VOA

ລາຍງານ - ສຽງອາເມຣິກາ ວີໂອເອ

News LO ↓ 50 episódios

ລາຍງານ

Não deixe de visitar o site do podcast e apoiar quem o produz: lao.voanews.com

Autor

VOA

Categoria

News

Site do podcast

lao.voanews.com

Último episódio

14 de mar de 2025

Onde ouvir?

Podcasts no app Replaio Radio Em breve

Os podcasts estão chegando ao app. Instale agora e seja o primeiro a descobrir um jeito totalmente novo de curtir podcasts

Baixe no Google Play Instale grátis Android 5 mi+ downloads · nota 4,8 iOS em breve

Episódios

ທຶນ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ລັດຖະບານ​ລາວ ຍັງ​ສືບ​ຕໍ່​ຫລຸດ​ລົງຢ່າງຕໍ່ເນື່ອງ - ກຸມພາ 07, 2025 07.02.2025

ທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານລາວ ຍັງສືບຕໍ່ຫລຸດລົງ ຍ້ອນການຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງ ທັງເຮັດໃຫ້ມີງົບປະມານນຳໃຊ້ເພື່ອພັດທະນາປະເທດຢ່າງຈຳກັດ

ອຸດສາຫະກຳການຂຸດຄົ້ນແຮ່ທາດສ່ວນໃຫຍ່ ໄດ້ສົ່ງຜົນກະທົບທາງລົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫລາຍຂຶ້ນນັບມື້ - ກຸມພາ 03, 2025 03.02.2025

ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຖະແຫລງວ່າ ການດຳເນິນການກວດກາສໍາປະທານຂຸດຄົ້ນແຮ່ທາດ 1,205 ໂຄງການໃນທົ່ວປະເທດ ພົບວ່າ ໂຄງການສ່ວນໃຫຍ່ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ຫຼາຍຂຶ້ນນັບມື້ ໂດຍສະເພາະຜົນກະທົບດ້ານສິ່ງແວດລ້ອມທໍາມະຊາດນັ້ນ ໄດ້ສ້າງຄວາມກັງວົນໃຈໃຫ້ກັບປະຊາຊົນຫຼາຍທີ່ສຸດໃນເວລານີ້

ພາສາອັງກິດໃນຂ່າວ Rehabilitate ມີຄວາມໝາຍວ່າ ຊ່ວຍປັບຕົວ ຫຼື ເຮັດໃຫ້ຊີວິດ ກັບຄືນສູ່ປົກກະຕິ - ກຸມພາ 01, 2025 01.02.2025

To rehabilitate ແມ່ນເພື່ອເຮັດໃຫ້ຜູ້ໃດຜູ້ນຶ່ງ ຫຼື ບາງສິ່ງບາງຢ່າງ ກັບຄືນສູ່ສະພາບທີ່ດີ ຫຼັງຈາກການບາດເຈັບ ຫຼືໄດ້ຮັບຄວາມເສຍຫາຍ

ເຂື່ອນໄຟຟ້ານ້ຳຕົກ 4 ແຫ່ງ ເທິງແນວແມ່ນ້ຳຂອງໃນລາວ ຈະສົ່ງຜົນກະທົບຕໍ່ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ ແລະ​ຊີວິດ​ການ​ເປັນ​ຢູ່ - ມັງກອນ 31, 2025 31.01.2025

ເຈົ້າຫນ້າທີ່ຂັ້ນສູງໃນຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍ​ວ່າສາເຫດ​ສຳຄັນທີ່ເຮັດໃຫ້ ຄະ​ນະ​ກໍາ​ມະການ​ສິດ​ທິ​ມະ​ນຸດ​ແຫ່ງ​ຊາດ​ໄທ ​ໄດ້​ສົ່ງ​ຈົດໝາຍ​ໄປ​ເຖິງ​ນາຍົກລັດຖະມົນຕີ​ໄທ ເພື່ອ​ຂໍ​ໃຫ້​ສະ​ແດງ​ການ​ຄັດຄ້ານຕໍ່​ແຜນການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ 4 ​ແຫ່ງເທິງແນວແມ່ນ້ຳຂອງ​ໃນ​ລາວ

