uk

RFA

ທັນເຫດການ ເມືອງລາວ

News LO ↓ Епізодів: 173

ຟັງ​ຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະ​ຊາ​ຊົນເສັຽ​ທີິ່​ດິນ, ຂາດ​ສິດ​ທິ​ມະນຸດ ຂັ້ນພື້ນຖານສາກົນ, ​ຂັດສົນ​ບ່ອນທໍາມາ​​ຫາ​ກິນ, ຊັ​ພ​ຍາ​ກອນທັມ​ມ​ຊາດ ຖືກ​ທຳ​ລາຍ, ການ​ໃຊ້​ສານ​ເຄ​ມີ ເກີນຂອບເຂດ, ການ​ສ້າງ​ເຂື່ອນ, ອິດ​ທິ​ພົນຈີນເຂົ້າຄອບງໍາ, ການ​ສໍ້​ຣາ​ສ​ບັງ​ຫຼວງ, ການ​ຄ້າ​ມະ​ນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະ​ຈາຍ​ສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.

Обов'язково відвідайте сайт подкасту та підтримайте його автора: www.rfa.org

Автор

RFA

Категорія

News

Сайт подкасту

www.rfa.org

Останній епізод

23 жов 2026

Де слухати?

Подкасти в застосунку Replaio Radio Уже незабаром

Подкасти незабаром з'являться в застосунку. Встановіть уже зараз і першими побачте зовсім новий погляд на подкасти

Завантажити з Google Play Встановіть безкоштовно Android майже 10 млн завантажень · рейтинг 4,8 iOS незабаром

Епізоди

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.11.2024

1. ລົດບັນທຸກແຮ່ທາດ ຂອງ ຫລາຍບໍລິສັດ ນ້ຳໜັກເກີນ ເຮັດໃຫ້ເສັ້ນທາງ ເລກທີ 10 ເປ່ເພ. 2.   ນັກທ່ອງທ່ຽວຕ່າງປະເທດ ທີ່ດື່ມເຫຼົ້າມີທາດເບື່ອ ຢູ່ເມືອງວັງວຽງ ຈໍານວນນຶ່ງຕ້ອງໄດ້ເຂົ້າໂຮງໝໍ. 3.   ລັດຖະບານລາວ ຈະປັບຂຶ້ນ ເງິນເດືອນລັດຖະກອນ ໃນປີ 2025.  Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 18.11.2024

1.ກອງປະຊຸມສະພາແຫ່ງຊາດລາວຊຸດທີ 9 ໄຂຂື້ນມື້ນີ້ ໂດຍຫວັງຈະແກ້ໄຂບັນຫາເສດຖະກິດ. 2 . ຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ເປັນກັງວົນ ຢ້ານໄດ້ຮັບຜົນກະທົບ ຈາກບໍລິສັດຂຸດຄົ້ນແຮ່ທາດ. 3.ພາຍຫຼັງຈີນໄດ້ສໍາປະທານສວນວັດທະນະທໍາຊຽງຄວນໃນປີ 2017 ແລ້ວ ມີນັກທ່ອງທ່ຽວຈີນມາຫຼາຍຂື້ນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 16.11.2024

1. ຄົນຈີນ ຫຼາຍສິບຄົນ ຖືກຈັບ ຢູ່ສູນການຄ້າ ຊຽງຂວາງເຊັນເຕີ້. 2. ຫຼາຍໂຮງງານ ຢູ່ເຂດເສດຖະກິດພິເສດໃນລາວ ຕ້ອງການຄົນງານຫຼາຍພັນຄົນ. 3.   ການຟື້ນຟູໄພພິບັດນໍ້າຖ້ວມ ໃນ 16 ແຂວງ ຊັກຊ້າ ຍ້ອນຂາດງົບປະມານ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 15.11.2024

1. ນໍ້າຫ້ວຍ ແລະໜອງປາ ໄດ້ຮັບຜົນກະທົບ ຈາກການຂຸດຄົ້ນແຮ່ເຫຼັກ ຢູ່ເມືອງແປກ ແຂວງຊຽງຂວາງ. 2. ການແຜ່ລະບາດ ຂອງຢາບ້າ ຢູ່ແຂວງຫຼວງພະບາງເພີ່ມຂຶ້ນ. 3. ການແຂ່ງຂັນສີມືອາຊີບ ໄດ້ເປີດຂື້ນຢູ່ລາວ ແຕ່ມີຜູ້ສະໝັກເຂົ້າຮ່ວມໜ້ອຍ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.11.2024

