SBS

SBS Lao - SBS ພາ​ສາ​ລາວ

News LO ↓ 721 episódios

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Não deixe de visitar o site do podcast e apoiar quem o produz: www.sbs.com.au

Autor

SBS

Categoria

News

Site do podcast

www.sbs.com.au

Último episódio

10 de jul de 2026

Onde ouvir?

Podcasts no app Replaio Radio Em breve

Os podcasts estão chegando ao app. Instale agora e seja o primeiro a descobrir um jeito totalmente novo de curtir podcasts

Baixe no Google Play Instale grátis Android 5 mi+ downloads · nota 4,8 iOS em breve

Episódios

ອັບເດດ ໂຄວິດ-19 : ການຕ້ອງຫ້າມອັນເຄັ່ງຄັດຕື່ມຂອງຊິດນີຖຶກນຳມາບັນບັນຍັດ 23.08.2021

ໂຄວິດ-19 ມັນແຜງລິດເດດໄປໆມາໆຢູ່ຕລອດແລະທາງການກໍປ່ຽນແປງວິທີການປິດລ້ອມມັນຢູ່ສເມີມາ. ຣັດຕ່າງໆໃນອອສເຕຼເລັຍພະຍາຍາມປັບສະພາບການຂອງພວກເພິ່ນໃຫໄວກ່ວາລວດລາຍຂອງໂຄວິດ. ບັດນີ້ນີວຊາວທ໌ແວນລ໌ ໂດຍສະເພາະຂົງແຄ້ວນຊິດນີ ນຳເອົາກົດເກນອັນເຄັ່ງຄັດຂຶ້ນຕຶ່ມມາໃຊ້ແລ້ວ. ນັ້ນແລະຂອງຣັດຕ່າງໆມີຫັຍງແດ່?

ອັບເດດ ໂຄວິດ-19 : 21-8-21 21.08.2021

ພວກຂ້າພະເຈົ້າມີອັບເດດກ່ຽວກັບໂຄວິດເປັນປະຈຳ. ໃນຕໍ່ໄປນີ້ກໍແມ່ນອັບເດດນັ້ນ. ມີຫັຍງແດ່ທີ່ຄວນຮູ້?

ອັບເດດ ໂຄວິດ-19​: ລ໋ອກດາວຊິດນີປັດຈຸບັນຖຶກຕໍ່ດົນນານອີກນຶ່ງເດືອນເມື່ອໂຄວິດແຜ່ຣະບາດຢູ່ໃນຊົນນພບົດວິກຕໍເຣັຍ 20.08.2021

ສະຖານະການນະພາບໂຄວິດໃນນີວຊາວທ໌ແວນລ໌ປາກົດໜັກເມື່ອໜ້າຢູ່ ແຕ່ມັນແນວໃດກັນແທ້ໆແລ້ວ? ວິກຕໍເຣັຍແລະຣັດອື່ນໆເດ້?

ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ຕໍ່ອອກການຕ້ອງຫ້າມຊົນນະບົດ, ວິກຕໍເຣັຍບັນທຶກ 200 ມື້ລ໋ອກດາວ 19.08.2021

ໃນນີ້ແມ່ນອັບເດດກ່ຽວກັບ ໂຄວິດ-19 ສຳຮັບວັນທີ 19-8-21. ສຳຮັບລາຍຣະອຽດເປັນລາຍຣັກອັກສອນມີຢູ່ໃນບົດຂຽນໃນຫົວຂໍດຽວກັນນີ້.

