SBS

SBS Lao - SBS ພາ​ສາ​ລາວ

News LO ↓ 780 episodes

Independent news and stories from SBS Audio, connecting you to life in Australia and Lao-speaking Australians. - ຂ່າວທີ່ມີອິສຣະພາບແລະເຣື່ອງທີ່ເອົາທ່ານໃສ່ຊີວິດໃນອອສເຕຼເລັຍແລະຄົນອອສເຕຼລຽນທີປາກພາສລາວ.

Be sure to visit the podcast's website and support the creator: www.sbs.com.au

Author

SBS

Category

News

Podcast website

www.sbs.com.au

Latest episode

Nov 19, 2026

Where to listen?

Podcasts in the app Replaio Radio Coming soon

Podcasts are coming to the app soon. Install now and be the first to see a whole new take on podcasts

Get it on Google Play Install for free Android 10M+ downloads · 4.7+ rating iOS soon

Episodes

ຂ່າວສຳຮັບຣະຍະ 23-8-21 26.08.2021

ຂ່າວຄ່າວທີ່ຄວນຊາບສຳຮັບຣະຍະ 23-8-21.

ໄທຍ໌ກຳລັງທົດລອງເພື່ອຈະຜະລິດຢາວັກຊີນ ໂຄວິດ-19 ອີກ 26.08.2021

ຢາວັກຊີນ ໂຄວິດ-19 ອັນມີປະສິຕິຜົນສູງສົ່ງຖຶກຜະລິດຢູ່ໃນໄທຍ໌ ມາແລ້ວຊົ່ວຣະຍະນຶ່ງແລ້ວແລະກໍຄົ້ນຄ້ວາແລະກຳລັງຈະຜະລິດຕື່ມຢູ່. ບັດນີ້ວິທຍາສາດໄທຍ໌ກຳລັງຈະຜະລິດຢານັ້ນອອກມາໃນໄວໆນີ້. ມັນເປັນມາແລະແມ່ນຫຍັງກັນແທ້?

ສປປລ ສາມາດປິ່ນປົວ ໂຄວິດ-19 ແທ້ບໍ່? 26.08.2021

ໃນໂລກນີ້ຍັງບໍ່ມີອັນໃດຈະມາປິ່ນປົວ ໂຄວິດ-19 ໄດ້ເທ່ື່ອກນອກຈາກມີແຕອາໃສ ຢາວັກຊີນກັນ ໂຄວິດ-19 ເປັນເດີມພັນປ້ອງກັນມະນຸດທັງຫຼາຍ. ແຕ່ບັດນີ້ມີການປະໂລຂຶ້ນມາເວົ້າວ່າລາວມີຢຸກຢາປິ່ນປົວພະຍາດ ດັ່ງກ່າວໄດ້ແລະມີໄວ້ບໍຣິການແລ້ວ.

ສປປລ ຮຽກຮ້ອງໃຫ້ໄທຍ໌ຊ່ວຍແຮງງານລາວກັບບ້ານ 26.08.2021

ແຮງງານລາວມາກມາຍຍັງຄ້າງຄາຢູ່ໃນໄທຍ໌ກະທັ້ງທີ່ພວກຂະເຈົ້າຢາກກັບລາວຢ່າງ ຮີບດ່ວນຍ້ອນວິກິດ ໂຄວິຊ19. ນີ້ໄດ້ເຮັດໃຫ້ທາງການຂັ້ນສູງ ສປປລ ຮຽກຮ້ອງໃຫ້ໄທຍ໌ຊ່ວຍພວກດັ່ງກ່າວກັບບ້ານ ແຕ່ທາງການ ສປປລ ເຮັດຫັຍງແດ່ແກ່ພວກຂະເຈົ້ານັ້ນເມື່ອຄາຢູ່ໃນໄທຍ໌ນັ້ນ?

ການຊີ້ແຈງການດູແລເດັກໃນອອສເຕຼເລັຍ 26.08.2021

ໃນອອສເຕຼເລັຍ ຖ້າຫາກທ່ານເຮັດວຽກເຮັດການຫຼືຮ່ຳຮຽນຢູ່ແລະມີລູກຢູ່ບ້ານ ທ່ານສາມາດຢືດຢື້ເຖິງການຄ້ຳຈູນສຳຮັບການດູແລເດັກ. ການຊ່ວຍເຫຼືອນັ້ນມີຫຼາຍຢ່າງຫຼາຍແນວໂດຍຂຶ້ນກັບວ່າທ່ານຖຶກຕ້ອງແລະຖຶກ ຮັບຮູ້ໂດຍຫຼັກການທີ່ມີຢູ່ຫຼືບໍ່ແລະຣະດັບການຊົດຊ່ວຍທ່ານນັ້ນຂຶ້ນກັບລາຍໄດ້ຂອງ ຄອບຄົວຂອງທ່ານ.

