RFA

ເມືອງລາວໃນອາທິດນີ້

News LO ↓ Episoade: 71

ເມືອງລາວໃນອາທິດນີ້ ເປັນລາຍການໃໝ່ ທີ່ນຳສະເໜີ ເລື່ອງທີ່ເກີດຂຶ້ນ ພາຍໃນນຶ່ງອາທິດເຊິ່ງທາງທີມງານ ວິທຍຸເອເຊັຽເສຣີ ນຳມາສົນທະນາ ອະທິບາຍ ສາຍເຫດທີ່ເກີດຂຶ້ນ ແລະ ທາງວິທຍຸເອເຊັຽເສຣີ ໄດ້ຂໍ້ມູນເລື່ອງທີ່ເກີດຂຶ້ນນັ້ນ ມາແນວໃດ. ເປັນລາຍການ ທີ່ສະຫຼຸບເຫດການ ທີ່ສຳຄັນໆ ເພື່ອໃຫ້ຜູ້ຟັງເຂົ້າໃຈງ່າຍ ດ້ວຍພາສາສະໄໝໃໝ່ ແລະຜູ້ຟັງສາມາດເຂົ້າໄປຟັງຈາກ ພັອດແຄດ (Podcast) ໄດ້ຕະຫລອດເວລາ. Hosted on Acast. See acast.com/privacy for more information.

Vizitează neapărat site-ul podcastului și susține-i creatorul: www.rfa.org

Autor

RFA

Categorie

News

Site-ul podcastului

www.rfa.org

Cel mai nou episod

18 mar. 2025

Unde asculți?

Podcasturi în aplicație Replaio Radio În curând

Podcasturile ajung în curând în aplicație. Instaleaz-o acum și fii primul care descoperă o abordare complet nouă a podcasturilor

Descarcă din Google Play Instalează gratuit Android aproape 10 mil. descărcări · nota 4,8 iOS în curând

Episoade

This Week in Laos Ep.65 26.09.2024

ລາຍການ ເມືອງລາວປະຈໍາສັບປະດາ ໄດ້ສໍາພາດ ສະມາຊິກ ຄອບຄົວ ຜູ້ຖືກເຄາະຮ້າຍ ຈາກ ໄພນໍ້າຖ້ວມ ຢູ່ ເມືອງແລະແຂວງ ຫຼວງນໍ້າທາ ຮວມທັງ ການບອກເລົ່າ ຂອງນາຍບ້ານ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ເຖິງ ຄວາມເສຍຫາຍຕ່າງໆ ຂອງປະຊາຊົນ. Hosted on Acast. See acast.com/privacy for more information.

This Week in Laos Ep.64 19.09.2024

ເຫດການໄພນໍ້າຖ້ວມ ຢູ່ປະເທດລາວ ເຊິ່ງ ມີປະຊາຊົນໃນຫຼາຍແຂວງ ໄດ້ຮັບຄວາມເສຍຫາຍນັ້ນ ຍັງຕ້ອງການ ການຊ່ອຍເຫຼືອອີກຢູ່ ເປັນຕົ້ນເຄື່ອງນຸ່ງຮົ່ມ ອາຫານ ຢາປ້ອງກັນພະຍາດ ແລະ ບ່ອນຢູ່ອາໃສ ຂອງຫຼາຍຄອບຄົວ ທີ່ເຮືອນຖືກນໍ້າພັດໄປ. Hosted on Acast. See acast.com/privacy for more information.

This Week in Laos Ep.63 12.09.2024

ຜູ້ປະສົບໄພນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ໃນເທື່ອນີ້ ແມ່ນໜັກໜ່ວງ ພໍສົມຄວນ ພວກນັກຮຽນຍັງຂາດ ອຸບປະກອນການຮຽນ ຫຼາຍຄອບຄົວຍັງຂາດ ທີ່ພັກເຊົາ ເຂົ້າປາອາຫານ ນໍ້າດື່ມ ແລະ ເຄື່ອງນຸ່ງຮົ່ມ. Hosted on Acast. See acast.com/privacy for more information.

This Week in Laos Ep.62 05.09.2024

ການກວາດລ້າງ ແກ້ງ ຕອບແຊັດ ຫຼື ຄໍເຊັນເຕີ ຢູ່ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ໂດຍການຮ່ວມມື ຂອງນາໆຊາດ ຈຶ່ງສາມາດເຂົ້າໄປກວາດລ້າງ ທໍາລາຍ ການກໍ່ອາດຊະຍາກໍາ ອອນລາຍ ໃນເຂດນີ້ລົງໄດ້. Hosted on Acast. See acast.com/privacy for more information.