ຄົນລາວນີວຊາວທ໌ແວນລ໌ຢູ່ແນວໃດກັນໃນລ໋ອກດາວ? 19.08.2021

ສຳພາດທ່ານ: ສິດ ສຸກສວັວດ ໃນຕອນແລກໆ ໂຄວິດ-19 ສາຍພັນແດນຕາ ມັນເລີ້ມຂຶ້ນຄ່ອຍໆໃນຊິດນີ ແລ້ວປະລຸບປຸບປັນມັນຄອບຄອງໄດ້ຂົງແຄ້ວນຊິດນີທັງໜົດ. ຕົກມາດຽວ ມັນກໍບຸກໂຈມຕີຣັດນີວຊາວທ໌ແວນລ໌ທັງໜົດແລ້ວ ກະທັ້ງມີດ່ານ ແລະມີການສະກັດກັ້ນຮ້ອຍແປກພັນແນວກໍຕາມແຕ່. ໃນຫຼາຍເຂດແດນຂອງຂົງແຄ້ວນຊິດນີຖຶກລ໋ອກດາວຢ່ງເຄັ່ງ. ໃນເຂດທີ່ມີລ໋ອກດາວຢ່ງເອົາຈິງເອົາຈັງແລະເຄັ່ງຄັດນັ້ນເປັນຖິ່ນຖານພູມລຳ ເນົາຂອງຄົນລາວໃນອອສເຕຼເັລຍສ່ວນໃຫຍ່. ພວກຂະເຈົ້າຢູ່ກັນແບບໃດ...

ພົນລະເມືອງຂເມນຫຼາຍກ່ວາ 50% ຖຶກສັກຢາວັກຊີນໂຄວິດແລ້ວ 19.08.2021

ຄົນໃນປະເທດຂເມນມາກມາຍຖຶກບຸກຣຸກໂດຍ ໂຄວິດ-19 ຈົນຮ້ອນວົນໄປທົ່ວເຂດນ້ຳແດນດິນຂເມນ. ແຕ່ບັດນີ້ຄົນໃນປະເທດຂເມນເຖິງຫຼາຍກ່ວາ 50% ຖຶກສັກຢາ ວັກຊີນ ໂຄວິດ-19 ຕ່າງໆໃຫ້ແລ້ວແລະກໍຍັງສັກຢານັ້ນເປັນຂະ ບວນການຢູ່ຕໍ່ໄປຢູ່.

ເຕະບານ :​ ລາວ ເຈີະກັບ ໄທຍ໌ 19.08.2021

ລາວກັບໄທຍ໌ເຈີະກັນໃນສນາບເຕະບານເທ່ື່ອໃດແມ່ນດຸເດືອດ ແທບສະໜາາບກິລາຈະຣະເບີດຍ້ອນສຽງໂຮຮອງ. ບັດນີ້ໃນການຈະແຂ່ງຂັນເຕະບານອາຊີຄັບ 2022 ລາວກັບໄທຍ໌ ຢູ່ໃນສາຍດຽວກັນ ອັນແປວ່າຈະດຸເດືອດເຖິງໃຈແນ່ນອນ.

ແຮງງານລາວໃນຊຽງຄານຖຶກຄະດີລ່ວງຣະເມີດການກັກໂຕກັນພະຍາດ. 19.08.2021

ໂຄວິດ-19 ກຳລັງແຜ່ຣະບາດຢ່າງຮຸນແຮງຢູ່ໃນປະເທດໄທຍ໌ຈົນຮ້ອນວົນກັນທຸກທົ່ວໜ້າ. ນອກນັ້ນກໍມີການບັນຍັດກົດເກນສະກັດກັ້ນພະຍາດດັ່ງກ່າວດ້ວຍ ແຕ່ຄົນບາງຈ່ຳພວກບໍ່ ປະຕິບັດຕາມກົດເກນນັ້ນ. ໃນຫວ່າງນຶ່ງນີ້ແຮງງານລາວຄົນນືີ່ງ ທີ່ເມືອງຊຽງຄານ ຈັງວັດເລີຍ ຖຶກຈັບໃ່ສ່ຄະດີວ່າຣະເມີດ ກົດເກນການສະກັດກັ້ນໂຄວິດ.