1. ເຈົ້າໜ້າທີ່ບາງຄົນ ຍັງຮັບສິນບົນ ຈາກການຂົນສົ່ງສິນຄ້າເຂົ້າມາລາວ.  2. ແຂວງບໍ່ແກ້ວ ຍັງເປັນທາງຜ່ານ ການລັກລອບຂົນຢາເສບຕິດ ຂອງຈີນ. 3.   ງານບຸນ ນະມັດສະການ ພະທາດຫຼວງ ປີ 2024 ຄຶກຄື້ນຫຼາຍກວ່າທຸກປີ.  Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 13.11.2024

1. ໄວລຸ້ນ 110 ຄົນ ທີ່ເປັນເຫຍື່ອການຄ້າມະນຸດໃນປີກາຍ ໄດ້ຖືກປິ່ນປົວຢູ່ສູນປົກປ້ອງ ແມ່ຍິງ-ເດັກນ້ອຍ. 2. ທຸກດ່ານສາກົນໃນລາວ ເກັບເງິນນັກທ່ອງທ່ຽວ ຄົນລະ 10,000 ກີບ ເຂົ້າກອງທຶນການທ່ອງທ່ຽວ ຜ່ານລະບົບທະນາຄານ Easy Pass ເພື່ອສະແດງຄວາມໂປ່ງໃສ. 3. ຄ່າຈອດລົດ ໃນຊ່ວງບຸນພະທາດຫຼວງວຽງຈັນ ແພງກວ່າທີ່ທາງການກໍານົດ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 08.11.2024

1. ແກ້ງສະແກມເມີ້ ໃນອາຊີຕາເວັນອອກສຽງໃຕ້ ຫັນມານໍາໃຊ້ເຕັກໂນໂລຊີ AI ໃນການຄ້າມະນຸດ. 2. ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ສັ່ງໃຫ້ບໍລິສັດ ພະນັນອອນລາຍ ໂຮມເຂົ້າຢູ່ບ່ອຍດຽວກັນ. 3. ລາຄານໍ້າມັນເຊື້ອເພີງແພງຂຶ້ນ ກະທົບຕໍ່ການເປັນຢູ່ ຂອງຊາວລາວ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 08.11.2024

1. ແຂວງຫຼວງນໍ້າທາ ໃຫ້ບໍລິສັດຈີນ ສໍາປະທານຂຸດຫີນຜາ ໃຫ້ໂຮງງານຂົບຫີນຢູ່ໃນແຂວງຂອງຕົນ.  2. ສື່ມວນຊົນແຂວງຄໍາມ່ວນ ກໍາລັງໄດ້ຮັບການຝຶກອົບຮົມ ໃຫ້ເຂົ້າໃຈກ່ຽວກັບວຽກງານ. 3. ຊາວລາວຫຼາຍຄົນ ຄາດວ່າ ຄ່າຝາກລົດ ໃນງານບຸນພະທາດຫຼວງວຽງຈັນ ປີນີ້ ຍັງຈະຖືກເກັບແພງ ກວ່າທີ່ທາງການກໍານົດ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.11.2024

1. ຊາວບ້ານ ຍັງສືບຕໍ່ຮັບຜົນກະທົບ ຈາກການຂຸດຄົ້ນບໍ່ເກືອກາລີ.  2.   ດ່ານສາກົນຫຼາຍແຫ່ງຂອງລາວ ບໍ່ມີເຄື່ອງກວດເຄມີ, ມີແຕ່ກວດໃບອະນຸຍາດ ການນໍາເຂົ້າເທົ່ານັ້ນ. 3.   ຄົນລາວ ແລະ ເຈົ້າໜ້າທີ່ລາວ ຕິດຕາມການເລືອກຕັ້ງ ອາເມຣິກາ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.11.2024

1. ບໍລິສັດຕອບແຊດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຮັບພະນັກເຮັດວຽກ ໃໝ່. 2 .  ຄົນຈີນ ສືບຕໍ່ເຂົ້າມາເຮັດທຸລະກິດດ້ານການທ່ອງທ່ຽວ ແບບຜິດກົດໝາຍ. 3.   ສໍານັກງານ ອົງການບໍລິຫານຂອງລັດ ຢູ່ແຂວງສາລະວັນ ເປັນໜີ້ຄ່າໄຟຟ້າ 21.3 ຕື້ກີບ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 05.11.2024

