SBS
SBS Lao - SBS ພາສາລາວ
Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.
Mindenképp látogasd meg a podcast oldalát, és támogasd a készítőjét: www.sbs.com.au
Hol hallgathatod?
Podcastok az alkalmazásban Replaio Radio HamarosanA podcastok hamarosan megérkeznek az alkalmazásba. Telepítsd most, és láss elsőként egy teljesen új megközelítést a podcastokhoz
Epizódok
ມາທຳຄວາມຮູ້ຈັກກັບ Atrial-Fibrillation 04.06.2025 8:20
Atrial-Fibrillation ຫຼື AF ເປັນໂຣກທີ່ຈັງຫວະການເຕັ້ນຂອງຫົວໃຈ ທີ່ປົກກະຕິ ແລະສມ່ຳສເມີ ຖືກປ່ຽນແທນດ້ວຍ ຄວາມວຸ່ນວາຍທາງໄຟຟ້າ ໃນຫ້ອງທາງເທິງຂອງຫົວໃຈ ຊຶ່ງເຮັດໃຫ້ປະສິດທິພາບ ຂອງການສູບເລືອດຂອງຫົວໃຈ ຫລຸດລົງຢ່າງຫລວງຫລາຍ. Atrial-Fibrillation -ຫລື AF- ສາມາດສົ່ງຜົນກະທົບຕໍ່ແຕ່ລະຄົນ ໃນທາງທີ່ແຕກຕ່າງກັນ. AF ຍັງເປັນສາເຫດຂອງ ປະມານຫນຶ່ງໃນສີ່ ກໍຣະນີ ຂອງໂຣກເສັ້ນເລືອດໃນສມອງ (Strokes) ແລະຄວາມສ່ຽງສູງ ຕໍ່ພາວະສມອງເສື່ອມ.
ກອງປະຊຸມຄວາມໝັ້ນຄົງທາງທະຫານ. 04.06.2025 9:27
ການສົນທະນາ Shangri-La (Shangri-La Dialogue) ໃນ Singapore, ບ່ອນທີ່ຜູ້ນໍາດ້ານປ້ອງກັນປະເທດ ຈາກອອສເຕຣເລັຍ, ສະຫະຣັດອາເມຣິກາ ແລະຝຣັ່ງ ໄດ້ເນັ້ນຫນັກ ເຖິງຄວາມຈໍາເປັນ ໃນການເປັນພັນທະມິດ ທີ່ເຂັ້ມແຂງຂຶ້ນ, ປັບປຸງລະບົບການຄວບຄຸມອາວຸດໃຫມ່ ແລະການປະສານງານ ໃນການຢັບຢັ້ງ ຄວາມຮຸນແຮງໃນພູມີພາກ ແລະຄວາມເປັນຫ່ວງຫລາຍຂຶ້ນ ກ່ຽວກັບທ່າທີທາງທະຫານ ທີ່ຂຍາຍກວ້າງອອກຂອງຈີນ ແລະຄວາມທະເຍີທະຍານດ້ານ ນິວເຄລັຍຂອງມັນ.
ຂ່າວນ້ຳຖ້ວມໃນ New South Wales. 04.06.2025 8:20
ເນື່ອງຈາກຝົນໄດ້ຕົກແຮງຢ່າງຕໍ່ເນື່ອງ ໃນເຂດແຄມຝັ່ງທະເລ ພາກເຫນືອຕອນກາງ ແລະເຂດ Hunter ໄດ້ສົ່ງຜົນກະທົບຫລາຍທີ່ສຸດ ຈາກນ້ຳຖ້ວມ ໃນບໍ່ດົນມານີ້, ໂດຍທີ່ມີຫລາຍສິບພັນຄົນ ຖືກໂດດດ່ຽວ ແລະຫລາຍຮ້ອຍຄົນ ຕ້ອງໄດ້ຮັບການຊ່ວຍເຫຼືອ. ນ້ຳຖ້ວມທີ່ຮ້າຍແຮງ ນັ້ນໄດ້ເຮັດໃຫ້ມີຜູ້ເສັຍຊີວິດ ຢ່າງໜ້ອຍນຶ່ງຄົນ ແລະ SES ໄດ້ເຕືອນໃຫ້ຜູ້ຄົນປະຕິບັດຕາມຄຳແນະນຳ ເພື່ອຄວາມປອດພັຍ.
