SBS

SBS Lao - SBS ພາ​ສາ​ລາວ

News LO ↓ 721 episódios

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Não deixe de visitar o site do podcast e apoiar quem o produz: www.sbs.com.au

Autor

SBS

Categoria

News

Site do podcast

www.sbs.com.au

Último episódio

10 de jul de 2026

Onde ouvir?

Podcasts no app Replaio Radio Em breve

Os podcasts estão chegando ao app. Instale agora e seja o primeiro a descobrir um jeito totalmente novo de curtir podcasts

Baixe no Google Play Instale grátis Android 5 mi+ downloads · nota 4,8 iOS em breve

Episódios

ອັບເດດກ່ຽວກັບ ໂຄວິດ-19 ຮວດ 21-7-21 21.07.2021

ໃນອອສເຕຼເລັຍ ໂຄວິດ-19 ຍັງດີ້ດ້ານພະຍາມບຸກຣຸກຄົນທັງຫຼາຍຕລອດມາຢູ່. ທຸກຣັດວອນວົນຕາມໆກັນຍ້ອນ ໂຄວິດ-19 ສາຍພັນໃໜ່ ແດນຕາ. ຂໍເຊີນທ່ານຮັບຟັງອັບເດດ ໂຄວິດ-19 ຮວດວັນທີ 21-7-21 ໃນຕໍ່ໄປນີ້.

ລ໋ອກດາວ ຫວ່າງນຶ່ງກ່ອນນີ້ 21.07.2021

ລ໋ອກດາວວິກຕໍເຣັຍແລະນີວຊາວແວນລ໌ເປັນກິການທີ່ມີຊີວິດຊີວາແລະ ພະຍາຍາມສະກັດກັ້ນແລະປາບປາມ ໂຄວິດ-19 ໃຫ້ທັນການແລະໃຫ້ໄດ້. ແຕ່ທາ່ນຊາບແລ້ວອັນໃດແດ່?

ອັບເດດກ່ຽວກັບ ໂຄວິດ-19 ໃນ ວິກຕໍເລັຍແລະອອສເຕຼເລັຍ 16.07.2021

ທ່ານຊາບທັນການກ່ຽວກັບ ໂຄວິດ-19 ໃນອອສເຕຼເລັຍຫຼືບໍ່?ຄັນຊາບ ແມ່ນູູ້ເຖິງປານໃດ? ຂໍ້ມູນແລະກົດເກນກ່ຽວກັບພະຍາດດັ່ງກ່າວແລະຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍມີມາກມານທັງມັນກໍປ່ຽນແປງໄປນຳຢູ່ເລື້ອຍໆດ້ວຍ.

ການປັບໃຫ້ທັນການກ່ຽວກັບ ໂຄວິດ-19 16.07.2021

ຂໍ້ມູນກ່ຽວກັບ ໂຄວິດ-19 ຜັນປ່ຽນໄປຢູ່ຕລອດແທບເຖິງຂັ້ນຕິດຕາມ ມອງເບິ່ງອາດຈະບໍ່ທັນຍ້ອນ. ກ່ຽວກັບຢາວັກຊີນ ໂຄວິດ-19 ໃນອອສເຕຼເລັຍແລະການທີ່ຄົນຖຶກສັກ ຢ່າດັ່ງກ່າວໃຫ້ມີຫຍັງແດ່ ເປັນແນວໃດ ແລະຖຶກບັນແບບໃດກັນ?

ຣັດວິກຕໍເຣັຍ ລ໋ອກດາວ ໃໜ່ 16.07.2021

ຍ້ອນ ໂຄວິດ-19 ສາຍພັນ ແດນຕາ ທີ່ລາມມາຮອດຣັດວິກຕໍເລັຍ ຈາກຂົງແຄ້ວນຊິດນີຣັດນີວຊາວແວນລ໌ ບັດນີ້ ທັງໜົດຂອງຣັດວິກ ຕໍເລັຍຖຶກ ລ໋ອກດາວ ໄວ້ແລ້ວ ຈົນຮອດວັນທີ 20 ກໍຣະກະດາ 2021.

