SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ການຮຽນພາສາອັງກິດ ຟຼີໆ ໃນອອສເຕຼເລັຍ 01.07.2021

ຣັຖບານອອສເຕຼເລັຍໃຫ້ການສອນພາສາອັງກິດໂດຍບໍ່ຄິດຄ່າຫຍັງແກ່ຄົນ ຕ່າງເທດທີ່ມາຢູ່ອອສເຕຼເລັຍຢ່າງຖາວອນ, ອົພຍົບແລະຄົນທີ່ຖືວີຊາບາງຢ່າງ. ນີ້ເປັນສິ້ນສ່ວນນຶ່ງຂອງການຕັ້ງພູມລຳເນົາພວກດັ່ງກ່າວເພື່ອວ່າພວກຂະເຈົ້າ ນັ້ນຈະສາມດເຂົ້າຮ່ວມກັບຊິວິດໃໜ່ໃນແຫ່ງນີ້ໂດຍມີຄວາມໜາຍ. ຍ້ອນການປະຕິຮູບໂຄງການສອນພາສອັງກິດນັ້ນ ບັດນີ້ພວກດັ່ງກ່າວສາມາດ ຮ່ຳຮຽນພາສາອັງກິດນັ້ນໄດ້ເປັນເວລາຫຼາຍຕື່ມ.

ຂົງແຄ້ວນ ຊິດນີ ລ໋ອກດາວ 14 ມື້ (26-6-21) 01.07.2021

(26-6-21) ຂົງແຄ້ວນ ຊິດຊນີ ລ໋ອກດາວ ສອງສັບປະດາຂຶ້ນແລ້ວ ສຳຮັບ "ເກຼດເຕ ຊິດນີຢ, "ບຼູ ມວງເຕນສ໌", "ແສນໂທຼນ ໂຄສຕ໌" ແລະ "ຢວູລອງຄອງ". ລ໋ອກດາວນັ້ນແມ່ນສຳຮັບແຕ່ 6 ໂມງແລງ ໃນວັນທີ 26 ມິຖຸນາ 2021 ຮອດທ່ຽງຄືນຂອງັວທີ 9 ກໍຣະກະດາ 2021. ຣັຖບານນີວຊາວແວນລໍ໌ຕໍ່ຍາວອອກລ໋ອກດາວນັ້ນພາຍຫຼັງທີ່ໄດ້ປະຊຸມສຸກ ເສີນກັນຂຶ້ນແລ້ວ. ໂຄວິດ-19 ສາຍພັນ ແດນຕາ ກຳລັງແຜ່ຣະບາດຂຶ້ນໃນຣັດນີວຊາວແວນລ໌ຢູ່.

ລາວໃນຮັດ ນີວຊາວແວນລ໌ ອອສເຕຼເລັຍຈະສເລີມສລອງສັບປະດາອົພຍົບ 01.07.2021

ປີນີ້ 2021ອອສເຕຼເລັຍສເລີມສລອງສັບປະດາອົພຍົບ. ຈາກການສຳພາດ ທ່ານ ເດດ ສີແສງຣັດ ໃນນັ້ນຄົນລາວໃນຣັດນີວຊາວແວນລ໌ ໂດຍການນຳພາຂອງສະມາຄົມສົ່ງເສີມຊຸມຊົນລາວກໍຈະກະທັມດັ່ງນັ້ນໂດຍກິຈກັມ ຕ່າງໆມາກມາຍ. ການຈະກະທຳໂດຍສະມາຄົມນັ້ນແມ່ນເພື່ອຫັຍງກັນແທ້? ດ້ວຍເຫດໃດແທ້ນັ້ນຖຶກໂຈະໄວ້ແລ້ວ?

ການຊ່ວຍເຫຼືອ ໂຄວິ-19 ຂອງສະຫະຣັດອະເມຣິກາໄປຮອດ ສປປລາວ ແລ້ວ 01.07.2021

ການຊ່ວຍເຫຼືອ ສປປລາວ ໃນຍາມ ໂຄວິດ-19 ມາກມາຍຖຶກນຳສົ່ງ ໄປຮອດໄປເຖິງ ສປປລາວ ແຕ່ມີຫັຍງແດ່? ທັງ ສປປລາວ ແລະ ສະຫະຮັດ ບໍ່ເປີຍເຜີຍໃຫ້ຮູ້ນຳ.