ປັນຫາສຸຂະພາບຂອງຜູ້ຍິງ (ບາງຄົນ). 04.06.2025 7:20
ການມີເລືອດອອກຫຼາຍ ຕອນມີປະຈຳເດືອນ ມີຜົນກະທົບ ຕໍ່ຫນຶ່ງສ່ວນສີ່ ຂອງຜູ້ຍິງ ແຕ່ສ່ວນຫຼາຍ ຈະບໍ່ຖືກກ່າວເຖິງ ໃນການສົນທະນາ ກ່ຽວກັບສຸຂະພາບຂອງຜູ້ຍິງ ແຕ່ກໍມີຄວາມເປັນຫ່ວງ ກ່ຽວກັບການຂາດການເວົ້າເຖິງ ໂດຍສະເພາະກ່ຽວກັບເລື້ອງນີ້. ມີການຮຽກຮ້ອງ ໃຫ້ມີການປ່ຽນແປງຄໍາສັບ ເພື່ອທ້າທາຍ ຂໍ້ຫ້າມເຫຼົ່ານີ້ ໂດຍສະເພາະການໃຊ້ພາສາທາງການແພດ.
ມະເຮັງຕ່ອມ ລູກໝາກ (Prostate Cancer) ຂອງຊາວອົບພະຍົບ. 28.05.2025 8:14
ໂຣກມະເຮັງຕ່ອມລູກໝາກ (Prostate Cancer) ເປັນໂຣກມະເຮັງ ທີ່ພົບເຫັນຫຼາຍທີ່ສຸດ ສໍາລັບຜູ້ຊາຍອອສເຕຣເລັຍ, ແລະຖ້າຫາກ ຖືກພົບເຫັນໃນຕອນຕົ້ນ, ມັນກໍງ່າຍທີ່ຈະປິ່ນປົວ. ແຕ່ຜູ້ຊາຍ ທີ່ມາຈາກວັດທະນະທັມ ແລະພາສາທີ່ແຕກຕ່າງກັນ ສ່ວນຫລາຍ ຈະຖືກກວດພົບວ່າ ເປັນໂຣກມະເຮັງໃນຕ່ອມລູກໝາກ (Prostate Cancer) ທີ່ມີຄວາມສ່ຽງສູງ ຫລືໃນໄລຍະລຸກລາມ ຫລາຍກວ່າຊາວອອສເຕຣເລັຍຄົນອື່ນໆ.
ການແຕກກັນຂອງ ພັນທະມິດ (The Coalition). 28.05.2025 9:35
The Coalition, ຊຶ່ງປະກອບດ້ວຍພັກ Liberal ແລະພັກ National, ໄດ້ຍຸບໂຕເອງລົງ-ເປັນຜົນມາຈາກ ການເສັຍໄຊຢ່າງຫນັກ ໃນການເລືອກຕັ້ງໃນວັນທີ 3 ເດືອນພຶດສະພາ. ເຖິງແມ່ນວ່າ ມັນເປັນການຮ່ວມມື ທີ່ຍາວນານກວ່າແປດສິບປີ-ແຕ່ບັດນີ້ ມັນບໍ່ໄດ້ເປັນເຊັ່ນນັ້ນ ອີກຕໍ່ໄປ. ແຕ່ໃນສ່ວນເລິກໆແລ້ວ, ທັງສອງພັກນີ້ ມີຄວາມແຕກຕ່າງກັນຫຼາຍຢ່າງ.
ວ່າດ້ວຍ ໂຣກລຳໄສ້ອັກເສບ (Inflammatory Bowel Disease). 28.05.2025 8:56
ເມື່ອກ່າວເຖິງໂຣກລຳໄສ້ອັກເສບ ຫລື Inflammatory Bowel Disease (IBD), ອອສເຕຣເລັຍ ເປັນຜູ້ນໍາລະດັບໂລກ-ໂດຍຈໍານວນຄົນ ທີ່ໃຊ້ຊີວິດກັບອາການນີ້ ເພີ່ມຂຶ້ນຢ່າງໄວ. ແຕ່ເຖິງແມ່ນວ່າ ສາເຫດທີ່ແທ້ຈິງຂອງໂຣກນີ້ ຍັງບໍ່ເປັນທີ່ຮູ້ຈັກ, ແຕ່ເຮົາກໍມີຄວາມເຂົ້າໃຈຫລາຍຂຶ້ນ ກ່ຽວກັບວິທີ ທີ່ເຮົາສາມາດດໍາລົງຊີວິດກັບ IBD, ແລະອາດປ້ອງກັນມັນໄດ້.