ຄົນລາວໃນຣັດນີວຊາວແວນລ໌ເປັນແນວໃດກັບ ໂຄວິດ-19? 15.07.2021

ຣັດນີວຊາວແວນລ໌ຂອງອອສເຕຼເລັຍມີຄົນລາວດຳລົງຊີວິດມາກມາຍ ກ່ວາຣັດອື່ນໃດ ໂດຍສະເພາະແມ່ນຢູ່ໃນຂົງແຄ້ວນຂອງຊິດນີ. ໃນເວລານີ້ຊິດນີກຳລັງຖຶກບຸກໜຸກໂດຍ ໂຄວິດ-19 ສາຍພັນໃໜ່ ແດນຕາ. ນອກນັ້ນບ່ອນທີ່ຊິດນີມີຄົນລາວຫຼາຍ ຄື ເຂດການປົກຂອງຂອງເມືອງ ແຟຟຽນ ທີ່ເປັນເຂດທີ່ທາງການນີວຊາວແວນລ໌ປະກາດວ່າເປັນເຂດ ຮ້ອນວົນອັນຕະຣາຍຫຼາຍຍ້ອນມີ ແດນຕາ ແຜ່ຣະບາດຢ່າງວອງໄວຫຼາຍ. ໃນສະພາບແບບັ້ນ ການສພຳາດທ່ານ ເດດ ສີແສງຣັດ ປະທານ ປະຊສຳພັນຂອງ ສສຊລາວ ບອກໃຫ້ຮູ້ວ່າ...

ການຄ້າ ໄທຍ໌-ລາວ-ຈີນ ຟື້ນໂຕດີຂຶ້ນ 15.07.2021

ທຸຣະກິດການຄ້າຣະຫວ່າງສາມປະເທດບ້ານໃກ້ເຮືອນຄຽງກັນ ໄທຍ໌-ສປປລວ-ຈີນ ມີຄວາມເຄືອງຜຶດຕໍ່ແຕມີໂຄວິດອອກ ມາຈາກ ວູຮານ ໃນ ສປຈີນ. ນັ້ນແມ່ນຍ້ອນກົດເກນການຕ້ອງກ່ຽວກັບການໄປມາຫາສູ່ກັນ ຣະຫວ່າງສາມປະເທດນັ້ນ. ໃນຫວ່າງບໍ່ນານແລ້ວນີ້ກົດເກອກ່ຽວກັບ ໂຄວິດ-19 ທື່ຖຶກບັນ ຍັດໃສ່ຂົງເຂດດັ່ງກ່າວຖຶກມາຍອອກແດ່ ອັນເປັນເຫດຜົນອັນນຶ່ງ ທີ່ການນັ້ນດີແດ່ແລ້ວ.

ຈີນຈະສ້າງທາງດ່ວນ ຫ້ວຍຊາບບໍເຕັນ 15.07.2021

ຈີນຈະສ້າງທາງດ່ວນຕໍ່ເມືອງບໍ່ແກ້ວຫວຍຊາຍໃສເມືອງໂບເຕັນ ໃນແຂວຫຼວງນ້ຳທາ. ນີ້ຈະເປັນຄູ່ກັນໄປກັບເສັ້ນທາງເກົ່າທີ່ຕໍ່ບໍ່ແກ້ວຫ້ວຍໃສ່ຫຼວງນ້ຳທາ ທີ່ຝຣັງສ້າງໄວ້ໃນອະດິດແລ້ວຖຶກປັບປຸງຂຶ້ນໃໜ່ໃນສະໃໜ 80.