ສປປລາວ ບັດນີ້ ເຄັ່ງຄັດການກັກກວດພະຍາດ ໂຄວິດ-19 ການເຂົ້າມາຍັງປະເທດ 01.07.2021

ໃນ ສປປລາວ ໂຄວິດ-19 ກຳລັງທະວີຄວາມຄືບເມື່ອໜ້າຂອງມັນ ຢູ່ຕລອດມາຢູ່ກະທັງທີ່ພັກຣັຖຈະເຮັດຈະກະທຳຫັຍງກໍຕາມ. ບັດນີ້ທາງການ ສປປລາວ ຫັນມາເອົາຈິງເອົາຈັງກັບການກັກ ຄົນທີ່ເຂົ້າໄປຮອດແຜນດິນລາວໄວ້ 14 ມື້ ເພ່ືອເຝົ້າຣະວັງ ແນມເບິ່ງວ່າພວກຂະເຈົ້າເປັນ ໂຄວິດ-19 ຫຼືບໍ່?

ສປປລາວ ຢືດຕໍ່ອອກຕື່ມການ ລ໋ອກດາວ ໂຄວິດ-19 01.07.2021

ປາກົດວ່າການແຜ່ຣະບາດຂອງພະຍາດ ໂຄວິດ-19 ໃນຜືນແຜ່ນດິນລາວ ຍັງທະວີຫຼາຍຂຶ້ນຢູ່ຕລອດມາຢູ່ ກະທັ້ງທີ່ມີລ໋ອກດາວກໍຕາມແຕ່. ບັດນີ້ ສປປລາວ ຕໍ່ຍາວອອກຕື່ມການລ໋ອກດາວທີ່ມີຢູ່ແລ້ວນັ້ນ.

ປະກາດກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນ໌ (26-6-21) 01.07.2021

26-6-21: ປະກາດອັນສຳຄັນກ່ຽວກັບ ໂຄວິດ-19 ຈາກຣັຖບານ ນີວຊາວແວນລ໌ ທີ່ຄວນຊາບໄວ້.

ກົດເກນ ໂຄວິດ-19 ໃໜ່ (26-6-21) ສຳຮັບ ຊິດນີ 01.07.2021

ຄົນຂອງຂົງແຄ້ວນ ຊິດນີ ຖຶກບອກເຕືອນກ່ຽວກັນທີ່ຈຳນວນຄົນເປັນ ໂຄວິດ-19 ປູດທະວີຂຶ້ນ ກະທັ້ງທີ່ຄົນນະທີ່ນັ້ນນັບເປັນຫຼາຍລ້ານຄົນ ເຂົ້າຮ່ວມເປັນສິ້ນສ່ວນຂອງ ລ໋ອກດາວ ຢ່າງກະທັນຫັນ. ຣັດ ນີວຊາວແວນລ໌ ມີຄົນເປັນ ໂຄວິດ-19 ຢ່າງມາກມາຈາກການຕິດ ແປດກັນໃນທ້ອງຖິ່ນເອງ.

ສິ່ງທີ່ທ່ານຄວນຮູ້ກ່ຽວກັບການຄັດເລືອກເຂົ້າໂຮງຮຽນມັທຍົມໃນອອສເຕຼເລັຍ 01.07.2021

ຖ້າຫາກວ່າທ່ານກຳລັງເລືອກເອົາໂຮງຮຽນສຳຮັບຄວາມສຳເຣັດສູງສຳຮັບ ລູກໆຂອງ່ທານ ທານອາດພິຈາຣະນາເບິ່ງການຄັດເລືອກໂຮງຮຽນມັທຍົມ ບາງອັນ. ການຄັດເລືອກນັ້ນມີການແຂ່ງຂັນກັນຢ່າງມາກມາຍ.

ຂ່າວສຳຮັບຣະຍະ 26-6-21 01.07.2021

ຂ່າວຄາວທີ່ເປັນອັນສົນໃຈໃນຮະຍະ 26-6-21 ມີຫຍັງແດ່ ເປັນຕາບຊາບນຳ?