ຢາໃຫມ່ ສຳລັບໂຣກຄວາມຈໍາເສື່ອມ (Alzheimer). 28.05.2025 6:25
ອົງການຄວບຄຸມ ຢາຮັກສາໂຣກ (Therapeutic Drug Administration) ຂອງອອສເຕຣເລັຍ ໄດ້ອະນຸມັດຢາໃຫມ່ Donanemab ທີ່ສາມາດໃຫ້ຄວາມຫວັງ ແກ່ຄົນທີ່ເປັນໂຣກຄວາມຈໍາເສື່ອມ (Alzheimer). ປະຈຸບັນນີ້ ມັນບໍ່ໄດ້ຖືກບັນຈຸ ຢູ່ໃນໂຄງການຜົນປໂຍດທາງຢາ(Pharmaceutical Benefits Scheme), ແລະມີຄ່າໃຊ້ຈ່າຍ ປະມານ 4,700ໂດລາຕໍ່ເດືອນ, ໂດຍການປິ່ນປົວ ໃຊ້ເວລາ 12 ເຖິງ 18 ເດືອນ.
ໂຣກມະເຮັງເມັດເລືອດ ໃນອອສເຕຣເລັຍ. 21.05.2025 8:52
ມູນນິທິມະເຮັງເມັດເລືອດ (The Leukaemia Foundation) ກ່າວວ່າ ຫນຶ່ງໃນ 12 ຄົນໃນອອສເຕຣເລັຍ ມີຄວາມສ່ຽງ ທີ່ຈະຖືກກວດພົບວ່າ ເປັນໂຣກມະເຮັງເມັດເລືອດ, ແຕ່ການຂາດຄວາມຮູ້ ກ່ຽວກັບອາການ ຫມາຍຄວາມວ່າ ໂຣກມະເຮັງຫລາຍຢ່າງ ບໍ່ໄດ້ຖືກກວດພົບ ເປັນເວລານານ. ມູນນິທິກ່າວວ່າ ໂຣກມະເຮັງເມັດເລືອດ ອາດຈະແຊງໜ້າ ໂຣກມະເຮັງອື່ນໆ ໃນປີ 2035.
ບົດບາດຂອງ A-I ໃນການດູແລສຸຂະພາບ. 21.05.2025 9:30
A-I ເລີ້ມມີບົດບາດຫຼາຍຂຶ້ນ ໃນການດູແລສຸຂະພາບ... ແຕ່ຜູ້ຊ່ຽວຊານກ່າວວ່າ ຍັງຕ້ອງໃຊ້ເວລາອີກຫຼາຍໃນການຈະໃຫ້ A-I ຖືກນຳໃຊ້ຢ່າງມີປະສິດຖິພາບ ແລະຫຼາຍຄົນກໍເວົ້າວ່າ A-I ຈະບໍ່ສາມາດທົດແທນວຽກງານທີ່ມະນຸດເທົ່ານັ້ນທີ່ຈະສາມາດເຮັດ ໂດນສະເພາະເມື່ອກ່ຽວຂ້ອງກັບ ວັດທະນະທັມ ແລະພາສາ.
ການດູແລໄລຍະສຸດທ້າຍທີ່ເຫມາະສົມ ກັບວັດທະນະທັມ. 21.05.2025 6:19
ຫຼາຍກວ່າ 37% ຂອງຊາວອອສເຕຣເລັຍ ທີ່ມີອາຍຸສູງກວ່າ 65 ປີມາຈາກປະເທດອື່ນ. ສະນັ້ນ, ເຮົາຈຶ່ງມີສັງຄົມ ທີ່ມີຫຼາຍວັດທະນະທັມ.ສະນັ້ນ, ຕ້ອງໃຫ້ແນ່ໃຈວ່າ ທຸກຄົນມີແຜນການດູແລ ທີ່ເນັ້ນບຸກຄົນ ເປັນສູນກາງ (Person-centered) ການສົ່ງເສີມ ວິທີທາງທີ່ເຫັນອົກເຫັນໃຈ, ເພື່ອສະແດງຄວາມເຄົາຣົບໃນການເລືອກຂອງຜູ້ຄົນໃນປີສຸດທ້າຍ, ເດືອນ ແລະວັນສຸດທ້າຍ ຂອງຊີວິດ.
