RFA
ທັນເຫດການ ເມືອງລາວ
ຟັງຂ່າວເຫດການ ທີ່ເກີດຂຶ້ນ ໃນສປປລາວ--ປະຊາຊົນເສັຽທີິ່ດິນ, ຂາດສິດທິມະນຸດ ຂັ້ນພື້ນຖານສາກົນ, ຂັດສົນບ່ອນທໍາມາຫາກິນ, ຊັພຍາກອນທັມມຊາດ ຖືກທຳລາຍ, ການໃຊ້ສານເຄມີ ເກີນຂອບເຂດ, ການສ້າງເຂື່ອນ, ອິດທິພົນຈີນເຂົ້າຄອບງໍາ, ການສໍ້ຣາສບັງຫຼວງ, ການຄ້າມະນຸດ, ຄ້າຢາເສພຕິດ ແລະອື່ນໆ.ວິທຍຸ ເອເຊັຽ ເສຣີ, ພາກພາສາລາວ, ກະຈາຍສຽງ ຊູ່ມື້--ພາກເຊົ້າ 1 ຊົ່ວໂມງ, ພາກແລງ 1 ຊົ່ວໂມງ. Hosted on Acast. See acast.com/privacy for more information.
Обов'язково відвідайте сайт подкасту та підтримайте його автора: www.rfa.org
Де слухати?
Подкасти в застосунку Replaio Radio Уже незабаромПодкасти незабаром з'являться в застосунку. Встановіть уже зараз і першими побачте зовсім новий погляд на подкасти
Епізоди
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.12.2024 17:00
1. ທ່ານ ທັກສິນ ຊິນນະວັດ ອະດີດນາຍົກໄທ ສະເໜີການຊ່ອຍເຫຼືອ ເພື່ອປາບປາມແກ້ງຄໍເຊັນເຕີ້ ຢູ່ມຽນມາ. 2. ຄູບາຫວຽດນາມ Thích Minh Tuệ ທີ່ຍ່າງມາລາວ ປັດຈຸບັນ ຢູ່ເມືອງໂພນທອງ ແຂວງຈໍາປາສັກ. 3. ແຂວງສະຫວັນນະເຂດ ກວດພົບການສໍ້ລາດບັງຫຼວງ ຫຼາຍກໍລະນີ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.12.2024 15:59
1. ຕໍາຫຼວດ ຈັບຄົນຈີນ ທີ່ໃຊ້ເງິນຢວນປອມຊື້ເຄື່ອງຂອງ ຢູ່ນະຄອນຫຼວງພະບາງ ໄດ້ແລ້ວ. 2. ເຈົ້າໜ້າທີ່ຕໍາຫຼວດ ແລະອາສາສະໝັກກູ້ໄພ ຕຽມຄວາມພ້ອມຮັບມື ກັບການສະຫຼອງ ບຸນປີໃໝ່ສາກົນ. 3. ຊາວລາວ ແລະໄທ ກັງວົນນໍາຜົນກະທົບຕໍ່ສັງຄົມ ແລະສິ່ງແວດລ້ອມ ທີ່ຈະເກີດຂື້ນ ຖ້າສ້າງເຂື່ອນຊະນະຄາມ ກັ້ນນໍ້າຂອງ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 25.12.2024 20:55
1. ການຈັດງານ ສະເຫຼີມສະຫຼອງ ວັນຄຣິສມາດ ຢູ່ປະເທດລາວ ຍັງຖືກຈຳກັດ ແລະຕ້ອງໄດ້ຮັບ ອະນຸຍາດ ຈາກທາງການ. 2. ຊາວບ້ານເຊື່ອວ່າ ບໍລິສັດຂຸດຄົ້ນບໍ່ແຮ່ ກໍາລັງສ້າງມົນລະພິດ ໃນລໍານໍ້າຊອງ ຢູ່ເຂດເມືອງວັງວຽງ ແຂວງວຽງຈັນ. 3. ນະຄອນຫຼວງພະບາງ ເລີ່ມປັບໃໝລົດ ແລະ ຜູ້ທີ່ຖິ້ມຂີ້ເຫຍື້ອຊະຊາຍ ແຕ່ຫຼາຍພາກສ່ວນເຫັນວ່າ ປະຕິບັດຕົວຈິງໄດ້ຍາກ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 24.12.2024 18:31