ການເຂົ້າໃຈກ່ຽວກັບຄວາມບໍ່ເທົ່າທຽມກັນຂອງຄົນພື້ນເມືອງອອສເຕຼເລັຍ 26.08.2021

ຈາກການມອງເບິ່ງສິ່ງທີ່ຊີ້ບອກເຖິງຄວາມຢູ່ດີກິນດີອູດົມສົມບຸນແລະດ້ານເສຖກິດ ຂອງຄົ້ນພື້ນເມືອງອອສເຕຼເລັຍ ພວກຂະເຈົ້າບໍ່ມີຄວາມສເມີພາບກັນມາກມາຍກັບ ຄົນອື່ນໃດໃນອອສເຕຼເລັຍ. ນີ້ເປັນໄດ້ແບບໃດແລະກໍຍັງເປັນໄປຢູ່?

ອົງການສາທາຣະນະສຸກໂລກຮຽກຮ້ອງໃຫ້ມີຢາວັກຊີນ ໂຄວິດ-19 ສເມີພາບກັນໃນໂລກນີ້ 26.08.2021

ອົງການສາທາຣະນະສຸກໂລກຮຽກຮ້ອງເຖິງປະເທດທີ່ຈະສັກຢາວັກຊີນ ໂຄວິດ-19 ເຂັມທີ່ສາມ ຄືເຂັມກະຕຸ້ນ ຈົ່ງພິຈາຣະນາເບິ່ງປະເທດທັງຫຼາຍທີ່ຄວາມຄວາມຍາກ ຊາທີ່ຈະສັກຢາວັກຊີນ ໂຄວິດ-19 ເຂັມທຳອິດ. ອົງການສາທາຣະນະສຸກໂລກຢາກໃຫ້ປະເທດຕ່າງໆມີຢາວກຊີນ ໂຄວິດ-19 ຢ່າງ ສມ່ຳສເມີກັນກ່ອນ. ຫຼາຍປະເທດໃນໂລກນີ້ຂາດເຂີນຢາວັກຊີນນັ້ນ.

ຂ່າວສຳຮັບ 21-8-21 25.08.2021

ສຳຮັບຂ່າວທີ່ຄວນຊາບຂອງຫວ່າງນຶ່ງນີ້ກະຣຸນາກົດຟັງ.

ພາກລາຍການພາສາລາວ ແອສບີແອສ ເຣດີໂອ ຕ້ອງການ ຜູ້ຄວບຄຸມຈັດທຳລາຍການ 23.08.2021

ພາກລາຍການພາສາລາວຂອງສະຖາວິທຍຸກະຈາຍສຽງຕ້ອງການ ຜູ້ຄວບຄຸມແລະຈັດທຳລາຍການພາສາລາວ. ທ່ານເປັນຄົນທີ່ເໜາະສົມກັບໜ້າທີ່ວຽກງານດັ່ງກ່ວາບໍ່?

ອັບເດດ ໂຄວິດ-19 : ການຕ້ອງຫ້າມອັນເຄັ່ງຄັດຕື່ມຂອງຊິດນີຖຶກນຳມາບັນບັນຍັດ 23.08.2021

ໂຄວິດ-19 ມັນແຜງລິດເດດໄປໆມາໆຢູ່ຕລອດແລະທາງການກໍປ່ຽນແປງວິທີການປິດລ້ອມມັນຢູ່ສເມີມາ. ຣັດຕ່າງໆໃນອອສເຕຼເລັຍພະຍາຍາມປັບສະພາບການຂອງພວກເພິ່ນໃຫໄວກ່ວາລວດລາຍຂອງໂຄວິດ. ບັດນີ້ນີວຊາວທ໌ແວນລ໌ ໂດຍສະເພາະຂົງແຄ້ວນຊິດນີ ນຳເອົາກົດເກນອັນເຄັ່ງຄັດຂຶ້ນຕຶ່ມມາໃຊ້ແລ້ວ. ນັ້ນແລະຂອງຣັດຕ່າງໆມີຫັຍງແດ່?