ລະດູສັກວັກຊີນປ້ອງກັນຫວັດ ມາຮອດແລ້ວ. 21.05.2025 10:15
ປີນີ້ ຈະເປັນລະດູໄຂ້ຫວັດ ທີ່ຮ້າຍແຮງຫລືບໍ່ນັ້ນ ແມ່ນຂຶ້ນຢູ່ກັບປັດຈັຍຫລາຍຢ່າງ. ຫລັງຈາກຈໍານວນຄົນຕິດໄຂ້ຫວັດ ເປັນປວັດການປີກາຍນີ້ ໃນອອສເຕຣເລັຍ, ຜູ້ຊ່ຽວຊານ ໄດ້ເຕືອນຊາວອອສເຕຣເລັຍທຸກຄົນ ເຖິງຄວາມຈໍາເປັນ ທີ່ຈະໄດ້ຮັບການສັກວັກຊີນ Vaccine ປະຈໍາປີຄັ້ງໃຫມ່ ພ້ອມທັງ ໃຊ້ມາດຕະການ ທາງສຸຂະອະນາມັຍອື່ນໆ ເພື່ອຫລຸດຜ່ອນຄວາມສ່ຽງຂອງເຂົາເຈົ້າ.
Boost or burden? The cost of Australia's refugee intake - ແມ່ນການສົ່ງເສີມ ຫລື ເປັນພາລະ? ຄ່າໃຊ້ຈ່າຍສໍາລັບການຮັບອົບພະຍົບຂອງອອສເຕຣເລັຍ. 15.05.2025 3:07
Australia has spent $13 billion on offshore processing in over a decade. Human rights experts believe there's a less costly, more compassionate way. - ອອສເຕຣເລັຍ ໄດ້ໃຊ້ເງິນ 13 ພັນລ້ານໂດລາ ສໍາລັບຂະບວນການປະເມີນນອກຝັ່ງ (Offshore processing) ໃນຫລາຍກວ່າສິບປີ. ຜູ້ຊ່ຽວຊານ ເລື່ອງສິດທິມະນຸດ ເຊື່ອວ່າ ມີວິທີ ທີ່ມີຄ່າໃຊ້ຈ່າຍຫນ້ອຍກວ່າ ແລະມີຄວາມເຫັນອົກເຫັນໃຈຫລາຍກວ່າ.
ຜົນຂອງຜູ້ລົງສມັກເລືອກຕັ້ງອິດສຣະປີນີ້. 15.05.2025 11:34
ເຖິງແມ່ນວ່າ ຜູ້ລົງສມັກເລືອກຕັ້ງອິດສຣະ ໃນການເລືອກຕັ້ງຣັຖບານກາງຈະໄດ້ຜົນດີເກີນຄວາມຄາດຫວັງ, ແຕ່ ພັກ ກໍຍັງເປັນພັກທີ່ສາມາດຈັດຕັ້ງຣັຖບານໄດ້ ດ້ວຍສຽງສ່ວນໃຫຍ່ໃນສະພາ. ສະນັ້ນ, ຜູ້ແທນອິດສຣະຍັງຈະມີບົດບາດໃນສະພາຫຼາຍປານໃດ?
ໂຄງການ 2025 (Project 2025) ແມ່ນຫຍັງ? 15.05.2025 7:26
Project 2025 ເປັນຄູ່ມື ສໍາລັບການປະຕິຮູບຣັຖບານ ຂອງຝ່າຍຂວາທີ່ຮຸນແຮງ. 100 ມື້ ໃນການດຳຣົງຕໍາແຫນ່ງ ປະທານາທິບໍດີ, Donald Trump ໄດ້ລົງຊື່ ໃນຄໍາສັ່ງຜູ້ບໍຣິຫານ 139 ສະບັບ (ຈົນຮອດ ວັນທີ 30 ເດືອນເມສາ), ຊຶ່ງຜູ້ຊ່ຽວຊານກ່າວວ່າ ໄດ້ຮັບການດົນໃຈ ຈາກໂຄງການ 2025 (Project 2025) ນັ້ນ ຢ່າງຊັດເຈນ. ມັນເປັນເອກະສານ ນະໂຍບາຍ ທີ່ພັກ Democrats ໄດ້ອ້າງເຖິງຫຼາຍເທື່ອ ເພື່ອໂຈມຕີ Donald Trump ຕລອດໄລຍະການຫາສຽງເລືອກຕັ້ງ ຂອງສະຫະຣັດອາເມຣ...