1. ສະມາຊິກສະພາ ຜູ້ແທນຂອງໄທ ຮຽກຮ້ອງໃຫ້ລັດຖະບານ ຊ່ອຍເຫຼືອຜູ້ເຄາະຮ້າຍ ທາງໄຊເບີ້ ໃນມຽນມາ. 2. ຊາວເມືອງ ບໍລິຄັນ ກັບຊາວເມືອງປາກຊັນ ໄດ້ຮັບຜົນກະທົບ ຈາກນໍ້າຊັນ ທີ່ປົນເປື້ອນ ຈາກການຂຸດແຮ່ທາດ. 3. ເກີດເຫດການດິນຍຸບ ຄັ້ງທີ 2 ຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.12.2024 17:41
1. ທາງການລາວ ລາຍງານວ່າ ໃນປີນີ້ ຢູ່ລາວມີຜູ້ຕິດເຊື້ອ HIV/AIDS 1,896 ຄົນ. 2. ປັດຈຸບັນ, ນາງ ນໍ້າທິບ ລາວຢູ່ທີ່ ສະຖານຄຸ້ມຄອງສະຫວັດດີພາບ ຜູ້ເສຍຫາຍ ຈາກການຄ້າມະນຸດ, ບ້ານສອງແຄວ ແຂວງພິດສະນຸໂລກ ປະເທດໄທ. 3. ຊາວບ້ານນາໄຫແລະບ້ານນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທໍລະມານຈາກຂີ້ຝຸ່ນທາງດິນແດງມາໄດ້ 10 ປາຍປີແລ້ວ ແຕ່ທາງການຍັງບໍ່ແກ້ໄຂໃຫ້. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 20.12.2024 17:25
1. ໄທເຂົ້າສູ່ສັງຄົມ ຜູ້ສູງອາຍຸ ແລະຕ້ອງການແຮງງານ ຈາກຕ່າງປະເທດ ອີກຈຳນວນຫຼາຍ ໃນນີ້ ເປັນຄົນງານລາວ ຫຼາຍແສນ ຕຳແໜ່ງ. 2. ນະຄອນຫຼວງວຽງຈັນ ຍັງເປັນໜີ້ຢູ່ 1,804,500,000,000 ປາຍກີບ. 3. ຊາວສວນມັນຕົ້ນ ໃນເມືອງສັງທອງ ນະຄອນຫຼວງວຽງຈັນ ຈໍາເປັນຕ້ອງພາກັນ ໄປຂາຍມັນຕົ້ນ ໃນລາຄາຖືກ ຍ້ອນບໍ່ມີທາງເລືອກ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 19.12.2024 16:30
1. ປະເທດລາວ ສູນເສຍພື້ນທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ. 2. ຊາວລາວ ເຫັນວ່າ ການໃຫ້ສໍາປະທານຂຸດຄົ້ນແຮ່ທາດ ບໍ່ຄຸ້ມຄ່າ ຍ້ອນ ລົດບັນທຸກແຮ່ທາດ ເຮັດໃຫ້ເປ່ເພຫຼາຍ. 3. ຄົນງານລາວ ລັກເຮັດວຽກຢູ່ໄທຫຼາຍ ຍ້ອນຖ້າໄປຕາມ MOU ໄດ້ເສຍຄ່າໃຊ້ຈ່າຍຫຼາຍລ້ານກີບ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 18.12.2024 18:18
1. ທາງການລາວ ຈະໃຫ້ບໍລິສັດຈີນ ເຂົ້າມາປູກໝາກພຸກ ດ້ວຍລະບົບການຜະລິດ ແບບຄົບວົງຈອນ ຢູ່ແຂວງ ອຸດົມໄຊ. 2. ຊາວບ້ານເວົ້າວ່າ ເຈົ້າໜ້າທີ່ບາງບ້ານ ແຂວງຈໍາປາສັກ ເກັບຄ່າພັກເຊົາຂອງຄົນຕ່າງແຂວງ 50,000 ກີບຕໍ່ເດືອນ. 3. ໃນວາລະຄົບຮອບ 12 ປີ ທ່ານ ສົມບັດ ສົມພອນ ຖືກລັກພາຕົວ ແລ້ວຫາຍສາບສູນ ນັ້ນ, ພັນລະຍາ ຂອງທ່ານ ແລະ ໂຕແທນ ອົງການສາກົນ ດ້ານສິດທິມະນຸດ ຍັງສືບຕໍ່ຮ້ອງຂໍ ໃຫ້ລັດຖະບານລາວ ທຳການສືບສວນສອບສວນ ຢ່າງເອົາໃຈໃສ່. Hosted on Acast....