ເຂື່ອນ້ຳເທີນ 1 ເກືອບຈະສ້າງສຳເຮັດແລ້ວ 15.07.2021

ໂຄງການເຂື່ອນໄຟຟ້ານ້ຳຕົກແຮງສູງນ້ຳເທີນນຶ່ງເກືອບຈະຖຶກ ກໍສ້າງສຳເຣັດແລ້ວ ຄືຍັງພຽງແຕ່ປະມານ 10% ກໍຈະແລ້ວໆ. ກະແສໄຟສ່ວນໃຫຍ່ຈາກເຂື່ອນັ້ນຈະຖຶກສົ່ງໄປໄທຍ໌.

ຈຳນວນຄົນໃນຂົງແຄ້ວນຊິດນີທີ່ເປັນ ໂຄວິ-19 ປູດທະວີຂຶ້ນ 15.07.2021

ທຸກຮຣັດໃນອອສເຕຼເລັຍມີຄົນເປັນ ໂຄວິດ-19 ແລະ ໂຄວິດ-19 ສາຍພັນໃໜ່ ແດນຕາ ມາຮອດອອສເຕຼເລັຍແລ້ວ. ໃນເວລານີ້ ປາກົດວ່າມັນອາຣະວາດຂົງແຄ້ວນຊິດນີຢູ່ ທີ່ໃນແຕ່ຣະ ມື້ຣະວັນຈຳຈວນຄົນເປັນມັນນັ້ນທະວີຂຶ້ນມາກມາຍແທ້ໆ

ນາຍົກອອສເຕຼເລັຍຮຽກຮ້ອງໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິກ-19 ກ່ອນນເວລາ 15.07.2021

ການສັກຢາວັກຊີນ ໂຄວິດ-19 ຕາມປົກກະຕິສັກກັນສອງເຂັມ. ຣະຍະເວລາສັກຣະຫວ່າງເຂັມທີນຶ່ງແລະສອງນັ້ນແມ່ນບໍ່ຄືກັນ. ສຳຮັບບາງຢາ ຕ້ອງສັກຫ່າງກັນ 14 ມື້ ແຕ່ບາງແນວແມ່ນ 8 ສັບປະດາ. ແຕ່ ບັດນີ້ ນາຍົກຣັຖມົນຕີແລະທາງການອອສເຕຼເລັຍຮຽກຮຽກ ຮ້ອງໃຫ້ຄົນໄປສັກກ່ອນເວລາສຳຮັບບາງຍີ່ຫໍ້ຢາ. ດ້ວຍເຫດໃດ?

ນັກກີລາໂອແລມປິກຄົນນຶ່ງຂອງອອສເຕຼເລັຍສເລີມສລອງວັນຄົບຮອບອາຍຸ 100 ປີຂອງທ່ານ 15.07.2021

ທ່ານ ແຟຼງກ໌ ປຼີໂຮດາ ເປັນນັກກິລາໂອແລມປິກທີ່ອາວຸໂສທີ່ສຸດ ຂອງປະເທດອອສເຕຼເລັຍ. ທ່ານສເລີມສລອງວັນເກີດຄົບຮອບຮ້ອຍປີຂອງທ່ານໃນວັນທີ 8 ກໍຣະກະດາ 2021 ແລ້ວນີ້. ທ່ານສເລີມສລອງວັນເກີດນັ້ນກັບຍາດຕິພີ່ນ້ອງຜູ້ໃກ້ສິດຂອງ ທ່ານຢູ່ນະທີເຮືອນຂອງທ່ານທີເມືອງ ແທຼດໂບ ທີ່ເປັນບ່ອນຫຼິນ ສະກີ່ແຫ່ງນຶ່ງຂອງອອສເຕຼເລັຍ.