ໄທຍ໌ເດີນໜ້າຜະລິດຢາວັກຊີນກັນໂຄວິດແຕ່ການປະທວງພະຢຸດມີຢູ່ຕໍ່ໄປ. 19.08.2021

ຍ້ອນເຫດຜົນຫຼາຍຢ່າງການປະທ້ວງໃນໄທຍ໌ຕໍ່ຕ້ານນາຍົກຣັຖມົນຕີພະຢຸດ ນັ້ນຍັງເດີນໜ້າຢູ່ຕລອດມາຢູ່ ທີ່ໃນປັດບັນນີ້ແມ່ນບັງຄັບໃຫ້ທ່ານລົງຈາກ ຕ່ຳແໜ່ງນາຍົກນັ້ນ. ຜູ້ປະທ້ວງອ້າງວ່າທ່ານລົ້ມເຫຼວໃນການຄວບຄຸມ ໂຄວິດ-19 ໃນໄທຍ໌. ນີ້ເປັນດັ່ງນັ້ນກະທັ້ງທີ່ປະເທດໄທຍ໌ກຳລັງພະລິດຢາວັກຊີນກັນໂຄວີດໃໜ່ ອີກສາມຊະນິດກໍ່ຕາມແຕ່.

ຢາຊະນິດໃໜ່ໃຫ້ຄວາມຫວັງແກ່ຄົນທີ່ເປັນໂຣກປອດເຣື້ອຣັງ ຍົກເວັ້ນອອສເຕຼເລັຍ 19.08.2021

ທ່ານໜໍທັງຫຼາຍໃນໂຮງພະຍາບານແຫ່ງນຶ່ງໄນປະເທດອັງກິດ ຊີ້ແຈງວ່າຜົນສະທ້ອນຂອງຢາຊະນິດນຶ່ງ່ີທປິນປົວໂຣກປອດເຣື້ອ ຣັງເປັນສິງອັສຈັນ. ຢາໃໜ່ນັ້ນມີຊື່ວ່າ 'Kaftrio" ແລະຖຶກຊີ້ແຈງວ່າເປັນຢາທີ່ປ່ຽນ ແປງຊີວິດຂອງຄົນທີ່ເປັນອາການດັ່ງກ່າວນັ້ນ.

ບາງທຸຣະກິດຖຶກອະຍຸຍາດໃຫ້ເຮັດໃຫ້ຈຳຕ້ອງຖຶກສັກຢາວັນຊີນໂຄວິດ. 19.08.2021

ອອສເຕຼເລັຍມີຄົນເປັນແລະຕາຍຍ້ອນໂຄວິດຍິ່ງຂື້ນຢູ່. ແຕ່ການໄປໃຫ້ສັກຢາວັກຊີນກັນໂຄວິດຈຳຕ້ອງເປັນສິ່ງຈຳຕ້ອງລືບໍ່ ໂດຍສະເພາະ ທີ່ບາງທຸຣະກິດຖຶກປ່ອຍໃຫ້ສັ່ງການໃຫ້ຈຳຕ້ອງໄປໃຫ້ສັກໃຫ້?

ຂ່າວສຳຮັບຣະຍະ 16-8-21 19.08.2021

ຂ່າວຄາວໃນຣະຍະ 16-8-21 ທີຫຍັງແດ່ທີ່ຄວນຊາບ?

ໄທຍະຈະຜະລິດຢາວັກ ໂຄວິດ-19 ສາມຢ່າງອອກມາໃນໄວໆນີ້. 19.08.2021

ຢາວັກຊີນ ໂຄວິດ-19 ຍີ້ຫໍ້ ອັສຕຼາຊີນີກາ ຖຶກຜະລິດອອກມາຈາກປະເທດ ໄທຍ໌ຊົ່ວຣະຍະນຶ່ງແລ້ວ. ບັດນີ້ ໃນໄວໆນີ້ປະເທດໄທຍ໌ກໍຈະຜະລິດຢາວັກຊີນກັນໂຄວິດອີກສາມແນວ.