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 17.12.2024 17:04
1. ຈ່າຍເງິນເກີນແຜນໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ. 2. ນະຄອນຫຼວງວຽງຈັນ ຈ່າຍເງິນເກີນແຜນ ໃຫ້ພະນັກງານ-ລັດຖະກອນ ທີ່ມີຕໍາແໜ່ງນ້ອຍ. 3. ອົງການ USAID ສະແດງໃຫ້ເຫັນ ປະຊາຊົນໃນພາກໃຕ້ຂອງລາວ ຍັງສືບຕໍ່ ໄດ້ຮັບກະທົບຈາກຝົນເຫຼືອງ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 14.12.2024 15:52
1. ຊາວບ້ານ ຢູ່ເມືອງວຽງໄຊ ແຂວງຫົວພັນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຈາກບໍລິສັດ ຂຸດຄົ້ນແຮ່ທາດ. 2. ນະຄອນຫຼວງວຽງຈັນ ອອກຄໍາສັ່ງຫ້າມຂື້ນລາຄາສິນຄ້າ ໃນໄລຍະບຸນປີໃໝ່ສາກົນ ທີ່ຈະມາເຖິງນີ້. 3. ການຖືພາກ່ອນໄວອັນຄວນ ຂອງເດັກນ້ອຍແມ່ຍິງລາວ ເຮັດໃຫ້ມີຄວາມສ່ຽງຕໍ່ສຸຂະພາບ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 12.12.2024 15:55
1. ຊາວບ້ານເປັນກັງວົນຫຼາຍຂຶ້ນ ພາຍຫຼັງພົບດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ເຂດສໍາປະທານຂຸດຄົ້ນເກືອກາລີ ຂອງຈີນ ໃນແຂວງຄໍາມ່ວນ. 2. ດິນຂອງປະຊາຊົນຢູ່ແຂວງຄໍາມ່ວນ ຖືກບໍລິສັດບໍ່ແຮ່ຫວຽດນາມ ຍຶດເອົາໄປ 4.ອັດຕາ ແລກປ່ຽນເງິນຕາ. 3. ປິດກອງປະຊຸມສະພາແຫ່ງຊາດ ຢ່າງເປັນທາງການ ທ່າມກາງ ຫຼາຍບັນຫາທີ່ຄົງຄ້າງ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.12.2024 16:01
1. ຊາວລາວ ແລະ ເຈົ້າໜ້າທີ່ລາວ ຫຼາຍຄົນ ຄັດຄ້ານ ທີ່ມີການປະດັບຫຼຽນໄຊພັດທະນາ ຊັ້ນ 3 ໃຫ້ ທ່ານ ຈ້າວ ເຫວີຍ. 2. ຄວາມຄືບໜ້າ ຂອງແມ່ຍິງລາວ ທີ່ຄ້າງຢູ່ໃນ ສູນສະແກມເມີ້ ຂອງຈີນ ໃນປະເທດມຽນມາ. 3. ເມືອງຫາດຊາຍຟອງ ໂຄສະນາ ຜົນຮ້າຍຂອງການຄ້າມະນຸດ ພາຍຫລັງ ມີແມ່ຍິງລາວ ຖືກນາຍໜ້າຕົວະໃຫ້ໄປເປັນເມັຍຈີນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 11.12.2024 15:52
