SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ສຳພາດທ່ານນາງ Sally Sitou ຜູ້ແທນຣາສດອນຜູ້ຍິງລາວພັກ Labor Party 21.06.2022 6:13
ທ່ານນາງ Sally Sitou ເປັນແມ່ຍິງລາວເຊື້ອສາຍຈີນ ຄົນທໍາອິດທີ່ໄດ້ຮັບການເລືອກຕັ້ງ ໃນລະດັບ Federal ໃນເຂດເລືອກຕັ້ງ Reid ໃນປີນີ້.ແມ່ນຫຍັງເປັນສິ່ງບັນດານໃຈ ແລະຊຸກຍູ້ ໃຫ້ໃຫ້ຜູ້ຍິງລາວຄົນນຶ່ງກ້າວສູ່ຫົນທາງການເມືອງໃນ ອອສເຕຣເລັຍ?
ອອສເຕຣເລັຍກຳລັງຈະບັນລຸຂໍ້ຕົກລົງກັບ Moderna ທີ່ຈະຜລິດຢາຕ້ານໂຄວິດ ທີ່ Melbourne. 20.06.2022 6:22
ອອສເຕຣເລັຍກຳລັງຈະເປັນປະເທດທຳອິດໃນຊີກໂລກພາກໃຕ້ທີ່ສາມາດຜລິດຢາປ້ອງກັນໂຄວິດ. ມະຫາວິທຍາລັຍ Monash ໄດ້ຮັບການສນັບສນຸນຢ່າງເຕັມທີ່ຈາກຣັຖບານທີ່ຈະເປັນຜູ້ຜລິດຢານັ້ນ.
ຄວາມສາມາດໃນການຊື້ເຮືອນຂອງ ຄົນ ອອສເຕຣລຽນ. 07.06.2022 5:54
ການມີເຮືອນເປັນຂອງຕົນເອງ ແມ່ນຢູ່ໃນຈິດໃຈຂອງຄົນເຮົາທຸກຄົນ ແຕ່ການເປັນເຈົ້າຂອງເຣືອນຫຼັງທຳອິດ ບໍ່ແມ່ນເລື້ອງງ່າຍສຳຣັບຄົນອອສເຕຣລຽນ. ປັນຫາເລື້ອງການເປັນເຈົ້າຂອງເຣືອນຫຼັງທຳອິດ ໄດ້ຖືກແນະນຳຕ່າງໆໂດຍຣັຖສະພາກໍຖືກຍົກມາ ຖົກຖຽງຂອງ ນັກຣັຖສາດ ຊຶ່ງແນະນຳໃຫ້ຍົກເລີກພາສີເຮືອນ ແລະປ່ຽນແທນດ້ວຍພາສີທີ່ດິນ. ແຕ່ຊາວອອສເຕຣລຽນກໍເບິ່ງໄປທີ່ນາຍົກຣັຖມົນຕີໃນການແກ້ໄຂປັນຫາຂອງຊາດໃນເລີ້ອງນີ້.
ຄວາມແຕກຕ່າງທາງສມອງ ແລະຜົນຂອງການນຳໃຊ້ 07.06.2022 10:30
ຄວາມແຕກຕ່າງທາງສມອງ ແຕກຕ່າງກັນໄປໃນແຕ່ລະຄົນ. ບໍຣິສັດໃຫຍ່ໆເລີ້ມຈ້າງງານຄົນທີ່ມີຄວາມແຕກຕ່າງທາງສມອງຫລາຍຂຶ້ນ ເພາະຄົນພວກນີ້ ມີປະສິດທິພາບໃນການເຮັດວຽກສູງກວ່າຄົນທຳມະດາ ເຖິງວ່າ ພວກເຂົາຈະມີຄວາມທ້າທາຍຫລາຍກວ່າ ແຕ່ຖ້າຫາກວ່າພວກເຂົາມີພາວະແວດລ້ອມທີ່ເອື້ອອຳນວຍ ພວກເຂົາຈະເປັນຊັບພະຍາກອນທີ່ສຳຄັນຂອງບໍລິສັດເຫຼົ່ານັ້ນ.