1. ຊາວກະສິກອນ ຈະປູກເຂົ້ານາແຊງ ບໍ່ໄດ້ ເຕັມເມັດເຕັມໜ່ວຍ. 2.   ທາງການ ມີນະໂຍບານຂາຍລົດລັດ ໃຫ້ພະນັກງານບໍານານ ຢູ່ແຂວງຈໍາປາສັກ ໃນລາຄາພິເສດ. 3 .  ນັກວິຊາການ ແລະ ພາກປະຊາສັງຄົມ ໃນໄທ ກັງວົນ ຜົນກະທົບ ຈາກເຂື່ອນ ປາກແບງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 02.11.2024

1. ເຈົ້າໜ້າທີ່ຊາຍແດນລາວ-ໄທ ຈະຮ່ວມມືກັນເພີ່ມການປາບປາມການຄ້າມະນຸດ. 2. ບໍລິສັດຈີນ ສໍາປະທານເນື້ອທີ່ 400 ເຮັກຕ້າ ເຮັດໂຄງການຂຸດຄົ້ນຖ່ານຫິນ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ. 3.   ກອງປະຊຸມສະພາແຫ່ງຊາດ ຈະຈັດຂື້ນໃນກາງເດືອນນີ້ ຂະນະທີ່ປະຊາຊົນ ຮຽກຮ້ອງໃຫ້ມີການແກ້ໄຂບັນຫາເສດຖະກິດດ່ວນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 01.11.2024

1. ຍັງມີຄົນລາວ 19 ຄົນ ທີ່ເປັນເຫຍື່ອ ການຄ້າມະນຸດ ຢູ່ປະເທດມຽນມາ. 2. ແຂວງຫົວພັນ ເພີ່ມມາດຕະການຄຸ້ມຄອງ ບັນຫາ ການປ່ອຍສານເຄມີລົງນ້ຳ ຈາກບໍລິສັດຈີນ. 3. ສະຫະປະຊາຊາດ ຮຽກຮ້ອງໃຫ້ປະເທດລາວ ມີການແກ້ໄຂ ກົດໝາຍ ທີ່ອະນຸຍາດ ໃຫ້ແຕ່ງດອງ ກ່ອນໄວອັນຄວນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 31.10.2024

1. ການແກ້ໄຂບັນຫາ ຝຸ່ນຄວັນໃນລາວ ຍັງມີຄວາມທ້າທາຍ ຍ້ອນ ສັງຄົມລາວ ຍັງຖືເບົາຕໍ່ບັນຫານີ້.  2. ແກ໊ງຄໍເຊັນເຕີ້ ຍ້າຍອອກຈາກລາວ ໄປຢູ່ມຽນມາ ແລະກໍາປູເຈັ້ຍ.  3.   ຊາວໜຸ່ມນັກຮຽນ ຈຳນວນຫຼາຍ ຢູ່ເມືອງຊຳເໜືອ ແຂວງຫົວພັນ ຕິດຢາເສບຕິດຫຼາຍປະເພດ ແລະ ຍັງບໍ່ໄດ້ຮັບການບຳບັດ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 30.10.2024

1. ຕໍາຫຼວດແຂວງຫຼວງນໍ້າທາ ເຮັດບົດບັນທຶກກັບຊາວບ້ານ 5 ບ້ານຢູ່ເມືອງສິງ.  2.   ພະນັກງານລັດຖະກອນ ຢາກໃຫ້ລັຖະບານລາວ ປັບຂຶ້ນເງິນເດືອນ ໃຫ້ສອດຄ່ອງ ກັບສະພາບເສດຖະກິດ ໃນປັດຈຸບັນ.  3.   ການສ້ອມແປງຖະໜົນ ແຕ່ແຂວງວຽງຈັນ ໄປຫາແຂວງຫຼວງພະບາງ ລ້າຊ້າເກີນໄປ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 29.10.2024