ລາວຍັງສືບຕໍ່ປະເຊີນກັບບັນຫາການຂາດດຸນການຄ້າກັບຕ່າງປະເທດ - ມັງກອນ 29, 2025 29.01.2025

ລາວຍັງສືບຕໍ່ປະເຊີນກັບບັນຫາການຂາດດຸນການຄ້າກັບຕ່າງປະເທດໃນປີ 2024 ໃນຂະນະທີ່ການສົ່ງອອກໄຟຟ້າຫຼຸດລົງຫຼາຍກວ່າ 58% ເມື່ອທຽບໃສ່ປີ 2023 ຍ້ອນໄພແຫ້ງແລ້ງທີ່ເຮັດໃຫ້ເກີດການຂາດແຄນນ້ຳໃນການຜະລິດໄຟຟ້າ

ພາສາອັງກິດ ຄໍາສັບໃນຂ່າວ Sanctuary ແປວ່າ ສະຖານທີ່ສັກສິດ, ບ່ອນລີ້ໄພ ຫຼື ເຂດຫວງຫ້າມ - ມັງກອນ 25, 2025 25.01.2025

ໃນຕົວຢ່າງນີ້, sanctuary ເປັນສະຖານທີ່ທີ່ປອດໄພ ເຊິ່ງໃຫ້ການປົກປ້ອງຕໍ່ການຖືກເນລະເທດ

ຕຳຫຼວດລາວ ໄດ້ຈັບຄົນລາວ ແລະ ຊາວຕ່າງຊາດ 15,970 ຄົນ ທີ່ເປັນລູກຈ້າງ ແລະ ສະມາຊິກ ຂອງກຸ່ມແກັ່ງອາຊະຍາກຳ Call Center - ມັງກອນ 24, 2025 24.01.2025

ເຈົ້າໜ້າທີ່ປາບປາມອາຊະຍາກຳຂ້າມຊາດໃນລາວ ເປີດເຜີຍວ່າ ການຮ່ວມມືໃນການປາບປາມອາຊະຍາກຳທາງເທັກໂນໂລຈີ (Cyber Crime) ລະຫວ່າງລາວ-ຈີນ-ມຽນມາ ແລະໄທ ໃນໄລຍະ 2 ປີຜ່ານມາ ສາມາດຈັບກຸມ ແລະ ສົ່ງມອບຕົວຜູ້ຕ້ອງຫາສັນຊາດຈີນ 67,000 ກວ່າຄົນ ໃຫ້ກັບທາງການຕຳຫຼວດຈີນ

ຕຳຫຼວດລາວ ຈັບສະມາຊິກ 15,970 ຄົນ ຂອງກຸ່ມແກັ່ງອາດຊະຍາກຳຈີນ ໃນເຂດ ເສດຖະກິດພິເສດ - ມັງກອນ 22, 2025 22.01.2025

ທາງການຕຳຫລວດລາວ ໄດ້ຈັບຄົນລາວ ແລະ ຊາວຕ່າງຊາດ 15,970 ຄົນ ທີ່ເປັນລູກຈ້າງ ແລະ ສະມາຊິກ ຂອງກຸ່ມ ແກັ່ງ ອາຊະຍາກຳ Call Center ຂອງຈີນ ທີ່ລົງທຶນຍູ່ໃນເຂດເສຖກິດພິເສດສາມຫລ່ຽມຄຳໃນລາວ

ລັດຖະບານລາວ ໄດ້ກຳນົດເອາທີ່ດິນທີ່ຄິດເປັນເນື້ອທີ່ລວມ 4.5 ລ້ານເຮັກຕາ ໃນທົ່ວປະເທດ ໃຫ້ເປັນພື້ນທີ່ສຳລັບການຜະລິດດ້ານກະສິກຳ - ມັງກອນ 21, 2025 21.01.2025
ພາສາອັງກິດ ຄໍາສັບໃນຂ່າວ Retreat ແປວ່າ ຖອຍກັບ ຖອຍຫຼັງ ຫຼຸດໜ້ອຍລົງ - ມັງກອນ 18, 2025 18.01.2025