1. ແຂວງອັດຕະປື ສັ່ງໃຫ້ຊາວບ້ານໜອງມ່ວງ ຢູ່ເມືອງສະໜາມໄຊ ເກັບກູ້ມັນຕົ້ນ ແລະຍ້າຍອອກຈາກເຂດຈີນສໍາປະທານ ພາຍໃນ 2 ເດືອນ. 2. ເວັບໄຊທ໌ຂອງລັດຖະບານອັງກິດ ອອກແຈ້ງການເຕືອນ ການໄປທ່ອງທ່ຽວຢູ່ເມືອງວັງວຽງ ໃຫ້ລະວັງການດື່ມເຫຼົ້າຍີ່ຫໍ້ Tiger Vodka ແລະ Tiger Whisky. 3. ທ່ານ ສົມບັດ ສົມພອນ ຖືກບັງຄັບໃຫ້ຫາຍສາບສູນ ຢູ່ກາງນະຄອນຫຼວງວຽງຈັນ ໄດ້ 12 ປີແລ້ວ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 10.12.2024 16:57
1. ລາຄາມັນຕົ້ນຕົກຕໍ່າ, ຊາວກະສິກອນລາວ ທີ່ປູກມັນຕົ້ນ ຮຽກຮ້ອງໃຫ້ທາງການ ຊ່ອຍເຫຼືອ. 2. ຊາຍຈີນ ຜູ້ບຸກເຂົ້າຮ້ານຄໍາ ຢູ່ນະຄອນຫຼວງພະບາງ ທໍາຮ້າຍເຈົ້າຂອງຮ້ານ ທີ່ສູ້ຄືນ. 3. ຊາວບ້ານຈໍານວນໜຶ່ງ ຢ້ານວ່າ ທີ່ດິນຂອງເຂົາເຈົ້າ ຈະຖືກຍຶດໄປ ຍ້ອນວ່າ ຂະບວນການອອກໃບຕາດິນ ຊັກຊ້າ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 07.12.2024 15:29
1. ການປັກຫຼັກໝາຍຊາຍແດນ ລະຫວ່າງລາວ ແລະກໍາປູເຈຍ ມາເຖິງປັດຈຸບັນ ກໍຍັງບໍ່ທັນສໍາເລັດ. 2. ຂ່າວຄວາມຄືບໜ້າ ຂອງແມ່ຍິງລາວ ທີ່ຕິດຢູ່ສູນ ສະແກມເມີ້ຂອງຈີນ ໃນປະເທດ ມຽນມາ. 3. ເມືອງວັງວຽງ ສັ່ງຫ້າມຂາຍເຫຼົ້າ ໂວນກາ ໄທເກີ ແລະ ໄທເກີວິສະກີ ທຸກແຫ່ງ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 06.12.2024 17:16
1. ຊາວລາວ ບໍ່ເຊື່ອໝັ້ນວ່າ ລັດຖະບານລາວ ຈະແກ້ໄຂບັນຫາ ການສໍ້ລາດບັງຫຼວງໄດ້. 2. ລັດຖະບານລາວ ເຝົ້າລະວັງອົງການຈັດຕັ້ງ ທີ່ບໍ່ຂື້ນກັບລັດຖະບານ, ອົງການພາກປະຊາສັງຄົມ ທີ່ໄດ້ສົນທະນາ ກັບຜູ້ລາຍງານພິເສດ ສະຫະປະຊາຊາດ. 3. ເກີດເຫດດິນຍຸບ ເປັນຂຸມຂະໜາດໃຫຍ່ ຢູ່ແຂວງຄໍາມ່ວນ ທີ່ນອນຢູ່ໃນເຂດສໍາປະທານ ຂຸດຄົ້ນເກືອກາລີ ຂອງຈີນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 05.12.2024 16:21
1. ປະຊາຊົນ 371 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກການກໍ່ສ້າງທາງລົດໄຟລາວ-ຈີນ ຍັງບໍ່ໄດ້ຮັບຄ່າຊົດເຊີຍ. 2. ເງິນເດືອນຂອງຄູສອນ ຢູ່ລາວ ຕໍ່າສຸດໃນອາຊ້ຽນ ແລະ ບາງຄົນ ລາອອກຈາກວຽກ. 3. ຊາວນະຄອນຫຼວງວຽງຈັນ ເລີ່ມພົບເຫັນໝອກຄວັນ ແລະຝຸ່ນລະອອງ PM2.5 ໃນປະລິມານຫຼາຍຂື້ນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.12.2024 15:02