ຣັດ ນີວຊາວແວນລ໌ ລ໋ອກດາວ 27.06.2021

ຣັຖບານ ນີວຊາວແວນລ໌ ປະກາດ ລ໋ອກດາວ ຂຶ້ນໃນ ນີວຊາວແວນລ໌ ເພື່ອສະກັດກັ້ນ ໂຄວິດ-19 ທີ່ກຳລັງແຜ່ຣະບາດຂຶ້ນໃນຮັດດັ່ງກ່າວ. ກະຣຸນາຟັງປະກາດນັ້ນໂດຍຕັ້ງໃຈ.

ລາວເຂົ້າຮ່ວມພິທີການເປີດສວນ ດຽກບຸຊ-ປາກ 24.06.2021

ຄົນລາວຈຸແລກໆທີ່ອົພຍົບມາຢູ່ອອສເຕຼເລັຍແຕ່ປາງວັນທີ 19 ມີນາ 1976 ຢ່າງມາມາກຕັ້ງຊີວິດໃໜ່ຢູ່ໃນຂົງແຄ້ວນນະຄອນ ແຟຟຽນ ໃນພາກຈາເຕັນຕົກ ຂອງນະຄອນຊິດນີຣັດນີວຊາວແວນ. ຕໍ່ແຕ່ນັ້ນມາລາວເຮົານັ້ນໄດ້ສົ່ງເສີມ ແຟຟຽນ ນັ້ນຕລອດມາແລະໃນຫວ່າງນຶ່ງກໍ ເຂົ້າຮ່ວມການສ້າງແລະເປີດສວນ ດຽຍບຸຊວອກ ດັ່ງການສຳພາດທ່ານ ເດດ ສີແສງຣັດ ປະທານປະຊາສຳັພນຂອງສະມາຄົມສົ່ງເສີມຊຸມຊົນລາວໃນຣັດນີວຊາວແວນດັ່ງຕໍ່ໄປນີ້.

ຍີ່ປຸ່ນຈະຊົດຊ່ວຍ ໂຄວິ-19 ແກ່ ອາຊຽນ 24.06.2021

ຄົນໃນບັນດາປະເທດ ອາຊຽນ ເປັນ ໂຄວິດ-19 ມາກມາຍທັງກໍມີຄວາມຍາກຊາ ໃນການຄວບຄຸມມັນດ້ວຍ. ເຖິງແມ່ນປະເທດຍີ່ປຸ່ນມີບັນຫາໜັກກັບ ໂຄວິດ-19 ກໍຕາມ ຍ່ີປຸານລົງໄມ້ລົງ ມືຊົດຊ່ວຍ ອາຊຽນແລ້ວ.

ຣົດໄຟຄວາມໄວສູງ ສປຈີນ ຈະມາຮອດກາສີໃນໄວໆນີ້ 24.06.2021

ເສັນທາງຣົດໄຟຄວາມສູງ ຈີນ-ລາວ ຖຶກສ່າງເກືອບສຳເຣັດແລ້ວ ຫຼືເປັນຢ່າງໜ້ອຍຈະໃຫ້ທັນວັນທີ 2 ທັນວາ 2021. ແລະຫົວຣົດໄຟຄວາມໄວສູອງຂອງ ສປຈີນ ຄັນແລກໆກໍຈະມາ ຮອດສະຖານີຣົດໄຟກາສີຂອງແຂວງວຽງຈັນໃນໄວໆນີ້ດ້ວຍ.

ສປປລາວ ຈະທຳຣາຍຣະເບີດທີ່ຄ້າງຄາຈາກສົງຄາມ 5,000 ລູກໃນໄວໆນີ້ 24.06.2021

ຜືນແຜນດິນລາວມີຣະເບີດທີ່ຄ້າງຄາ ບໍ່ທັນແຕດເທື່ອ ມາກມາຈາກຄົງຄາມ ໃນລາວຂອງປາງສະໃໜ່ເສິກແກວເວຽດນາມ, ຝຣັ່ງເສດແລະສະຫະຣັດອະເມ ຣິກາ. ໃນໄວໆນີ້ຣະເບີດນັ້ນປະມານ ຫ້າພັນລູກທີ່ຖຶກເກັບກູ້ໄດ້ຈະຖຶກທຳລາຍຖີ້ມກ

ອອສເຕຼເລັຍຟ້ອງຮ້ອງ ສຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບພາສີເຫຼົ້າໜາກອາງຸ່ນ 24.06.2021