ໃນຕົວຢ່າງນີ້, retreat ແມ່ນການກະທໍາ ຫຼື ຂະບວນການຂອງການຖອຍຫ່າງຈາກບາງສິ່ງບາງຢ່າງ

ການພັດທະນາການສຶກສາໃນລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ - ມັງກອນ 17, 2025 17.01.2025

ສະມາຊິກສະພາແຫ່ງຊາດລາວ ເປີດເຜີຍວ່າ ວິກິດການທາງເສດຖະກິດ-ການເງິນ ເຮັດໃຫ້ການພັດທະນາການສຶກສາຂອງລາວ ໄດ້ຕົກຢູ່ໃນສະພາບການຖົດຖອຍ ທັງໃນປະລິມານ ແລະຄຸນນະພາບ

ລາວຈະເພີ່ມລາຍຮັບຈາກການຂຸດຄົ້ນແຮ່ທາດຕ່າງໆ ດ້ວຍການສ້າງແຜນທີ່ຂອງຊັບພະຍາກອນແຮ່ທາດຢູ່ໃນລາວ - ມັງກອນ 16, 2025 16.01.2025

ທ່ານໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ໄດ້ຖະແຫຼງກ່ຽວກັບ ແຜນຍຸດທະສາດການພັດທະນາອຸດສາຫະກຳຂຸດຄົ້ນແຮ່ທາດແຫ່ງຊາດລາວ ຈາກປັດຈຸບັນໄປເຖິງປີ 2030 ເມື່ອບໍ່ນານມານີ້ ວ່າ ເປົ້າໝາຍທີ່ສຳຄັນທີ່ສຸດຂອງລັດຖະບານລາວ ກໍຄືການສ້າງລາຍຮັບໃຫ້ໄດ້ເຖິງ 2.8 ຕື້ໂດລາ

ເປີດຫໍພິພິທະພັນທີ່ໃຫຍ່ທີ່ສຸດໃນປະເທດລາວ ທີ່ລວມເອົາຜົນງານສີລະປະຫຼາຍກວ່າ 30,000 ຜົນງານ ມາໄວ້ໃນບ່ອນດຽວ - ມັງກອນ 16, 2025 16.01.2025

ເມື່ອອາທິດແລ້ວນີ້ ຫໍພິພິທະພັນດ້ານສີລະປະທີ່ໃຫຍ່ທີ່ສຸດໃນລາວ ໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍຍິ່ງໃຫຍ່ ຊຶ່ງຊາວລາວພາຍໃນປະເທດ ແລະຊາວຕ່າງປະເທດທີ່ມາທ່ອງທ່ຽວ ຈະໄດ້ຊົມຜົນງານດ້ານສີລະປະຝີມືຂອງຊາວລາວ ຫຼາຍກວ່າສິບພັນຜົນງານ ຢູ່ໃນນະຄອນຫຼວງວຽງຈັນ

ເຍົາວະຊົນລາວ ຫຼາຍກວ່າ 73,000 ຄົນ ໄດ້ປະລະການຮຽນ ເພື່ອໄປເຮັດວຽກຢູ່ໄທ - ມັງກອນ 14, 2025 14.01.2025

ເຈົ້າໜ້າທີ່ຂັ້ນສູງເປີດເຜີຍວ່າ ຈົນເຖິງປັດຈຸບັນນີ້ ພົບວ່າ ມີນັກຮຽນ-ນັກສຶກສາໄດ້ປະລະການຮຽນໄປແລ້ວ ຫຼາຍກວ່າ 73,000 ຄົນ ຊຶ່ງ​ເປັນ​ຍ້ອນ​ວິ​ກິດ​ການ​ເສດຖະກິດ-ການ​ເງິນ​ທີ່​ເຮັດໃຫ້ພໍ່​ແມ່​ຜູ້​ປົກຄອງ​ຂອງ​ນັກ​ຮຽນ​ບໍ່ສາມາດສົ່ງເສຍ