1. ລັດວິສາຫະກິດໄຟຟ້າລາວ ຕິດໜີ້ຢ່າງມະຫາສານ ຄືເຖິງປະມານ 4.3 ຕື້ໂດລາສະຫະຣັດ. 2. ລັດຖະບານລາວ ອະໄພຍະໂທດ ໃຫ້ແກ່ນັກໂທດ 2,716 ຄົນ ເນື່ອງໃນວັນຊາດປີນີ້ ແຕ່ບໍ່ມີການອະໄພຍະໂທດ ໃຫ້ນັກໂທດການເມືອງ. 3. ໂຮງໝໍລັດຫຼາຍແຫ່ງ ຍັງຂາດແຄນຢາປິ່ນປົວ ຄົນເຈັບປ່ວຍ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 03.12.2024 16:16
1. ນັກທຸລະກິດຈີນ ຂົນອຸປະກອນເຮັດປ້າຍໂຄສະນາ ມາຈາກປະເທດຈີນ ເພື່ອມາຕິດຕັ້ງຢູ່ລາວ ແບບບໍ່ຖືກລະບຽບກົດໝາຍ. 2. ພະນັກງານເຮືອນພັກ ນານາ ແບັກແພັກເກີ ຖືກຈັບຕື່ມອີກ 3 ຄົນ ຍ້ອນເຫດການເຫຼົ້າປົນທາດເມທານອນ ທີ່ເປັນຜິດ. 3. ຜູ້ລາຍງານພິເສດ ຂອງ UN ຮຽກຮ້ອງໃຫ້ ສປປ. ລາວ ໃຫ້ຄວາມສໍາຄັນ ຕໍ່ສິດທິ ດ້ານວັດທະນະທໍາ ຂອງປະຊາຊົນບັນດາເຜົ່າ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 28.11.2024 15:20
1. ແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີຂອງຈີນ ໃນປະເທດພະມ້າ ຍັງລໍຖ້າການຊ່ວຍເຫຼືອ. 2. ຊາວບ້ານ ຢູ່ເມືອງໝື່ນ ແຂວງວຽງຈັນ ເດືອດຮ້ອນ ຍ້ອນການຂຸດແຮ່ທາດ ແລະ ແຮ່ຄໍາຕົກຂ້ອນ. 3. ຄົນນໍາທ່ຽວຈີນຜິດກົດໝາຍ ພາຄົນຈີນ ທ່ຽວຢູ່ນະຄອນຫຼວງວຽງຈັນ ແລະແຂວງຫຼວງພະບາງ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 27.11.2024 16:37
1. ການກວດກາ ຄຸນນະພາບຂອງເຄື່ອງດື່ມທາດເຫຼົ້າ ຕາມຮ້ານຕ່າງໆ ຢູ່ເມືອງວັງວຽງ ແຂວງວຽງຈັນ ຍັງບໍ່ທັນໄດ້ປະຕິບັດຈິງຈັງ ແລະທົ່ວເຖິງເທື່ອ. 2. ປະຊາຊົນ ຢູ່ເມືອງໂຂງ ແຂວງຈໍາປາສັກ ຍັງຕັດໄມ້ ຖາງປ່າ ເພື່ອຫາລ້ຽງຊີບຢູ່. 3. ຊາວບ້ານ ເຂດເມືອງກາສີ ຍັງເຫັນສາຍນ້ຳປັງ ກາຍເປັນສີແດງຂຸ່ນ ຈົນຊາວບ້ານບໍ່ກ້າໃຊ້ນ້ຳ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 26.11.2024 15:29