ອັບເດດ ໂຄວິດ-19 : 21-8-21 21.08.2021

ພວກຂ້າພະເຈົ້າມີອັບເດດກ່ຽວກັບໂຄວິດເປັນປະຈຳ. ໃນຕໍ່ໄປນີ້ກໍແມ່ນອັບເດດນັ້ນ. ມີຫັຍງແດ່ທີ່ຄວນຮູ້?

ອັບເດດ ໂຄວິດ-19​: ລ໋ອກດາວຊິດນີປັດຈຸບັນຖຶກຕໍ່ດົນນານອີກນຶ່ງເດືອນເມື່ອໂຄວິດແຜ່ຣະບາດຢູ່ໃນຊົນນພບົດວິກຕໍເຣັຍ 20.08.2021

ສະຖານະການນະພາບໂຄວິດໃນນີວຊາວທ໌ແວນລ໌ປາກົດໜັກເມື່ອໜ້າຢູ່ ແຕ່ມັນແນວໃດກັນແທ້ໆແລ້ວ? ວິກຕໍເຣັຍແລະຣັດອື່ນໆເດ້?

ອັບເດດ ໂຄວິດ-19 : ນີວຊາວທ໌ແວນລ໌ຕໍ່ອອກການຕ້ອງຫ້າມຊົນນະບົດ, ວິກຕໍເຣັຍບັນທຶກ 200 ມື້ລ໋ອກດາວ 19.08.2021

ໃນນີ້ແມ່ນອັບເດດກ່ຽວກັບ ໂຄວິດ-19 ສຳຮັບວັນທີ 19-8-21. ສຳຮັບລາຍຣະອຽດເປັນລາຍຣັກອັກສອນມີຢູ່ໃນບົດຂຽນໃນຫົວຂໍດຽວກັນນີ້.

ຄົນລາວນີວຊາວທ໌ແວນລ໌ຢູ່ແນວໃດກັນໃນລ໋ອກດາວ? 19.08.2021

ສຳພາດທ່ານ: ສິດ ສຸກສວັວດ ໃນຕອນແລກໆ ໂຄວິດ-19 ສາຍພັນແດນຕາ ມັນເລີ້ມຂຶ້ນຄ່ອຍໆໃນຊິດນີ ແລ້ວປະລຸບປຸບປັນມັນຄອບຄອງໄດ້ຂົງແຄ້ວນຊິດນີທັງໜົດ. ຕົກມາດຽວ ມັນກໍບຸກໂຈມຕີຣັດນີວຊາວທ໌ແວນລ໌ທັງໜົດແລ້ວ ກະທັ້ງມີດ່ານ ແລະມີການສະກັດກັ້ນຮ້ອຍແປກພັນແນວກໍຕາມແຕ່. ໃນຫຼາຍເຂດແດນຂອງຂົງແຄ້ວນຊິດນີຖຶກລ໋ອກດາວຢ່ງເຄັ່ງ. ໃນເຂດທີ່ມີລ໋ອກດາວຢ່ງເອົາຈິງເອົາຈັງແລະເຄັ່ງຄັດນັ້ນເປັນຖິ່ນຖານພູມລຳ ເນົາຂອງຄົນລາວໃນອອສເຕຼເັລຍສ່ວນໃຫຍ່. ພວກຂະເຈົ້າຢູ່ກັນແບບໃດ...

ພົນລະເມືອງຂເມນຫຼາຍກ່ວາ 50% ຖຶກສັກຢາວັກຊີນໂຄວິດແລ້ວ 19.08.2021

ຄົນໃນປະເທດຂເມນມາກມາຍຖຶກບຸກຣຸກໂດຍ ໂຄວິດ-19 ຈົນຮ້ອນວົນໄປທົ່ວເຂດນ້ຳແດນດິນຂເມນ. ແຕ່ບັດນີ້ຄົນໃນປະເທດຂເມນເຖິງຫຼາຍກ່ວາ 50% ຖຶກສັກຢາ ວັກຊີນ ໂຄວິດ-19 ຕ່າງໆໃຫ້ແລ້ວແລະກໍຍັງສັກຢານັ້ນເປັນຂະ ບວນການຢູ່ຕໍ່ໄປຢູ່.