ນັກລົງທຶນຕ່າງປະເທດຍັງເປັນຫ່ວງກ່ຽວກັບໜີ້ສິນສາທາລະນະຂອງລາວສູງເກີນໄປ - ມັງກອນ 13, 2025 13.01.2025

ບັນດານັກລົງທຶນຕ່າງປະເທດ ຍັງມີຄວາມກັງວົນໃຈກ່ຽວກັບລະດັບໜີ້ສິນສາທາລະນະຂອງລັດຖະບານລາວ ທີ່ສູງເກິນໄປ ຈຶ່ງຢ້ານວ່າ ລັຖບານລາວ ຈະມີລາຍໄດ້ບໍ່ພຽງພໍສຳລັບ ການຊໍາລະຄືນໜີ້ ໃນແຕ່ລະປີນັ້ນ

ພາສາອັງກິດ ຄໍາສັບໃນຂ່າວ Impede ແປວ່າ ຂັດຂວາງ - ມັງກອນ 13, 2025 13.01.2025

To impede ແມ່ນການເຮັດໃຫ້ບາງສິ່ງບາງຢ່າງ ຊັກຊ້າ ຫຼື ຂັດຂວາງຄວາມ ກ້າວຫນ້າ ຫຼືການເຄື່ອນໄຫວຂອງມັນ

ພາສາອັງກິດ ຄໍາສັບໃນຂ່າວ Touchdown ແປວ່າ ການຢຽບພື້ນ - ມັງກອນ 11, 2025 11.01.2025

ໃນຕົວຢ່າງນີ້ A touchdown ແມ່ນເວລາທີ່ເຮືອບິນ ຫຼື ຍານອາວະກາດ ລົງຢຽບພື້ນດິນ ໃນຕອນທ້າຍຂອງການບິນ

ໂຄງການເຂື່ອນຜະລິດໄຟຟ້າ ເທິງແນວແມ່ນໍ້າຂອງ ທັງໃນຈີນແລະລາວ ໄດ້ເຮັດໃຫ້ເກິດຜົນກະທົບຂ້າມພົມແດນ ຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນ - ມັງກອນ 10, 2025 10.01.2025

ເຈົ້າໜ້າທີ່ໃນສຳນັກງານສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າ ການສຶກສາວິໄຈໂດຍສໍານັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໃນຊ່ວງປີ 2014-2024 ພົບວ່າ ການກັກເກັບນໍ້າ ແລະການປ່ອຍນໍ້າ ໂດຍໂຄງການເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງ ທັງໃນ ຈີນແລະລາວ

ພາກບໍລິການຂອງລາວ ສ້າງລາຍຮັບຈາກການທ່ອງທ່ຽວໄດ້ຫຼາຍກວ່າ 1 ຕື້ໂດລາ ໃນຕະຫຼອດປີ 2024 - ມັງກອນ 08, 2025 08.01.2025

ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຖະແຫລງວ່າ ທຸລະກິດບໍລິການ ແລະ ທ່ອງທ່ຽວຄືພາກສ່ວນໜຶ່ງທີ່ມີບົດບາດຢ່າງສຳຄັນໃນການເຮັດໃຫ້ເສດຖະກິດລາວ ເຕີບໂຕເຖິງ 4.6% ໃນປີ 2024 ທຽບໃສ່ປີ 2023

ສະຖຽນລະພາບທາງເສດຖະກິດ-ການເງິນຂອງລາວ ຕ້ອງເພິ່ງພາແລະຂຶ້ນກັບສະພາວະທາງເສດຖະກິດໂດຍລວມຂອງຈີນ - ມັງກອນ 07, 2025 07.01.2025

ຜູ້ຊ່ຽວຊານດ້ານການຄ້າ ແລະການລົງທຶນໃນອາຊຽນ ໃຫ້ທັດສະນະວ່າ ສາເຫດທີ່ນັກລົງທຶນຕ່າງປະເທດ ຍັງບໍ່ສົນໃຈເຂົ້າມາລົງທຶນໃນລາວ ຍ້ອນວ່າ ບໍ່ເຊື່ອໝັ້ນໃນຄວາມໝັ້ນຄົງຫລືສະຖຽນລະພາບທາງການເງິນຂອງລາວ ທີ່ຍັງສືບຕໍ່ຂໍກູ້ຢືມເງິນຈາກຕ່າງປະເທດເປັນດ້ານຫລັກ