1. ຮ້ານບັນເທີງ ແລະຮ້ານກິນດື່ມ ໃນເມືອງວັງວຽງ ຈໍານວນໜຶ່ງ ໄດ້ຮັບຜົນກະທົບ ຫຼັງຈາກ ພົບເຫັນສິ່ງມຶນເມົາ ປົນເປື້ອນສານເມທານ້ອນ. 2. ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ. 3. ນັກຮຽນຊັ້ນປະຖົມ ປະລະການຮຽນ ເນື່ອງຈາກ ໂຮງຮຽນ ບໍ່ມີໂຄງການອາຫານເທື່ອ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 23.11.2024 16:57
1. ກະຊວງປ້ອງກັນຄວາມສະຫງົບ ເຜີຍຂໍ້ມູນ ກ່ຽວກັບນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ. 2. ນັກຮຽນ 333,770 ຄົນ ບໍ່ເຂົ້າຮຽນຕໍ່ ໃນສົກຮຽນ ປີ 2023-2024. 3. ສະມາຊິກສະພາແຫ່ງຊາດ ຮຽກຮ້ອງໃຫ້ລັດຖະບານ ຊ່ວຍຮັກສາ ນະຄອນຫຼວງພະບາງ ໃຫ້ຍັງເປັນເມືອງມໍລະດົກໂລກ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 22.11.2024 18:09
1. ມີນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ 5 ຄົນແລ້ວ ຈາກເຫດການດື່ມເຫຼົ້າປະສົມສານ Methanol. 2. ຊາວລາວຕ້ອງການໃຫ້ລັດຖະບານ ໂຈະການອະນຸມັດ ໂຄງການຂຸດຄົ້ນແຮ່ທາດ ຍ້ອນມັນມີຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມ. 3. ດິນເຈື່ອນທັບໃສ່ນາ ແລະ ໜອງປາຂອງຊາວບ້ານ ໃນເຂດເມືອງຜາໄຊ ແຂວງຊຽງຂວາງ ຍ້ອນການຂຸດຄົ້ນແຮ່ທາດ ຂອງບໍລິສັດຈີນ. Hosted on Acast. See acast.com/privacy for more information.
ຂ່າວທີ່ໜ້າສົນໃຈ ສຳລັບມື້ນີ້ ມີດັ່ງນີ້: 21.11.2024 17:15
1. ສສຊ ສະແດງຄວາມເປັນຫ່ວງ ຕໍ່ຄວາມເສຍຫາຍຂອງເສັ້ນທາງ ຈາກໂຄງການຂຸດຄົ້ນບໍ່ແຮ່. 2. ທາງການລາວ ຢູ່ລະຫວ່າງ ສືບສວນ-ສອບສວນ ນັກທ່ອງທ່ຽວທີ່ຖືກທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ. 3. ຊາວບ້ານ 2 ບ້ານ ໃນແຂວງໄຊຍະບູລີ ໄດ້ຮັບຜົນກະທົບ ຈາກໂຄງການປຸງແຕ່ງໝາກເດືອຍ ຂອງນັກລົງທຶນຈີນ. Hosted on Acast. See acast.com/privacy for more information.
Схожі подкасти
Replaio не є видавцем подкастів; назви шоу, обкладинки та аудіо належать їхнім авторам і поширюються через публічні RSS-канали