ເຕະບານ :​ ລາວ ເຈີະກັບ ໄທຍ໌ 19.08.2021

ລາວກັບໄທຍ໌ເຈີະກັນໃນສນາບເຕະບານເທ່ື່ອໃດແມ່ນດຸເດືອດ ແທບສະໜາາບກິລາຈະຣະເບີດຍ້ອນສຽງໂຮຮອງ. ບັດນີ້ໃນການຈະແຂ່ງຂັນເຕະບານອາຊີຄັບ 2022 ລາວກັບໄທຍ໌ ຢູ່ໃນສາຍດຽວກັນ ອັນແປວ່າຈະດຸເດືອດເຖິງໃຈແນ່ນອນ.

ແຮງງານລາວໃນຊຽງຄານຖຶກຄະດີລ່ວງຣະເມີດການກັກໂຕກັນພະຍາດ. 19.08.2021

ໂຄວິດ-19 ກຳລັງແຜ່ຣະບາດຢ່າງຮຸນແຮງຢູ່ໃນປະເທດໄທຍ໌ຈົນຮ້ອນວົນກັນທຸກທົ່ວໜ້າ. ນອກນັ້ນກໍມີການບັນຍັດກົດເກນສະກັດກັ້ນພະຍາດດັ່ງກ່າວດ້ວຍ ແຕ່ຄົນບາງຈ່ຳພວກບໍ່ ປະຕິບັດຕາມກົດເກນນັ້ນ. ໃນຫວ່າງນຶ່ງນີ້ແຮງງານລາວຄົນນືີ່ງ ທີ່ເມືອງຊຽງຄານ ຈັງວັດເລີຍ ຖຶກຈັບໃ່ສ່ຄະດີວ່າຣະເມີດ ກົດເກນການສະກັດກັ້ນໂຄວິດ.

ໄທຍ໌ເດີນໜ້າຜະລິດຢາວັກຊີນກັນໂຄວິດແຕ່ການປະທວງພະຢຸດມີຢູ່ຕໍ່ໄປ. 19.08.2021

ຍ້ອນເຫດຜົນຫຼາຍຢ່າງການປະທ້ວງໃນໄທຍ໌ຕໍ່ຕ້ານນາຍົກຣັຖມົນຕີພະຢຸດ ນັ້ນຍັງເດີນໜ້າຢູ່ຕລອດມາຢູ່ ທີ່ໃນປັດບັນນີ້ແມ່ນບັງຄັບໃຫ້ທ່ານລົງຈາກ ຕ່ຳແໜ່ງນາຍົກນັ້ນ. ຜູ້ປະທ້ວງອ້າງວ່າທ່ານລົ້ມເຫຼວໃນການຄວບຄຸມ ໂຄວິດ-19 ໃນໄທຍ໌. ນີ້ເປັນດັ່ງນັ້ນກະທັ້ງທີ່ປະເທດໄທຍ໌ກຳລັງພະລິດຢາວັກຊີນກັນໂຄວີດໃໜ່ ອີກສາມຊະນິດກໍ່ຕາມແຕ່.

ຢາຊະນິດໃໜ່ໃຫ້ຄວາມຫວັງແກ່ຄົນທີ່ເປັນໂຣກປອດເຣື້ອຣັງ ຍົກເວັ້ນອອສເຕຼເລັຍ 19.08.2021

ທ່ານໜໍທັງຫຼາຍໃນໂຮງພະຍາບານແຫ່ງນຶ່ງໄນປະເທດອັງກິດ ຊີ້ແຈງວ່າຜົນສະທ້ອນຂອງຢາຊະນິດນຶ່ງ່ີທປິນປົວໂຣກປອດເຣື້ອ ຣັງເປັນສິງອັສຈັນ. ຢາໃໜ່ນັ້ນມີຊື່ວ່າ 'Kaftrio" ແລະຖຶກຊີ້ແຈງວ່າເປັນຢາທີ່ປ່ຽນ ແປງຊີວິດຂອງຄົນທີ່ເປັນອາການດັ່ງກ່າວນັ້ນ.

ບາງທຸຣະກິດຖຶກອະຍຸຍາດໃຫ້ເຮັດໃຫ້ຈຳຕ້ອງຖຶກສັກຢາວັນຊີນໂຄວິດ. 19.08.2021

ອອສເຕຼເລັຍມີຄົນເປັນແລະຕາຍຍ້ອນໂຄວິດຍິ່ງຂື້ນຢູ່. ແຕ່ການໄປໃຫ້ສັກຢາວັກຊີນກັນໂຄວິດຈຳຕ້ອງເປັນສິ່ງຈຳຕ້ອງລືບໍ່ ໂດຍສະເພາະ ທີ່ບາງທຸຣະກິດຖຶກປ່ອຍໃຫ້ສັ່ງການໃຫ້ຈຳຕ້ອງໄປໃຫ້ສັກໃຫ້?