ລັດຖະບານລາວ ຈະຍົກເລີກສິດສໍາປະທານທີ່ດິນ 337 ໂຄງການ ທີ່ຍັງບໍ່ມີຄວາມຄືບໜ້າ ແລະບໍ່ໄດ້ປະຕິບັດຕາມສັນຍາ - ມັງກອນ 07, 2025 06.01.2025

ເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເປີດເຜີຍວ່າ ຄະນະສະເພາະກິດຂອງກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ໄດ້ດຳເນີນມາດຕະການກວດກາສິດສຳປະທານທີ່ດິນ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໃນປີ 2024 ທີ່ຜ່ານມາ

ພາສາອັງກິດ ຄໍາສັບໃນຂ່າວ Obstruction ໝາຍຄວາມວ່າ ການຂັດຂວາງ ການປິດລ້ອມ ຫຼື ອຸປະສັກ - ມັງກອນ 06, 2025 06.01.2025

An obstruction ແມ່ນການຂັດຂວາງຕ່າງໆທີ່ບໍ່ໃຫ້ສິ່ງອື່ນໆ ດໍາເນີນການໄປໄດ້

ພາສາອັງກິດຄໍາສັບໃນຂ່າວ Sham ມີຄວາມໝາຍວ່າ ປອມ ຫຼື ທໍາທ່າ ເຮັດຫຼອກລວງ - ມັງກອນ 04, 2025 04.01.2025

A sham ແມ່ນບາງສິ່ງບາງຢ່າງ ຫຼື ໃຜຜູ້ນຶ່ງ ທີ່ບໍ່ແມ່ນສິ່ງທີ່ປາກົດວ່າເປັນ ການຫຼອກລວງ

ເສດຖະກິດຂອງເຂດນະຄອນຫຼວງວຽງຈັນ ໃນປີ 2024 ຂະຫຍາຍຕົວ ໃນອັດຕາສະເລ່ຍ 5.7% ແຕ່ລາຍຮັບສະເລ່ຍຂອງປະຊາຊົນ ກັບຫຼຸດລົງ - ມັງກອນ 03, 2025 03.01.2025

ແຕ່ຢ່າງໃດກໍ່ຕາມ ລາຍຮັບສະເລ່ຍຂອງປະຊາຊົນໃນນະຄອນຫຼວງວຽງຈັນດັ່ງກ່າວນີ້ ກໍຖືວ່າເປັນອັດຕາທີ່ສູງທີ່ສຸດໃນລາວ ເນື່ອງຈາກວ່າ ລະດັບໃນການພັດທະນາເສດຖະກິດມີການແຕກຕ່າງກັນຫຼາຍ ເມື່ຶອທຽບໃສ່ແຂວງອື່ນໆ

ສະພາແຫ່ງຊາດລາວ ຈະຮັບຮອງເອົາລັດຖະທຳມະນູນ ສະບັບແກ້ໄຂໃໝ່ ໃນປີ 2025 - ທັນວາ 31, 2024 31.12.2024

ສະພາແຫ່ງຊາດລາວ ຈະຮັບຮອງເອົາລັດຖະທຳມະນູນສະບັບໃໝ່ ໃນປີ 2025 ເພື່ອເສີມສ້າງສະຖຽນລະພາບທາງການເມືອງໃຫ້ແຂງແກ່ນ ແຕ່ປະຊາຊົນຢາກໃຫ້ມີການ ຈັດຕັ້ງປະຕິບັດຕາມກົດໝາຍຢ່າງແທ້ຈິງ

Ouça o podcast ລາຍງານ - ສຽງອາເມຣິກາ ວີໂອເອ no Replaio

Rádio e podcasts em um só app - grátis e sem cadastro. Instale hoje e não perca o lançamento

Baixe no Google Play

O Replaio não é o publicador dos podcasts; os nomes dos programas, as capas e o áudio pertencem aos seus autores e são distribuídos por feeds RSS públicos