Me-Mel ກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ 31.05.2022 4:51
Me-Mel ຫຼື Goat Islandກຳລັງຈະຖືກສົ່ງຄືນຕໍ່ເຈົ້າຂອງດັ້ງເດີມໃນສັບປະດາ ຂອງຄວາມປອງດອງ. ເກາະນີ້ຖືກປະຮ້າງມາຫຼາຍສິບປີ ແລະ ຮັຖບານ New South Wales ກໍໄດ້ອະນຸມັດງົບປະມານ 43 ລ້ານໂດລາເພື່ອຈະປັບປຸງສ້ອມແຊມ ເພາະວ່າມັນເປັນສະຖານທີ່ ທີ່ມີຄວາມສຳຄັນທາງປວັດສາດ ຕໍ່ຊາວ Aboriginal ແລະປວັດສາດຂອງ ອອສເຕຣເລັຍ.
ການຢ້ຽມຢາມຂອງຄນະ ຈາກ ສປປ ລາວ ທີ່ ສຳນັກງານ SBS ທີ່ ຊິດນີ 30.05.2022 5:24
ເຈົ້າໜ້າທີ່ຂອງ SBS ໄດ້ໃຫ້ການຮັບຕ້ອນ ແລະອະທິບາຍ ເລື້ອງຕ່າງໆກ່ຽວກັບບົດບາດ ແລະການບໍລິການຕໍ່ຜູ້ຟັງ ຂອງສະຖານີ ຕໍ່ຄນະຢ້ຽມຢາມຈາກ ສປປ ລາວ.
ວິກິດການໃນ ຢູເຄຣນຍັງດຳເນີນຕໍ່ໄປ ຫຼັງຈາກການບຸກຣຸກ 3 ເດືອນຈາກ ຣັສເຊັຍ. 26.05.2022 5:01
ການຕໍ່ສູ້ຍັງດຳເນີນຕໍ່ໄປໃນ ຢູເຄຣນ ໃນຂນະທີ່ຢ່າຍ NATO ແລະ ຢູໂຣບກໍຫາທາງທີ່ຈະລົງໂທດ ຣັສເຊັຍ ທາງດ້ານການເງິນ. ສ່ວນຢູເຄຣນ ເອງກໍ ໄດ້ເປີດທາງຣົດໄຟໃຕ້ດິນທີ່ Kharkiv ຊຶ່ງເປັນເມືອງທີສອງ ຊຶ່ງກຳລັງຖືກເບິ່ງວ່າ ແມ່ນການສະແດງເຖິງໄຊຊນະ ທາງທະຫານ.
ທ່າທີຂອງຈີນຕໍ່ຣັຖບານໃໝ່ຂອງອອສເຕຣເລັຍ. 25.05.2022 4:56
ການປາກົດໂຕ ແລະການຂຍາຍໂຕຂອງຈີນໃນ ປາຊີຟິກ ຈະມີຜົນກະທົບຫຍັງຕໍ່ນະໂນບາຍຕ່າງປະເທດຂອງ ອອສເຕຣເລັຍ? ຄວາມສຳພັນກັບປັກກິ່ງ ຈະກັບມາຄືກັນກັບປີ 1971 ຫຼືບໍ່?
ໜ້າທີ່ທຳອິດຂອງນາຍົກໃໝ່ ແລະ ສິ່ງທີ່ພັກທີ່ສູນເສັຍເລືອກຕັ້ງຕ້ອງເຮັດ. 24.05.2022 6:54
Anthony Albanese ໄດ້ເລີ້ມປະຕິບັດງານໃນຖານະນາຍົກຣັຖມົນຕີໃໝ່ ຂອງ ອອສເຕຣເລັຍ. ສ່ວນພັກຮ່ວມ Coalition ກຳລັງວິເຄາະ ຄວາມພ່າຍແພ້ໃນການເລືອກຕັ້ງປີນີ້. ໃຜຈະເປັນຜູ້ນຳໃໝ່ຂອງພັກ Liberal ແລະ ໃຜຈະເປັນຜູ້ນຳໃໝ່ຂອງພັກ National Party?
ປະຕິກິຣິຍາຂອງຜູ້ນຳທັງສອງພັກຫຼັງຈາກຜົນຂອງການເລືອກຕັ້ງໄດ້ຖືກປະກາດ. 23.05.2022 8:54
ກ້າວຕໍ່ໄປຂອງຜູ້ນຳຂອງສອງພັກຫຼັງຈາກຜົນຂອງການເລືອກຕັ້ງ. ຄວາມຝັນຂອງ Anthony Albanese ໄດ້ກາຍເປັນຈິງໃນຂນະທີ່ອະນາຄົດຂອງພັກ Liberal ຈະເປັນແນວໃດ ເມື່ອຣັຖມົນຕີການຄັງເອງຍັງສູນເສັຍການເລືອກຕັ້ງ.
