັນໂຄວິດຄືທາງອອກໃຫ້ ພົ້ນຈາກວິກິດ ໂຄວິດ-19.

Hallgasd a(z) SBS Lao - SBS ພາ​ສາ​ລາວ podcastot a Replaióban

Rádió és podcastok egy alkalmazásban - ingyen és regisztráció nélkül. Telepítsd még ma, és ne maradj le a premierről

Letöltés a Google Play-ről

A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.