1. ແຂວງອັດຕະປື ລົງວິໄນຕໍ່ພະນັກງານລັດ ຈໍານວນ 26 ຄົນ.  2. ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແລະ ເຂດພັດທະນາ ກວມລວມ ເມືອງໄຊເສດຖາ ຍັງຂາດເຂີນຄົນງານຫຼາຍ.  3. ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ຈັບຜູ້ຄ້າຢາເສບຕິດ ໄດ້ 1,600 ປາຍຄົນ ແລະຍຶດຢາບ້າໄດ້ 15 ລ້ານປາຍເມັດ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 25.10.2024

1. ຫົວໜ້າຂະແໜງການຄັງແຂວງອັດຕະປື ທີ່ຖືກຄຸກຍ້ອນສໍ້ລາດບັງຫຼວງ ແຂວນຄໍໂຕເອງຕາຍ2. ທົ່ວປະະເທດປະລະການຮຽນສູງເຖີງກ່ວາແສນຄົນພາຍໃນສາມປີ3. ສາລະຄະດີ: ກະສີກອນລາວ ຈຳນວນຫຼາຍຍັງບໍ່ສາມາດສົ່ງສີນຄ້າກະເສດໄປຂາຍຈີນ ຜ່ານເສັ້ນທາງລົດໄຟລາວ-ຈີນໄດ້ ຍ້ອນຂາດຄຸນນະພາບແລະ ຕົ້ນທືນການຜລິດສູງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 24.10.2024

1. ຊາວບ້ານ ບ້ານນາໄຫ ນະຄອນຫລວງວຽງຈັນ ຫລາຍຮ້ອຍຄອບຄົວ ໄດ້ຮັບຜົນກະທົບ ຈາກ ບັນຫາຂີ້ຝຸ່ນຕາມເສັ້ນທາງ ແລະ ຮຽກຮ້ອງໃຫ້ມີການແກ້ໄຂ ຮີບດ່ວນ.2. ທາງການລາວ ປ່ຽນຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວຄົນໃໝ່ ຍ້ອນມີໜີ້ສິນຫຼາຍ.3. ສາລະຄະດີ: ຖະໜົນເລກທີ່ 13 ເປັນຖະໜົນຫຼວງແຫ່ງຊາດ ແຕ່ປັດຈຸບັນ ຫຼາຍຈຸດຫຼາຍຕອນ ຂອງຖະໜົນດັ່ງກ່າວ ເປ່ເພຢ່າງໜັກ Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.10.2024

1. ແຂວງອັດຕະປື ຂາດເຂີນແພດ ແລະໝໍ ຫຼາຍ.2. ສໍານັກງານສິດທິມະນຸດ ສະຍະຊົນແຫ່ງຊາດໄທ ຮຽກຮ້ອງໃຫ້ນາຍົກລັດຖະມົນຕີໄທ ທົບທວນການຊື້ໄຟຟ້າ ຈາກເຂື່ອນແມ່ນ້ໍາຂອງ 4 ແຫ່ງ ຍ້ອນ ກັງວົນເລື່ອງຜົນກະທົບ ຂ້າມພົມແດນ.3. ສາຣະຄະດີ: ເດັກນ້ອຍແມ່ຍີງລາວ ຫຼາຍຄົນ ຍັງຕົກເປັນຜູ້ເຄາະຮ້າຍ ຈາກການໃຊ້ຄວາມຮຸ່ນແຮງ ໃນຄອບຄົວ ຍ້ອນທາງການບໍ່ເອົາໃຈໃສ່ ໃນການແກ້ໄຂ ຖືເປັນບັນຫາທຳມະດາ ໃນສັງຄົມລາວ. Hosted on Acast. See acast.com/privacy for more informati...

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 22.10.2024

1. ທາງການໄທ ກວດພົບສາຍອິນເຕິແນດ ຜິດກົດໝາຍ ຖືກລາກຂ້າມຂົວມິດຕະພາບ ລາວ-ໄທ ແຫ່ງທີ່ 2. ທະນາຄານພັດທະນາອາຊີ ຊ່ອຍປັບປຸງຖະໜົນ ຢູ່ເມືອງວັງວຽງ3. ສາລະຄະດີ: ເດັກນ້ອຍແມ່ຍິງໄວໜຸ່ມລາວ ທີ່ແຕ່ງດອງ ກ່ອນໄວອັນຄວນ ຢູ່ເມືອງຮຸນ ແຂວງອຸດົມໄຊ ຕົກເປັນກຸ່ມສ່ຽງຄ້າມະນຸດ ຖືກຄົນຈີນຕົວະແຕ່ງດອງ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 21.10.2024