ສຳນວນການເມືອງ ອອສເຕຣເລັຍ ທີ່ຄວນຮູ້ 20.05.2022 10:18
ສຳຣັບຫຼາຍຄົນແລ້ວ, ສຳນວນພາສາອັງກິດກໍຍາກທີ່ຈະເຂົ້າໃຈ ແຕ່ວ່າສຳນວນທາງການເມືອງທີ່ເປັນພາສາອັງກິດແລ້ວ ອາດຈະເຂົ້າໃຈຍາກກວ່າປົກກະຕິ, ມາທຳຄວາມເຂົ້າໃຈກັບສຳນວນທີ່ເຮົາອາດຈະໄດ້ຍິນໂດຍສະເພາະໃນລະຫວ່າງການຫາສຽງກ່ອນການເລືອກຕັ້ງໃນປີນີ້.
ການຄາດຄະເນຂອງຄວາມເປັນໄປໄດ້ຂອງການລືອກຕັ້ງ 17.05.2022 9:13
ດ້ວຍສາເຫດຫຼາຍຢ່າງ ທັງທາງການເມືອງ, ວິກິດທາງທັມຊາດ ແລະການປ່ຽນແປງຂອງທາງເລືອກໃໝ່ທີ່ຜູ້ລົງຄະແນນສາມາດເລືອກໄດ້, ການເດົາສຸ່ມສຳຫຼວດກໍເລີຍບໍ່ສາມາດທີ່ຈະ ຄາດຄະເນຜົນຂອງການເລືອກຕັ້ງດ້ວຍຄວາມໝັ້ນໃຈໄດ້. ແຕ່ຜູ້ຊ່ຽວຊານຫຼາຍຄົນກໍວ່າ ມັນມີໂອກາດຫຼາຍທີ່ຈະເປັນຣັຖບານທີ່ມີສຽງສ່ວນໜ້ອຍ ຫຼື Hung Parliament.
ການລົງຄະແນນສຽງເລືອກຕັ້ງຄັ້ງທຳອິດ. 11.05.2022 6:59
ຊາວອອສເຕຣເລັຍຫລາຍກວ່າ 610 ພັນຄົນຈະປ່ອນບັດເລືອກຕັ້ງເທື່ອທຳອິດໃນຊີວິດ ແຕ່ພັກການເມືອງໃຫຍ່ຄ້າຍກັບວ່າ ບໍ່ສາມາດທີ່ຈະເຮັດໃຫ້ຜູ້ປ່ອນບັດເຫຼົ່ານັ້ນພໍໃຈ ຍ້ອນເຫດຜົນຫຼາຍຢ່າງ. ແຕ່ການລົງຄະແນນສຽງກໍແມ່ນການໃຊ້ສິດໃນການ ກຳນົດວ່າ ພັກການເມືອງໃດຈະເປັນຣັຖບານ ຊຶ່ງຈະມີຜົນຕໍ່ທຸກຄົນໃນປະເທດ.
ຂໍ້ມູນຂອງພັກແຮງງານ (Labor Party) 10.05.2022 10:59
ນັກວິຈານການເມືອງຫຼາຍຄົນກໍວ່າພັກຂອງ ຝ່າຍ ລັດຖະບານກຳລັງມຸ້ງຫນ້າ ໄປສູ່ການ ສູນເສັຍການເລືອກຕັ້ງ. ແຕ່ຄວາມວຸ້ນວາຍໃນພັກແຮງງານ ແລະ ປັດຈັຍຕ່າງໆທົ່ວໂລກ ອາດມີຜົນກະທົບຕໍ່ໂອກາດທີ່ພັກແຮງງານຈະຊນະການເລືອກຕັ້ງເທື່ອນີ້ຫຼືບໍ່?
ຂໍ້ມູນຂອງພັກ Liberal 10.05.2022 11:25
ຖ້າຈະເວົ້າເຖິງອະດີດແລ້ວ, ພັກ Liberal ຂອງ ອອສເຕຣເລັຍ ເປັນພັກການເມືອງທີ່ເກົ່າແກ່ແລະມີປວັດອັນຍິ່ງໃຫຍ່ ຈາກ Sir Robert Gordon Menzies ຈົນເຖິງ John Howard. ແຕ່ໃນການເລືອກຕັ້ງຄັ້ງນີ້, ພັກອາດຈະພົບກັບອຸປສັກ ຈາກພາຍໃນພັກເອງ.