ການຂີ້ຂະໂມຍຄ່າແຮງງານທະວິຂຶ້ນ 15.07.2021

ການຖ່າຍທອດການຜິດຖຽງກັນຢ່າງແຮງຢູ່ໃນຮ້ານນ້ຳຊາໃນກຸງອາດີເລດ ກ່ຽວກັບທີ່ວ່າມີການຂີ້ລັກຂີ້ຂະໂມຍຄ່າແຮງງານ ເຮັດໃຫ້ມີການຮຽກຮ້ອງ ຕ້ອງການໃຫ້ປົກປ້ອງຄົນຕ່າງປະເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນຈາກ ການຂີ້ລັກຄ່າແຮງງານ. ນັກຮຽນນັກສຶກສາຈາກ ສປຈີນ ຫຼາຍຄົນຢາກໃຫ້ມີການປ່ຽນແປງກ່ຽວ ກັບຮີດຂອງການຈ້າງແຮງງານ.

ຂ່າວສຳຮັບຣະຍະ 12-7-21 15.07.2021

ຂ່າວຄາວທີ່ເປັນທີ່ສົນໃຈສຳຮັບຣະຍະ 12-7-21.

ສູນກາງການຂົນສົ່ງໃໜ່ໃນໄທຍ໌ 15.07.2021

ໃນສິ້ນສ່ວນນຶ່ງຂອງໂຄງການການພັທນາການຂົນສົ່ງໃນພາກເໜືອ ສ່ຽງຕາເວັກອອກຂອງປະເທດໄທຍ໌ທີ່ຕິດກັບ ສປປລາວ ໄທຍ໌ຈະສ້າງ ສູນກາງກູດັງໃຫຍ່ອັນນຶ່ງຂຶ້ນເພື່ອການຄ້າໄປ ສປປລວ ວຽດນາມ ແລະ ສປຈີນ. ນີ້ຈະຖຶກສ້າງຂຶ້ນຢູ່ໃສ?

ໄທຍ໌ປະຊຸມກັນກັບບັນດາປະເທດທ້ອງຖິ່ນເພື່ອຢຸດຢັ້ງຢາເສບຕິດ 15.07.2021

ປະເທດໄທຍ໌ເປັນປະເທດນຶ່ງທີກະທຳທຸຣະກິດກັບ ສປປລາວ ຫຼາຍແລະຜ່ານແຜ່ນດິນລາວ ແຕ ໂຄວິດ-19 ໃຫ້ການກະທຳນັ້ນມີບັນຫາຕ່າງໆທີຕລອດມາຖຶກແກ້ໄຂໄດ້. ໃນຫວ່າງນຶ່ງກ່ອນນີ້ປະເທດໄຍ໌ຢາກໃຫ້ ສປປລາວ ເປີດປະຕູການຄ້ານໃນຊາຍ ແດນລ່ວ-ໄທຍ໌ຫຼານຂຶ້ນຕື່ມແລະໄດ້ປຶກສາຫາລືເຮື່ອງນີ້ກັບທາງການລາວແລ້ວ.

ສປປລວ ພົບເຫັນຄົນຕ່າງປະເທດເປັນ ໂຄວິດ-19 15.07.2021

ການສະກັດກັ້ນພະຍາດ ໂຄວິດ-19 ຂອງ ສປປລາວ ກຳລັງເປັນພາລະອັນ ນັ່ກນ່ວງຢູ່ ບໍ່ວ່າຍ້ອນແຕ່ຄົນໃນລາວເອງແຕ່ກໍຍ້ອນຄົນຕ່າງປະເທດດ້ວຍ. ໃນຫວ່າງນຶ່ງນີ້ ສປປລາວ ພົບເຫັນຄົນຕ່າງປະເທດໃນລາວເປັນ ໂຄວິດ-19.

ອົພຍົບແລະຄົນ ມາຍແຄຼນຕ໌ ສ່ວນໃຫຍ່ຍັງຄົງບໍ່ໃຫ້ສັກຢາວັກຊີນ ໂຄວິດ-19 15.07.2021

ອົພຍົບແລະຄົນຕ່າງປະເທດທີມາຢູ່ອອສເຕຼເລັຍຢ່າງຖາວອນຍັງປະເຊີນກັບ ສິ່ງຂີດກັ້ນຕ່າງໆຢ່າງມາກມາຍເມື່ອເວົ້າເຖິງການສັກຢາວັກຊີນ ໂຄວິດ-19. ນັ້ນແມ່ນຄວາມເຫັນຂອງໜັງສືລາຍງານຂອງກາແດງໃນຫວ່າງນຶ່ງນີ້.