ມະເຮັງຜິວໜັງ (Melanoma)ໃນຊ່າວໜຸ່ມ ອອສເຕຣເລັຍ 15.05.2025 10:54
ເຖິງແມ່ນວ່າຈະມີການຣົນນະຣົງໃນການປ້ອງກັນມະເຮັງຜິວໜັງໃນ ອອສເຕຣເລັຍ ເປັນເວລາຫຼາຍສິບປີແລ້ວ, ແຕ່ຊາວໜຸ່ມສມັຍນີ້ຍັງ ບໍ່ມີຄວາມຕື່ນໂຕ ຕໍ່ ອັນຕະຣາຍຂອງ ໂຣກນີ້. ຜູ້ຊ່ຽວຊານກ່າວວ່າ ອິດທິພົນຂອງ ສື່ສານມວນຊົນ ເປັນສາເຫດຫຼັກຂອງປັນຫານີ້.
ເປັນຫຍັງຄ່າປະກັນພັຍ (Premiums) ຈຶ່ງສູງຂຶ້ນທຸກປີ. 15.05.2025 11:47
ການທົບທວນປະຈໍາປີ ຂອງ KPMG ກ່ຽວກັບການປະກັນພັຍ ພົບວ່າ ກຳໄລຂອງປະກັນພັຍ ໄດ້ເພີ່ມຂຶ້ນ ໃນປີ 2024 ໃນຂນະທີ່ ຜູ້ບໍຣິໂພກ ໄດ້ເຫັນການເພີ່ມຂຶ້ນຢ່າງຫລວງຫລາຍ ຂອງຄ່າປະກັນ (Premiums). ແຕ່ເມື່ອທັງຄ່າປະກັນພັຍ (Premiums) ແລະຜົນກຳໄລເພີ່ມຂຶ້ນ, ຜູ້ຊ່ຽວຊານບາງຄົນກ່າວວ່າ ບໍຣິສັດປະກັນພັຍ ສາມາດເຮັດໄດ້ຫລາຍກວ່ານັ້ນ ເພື່ອຮັກສາປະກັນພັຍ ໃຫ້ມີລາຄາບໍ່ແພງ ແກ່ຊາວອອສເຕຣເລັຍ.
ຄ່ຳຄືນຂອງມື້ເລືອກຕັ້ງ. 05.05.2025 4:42
Peter Dutton ໄດ້ຍອມຮັບຄວາມພ່າຍແພ້ ຂອງພັກຮ່ວມ (the Coalition), ໂດຍທີ່ພັກ Labor ໄດ້ຮັບໄຊຊນະ ໃນການເລືອກຕັ້ງ ຣັຖບານກາງ ໃນປີ 2025. ຫລາຍຄົນຄາດວ່າ ຈະເປັນການເລືອກທີ່ໃກ້ຄຽງ, ແລະການນັບຄະແນນທີ່ຊັບຊ້ອນ ໃນຄືນການເລືອກຕັ້ງ.
ຜົນກະທົບຈາກ ການເລືອກຕັ້ງຣັຖບານກາງ 05.05.2025 6:20
ພັກຮ່ວມ (The Coalition) ກໍາລັງຈະພົບຜົນສະທ້ອນ ທີ່ຮ້າຍແຮງທີ່ສຸດ ໃນການເລືອກຕັ້ງຣັຖບານກາງ ຫລັງຈາກການສູນເສັຍຢ່າງຫນັກ ຕໍ່ Labor ໃນຄືນທີ່ຜ່ານມາ. Peter Dutton ໄດ້ສູນເສັຍທີ່ນັ່ງຂອງລາວ ແລະເຮັດໃຫ້ພັກ Liberal ຕ້ອງເລືອກຫາຜູ້ມາແທນຕຳແໜ່ງ.
ພວກເຮົາຈະສາມາດຄາດຫວັງຫຍັງຈາກຣັຖບານ Labor ໃໝ່. 03.05.2025 5:43
ພັກ Labor ລົງແຂ່ງຂັນ ພາຍໃຕ້ຄໍາຂວັນທີ່ວ່າ 'ການສ້າງອະນາຄົດຂອງອອສເຕຣເລັຍ (Building Australia's Future)'. Anthony Albanese ຄາດວ່າ ຍັງຄົງເປັນນາຍົກຣັຖມົນຕີ ຂອງອອສເຕຣເລັຍ-ເພາະພັກ Labor ເປັນພຽງພັກດຽວ ທີ່ສາມາດຕັ້ງຣັຖບານໄດ້. ແຕ່ຊາວອອສເຕຣເລັຍ ສາມາດຄາດຫວັງຫຍັງ ຈາກຣັຖບານຂອງ Laborທີ່ຖືກເລືອກຄືນໃຫມ່?