ອອສເຕຼເລັຍກຳລັງຟ້ອງຮ້ອງເອົາ ສປຈີນ ຂຶ້ນສານອົງການຄ້າໂລກກ່ຽວກັບ ທີ່ ສປຈີນ ເທຖອກພາສີ "ທາຣິບຟ໌" ໃ່ສເຫຼົ້າໜາກອາງຸ່ນຂອງອອສເຕຼເລັຍ ທີ່ເຂົ້າໃນຍັງຈີນແຜ່ນດິໃຫຍ່. ຮັ້ຖບານອອສເຕຼເລັຍເວົ້າວ່າພາສີນັ້ນສ້າງຄວາມເສັຍຫານອັນຮ້າຍແຮງໃສ່ ອຸສຫະກັມເຫຼົາໜາກອາງຸ່ນໃນອອສເຕຼເລັຍແລະອອສເຕຼເລັຍບໍ່ມີທາງເລືອກ ນອກຈາກມີແຕ່ນຳເອົາ ສປຈີນ ຂຶ້ນສານອົງການຄ້າໂລກ.

ບາງປະເທດເປີດປະຕູປະຕ່າງແຕ່ກໍມີປະເທດທີຍາກຊາຢູ່ 24.06.2021

ບາງປະເທດໃນໂລກນີ້ດັ່ງປະເທດອິນເດັຍແລະຝຣັ່ງເສດເລີ້ມເປີດປະຕູປະຕ່າງ ຂຶ້ນແລ້ວເພື່ອເປັນການກະຕຸກກະຕຸ້ນເສຖກິດຂຶ້ນໃໜ໋ ແຕ່ກໍມີປະເທດອື່ນໆ ດັ່ງຣັດເຊັຍທີ່ລ້າຊ້າໃນການສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນໃນຣັດເຊັຍຢູ່ ອັນເປັນການຈ່ອງດຶງໄວ້ຄວາມຄືບເມືອໜ້າ.

ຂ່າວສຳຮັບຣະຍະ 21-6-21 24.06.2021

ຂ່າວຄາວໃນຣະຍະ 21-6-21 ທີ່ຄວນຮູ້ມີຫັຍງແດ່?

ບັດນີ້ ສປປລາວ ເລີ້ມສັກຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງຊາດ 24.06.2021

ນັບຕັ້ງແຕ່ທີ່ ສປປລວ ຖຶກບຸກຣຸກໂດຍ ໂຄວິດ-19 ປາກົດວ່າ ບັດນີ້ໃນລາວເລີ້ມ ມີການເລີ້ມສັກດຢາວັກຊີນ ໂຄວິດ-19 ໃຫ້ແກ່ຄົນຕ່າງປະເທດທີ່ຢູ່ໃນລາວແລ້ວ. ອີງຕາມຮູບພາຍໃນຊື່ມວນຊົນຕ່າງໆ ພ້ອມດຽວກັນນັ້ນກໍມີຄົນໄປໃຫ້ສັກຢາວັກຊີນ ນັ້ນຈົນມີສໍຣະວົນກັນຂຶ້ນແລະບໍ່ມີການປະຕິບັດຕາມກົດເກນການປ້ອງກັນພະຍາດ ໂຄວິດ-19 ຢ່າງຖອກຕ້ອງໃນບາງແຫ່ງ.

ພາກເໜືອ ສປປລາວ ຖືກພະຍຸ ໂຄງູມາ ຮ້າຍແຮງ 24.06.2021

ເກືອທຸກແຫ່ງໃນພາກເໜືອ ສປປລາວ ຖຶກກະແທກຢ່າງແຮງໂດຍພະຍຸ ໂກງຸມາ. ນອກນັ້ນມັນກໍເຮັດໃຫ້ມີນ້ຳຖວມມາກມາຍດ້ວຍ ເຊັ່ນ ຕລອດເຖິງຂົງເຂດເມືອງ ວັງວຽແຂວງວຽງຈັນແລະພາກເໜືອຂອງປະເທດໄທຍ໌ນຳດ້ວຍ.