ແຂວງບໍ່ແກ້ວເລີ້ມໃຫ້ອາຫານພາຍຫຼັງແຮງງານພະມ້າທີ່ຖຶກລ໋ອກດາວປະທ້ວງ 19.08.2021

ໃນແຂວງບໍ່ແກ້ວ ສປປລາວ ມີແຮງງານພະມ້າມາຮັບຈ້າງເຮັດວຽກໃຫ້ແກ່ ທຸຣະກິດ ສປປຈີນ. ພວກຂະເຈົ້າກໍຖຶກລ໋ອກດາວກັນໂຄວິດັ່ງຄົນອື່ນໃນທ້ອງຖິນແຕ່ບໍ່ມີດູແລລ້ຽງ ເກືອ ເລີຍພາກັນປະທ້ວງຂຶ້ນ ຈົນວ່າທາງການແຂວງບໍ່ແກ້ວກ້າວໄປໃຫ້ອາຫານ ແລ້ວທັງກໍຫາວິທີທາງພັກດັນພວກຂະເຈົ້າກັບປະເທດດ້ວຍ .

ຢາວັກຊີນ ໂຄວິດ ມາຮອດ ສປປລ ຈາກ ສປຈ ຕື່ມ. 19.08.2021

ສປ ຈີນ ບໍຣິຈາກຢາວັກຊີນ ໂຄວິດ-19 ແຕ່ ສປ ລາວ ມາຊົ່ວຣະຍະ ນຶ່ງແລ້ວແຕ່ກໍຍັງໃຫ້ອີກຢູ່. ໃນຫວ່າງບໍ່ນານແລ້ວນີ້ອີກຈຳນວນນຶ່ງກໍໄປເຖິງວຽງຈັນແລ້ວ.

ຄົນອອສເຕຼເລັຍຜູ້ໜຸ່ມນ້ອຍກະທຳບົດບາດດູແລຄົນອື່ນ 19.08.2021

ຄົນອອສເຕຼເລັຍສອງລ້ານຫົກສິບຫ້າພັນຄົນໃຫ້ການດູແລແກ່ສະມາຊິກຄອບຄົວ ທີ່ພິການ, ຄົຮທີ່ມີບັນຫາໃນດ້ານສຸຂພາບປະສາດ, ຄົນທີເປັນອາການເຈັບປ່ວງຊ້ຳ ເຮື້ອຫຼືໃຊ້ສານເຄມີໄປໃນແງ່ທີ່ບໍ່ຈົບດີ. ແລະຄົນອອສເຕຼເລັຍຜູ້ໜຸ່ມນ້ອຍຫຼາຍພັນຄົນທີ່ມີອາຍຸຣະຫວ່າງ 12 ແລະ 25 ປີ ກະທຳບົດບາດການດູແລຄົນອື່ນບາງຢ່າງເພື່ອເພື່ອນມິດຫຼືສະມາຊິກຄອບຄົວ ແຕ່ ວຽກງານຕ່າງນັ້ນໆເປັນສິ່ງຍາກຊາຂຶ້ນຕື່ມຍ້ອນວິກິດ ໂຄວິດ-19.

ການແປຂໍ້ມູນ ໂຄວິດ-19 ຖຶກມອງເຫັນວ່າບໍ່ທັນການ - ການແປຂໍ້ມູນ ໂຄວິດ-19 ຖຶກມອງເຫັນວ່າບໍ່ທັນການ 19.08.2021

ເມື່ອທີ່ມີຄົນອອສເຕຼເລັຍຫຼາຍຂຶ້ນຮຽກຮ້ອງໃຫ້ສັກຢາວັນຊີນ ໂຄວິດ-19 ຍ້ອນທີ່ມີລ໋ອກດາວຍິ່ງຂຶ້ນ ກະຊວງສາທາຣະນະສຸກອອສເຕຼເລັຍຟ້າວຝັ່ງປັບ ໃຫ້ທັນການການປ່ຂໍ່ມູນກ່ຽວກັບ ໂຄວິດ-19. ການແພດທີ່ສ່ຽວຊານແລະຜູ້ນຳຊຸມຊົນເວົ້າວ່າຂໍ້ມູນບາງອັນນັ້ນບໍ່ຖຶກ ຕ້ອງພານຫຼັງທີ່ມີການຮູ້ເຫັນວ່າການແປນັ້ນບໍ່ທັນການເຖິງຫຼາຍເດືອນ. - ເມື່ອທີ່ມີຄົນອອສເຕຼເລັຍຫຼາຍຂຶ້ນຮຽກຮ້ອງໃຫ້ສັກຢາວັນຊີນ ໂຄວິດ-19 ຍ້ອນທີ່ມີລ໋ອກດາວຍິ່ງຂຶ້ນ ກະຊວງສາທາຣະນະສຸກອອສເຕຼເລັ...