ຍົກຍ້າຍມາຢູ່ອອສເຕຼເລັຍຢ່າງຖາວອນຜ່ານວີຊາທຸຣະກິດແລະການໜູນເງິນ 15.07.2021

ໂຄງການພັທນາທຸຣະກິດແລະການໜູນເງິນອອສເຕຼເລັຍທະວີຂຶ້ນສອງເທົ່າ ໃນປີ 2020-21 ໂດຍມີບ່ອນສຳຮັບມາຢູ່ອອສເຕຼເລັຍຢ່າງຖາວອນເຖິງ ຫຼາຍກ່ວາ 13,500 ບ່ອນໄວ້ໃຫ້. ໃນເວລາຜ່ານມາໂຄງການນັ້ນໃຫ້ເງິນໃຫ້ຄຳແກ່ການໜູນເງິນໃນອອສເຕຼ ເລັຍເຖິງຫຼາຍພັນລ້ານໂດລາແລະໃຫ້ຊ່ອງທາງເພື່ອຢູ່ໃນອອສເຕຼເລັຍຢ່າງ ຖາວອນສຳຮັບນັກນຼນເງິນ, ນັກພັທນາການ, ນັກທຸຣະກິດແລະຄົນທີ່ມີ ຄວາມສຳນິສຳນານໃນດ້ານການຄ້າການຂາຍ.

ປະກາດກ່ຽວກັບ ໂຄວິດ-19 ໃນຣັດ ນີວຊາວແວນລ໌ 15.07.2021

ປະກາດຂ່າວສຳຄັນຂອງຣັດນີວຊາວແວນລ໌ກ່ຽວກັບ ໂຄວິ-19.

ຂ່າວສຳຮັບຣະຍະ 10-7-21 15.07.2021

ຂ່າວຄາວທິ່ເປັນຕາສົນໃຈນຳສຳຮັບຣະຍະ 10-7-21.

ຊາວໜຸ່ມລາວເຮັດແນວໃດຈຶ່ງສຳເຣັດໃນດ້ານທະຣະກິດໂດຍມືເປົ່າ 08.07.2021

ການກະທຳທຸຣະກິດ ບໍ່່ວ່ານ້ອຍຫຼືໃຫຍາ ແມ່ນມີຄວາມ ລ້ຳບາກແລະເປັນສິ່ງທີ່ຍາກຊາ ໂດຍສະເພາະຊາວໜຸ່ມ ທີ່ບໍ່ໄດ່ຄາບບ່ວງເງິນບ່ວງມາເກີດ ດັ່ງລູກເຕົ້າຂອງອົພຍົບ ລາວເຮົາ. ທ່ານ ພອນສິນ ໂຕໂຕ ບຸດກັສກາ ມາຢູ່ໃນອອສເຕັຍເລັຍ ກັບພໍ່ແມ່ນໃນຖານເປັນອົພພຍົບຈາກແຜ່ນດິນລາວ ໃນ ຄາວທີ່ຍັງດູດຂວັ້ນນົມຢູ່. ຕໍ່ຈາກນັ້ນ ເມ່ື່ອເຕີບໂຕຂຶ້ນແລ້ວກໍສຳເຮັດໃນດ້ານການ ສຶກສາຂັ້ນສູງໃນອອສເຕຼເລັຍແລ້ວອອກໄປຢູ່ໃນຕ່າງປະ ເທດທຳມາຫາກິນໃນດ້ານທຸຣະກິດການຄ້າໂດຍມືເປົ່າຕີ...