This Week in Laos Ep.61 29.08.2024

ລາຍການ ເມືອງລາວປະຈໍາສັບປະດາ ຍິນດີນໍາສະເໜີ ທ້າວ ສຸກສະຫວັນ ສິລິຈັນໂທ ຫລື ຄຳຮຸ່ງ ນັກແຕ້ມຮູບ ແອນີເມເຊິ້ນ (Animation) ປະກອບນິທານເດັກນ້ອຍ ທີ່ໄດ້ຮັບລາງວັນ The Best Art Award ໃນປີ 2023 ສໍາຄັນສຸດຄື ຜົນງານຂອງລາວ ຮວມທັງ ທີມງານທຸກຄົນ ກໍໄດ້ເປັນທີ່ຮັບຮູ້ ໃນກຸ່ມປະເທດອາຊຽນ ແລະ ໃນຂັ້ນລະດັບໂລກ. Hosted on Acast. See acast.com/privacy for more information.

This Week in Laos Ep.60 22.08.2024

ລາຍການເມືອງລາວ ປະຈໍາສັບປະດາ ພອດແຄັສ Ep.60 ນີ້ ເຊີນທ່ານ ມາຮັບຟັງຮັບຊົມ ການສົນທະນາ ກັບ ສອງໄວໜຸ່ມລາວ ທີ່ເຫຼື້ອມໃສ ໃນຄໍາສັ່ງສອນ ຂອງພຣະພຸດທະເຈົ້າແລະ ໄດ້ສ້າງ App ໄວ້ສໍາລັບ ຜູ້ທີ່ສົນໃຈ ຢາກສຶກສາທໍາມະ. Hosted on Acast. See acast.com/privacy for more information.

This Week in Laos Ep.59 15.08.2024

ລາຍການເມືອງລາວປະຈໍາສັບປະດາ ອີພີ ນີ້ ນາງ ສີລິນາ ພະອາໄພ ນັກກິລາໂອລິມປິກ 2024 ທີ່ ປາຣີ ປະເທດຝຣັ່ງ ຈະມາເລົ່າເຖິງເຫດການ ທີ່ເຮັດໃຫ້ຊາວໂລກ ໄດ້ຮູ້ຈັກ ປະເທດລາວ ຫຼາຍຂຶ້ນ ຍ້ອນຄວາມມີນໍ້າໃຈ ເປັນນັກກິລາ ໂດຍແທ້ ຂອງນາງ ນັ້ນເອງ. ເຊີນທ່ານຕິດຕາມຟັງ ແລະ ຊົມໄດ້ເລີຍ... Hosted on Acast. See acast.com/privacy for more information.

This Weekin Laos Ep.58 08.08.2024

ແມ່ນໃຜໄດ້ຜົນປະໂຫຍດ ແມ່ນໃຜຢູ່ເບື້ອງຫຼັງ ເຮັດໃຫ້ລາຄາຂຶ້ນ ຜິດປົກກະຕິ. ລາຄາຄໍາລົງ ແລະ ຂຶ້ນ ຜິດປົກກະຕິ ເປັນເຫດບັງເອີນ ຫຼື ມີຄົນຕັ້ງໃຈເຮັດໃຫ້ເກີດຂຶ້ນ. Hosted on Acast. See acast.com/privacy for more information.

This Week in Laos Ep.57 01.08.2024

ການໄປມາຫາສູ່ກັນ ລະຫວ່າງ ໄທ/ລາວ ລຽບສອງຝັ່ງຂອງນັ້ນ ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ ເວົ້າວ່າ ແຕ່ກ່ອນບໍ່ໄດ້ເຄັ່ງຄັດ ຄືກັບປັດຈຸບັນ ຍ້ອນຢາເສບຕິດ ແລະ ການຄ້າມະນຸດ ຂ້າມຊາຍແດນ. Hosted on Acast. See acast.com/privacy for more information.