ວິກິດ ໂຄວິດ-19 ເຮີະຮ້າຍຂຶ້ນຄວາມບໍ່ສເມີພາບດ້ານສຸຂພາບ 19.08.2021

ໜັງສືລາຍງາຍໃໜ່ອັນນຶ່ງບອກໃຫ້ຮູ້ເຫັນວ່າວິກິດ ໂຄວິດ-19 ເຮັດໃຫ້ຄວາມບໍ່ ສເມີພາບກັນໃນດ້ານສຸຂພາບເຮີະຮ້ານຂຶ້ນ. ນັ້ນບອກໃຫ້ຮູ້ວ່າຄົນທີ່ມີລາຍໄດ້ຕ່ຳແລະໄດ້ການສົງເຂາະສັງຄົມມີສຸຂພາບອັນຕ່ຳ ຕ້ອຍກ່ວາຄົນອອສເຕຼເລັຍອື່ນໆ.

ຜູ້ນຳຊຸມຊົນພະຍາຍາມຣົບລ້າງຂໍ້ມູນອັນບໍ່ຖຶກຕ້ອງກ່ຽວຢາວັກຊີນ ໂຄວິດ-19 18.08.2021

ຜູ້ນຳຊຸມຊົນໃນຊິດນີພາກຕາເວັນຕົກເວົ້າວ່າພວກຂະເຈົ້າເປັນຫ່ວງເປັນຍັຍ ກ່ຽວກັບຣະດັບການໃຫ້ຂໍ້ມູນອັນບໍ່ຖຶກຕ້ອງທີ່ສົ່ງເສີມໃຫ້ມີຄວາມລັ່ງເລໃຈ ກ່ຽວກັບຢາວວັກຊີນ ໂຄວິດ-19. ບາງຄົນມີວິທີການອັນສະເພາະເພື່ອຊີ້ແຈງສາທາຣະນະສຸກເຖິງປວງຊົນກ່ຽວ ກັບຢາວັກຊີນນັ້ນ.

ຄົນງານ ໄມແຄຼນຕ໌ ບາງຄົນທີໄດ້ເບັ້ຍ ຈອບຄີບເປີ ຖຶກບອກໃຫ້ສົ່ງມັນຄືນ 18.08.2021

ຫ້ອງການພາສາອອສເຕຼເລັຍກຳລັງຕາມທວງເອົາເງິນນັບເປັນຫຼາຍພັນດອນລາ ຈາກຢຄນໄມແຄຼນຕ໌ທີ່ໄດ້ຮັບເງິນຈອບຄີບເປີໃນເມື່ອມີວິກິດຮ້າຍແຮງຈາກໂຄວິດ-19. ກະແສຂ່າວ ແອສບີແອສ ເຫັນໜັງສືທວງເອົາເງິນຄືນນັ້ນທີ່ມີເຖິງ 20 ພັນດອນລາ.

ຂ່າວສຳຮັບຣະຍະ 14-8-21 18.08.2021

ໃນຣະຍະ 14-8-21 ມີອັນໃດແດ່ທີ່ເປັນຂ່າວຄາວທີ່ສົນໃຈທີ່ຄວນຊາບ?