ວ່າບ້ານຖຶກເຜົາກ້ຽງໂດຍກອງທັບພະມ້າ 24.06.2021

ໃນປະເທດພະມ້າ ບ້ານທັງບ້ານຖຶກຈູດເຜົາຈົນກ້ຽງແລະຊາວບ້ານສາມຄົນ ຖຶກຂ້າຕາຍແລະບ້ານເຮືອນຫຼາຍຮອຍຫຼັງຖຶກທະຣາຍຖິ້ມ. ນັ້ນຄືສິ່ງທີ່ເກີດມາຈາກຄວາມຮຸຮແຮງຕ່າງໃນປະເທດພະມ້າ. ເມືອງ ກິນມາ ເປັນ່ີທຢູ່ກິນຂອງຄົນປະມານນຶ່ງພັນຄົນ ແລະຖຶກ ລາຍງານມາວ່າຖຶກໂຈະໂຈງໃສ່ໂດຍກຳລັງທະຫານພະມ້າທີ່ຕາມ ຊອກຫາກຳລັງປະກອບອາວຸດໃນທ້ອງຖິ່ນ.

ເປັນຄ້າຍກັບວ່າຣັຖານອອສເຕຼເລັຍບໍ່ສອດຄ່ອງກັນກ່ຽວກັບການບໍ່ປັ່ນຄວັນ ຄາກບອນ ຈັກດີ້ 24.06.2021

ສະກອດ ມໍຣິຊັນ, ນາຍົກຣັຖມົນຕີອອສເຕຼເລັຍກັບຄືນມາຈາກການໄປຮ່ວມ ກອງປະຊຸມ ຊີ-7 ແລະ ທຸຣະກິດໃນຕ່າງປະເທດແລ້ວ ່ີທໃນກອງປະຊຸມ ຊີ-7 ນັ້ນ ເຣື່ອງການປ່ຽນແປງຂອງອາກາດເປັນຫົວຂໍ້ຣະດັຍສູງອັນນຶ່ງ. ແຕ່ບາດທ່ານກັບບ້ານແລ້ວທ່ານຕົກຢູ່ໃນສະພາບອັນເຮີະຮ້າຍກ່ວາກ່ຽວກັບ ການແປງຂອງອາກາດກ່ອນເມື່ອທີ່ທ່ານໄປປະຊຸມນັ້ນ.

ຮັຖບານທັງຫຼາຍດັນໃຫ້ຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19 ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ 24.06.2021

ຍ້ອນທີ່ ໂຄວິດ-19 ສາຍພັນໃໜ່ ແດນຕາ ຣະບາດຂຶ້ນໃນໂລກນີ້ ຣັຖບານຂອງ ໂລກນີ້ກຳລັງດັນໃຫ້ຄົນໄປໃຫ້ສັກຢາວັກຊີ ໂຄວິດ-19 ໃຫ້ໄດ້ຫຼາຍເທົາ່ທີ່ຈະຫຼາຍໄດ້. ມະນຸດໃນໂລກນີ້ເຖິງປະມານເກືອບ 2,500 ລ້ານຄົນຖຶກສັກຢາວັກຊີນ ໂຄວິດ-19 ໃຫ້ໄປແລ້ວໃນຫວາງກ່ອນນີ້ບໍເທົ່າໃດ.

ທາງການໄຕ່ຕາມເບິ່ງການຣະບາດຂອງ ໂຄວິດ-19 ໃນຊິດນີ 24.06.2021

ທາງການຕ່າງໆຂອງຣັດນີວຊາວແວນ ຢ່າງໜັກນໜ່ວງ ກຳລັງເຮັດວຽກຢ່າງຂະຫຍັນ ເພື່ອຄວບຄຸມພະຍາດ ໂຄວິ-19 ທີ່ຣະບາດຂຶ້ນໃນຫວ່າງນຶ່ງນີ້ ພາຍຫຼັງທີ່ຄົນຂັບຣົດຄົນ ນຶ່ງທີ່ຂົນສົ່ງຄະນະຄົນຂອງການບິນສາກົນຖຶກກວດເຫັນເປັນ ໂຄວິດ-19. ເຫດການດັ່ງກ່າວກຳລັງເປັນບັນຫາທີ່ທະວີຂຶ້ນ.

ຂ່າວສຳຣະຍະ 19-6-21 24.06.2021

ຂ່າວຄາວທີ່ສົຈໃນສຳຮັບຣະຍະ 17-6-21ມີຫຍັງແດ່?

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.