ຂໍ້ມູນຂອງພັກ National Party 09.05.2022 5:29
ພັກ National Party ແມ່ນພັກການເມືອງທີ່ເກົ່າແກ່ພັກໜຶ່ງຂອງ ອອສເຕຣເລັຍ ທີ່ມີນະໂຍບາຍທີ່ຈະຮັກສາຜົນປະໂຫຍດຂອງ ພູມິພາກ ແລະຊົນນະບົດຂອງ ປະເທດ. ແຕ່ຄວາມປ່ຽນແປງພາຍໃນພັກ ແລະ ປັນຫາເລື້ອງສະພາບອາກາດ ຈະສົ່ງຜົນກະທົບກັບການເລືອກຕັ້ງປີນີ້ລືບໍ່?
ການລົງຄະແນນສຽງໃນການເລືອກຕັ້ງຂອງທ່ານ 05.05.2022 4:29
ຊາວ ອອສເຕຣເລັຍ ປະມານ 17 ລ້ານ ຄົນທີ່ອາດຈະລົງຄະແນນ ສຽງ ໃນການເລືອກຕັ້ງທີ່ຈະມາເຖິງນີ້. ອົງການ AEC ກ່າວວ່າ ມັນເປັນສິດ ແລະ ຄວາຮັບຜິດຊອບ ຂອງ ປະຊາຊົນໃນການລົງຄະແນນສຽງ ແລະກໍາລັງຊຸກຍູ້ໃຫ້ທຸກຄົນ ອັບເດດລາຍລະອຽດສ່ວນຕົວຂອງຕົນ ກ່ອນການເລືອກຕັ້ງ ຂອງລັດຖະບານ.
ການລົງຄະແນນສຽງກ່ອນມື້ເລືອກຕັ້ງ 05.05.2022 4:02
ການລົງຄະແນນສຽງກ່ອນມື້ເລືອກຕັ້ງ ຈະມີຜົນກະທົບ ຕໍ່ການຫາສຽງຂອງພັກການເມືອງຢ່າງໃດແດ່? ໝີໃຜແດ່ທີ່ສາມາດໃຊ້ບໍລິການນີ້?
ການເລືອກຕັ້ງແບບ “ບູລິມຸສິດ” (Preferential) ແມ່ນຫຍັງ? 05.05.2022 4:36
ການເລືອກຕັ້ງແບບບຸລິມະສິດຂອງ ອອສເຕຣເລັຍນັ້ນ ແຕກຕ່າງກັນກັບລະບົບເລືອກຕັ້ງ ຂອງ ອະເມຣິກາ, ສຫະຣາຊອານາຈັກອັງກິດ ຫຼື ອິນເດັຍ. ຄຳອະທິບາຍຢ່າງສັງເຂບ:
ປີໃໝ່ລາວ 2022 05.05.2022 7:09
ງານປີໃໝ່ປີນີ້ກໍໄດ້ຜ່ານໄປ ເຖິງແມ່ນວ່າ ຈະບໍ່ຄຶກຄື້ນ ດັ່ງຄວາມຕ້ອງການ ແຕ່ ການສືບຕໍ່ທາງສາສນາ ປະເພນີ ແລະວັທນະທັມກໍຍັງມີ ຢູ່ບໍ່ຂາດສຳຣັບຄົນລາວທຸກຄົນໃນ ອອສເຕຣເລັຍ. ໆາງຊຸມຊົນລາວຕ່າງກໍພາກັນຫວັງວ່າ ປີໜ້າ ບຸນປີໃໝ່ລາວຈະກັບມາ ເປັນຄືຫຼາຍປີກ່ອນໆ ໂດຍບໍ່ມີ ໂຄວິດ ມາເປັນອຸປສັກອີກ.