ຄວາມສຳຄັນຂອງໂທຣະສັບສາທາຣະນະ ຕໍ່ສັງຄົມແລະວັດທະນະທັມ. 01.05.2025 7:42
ພວກມັນ ອາດຖືກປ່ຽນແທນ ໂດຍໂທຣະສັບມືຖື, ແຕ່ໂທຣະສັບສາທາຣະນະ ຍັງຄົງມີບົດບາດສໍາຄັນ ໃນອອສເຕຣເລັຍ. Telstra ກ່າວວ່າ ມີການໃຊ້ຫລາຍກວ່າ 25 ລ້ານເທື່ອ ຈາກໂທຣະສັບສາທາຣະນະ ໃນປີທີ່ຜ່ານມາ, ແລະຢາກເຫັນ ສາມໂທຣະສັບສາທາຣະນະ ຖືກຮັບຮູ້ວ່າ ເປັນຈຸດສຳຄັນຂອງປະເທດ.
ຄ່າໃຊ້ຈ່າຍໃນການໃຫ້ຄຳສັນຍາຕອນຫາສຽງເລືອກຕັ້ງ. 30.04.2025 9:38
ໃນການຫາສຽງເລືອກຕັ້ງ, ທັງສອງພັກໃຫຍ່ກໍໃຫ້ຄຳສັນຍາວ່າ ຈະເຮັດຫຼາຍຢ່າງເພື່ອຈະຊນະການເລືອກຕັ້ງ. ແຕ່ໃນຄວາມເປັນຈິງແລ້ວ, ມັນຈະເປັນໄປໄດ້ຫຼືບໍ່?
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຂອງສອງພັກໃຫຍ່. 30.04.2025 12:04
ການໂຕ້ວາທີຄັ້ງສຸດທ້າຍກ່ອນມື້ເລືອກຕັ້ງ ຊຶ່ງກຸ່ມຜູ້ເຂົ້າຮ່ວມຕັດສິນໄດ້ຍົກໃຫ້ ນາຍົກຣັຖມົນຕີເປັນຜູ້ຊນະ... ແຕ່ໃຜຈະເປັນຜູ້ຊນະແທ້ ກໍຕ້ອງແມ່ນຫຼັງຈາກມື້ເລືອກຕັ້ງ ໃນວັນທີ 3 ພຶດສະພານີ້.
ປັນຫາເລື້ອງຄວາມອ່ອນໃນວິຊາເລກ ໃນໂຮງຮຽນ 30.04.2025 6:45
ສະຖາບັນ Grattan ກ່າວວ່າ ນັກຮຽນຫນຶ່ງໃນສາມຄົນ ໃນໂຮງຮຽນ ອອສເຕຣເລັຍ ບໍ່ສາມາດຜ່ານການທົດສອບ ຄວາມຊໍານານໃນວິຊາເລກ. ລາຍງານໃຫມ່, ຍັງກ່າວອີກວ່າ ອອສເຕຣເລັຍ ໄດ້ຫລຸດຄວາມສໍາຄັນ ຂອງວິຊາເລກ, ໂດຍທີ່ຣັຖບານ ຊ້າເກີນໄປ ທີ່ຈະກໍາຈັດວິທີການສອນທີ່ "ຮັບຄວາມນິຍົມ"
ການໂຕ້ວາທີ ລະຫວ່າງຜູ້ນຳສອງພັກໃຫຍ່. 23.04.2025 11:26
ຜູ້ນໍາຂອງທັງສອງພັກໃຫຍ່ ໄດ້ພົບກັນ ໃນການໂຕ້ວາທີ ຂອງຜູ້ນໍາຄັ້ງທີສອງ ທີ່ຈັດຂຶ້ນໂດຍ ABC. ນະໂຍບາຍ ເລື່ອງທີ່ຢູ່ອາສັຍ ແລະບັນຫາເລື່ອງຄວາມໝັ້ນຄົງຂອງຊາດ ໄດ້ເປັນຫົວຂໍ້ໃຫຍ່ ໃນການໂຕ້ວາທີ ລະຫວ່າງ ນາຍົກຣັຖມົນຕີ Anthony Albanese ແລະຜູ້ນໍາຝ່າຍຄ້ານ Peter Dutton.
Hasonló podcastok
A Replaio nem podcastkiadó; a műsorok nevei, borítóképei és hanganyagai a szerzőiket illetik, és nyilvános RSS-csatornákon keresztül terjednek.