This Week in Laos Ep.56 25.07.2024

ສໍາພາດ ທ້າວ ບອດ ສິນລະປິນ ນັກແຕ້ມ ນັກປັ້ນ ຊຶ່ງວຽກງານປັ້ນ ດ້ວຍປູນຊິມັງ ຂອງລາວແຕ່ລະຢ່າງ ກໍເຕັມໄປດ້ວຍຄວາມປານີດ ທີ່ໜ້າພາກພູມໃຈ ຈົນເປັນທີ່ ເລື່ອງລື ໃນ ສື່ສັງຄົມ ອອນລາຍ ຜູ້ຄົນກົດໄລ໊ ນັບລ້ານ. Hosted on Acast. See acast.com/privacy for more information.

This Week in Laos Ep.55 18.07.2024

ລາຍການເມືອງລາວ ປະຈໍາສັບປະດາ ໄດ້ສໍາພາດ ທ້າວ ບຸນມະນີ ນັກສີນລະປິນ ຈາກຊົນເຜົ່າ ທີ່ມີປະມານ 200 ຄອບຄົວ ແຕ່ໄດ້ຮັບຄວາມນິຍົມ ນັບລ້ານວີວ ໃນວົງການບັນເທີງ ສື່ສັງຄົມອອນລາຍ ເຊີນທ່ານ ມາຟັງມາຊົມ ມາຄົ້ນຫາ ຮຽນຮູ້ກ່ຽວກັບຊົນເຜົ່ານີ້... Hosted on Acast. See acast.com/privacy for more information.

This Week in Laos Ep.54 11.07.2024

ແມ່ນໍ້າຂອງ ຢູ່ໃນສະພາບຊຸດໂຊມ ຂາດຄວາມອຸດົມສົມບູນ ເປັນຍ້ອນຫຍັງ ແລະ ຈະແກ້ໄຂ ບັນຫາແນວໃດ? ເຮົາລອງມາຟັງການວິໄຈ ຂອງ ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ. Ian Bair Professor at the University of Wisconsin, Madison Hosted on Acast. See acast.com/privacy for more information.

This Week in Laos Ep.53 05.07.2024

ເມືອງລາວປະຈໍາສັບປະດາ Podcast EP ນີ້ ເຮົາຈະມາພົບກັບ ຄົນຕ່າງປະເທດ ທີ່ໃຊ້ຊື່ວ່າ ຝຣັ່ງປອມ ໃນສື່ສັງຄົມອອນລາຍ ເວົ້າພາສາລາວເກັ່ງ ຮ້ອງເພງພາສາ ຊົນເຜົ່າກຶມມຸອໍາ ໄດ້ຢ່າງອອນຊອນ. Hosted on Acast. See acast.com/privacy for more information.

This Week in Laos Ep.52 27.06.2024

ສໍາພາດ ທ່ານ ທິບພະສອນ ເມືອງຈັນ (ແອ໊ດ) ນັກເຕະບານ ທີມຊາດລາວ ລຸ້ນຕໍານານ ຊຸມປີ 1960 ຫາ 1970 ທ່ານ ແອ໊ດ ຈະມາເວົ້າຄວາມເກົ່າ ເລົ່າຄວາມຫຼັງ ສູ່ຟັງວ່າ ນັກກີລາລາວ ໃນສະໄໝກ່ອນ ແມ່ນມຸ້ງໝັ້ນ ຍ້ອນ ຄວາມມັກ ຮັກໃນຄວາມສາມະຄີ ເປັນນໍ້າໜຶ່ງໃຈດຽວ. ຖ້າເວົ້າເຖິງ ເງິນດ້າມເງິນເດືອນ ລະແມ່ນວ່າ ບໍ່ເຄີຍມີ. Hosted on Acast. See acast.com/privacy for more information.

This Week in Laos Ep.51 20.06.2024

ສໍາພາດ MISS UNIVERSE LAOS 2024 ພິຣັນຍາ ທິບພົມວົງ ທີ່ໄດ້ຮັບຕໍາແໜ່ງ ວ່າງຕົ້ນເດືອນ ມິຖຸນາ ຜ່ານມານີ້. ເຊີນທ່ານຕິດຕາມຄົ້ນຫາ ຈຸດໂດດເດັ່ນ ຂອງ ນາງງາມຄົນນີ້ວ່າມີແນວໃດແດ່ ນາງ ຈຶ່ງໄດ້ຮັບຕໍາແໜ່ງ ອັນຊົງກຽດນີ້. Hosted on Acast. See acast.com/privacy for more information.