1. ດິນສໍາປະທານ 240,000 ປາຍເຮັກຕາໃນລາວ ບໍ່ໄດ້ຖືກພັດທະນາ ແລະລະເລີຍຈາກພວກນັກລົງທຶນ2. ຫຼາຍແຂວງຍັງຜະເຊີນກັບການຂາດຄູສອນບໍ່ພຽງພໍ.3. ສາລະຄະດີ: ໄທ ສ້າງສູນຊ່ວຍເຫຼືອຜູ້ທີ່ໄດ້ຮັບເຄາະຮ້າຍຈາກການຄ້າມະນຸດ ທີ່ນະຄອນຫຼວງວຽງຈັນ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 18.10.2024

1. ພະນັກງານລັດຖະກອນ ລາອອກຫຼາຍຂຶ້ນ ເນື່ອງຈາກ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ.2. ການສ້ອມແປງ-ປັບປຸງ ເສັ້ນທາງ 13 ເໜືອ ສີໄຄ-ສີເກີດ ຍັງຊັກຊ້າ.3. ສາລະຄະດີ: ນັກທ່ອງທ່ຽວຈີນ ຍາດກັນຂື້ນລົດໄຟຟ້າ ຮັບ-ສົ່ງຕາດກວາງສີ ນະຄອນຫຼວງພະບາງ ເປັນບັນຫາຈົນເຮັດໃຫ້ຫຼາຍພາກສ່ວນທີ່ກ່ຽວຂ້ອງຫາວິທີແກ້ໄຂ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 17.10.2024

1. ຊາວບ້ານ ຍັງກັງວົນເລື່ອງນໍາໃຊ້ນໍ້າແວ່ນ.2. ກວດພົບຖັງສານເຄມີອັນຕະລາຍ ຈຳນວນ 95 ຖັງ ຖືກນຳໄປຖິ້ມຢູ່ເຂດບ້ານດ່ານຊີ ເມືອງນາຊາຍທອງ.3. ສາລະຄະດີ: ຄົນຈີນ ທີ່ເລາະຕົວະຂາຍ ໂທລະສັບມືຖືປອມ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 16.10.2024

1. ແມ່ຍິງຊົນເຜົ່າ ໃນເຂດພາກເໜືອຂອງລາວ ຍັງເປັນກຸ່ມສ່ຽງສູງ ທີ່ຈະຕົກເປັນເຫຍື່ອ ໃນຄ້າມະນຸດ ລັກສະນະ ແຕ່ງດອງກັບຄົນຈີນ ແບບບໍ່ຖືກຕ້ອງ.2. ລາວ ມີບັນຫາ ໃນການຄວບຄຸມອາວຸດປືນເສິກ ຜິດກົດໝາຍ. 3. ສາ]ະຄະດີ: ຂອງຄະນະກຳມາທິການ ແມ່ນນ້ຳຂອງ ກ່ຽວກັບການ ເຕືອນໄພລ່ວງໜ້າ ຈາກການຜັນປ່ວນ ຂອງແມ່ນ້ຳຂອງ ຍັງບໍ່ທັນເປີດໃຊ້ ເປັນທາງການເທື່ອ. Hosted on Acast. See acast.com/privacy for more information.

ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ມີດັ່ງນີ້: 10.10.2024

1. ອາຊ້ຽນ ແລະຈີນ ຕົກລົງ ປາບປາມອາດຊະຍາກໍາທາງໄຊເບີ້ ແລະການພະນັນອອນລາຍ.2. ລາວໄທ ລົງນາມຮ່ວມມື 6 ສະບັບ 3. ສາລະຄະດີ: ສະພາບຄຸກ ຢູ່ປະເທດລາວ ຍັງມີຄວາມແອອັດ Hosted on Acast. See acast.com/privacy for more information.

Слухайте подкаст ທັນເຫດການ ເມືອງລາວ у Replaio

Радіо та подкасти в одному застосунку - безкоштовно й без реєстрації. Встановіть уже сьогодні та не пропустіть запуск

Завантажити з Google Play

Replaio не є видавцем подкастів; назви шоу, обкладинки та аудіо належать їхнім авторам і поширюються через публічні RSS-канали