ອັບເດດ ໂຄວິດ-19 : ນີວຊາວທ໌ແວນບ໌ຈຳນວນ "ໜ້າວິຕົກນຳ" ເມື່ອແມນລ໌ເບິນບັນຍັດ ເຄີຟີວ ແລະ ຕໍ່ອອກລ໋ອກດາວ 16.08.2021

ກ່ຽວກັບ ໂຄວິດ-19 ແມ່ນຖຶກອັບເດດເປັນປະຈຳ. ຕໍ່ໄປນີ້ ອີກໃໜ່ ກໍແມ່ນກ່ຽວກັບໂຄວິດອັນທັນການສຳຮັບທ່ານ.

ອັບເດດ ໂຄວິດ-19​: "ຫ່ວງຍັຍນຳທີ່ສຸດ" : ປັບໃໜຢ່າງໜັກໜ່ວງແລະມີການຕ້ອງຫ້າມທີ່ເຄັ່ງຄັດຕື່ມສຳຮັບນີວຊາວທ໌ແວນລ໌ 14.08.2021

ດົນນານມາແລ້ວ ໂຄວິດ-19 ມັນກະຍັງບໍ່ລົງຄໍໃຫ້ໃຜເທື່ອ. ຈັກວ່າຢຸກຢາໃດໆແລະວັກຊີນຕ່າງໆມັນກະບໍ່ຖອຍ ບຸກແຫຼກເມື່ອໜ້າ. ໃນນີ້ມີຂໍ້ມູຫຼາຍຢ່າງໃຫ້ທ່ານຮຽນຮູ້. ກະຣຸນາຟັງແລະກົດອ່ານກົດເບິ່ງ.

ປັບໃຫ້ທັນການ ໂຄວິດ-19 ​: ຣັດຕ່າງໆດັນໃຫ້ມີເປົ້າການສັກຢາວັກຊີນ ໂຄວິດ-19 13.08.2021

ບັນຫາຈາກ ໂຄວິດ-19 ມີຢູ່ຕໍ່ໄປ. ສຳຮັບອັບເດດຂອງສຸດນີ້ມີຫຍັງສຳຄັນແດ່?

ມັນຍາກຊາປານໃດໃນການຢູ່ລອດລ໋ອກດາວ ໂຄວິດ-19? 12.08.2021

ລ໋ອກດາວຕ້ານ ໂຄວິດ-19 ພາໃຫ້ມີຄວາມລ້ຳບາກຍາກຊາຢູ່ແລ້ວ ແລ້ວບໍ່ແລ້ວ ແດນຕາ ກໍຄອຍກິນຫົວອີກ ແຕ່ຫຼາຍຄົນກໍເຫັນວາມັນ ບໍ່ພີລຶກຫຍັງ ພຽງແຕຮໃຫ້ຣະມັດຣະວັງແລະປ້ອງກັນໂຕຈາກພະຍາດນັ້ນ ຕາມຄວາມແນະນຳຂອງທາງການຕ່າງໆ ດັ່ງໄປໃຫ້ສັກຢາວັກຊີນ ໂຄວິດ-19. ທ່ານ ປີແອຣ໌ ວັນທະວົງ, ຄົນລາວທ່ານນຶ່່ງຂອງຂົງແຄ້ວນຊິດນີ ທີ່ຖຶກລ໋ອກລາວຢ່າງເຄັງຄັດ ທີ່ໄດ້ກະທຳຕາມຄວາມແນະນຳຕ່າງໆ ຂອງທາງການນີວຊາວທ໌ແວນລ໌. ຂ້າພະເຈົ້າໄດ້ສຳພາດທ່ານດັ່ງຕໍ່ໄປນີ້.

Ouça o podcast SBS Lao - SBS ພາ​ສາ​ລາວ no Replaio

Rádio e podcasts em um só app - grátis e sem cadastro. Instale hoje e não perca o lançamento

Baixe no Google Play

O Replaio não é o publicador dos podcasts; os nomes dos programas, as capas e o áudio pertencem aos seus autores e são distribuídos por feeds RSS públicos