This Week in Laos Ep.50 13.06.2024

ລາຍການ ເມືອງລາວ ປະຈໍາສັບປະດາ ພອດແຄ໊ສ Ep.50 ນີ້ ທ້າວ ປາດຖະໜາ ຈະມາອະທິບາຍ ກ່ຽວກັບ WEB 3.0 ທີ່ຈະຖືກນໍາໃຊ້ໃນລະບົບ ອິນເຕິແນ໊ຕ ຢ່າງກວ້າງຂວາງ ໃນອີກບໍ່ດົນນີ້. ປະຈຸບັນ ການເຂົ້າສູ່ລະບົບ ອິນເຕິແນ໊ຕ ຕ່າງໆ ແມ່ນຍັງນໍາໃຊ້ WEB 2.0 ... ເຊີນທ່ານຕິດຕາມ ຟັງ ຫຼື ຊົມໄດ້... Hosted on Acast. See acast.com/privacy for more information.

This Week in Laos Ep.49 06.06.2024

ໃນ ep ນີ້ ເຮົາໄດ້ນໍາເອົາຂ່າວຄາວ ການໄດ້ກັບມາ ລາວ ຂອງຊາວໜຸ່ມລາວ ຜູ້ທີ່ຖືກກຸ່ມຄ້າມະນຸດ ຕົວະໄປ ເຮັດວຽກ ຢູ່ ໂຮງກາສິໂນ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ເປັນເວລາ ເກືອບ 2 ປີ ເຕັມ ພວກຂະເຈົ້າ ຈຶ່ງໄດ້ກັບມາຫາ ຄອບຄົວ ແລະ ຫຼຸດພົ້ນ ອອກມາຈາກ ແຫຼ່ງໝໍ້ນະຮົກ ແຫ່ງນັ້ນ.... Hosted on Acast. See acast.com/privacy for more information.

This Week in Laos Ep.48 30.05.2024

ງານສະຫຼອງບຸນປີໃໝ່ລາວ ຢູ່ ເມືອງເມິຟິສໂບໂຣ ລັດ ເທັນເນິຊີ ສະຫະລັດ ອາເມລິກາ ໃນທ້າຍເດືອນ ພຶດສະພາ ນີ້ຖືວ່າ ອາລັງການສຸດສຸດ. ເຊີນທ່ານຕິດຕາມ ຟັງແລະຊົມ ໄດ້ ໂຊກດີປີໃໝ່ ອີກເທື່ອໜຶ່ງ! Hosted on Acast. See acast.com/privacy for more information.

This Week in Laos Ep.47 23.05.2024

ພາລະບົດບາດ ແລະ ຜົນງານ ຂອງສະມາຄົມ ແມ່ຍິງ ພິການ ຢູ່ ປະເທດລາວ ມີຫຼາຍສີ່ງຫຼາຍຢ່າງ ທີ່ໜ້າສົນໃຈ ເຊິ່ງ ເຮົາຈະໄດ້ຮຽນຮູ້ ຈາກ ປະທານສະມາຄົມ ທ່ານ ນາງ ຈັນເພັງ ສີວິລາ. Hosted on Acast. See acast.com/privacy for more information.

This Week in Laos Ep.46 16.05.2024

ວຽກງານການເກັບກູ້ລະເບີດ ບໍ່ທັນແຕກ ໃນ ປະເທດລາວ ຍັງສືບຕໍ່ ພາຍໃຕ້ ໂຄງການ ຄວາມຫວັງ ຫຼັງສົງຄາມ ຫຼື Legacies of War ທີ່ຍັງສ້າງຄວາມຫວັງ ໃຫ້ກັບ ປະຊາຊົນ ຜູ້ທີ່ຖືກຜົນກະທົບ ໃນແຕ່ລະພື້ນທີ່ ຂອງ ປະເທດລາວ ກໍາປູເຈຍ ແລະ ຫວຽດນາມ. Hosted on Acast. See acast.com/privacy for more information.

This Week in Laos Ep.45 09.05.2024

ຜົນກະທົບຈາກ ການປ່ອຍນໍ້າເສຍ ປົນເປື້ອນ ສານເຄມີ ລົງແມ່ນໍ້າ ທໍາມະຊາດ ຂອງບໍລິສັດ ລາວ-ຈີນ ພັດທະນາແຮ່ ຫາຍາກ ພາກເໜືອ 2 ຈຳກັດ ຢູ່ ເມືອງຊໍາເໜືອ ແຂວງຫົວພັນ ເຮັດໃຫ້ປາຕາຍ ປະຊາຊົນ ບໍ່ມີນໍ້າເຮັດການກະເສດ ແລະ ລ້ຽງສັດ. ມາເຖິງປັດຈຸບັນ ກໍ່ຍັງບໍ່ໄດ້ຮັບການແກ້ໄຂເທື່ອ. Hosted on Acast. See acast.com/privacy for more information.