ຫຼວງພະບາງໂຈະໄວ້ການສັກຢາວັກຊີນ ໂຄວິດ-19 08.07.2021

ສປປລາວ ຂາດເຂີນຢາວັກຊີນ ໂຄວິດ-19 ແລະໂດຍສ່ວນໃຫຍ່ແລ້ວອາໄສ ການບໍ່ຣິຈາກຢານັ້ນຈາກຕ່າງປະເທດແລະ ໂຄແວກ. ໃນຫວ່າງນຶ່ງນີ້ມີຄົນມາກມາຍໄປໃຫ້ສັກຢາວັກຊີນ ໂຄວິດ-19 ທີ່ຖຶກຈັດຂຶ້ນ ໃນສາມແຫ່ງຂອງນະຄອນຫຼວງພະລາງ. ຈາກເຫດການນີ້ເກີດມີສໍຣະວົນແຍ່ງກັນ ເພື່ອຈະໃຫ້ສັກຢານັ້ນ ຈົນການສັກ ຢານັ້ນຶຖກປິດລົງແລະໂຈະໄວ້ຊົ່ວຄາວເສັນກ່ອນ. ແຕ່ລະບອນນັ້ນຂາດເຂີນຢາວັກຊີນ ໂຄວິດ-19 ເອົາແທ້ເອົາວ່າ.

ຄົນລາວໃນໄທຍ໌ລັ່ງເລໃຈໃນການຈະກັບປະເທດຍ້ອນຢ້ານຈະບໍ່ໄດ້ອອກອີກ 08.07.2021

ໃນປະເທດໄທຍ໌ມີແຮງງານລາວມາກມາຍກາຍກອງ. ພວກເຫຼົ່ານີ້ມີບັນຫາກັບການບໍ່ມີວຽກເຮັດທຳຍ້ອນສະຖານະການນະພາບ ໂຄວິດ-19 ໃນໄທຍ໌ຂອງເວລານີ້. ຫວ່າງບໍ່ນານແລ້ວນີ້ພວກຂະເຈົ້າກັບປະທດ ສປປລາວ ໄດ້ໂດຍວິທີການອັນ ຖຶກຕ້ອງ. ເຖິງຈະເປັນດັ່ງນັ້ນກໍຕາມພວກຂະເຈົ້າລັ່ງເລໃຈທີ່ຈະກັບຍ້ອນຢ້ານກົວວ່າ ອາດຈະກັບຄືນໄປໄທຍ໌ບໍ່ໄດ້ ຖ້າໄດ້ກໍອາດຈະຍາກຈະຊາ.

ໂຄວິດ-19 ສາຍພັນ ແດນຕາ ມີຂຶ້ນໃນລາວແລ້ວບັດນີ້ 08.07.2021

ສປປລາວ ເປັນປະເທດນຶ່ງທີ່ ໂຄວິດ-19 ບໍ່ມັກບໍ່ຊອບປານໃດ ຄື ມີຄົນເປັນມັນບໍ່ຫຼາຍແລະຮ້າຍແຮງຫຼາຍ. ແຕບັດນີ້ ໂຄວິດ-19 ສາຍພັນ ແດນຕາ ທີ່ເປັນສາຍພັນໃໜ່ ແລະຮ້າຍແຮງຫຼາຍໄປຮອດຜືນແຜ່ນລາວແລ້ວ. ໃນຂັ້ນຕໍ່ໄປສະຖານະການນະພາບໃນ ສປປລາວ ຈະເປັນແນວໃດ ກ່ຽວກັບ ໂຄວິດ-19 ?

Ouça o podcast SBS Lao - SBS ພາ​ສາ​ລາວ no Replaio

Rádio e podcasts em um só app - grátis e sem cadastro. Instale hoje e não perca o lançamento

Baixe no Google Play

O Replaio não é o publicador dos podcasts; os nomes dos programas, as capas e o áudio pertencem aos seus autores e são distribuídos por feeds RSS públicos