ນາງໜໍລາວໃນການຕໍ່ສູ້ ໂຄວິດ-19 ໃນ ແມນລ໌ເບີນ 09.09.2021 8:19
ສຳພາດຍານາງ ສຸທິດາ ຄຳມີ ກັນຫາລີຄຳ. ການເປັນໜໍເປັນແພດແລະຜູ້ຊ່ວຍວິຊາອາຊີບດັ່ງກ່າວບໍ່ແມ່ນຂອງງາຍດາຍ ທັງອາດພາໃຫ້ເຈັບຢ່ວຍຕາຍຍ້ອນໄດ້ດ້ວຍ ໂດຍສະເພາະກ່ຽວກັນພະຍາໂຄວິດ- ຢຈທີກຳລັງອາຣະວາດຢ່ງບໍ່ເລືອໜ້າໃຜແລະຊັ້ນວັນນະ. ການສຳພາດນັ້ນຈະນຳພາໃຫ້ເຫັນບາງສະພາບການໃນແມນລ໌ເລີນ.
ການຂົນສົ່ງທາງຣົດ ຂຸນໜິງ-ວຽງຈັນ 09.09.2021 6:56
ໂຄງການຣົດຟືນຣົດໄຟລາວ-ຈີນກໍໃກ້ຈະສຳເຮັດແລ້ວ ແຕ່ບັນນີ້ ສອງປະເທດ ນັ້ນກຳລັງຈະພັທນາເສັ້ນທາງການຂົນສົ່ງທາງບົກ ຂຸນໜິງ-ວຽງຈນັນ ຢູ່ ແລະ ກຳລັງເຮັດຫຍັງຢູ່ໃນເວລານີ້?
ວຽງຈັນຍົກຣະດັບການຕ້ອງຫ້າມກ່ຽວກັບ ໂຄວິດ-19 09.09.2021 6:42
ໂຄວິດ-19 ອາຣະວາດເພີ້ມຂຶ້ນເຮັດໃຫ້ຄົນເປັນມັນຫຼາຍຂຶ້ນຢູ່ຕລອດມາຢູ່ ແຕ່ທາງການລາວກໍຕໍ່ຕ້ານມັນໂດຍໆນາວິທີການຢູ່ສເມີມາ. ບັດນີ້ວຽງຈັນຍົກຣະດັບການຕໍ່ຕ້ານນັ້ນຂຶ້ນຕື່ມເພື່ອຈະເອົາສະນະມັນໃຫ້ໄດ້.
ພະຍາດ ໂຄວິ-19 ມີຄວາມສ່ຽງມາກມານຕໍ່ການເປັນໜັນກ່ວາຢາວັກຊີນໂຄວິດ 09.09.2021 7:03
ຢາວັກຊີນ ໂຄວິດ-19 ເຮັດໃຫ້ເປັນໜັນບໍ່? ທາງການສາທາຣະນະສຸກອອສເຕຼເລັຍກຳລັງພະຍາຍາມທັບມ້າງຂໍ້ມູນ ອັນບໍ່ຖຶກຕ້ອງຕ່າໆທີ່ເວົ້າວ່າຢາວັກຊີນ ໂຄວິດ-19 ສາມາດແຕະຕ້ອງ ການມີລູກມີເຕົ້າຂອງຄົນເຮົາ ເມື່ອທີ່ຜູ້ຍິງຜູ້ໜຸ່ມນ້ອຍມາກມາຍລັ່ງເລໃຈ ທີ່ຈະໄປໃຫ້ສັກຢາວັກຊີນດັ່ງກ່າວ. ຣັຖມົນຕີສາທາຣະນະສຸກນີວຊາວທ໌ແວນລ໌ບອກເຕືອນວ່າຜົນສະທ້ອນອັນ ຍືນຍາວຈາກ ໂຄວິດ-19 ຄົງຈະພາໃຫ້ມີບັນຫາໃນດ້ານການມີລູກມີເຕົ້າ.
ຈົ່ງເອົາການດູແລໂຕເອງໃສ່ວຽກງານປະຈຳວັນຂອງທ່ານ 09.09.2021 8:07
ອີງຕາມສາທາຣະນະສຸກອອສເຕຼເລັຍ ຜູ້ຍິງມີໂອກາດເຖິງ 1.6 ຄັ້ງທີ່ຈະມີ ບັນຫາໃນດ້ານປະສາດແລະຫ່າງກາຍຫຼາຍກ່ວາຜູ້ຊາຍ. ໜີພາໃຫ້ມີຄວາມເປັນຫ່ວງເປັນຍັຍຂຶ້ນຍ້ອນອັນເນື່ອງມາຈາກນາໆເຫດຜົນ.
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.