This Week in Laos Ep.44 02.05.2024

ທາງການລາວ ສັ່ງປິດສັງວຽນໄກ່ຕີ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຍ້ອນວ່າມີເຫດການຍິງກັນ ແລະ ຕີກັນຈົນ ມີຜູ້ເສຍຊີວິດ 1 ຄົນ ແລະ ບາດສາຫັດຫຼາຍຄົນ. ໂຮງງານເຜົາຖ່ານຂາວ ຂອງ ນັກລົງທຶນຈີນ ປ່ອຍຄວັນ ສົ່ງກິ່ນຂີວແສບດັງ ແສບຄໍ ເປັນມົນລະພິດ ຕໍ່ລະບົບຫາຍໃຈ ຊາວບ້ານ ຫຼາຍຄອບຄົວ ຢູ່ບ້ານລະວີຝັ່ງແດງ ເມືອງລະມາມ ແຂວງເຊກອງ ພາກັນຮ້ອງທຸກ. Hosted on Acast. See acast.com/privacy for more information.

This Week in Laos Ep.43 25.04.2024

ການທ່ອງທ່ຽວ ແບບອານຸຮັກທໍາມະຊາດ ຢູ່ປະເທດລາວ ຍັງມີສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນ ໂຄງຮ່າງພື້ນຖານບາງບ່ອນ ຍັງບໍ່ມີຄວາມພ້ອມ ແລະ ການທໍາຄວາມເຂົ້າໃຈ ກັບຄົນໃນທ້ອງຖິ່ນ. Hosted on Acast. See acast.com/privacy for more information.

This Week in Laos Ep.42 18.04.2024

“ສະບາຍດີປີໃໝ່” ລາຍການ ເມືອງລາວ ປະຈໍາສັບປະດາ Podcast EP ນີ້ ເຮົາໄດ້ຮິບໂຮມເອົາວີດີໂອ ຂອງ ງານສະຫຼອງປີໃໝ່ ໃນຫຼາຍແຂວງ ຢູ່ປະເທດລາວ ມາສະເໜີທ່ານ ຜູ້ຟັງ/ຜູ້ຊົມ ວ່າ ໃນແຕ່ລະທ້ອງຖິ່ນ ເພິ່ນມີການ ສະຫຼອງວັນປີໃໝ່ ແຕກຕ່າງກັນແນວໃດ ຮວມທັງແນວຄິດ ຄວາມເຊື່ອຖືວ່າ ຜູ້ຄົນມາເຮືອນຢ້ຽມຢາມ ຖາມຂ່າວ ໃນວັນປີໃໝ່ ນັ້ນແມ່ນໂຊກລາບ ອັນປະເສີດ... Hosted on Acast. See acast.com/privacy for more information.

This Week in Laos Ep.41 11.04.2024

ສໍາພາດ ທ່ານ ໄມໂຄ ວິກເຕີ (Michael Victor) ຊາວອາເມຣິກັນ ທີ່ ຮຽນເວົ້າພາສາລາວ ໂດຍການພົບປະໂອ້ລົມ ກັບຄົນລາວເປັນສ່ວນໃຫຍ່ ແລະ ທ່ານ ໄມໂຄ ຍັງຄິດເສຍດາຍ ທີ່ບໍ່ໄດ້ຮຽນ ຂຽນ/ອ່ານ ມາແຕ່ຕົ້ນ.ທ່ານ ໄມໂຄ ໄດ້ໃຫ້ຂໍ້ຄິດດີໆ ໃນປະສົບການ ທີ່ໄດ້ເຂົ້າໄປເຮັດວຽກ ຢູ່ປະເທດລາວ ເກືອບຮອດ 20 ປີ. Hosted on Acast. See acast.com/privacy for more information.

Ascultă podcastul ເມືອງລາວໃນອາທິດນີ້ în Replaio

Radio și podcasturi într-o singură aplicație - gratuit și fără înregistrare. Instaleaz-o azi și nu rata lansarea

Descarcă din Google Play

Replaio nu este editorul podcasturilor; numele emisiunilor, coperțile și materialul audio aparțin autorilor lor și sunt distribuite prin fluxuri RSS publice