ຂ່າວສຳຮັບຣະຍະ 16-8-21 19.08.2021

ຂ່າວຄາວໃນຣະຍະ 16-8-21 ທີຫຍັງແດ່ທີ່ຄວນຊາບ?

ໄທຍະຈະຜະລິດຢາວັກ ໂຄວິດ-19 ສາມຢ່າງອອກມາໃນໄວໆນີ້. 19.08.2021

ຢາວັກຊີນ ໂຄວິດ-19 ຍີ້ຫໍ້ ອັສຕຼາຊີນີກາ ຖຶກຜະລິດອອກມາຈາກປະເທດ ໄທຍ໌ຊົ່ວຣະຍະນຶ່ງແລ້ວ. ບັດນີ້ ໃນໄວໆນີ້ປະເທດໄທຍ໌ກໍຈະຜະລິດຢາວັກຊີນກັນໂຄວິດອີກສາມແນວ.

ແຂວງບໍ່ແກ້ວເລີ້ມໃຫ້ອາຫານພາຍຫຼັງແຮງງານພະມ້າທີ່ຖຶກລ໋ອກດາວປະທ້ວງ 19.08.2021

ໃນແຂວງບໍ່ແກ້ວ ສປປລາວ ມີແຮງງານພະມ້າມາຮັບຈ້າງເຮັດວຽກໃຫ້ແກ່ ທຸຣະກິດ ສປປຈີນ. ພວກຂະເຈົ້າກໍຖຶກລ໋ອກດາວກັນໂຄວິດັ່ງຄົນອື່ນໃນທ້ອງຖິນແຕ່ບໍ່ມີດູແລລ້ຽງ ເກືອ ເລີຍພາກັນປະທ້ວງຂຶ້ນ ຈົນວ່າທາງການແຂວງບໍ່ແກ້ວກ້າວໄປໃຫ້ອາຫານ ແລ້ວທັງກໍຫາວິທີທາງພັກດັນພວກຂະເຈົ້າກັບປະເທດດ້ວຍ .

ຢາວັກຊີນ ໂຄວິດ ມາຮອດ ສປປລ ຈາກ ສປຈ ຕື່ມ. 19.08.2021

ສປ ຈີນ ບໍຣິຈາກຢາວັກຊີນ ໂຄວິດ-19 ແຕ່ ສປ ລາວ ມາຊົ່ວຣະຍະ ນຶ່ງແລ້ວແຕ່ກໍຍັງໃຫ້ອີກຢູ່. ໃນຫວ່າງບໍ່ນານແລ້ວນີ້ອີກຈຳນວນນຶ່ງກໍໄປເຖິງວຽງຈັນແລ້ວ.

ຄົນອອສເຕຼເລັຍຜູ້ໜຸ່ມນ້ອຍກະທຳບົດບາດດູແລຄົນອື່ນ 19.08.2021

ຄົນອອສເຕຼເລັຍສອງລ້ານຫົກສິບຫ້າພັນຄົນໃຫ້ການດູແລແກ່ສະມາຊິກຄອບຄົວ ທີ່ພິການ, ຄົຮທີ່ມີບັນຫາໃນດ້ານສຸຂພາບປະສາດ, ຄົນທີເປັນອາການເຈັບປ່ວງຊ້ຳ ເຮື້ອຫຼືໃຊ້ສານເຄມີໄປໃນແງ່ທີ່ບໍ່ຈົບດີ. ແລະຄົນອອສເຕຼເລັຍຜູ້ໜຸ່ມນ້ອຍຫຼາຍພັນຄົນທີ່ມີອາຍຸຣະຫວ່າງ 12 ແລະ 25 ປີ ກະທຳບົດບາດການດູແລຄົນອື່ນບາງຢ່າງເພື່ອເພື່ອນມິດຫຼືສະມາຊິກຄອບຄົວ ແຕ່ ວຽກງານຕ່າງນັ້ນໆເປັນສິ່ງຍາກຊາຂຶ້ນຕື່ມຍ້ອນວິກິດ ໂຄວິດ-19.

Listen to the SBS Lao - SBS ພາ​ສາ​ລາວ podcast in Replaio

Radio and podcasts in one app - free, with no sign-up. Install today and do not miss the launch

Get it on Google Play

Replaio is not a podcast publisher; show names, artwork and audio belong to their authors and are distributed through public RSS feeds.